5908

xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 03/07/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp [5 d[n olh k'glA omk'wxmk'|h kIj ;,da oG dv'xt-5 ,l5 fpvfgrnj vvtok7q f ອົງປະກອບຂ້າງເທິງ ແລະ ເນື້ອ ໃນອື່ນໆຂອງຂໍ້ຕົກລົງເພື່ອອະນາ ຄົດ ທີ່ຈະຮັບຮອງເອົາແມ່ນສອດ ຄ່ອງກັບ ສປປ ລາວ ເຊິ່ງເປັນປະ ເທດດ້ອຍພັດທະນາ ແລະ ບໍ່ມີຊາຍ ແດນຕິດທະເລ ທີ່ມີນະໂຍບາຍການ ຕ່າງປະເທດ ຄື: ສັນຕິພາບ, ເອກະ ລາດ, ມິດຕະພາບ ແລະ ການຮ່ວມ ມືເພື່ອການພັດທະນາ. ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາ ລືລະຫວ່າງລັດຖະບານກ່ຽວກັບ ຮ່າງຂໍ້ຕົກລົງດັ່ງກ່າວ ແລະ ມີຄວາມ ຕັ້ງໃຈທີ່ຈະໃຫ້ການນໍາຂັ້ນສູງ ເຂົ້າ ຮ່ວມກອງປະຊຸມສຸດຍອດໃນເດືອນ ກັນຍານີ້. ສປປ ລາວ ຈະສານຕໍ່ວຽກງານ ທີ່ພວມຊຸກຍູ້ຢູ່ໃນປັດຈຸບັນໃນຖາ ນະເປັນປະທານໝູນວຽນສະມາ ຄົມບັນດາປະຊາຊາດອາຊີຕາເວັນ ອອກສ່ຽງໃຕ້ (ອາຊຽນ) ພາຍ ໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງອາ ຊຽນ” ເຊິ່ງສະແດງໃຫ້ເຫັນເຖິງ ຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການຊອກຫາວິທີແກ້ໄຂຮ່ວມກັນ ຕໍ່ບັນດາສິ່ງທ້າທາຍລວມ ຈາກ ຄວາມບໍ່ມີສະຖຽນລະພາບດ້ານ ຂຽນໂດຍ: ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ແລະ ທ່ານ ບັກໂຮເດຍ ເບີຄະນ໋ອຟ, ຜູ້ປະສານ ງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ. ເສດຖະກິດມະຫາພາກ, ການປ່ຽນ ແປງດິນຟ້າອາກາດ, ການເຄື່ອນ ຍ້າຍຖິ່ນຖານທີ່ບໍ່ໄດ້ວາງແຜນໄວ້ ແລະ ຕົວແທນຂອງແມ່ຍິງໃນຂະ ບວນການຕັດສິນບັນຫາຍັງບໍ່ທັນ ສູງ ໄປຈົນເຖິງການຫັນປ່ຽນດ້ານດີ ຈິຕອນ, ການຟື້ນຟູເສດຖະກິດ ແລະ ການເຕີບໂຕທີ່ເປັນທຳທີ່ສົ່ງເສີມ ການພັດທະນາມະນຸດ ແລະ ຄວາມ ຈະເລີນຮຸ່ງເຮືອງໃນທົ່ວພາກພື້ນ. ທີມງານຂອງອົງການສະຫະປະ ຊາຊາດປະຈຳ ສປປ ລາວ ມີຄວາມ ໝາຍໝັ້ນທີ່ຈະສະໜັບສະໜູນ ສປປ ລາວ ໃນຄວາມພະຍາຍາມສົ່ງເສີມ ການແລກປ່ຽນ ແລະ ການຮ່ວມມື ສາກົນ, ແລກປ່ຽນຂໍ້ມູນກ່ຽວກັບ ການຈັດຕັ້ງປະຕິບັດທີ່ມີຜົນສຳເລັດ ຂອງປະເທດ ໃນເວທີສາກົນຕ່າງໆ ແລະ ໝູນໃຊ້ປະສົບການທີ່ໄດ້ຮັບ ການພິສູດແລ້ວ ຈາກປະເທດຕ່າງໆ ເພື່ອໃຫ້ບັນລຸບັນດາເປົ້າໝາຍການ ພັດທະນາປະເທດຊາດ ແລະ ເປົ້າ ໝາຍການພັດທະນາແບບຍືນຍົງ. ທັງໝົດນີ້ ສະແດງໃຫ້ເຫັນເຖິງແຮງ ຜັກດັນຂອງວຽກງານຂອງອົງການ ສະຫະປະຊາຊາດ ພາຍໃຕ້ຂອບ ວຽກການຮ່ວມມືລະຫວ່າງ ສປປ ລາວ-ອົງການ ສປຊ ວ່າດ້ວຍການ ພັດທະນາແບບຍືນຍົງ ສົກປີ20222026. ບົດລາຍງານແຫ່ງຊາດແບບ ສະໝັກໃຈ ຂອງ ສປປ ລາວ ສະ ບັບທີ 3 ກ່ຽວກັບຄວາມຄືບໜ້າ ໃນ ການຈັດຕັ້ງປະຕິບັດວາລະປີ 2023 ເພື່ອການພັດທະນາແບບຍືນຍົງ ເປັນຕົວຢ່າງໜຶ່ງຂອງການຮ່ວມມື ລະຫວ່າງບັນດາຜູ້ມີສ່ວນກ່ຽວ ຂ້ອງໃນລະດັບຊາດ ແລະ ສາກົນ. ເພື່ອບັນລຸຕາມຈຸດປະສົງຂອງ ກອງປະຊຸມສຸດຍອດເພື່ອອະນາ ຄົດ, ການເຂົ້າຮ່ວມຢ່າງມີເນື້ອໃນ ຈາກທຸກພາກສ່ວນທີ່ກ່ຽວຂ້ອງ ແມ່ນສຳຄັນຫລາຍ. ລັດຖະບານປະ ເທດຕ່າງໆ ກໍຄື ບັນດາການຈັດຕັ້ງ ຢູ່ທ້ອງຖິ່ນ, ອົງການຈັດຕັ້ງທາງ ສັງຄັມ, ພາກເອກະຊົນ ແລະ ສະຖາ ບັນການເງິນຕະຫລອດເຖິງຜູ້ຕາງ ໜ້າແມ່ຍິງ ແລະ ຊາວໜຸ່ມມີບົດ ບາດໃນການກຳນົດຜົນຂອງກອງ ປະຊຸມຄັ້ງນີ້, ຄຳຄິດເຫັນຂອງທຸກ ພາກສ່ວນລ້ວນແຕ່ມີຄວາມສຳຄັນຕໍ່ ຂໍ້ຕົກລົງເພື່ອອະນາຄົດ ແລະ ເອກະ ສານຊ້ອນທ້າຍຫລັກສອງສະບັບຄື: ຖະແຫລງການວ່າດ້ວຍຄົນຮຸ່ນຕໍ່ໄປ ແລະ ຂໍ້ຕົກລົງສາກົນດ້ານດີຈິຕອນ. ແທ້ຈິງແລ້ວ, ການມີສ່ວນຮ່ວມແລະ ການປຶກສາຫາລືຢູ່ພາຍໃນ ແລະ ລະ ຫວ່າງປະເທດຕ່າງໆ ຖືເປັນຫລັກ ການຊີ້ນຳໃຫ້ແກ່ບັນດາຄວາມພະ ຍາຍາມຮ່ວມກັນ ເພື່ອຟື້ນຟູຄວາມ ໄວ້ເນື້ອເຊື່ອໃຈຂອງສາທາລະນະ ຊົນຕໍ່ບັນດາອົງການສາກົນ. ກອງປະຊຸມສຸດຍອດ ເພື່ອອະນາ ຄົດເປັນໂອກາດຄັ້ງດຽວໃນຄົນຮຸ່ນ ໜຶ່ງ ທີ່ຈະຄິດທົບທວນຄືນໃໝ່ ແລະ ສ້າງຄວາມເຂັ້ມແຂງຄືນໃໝ່ ໃຫ້ແກ່ ລະບົບການພົວພັນຫລາຍຝ່າຍ ຂອງພວກເຮົາ, ເປົ້າໝາຍຂອງ ກອງປະຊຸມສຸດ ຍອດ ມີຄວາມຄາດ ຫວັງສູງ ແນໃສ່ສ້າງກາລະໂອກາດ ສຳຄັນເພື່ອການປ່ຽນແປງ. ບົນ ຈິດໃຈແຫ່ງຄວາມສາມັກຄີ ແລະ ເປົ້າໝາຍອັນດຽວກັນ, ພວກເຮົາສາ ມາດຜ່ານຜ່າສິ່ງທ້າທາຍໃນປັດຈຸ ບັນ ແລະ ສ້າງໂລກທີ່ດີກວ່າໃຫ້ແກ່ ຄົນຮຸ່ນຕໍ່ໄປ ເຊິ່ງໂອກາດດັ່ງກ່າວນີ້ ບໍ່ສາມາດປະປ່ອຍໃຫ້ຜ່ານໄປໄດ້. ລັດຖະບານລາວ ປະດັບ... ສປປ ລາວ ເປັນເຈົ້າພາບ... ເຈົ້າໜ້າທີ່ ລາວ-ຈີນ... ທ່ານນາງ ອຳໄພວອນ ລ້ອມ ບຸນແພງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາ ແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງປະເທດຊາດ ໂດຍໄດ້ອອກ ເປັນມະຕິກອງປະຊຸມສະພາແຫ່ງ ຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານລັດຖະບານກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ໄລຍະ 6 ເດືອນ ຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024; ມະຕິກອງປະ ຊຸມສະພາແຫ່ງຊາດ ວ່າດ້ວຍການ ຮັບຮອງເອົາບົດລາຍງານລັດຖະ ບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ, ແຜນ ເງິນ ຕາໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024; ມະຕິກອງປະຊຸມສະພາ ແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາບົດລາຍງານລັດຖະບານກ່ຽວ ກັບການຈັດຕັ້ງປະຕິບັດບັນດາໂຄງ ການລົງທຶນແຮ່ທາດໃນໄລຍະຜ່ານ ມາ ແລະ ກຳນົດແຜນການຈັດຕັ້ງ ປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດ ລາຍງານລັດຖະບານ ກ່ຽວກັບ ການຈັດຕັ້ງປະຕິບັດບັນດາຄາດ ໝາຍພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍ ສະພາແຫ່ງຊາດ ພິຈາລະນາ... ໝົດ 280 ຄົນ, ຍິງ 7 ຄົນ(ຄົນສັນ ຊາດຈີນ). ພ້ອມດ້ວຍເຄື່ອງຂອງ ກາງໂທລະສັບມືຖື 1.345 ໜ່ວຍ ແລະ ຄອມພິວເຕີ້ຕັ້ງໂຕະ 458 ຊຸດ. ຈາກນັ້ນ, ກໍໄດ້ມອບ-ຮັບຄົນສັນ ຊາດຈີນຈໍານວນດັ່ງກ່າວ, ພ້ອມ ຂອງກາງ ໃຫ້ເຈົ້າໜ້າທີ່ຝ່າຍຈີນຢູ່ ຊາຍແດນ ລາວ-ຈີນ ດ່ານບໍ່ເຕັນບໍ່ຫານ ຕ່າງໜ້າຝ່າຍລາວມອບ ໂດຍ ທ່ານ ພັທ ສຸດໃຈ ອິນທອງໄຊ ຮອງພະແນກຕຳຫລວດກວດຄົນ ເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນ ກັບບັນດາ ສີ່ງທ້າທາຍຕໍ່ຄວາມໝັ້ນ ຄົງໃນພາກພື້ນ ແລະ ຂົງເຂດອາຊີ- ປາຊີຟິກໃນປັດຈຸບັນແລະອະນາຄົດ ແລະ ປຶກສາຫາລືມາດຕະການທີ່ ເໝາະສົມ ເພື່ອແກ້ໄຂບັນຫາສີ່ງ ທ້າທາຍຕ່າງໆ; ການສົ່ງເສີມມາດ ຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ເພື່ອເສີມສ້າງໂຄງສ້າງຄວາມໝັ້ນ ຄົງຂອງພາກພື້ນແລະບົດບາດຂອງ ກອງທັບໃນການຮັບມືກັບຜົນກະທົບ ຈາກການປ່ຽນແປງສະພາບຂອງ ດິນຟ້າອາກາດ ໃນສະຕະວັດທີ 21. ກອງປະຊຸມຄັ້ງນີ້, ໄດ້ດໍາເນີນ ໄປດ້ວຍຜົນສໍາເລັດຕາມຈຸດປະສົງ, ຄາດໝາຍທີ່ວາງໄວ້ ແລະ ປະທານ ກອງປະຊຸມຄັ້ງຕໍ່ໄປແມ່ນປະເທດ ມາເລເຊຍ ເຊິ່ງຈະສືບຕໍ່ເປັນເຈົ້າ ພາບຈັດກອງປະຊຸມນະໂຍບາຍ ຄວາມໝັ້ນຄົງເວທີພາກພື້ນອາຊຽນ ຄັ້ງທີ 22 ໃນປີ 2025. ຂ່າວ: ໄພນາລິນ ອິນທະແສງ ພຶດສະພາ 2024,ໃນວັນທີ 1 ກໍລະ ກົດ 2024 ນີ້, ກະຊວງການຕ່າງ ປະເທດຈັດພິທີປະດັບຫລຽນກາ ງານຂອງອົງການກວດສອບແຫ່ງ ລັດ ກ່ຽວກັບການແກ້ໄຂຜົນການ ກວດສອບ ປະຈຳປີ 2022; ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າ ດ້ວຍການຮັບຮອງເອົາບົດລາຍ ງານກ່ຽວກັບການເຄື່ອນໄຫວວຽກ ງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ 7 ແລະ ແຜນ ການຮອດກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX; ມະຕິກອງປະຊຸມສະພາ ແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະບັບ. ໃນນັ້ນຮ່າງ ກົດໝາຍສ້າງໃໝ່ 2 ສະບັບຄື: ຮ່າງ ກົດໝາຍວ່າດ້ວຍຊັບພະຍາກອນທີ່ ເປັນຢາ ແລະ ຮ່າງກົດໝາຍວ່າດ້ວຍ ສະຫະກອນ. ສ່ວນກົດໝາຍປັບປຸງ 11 ສະບັບ ຄື: ກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານເຊື້ອເຮສ ໄອວີ/ພະຍາດເອດ, ກົດໝາຍວ່າ ດ້ວຍການສົ່ງເສີມການລົງທຶນ, ກົດ ໝາຍວ່າດ້ວຍການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງ ທຶນໃຫ້ແກ່ການກໍ່ການຮ້າຍ, ກົດ ໝາຍວ່າດ້ວຍການປົກປັກຮັກສາ ສິ່ງແວດລ້ອມ, ກົດໝາຍວ່າດ້ວຍ ການທ່ອງທ່ຽວກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ, ກົດໝາຍວ່າ ດ້ວຍການສະກັດກັ້ນ ແລະ ຕ້ານອັກ ຄີໄພ, ກົດໝາຍວ່າດ້ວຍການຕ້ານ ການສໍ້ລາດບັງຫລວງ, ກົດໝາຍວ່າ ດ້ວຍສະພາແຫ່ງຊາດ, ກົດໝາຍວ່າ ດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ, ມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງ ເລືອກຕັ້ງບຸກຄະລາກອນສະພາ ແຫ່ງຊາດ ແລະ ສະມາຊິກລັດຖະ ບານ ຈຳນວນໜຶ່ງ. ໃນການດຳເນີນກອງປະຊຸມຄັ້ງ ນີ້, ສະພາແຫ່ງຊາດໄດ້ສະເໜີໃຫ້ 16 ພາກສ່ວນ ຂຶ້ນຊີ້ແຈງຕໍ່ຄໍາຊັກ ຖາມກ່ຽວກັບບັນຫາທີ່ພົ້ນເດັ່ນຂອງ ສັງຄົມ ເຊິ່ງກອງປະຊຸມສະພາແຫ່ງ ຊາດ ແລະ ສະມາຊິກສະພາແຫ່ງ ຊາດ ໄດ້ຍົກຂຶ້ນຢູ່ໃນກອງປະຊຸມປະ ກອບມີທ່ານນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະ ຊວງພະລັງງານ ແລະ ບໍ່ແຮ່, ກະ ຊວງກະສິກຳ-ປ່າໄມ້, ກະຊວງອຸດ ສາຫະກຳ-ການ ຄ້າ, ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງແຮງງານສະຫວັດ ດີການ ແລະ ສັງຄົມ, ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງປ້ອງກັນຄວາມ ສະຫງົບ, ອົງການກວດສອບແຫ່ງ ລັດ ແລະ ກະຊວງສາທາລະນະສຸກ. ໃນໂອກາດດຽວກັນນີ້, ທ່ານປະ ທານກອງປະຊຸມຍັງໄດ້ຈັດພິທີສະ ເຫລີມສະຫລອງວັນລັດຖະສະພາ ໂລກຄົບຮອບ135ປີດ້ວຍການອ່ານ ບົດຊົມເຊີຍຂອງປະທານສະພາ ແຫ່ງຊາດ, ທັງເປັນປະທານລັດຖະ ສະພາສາກົນ ແລະ ຈັດພິທີເປີດເວັບ ໄຊ ກອງປະຊຸມສະມັດຊາໃຫຍ່ລັດ ຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຂຶ້ນຢ່າງເປັນ ທາງການ ເພື່ອລາຍງານກ່ຽວກັບ ຄວາມພ້ອມທີ່ ສປປ ລາວ ເຮົາເປັນ ເຈົ້າພາບໃນທ້າຍປີ 2024 ນີ້. ຄຽງ ຄູ່ກັບການພິຈາລະນາ ແລະ ຮັບ ຮອງເອົາບັນຫາສຳຄັນດັ່ງກ່າວມາ ຂ້າງເທິງນັ້ນ, ໃນໄລຍະດຳເນີນກອງ ສະໄໝສາມັນເທື່ອທີ 7 ຂອງສະພາ ແຫ່ງຊາດ ຊຸດທີ IX ມີປະຊາຊົນ ບັນດາເຜົ່າໃນຂອບເຂດທົ່ວປະເທດ ສົ່ງຄຳຄິດຄຳເຫັນຜ່ານໂທລະສັບ ສາຍດ່ວນ ໂດຍບໍ່ເສຍຄ່າ(156) ຈຳນວນ 860 ສາຍ, ສາມາດສັງ ລວມເປັນ 455 ເລື່ອງ ເຊິ່ງພົວພັນ ເຖິງສະພາບການພັດທະນາເສດ ຖະກິດ-ສັງຄົມ ໂດຍສະເພາະແມ່ນ ບັນຫາໄພເງິນເຟີ້, ອັດຕາແລກປ່ຽນ ເໜັງຕີງແຮງ, ຄ່າຄອງຊີບສູງຂຶ້ນ, ການຄຸ້ມຄອງບໍລິຫານລັດ, ການພັດ ທະນາທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ. ຕໍ່ກັບຄໍາຄິດເຫັນ ຂອງປະຊາຊົນທີ່ສົ່ງມາທາງໂທລະ ສັບສາຍດ່ວນດັ່ງກ່າວ, ກອງເລຂາ ກອງປະຊຸມໄດ້ສັງລວມແລ້ວ ຈະ ໄດ້ມອບໃຫ້ກຳມາທິການທີ່ກ່ຽວ ຂ້ອງ ເພື່ອປະສານສົມທົບກັບບັນດາ ກະຊວງ, ພາກສ່ວນກ່ຽວຂ້ອງກໍຄື ອຳນາດອົງການປົກຄອງທ້ອງຖິ່ນ ເພື່ອຄົ້ນຄວ້າຊອກວິທີແກ້ໄຂໃຫ້ຖືກ ຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການເພື່ອຕອບສະໜອງ ຄວາມຄ່ອງຄອຍຂອງປະຊາຊົນ ລາວບັນດາເຜົ່າ. ພາບ: ເກດສະໜາ ມິດຕະພາບ ໃຫ້ແກ່ທ່ານ ນາງ ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າອົງ ການ ອຸຍນີເຊບ ປະຈຳ ສປປ ລາວ ໃນໂອກາດທີ່ທ່ານສໍາເລັດວາລະ ການປະຕິບັດໜ້າທີ່ຢູ່ ສປປ ລາວ ໂດຍແມ່ນທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນ ກາມິດຕະພາບໃຫ້ແກ່ທ່ານ ນາງ ເພຍ ເຣເບນໂລ ບຣິໂຕ, ມີພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ການປະດັບຫລຽນກາມິດຕະ ພາບໃຫ້ທ່ານ ນາງ ເພຍ ເຣເບນໂລ ບຣິໂຕ ຄັ້ງນີ້, ເປັນການຍ້ອງຍໍ ແລະ ຮັບຮູ້ຜົນງານອັນໂດດເດັ່ນ ແລະ ການມີສ່ວນຮ່ວມຢ່າງຫ້າວຫັນ ຂອງທ່ານ ໃນການພັດທະນາເສດ ຖະກິດ-ສັງຄົມຂອງປະເທດ ໂດຍ ສະເພາະການປະກອບສ່ວນເຂົ້າ ໃນການປັບປຸງຊີວິດການເປັນຢູ່ ຂອງແມ່ຍິງ ແລະ ເດັກນ້ອຍ, ການ ປົກປ້ອງເດັກ, ການສຶກສາ, ສາທາ ລະນະສຸກ, ໂພຊະນາການ ແລະ ສຸ ຂາພິບານ, ຄວາມສະເໝີພາບລະ ຫວ່າງຍິງ-ຊາຍ, ການສ້າງຄວາມ ເຂັ້ມແຂງໃຫ້ກັບແມ່ຍິງ ແລະ ໄວ ໜຸ່ມ, ພ້ອມທັງການຮັບມື ແລະ ຟື້ນ ຟູຈາກການລະບາດຂອງພະຍາດ ໂຄວິດ-19. ພາຍຫລັງພິທີປະດັບຫລຽນ, ທ່ານ ນາງ ບຣິໂຕ ໄດ້ສືບຕໍ່ເຂົ້າ ຢ້ຽມອຳລາ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ. ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈຕໍ່ ການສະໜັບສະໜູນ ແລະ ການຮ່ວມ ມືຢ່າງໃກ້ຊິດ ແລະ ຕັ້ງໜ້າຂອງ ອົງການ ອຸຍນີເຊບ ພາຍໃຕ້ການນຳ ພາແລະຄວາມເອົາໃຈໃສ່ຂອງທ່ານ ຜູ້ຕາງໜ້າອົງການອຸຍນີເຊບ ໂດຍ ສະເພາະໃນໄລຍະການລະບາດ ຂອງພະຍາດໂຄວິດ-19, ພ້ອມທັງ ຕ່າງປະເທດ, ຕ່າງໜ້າຝ່າຍຈີນຮັບ ໂດຍ ທ່ານ ພັອ ຈ້າວເຊິ່ງຈຸນ ຫົວ ໜ້າຫ້ອງການປ້ອງກັນຄວາມສະ ຫງົບ ແຂວງກິ່ງສິບສອງປັນນາ ໄດ້ຊົມເຊີຍຄວາມພະຍາຍາມຂອງ ອົງການອຸຍນີເຊບ ໃນການລະດົມ ທຶນສຳລັບການສົ່ງເສີມການສັກ ວັກຊິນ, ຮັບປະກັນການສຶກສາຂອງ ເດັກນ້ອຍ ແລະ ການໃຫ້ບໍລິການທີ່ ຈຳເປັນໃຫ້ແກ່ເດັກ ແລະ ຄອບຄົວ ແລະ ວຽກງານບຸລິມະສິດອື່ນໆ. ລັດຖະບານ ແຫ່ງ ສປປ ລາວ ຕີລາ ຄາສູງຕໍ່ການຮ່ວມມືທີ່ດີ ແລະ ການ ປະກອບສ່ວນຢ່າງຕັ້ງໜ້າຂອງອົງ ການອຸຍນີເຊບ ປະຈໍາ ສປປ ລາວ ໃນໄລຍະຜ່ານມາ. ໃນໄລຍະທີ່ປະຕິບັດໜ້າທີ່ຢູ່ ສປປ ລາວ, ທ່ານ ນາງ ເພຍ ເຣເບນ ໂບຣິໂຕ ໄດ້ເຮັດວຽກຢ່າງໃກ້ຊິດ ກັບລັດຖະບານລາວ, ບັນດາຄູ່ຮ່ວມ ພັດທະນາ ແລະ ອຳນາດການປົກ ຄອງທ້ອງຖິ່ນ ເພື່ອຮັບປະກັນຄວາມ ສະເໝີພາບ ແລະ ໂອກາດສຳລັບ ເດັກນ້ອຍທຸກຄົນໃນ ສປປ ລາວ. ທ່ານ ນາງ ເພຍ ເຣເບນໂລ ບຣິ ໂຕ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກເປັນ ກຽດຢ່າງຍິ່ງທີ່ໄດ້ຮັບການຮ່ວມມື ແລະ ຕອບຮັບຈາກລັດຖະບານແຫ່ງ ສປປ ລາວ, ເມື່ອຂ້າພະເຈົ້າເດີນ ທາງມາຮອດ ສປປ ລາວ, ປະເທດ ລາວແມ່ນຢູ່ໃນໄລຍະການຮັບມື ແລະ ຕອບໂຕ້ເຫດສຸກເສີນຈາກການ ລະບາດຂອງພະຍາດໂຄວິດ-19, ພວກເຮົາໄດ້ຮ່ວມກັບທຸກພາກສ່ວນ ພ້ອມກັນຟື້ນຟູ ເຮັດໃຫ້ສະພາບການ ຄືນສູ່ປົກກະຕິ. ຫລຽນກາມິດຕະ ພາບນີ້, ແມ່ນເປັນການຢັ້ງຢືນເຖິງ ຄວາມພະຍາຍາມຮ່ວມກັນຂອງທີມ ງານອຸຍນີເຊບ ແລະ ຄູ່ຮ່ວມງານ ຂອງພວກເຮົາໃນການສົ່ງເສີມສິດທິ ແລະ ຄວາມເປັນຢູ່ຂອງເດັກທຸກຄົນ ໃນສປປລາວ. ຂ້າພະເຈົ້າຂໍສະແດງ ຄວາມຂອບໃຈຕໍ່ຄວາມໄວ້ເນື້ອເຊື່ອ ໃຈ ແລະ ການຮ່ວມມືທີ່ໃກ້ຊິດຈາກ ລັດຖະບານ ສປປ ລາວ ແລະ ຫວັງ ວ່າຈະສືບຕໍ່ເສີມສ້າງສາຍພົວພັນ ການຮ່ວມມືທີ່ດີຂຶ້ນຕື່ມອີກໃນຕໍ່ໜ້າ. ອົງການອຸຍນີເຊບ ຈະສືບຕໍ່ຮ່ວມ ມືຢ່າງຕໍ່ເນື່ອງ ເພື່ອສ້າງຄວາມ ເຂັ້ມແຂງທາງດ້ານນະໂຍບາຍ ແລະ ສະຖາບັນການຈັດຕັ້ງແຫ່ງຊາດ, ພັດທະນາການເຂົ້າເຖິງການບໍລິ ການທີ່ມີຄຸນນະພາບ, ສ້າງຄວາມ ເຂັ້ມແຂງໃຫ້ແກ່ຊຸມຊົນແລະສົ່ງເສີມ ການພັດທະນາແບບຍືນຍົງສໍາລັບ ອະນາຄົດຂອງ ສປປ ລາວ ໂດຍສຸມ ໃສ່ການແກ້ໄຂສິ່ງທ້າທາຍທີ່ຕິດ ພັນກັບບັນຫາການປ່ຽນແປງດິນ ຟ້າອາກາດ ແລະ ສິ່ງແວດລ້ອມ. ໃນ ໄລຍະຜ່ານມາ, ສປປ ລາວ ແລະ ອົງການ ອຸຍນີເຊບ ໄດ້ສໍາເລັດການ ຈັດຕັ້ງປະຕິບັດແຜນງານການຮ່ວມ ມືກັນ ສົກປີ 2017-2021 ລວມມູນ ຄ່າການຊ່ວຍເຫລືອປະມານ 68 ລ້ານໂດລາສະຫະລັດ ແລະ ກໍາລັງ ສືບຕໍ່ຈັດຕັ້ງປະຕິບັດແຜນງານການ ຮ່ວມມື ສົກປີ 2022-2026 ດ້ວຍ ມູນຄ່າປະມານ 100 ລ້ານໂດລາ ສະຫະລັດ. ພາບ: ອ່າຍຄຳ ເພື່ອໄປດຳເນີນຄະດີຕາມກົດໝາຍ. ການລົງແກ້ໄຂກຸ່ມແກ້ງສໍ້ໂກງ ຊັບທາງໂທລະຄົມ(Call Center) ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫລ່ຽມຄຳໃນຄັ້ງ ນີ້, ກໍເພື່ອເປັນ ການເຂັ້ມງວດໃນການສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ ຢູ່ໃນເຂດ ເສດຖະກິດພິເສດສາມຫລ່ຽມຄຳ ໃຫ້ຫລຸດລົງເທື່ອລະກ້າວແນໃສ່ເຮັດ ໃຫ້ສັງຄົມກໍຄື ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ. ຂ່າວ: ກົມສື່ມວນຊົນ ປກສ

RkJQdWJsaXNoZXIy MTc3MTYxMQ==