5908

xtgmf]k; 3 03/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ພິດສະໄໝ m5 d[a oskmuj xt-k-q olj v'cl' wfh 4n dltg|u 16j dv'xt-5 ,ltrkcsj '-kf ບົດໂດຍ: ຢ່າຕົ່ງ dkovto5 ]a dla foE{la fxj k c,j ora omt c]t |h kmu j 0v'mq j ;la '7q , * ທຸກໆບັນຫາສຳຄັນທີ່ປະຊາ ຊົນສະເໜີຕໍ່ຜູ້ແທນກໍຄືສະມາຊິກສະ ພາແຫ່ງຊາດເຂດເລືອກຕັ້ງຂອງ ຕົນທີ່ລົງພົບປະຜ່ານມາ ລ້ວນແຕ່ ໄດ້ສະເໜີໃນກອງປະຊຸມສະໄໝ ສາ ມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄປຍັງລັດຖະບານ ເພື່ອ ພິຈາລະນາແກ້ໄຂ ແລະ ຈັດສັນງົບ ປະມານພັດທະນາສິ່ງທີ່ຈຳເປັນຕິດ ພັນກັບການຊີວິດການເປັນຢູ່ ສຸມໃສ່ ເຮັດໃຫ້ການດຳລົງຊີວິດໄດ້ຮັບການ ປັບປຸງດີຂຶ້ນ ແລະ ຫລຸດພົ້ນອອກ ຈາກຄວາມທຸກຍາກໃນຕໍ່ໜ້າ. ຕະຫລອດໄລຍະການດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ແຕ່ວັນທີ 10 ມິຖຸນາຫາ 2 ກໍລະກົດ 2024 ນີ້, ແມ່ນມີບັນຍາກາດຟົດ ຟື້ນ, ບັນດາ ສສຊ ລ້ວນແຕ່ເອົາໃຈ ໃສ່ນຳເອົາຄຳສະເໜີຂອງປະຊາຊົນ ເຂດເລືອກຕົນຢູ່ໃນກອງປະຊຸມສະ ພາ ທັງສຸມສະຕິເຫື່ອແຮງຄົ້ນຄວ້າ ປະກອບຄຳຄິດຄຳເຫັນຕໍ່ບັນຫາ ເສດຖະກິດ-ສັງຄົມ, ບັນຫາເງິນເຟີ້, ປາກທ້ອງຂອງສັງຄົມ, ກົດໝາຍ ແລະ ອື່ນໆ. ຂະນະທີ່ ທ່ານ ນາງ ສວຍເພັດ ທອງສົມບັດ ສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ກໍມີຄໍາເຫັນຕໍ່ ບົດລາຍງານຂອງລັດຖະບານບາງ ວຽກວ່າ: ສຳລັບວຽກການຈັດຕັ້ງ ປະຕິບັດບັນດາຄາດໝາຍພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ ໂດຍສະເພາະການສ້າງຄອບ ຄົວພົ້ນທຸກ, ບ້ານພົ້ນທຸກ, ຄອບຄົວ ພັດທະນາ ເຊິ່ງປີ 2023 ມີຄອບຄົວ ພົ້ນທຸກກວມເອົາ83.83%ບ້ານພົ້ນ ທຸກກວມເອົາ 69.69%ແລະ ເມືອງ ພົ້ນທຸກກວມເອົາ 48%ຖືວ່າເປັນຕົວ ເລກທີ່ດີ, ແຕ່ເຖິງຢ່າງໃດກໍຕາມນັ້ນ ແມ່ນຕົວເລກສະເລ່ຍ ເມື່ອເບິ່ງ ຕົວ ຈິງແລ້ວເຫັນວ່າ ຍັງມີບາງແຂວງ ຕົວເລກຄວາມທຸກຍາກຍັງສູງ ໂດຍ ສະເພາະແມ່ນແຂວງຫົວພັນ ເຊິ່ງ ປັດຈຸບັນນີ້ ອັດຕາສ່ວນຄອບຄົວທຸກ ຍາກຍັງ ກວມເອົາ 44,39% ບ້ານ ທຸກຍາກກວມເອົາ 67,82%. ໃນ ນີ້, ບ້ານທີ່ບໍ່ມີໄຟຟ້າຊົມໃຊ້ ຍັງມີ 44 ບ້ານ ກວມເອົາ 6,08% ການນໍາ ໃຊ້ໂທລະສັບ, ອິນເຕີເນັດ ບາງບ້ານ ຍັງມີຄວາມຫຍຸ້ງຍາກ, ເມືອງທຸກ ຍາກກວມເອົາຮ້ອຍສ່ວນຮ້ອຍໝາຍ ຄວາມວ່າ 10 ເມືອງ ໃນແຂວງຫົວ ພັນ ຍັງເປັນເມືອງທຸກຍາກ. ແນວໃດກໍຕາມ ຢູ່ໃນມະຕິກອງ ປະຊຸມສະພາແຫ່ງຊາດຊຸດທີ VIII ໄດ້ຮັບຮອງວ່າ ສ້າງເມືອງຊ່ອນ ແຂວງຫົວພັນແລະເມືອງນອງແຂວງ ສະຫວັນນະເຂດ ໃຫ້ເປັນເມືອງພົ້ນ ທຸກ, ແຕ່ມາຮອດປັດຈຸບັນ ສຳລັບ ເມືອງຊ່ອນ ຍັງບໍ່ທັນໄດ້ພົ້ນທຸກ ເຊິ່ງຜ່ານມາລັດຖະບານກໍຄືທ້ອງ ຖິ່ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຄາດໝາຍພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກ, ແຕ່ກໍຍັງມີ ຂໍ້ຫຍຸ້ງຍາກຫລາຍບັນຫາ ເຊິ່ງຈຸດ ສຸມບຸລິມະສິດຂອງສູນກາງ ແລະ ທ້ອງຖິ່ນ ໄດ້ກໍານົດຢ່າງຈະແຈ້ງ ແລ້ວແຕ່ການຈັດຕັ້ງປະຕິບັດຕົວຈິງ ການພັດທະນາຍັງບໍ່ເປັນໄປຕາມ ຈຸດສຸມທີ່ໄດ້ກໍານົດໄວ້ ເປັນຕົ້ນການ ສຸມທຶນຮອນເຂົ້າໃສ່ວຽກງານດັ່ງ ກ່າວ ອາດເປັນຍ້ອນວ່າມີທຶນຮອນ ໜ້ອຍ ເຮັດໃຫ້ການແບ່ງປັນມີຄວາມ ຫຍຸ້ງຍາກ,ການຈັດຕັ້ງຂັ້ນຮາກຖານ ບາງບ້ານຍັງບໍ່ທັນເຂັ້ມແຂງ, ກົນໄກ ການປະສານງານຂັ້ນຕ່າງໆ ບາງ ຄັ້ງບໍ່ທັນໂລ່ງລ່ຽນ ໂດຍສະເພາະ ແມ່ນເຂດຫ່າງໄກສອກຫລີກ. ທ່ານ ນາງ ສວຍເພັດ ທອງສົມບັດ ກ່າວ. ທ່ານ ນາງ ສວຍເພັດ ທອງສົມ ບັດກ່າວຕື່ມວ່າ: ຜ່ານການຕິດຕາມ ກວດກາ ແລະ ພົບບັນຫາຕົວຈິງຄື ດັ່ງກ່າວ ຈຶ່ງຂໍສະເໜີໃຫ້ຈັດສັນງົບ ປະມານໃສ່ວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ຫລາຍຂຶ້ນຕື່ມທັງແຍກເປັນບ້ວງ ສະເພາະໄດ້ກໍຍິ່ງເປັນການດີ ແລະ ໃຫ້ເບິ່ງຄືນແຂວງທີ່ທຸກຍາກຫລາຍ ຄືແຂວງຫົວພັນ, ຂໍໃຫ້ເບິ່ງຕາມສະ ພາບຄວາມເປັນຈິງ ບໍ່ຢາກໃຫ້ຈັດ ສັນ ເປັນເອກະພາບກັນເພາະຜ່ານ ມາແຂວງຫົວພັນກໍໄດ້ຮັບທຶນແຕ່ວ່າ ໜ້ອຍ ຖ້າທຽບໃສ່ຄວາມທຸກຍາກ ເພາະອັດຕາສ່ວນກວມສູງແລະຜ່ານ ມາການອະນຸມັດທຶນຍັງຊັກຊ້າ ເຮັດ ໃຫ້ການຈັດຕັ້ງປະຕິບັດຂອງບັນດາ ໂຄງການບໍ່ໄປຕາມກໍານົດເວລາ; ສຳລັບທຶນພັດທະນາເມືອງຊ່ອນ ຜ່ານມາລັດຖະບານກໍຈັດສັນໃຫ້ ແຕ່ຍັງບໍ່ສາມາດຕອບສະໜອງຕໍ່ ຄວາມຕ້ອງການ. ໃນນັ້ນ, ໄດ້ມາ ແລ້ວສ່ວນຫລາຍແມ່ນເອົາໄປຊໍາ ລະໜີ້ເກົ່າ ອັນທີ່ຈະມາພັດທະນາໃໝ່ ແມ່ນເຫລືອໜ້ອຍ ຈຶ່ງຂໍໃຫ້ລັດຖະ ບານຊ່ວຍຕື່ມ ເພື່ອໃຫ້ເມືອງຊ່ອນ ຫລຸດພົ້ນອອກຈາກເມືອງທຸກຍາກ ໄດ້ຕາມມະຕິຂອງສະພາແຫ່ງຊາດ ວາງໄວ້; ພ້ອມນີ້ ການພັດທະນາແຕ່ ລະຈຸດສຸມ ຄວນຫັນເອົາພະນັກງານ ລົງຊ່ວຍຮາກຖານທ້ອງຖິ່ນຕື່ມ ແລະ ຜູ້ຈະລົງໄປກໍຕ້ອງຄົບມາດຕະ ຖານເງື່ອນໄຂ, ພ້ອມນີ້ ຕ້ອງໄດ້ປັບ ປຸງກົນໄກການປະສານງານແຕ່ລະ ຂັ້ນ ແຕ່ລະຂະແໜງການໃຫ້ໄປໃນ ລວງດຽວກັນ ເພື່ອສ້າງເງື່ອນໄຂ ສະດວກຕໍ່ວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ດີຂຶ້ນກວ່າເກົ່າ. ຂະນະທີ່ພາຍຫລັງສຳເລັດກອງ ປະຊຸມສະໄໝສາມັນເທື່ອທີ 7 ຂອງ ສະພາແຫ່ງຊາດຊຸດທີ IXຄັ້ງນີ້, ບັນ ດາ ສສຊ ໃນແຕ່ລະເຂດທົ່ວປະເທດ ກໍພ້ອມທີ່ຈະນຳເອົາຜົນສຳເລັດກອງ ປະຊຸມລົງເຜີຍແຜ່ສູ່ຜູ້ມີສິດເລືອກ ຕັ້ງ, ພະນັກງານ-ລັດຖະກອນ, ທະ ຫານ-ຕຳຫລວດຮັບຮູ້ຢ່າງທົ່ວເຖິງ. * ສປປ ລາວ ເປັນປະເທດໜຶ່ງ ທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາ ກອນທໍາມະຊາດ ຊັບໃນດິນສິນໃນ ນໍ້າ, ມີຊະນິດພັນສັດປ່າ ຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງ ຫລາຍກວ່າ 500 ຊະນິດໂດຍສະ ເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ ຂອງໂລກ ເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ສັດ ປ່າຊະນິດອື່ນໆ.ສັດດັ່ງກ່າວແມ່ນມີ ຄວາມສໍາຄັນຕໍ່ການຮັກສາຄວາມ ອຸດົມສົມບູນຂອງຊັບພະຍາກອນ ປ່າໄມ້, ຄວາມສົມດຸນຂອງລະບົບນິ ເວດໃນທໍາມະຊາດ, ເປັນມໍລະດົກ ທາງທໍາມະຊາດອັນລໍ້າຄ່າ ຂອງ ຊາດລາວເຮົາ. ສະນັ້ນ, ເພື່ອເປັນການປູກຈິດ ສຳນຶກ ແລະ ສ້າງຄວາມຮັບຮູ້ເຂົ້າ ໃຈໃຫ້ແກ່ປວງ ໃນການປະກອບ ສ່ວນປົກປັກຮັກສາ ແລະ ອະນຸລັກ ທານ ສຸພານຸວົງ ທີ່ອຸທິດຕົນໃຫ້ແກ່ ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄື ການປົກປັກຮັກສາແລະສ້າງສາພັດ ທະນາປະເທດຊາດຂອງພວກເຮົາ. ໃນປີຜ່ານມາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບບັນດາ ອົງການປົກຄອງທ້ອງຖິ່ນໃນຂອບ ເຂດທົ່ວປະເທດ ຈັດກິດຈະກໍາໃນ ວັນປ່ອຍປາ ແລະ ອະນຸລັກ ສັດນໍ້າ- ສັດປ່າ ແຫ່ງຊາດ ໂດຍມີ ປະຊາຊົນ, ພໍ່ຄ້າຊາວຂາຍ, ຜູ້ປະກອບການລວມ ທັງອົງການຈັດຕັ້ງສາກົນທີ່ກ່ຽວ ຂ້ອງເຂົ້າຮ່ວມແລະໃຫ້ການສະໜັບ ສະໜູນແນວພັນປາ, ແນວພັນສັດ ນໍ້າ ແລະ ສັດປ່າ ຢ່າງເປັນຂະບວນ ຟົດຟື້ນ ຊຶ່ງຈໍານວນປາ ແລະ ສັດນໍ້າ ທີ່ໄດ້ປ່ອຍຄືນສູ່ທຳມະຊາດມີຈຳ ນວນຫລາຍລ້ານໂຕ ຊຶ່ງມີທັງປະ ເພດສັດປ່າປະເພດນົກ, ສັດເລືອ ຄານ ແລະ ສັດປະເພດອື່ນໆ. ປັດຈຸ ບັນ ໃນທົ່ວປະເທດມີສູນ, ສະຖານີ ທີ່ຜະລິດລູກປາຂອງລັດຈໍານວນ 53 ແຫ່ງ, ຟາມຜະລິດລູກປາ ຂອງ ເອກະຊົນ ຫລາຍກວ່າ 130 ແຫ່ງ ແລະ ການຜະລິດລູກປາແບບຄອບ ຄົວມີ 352 ແຫ່ງ ສາມາດສະໜອງ ແນວພັນປາ ໃຫ້ສັງຄົມ ໄດ້ໂດຍພື້ນ ຖານ ຈໍານວນ 383 ລ້ານໂຕ (ສະ ໜອງໄດ້ 72% ຂອງແຜນການ), ມີຟາມລ້ຽງສັດປ່າ, ສູນຂະຫຍາຍ ພັນສັດປ່າ ຫລາຍກວ່າ 10 ແຫ່ງ. ບັນດາສູນດັ່ງກ່າວໄດ້ຄົ້ນຄວ້າທົດ ລອງລ້ຽງແລະຂະຫຍາຍພັນສັດປ່າ ແລະ ປາພື້ນເມືອງໄດ້ຫລາຍຊະນິດ, ທົ່ວປະເທດມີວັງສະຫງວນປາ ຈໍາ ນວນ 1.050 ກວ່າວັງ, ໃນນັ້ນ ມີ ຄະນະຄຸ້ມຄອງວັງສະຫງວນ ແລ້ວ 819 ວັງ ແລະ ມີເຂດອະນຸລັກພັນ ສັດປ່າແຫ່ງຊາດ 1 ເຂດ. ສະເພາະແຜນການປ່ອຍປາ, ສັດນໍ້າ ແລະ ສັດປ່າ ໃນປີ 2024 ນີ້ ທາງຂະແໜງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ, ອົງການ ປົກຄອງທ້ອງຖິ່ນທົ່ວປະເທດ ກະ ກຽມແຜນການ ແລະ ຂະບວນການ ປ່ອຍປາ, ສັດນໍ້າ ແລະ ສັດປ່າ ເພື່ອ ຄືນຄວາມອຸດົມສົມບູນສູ່ທໍາມະ ຊາດ ແລະ ລົງສູ່ແຫລ່ງນໍ້າຕ່າງໆ ໂດຍມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 64 ລ້ານໂຕ. ຂະນະ ດຽວກັນການຈັດຕັ້ງປະຕິບັດວຽກ ງານອະນຸລັກສັດນໍ້າ-ສັດປ່າ ຈະບັນ ລຸຕາມແຜນການທີ່ວາງໄວ້ນັ້ນພາກ ສ່ວນຕ່າງໆທັງພາກລັດແລະ ເອກະ ຊົນ ໃນທົ່ວສັງຄົມຈົ່ງພ້ອມກັນຮ່ວມ ແຮງຮ່ວມໃຈເຂົ້າໃສ່ການພັດທະ ນາ, ຄຸ້ມຄອງ, ອະນຸລັກຮັກສາ ສັດ ນໍ້າ ແລະ ສັດປ່າ ໃຫ້ຫລາຍຂຶ້ນ, ແນ ໃສ່ເພີ່ມຄວາມອຸດົມສົມບູນທາງ ດ້ານຊະນິດພັນແລະຈໍານວນປະຊາ ກອນຂອງສັດນໍ້າ ແລະ ສັດປ່າ ທີ່ ເປັນມໍລະດົກທາງທໍາມະຊາດ ຂອງ ຊາດ ໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດ ຮອດເຊັ່ນ ລູກເຊັ່ນຫລານຂອງພວກເຮົາຕະ ຫລອດໄປ. ສັດນໍ້າ-ສັດປ່າ ທີ່ເປັນມູນມໍລະດົກ ຂອງຊາດລາວໃຫ້ມີຄວາມອຸດົມ ສົມບູນຕະຫລອດໄປນັ້ນພັກ ແລະ ລັດຖະບານ ໄດ້ກຳນົດເອົາວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ໂດຍໄດ້ເລີ່ມແຕ່ປີ 1997 ເປັນຕົ້ນ ມາ, ວັນສໍາຄັນດັ່ງກ່າວນີ້ ກໍໄດ້ກົງ ກັບວັນເກີດຂອງ ປະທານ ສຸພານຸ ວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງ ປວງຊົນລາວທັງຊາດ ຊຶ່ງໃນແຕ່ລະ ປີ ພວກເຮົາກໍໄດ້ພ້ອມກັນຈັດກິດຈະ ກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງ ກໍຄືທົ່ວສັງຄົມ ໃຫ້ເຫັນຄວາມສໍາ ຄັນຂອງການອະນຸລັກສັດນໍ້າ-ສັດ ປ່າ ແນໃສ່ເພີ່ມຄວາມອຸດົມສົມບູນ ໃຫ້ກັບທໍາມະຊາດປົກປັກຮັກສາລະ ບົບນິເວດ ໃຫ້ມີຄວາມສົມດູນ ແລະ ຍືນຍົງ. ພ້ອມດຽວກັນນີ້, ກໍເພື່ອຈາ ລຶກບຸນຄຸນ ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງ ປະ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==