5907

xtgmf]k; 3 02/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອງໃໝ່ ll- ltg|u s]kp[a oskle7a o .sh ]a fxa [x5 'cdh w0 —ົດ©ດຍ ž່າຕົ່ງ ,u lt8y [+ gxa ogspnj v7q o[+ fu mk'vvo]kp ດຽວນີ້ ສື່ສັງຄົມອອນລາຍ ໄດ້ເຂົ້າມາໃນຊີວິດປະຈໍາວັນຂອງ ພວກເຮົາ ເກືອບເວົ້າໄດ້ວ່າຂາດບໍ່ ໄດ້ສໍາລັບຫລາຍຄົນ, ຍ້ອນວ່າປະ ໂຫຍດຂອງມັນກໍ່ມີຫລວງຫລາຍ, ແຕ່ໃນຂະນະດຽວກັນ ການເພີດ ເພີນກັບສັງຄົມອອນລາຍ ຈົນລືມ ສະຕິລະມັດລະວັງ ກໍ່ເກີດຄວາມ ເສຍຫາຍທາງຊັບສິນ, ກໍ່ຄືຕົກ ເປັນເຫຍື່ອຂອງກຸ່ມຄົນບໍ່ດີທີ່ ສວຍໃຊ້ສື່ສັງຄົມຕົວະຍົວະຫລອກ ຫລວງສະແຫວງຫາຜົນປະໂຫຍດ ດ້ວຍເປົ້າໝາຍຕ່າງໆ.ສະນັ້ນການ ມີສະຕິລະວັງໃນການໃຊ້ອອນລາຍ ຈຶ່ງສໍາຄັນຫລາຍ ແລະ ຍັງແມ່ນວິ ທີທີ່ດີທີ່ສຸດ. ສະພາບສັງຄົມໂລກດຽວນີ້ ກະແສການໃຊ້ສັງຄົມອອນລາຍ ຢູ່ໃນທຸກໄວອາຍຸ, ນັບແຕ່ໄວເຍົາ ຈົນເຖິງໄວເຖົ້າແກ່ ຊະລາ. ສະນັ້ນ ກໍ່ບໍ່ເປັນເລື່ອງແປກປະຫລາດທີ່ມີ ຄົນອາໄສສື່ສັງຄົມອອນລາຍ ເປັນການສະແຫວງລາຍຮັບ ຫລື ນໍາໃຊ້ເປັນເຄື່ອງມືເພື່ອທັບຖົມ ໂຈມຕີຝ່າຍກົງກັນຂ້າມ ຫລື ຜູ້ທີ່ ຕົນບໍ່ມັກ ທັງເລື່ອງນ້ອຍໆ ແລະ ບັນຫາການເມືອງ...ເພາະຄືດັ່ງ ຮູ້ນໍາກັນສື່ສັງຄົມອອນລາຍໄດ້ແຜ່ ຂະຫຍາຍເຂົ້າທຸກກຸ່ມຄົນທີ່ມີລະ ດັບການສຶກສາແຕກຕ່າງກັນໄປ ໂດຍຜ່ານຊ່ອງທາງອອນລາຍ ຕ່າງໆ ທັງ ອີເມວ, ເຟສບຸກ, ເວັບ ໄຊ ແລະ ສື່ສັງຄົມອື່ນ. ຫລາຍປີກ່ອນນີ້ ພວກເຮົາເຫັນ ຂ່າວການຫລອກລວງຜ່ານອອນ ລາຍແມ່ນເກີດຂຶ້ນຢູ່ປະເທດອື່ນໆ ທັງໄກ ແລະ ໃກ້ເຮົາ. ແຕ່ດຽວນີ້ ຂະບວນການຕົວະຍົວະຫລອກ ລວງ ເອົາຊັບສິນເງິນຄໍາ ມີຄ່າ ດ້ວຍຮູບແບບວິທີການຕ່າງໆນັ້ນ ກໍ່ເກີດມີຢູ່ໃນສັງຄົມເຮົາ ໂດຍຂະ ບວນການຢູ່ນອກປະເທດແດ່ແລະ ໃນປະເທດ (ດັ່ງເຫັນຂ່າວເປັນ ທາງການຈັບຂະບວນການຄໍ ເຊັນເຕີ...). ດ້ວຍປະກົດການດັ່ງ ກ່າວ, ບັນຫາທີ່ຖືກຕັ້ງຂຶ້ນແມ່ນ ເຮົາຈະມີວິທີພື້ນຖານອັນໃດ ເພື່ອ ປ້ອງກັນ. ໃນສະພາບຫຍຸ້ງຍາກ ຊົ່ວຄາວທາງເສດຖະກິດ, ການສະ ແຫວງຫາກິນ ມີທຸກຮູບແບບ ແລະ ວິທີ ໂດຍພວກຄົນບໍ່ດີເຂົາບໍ່ຄິດ ເລື່ອງຈັນຍາທໍາ-ສິລະທໍາ ແລະ ຄວາມເມດຕາກະລຸນາ. ຂະບວນ ການຫລອກລວງ ມີທັງຜ່ານຊ່ອງ ທາງອີເມວ, ທາງໂທລະສັບ... ຫລອກລວງທັງເລື່ອງຄວາມຮັກ, ຖືກຫວຍ, ຊື້ສິນຄ້າຜ່ານອອນ ລາຍ, ຫລອກລວງຜ່ານບັນດາ ຊ່ອງທາງອອນລາຍຕ່າງ ແມ່ນ ມີຫລາຍຮູບແບບ...ຍົວະໃຫ້ ເກີດ ຄວາມໂລບມາກ. ຕົວຢ່າງຢູ່ບ້ານ ເພິ່ນ ແລະ ເຮົາ ທີ່ມີແລ້ວອັນໜຶ່ງ ຕ້ອງມີສະຕິແມ່ນ ສົ່ງຈົດໝາຍມາ ທາງອີເມວ ແຈ້ງວ່າບັນຊີທະນາ ຄານຂອງເຮົາຖືກແຮັກ ຈະມີການ ປັບປຸງລະບົບໃຫ້ປອດໄພ, ຕ້ອງ ການຊື່ແລະລະຫັດຜ່ານເຂົ້າບັນຊີ. ຜ່ານທາງໂທລະສັບກໍ່ມີຫລາຍ ພວກຄົນບໍ່ດີ ທີ່ເປັນຂະບວນການ ຄໍເຊັນເຕີສ້າງສະພາບອຸປະໂຫລກ ເລື່ອງນັ້ນນີ້ເພື່ອໃຫ້ເປົ້າໝາຍຕົກ ໃຈ ຂາດສະຕິ ໂອນເງິນໃຫ້ພວກ ເຂົາ ຫລື ໃຫ້ລະຫັດຜ່ານເຂົ້າບັນ ຊີ, ມີການອ້າງວ່າເປັນເຈົ້າ ໜ້າທີ່ ຝ່າຍນັ້ນຝ່າຍນີ້ ເພື່ອໃຫ້ເຮົາຫລົງ ເຊື່ອ-ຕາຍໃຈ...ອີງຕາມຂໍ້ມູນຂອງ ພາກສ່ວນກ່ຽວຂ້ອງຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ ຮູ້ວິທີສັງເກດຄື ເນື້ອໃນສົນທະນາ ມາຈະກ້ຽວຂ້ອງເອກະສານຂໍ້ມູນ ທາງການເງິນ, ຂໍຂໍ້ມູນສ່ວນຕົວ ໂດຍມີການລົມຊັກຈູງ ຊວນເຊື່ອ ເພື່ອເກີດຄວາມສົນໃຈຈະມີຜົນປະ ໂຫຍດ ຫລື ເຮັດໃຫ້ຕົກໃຈ ວ່າຈະ ເກີດຄວາມເສຍຫາຍ; ເຄື່ອງມືສື່ ສານຂອງກຸ່ມຂະບວນການຄໍເຊັນ ເຕີມັກໃຊ້ຕິດຕໍ່ແມ່ນໂທລະສັບ, ໂທ ລະສັບຈະແປງໃຫ້ເປັນເບີໜ່ວຍ ງານຕ່າງໆ; ເຂົາໃຊ້ໂທລະສັບທີ່ບໍ່ ສາມາດຕິດຕໍ່ກັບຄືນໄປຫາເຂົາ ໄດ້; ບາງເທື່ອເຂົາໃຊ້ໝາຍເລກໂທ ລະສັບທີ່ຍາວ ຫລື ຫລາຍໂຕກວ່າ ປົກກະຕິ... ສະຫລຸບວ່າ ເພື່ອຫລີກເວັ້ນ ຄວາມອັບປະໂຫຍດອັນເກີດຈາກ ອອນລາຍ ແມ່ນສະຕິລະວັງຕົວ ສໍາຄັນ, ບັນຫາທີ່ຍົກຂຶ້ນຂ້າງເທິງ ແມ່ນຂໍ້ມູນພື້ນຖານທີ່ນໍາແລກ ປ່ຽນນໍາບັນດາທ່ານ ເຊິ່ງພາກ ສ່ວນກ່ຽວຂ້ອງ ໄດ້ຖອດເອົາຈາກ ພຶດຕິກໍາຕົວຈິງທີ່ເກັບກໍາໄດ້ ທັງ ໃນບ້ານເພິ່ນ ແລະ ບ້ານເຮົາ. ທຸກ ບັນຫາ ປ້ອງກັນໄດ້ແຕ່ຫົວທີ, ສະ ຕິ-ຄວາມຮັບຮູ້ຕໍ່ຂະບວນການ ຕົວະຍົວະຫລອກຫລວງຕ່າງໆ ແມ່ນສໍາຄັນ, ບໍ່ພະຍາຍາມເພີດ ເພີນນໍາບັນຍາກາດທາງອອນ ລາຍຈົນລືມສະຕິ, ນໍາໃຊ້ຢ່າງພໍດີ ເພື່ອໃຫ້ເກີດປະໂຫຍດທີ່ດີແກ່ຊີວິດ ແລະ ຄວາມສະຫງົບປອດໄພ ທັງ ເຮົາ, ຄອບຄົວ ແລະ ສັງຄົມ. ເປັນຕ້ອງການທຶນ, ກົງກັນຂ້າມ ຫົວໜ່ວຍການຜະລິດດັ່ງກ່າວ ຍັງບໍ່ ທັນເຂົ້າເຖິງແຫລ່ງທຶນໄດ້ ເຊິ່ງ ຄວນສ້າງເງື່ອນໄຂໃຫ້ຫົວໜ່ວຍ ການຜະລິດເຫລົ່ານີ້ ເຂົ້າເຖິງແຫລ່ງ ທຶນ; ມີນະໂຍບາຍຫລຸດຜ່ອນການ ເກັບພາສີອາກອນການນຳເຂົ້າປະ ເພດປຸຍ, ຝຸ່ນ, ຫົວອາຫານສັດ ແລະ ອື່ນໆ ທີ່ມີຄວາມຈຳເປັນຕໍ່ການປູກ ການລ້ຽງ. ພ້ອມດຽວກັນນັ້ນ, ກໍຊຸກ ຍູ້ສົ່ງເສີມໃຫ້ພາກສ່ວນທຸລະກິດ ຜະລິດຝຸ່ນ, ຫົວອາຫານ ເພື່ອຊົມ ໃຊ້ພາຍໃນ ເພື່ອຫລຸດຜ່ອນການນຳ ເຂົ້າ; ການສົ່ງເສີມຜະລິດສິນຄ້າ ເພື່ອສົ່ງອອກ ຕ້ອງນຳໃຊ້ເຕັກນິກວິ ຊາການ, ເຮົາຜະລິດໄດ້ ແຕ່ຍັງບໍ່ ສາມາດຮັບປະກັນທາງດ້ານຄຸນນະ ພາບ. ດັ່ງນັ້ນ, ສິນຄ້າທີ່ພວກເຮົາ ສົ່ງອອກ ຈຶ່ງບໍ່ສາມາດແຂ່ງຂັນກັບ ຕະຫລາດຕ່າງປະເທດໄດ້. ທ່ານ ສົມໄຊ ສີຫາຈັກ ເປັນເວລາເກືອບເດືອນໃນການ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດ ທີ IX ມາແຕ່ວັນທີ 10 ມິຖຸນາ ເຊິ່ງ ກອງປະຊຸມຈະໄດ້ປິດລົງ ໃນມື້ນີ້ ວັນທີ 2 ກໍລະກົດ 2024 . ໂດຍຕະ ຫລອດໄລຍະການດຳເນີນກອງປະ ຊຸມ ບັນດາສະມາຊິກສະພາແຫ່ງ ຊາດ ແຕ່ລະເຂດໄດ້ຕັ້ງໜ້າສຸມສະຕິ ປັນຍາຂອງຕົນສຸມໃສ່ປະກອບຄຳ ເຫັນຕໍ່ບັນຫາສຳຄັນຂອງຊາດ, ຮັບ ຮອງເອົາກົດໝາຍຕ່າງໆ ແລະ ອື່ນໆ. ແນວໃດກໍດີ ມື້ນີ້ ຄຳລຳສຽງ ຈາກສະພາ ຂໍຄັດເອົາຄຳສະເໜີສຳ ຄັນຂອງບັນດາ ສສຊ ບາງເຂດຕໍ່ ບົດລາຍງານຂອງລັດຖະບານມາ ສະເໜີ ໃຫ້ທ່ານຜູ້ອ່ານໃນມື້ປິດ ກອງປະຊຸມສະພາມື້ນີ້ຕື່ມ. ໜຶ່ງໃນນີ້, ທ່ານ ສົມໄຊ ສີຫາ ຈັກ ສສຊ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ປະກອບຄໍາ ເຫັນຕໍ່ວຽກງານຂອງລັດຖະບານ ໂດຍໄດ້ສະເໜີໃຫ້ລັດ ສະໜອງທຶນ ໃຫ້ແກ່ຫົວໜ່ວຍການຜະລິດ ໂດຍ ສະເພາະຫົວໜ່ວຍການຜະລິດຍ່ອຍ ທີ່ກະແຈກກະຈາຍ ບໍ່ທັນສາມາດ ເຕົ້າໂຮມເປັນກຸ່ມໄດ້ແຕ່ມີຄວາມຈຳ ທ່ານ ຫົງຄຳ ສຸວັນນະວົງ ສຳລັບທ່ານຫົງຄຳສຸວັນນະວົງ ສສຊ ເຂດເລືອກຕັ້ງທີ 10 ແຂວງ ວຽງຈັນ ໄດ້ປະກອບຄໍາເຫັນຕໍ່ບົດ ລາຍງານຂອງລັດຖະບານກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການປະຕິຮູບ ການ ສຶກສາ, ການພັດທະນາປະເທດຊາດ ຈະມີຄວາມຈະເລີນກ້າວໜ້ານັ້ນ, ປັດໄຈສໍາຄັນກໍຄືຊັບພະຍາກອນ ຕ້ອງໄດ້ຮັບການພັດທະນາ ທັງຊັບ ພະຍາກອນມະນຸດ ແລະ ຊັບພະຍາ ກອນທຳມະຊາດ; ການສຶກສາ ເປັນເຄື່ອງມືທີ່ສຳຄັນໃນການເສີມ ສ້າງຊັບພະຍາກອນມະນຸດໃຫ້ມີ ຄຸນນະພາບ ເພື່ອນໍາໄປສູ່ການພັດ ທະນາປະເທດທາງດ້ານເສດຖະ ກິດ-ສັງຄົມ, ການເມືອງ ແລະ ວັດ ທະນະທຳ ເຊິ່ງຫລາຍປະເທດທີ່ ກຳລັງພັດທະນາ ໄດ້ພະຍາຍາມ ປັບປຸງ, ສົ່ງເສີມ, ສະໜັບສະໜູນ ການສຶກສາ ທັງໃນລະບົບ, ນອກລະ ບົບ ແລະ ດ້ວຍຕົນເອງເຊັ່ນ ສິງ ກະໂປ ເປັນປະເທດໜຶ່ງທີ່ມີການ ສຶກສານຳໜ້າໃນໂລກ, ການສຶກສາ ຂອງປະເທດສິງກະໂປ ສ້າງໃຫ້ນັກ ສຶກສາມີຈິດສຳນຶກໃນ 4 ຄຸນລັກ ສະນະຄື: ເຊື່ອໝັ້ນ ແລະ ໝັ້ນໃຈໃນ ຕົນເອງ, ມີຄວາມຊັດເຈນ ຮູ້ຖືກຮູ້ ຜິດ; ຮູ້ຈັກຮັບຜິດຊອບ ແລະ ຮຽນ ຮູ້ດ້ວຍຕົນເອງ; ສາມາດເຮັດວຽກ ເປັນທີມງານ ແລະ ມີຈິດສຳນຶກ ຄວາມເປັນພົນລະເມືອງສິງກະໂປ ສູງ. 4 ຄຸນລັກສະນະນີ້ ຈະເປັນບົດ ຮຽນທີ່ດີໃນການນໍາມາໝູນໃຊ້ ເພື່ອເຮັດໃຫ້ການສຶກສາຂອງປະ ເທດເຮົາດີຂຶ້ນກວ່າເກົ່າ. ຢ່າງໃດ ກໍຕາມ ຜ່ານມາປະເທດເຮົາ ໄດ້ມີ ການປະຕິຮູບການສຶກສາ 5 ຄັ້ງ, ແຕ່ການດໍາເນີນການປະຕິຮູບ ດັ່ງ ກ່າວ ຍັງບໍ່ທັນປະສົບຜົນສຳເລັດ ເທົ່າທີ່ຄວນ ເຊິ່ງສະແດງອອກການ ຂາດເຂີນຄູ,ຄຸນນະພາບການສຶກສາ ຍັງຕໍ່າ. ມາຮອດປັດຈຸບັນນີ້ມີຄວາມ ຈຳເປັນຕ້ອງປະຕິຮູບການສຶກສາ ຂອງ ສປປ ລາວ ເພື່ອໃຫ້ແທດ ເໝາະກັບນະໂຍບາຍ ແລະ ສະພາບ ເສດຖະກິດ-ສັງຄົມໃນຍຸກໃໝ່ໃຫ້ ທັນກັບຍຸກດິຈິຕອນ 4.0 ຫລືວ່າ AI ຈຶ່ງສະເໜີວ່າຄວນປະຕິຮູບໃນ 3 ຫລັກການທີ່ສຳຄັນຄື: ປະຕິຮູບ ໂຄງສ້າງ, ລະບົບການບໍລິຫານ ຈັດການ; ປະຕິຮູບຜູ້ບໍລິຫານ ເຊັ່ນ: ຄູ-ອາຈານ ຕ້ອງໃຫ້ມີ ຄຸນນະພາບ; ປະຕິຮູບຫລັກສູດ, ວິທີການຮຽນການສອນ ແລະ ການປະເມີນຜົນ, ໂດຍ 3 ຫລັກການນີ້ ເປັນສິ່ງທີ່ສຳ ຄັນທີ່ຈະເຮັດໃຫ້ການສຶກສາຂອງ ປະເທດເຮົາມີຄວາມຈະເລີນກ້າວ ໜ້າຂຶ້ນຕື່ມ. ທ່ານ ກົງແກ້ວ ມີວໍລະຈັກ ສ່ວນ ທ່ານ ກົງແກ້ວ ມີວໍລະຈັກ ສສຊ ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ໄດ້ສະເໜີລັດຖະ ບານເອົາໃຈໃສ່ບາງດ້ານຕື່ມ ໂດຍ ສະເພາະການຜະລິດເປັນສິນຄ້າ ໃຫ້ເອົາໃຈໃສ່ຜັນຂະຫຍາຍນະໂຍ ບາຍແຫ່ງຊາດ ວ່າດ້ວຍການລ້ຽງ, ການປູກ ແລະ ມາດຕະການສົ່ງເສີມ ການຜະລິດພາຍໃນ ກັບມາດຕະ ການຄວບຄຸມການນຳເຂົ້າ ໃຫ້ເປັນ ຮູບປະທຳລົງສູ່ທ້ອງຖິ່ນຮາກຖານ ໃຫ້ຫລາຍຂຶ້ນຕື່ມ, ພ້ອມນີ້ ກໍສົ່ງເສີມ ການສ້າງກຸ່ມຜະລິດໃຫ້ຫລາຍຂຶ້ນ ເພື່ອຊຸກຍູ້ປະຊາຊົນທຳການຜະລິດ ຄ້ຳປະກັນສະບຽງອາຫານທົດ ແທນການນຳເຂົ້າ ແລະ ເປັນສິນຄ້າ ເພື່ອສົ່ງເຂົ້າໂຮງງານປຸງແຕ່ງຢູ່ ພາຍໃນ ແລະ ສົ່ງອອກໄປຕ່າງປະ ເທດ, ສະເພາະແຂວງສະຫວັນນະ ເຂດ ໃນໄລຍະຜ່ານມາ ກໍໄດ້ສົ່ງ ເສີມການຈັດຕັ້ງກຸ່ມການຜະລິດ ເຊິ່ງມີທັງໝົດ 856 ກຸ່ມ, ກຸ່ມປູກ 717 ກຸ່ມ ແລະ ກຸ່ມລ້ຽງ 138 ກຸ່ມ, ແຕ່ຜ່ານການຕິດຕາມຊຸກຍູ້ຂອງ ຄະນະ ສສຊ ຕົນ ເຫັນວ່າບັນຫາທີ່ ຈະຕ້ອງເອົາໃຈໃສ່ແກ້ໄຂແມ່ນການ ຜະລິດກະສິກຳເພື່ອທົດແທນ ແລະ ການຜະລິດສິນຄ້າສົ່ງອອກຍັງມີ ຫົວໜ່ວຍທີ່ເປັນລັກສະນະແບບ ຄອບຄົວກະແຈກກະຈາຍ, ການ ເຕົ້າໂຮມການຜະລິດ ເພື່ອປ້ອນຕະ ຫລາດກໍຍັງບໍ່ທັນໄດ້ຫລາຍ; ການ ຜະລິດພືດເປັນສິນຄ້າ ເພື່ອສົ່ງ ອອກເປັນວັດຖຸດິບ ຜູ້ຜະລິດກໍຍັງ ຢູ່ກະແຈກກະຈາຍ, ເຮັດໃຫ້ຖືກເອົາ ລັດເອົາປຽບຈາກຜູ້ປະກອບການ ຫລື ພໍ່ຄ້າຄົນກາງ; ແນວພັນພືດ, ແນວພັນສັດ, ຫົວອາຫານ ແລະ ປັດ ໄຈການຜະລິດ ສ່ວນຫລາຍກໍຍັງ ນຳເຂົ້າຈາກຕ່າງປະເທດ; ການສະ ໜອງສິນເຊື່ອດອກເບ້ຍຕໍ່າ ສຳ ລັບກຸ່ມ ແລະ ສະຫະກອນຍັງຈຳ ກັດ ບາງເງື່ອນໄຂກໍສູງ, ຄວາມສາ ມາດໃນການວາງແຜນການຜະລິດ ທຸລະກິດກໍຍັງຈຳກັດ, ການສະໜອງ ທຶນທີ່ຈຳເປັນໃຫ້ຜູ້ປະກອບການ ເພື່ອເກັບຊື້ຜົນຜະລິດຈາກປະຊາ ຊົນຍັງບໍ່ທັນກັບເວລາ. ຂະນະທີ່ ດ້ານອຸດສາຫະກຳ ແລະ ການຄ້າ ນັ້ນ, ກົນໄກການອະນຸຍາດສ້າງຕັ້ງ ໂຮງງານ, ການອະນຸມັດລະຫວ່າງ ກະຊວງກັບແຂວງ ຄວນປະສານ ສົມທົບກັນຕື່ມອີກ, ປະເມີນປະ ສິດທິພາບ ແລະ ປະສິດທິຜົນ ເຊິ່ງ ມີບາງໂຮງງານຢູ່ ນະຄອນໄກ ສອນ ພົມວິຫານ ເຫັນວ່າພາກ ສ່ວນກ່ຽວຂ້ອງຍັງຖືເບົາໃນຂັ້ນ ຕອນການກວດກາເອກະສານບົດ ວິພາກການອອກໃບທະບຽນ ແລະ ທີ່ຕັ້ງກໍຍັງບໍ່ຖືກຕາມເຂດກຳນົດ ເຮັດໃຫ້ມີກິ່ນເໝັນ, ມີຜົນກະທົບ ແລະ ຜົນສະທ້ອນຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; ຜ່ານມາຍັງເຫັນວ່າກົນໄກການ ປະສານງານລະຫວ່າງກົມຂອງ ບັນດາກະຊວງກັບແຂວງ ຍັງບໍ່ ທັນໂລ່ງລ່ຽນເທື່ອ. ສ່ວນການບໍລິ ການ ການນຳເຂົ້າສິນຄ້າ ເປັນຕົ້ນ ໝວດສະບຽງອາຫານ, ນ້ຳມັນ ເຊື້ອໄຟ ແລະ ອື່ນໆ ກໍຍັງກວມອັດ ຕາສ່ວນສູງ ລັດຖະບານຄວນຕິດ ຕາມກວດກາຄືນ ເຊັ່ນ: ໝວດສະ ບຽງອາຫານປະເພດໃດເຮົາຄວນ ສົ່ງເສີມ ແລະ ມີມາດຕະການສະກັດ ກັ້ນ ເພື່ອປົກປ້ອງການຜະລິດພາຍ ໃນໃຫ້ມີຄວາມເຂັ້ມແຂງ; ດ້ານການ ລົງທຶນພັດທະນາພື້ນຖານໂຄງລ່າງ ເປັນຕົ້ນໂຄງການບຸລິມະສິດຂອງ ລັດຖະບານທີ່ຈັດຕັ້ງຢູ່ທ້ອງຖິ່ນ ເພື່ອສ້າງພື້ນຖານແກ່ການຜະລິດ ເປັນສິນຄ້າໃຫ້ຫລາຍຂຶ້ນ. ຕໍ່ກັບ ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ ຄວນສຸມໃສ່ຖານ ລາຍຮັບໃໝ່ ເປັນຕົ້ນແມ່ນອາກອນ ທີ່ດິນ ເຊິ່ງເປັນຖານລາຍຮັບທີ່ຍືນ ຍົງ, ພ້ອມກັນນີ້ ກໍທົບທວນຄືນການ ຍົກເວັ້ນພາສີອາກອນການນຳເຂົ້າ ສານເຄມີ ແລະ ພາຫະນະ ທີ່ນຳ ເຂົ້າມາຮັບໃຊ້ໃນໂຄງການຜະລິດ ປຸງແຕ່ງອຸດສາຫະກຳບໍ່ແຮ່ ແລະ ອື່ນໆ. ທ່ານ ຄໍາສິງ ໄຊສົມແພງ ຂະນະທີ່ ທ່ານ ຄໍາສິງ ໄຊສົມ ແພງ ສສຊ ເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ປະກອບຄໍາ ເຫັນຕໍ່ບົດລາຍງານຂອງລັດຖະ ບານ ໃນການຈັດຕັ້ງປະຕິບັດບັນດາ ຄາດໝາຍຂອງວຽກງານພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ຍັງມີຫລາຍປັດໄຈທີ່ເປັນ ອຸປະສັກຕໍ່ການພັດທະນາຊົນນະ ບົດກໍຄືການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ. ໃນນັ້ນ, ອັນໜຶ່ງ ແມ່ນທີ່ດິນເປັນປັດໄຈສໍາຄັນ ແລະ ເຫັນວ່າມີຄວາມຫຍຸ້ງຍາກເຖິງວ່າ ມີການຈັດສັນ, ແບ່ງປັນໃຫ້ແຕ່ລະ ຄອບຄົວ ແລ້ວກໍຕາມແຕ່ຍັງບໍ່ພຽງ ພໍເພາະການພັດທະນາຊົນນະບົດ ແມ່ນກ່ຽວຂ້ອງກັບການຜະລິດ, ປູກ ຝັງ ແລະ ລ້ຽງສັດຕ່າງໆລ້ວນແລ້ວ ແຕ່ອາໄສທີ່ດິນຖ້າເຮົາບໍ່ມີທີ່ດິນພຽງ ພໍ ເພື່ອຕອບສະໜອງໃຫ້ປະຊາຊົນ ທໍາມາຫາກິນ ຖືວ່າມີຄວາມຫຍຸ້ງ ຍາກ ແລະ ບໍ່ປະສົບຜົນສໍາເລັດໃນ ການພັດທະນາຊົນນະບົດ ກໍຄືການ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນ. ນອກຈາກນີ້, ພື້ນຖານໂຄງ ລ່າງ, ເສັ້ນທາງ ແລະ ຊົນລະປະ ທານ ຍັງບໍ່ຕອບສະໜອງໄດ້ ພາໃຫ້ ປະສົບບັນຫາ ໂດຍຜ່ານການລົງ ພົບປະປະ ປະຊາຊົນ ເຫັນວ່າໃນລະ ດູຝົນເຂົາເຈົ້າທໍາການຜະລິດໄດ້ ແຕ່ການກະຈາຍຫາຕະຫລາດບໍ່ໄດ້ ຍ້ອນບັນຫາເສັ້ນທາງ, ເວລາຝົນຕົກ ນໍ້ານອງບໍ່ມີຂົວຂ້າມ. ຂະນະດຽວ ກັນບຸກຄະລາກອນ ຫລື ກໍາລັງແຮງ ງານ ບໍ່ວ່າແຕ່ຢູ່ຊົນນະບົດ, ຢູ່ໃນ ເມືອງກໍເຊັ່ນດຽວກັນ ຈະຊອກຫາ ໄວໜຸ່ມສີມືແຮງງານແມ່ນຍາກ ຫລາຍ. ດັ່ງທີ່ຮູ້ນໍາກັນ ກໍາລັງແຮງ ງານສ່ວນຫລາຍແມ່ນໄປອອກ ແຮງງານຢູ່ຕ່າງປະເທດ ເຮັດໃຫ້ ພາຍໃນຂາດແຄນແຮງງານ; ແຮງ ງານທີ່ມີບາງຄັ້ງພັດກ່ຽວຂ້ອງກັບ ຢາເສບຕິດ ເຊິ່ງຜ່ານການລົງພົບ ປະຜູ້ມີສິດເລືອກຕັ້ງ ບາງຄອບຄົວ ໄດ້ສະເໜີໃຫ້ຊ່ວຍແກ້ໄຂເລື່ອງ ຢາເສບຕິດ ເພາະຫົວໜ້າຄອບຄົວ ບໍ່ຄ່ອຍຢູ່ບ້ານ ສ່ວນຫລາຍແມ່ນໜີ ໄປຢູ່ປ່າ ເພື່ອເສບຢາ, ຫົວໜ້າຄອບ ຄົວບໍ່ເປັນເຈົ້າການ, ບໍ່ເປັນຕົວຕັ້ງ ຕົວຕີນໍາພາຄອບຄົວ ກໍເປັນອຸປະສັກ ຕໍ່ການພັດທະນາຊົນນະບົດກໍຄືການ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນໄດ້ຍາກ. ສະນັ້ນ, ຈຶ່ງຂໍສະເໜີໃຫ້ ທາງລັດຖະບານພະຍາຍາມເອົາ ໃຈໃສ່ຊອກວິທີແກ້ໄຂ.

RkJQdWJsaXNoZXIy MTc3MTYxMQ==