5906

xtgmf]k; 6 01/07/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ຮຽບຮຽງໂດຍ: ໄໝຄຳຍ້ອມສິນ -u ;y f{;a fmtotme ໂດຍ: ມາລິດາ 75 oxt3spfoEva f]q , muj s]kp7q ovkf[+ I6h dkosk s]n -vd7Q o la foE{ la fxj k 8h v'xt8y [a f8k,]t[P[dq f\kp * ໃນກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບປີ 2007, ມາດ ຕາ 24 ໄດ້ກຳນົດວ່າ: ການລ່າສັດ ນ້ຳແລະສັດປ່າຕ້ອງປະຕິບັດດັ່ງນີ້: ສັດນ້ຳ ແລະ ສັດປ່າ ປະເພດຫວງ ຫ້າມທີ່ໄດ້ກຳນົດໄວ້ໃນບັນຊີ I ແມ່ນ ບໍ່ອະນຸຍາດ ໃຫ້ຫາຫລືລ່າຢ່າງເດັດ ຂາດເວັ້ນເສຍແຕ່ໃນກໍລະນີທີ່ຈຳ ເປັນ ເພື່ອການສຶກສາຄົ້ນຄວ້າ ແລະ ການຂະຫຍາຍພັນ ແຕ່ຕ້ອງໄດ້ຮັບ ອະນຸຍາດຈາກລັດຖະບານ. ຖ້າວ່າ ສັດກໍ່ຄວາມເສຍຫາຍຢ່າງຫລວງ ຫລາຍຕໍ່ຊັບສິນຂອງບຸກຄົນ ແລະ ການຈັດຕັ້ງ ຕ້ອງໄດ້ລາຍງານຕໍ່ອົງ ການປົກຄອງເມືອງ, ເທສະບານ ເພື່ອພິຈາລະນາແກ້ໄຂ. ສຳລັບສັດ ທີ່ກຳລັງທຳລາຍ, ກໍ່ກວນອາລະ ວາດຄົນ ຫລື ເປັນໄພອັນຕະລາຍຕໍ່ ຊີວິດຂອງຄົນ ຕ້ອງແກ້ໄຂຢ່າງທັນ ການແລ້ວຈຶ່ງລາຍງານຕໍ່ການຈັດ ຕັ້ງທີ່ກ່ຽວຂ້ອງ. ສຳລັບສັດນ້ຳ ແລະ ສັດປ່າ ປະ ເພດຄຸ້ມຄອງ ທີ່ໄດ້ກຳນົດໄວ້ໃນບັນ ຊີ II ແມ່ນບໍ່ອະນຸຍາດໃຫ້ຫາ ຫລື ລ່າ ເວັ້ນເສຍແຕ່ສັດບາງຊະນິດ, ບາງ ເຂດ ແລະ ບາງລະດູການທີ່ກຳນົດ ໃຫ້ ເພື່ອຊົມໃຊ້ຕາມຮີດຄອງໂດຍ ບໍ່ໃຫ້ນຳໃຊ້ເຄື່ອງມືແບບດັບສູນ. ສຳລັບການຫາ ເພື່ອຈຸດປະສົງທາງ ທຸລະກິດ ສາມາດດຳເນີນໄດ້ສະ ເພາະສັດນ້ຳເທົ່ານັ້ນແຕ່ຕ້ອງໄດ້ຮັບ ອະນຸຍາດ ຈາກ ກະຊວງກະສິກຳ ແລະ ປ່າໄມ້. ສ່ວນສັດນ້ຳແລະສັດປ່າປະເພດ ທົ່ວໄປ ທີ່ໄດ້ກຳນົດໄວ້ໃນບັນຊີ III ແມ່ນອະນຸຍາດໃຫ້ຫາ ຫລື ລ່າໄດ້ ຕາມລະດູການທີ່ໄດ້ກຳນົດໄວ້ໂດຍ ນຳໃຊ້ເຄື່ອງມືທີ່ບໍ່ມີລັກສະນະດັບ ສູນ. ສຳລັບການຫາ ເພື່ອຈຸດປະສົງ ທາງທຸລະກິດ ສາມາດດຳເນີນໄດ້ ສະເພາະສັດນ້ຳເທົ່ານັ້ນ ແຕ່ຕ້ອງໄດ້ ຮັບອະນຸຍາດຈາກພະແນກກະສິກຳ ແລະປ່າໄມ້ແຂວງ, ນະຄອນ. ພາບປະກອບ * ນໍ້າອັດລົມເປັນເຄື່ອງດື່ມ ທີ່ ຫລາຍຄອບຄົວອາດຊື້ ມາໄວ້ໃນຕູ້ ເຢັນຢ່າງແນ່ນອນເພາະ ເມື່ອອາ ກາດຮ້ອນໆກໍຈະຄິດເຫັນນໍ້າອັດລົມ ຫວານເຢັນເພື່ອເຮັດໃຫ້ຮ່າງການ ສົດຊື່ນ, ມີແຮງແຕ່ຄວນດື່ມໃນປະ ລິມານທີ່ພໍດີພໍງາມເພາະວ່ານໍ້າອັດ ລົມ ນອກຈະໃຫ້ຄວາມແຊບສົດຊື່ນ ແລ້ວຍັງມີທັງໂທດ ແລະ ປະໂຫຍດ ໃນເວລາດຽວກັນ. ແນວໃດກໍດີ, ມື້ ນີ້ ຄໍລໍາສຶກສາຫາຄວາມຮູ້ມາບອກ ປະໂຫຍດດີໆທີ່ໄດ້ຈາກນໍ້າອັດລົມ. ລ້າງໄຂມັນ, ຮອຍເປື້ອນທີ່ຕິດ ບໍ່ວິເວນເສື້ອຜ້າ: ເວລາຊັກເຄື່ອງ ລອງຖອກ ນ້ຳອັດລົມຈັກ 1 ກະ ປ໋ອງລົງໄປ ກົດຄາບໍນິກ ແລະ ຟົສ ຟໍຣິກຈະຊ່ວຍຊັກລ້າງຮອຍຕ່າງໆ ອອກໄດ້ດີ. ກຳຈັດຂີ້ໝ້ຽງ: ອາຊິດຟົສຟໍຣິກ ໃນນໍ້າອັດລົມຈະເຮັດປະຕິກິລິຍາ ກັບຂີ້ໝ້ຽງ (ເຫລັກອົກຊິດ) ເຮັດ ໃຫ້ຂີ້ໝ້ຽງຫລຸດອອກໄປ ແຕ່ປະສິດ ຕິພາບຄົງຈະບໍ່ທຽບກັບນ້ຳຢາລະ ລາຍຂີ້ໝ້ຽງແຕ່ວ່າປອດໄພກວ່າ ແນ່ນອນ. ລ້າງຮອຍເປື້້້ອນກົ້ນໝໍ້, ກົ້ນກະ ທະ: ພຽງແຕ່ຖອກນໍ້າອັດລົມຢູ່ຮອຍ ດໍາຂອງໝໍ້ ແລ້ວເອົາໄປຕົ້ມໃຫ້ມັນ ໄໝ້ ບຶດໜຶ່ງກໍເອົາໄປຂັດອອກພຽງ ເທົ່ານີ້ໝໍ້ກໍສະອາດເງົາງາມ. ລ້າງພື້ນກະໂລ້ ແລະ ລ້າງຫ້ອງ ນ້ຳ: ພຽງແຕ່ຖອກນໍ້າອັດລົມໃສ່ພື້ນ ປະໄວ້ 5-10 ນາທີ ແລ້ວໃຊ້ແປງ ຂັດອອກ ແລ້ວຮີບລ້າງຢ່າປ່ອຍ ໃຫ້ນ້ຳອັດລົມແຫ້ງເພາະມັນຈະ ຕິດພື້ນ. ທຳຄວາມສະອາດເຄື່ອງ ຂອງ ລົດ: ຜູ້ຈໍາໜ່າຍນໍ້າອັດລົມໄດ້ໃຊ້ນໍ້າ ອັດລົມທໍາຄວາມສະອາດເຄື່ອງ ຂອງລົດບັນທຸກມາປະມານ20ກວ່າ ປີແລ້ວ. ກຳຈັດຫອຍ ແລະ ທາກທີ່ກັດ ຕົ້ນໄມ້ຢູ່ສວນ: ຖອກນໍ້າອັດລົມໃສ່ ຖ້ວຍວາງໄວ້ໃນສວນໃຫ້ພວກຫອຍ ທາກມາກິນກົດໃນນ້ຳອັດລົມຈະ ເປັນອັນຕະລາຍສຳລັບມັນ . ເຮັດໃຫ້ສີຜົມຈາງລົງ: ໃຊ້ນໍ້າ ອັດລົມໝັກຜົມແລະລ້າງອອກຫລັງ ຈາກສະຜົມແລ້ວ ປະມານ 2-3 ຄັ້ງ ສີຜົມກໍຈະເລີ່ມຈາງລົງ. ພາບປະກອບ ພາບປະກອບ ພາບປະກອບ [5 oxtgrou muj gxa ogvdt]a dltgrkt 0v'-q ogzqj kw8]N * ຊົນເຜົ່າລື້ ຫລື ໄຕລື້ ແມ່ນຊົນ ເຜົ່າໜຶ່ງໃນ 50 ຊົນເຜົ່າ ແລະ ແມ່ນ ໜຶ່ງໃນ 8 ຊົນເຜົ່າທີ່ໃຊ້ພາສາລາວໄຕ ທີ່ມີຮີດຄອງປະເພນີທີ່ເປັນເອກະ ລັກສະເພາະຕົວ, ມີຂະນົບທໍານຽມ ແລະ ແບບແຜນການດໍາລົງຊີວິດທີ່ ໃກ້ຄຽງກັບຊົນເຜົ່າລາວຫລາຍ. ແຕ່ ເຖິງຢ່າງໃດກໍຕາມຊົນເຜົ່າລື້ ຖືວ່າ ແມ່ນຊົນເຜົ່າໜຶ່ງທີ່ມີຮາກຖານ ຄວາມເຊື່ອ ແລະ ຮີດຄອງປະເພນີທີ່ ແໜ້ນໜາ ຊຶ່ງສ່ວນຫລາຍແມ່ນຕິດ ພັນກັບສາສະໜາພຸດເປັນຕົ້ນຕໍ. ຊົນເຜົ່າລື້ ເປັນຊົນເຜົ່າໜຶ່ງ ທີ່ອາ ໄສຢູ່ທາງພາກເໜືອ ຂອງປະເທດ ລາວ ເຄີຍມີອານາຈັກເຂັ້ມແຂງໃນ ອາດີດ ແລະ ເຄີຍສ້າງອານາເຂດທີ່ ເປັນປຶກແຜ່ນແໜ້ນໜາ ມີພາສາ ແລະ ຮີດຄອງປະເພນີ ທີ່ເປັນເອກະ ລັກສະເພາະຂອງຕົນເອງ. ເວົ້າກັນ ວ່າບັນພະບູລຸດ ຂອງຊົນເຜົ່າລື້ ມາ ຈາກສິບສອງພັນນາ ທີ່ໄດ້ຍ້າຍມາ ຢູ່ປະເທດລາວ ຕາມລຳແມ່ນ້ຳຂອງ ແລະ ສາຂາຂອງມັນໄດ້ປະມານ 600 ກວ່າປີມາແລ້ວ. ຊົນເຜົາລື້ ຍັງ ມີ ຮີດ 12 ຂອງຊົນເຜົ່າ ທີ່ມີລັກສະ ນະແຕກຕ່າງໄປຈາກຮີດ 12 ຂອງ ລາວ ທັງທາງດ້ານຊື່ຂອງບຸນ ແລະ ພິທີກໍາກໍແຕກຕ່າງກັນໄປ. ການນັບ ເດືອນຂອງຊົນເຜົ່າລື້ຈະນັບ ໄປ ກ່ອນໜ້າເດືອນລາວໜຶ່ງເດືອນໝາຍ ຄວາມວ່າ ຫາກເດືອນລາວແມ່ນ ເດືອນສີ່ ກໍຈະເປັນເດືອນຫ້າ ສໍາລັບ ຊົນເຜົ່າລື້ ຊຶ່ງກໍມີຊື່ການເຮັດບຸນໃນ 12 ເດືອນດັ່ງນີ້. 1. ເດືອນຈຽງ ບຸນກອງຫລົວ (ກອງໂຫລ) 2. ເດືອນຍີ່ ບຸນເຂົ້າລົ້ນບາດ 3. ເດືອນ 3 ບຸນເຂົ້າໃສ່ເລົ້າ (ສູ່ຂວັນເຂົ້າ) 4. ເດືອນ 4 ບຸນທານທຳຫລວງ (ບຸນພະເວດ) 5. ເດືອນ 5 ບຸນທານກາງບ້ານ, ບຸນຂຶ້ນທາດ 6. ເດືອນ 6 ບຸນປີໃໝ່ 7. ເດືອນ 7 ບຸນບວດພະ 8. ເດືອນ 8 ບຸນລ້ຽງຜີຕາແຮກ 9. ເດືອນ 9 ບຸນເຂົ້າພັນສາ 10. ເດືອນ 10 ບຸນເຂົ້າສະຫລາກ 11. ເດືອນ 11 ບຸນເຂົ້າສະຫລາກ 12. ເດືອນ 12 ບຸນອອກພັນສາ ສຳລັບບຸນກອງຫລົວ ແມ່ນບຸນ ປະເພນີປະຈໍາເດືອນໜຶ່ງຂອງຊົນ ເຜົ່າລື້ ທີ່ຍັງຄົງໄດ້ຮັບການປະຕິບັດ ສືບທອດກັນມາຈົນເຖິງປັດຈຸບັນນີ້. ຄໍາວ່າຫລົວ ໝາຍເຖິງຟືນ ຫລື ໄມ້ ທີ່ຈະນໍາມາເຮັດຟືນ. ຈຸດປະສົງຂອງ ການເຮັດບຸນກອງຫລົວ ເພື່ອເປັນ ການເສຍເຄາະເສຍເຂັນ; ເນື່ອງຈາກ ຈະກ້າວເຂົ້າສູ່ປີໃໝ່ຟ້າໃໝ່ແລ້ວຂໍ ໃຫ້ເຄາະເຂັນເວນຮ້າຍສັບພະທຸກ, ສັບພະໂສກສັບພະໂລກ, ສັບພະໄພ ທັງມວນ ໃຫ້ຕົກໄປນໍາໄຟໄຫລໄປ ນໍານໍ້າ, ຕົກໄປນຳປີເກົ່າລ່ວງໄປນຳ ປີຫລັງຕາມຄວາມເຊື່ອທີ່ໄດ້ຮັບ ການສືບທອດມາຍາວນານ. ວິທີເຮັດບຸນກອງຫລົວພໍເຖິງມື້ ທີ່ທາງຄະນະບ້ານຕົກລົງກັນແລ້ວ ທຸກຄົນກໍຈະໄປຊອກຫາຕັດໄມ້ ໃຫຍ່ພໍຂະໜາດທີ່ຈະສາມາດຂຽນ ໜັງສືໃສ່ໄດ້. ຫລັງຈາກນັ້ນ, ກໍນໍາ ໄມ້ນັ້ນມາຂຽນຊື່ນາມສະກຸນ ແລະ ຄໍາປາຖະໜາຂອງຕົນໃສ່ໄມ້ນັ້ນ ຕ້ອງມີຄວາມຍາວຄ່າວາຂອງເຈົ້າ ຂອງ. ນອກຈາກນັ້ນ, ໄມ້ໜຶ່ງລໍາຍັງ ເປັນຕົວແທນຂອງຄົນຄົນໜຶ່ງ ໝາຍ ຄວາມວ່າເມື່ອຄອບຄົວມີເທົ່າໃດ ຄົນກໍຕ້ອງຕັດໄມ້ເທົ່ານັ້ນລໍາ. ບໍ່ ພຽງແຕ່ເທົ່ານັ້ນ, ໄມ້ຍັງເປັນຕົວ ແທນຂອງວັດຖຸສິ່ງຂອງ ແລະ ສັດ ສາວາສິ່ງອີກດ້ວຍ ໝາຍຄວາມວ່າ ນອກຈາກຈະເປັນການເສຍເຄາະ ແກ່ຄົນແລ້ວ ບຸກຄົນໃດຢາກເສຍ ເຄາະໃຫ້ສັດລ້ຽງຂອງຕົນເອງ ຫລື ວັດຖຸສິ່ງຂອງກໍສາມາດຕັດໄມ້ຕາມ ຈໍານວນທີ່ຕ້ອງການ. ຈາກນັ້ນນໍາ ໄປຂຽນອາດຈະຂຽນເອງເປັນອັກ ສອນລາວ ຫລື ຈະຫາຜູ້ທີ່ຂຽນອັກ ສອນທໍາໄດ້ກໍຍິ່ງດີໂດຍມີຄວາມ ເວົ້າດັ່ງນີ້: “ປັນຈະມັງ ອະກຸສະລັງ ອະຕະປາປັງ ສະປະປາປັງ ວິນາສັນ ຕຸເອວັງໂຫນຕຸ, ໝາຍມີຊື່ວ່າ (ອອກ ຊື່ນາມສະກຸນເຈົ້າຂອງ) ຈິປູຊາ ຫື້ຫາຍພະຍາທິໂລກາທັງຫລາຍ ຕ່າງໆ ອົມສະວະຫະສິວິ”. ພໍເຖິງມື້ ບຸນໃນຕອນເຊົ້າປະຊາຊົນຈະພ້ອມ ກັນເຂົ້າໄປວັດ ເພື່ອຕັກບາດຢາດນໍ້າ ຖວາຍທານ. ພໍຕົກແລງຈະມີຂະ ບວນແຫ່ໄມ້ດັ່ງກ່າວນັ້ນ ໄປກອງ ກັນ ໄວ້ເປັນກອງສີ່ຫລ່ຽມໂດຍການ ຕັ້ງເສົາຫລັກໄວ້ສີ່ເສົາເປັນສີ່ຫລ່ຽມ ແລ້ວຈຶ່ງນໍາໄມ້ນັ້ນໄປກອງກັນໄວ້. ຈາກນັ້ນ, ພະສົງຈະມີການສູດມຸງ ຄຸນ ແລະ ເສຍເຄາະ ແລ້ວຈຶ່ງພາກັນ ຈູດກອງຫລົວທີ່ກອງໄວ້ນັ້ນກໍເປັນ ອັນວ່າຈົບພິທີ.

RkJQdWJsaXNoZXIy MTc3MTYxMQ==