5906

ບົດສະເໜີ xtgmf]k; 3 01/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສຸວັນນະ ໂດຍ: ທລຍ xtdv[lj ;o gruj,9eo;o la foE{la fxj k lh k'7;k,v5 fq , lq ,[6 ofh ko-u ;tokMra o 7tot ll- g0fg]n vd8A 'mu 14 9tg]aj '-5 dp6h cdh w0[a osk7q '7h k' ໂດຍ: ຢ່າຕົ່ງ * ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ຖືສຳ ຄັນຕໍ່ວຽກງານປົກປັກຮັກຊັບພະຍາ ກອນທຳມະຊາດ, ໂດຍສະເພາະຕໍ່ ວຽກງານປົກປັກຮັກສາ ແລະ ອະນຸ ລັກສັດນໍ້າ ແລະ ສັດປາ ເພື່ອໃຫ້ທຳ ມະຊາດມີຄວາມອຸດົມສົມບູນ ແລະ ບໍ່ມີວັນບົກແຫ້ງ. ການກຳນົດເອົາ ວັນທີ 13 ກໍລະກົດ ເປັນວັນອະນຸລັກ ສັດນ້ຳແລະສັດປ່າຂອງສປປລາວ ກໍເພື່ອເປັນການຈົດຈຳລ້ຳລຶກຄຸນ ງາມຄວາມດີແລະຜົນງານອັນໃຫຍ່ ຫລວງຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ດີເດັ່ນແລະ ເຄົາລົບຮັກຂອງ ປວງຊົນລາວບັນດາເຜົ່າ ທີ່ໄດ້ອຸທິດ ໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ກູ້ ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ພວກເຮົາ ເຊິ່ງວັນດັ່ງກ່າວແມ່ນວັນ ເກີດຂອງເພິ່ນ ເພື່ອເປັນການປູກ ຈິດສຳນຶກໃຫ້ແກ່ອະນຸຊົນ, ເຍົາວະ ຊົນຂອງຊາດ ກໍຄືລູກຫລານຜູ້ເກີດ ໃໝ່ໃຫຍ່ລຸນ ໃຫ້ມີສະຕິຮັກ ແລະ ຫວງແຫນສັດນໍ້າ-ສັດປ່າ ແລະ ທັງ ເປັນການປຸກລະດົມທົ່ວປວງຊົນເຂົ້າ ຮ່ວມໃນການຄຸ້ມຄອງ, ປົກປັກຮັກ ສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ ແລະ ສັດປ່າ, ແນໃສ່ເຮັດໃຫ້ປະຊາ ກອນສັດນັບມື້ມີຄວາມອຸດົມສົມບູນ ແລະ ກາຍເປັນທ່າແຮງໃນການຄ້ຳ ປະກັນດ້ານສະບຽງອາຫານ, ໂພຊະ ນາການ ກໍຄືການປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ທັງເປັນການສືບສານຮີດຄອງປະເພ ນີໃນໄລຍະເຂົ້າພັນສາໃຫ້ມີຄວາມ ໝາຍຄວາມສຳຄັນຍິ່ງໆຂຶ້ນ. ໄປຄຽງຄູ່ກັບການປ່ອຍປາແລະ ສັດປະເພດຕ່າງໆສູ່ແຫລ່ງນໍ້າທໍາ ມະຊາດໃນລະດູການປີນີ້, ກໍ່ມີຄວາມ ຈໍາເປັນທີ່ຂະແໜງການລັດ ທີ່ກ່ຽວ ຂ້ອງຂັ້ນຕ່າງໆ ຈະຕ້ອງໄດ້ສືບຕໍ່ ຕິດຕາມ, ກວດກາ ແລະ ປຸກລະດົມ ຂົນຂວາຍປະຊາຊົນໃຫ້ຕື່ນຕົວສະ ໝັກໃຈເປັນແບບຢ່າງໃນການມອບ ອາວຸດລ່າສັດ ແລະ ເຄື່ອງມືຫາປາ * ໂຄງການ ທລຍ 3 ໄລຍະເພີ່ມ ທຶນ ໄດ້ຮັບການສະໜັບສະໜູນເງິນ ກູ້ຢືມຈາກທະນາຄານໂລກຈໍານວນ 22.5ລ້ານໂດລາສະຫະລັດ ເພື່ອຈັດ ຕັ້ງປະຕິບັດ ແຕ່ປີ 2020-2024, ມີຈຸດປະສົງເພື່ອສ້າງເງື່ອນໄຂການ ເຂົ້າເຖິງການບໍລິການ, ການຊຸກຍູ້ ການຜະລິດ ແລະ ການບໍລິໂພກອາ ຫານທີ່ມີໂພຊະນາການຂອງຊຸມຊົນ ເຂດທຸກຍາກໃນພື້ນທີ່ເປົ້າໝາຍ ຂອງໂຄງການ ໂດຍເປັນໜຶ່ງໃນແຜນ ງານໜຶ່ງດຽວທີ່ມີຫລາຍຂະແໜງ ການເຂົ້າຮ່ວມ ເພື່ອແກ້ໄຂບັນຫາ ດ້ານໂພຊະນາການຢູ່ 4 ແຂວງພາກ ເໜືອຂອງສປປລາວແລະ ນອນໃນ ແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ທີ່ຈັດຕັ້ງ ປະຕິບັດໂດຍກະຊວງກະສິກໍາ ແລະ ປ່າໄມ້. ໂຄງການ ທລຍ 3 ໄລຍະ ເພີ່ມທຶຶນ ໄດ້ຈັດຕັ້ງປະຕິບັດວຽກ ງານຢູ່ 468 ບ້ານ ໃນ 12 ເມືອງ ຂອງ 4 ແຂວງ ຄື: ຜົ້ງສາລີ, ອຸດົມ ໄຊ, ຫົວພັນ ແລະ ຊຽງຂວາງ. ແບບດັບສູນໃຫ້ແກ່ອົງການປົກຄອງ ທ້ອງຖິ່ນ ແລະ ເຈົ້າໜ້າທີ່ທີ່ກ່ຽວ ຂ້ອງ ເພື່ອຄຸ້ມຄອງໃຫ້ຖືກຕ້ອງຕາມ ລະບຽບກົດໝາຍ. ສືບຕໍ່ໂຄສະນາ ຢ່າງຕໍ່ເນື່ອງດ້ວຍຫລາຍຮູບຫລາຍ ສີຫ້າມບໍ່ໃຫ້ມີການຈັບ, ຊື້-ຂາຍ, ສັດ ນ້ຳ ແລະ ລ່າສັດປ່າ ປະເພດຫວງ ຫ້າມ ຫລື ບັນຊີ I ແລະ ປະເພດຄຸ້ມ ຄອງ ຫລື ບັນຊີ II ໃນທຸກລະດູການ ຢ່າງເດັດຂາດ; ບໍ່ນຳເອົາສັດນ້້ຳ, ສັດປ່າປະເພດຫວງຫ້າມທີ່ຍັງມີຊີ ວິດ, ຊາກ, ສິ້ນສ່ວນ ແລະ ອະໄວ ຍະວະຕ່າງໆຂອງສັດອອກຈາກຖິ່ນ ທີ່ຢູ່ອາໄສ ຫລື ແຫລ່ງກຳເນີດມາ ໄວ້ໃນຄອບຄອງໂດຍບໍ່ໄດ້ຮັບອະ ນຸຍາດ; ບໍ່ຄວນລ່າສັດນ້ຳ, ສັດປ່າ ປະເພດທົ່ວໄປ ຫລື ບັນຊີ III ໃນ ສະຖານທີ່ຫວງຫ້າມ, ເຂດອະນຸລັກ ພັນສັດ, ເຂດວັງສະຫງວນ ໂດຍສະ ເພາະໃນໄລຍະເຂົ້າພັນສາ; ບຸກລຸກ ທຳລາຍເຂດອະນຸລັກພັນສັດ, ວັງສະ ຫງວນ, ຖິ່ນທີ່ຢູ່ອາໄສ ແລະ ແຫລ່ງ ອາຫານຂອງສັດນ້ຳ ແລະ ສັດປ່າ ໂດຍທາງກົງ ແລະ ທາງອ້ອມ; ບໍ່ໃຫ້ ມີການຈັບຈອງ, ຍ້າຍ, ປ່ຽນແປງ ຫລື ທຳລາຍເຄື່ອງໝາຍເຂດແດນ ວັງສະຫງວນ, ເຂດອະນຸລັກພັນສັດ ແລະ ຖິ່ນທີ່ຢູ່ອາໄສ. ພ້ອມດຽວກັນ ກໍ່ປຸກລະດົມຢ່າງແຂງແຮງ ຫ້າມບໍ່ ໃຫ້ມີການຫາປາໃນໄລຍະລະດູປາ ໄຂ່ ຫລື ໄລຍະເຂົ້າພັນສາ ຢູ່ຕາມ ເຂດທີ່ປາຂຶ້ນໄຂ່ ເປັນຕົ້ນແມ່ນເຂດ ວັງສະຫງວນຕ່າງໆ ຫລື ຕັນທາງ ເດີນຂອງປາຂຶ້ນໄປໄຂ່ ຕາມຫ້ວຍ ແລະສາຍນ້ຳດ້ວຍວິທີການຕ່າງໆທີ່ ເປັນການລະເມີດລະບຽບກົດໝາຍ ກ່ຽວກັບ ສັດນ້ຳ ແລະ ສັດປ່າ ແລະ ກົດໝາຍວ່າດ້ວຍການປະມົງ. ການປົກປັກຮັກສາສັດນໍ້າ-ສັດ ປ່າມັນແມ່ນພັນທະແລະໜ້າທີ່ຂອງ ທຸກຄົນ; ທົ່ວປວງຊົນລາວທັງຊາດ ຈົ່ງພ້ອມກັນ ເຂົ້າຮ່ວມປ່ອຍປາ ເພື່ອ ເພີ່ມຄວາມອຸດົມສົມບູນໃຫ້ແກ່ທຳ ມະຊາດ, ກໍ່ຄືແຫລ່ງນໍ້າຕ່າງໆໃນ ທົ່ວປະເທດ ແລະ ຮ່ວມມືກັນອະນຸ ລັກສັດນໍ້າ, ສັດປ່າ ໃຫ້ຢູ່ຄູ່ແຫລ່ງ ທຳມະຊາດຂອງມັນ, ສືບຕໍ່ແຜ່ຂະ ຫຍາຍພັນ ສ້າງຄວາມອຸດົມຮັ່ງມີ ດ້ານຊີວະນາໆພັນທັງບົກ ແລະ ແມ່ ນໍ້າ ຢ່າງຍືນຍົງ. ພາບປະກອບ 37'dkodv'mb os]5 fzj vo7;k,m5 dpkd 3 w]ptgruj ,mb o oezq oxt3spf.sh xt-k-q o 4 c0;'rkdg|n v ໃນວັນທີ25ມິຖຸນາ2024,ກອງ ທຶນຫລຸດຜ່ອນຄວາມທຸກຍາກໄດ້ ຈັດກອງປະຊຸມ ປິດໂຄງການກອງ ທຶນຫລຸດຜ່ອນຄວາມທຸກຍາກ (ທລຍ)3ໄລຍະເພີ່ມທຶນທີ່ຫໍປະຊຸມ ແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະ ມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ການເຂົ້າຮ່ວມຂອງທ່ານ ອາ ເລັກຊານເດີ ເຄຣມເມີ ຫົວໜ້າຫ້ອງ ການ ທະນາຄານໂລກ ປະຈໍາ ສປປ ລາວ; ບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຄະນະກໍາມະການ ສະພາບໍລິຫານກອງທຶນຫລຸດຜ່ອນ ຄວາມທຸກຍາກ; ຄະນະຜູ້ແທນ ແລະ ຊ່ຽວຊານທະນາຄານໂລກ; ບັນດາ ທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຜູ້ປະສານງານໂຄງການ ທລຍ ຂັ້ນ ແຂວງ ແລະ ຂັ້ນເມືອງ ຕະຫລອດ ຮອດບັນດາທ່ານຜູ້ຕາງໜ້າຈາກ ອົງການຈັດຕັ້ງຕ່າງໆພາກລັດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ. ຕະຫລອດໄລຍະການຈັດຕັ້ງປະ ຕິບັດ ໂຄງການກອງທຶນຫລຸດຜ່ອນ ຄວາມທຸກຍາກ3 ໄລຍະເພີ່ມທຶນໄດ້ ມີຜົນສໍາເລັດຢ່າງເປັນຮູບປະທໍາ ແລະ ກິດຈະກໍາທັງໝົດຂອງໂຄງ ການ ໄດ້ມອບໃຫ້ 12 ເມືອງ ຂອງ 4 ແຂວງເປົ້າໝາຍ ປະກອບດ້ວຍ 1) ກິດຈະກໍາການພັດທະນາພື້ນຖານ ໂຄງລ່າງຂອງຊຸມຊົນ: ພື້ນຖານໂຄງ ລ່າງຂະໜາດນ້ອຍ ຈໍານວນ 462 ໂຄງການ, ນໍາໃຊ້ງົບປະມານທັງ ໝົດ99.56ຕື້ກີບ, ໃນນັ້ນຊຸມຊົນປະ ກອບສ່ວນ 10.60 ຕື້ກີບ; 2) ກິດ ຈະກໍາປັບປຸງຊີວິດການເປັນຢູ່: ກຸ່ມ ຊ່ວຍເຫລືອກັນ ຫລື ກຸ່ມທ້ອນເງິນ ຂັ້ນບ້ານ ຈໍານວນ 2.019 ກຸ່ມ ໃນ 466 ບ້ານ, ມີສະມາຊິກ 26.591 ຄົນ, ເງິນຕົ້ນທຶນທີ່ໂຄງການ ທລຍ ສະໜອງໃຫ້ທັງໝົດ 67.47 ຕື້ ກວ່າກີບ ແລະ ເງິນຝາກສະສົມຂອງ ສະມາຊິກ 10 ຕື້ກວ່າກີບ; ກຸ່ມຜູ້ຜະ ລິດ ຈໍານວນ 50 ກຸ່ມ, ມີສະມາຊິກ 786 ຄົນ, ເງິນຕົ້ນທຶນ ທີ່ໂຄງ ການ ທລຍ ສະໜອງໃຫ້ທັງໝົດ 2.3 ຕື້ ກີບ; 3)ກິດຈະກໍາສົ່ງເສີມໂພຊະນາ ການ: ກຸ່ມໂພຊະນາການບ້ານຈໍາ ນວນ 530 ກຸ່ມ ໃນ 468 ບ້ານ, ມີ ສະມາຊິກ 38.000 ຄົນ, ທຶນທີ່ໂຄງ ການ ທລຍ ສະໜອງໃຫ້ 4.7 ຕື້ກີບ ແລະ ຊຸມຊົນປະກອບສ່ວນ 563 ລ້ານກີບ ໄດ້ນໍາໃຊ້ໃນການສາທິດ ປຸງແຕ່ງອາຫານສໍາລັບແມ່ ແລະ ເດັກ; ກິດຈະກໍາທົດລອງຮີດເອົານໍ້າ ນົມແບ້ເພື່ອມາປຸງແຕ່ງອາຫານໃຫ້ ເດັກນ້ອຍ ຈໍານວນ 93 ຄອບຄົວ ໃນ 30 ບ້ານ; ຄລິບວິດີໂອສົ່ງເສີມດ້ານ ໂພຊະນາການ ເປັນພາສາທ້ອງຖິ່ນ 1.500 ເລື່ອງ; ແລະ 4) ກິດຈະກໍາ ສ້າງຄວາມເຂັ້ມແຂງໃຫ້ກັບຊຸມ ຊົນ: ທີມງານຄຸ້ມຄອງການກໍ່ສ້າງ ພື້ນຖານໂຄງລ່າງ ຂັ້ນບ້ານ 2.772 ຄົນ; ນາຍຊ່າງ ຂັ້ນບ້ານ 751 ຄົນ ທີ່ໄດ້ຮັບການຝຶກອົບຮົມຈາກໂຮງ ຮຽນວິຊາຊີບ ແລະ ໄດ້ຮັບເໝົາກໍ່ ສ້າງໃນບ້ານທີ່ໄດ້ຮັບໂຄງການຂອງ ທລຍ; ຄະນະບໍລິຫານກອງທຶນ ກຸ່ມ ຊ່ວຍເຫລືອກັນຂັ້ນບ້ານ2.695 ຄົນ (ເປັນເພດຍິງ 2.155 ຄົນ); ວິຊາ ການກະສິກໍາຂັ້ນບ້ານ 466 ຄົນ (1 ຄົນ ຕໍ່ບ້ານ); ຕົວແບບດ້ານກະ ສິກໍາ527ຄອບຄົວ; ໄດ້ສ້າງຄວາມ ເຂັ້ມແຂງໃຫ້ພະນັກງານກະສິກໍາ ແລະ ປ່າໄມ້ເມືອງ ຈໍານວນ 24 ທ່ານ(2ຄົນຕໍ່ເມືອງ)ຊຶ່ງຈະເປັນຜູ້ ສືບຕໍ່ຕິດຕາມ ແລະ ຊຸກຍູ້ວຽກງານ ຫລັງຈາກສິ້ນສຸດໂຄງການ. * ໃນໄລຍະຜ່ານມາ ຄະນະສະມາ ຊິກສະພາແຫ່ງຊາດ (ສສຊ) ເລືອກ ຕັ້ງທີ 14, ສະມາຊິກສະພາປະຊາຊົນ ແຂວງສາລະວັນ ໄດ້ຕັ້ງໜ້າຈັດຕັ້ງປະ ຕິບັດວຽກງານຕ່າງໆ ປະສົບຜົນສຳ ເລັດຫລາຍດ້ານ ໂດຍສະເພາະການລົງ ເຄື່ອນໄຫວຈັດຕັ້ງຂະຫຍາຍ ແລະ ໂຄ ສະນາເຜີຍແຜ່ຜົນລັດຖະທໍາມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດຂອງສະພາປະຊາຊົນແຂວງຢູ່ບັນດາ ເມືອງທົ່ວແຂວງ ເຊິ່ງສາມາດເຄື່ອນ ໄຫວໄດ້ທັງໝົດ 8 ເມືອງທົ່ວແຂວງ, ເຄື່ອນໄຫວຢຽມຢາມພົບປະພໍ່-ແມ່ ປະຊາຊົນ, ພະນັກງານ, ທະຫານ-ຕຳ ຫລວດ, ລວມມີ183 ຈຸດ, ມີຜູ້ເຂົ້າຮ່ວມ ຮັບຟັງຫລາຍກວ່າ 27.800 ເທື່ອຄົນ ແລະ ອື່ນໆ. ທ່ານ ສີເຮັງ ຫອມສົມບັດ ປະທານ ສະພາປະຊາຊົນແຂວງສາລະວັນ ໄດ້ ສຳພາດຕໍ່ສື່ມວນຊົນໂອກາດເຂົ້າກອງ ປະຊຸມສະໄໝສາມັນເທື່ອ7ຂອງສະພາ ແຫ່ງຊາດ ຊຸດທີ 9 ວ່າ: ເຖິງວ່າ ຄະນະ ສສຊ ພວກເຮົາໄດ້ເຄື່ອນໄຫວວຽກ ຕາມພາລະບົດບາດສຳເລັດຫລາຍ ດ້ານກໍຈິງ, ແຕ່ກໍຍັງມີຫລາຍບັນຫາທີ່ ຍັງຄົງຄ້າງຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ ຊຸກຍູ້ພາກສ່ວນກ່ຽວຂ້ອງເລັ່ງແກ້ໄຂ ໃນຕໍ່ໜ້າ ໂດຍສະເພາະວິກິດການທາງ ດ້ານເສດຖະກິດໃນປັດຈຸບັນ ໄດ້ສົ່ງຜົນ ກະທົບຕໍ່ຫົວໜ່ວຍແຮງງານຈໍານວນ ໜຶ່ງໄດ້ປິດ ແລະ ໂຈະການດໍາເນີນທຸລະ ກິດ ເຮັດໃຫ້ມີການຫລຸດຜ່ອນ ແລະ ໂຈະການຈ້າງງານ, ຕໍາແໜ່ງງານໃໝ່ ພາຍໃນມີໜ້ອຍແຮງງານພາຍໃນ ແຂວງ ຫລັ່ງໄຫລໄປອອກແຮງງານຢູ່ ປະເທດໃກ້ຄຽງ ແລະ ອື່ນໆ; ໂຄງການ ກໍ່ສ້າງພື້ນຖານໂຄງລ່າງຈຳນວນໜຶ່ງ ຍັງຊັກຊ້າແກ່ຍາວ ບໍ່ທັນສຳເລັດ ບໍ່ສາ ມາດນໍາໃຊ້ເປັນພື້ນຖານໃຫ້ແກ່ການ ພັດທະນາດ້ານຕ່າງໆ ເປັນຕົ້ນເສັ້ນ ທາງບູລິມະສິດຂອງລັດຖະບານ. ຂະ ນະທີ່ໂຄງການນ້ອຍຈຳນວນຫລວງ ຫລາຍ ແມ່ນໄດ້ຮັບທຶນນ້ອຍ ຫລື ຫລ້າ ຊ້າ ຈຶ່ງມີຄວາມຫຍຸ້ງຍາກໃນການກໍ່ ສ້າງ, ພ້ອມນີ້ ທຶນທີ່ອະນຸມັດຊຳລະກໍມີ ໜ້ອຍ ພາໃຫ້ບໍ່ສາມາດຈັດຕັ້ງປະຕິບັດ ສຳເລັດໄດ້ໄວ; ໂຄງລ່າງຊົນລະປະທານ ບາງບ່ອນເປ່ເພ, ບາງບ່ອນຂາດລະບົບ ຄອງເໝືອງ, ບາງບ່ອນທີ່ມີແລ້ວພັດຍັງ ບໍ່ສາມາດນໍາໃຊ້ເຂົ້າໃນການຜະລິດ ຢ່າງມີປະສິດທິຜົນ ແລະ ເຮັດໃຫ້ໃນ ຫລາຍເຂດການຜະລິດບໍ່ສາມາດຕອບ ໂຕ້ແລະຟື້ນຟູຕໍ່ສະພາບການປ່ຽນແປງ ດິນຟ້າອາກາດ ໂດຍສະເພາະການປະ ເຊີນກັບໄພແຫ້ງແລ້ງ ແລະ ໄພທຳມະ ຊາດ; ການປະຕິບັດນະໂຍບາຍສົ່ງເສີມ ວິສາຫະກິດຂະໜາດນ້ອຍ-ຂະໜາດ ກາງ (SMEs) ແລະ ການຜະລິດເປັນ ສິນຄ້າທົດແທນການນຳເຂົ້າ ແລະ ສົ່ງ ອອກຕິດພັນກັບການປະຕິບັດວາລະ ແຫ່ງຊາດ ຍັງໄດ້ໜ້ອຍ, ຕົວແບບໃນ ການພັດທະນາມີໜ້ອຍ, ຫລາຍບ່ອນກໍ ບໍ່ທັນພົ້ນເດັ່ນເທົ່າທີ່ຄວນ, ການເຮັດການ ຜະລິດກະສິກຳເພື່ອເປັນສິນຄ້າ, ການ ສ້າງມູນຄ່າເພີ່ມໃຫ້ສິນຄ້າຍັງມີລັກສະ ນະຈໍາກັດ; ຄາດໝາຍດ້ານການສຶກສາ ແລະ ສາທາລະນະສຸກ ຈຳນວນໜຶ່ງ ຍັງມີຄວາມຫຍຸ້ງຍາກ ບໍ່ສາມາດບັນລຸ ຄາດໝາຍໄດ້; ການຄຸ້ມຄອງລັດ-ຄຸ້ມ ຄອງສັງຄົມ ຕາມກົດໝາຍຍັງບໍ່ທັນ ແຂງແຮງເທົ່າທີ່ຄວນ, ເຮັດໃຫ້ເກີດມີ ຊ່ອງວ່າງລະເມີດລະບຽບກົດໝາຍ, ຍັງມີສຽງຈົ່ມວ່າຂອງສັງຄົມ ຕໍ່ການ ລ່ວງລະເມີດວິໃນແຜນການ-ການເງິນ ແລະ ລະບຽບຫລັກການອື່ນໆ; ບັນຫາ ສະພາບເສດຖະກິດ-ສັງຄົມ, ໄພເງິນ ເຟີ້, ນໍ້າມັນແພງ ເຮັດໃຫ້ສິນຄ້າໃນທ້ອງ ຕະຫລາດສູງ ເຊິ່ງສົ່ງຜົນກະທົບໂດຍ ກົງຢ່າງໜັກໜ່ວງຕໍ່ການດໍາລົງຊີວິດ ຂອງປະຊາຊົນ; ການປັບປຸງ ແລະ ແກ້ ໄຂຕໍ່ບັນຫາຄ່າແຮງງານ ເຫັນວ່າຍັງ ຕໍ່າ ແລະ ບໍ່ພຽງພໍກັບຄ່າຄອງຊີບໃນ ປັດຈຸບັນ;ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນສັງຄົມ ເປັນຕົ້ນບັນຫາຢາເສບຕິດ, ການຂີ້ລັກງັດແງະ ແລະ ບັນຫາອື່ນໆ ແລະ ການຂະຫຍາຍຕາຂ່າຍໄຟຟ້າ ບໍ່ ພຽງພໍກັບຄວາມຕ້ອງການ; ເສັ້ນທາງ, ຂົວຂ້າມແມ່ນໍ້າຫລາຍແຫ່ງໃນເຂດຊົນ ນະບົດ ຍັງບໍ່ໄດ້ຮັບການປັບປຸງແກ້ໄຂ, ບາງບ່ອນທີ່ມີແລ້ວ ກໍເກົ່າແກ່ຊຸດໂຊມ ຫລາຍ ເຮັດໃຫ້ມີຄວາມຫຍຸ້ງຍາກໃນ ການສັນຈອນໄປມາຂອງປະຊາຊົນ ໂດຍສະເພາະໃນລະດູຝົນຄືປັດຈຸບັນນີ້. ຢ່າງໃດກໍດີໃນຕໍ່ໜ້າຄະນະສະມາຊິກ ສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ຈະສຸມໃສ່ປັບປຸງແກ້ໄຂຄື: ໂດຍປະຕິ ບັດຕາມລັດຖະທຳມະນູນ, ກົດໝາຍວ່າ ດ້ວຍສະພາແຫ່ງຊາດແລະກົດໝາຍວ່າ ດ້ວຍສະພາປະຊາຊົນຂັ້ນ ແຂວງນັ້ນ, ຕ້ອງເລັ່ງໃສ່ປັບປຸງແກ້ໄຂຈໍນວນໜຶ່ງ ເປັນຕົ້ນແມ່ນການຕິດຕາມກວດກາສະ ພາບບັນຫາທີ່ປະຊາຊົນໃຫ້ຄວາມສົນ ໃຈ ເພື່ອຊອກຫາສາເຫດຕົ້ນຕໍເລັ່ງຊຸກ ຍູ້ອົງການປົກຄອງແຂວງແກ້ໄຂຢ່າງ ວ່ອງໄວ;ອີກອັນໜຶ່ງກໍແມ່ນການແກ້ໄຂ ຄໍາຮ້ອງທຸກຂອງປະຊາຊົນ ໂດຍຜ່ານ ມາກໍເຮັດໄດ້ດີແລ້ວ, ແຕ່ຍັງມີລັກສະ ນະບໍ່ທ່ວງທັນກັບສະພາບການຕົວຈິງ ແລະ ໄປຕາມຂັ້ນຕອນຂອງກົດໝາຍ- ລະບຽບການທີ່ກ່ຽວຂ້ອງ; ການເຜີຍ ແຜ່ພາລະບົດບາດຂອງສະພາປະຊາ ຊົນແຂວງ ແລະ ຄະນະ ສສຊ ເຂດ 14 ເພື່ອໃຫ້ການຈັດຕັ້ງປະຕິບັດສິດ ແລະ ພາລະບົດບາດຂອງສາມ ອົງການອໍາ ນາດລັດ ໃຫ້ເປັນເອກະພາບໃນ ດ້ານ ການນໍາພາຂອງພັກ-ຂອງລັດໃຫ້ກົມ ກຽວກັນຕິດພັນກັບການເອົາໃຈໃສ່ ເສີມຂະຫຍາຍຮັກສາມູນເຊື້ອຄວາມສາ ມັກຄີອັນດີງາມ ໃຫ້ເປັນປຶກແຜນແໜ້ນ ໜາ, ຮັກສາມູນເຊື້ອອັນດີງາມຂອງ ຊາດ, ຂອງປະຊາຊົນບັນດາເຜົ່າ ເພື່ອ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ທີ່ພວກເຮົາພວມປະ ເຊີນຢູ່ໃຫ້ໄດ້ຮັບການແກ້ໄຂໂດຍໄວ; ເສີມຂະຫຍາຍ ແລະ ຍົກສູງສະຕິຂອງ ປະຊາຊົນບັນດາເຜົ່າໃຫ້ມີຄວາມເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກແລະລັດ ຢ່າງໜັກແໜ້ນ; ເປີດກວ້າງ ແລະ ເສີມ ຂະຫຍາຍປະຊາທິປະໄຕຕາມຫລັກ ການແບບລວມສູນຢ່າງເຂັ້ມງວດ; ເອົາ ໃຈໃສ່ພັດທະນາເສດຖະກິດ-ສັງຄົມ, ເສດຖະກິດຄອບຄົວ ໃຫ້ເປັນປົກກະຕິ ແລະມີໝາກຜົນສູງ,ຊຸກຍູ້,ສົ່ງເສີມການ ສ້າງຜະລິດຕະພັນພາຍໃນໃຫ້ຫລາກ ຫລາຍ ເພື່ອຫລຸດຜ່ອນການນໍາເຂົ້າສິນ ຄ້າ. ທ່ານ ສີເຮັງ ຫອມສົມບັດ ກ່າວ.

RkJQdWJsaXNoZXIy MTc3MTYxMQ==