5907

xtgmf]k; 4 3]d c]t gsfdko ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ອ່ານຕໍ່ສະ—Å —ໜ້າ 02/07/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp [5 d[n olh k'glA omk'wxmk'|h kIj ;,da oG dv'xt-5 ,l5 fpvfgrnj vvtok7q f ຂປລ. ພວກເຮົາ ພວມຢືນຢູ່ຈຸດ ທີ່ເປັນບາດລ້ຽວອັນສຳຄັນຍິ່ງໃນ ເວທີລະດັບໂລກ ເຊິ່ງປັດຈຸບັນ ພວມຜະເຊີນກັບຫລາຍວິກິດການ; ໝາກຜົນຂອງການພັດທະນາທີ່ໄດ້ ມາຢ່າງຍາກລຳບາກກຳລັງຖືກຄຸກ ຄາມ, ບັນດາຂໍ້ຂັດແຍ່ງທີ່ຮຸນແຮງ ກຳລັງລຸກລາມ, ຫລາຍປະເທດຖືກ ວິກິດໜີ້ສິນແລະຄ່າຄອງຊີບ, ຄວາມ ບໍ່ສະເໝີພາບ ແລະ ການຍົກຍ້າຍ ຖິ່ນຖານໄດ້ແຜ່ລາມເປັນວົງກວ້າງ; ການປ່ຽນແປງດິນຟ້າອາກາດ ພວມ ສ້າງຄວາມຫຍຸ້ງຍາກລຳບາກທີ່ ສຸດໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກທີ່ ສຸດ ແລະ ເຕັກໂນໂລຊີໃໝ່ໆພັດໄດ້ ເພີ່ມໄພຄຸກຄາມອັນໃໝ່ຕື່ມ ໂດຍບໍ່ ໄດ້ຊ່ວຍເຫລືອມວນມະນຸດໃນການ ຫລຸດຜ່ອນຄວາມແຕກໂຕນດ້ານ ດີຈິຕອນທີ່ມີຢູ່ໄດ້. ພວກເຮົາຮັບຊາບນຳກັນວ່າ ບໍ່ມີປະເທດໃດໜຶ່ງຈະສາມາດຜະ ເຊີນກັບສິ່ງທ້າທາຍເຫລົ່ານີ້ໄດ້ ໂດຍລຳພັງ, ບັນຫາເຫລົ່ານີ້ຮຽກ ຮ້ອງໃຫ້ຕ້ອງມີວິທີການແກ້ໄຂໃນ ລະດັບສາກົນ ແຕ່ລະບົບຫລາຍຝ່າຍ ທີ່ມີໄວ້ເພື່ອແກ້ໄຂສິ່ງທ້າທາຍສະ ໄໝໃໝ່ພັດບໍ່ທັນສະໄໝ, ລະບົບໂຄງ ສ້າງສາກົນ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງສາກົນໄດ້ຖືກສ້າງຂຶ້ນ ໃນສັດຕະວັດທີ່ຜ່ານມາ, ລະບົບ ການເງິນສາກົນ ກໍຫລ້າສະໄໝເຊັ່ນ ກັນ ເຊິ່ງສະທ້ອນໃຫ້ເຫັນສະພາບ ຂອງໂລກ ໃນຕອນທີ່ມັນໄດ້ຖືກສ້າງ ຕັ້ງຂຶ້ນມາເກືອບ 80 ປີທີ່ແລ້ວ. ສະ ຖາບັນເຫລົ່ານີ້ຍັງຂາດກະບອກ Œ£ນ©ດຍ ທ່ານ ©ພ«‘ «Œ¦ພິທÌ ນ ຮອງລÅ ດ•ະມົນຕີກະ‘ວງການຕ່າງ ປະເທດ ແ ່ງ ສປປ ລາວ ແລະ ທ່ານ —Å ກ©ຮເດຍ ເ—ີະນÑ ອœ ™Ì້ ປະສານ ງານອົງການສະ ະປະ‘າ‘າດ ປະຈ¦ ສປປ ລາວ ສຽງ ແລະ ການເປັນຕົວແທນຂອງ ບັນດາປະເທດກໍາລັງພັດທະນາ ທີ່ ບໍ່ໄດ້ຮັບການສະໜັບສະໜູນຢ່າງ ເໝາະສົມໃນຄວາມພະຍາຍາມ ຂອງປະເທດເຫລົ່ານີ້ ທີ່ຈະບັນລຸເປົ້າ ໝາຍການພັດທະນາແບບຍືນຍົງ (ປພຍ). ພວກເຮົາຍັງເຫລືອເວລາເຖິງ 7 ປີກໍຈະຮອດກຳນົດເວລາຂອງ ການບັນລຸ ປພຍ, ແຕ່ການເກີດວິກິດ ການທັງໝົດເຫລົ່ານີ້ ໄດ້ສະແດງ ໃຫ້ເຫັນວ່າລະບົບຫລາຍຝ່າຍໃນປັດ ຈຸບັນບໍ່ສາມາດຮັບປະກັນອະນາຄົດ ໄດ້, ໂລກຂອງພວກເຮົາຕ້ອງຄິດຄື ໃໝ່ ເພື່ອປະຕິຮູບ ແລະ ຟື້ນຟູລະບົບ ຫລາຍຝ່າຍ ເພື່ອໃຫ້ແທດເໝາະກັບ ໂລກທີ່ພວກເຮົາອາໄສຢູ່ໃນປັດຈຸບັນ. ຍ້ອນສະພາບດັ່ງກ່າວ, ທ່ານເລ ຂາທິການໃຫຍ່ ອົງການສະຫະປະ ຊາຊາດ ຈຶ່ງໄດ້ຮຽກຮ້ອງໃຫ້ບັນດາ ຜູ້ນຳໂລກມາເຕົ້າໂຮມກັນໃນກອງ ປະຊຸມສຸດຍອດເພື່ອອະນາຄົດ ແນ ໃສ່ໃຫ້ມີການຈິນຕະນາການຄືນໃໝ່ ກ່ຽວກັບລະບົບສາກົນ ໂດຍຜ່ານ ຄວາມສາມັກຄີ ແລະ ການປະສານ ສົມທົບກັນໃນທົ່ວໂລກກອງປະຊຸມ ສຸດຍອດດັ່ງກ່າວ ຈະຈັດຂຶ້ນໃນວັນ ທີ 22-23 ກັນຍາ 2024 ທີ່ນະຄອນ ນິວຢອກ ເຊິ່ງຖືເປັນໂອກາດພິເສດ ໜຶ່ງ ສຳລັບບັນດາປະມຸກລັດ/ຫົວ ໜ້າລັດຖະບານ ໃນການຮ່ວມກັນ ຮັບມືກັບບັນດາວິກິດການທີ່ທັບ ຊ້ອນກັນ ໂດຍຜ່ານລະບົບການຮ່ວມ ມືຫລາຍຝ່າຍ ທີ່ມີຄວາມເປັນທຳ, ກວມລວມແລະມີປະສິດທິຜົນຫລາຍ ຂຶ້ນກວ່າເກົ່າ-ເປັນລະບົບທີ່ເຮັດໜ້າ ທີ່ເພື່ອຜົນປະໂຫຍດຂອງໝົດທຸກປະ ເທດ ແລະ ໝົດທຸກຄົນ ແລະ ເປັນລະ ບົບທີ່ເຮັດໃຫ້ທຸກຄົນສາມາດພ້ອມ ກັນກ້າວໄປ. ກອງປະຊຸມສຸດຍອດຄັ້ງນີ້, ຈະ ເປັນການເລີ່ມຂະບວນການປ່ຽນ ແປງທີ່ຈຳເປັນໃນລະດັບໂລກ ເພື່ອ ກະຕຸກຊຸກຍູ້ຄວາມສຳເລັດໃນລະດັບ ຊາດ ໂດຍສານຕໍ່ຜົນຂອງກອງປະ ຊຸມສຸດຍອດ ປພຍ ທີ່ຜ່ານມາ, ກອງ ປະຊຸມບັນດາຜູ້ນຳໂລກໃນປີນີ້ຈະ ເປັນເວທີ ເພື່ອເລັ່ງລັດການປະຕິບັດ ວາລະປີ 2030 ເພື່ອການພັດທະນາ ແບບຍືນຍົງ. ຈຸດປະສົງຫລັກ ຂອງ ກອງປະຊຸມສຸດຍອດ ແມ່ນເພື່ອ ສ້າງເອກະສານ ຂໍ້ຕົກລົງເພື່ອອະນາ ຄົດທີ່ເນັ້ນໃສ່ການຈັດຕັ້ງປະຕິບັດ ຕົວຈິງ ເຊິ່ງປະກອບມີ 5 ພາກທີ່ ສຳຄັນ ຄື: ການພັດທະນາແບບຍືນ ຍົງ ແລະ ການສະໜອງເງິນທຶນ; ສັນ ຕິພາບ ແລະ ຄວາມໝັ້ນຄົງສາກົນ; ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ; ສ້າງຄວາມເຂັ້ມແຂງ ໃຫ້ແກ່ຊາວໜຸ່ມ ແລະ ຄົນຮຸ່ນຕໍ່ໄປ ແລະ ການຫັນປ່ຽນລະບົບການປົກ ຄອງຂອງໂລກ. ທຸກໆທາງເລືອກທີ່ພວກເຮົາຕັດ ສິນໃຈໃນມື້ນີ້, ຈະມີຜົນກະທົບຍາວ ນານຕໍ່ຄົນຮຸ່ນຫລັງ. ຖ້າພວກເຮົາກະ ຈາຍຊັບພະຍາກອນ ແລະ ກາລະ ໂອກາດຢ່າງເປັນທຳຫລາຍເທົ່າ ໃດ, ພວກເຮົາກໍຍິ່ງປູພື້ນຖານໄປສູ່ ຜົນໄດ້ຮັບທີ່ດີກວ່າໃຫ້ແກ່ຄົນຮຸ່ນ ຕໍ່ໆໄປຫລາຍເທົ່ານັ້ນ. ໃນນັ້ນລວມມີ ການຊຸກຍູ້ການປະຕິຮູບໂຄງສ້າງ ການເງິນສາກົນ ເພື່ອໃຫ້ລະບົບດັ່ງ ກ່າວສາມາດຕອບສະໜອງຕາໜ່າງ ຄວາມປອດໄພທີ່ມີປະສິດທິຜົນໃຫ້ ແກ່ບັນດາປະເທດກຳລັງພັດທະນາ ທີ່ພວມປະສົບກັບບັນຫາທ້າທາຍ ດ້ານງົບປະມານໃນການຮັກສາ ການລົງທຶນທີ່ຈຳເປັນດ້ານຊັບພະ ຍາກອນມະນຸດ ເພື່ອສ້າງເສດຖະກິດ ທີ່ເຂັ້ມແຂງຂຶ້ນໃນອະນາຄົດ. ນອກ ຈາກນັ້ນ, ຍັງໝາຍເຖິງການປະຕິ ບັດງານດ້ານດິນຟ້າອາກາດທີ່ເດັດ ຂາດຫລາຍຂຶ້ນກວ່າເກົ່າ,ຖືເອົາ ຄວາມຕ້ອງການຂອງຜູ້ທີ່ບໍ່ໄດ້ປະ ກອບສ່ວນໃນບັນຫາການປ່ຽນແປງ ດິນຟ້າອາກາດແຕ່ພັດກາຍເປັນຜູ້ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ທີ່ສຸດ ໂດຍສະເພາະບັນດາປະເທດ ດ້ອຍພັດທະນາ. ອີກຢ່າງໜຶ່ງແມ່ນ ກ່ຽວຂ້ອງກັບການປິດຊ່ອງຫວ່າງ ຄວາມແຕກໂຕນທາງດ້ານດີຈິຕອນ ແລະ ການນໍາໃຊ້ເຕັກໂນໂລຊີໃໝ່ໆ ເຊັ່ນ: ປັນຍາປະດິດເພື່ອເປັນສິ່ງ ຊຸກຍູ້ໃນທາງບວກ ສໍາລັບມວນມະ ນຸດທັງໝົດບໍ່ພຽງແຕ່ສໍາລັບຜູ້ທີ່ມີ ກຳລັງຈ່າຍໄດ້ເທົ່ານັ້ນ. ຂປລ.ໃນວັນທີ27ມິຖຸນາ2024 ຄະນະກວດກາພັກ ອົງການໄອຍະ ການປະຊາຊົນສູງສຸດ (ອອປສ) ໄດ້ດໍາເນີນກອງປະຊຸມສະຫລຸບ ວຽກງານກວດກາພັກ ປະຈໍາໄຕ ມາດ II (4,5,6)ປີ2024ແລະທິດ ທາງແຜນການວຽກງານຈຸດສຸມ ປະຈຳໄຕມາດIII(7,8,9) ປີ2024 ພາຍໃຕ້ການເປັນປະທານຂອງສະ ຫາຍ ບຸນທັນ ບຸນທະວິໄລ ຮອງ ເລຂາຄະນະບໍລິຫານງານພັກ,ປະ ທານກວດກາພັກ, ຮອງຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ມີບັນດາຮອງປະທານຄະນະກວດ ກາພັກ, ຮອງເລຂາໜ່ວຍພັກຜູ້ເຮັດ ວຽກງານກວດກາໜ່ວຍພັກຫ້ອງ ການ, ພະນັກງານຫລັກແຫລ່ງຂອງ ກົມກວດກາອົງການໄອຍະການປະ ຊາຊົນສູງສຸດ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ຄໍານຸ ທອນ ສູນວິເລີດ ຮອງປະທານກວດ ກາພັກ, ຫົວໜ້າກົມກວດກາອົງການ ໄອຍະການປະຊາຊົນສູງສຸດ ໄດ້ຍົກ ໃຫ້ເຫັນເຖິງດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການ ຈັດຕັ້ງຕິບັດວຽກງານກວດກາໄຕ ມາດທີ່ຜ່ານມາ ເປັນຕົ້ນແມ່ນການ ຕິດຕາມ, ກວດກາການປະຕິບັດໜ້າ ທີ່ຂອງການຈັດຕັ້ງ, ສະມາຊິກພັກ, ພະນັກງານ-ລັດຖະກອນຂອງອົງ ການໄອຍະການປະຊາຊົນສູງສຸດ ຈາກນັ້ນບັນດາສະຫາຍກໍໄດ້ມີການ ປະກອບຄໍາຄິດເຫັນຕໍ່ບົດສະຫລຸບ ຢ່າງກົງໄປກົງມາ ແລະ ໄດ້ມີການ ລາຍງານບັນດາປະກົດການຫຍໍ້ທໍ້ ຕ່າງໆທີ່ເກີດຂຶ້ນພາຍໃນໜ່ວຍພັກ ຂອງຕົນ. ນອກຈາກນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານກ່ຽວ ກັບຄວາມພ້ອມໃນການກະກຽມດໍາ ເນີນກອງປະຊຸມ ໃຫຍ່ III ຂັ້ນ ຂອງ ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະ ນະພັກອົງການໄອຍະການປະຊາຊົນ ສູງສຸດ ເປັນຕົ້ນ ການກະກຽມຮ່າງ ບົດລາຍງານການເມືອງ, ແຜນພັດ ທະນາວຽກງານຕ່າງໆ, ບົດສໍາ ຫລວດການນໍາພາລວມ ແລະ ດ້ານ vvxl lts]5 [;Pd'kod;fdkra d xt9ew8,kf xu 20 24 ເປີດງານສົ່ງເສີມ... ສະພາແຫ່ງຊາດ ຮັບຮອງ... ສູນບໍລິການ... ຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍຄະນະ ບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີ ຮອງປະທານສະມາຄົມທຸລະກິດ ທ່ອງທ່ຽວລາວ ແລະ ຜູ້ຊ່ວຍອໍາ ນວຍການສູນການຄ້າວຽງຈັນເຊັນ ເຕີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າ ຮ່ວມ. ງານສົ່ງເສີມການທ່ອງທ່ຽວ ພາຍໃນ ພາຍໃຕ້ຊື່ງານ “Let’ Travel ບິນ ກິນ ທ່ຽວ ຄົບຈົບໃນ ງານດຽວ“ ຖືເປັນການຮ່ວມຈັດ ງານສົ່ງເສີມການທ່ອງທ່ຽວລາວ ເປັນຄັ້ງທີ 4 ແນໃສ່ສົ່ງເສີມພາກ ຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ທຸລະກິດທ້ອງຖິ່ນ ພາຍໃນ ປະເທດ ໃຫ້ມີຄວາມເຂັ້ມແຂງຂຶ້ນ ກວ່າເກົ່າ ເພື່ອຊຸກຍູ້ສົ່ງເສີມປີທ່ອງ ທ່ຽວລາວ 2024 ໃຫ້ມີບັນຍາ ກາດອັນຄຶກຄື້ນ ແນໃສ່ດຶງດູດເອົາ ນັກທ່ອງທ່ຽວທັງພາຍໃນແລະຕ່າງ ປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ, ທັງເປັນການ ດຶງເອົານັກທ່ອງທ່ຽວພາຍໃນ ສປປ ລາວ ອອກໄປທ່ອງທ່ຽວຕ່າງປະ ເທດ ຕື່ມອີກ. ງານໃນຄັ້ງນີ້, ຜູ້ເຂົ້າຮ່ວມຍັງມີ ສິດຮ່ວມລຸ້ນຮັບລາງວັນປີ້ຍົນພາຍ ໝາຍວ່າດ້ວຍການຕ້ານການຟອກ ເງິນ ແລະ ການສະໜອງທຶນໃຫ້ ການປັບປຸງທາງ ໃນຈຸດທີ່ມີສາຍໄຟ ຝັງດິນ. ສຳລັບດ້ານໃນເຕັກນິກເກີດ ຈາກອຸປະກອນໄຟຟ້າເປ່ເພ, ເສຍ ຫາຍຕ້ອງໄດ້ດັບໄຟ ເພື່ອສ້ອມແປງ. ຢ່າງໃດກໍຕາມເພື່ອເຮັດໃຫ້ປະ ຊາຊົນພາຍໃນເມືອງຫາດຊາຍຟອງ ໄດ້ຊົມໃຊ້ໄຟຟ້າຢ່າງພຽງພໍ ແລະ ເປັນປົກກະຕິສູນບໍລິການໄຟຟ້າ ເມືອງຫາດຊາຍຟອງ ໄດ້ມີແຜນ ດຳເນີນການຈັດຕັ້ງປະຕິບັດເປັນ ຕົ້ນ ພາກຕາຂ່າຍ 22 ກິໂລໂວນ ຈະ ປ່ຽນສາຍຕາຂ່າຍນ້ອຍເປັນໃຫຍ່ ແຕ່ວົງວຽນສົມສະໜຸກຫາກົງເຕີ ຕໍ່ເຂດບ້ານສົມຫວັງ, ປ່ຽນສາຍ ຕາຂ່າຍນ້ອຍເປັນໃຫຍ່ ແຕ່ວົງວຽນ ສົມສະໜຸກຫາກົງເຕີຕໍ່ເຂດດອນ ກອຍ. ພາກຕາຂ່າຍ 0.4 ກິໂລໂວນ ຈະປ່ຽນສາຍຕາຂ່າຍນ້ອຍເປັນ ໃຫຍ່ ແລະ ເປືອຍເປັນຫຸ້ມຢູ່ເຂດ ບ້ານຖິ່ນເພຍ. ສຳລັບພາກໝໍ້ແປງ 22/0.4 ກິໂລໂວນ ມີແຜນຈະປັບ ປຸງຍົກກຳລັງໝໍ້ແປງ ແລະ ປ່ຽນໝໍ້ ແປງໃຫ້ມີກຳລັງໃຫຍ່ຂຶ້ນ, ປັດຈຸບັນ ໄດ້ຂຶ້ນແຜນປະຕິບັດ ແລະ ຢູ່ໃນຂັ້ນ ຕອນການຈັດຊື້ ຈຳນວນ 27 ໜ່ວຍ (ສະເພາະເມືອງຫາດຊາຍຟອງ) ແລະ ຈະເສີມໝໍ້ແປງໃຫ້ແຕ່ລະບ້ານ ຈຳນວນ 8 ບ້ານ ທີ່ມີຕາຂ່າຍນ້ອຍ ແລະ ໄກຈາກໝໍ້ແປງທີ່ເປັນສາເຫດ ເຮັດໃຫ້ໄຟບໍ່ພໍ (ແຮງດັນຕົກ) ໃຫ້ ໄດ້ຊົມໃຊ້ໄຟຟ້າຢ່າງພຽງພໍ. ໂອກາດນີ້, ທ່ານ ສຸລິນທອນ ປະທິວັນ ຍັງໄດ້ຮຽກຮ້ອງໃຫ້ປະ ຊາຊົນພາຍໃນນະຄອນຫລວງວຽງ ຈັນໂດຍສະເພາະປະຊາຊົນໃນເມືອງ ຫາດຊາຍຟອງ ພ້ອມກັນຊົມໃຊ້ໄຟ ຟ້າຢ່າງມີສະຕິ, ກວດກາສະພາບ ເຕັັກນິກໄຟຟ້າຢູ່ໃນເຮືອນຂອງຕົນ ເອງ ເປັນຕົ້ນ ກວດສາຍໄຟ, ດອກ ໄຟ ແລະ ອື່ນໆ ໃຫ້ເປັນປະຈຳ, ພ້ອມ ກັນໃຊ້ໄຟຟ້າຢ່າງປະຢັດ, ມັດທະຍັດ (ຊົມໃຊ້ໄຟຟ້າຕາມກຳນົດຫ້າມໃຊ້ ໄຟເກີນ) ແລະ ໃຫ້ເປັນຫູເປັນຕາ ຊ່ວຍກັນຖ້າເຫັນອຸບັດເຫດເກີດຂຶ້ນ ໂດຍສະເພາະ ຕົ້ນໄມ້ລົ້ມທັບສາຍ ໄຟ, ກິ່ງໄມ້ຫລື ງ່າໄມ້ ເດໄປໃສ່ສາຍ ໄຟ ແລະ ອື່ນໆ ກໍໃຫ້ແຈ້ງໜ່ວຍ ງານກ່ຽວຂ້ອງ ກໍຄື ໂທສາຍດ່ວນ 1199 ໄດ້ຕະຫລອດ 24 ຊົ່ວໂມງ ເພື່ອໃຫ້ເຈົ້າໜ້າທີ່ໄຟຟ້າລົງໄປແກ້ ໄຂ ຫລື ຕັດອອກ ແລະ ພ້ອມກັນໃຫ້ ຄວາມຮ່ວມມືກັບເຈົ້າໜ້າທີ່ໄຟຟ້າ; ໃຫ້ປະຊາຊົນເປັນເຈົ້າການປະຕິ ບັດພັນທະຂອງຕົນເອງກໍຄືຈ່າຍຄ່າ ໄຟຟ້າໃຫ້ເປັນປົກກະຕິ, ຈ່າຍໃຫ້ຖືກ ຕາມກຳນົດເວລາ(ບໍ່ໃຫ້ຕິດໜີ້ຍືດ ຍາວ ຈົນກ້າວໄປເຖິງເຈົ້າໜ້າທີ່ໄຟ ຟ້າໄປຕັດໄຟແລ້ວເກີດມີຫາງສຽງ ຕໍ່ວ່າ). ຂ່າວ: ທະນູທອງ ໃນປະເທດ, ບັດເຂົ້າສະປາ, ລອຍນໍ້າ ແລະ ຫ້ອງພັກຟຣີ ຢູ່ຫລາຍສະຖານ ທີ່ທ່ອງທ່ຽວ ແລະ ໂຮງແຮມຈາກ ຜູ້ປະກອບການດ້ານການທ່ອງທ່ຽວ ທີ່ໄດ້ນຳເອົາຜະລິດຕະພັນຂອງ ຕົນມາວາງສະແດງພຽງແຕ່ຈອງ ແພັກເກັດທ່ອງທ່ຽວ ພາຍໃນງານ. ຫລັງຈາກນັ້ນ, ນຳໃບບິນ ຫລື ຫລັກ ຖານການຈອງມາຂຽນຄູປ່ອງປ່ອນ ຊີງໂຊກໄດ້ທີ່ຫ້ອງວາງສະແດງ &Yo Travel Laos ແລະຈະມີ ການຈັບສະຫລາກປະກາດຜົນລາງ ວັນຜ່ານຊ່ອງທາງ 'aDeCooL Page 7ieOtiaOe $eOter. ຂ່າວ: ກິດຕາ ແກ່ການກໍ່ການຮ້າຍ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະ ພ້ອມກັນລົງ ຄະແນນສຽງຮັບຮອງເອົາກົດໝາຍ ສະບັບປັບປຸງ 2 ສະບັບ ດັ່ງກ່າວ, ດ້ວຍຄະແນນສຽງ ເຫັນດີເປັນສ່ວນ ຫລາຍ. ສຳລັບກົດໝາຍວ່າດ້ວຍການ ທ່ອງທ່ຽວ ພາຍຫລັງຖືກຮັບຮອງ ແລະປະກາດໃຊ້ຢ່າງເປັນທາງການ ຈະເປັນເຄື່ອງມື ແລະ ບ່ອນອີງໃຫ້ ແກ່ການຈັດຕັ້ງ ແລະ ການເຄື່ອນ ໄຫວວຽກງານການທ່ອງທ່ຽວໃຫ້ ມີຄວາມທັນສະໄໝ, ການຄຸ້ມຄອງ ລັດ-ຄຸ້ມຄອງສັງຄົມມີຄວາມຄ່ອງ ຕົວ, ແທດເໝາະ ແລະ ສອດຄ່ອງ ກັບການຂະຫຍາຍຕົວຂອງເສດຖະ ກິດ; ອໍານວຍຄວາມສະດວກໃຫ້ແກ່ ການລົງທຶນ, ການພັດທະນາ, ການ ຄຸ້ມຄອງ, ການຊຸກຍູ້ສົ່ງເສີມກິດຈະ ການການທ່ອງທ່ຽວ ລວມທັງການ ແກ້ໄຂບັນຫາຕ່າງໆໃຫ້ມີຄວາມສະ ດວກວ່ອງໄວ ແລະ ໂປ່ງໃສຍິ່ງຂຶ້ນ. ພ້ອມນີ້, ຍັງຈະເຮັດໃຫ້ພາກລັດ ແລະ ພາກທຸລະກິດມີໂອກາດໃນການ ເຂົ້າຮ່ວມແຂ່ງຂັນດ້ານການທ່ອງ ທ່ຽວ, ການຄ້າ, ການລົງທຶນ, ສ້າງ ຄວາມເຊື່ອໝັ້ນ, ດຶງດູດເອົານັກນັກ ລົງທຶນ ແລະ ນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດຫລາຍຂຶ້ນ, ເຮັດໃຫ້ການເຄື່ອນໄຫວວຽກງານ ທ່ອງທ່ຽວ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ລະຫວ່າງພາກລັດ ແລະ ພາກທຸລະກິດ ມີຄວາມເປັນເອກະ ພາບໃນທາງປະຕິບັດ. ສ່ວນກົດໝາຍວ່າດ້ວຍການ ຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ ການຮ້າຍ ພາຍຫລັງຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາາງ ການຈະເຮັດໃຫ້ລະດັບການປົກປ້ອງ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຈາກ ອາຊະຍາກຳທາງດ້ານການເງິນສູງ ຂຶ້ນ, ຈະເພີ່ມຄວາມເຊື່ອໝັ້ນຕໍ່ລະ ບົບເສດຖະກິດ-ການເງິນ ຂອງນັກ ລົງທຶນ ແລະ ນໍາໄປສູ່ການເຕີບໂຕທີ່ ດີຂຶ້ນ ຂອງພາກທຸລະກິດ. ນອກ ຈາກນີ້, ຈະເຮັດໃຫ້ມີບ່ອນອີງດ້ານ ນິຕິກຳໃນການຄຸ້ມຄອງ, ຕິດຕາມ ກວດກາ ການເຄື່ອນໄຫວວຽກງານ ການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການ ກໍ່ການຮ້າຍມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນ ແລະ ຊ່ວຍເຮັດໃຫ້ ລະບົບການເງິນ ຂອງ ສປປ ລາວ ມີຄວາມສົມດຸນຂຶ້ນກວ່າເກົ່າ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ຂ່າວ: ທະນູທອງ, ພາບ: ຂັນໄຊ ອື່ນໆ ເຫັນວ່າແຕ່ລະໜ່ວຍພັກແມ່ນ ມີຄວາມພ້ອມ ແລະ ຄາດວ່າສາມາດ ດໍາເນີນກອງປະຊຸມໃຫຍ່ຂອງຕົນ ໄດ້ຕາມແຜນທີ່ຂັ້ນເທິງໄດ້ກໍານົດ. ໃນໂອກາດກ່າວດັ່ງກ່າວ, ສະ ຫາຍ ບຸນທັນ ບຸນທະວິໄລ ໄດ້ມີຄໍາ ເຫັນຊີ້ນໍາຕໍ່ຜູ້ເຮັດວຽກງານກວດ ກາແຕ່ລະໜ່ວຍພັກ ຈົ່ງສຶບຕໍ່ເປັນ ເສນາທິການໃຫ້ແກ່ໜ່ວຍພັກ ໂດຍ ສະເພາະໃຫ້ແກ່ສະຫາຍເລຂາໜ່ວຍ ພັກໃນການເຮັດວຽກກວດກາ ເປັນ ຕົ້ນ ການສຶກສາອົບຮົມໃຫ້ແກ່ສະ ມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນໜ່ວຍພັກໃຫ້ມີແນວຄິດອຸ່ນ ອ່ຽນທຸ່ນທ່ຽງ, ເອົາໃຈໃສ່ການປະຕິ ບັດໜ້າການເມືອງທີ່ຖືກມອບໜາຍ ໃຫ້ມີຜົນສໍາເລັດຢ່າງຕັ້ງໜ້າ. ພ້ອມ ນີ້, ຍັງໄດ້ຮຽກຮ້ອງຕໍ່ບັນດາສະ ຫາຍທີ່ເຂົ້າຮ່ວມກອງປະຊຸມໃຫ້ນໍາ ເອົາເນື້ອໃນຈິດໃຈຂອງກອງປະຊຸມ ໃນຄັ້ງນີ້ນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ ຮັບຜົນສໍາເລັດໃນແຕ່ລະດ້ານ. ຂ່າວ: ອົງການໄອຍະການປະຊາຊົນສູງສຸດ

RkJQdWJsaXNoZXIy MTc3MTYxMQ==