5907

xtgmf]k; 6 02/07/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ບົດໂດຍ: ມາລີດາ ໂດຍ: ເກີດຂວັນໃຈ ມາລີຈັນສີ 8kflP']n 05 ,-a [.\j 0v'c0;'7e,j ;o gIa fm5 ]tdy f[= ]y dko ,u ]kpwfh dew]fu ກ່ອນໜ້ານັ້ນພາຍຫລັງປົດ ປ່ອຍປີ 1975 ນັບໄດ້ 49 ປີ, ຄົນ ສ່ວນໃຫຍ່ຮັບຮູ້ແຂວງຄໍາມ່ວນ ເປັນແຂວງໜຶ່ງຂອງ ສປປ ລາວ ທີ່ເປັນປ້ອມດ່ານໜ້າ ແລະ ມີຊາຍ ແດນເຊື່ອມໂຍງເຊື່ອມຈອດກັບໄທ, ຫວຽດນາມ ແລະ ເປັນຈຸດໃຈກາງ ທາງຜ່ານເຂົ້າລະຫວ່າງພາກເໜືອ, ພາກກາງ ແລະ ພາກໃຕ້ ເຊິ່ງແຂວງ ດັ່ງກ່າວໄດ້ຮັບການບັນທຶກໄວ້ໃນ ຄໍລໍາສົ່ງເສີມ ທຸລະກິດ ມື້ນີ້ ຈະ ພາທ່ານ ອອກຈາກ ນະຄອນຫລວງ ວຽງຈັນ ມາສ່ອງເບິ່ງ ແຂວງຄໍາ ມ່ວນ ເພື່ອມາຮູ້ຈັກຄົນພາຍແຂວງ ດັ່ງກ່າວທໍາມາຫາກິນ ແລະ ດໍາເນີນ ທຸລະກິດໄປທິດທາງໃດໃນຍຸກເສດ ຖະກິດຫຍຸ້ງຍາກ. ໜຶ່ງໃນນັ້ນແມ່ນບໍລິສັດວົງສອນ ສະໝຸດຈໍາກັດຫລື 7SS.SOL& $O ໃຫ້ບໍລິການສັງຄົມດ້ວຍທຸລະ ກິດບໍລິການເຖິງ7ກິດຈະການພາຍ ໃນ ເມືອງບົວລະພາ ແຂວງຄໍາມ່ວນ ເປັນຕົ້ນ: ບໍລິສັດນໍ້າດື່ມ, ເຮືອນພັກ, ຮ້ານອາຫານ, ຊີ້ນດາດ, ກາແຟ, ບົດລາຍງານຂອງອົງການເກັບກູ້ລະ ເບີດສາກົນວ່າເປັນໜຶ່ງໃນຈໍານວນ 3 ແຂວງຂອງລາວ(ຊຽງຂວາງ, ສະຫວັນນະເຂດ ແລະ ຄໍາມ່ວນ) ທີ່ ມີການຖິ້ມລະເບີດ ແລະ ມີລະເບີດ ຕົກຄ້າງຫລາຍທີ່ສຸດ. ແຕ່ທ່ານຮູ້ ຫລື ບໍ່ວ່າແຂວງຄໍາ ມ່ວນ ນັ້ນບໍ່ໄດ້ມີຊື່ສຽງເລື່ອງປະ ຫວັດສາດນອງເລືອດໃນຍຸກສະໄໝ ຕໍ່ສູ້ກູ້ຊາດກັບພວກຈັກກະພັດລ່າ ເມືອງຂຶ້ນເທົ່ານັ້ນ ຫາກຍັງມີຕໍາ ນານເລົ່າຂານເລືີອງເທບນິຍາຍອັນ ເພື່ອຕອບສະໜອງກັບເປົ້າໝາຍ ທີ່ການນໍາຂັ້ນແຂວງໄດ້ກຳນົດໃຫ້ ມີການເປີດແຫລ່ງທ່ອງທ່ຽວໃໝ່ ຈຳນວນ 2 ແຫລ່ງ ເພື່ອຕ້ອນຮັບປີ ທ່ອງທ່ຽວລາວ 2024 ປະກອບມີ: ຂຸນກອງແລງ ເມືອງຫີນບູນ ແລະ ຕາດສຽງລື ເມືອງບົວລະພາ. ໃນນີ້ແມ່ນເລັ່ງໃສ່ປັບປຸງເສັ້ນ ທາງເຂົ້າຫາຈຸດບໍລິການ ໃຫ້ຄວາມ ສະດວກ ແລະ ກໍ່ສ້າງເສັ້ນທາງຍ່າງ ເຂົ້າຫາຕາດ, ການກໍ່ສ້າງຮ້ານອາ ຫານ, ຫ້ອງນໍ້າສະອາດ, ກໍ່ສ້າງ ຂົວອູ່ ແລະ ສິ່ງອຳນວຍຄວາມສະ ດວກອື່ນໆ ຊຶ່ງຄາດວ່າຈະໃຫ້ສຳ ເລັດ ພ້ອມທັງເປີດໃຫ້ບໍລິການແກ່ ນັກທ່ອງທ່ຽວ ໃນລະຫວ່າງເດືອນ ພຶດສະພາ ຫາ ເດືອນມິຖຸນາ 2024 ເພາະເປັນໄລຍະທີ່ມີນໍ້າຫລາຍ ເຮັດ ໃຫ້ນໍ້າຕົກຕາດມີຄວາມສວຍງາມ ທີ່ສຸດ. ລືຊື່ (ທ້າວ ສີໂຄດຕະບອງ) ແລະ ມີ ສະຖານທີ່ທ່ອງທ່ຽວມີຊື່ສຽງໂດ່ງ ດັງໄປໄກຮອດອາຊຽນອີກດ້ວຍໂດຍ ສະເພາະຖໍ້າກອງລໍ, ຖໍ້າຊ້າງລອດ, ບ້ານຄົນບັງບົດ ແລະ ອື່ນໆ ແນວໃດ ກໍດີ ມື້ນີ້ຜູ້ຂຽນຈະນໍາເອົາເລື່ອງ ລາວໃໝ່ທີ່ໜ້າຕື່ນເຕັ້ນມາເລົ່າສູ່ ທ່ານຜູ້ອ່ານຟັງອີກຄື: ແຫລ່ງທ່ອງ ທ່ຽວທຳມະຊາດນໍ້າຕົກຕາດສຽງ ລືຫາກໍຄົ້ນພົບໃນປ່າສະຫງວນ, ມີ ຄວາມສູງຊັນ ແລະ ເປັນຮູບຂັ້ນໄດ 20 ກວ່າຊັ້ນໄຫລ່ມາຈາກຈອມພູ ຜ່ານປ່າດົງຕືບໜາ ແລະ ລົງສູ່ແມ່ນໍ້າ ຫ້ວຍນ້ອຍ-ໃຫຍ່ປ່ອງໃສ່ນໍ້າຂອງ. ຫລາຍຄົນໄປເຫັນມາແລ້ວຈົນ ບໍ່ຢາກເຊື່ອສາຍຕາເພາະຄ້າຍໆຄື ເທວະດາໃນເທບນິຍາຍປັ້ນແຕ່ງ ແລະ ເນລະມິດໃຫ້ເກີດເປັນນໍ້າຕົກ ທີ່ສວຍງາມທີ່ສຸດບໍ່ຕ່າງຫຍັງຂັ້ນ ໄດສະຫວັນ ແລະ ແດນເນລະມິດ ໃນຮູບເງົາຮາລີວູດ “ອາວາຕານ” ເຊິ່ງມັນເກີດຈາກທໍາມະຊາດປັ້ນ ແຕ່ງຂຶ້ນເອງ. ປັດຈຸບັນນີ້ແຫລ່ງທ່ອງທ່ຽວທຳ ມະຊາດນໍ້າຕົກຕາດສຽງລື ເມືອງ ບົວລະພາ ແຂວງຄຳມ່ວນ ພວມຈະ ກາຍເປັນຂຸມຊັບໃໝ່ຂອງແຂວງ ຄໍາມ່ວນ ເມື່ອມີນັກທຸລະກິດຫົວໃສ, ຊາວລາວເຮົາເອງ ໄດ້ຮັບການສຳ ປະທານແລະພັດທະນາໂດຍກຸ່ມບໍລິ ສັດສາຍພູຫລວງ ໃນເນື້ອທີ່33 ເຮັກ ຕາ, ໃນມູນຄ່າການລົງທຶນທັງໝົດ 12 ລ້ານກວ່າໂດລາ ແລະ ມີໄລຍະ ການສຳປະທານ40ປີ ເຊິ່ງເປັນຮູບ ແບບການລົງທຶນພາຍໃນ 100%. ການພັດທະນາໃນພາບລວມ ນັ້ນກໍາລັງຂຸ້ນຂ່ຽວດໍາເນີນການປັບ ປຸງກໍ່ສ້າງພື້ນຖານໂຄງລ່າງ ເພື່ອ ຮອງຮັບໃຫ້ແກ່ການທ່ອງທ່ຽວ ໂດຍສະເພາະແມ່ນການກໍ່ສ້າງເສັ້ນ ທາງເຂົ້າສູ່ແຫລ່ງທ່ອງທ່ຽວຕາດ ສຽງລື, ການຈັດສັນພື້ນທີ່ເພື່ອສ້າງ ຈຸດບໍລິການແລະພື້ນຖານໂຄງລ່າງ ດ້ານກິດຈະກໍາອື່ນໆ ທີ່ຕິດພັນກັບ ການບໍລິການ-ການທ່ອງທ່ຽວ. ທ່ານ ອຳພອນ ບຸນຍາລາດ ປະ ທານກຸ່ມບໍລິສັດ ສາຍພູຫລວງ ໄດ້ ລາຍງານຄວາມຄືບໜ້າໃນການພັດ ທະນາແຫລ່ງທ່ອງທ່ຽວດັ່ງກ່າວ ວ່າ: ປັດຈຸບັນແມ່ນກຳລັງກໍ່ສ້າງພື້ນ ຖານໂຄງລ່າງທີ່ມີຄວາມຈຳເປັນ ຮັບໃຊ້ລູກຄ້າໃນ7ກິດຈະການ ໂດຍ ກິດຈະການທໍາອິດ ແມ່ນຮ້ານອາ ຫານແລະຄາລາໂອເກະໃກ້ກັບຫ້ອງ ການບໍລິສັດໂດຍໃສ່ຊື່ວ່າ ຮ້ານອາ ຫານສະບາຍດີນາເພົ້າ ທັງນີ້ກໍ່ ເພື່ອ ເປັນການບໍລິການແຂກ ແລະ ມວນ ຊົນທີ່ສັນຈອນໄປມາຕາມສາຍທາງ ເລກທີ 12, ຕໍ່ຈາກຮ້ານອາຫານ ແມ່ນມີແນວຄິດສ້າງໂຮງງານນໍ້າ ດື່ມເຫດຜົນຍ້ອນວ່າຜ່ານມາພາຍ ໃນບ້ານ ຍັງບໍ່ມີໂຮງງານນໍ້າດື່ມ ເບື້ອງຕົ້ນແມ່ນບັນຈຸນໍ້າດື່ມໃສ່ຕຸກ ໃຫຍ່ທີ່ມີຂະໜາດ 18 ລິດ. ພາຍ ຫລັງທີ່ໄດ້ຜະລິດໃສ່ຕຸກໃຫຍ່ມາໄດ້ ປະມານ 3 ປີ ຈຶ່ງໄດ້ຫັນມາຜະລິດ ນໍ້າດື່ມບັນຈຸໃສ່ຕຸກນ້ອຍທີ່ມີການ ຫຸ້ມຫໍ່ທີ່ໄດ້ມາດຕະຖານ ແລະ ມີຄຸນ ນະພາບເຊິ່ງໃສ່ຊື່ວ່ນໍ້າດື່ມ ວີເອັມ (7.) ລວມມີ 4 ຂະໜາດຄື: ຂະ ໜາດ 250 ມີລີລິດ, 350 ມີລີລິດ, 600 ມີລີລິດ ແລະ 1.500 ມີລີລິດ. ປັດຈຸບັນນໍ້າດື່ມບໍລິສຸດ ທີ່ຜະລິດ ອອກມາແມ່ນຈໍາໜ່າຍຢູ່ພາຍໃນ ແຂວງຄໍາມ່ວນ ເປັນຕົ້ນແມ່ນ ເມືອງ ບົວລະພາ, ເມືອງຍົມມະລາດ, ເມືອງ ນາກາຍ, ເຂດຫລັງຄັງ, ແຂວງສະ ຫວັນນະເຂດ ແລະ ເມືອງທ່າແຂກ ສ່ວນໜຶ່ງ. ນອກຈາກທຸລະກິດຮ້ານອາຫານ ແລະ ນໍ້າດື່ມແລ້ວກໍ່ຍັງມີທຸລະກິດ ເຮືອນພັກເຊິ່ງໃສ່ຊື່ວ່າ ເຮືອນພັກ (7.) ໂດຍມີຈໍານວນ ຫ້ອງທັງ ໝົດ 20 ຫ້ອງ, ແຕ່ລະຫ້ອງແມ່ນ ມີຄວາມສະອາດພ້ອມກັບສິ່ງອໍາ ນວຍຄວາມສະດວກຕ່າງໆ ແລະ ອີກສ່ວນໜຶ່ງແມ່ນກໍາລັງກໍ່ສ້າງຢູ່ ທັງນີ້ກໍ່ເພື່ອແນໃສ່ບໍລິການແຂກ ທັງພາຍໃນ ແລະ ຕ່າງປະເທດ , ພ້ອມກັນນັ້ນກໍ່ຍັງມີຮ້ານຊີ້ນດາດ- ປາຈຸ່ມ, ຮ້ານກາເຟ, ຂາຍເຄື່ອງກໍ່ ສ້າງ ແລະ ຮ້ານມິນີມາກ ແມ່ນຕັ້ງຢູ່ ຕິດກັນກັບສາຍທາງເລກທີ 12. ຂາຍເຄື່ອງກໍ່ສ້າງ ແລະ ຮ້ານມີນິ ມາກ ເພື່ອເປັນຂໍ້ມູນໃຫ້ຫລາຍທ່ານ ທີ່ມີແຜນມາຢ້ຽມຢາມ ແຂວງຄໍາ ມ່ວນ ກໍສາມາດແວ່ພັກເຊົາທີ່ເຮືອນ ພັກ (7.) ຮັບຮອງວ່າຈະບໍ່ຜິດ ຫວັງເພາະມີຫລາຍບໍລິການພ້ອມ ອໍານວຍຄວາມສະດວກສໍາລັບທ່ານ. ທ່ານ ພູໄຂ ວົງສອນສະໝຸດ ຜູ້ ອໍານວຍການບໍລິສັດ ວົງສອນສະ ໝຸດຈໍາກັດໄດ້ໃຫ້ສໍາພາດວ່າ: ເບື້ອງ ຕົ້ນຕົນເອງໄດ້ເຮັດກ່ຽວກັບ ຊິບປິ້ງ ມາໄດ້ 2 ປີ ກ່ອນຈະມາສ້າງຕັ້ງ ບໍລິສັັດ ວົງສອນສະໝຸດ ຈໍາກັດ ຫລື 7SS. SOL& $O ; LT% ໃນປີ 2014 ທັງນີ້ກໍ່ເພື່ອໃຫ້ມີຈຸດຢືນ ແກ່ຕົນເອງໃນການດໍາເນີນທຸລະ ກິດ ແລະ ເຮັດວຽກ ບໍລິການ ເພື່ອ ທ່ານ ພູໄຂ ວົງສອນສະໝຸດ ໄດ້ ກ່າວຕື່ມອີກວ່າ: ຄຽງຄູ່ກັບຂໍ້ສະ ດວກກໍ່ຍັງມີບັນຫາຂໍ້ຫຍຸ້ງຍາກໃ ນການດໍາເນີນທຸລະກິດຈໍານວນ ໜຶ່ງທີ່ຈະຕ້ອງໄດ້ຮັບການແກ້ໄຂ ໂດຍໄວ ເປັນຕົ້ນ ອັດຕາແລກປ່ຽນ ເງິນຕາຕ່າງປະເທດທີ່ມີການປັບ ຕົວສູງຂຶ້ນເຮັດໃຫ້ເງິນກີບຂອງ ລາວອ່ອນຄ່າສົ່ງຜົນສະທ້ອນໃຫ້ ແກ່ຕົ້ນທຶນການຜະລິດໂດຍສະເພາະ ແມ່ນວັດຖຸອຸປະກອນທີ່ຕິດພັນກັບ ການຜະລິດ. ນອກຈາກນັ້ນແມ່ນປັນ ຫາກ່ຽວກັບໄຟຟ້າພາຍໃນເຂດ ຫລັງ ຄັງທີ່ມາບໍ່ເປັນປົກກະຕິສົ່ງຜົນໃຫ້ ເຄື່ອງໃຊ້ໄຟຟ້າຈໍານວນໜຶ່ງເກີດ ຄວາມເສຍຫາຍຈໍາເປັນຕ້ອງ ໄດ້ຊື້ ຈັກປັ່ນໄຟຈໍານວນ 2 ໜ່ວຍ ເພື່ອ ມາຮັບໃຊ້ເຂົ້າໃນໜ້າທີ່ວຽກງານ ອັນຈໍາເປັນຂອງບໍລິສັດ .

RkJQdWJsaXNoZXIy MTc3MTYxMQ==