5905

xtgmf]k; 4 3]d c]t gsfdko ຕໍ່າກໜ້າ ຕໍ່າກໜ້າ ຕໍ່າກໜ້າ 28/06/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lt4kom6 f]k; xt9e ll s;Pfok, xk4tdt4k,6 og-N v;a ole7a o0v'ra d{0v'-kf ຂປລ. ເມື່ອບໍ່ດົນມານີ້, ທີ່ນະ ຄອນຫລວງຮ່າໂນ້ຍ, ສະຖານເອກ ອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຈັດປາຖະກະຖາເລົ່າ ມູນເຊື້ອວັນສຳຄັນຂອງພັກ, ຂອງ ຊາດ ເປັນຕົ້ນ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງ ໄຫຫີນ ແຂວງຊຽງຂວາງ ຄົບ ຮອບ 65 ປີ (18/05/195918/05/2024); ວັນໄຊຊະນະບັ້ນ ຮົບດຽນບຽນຟູ ຄົບຮອບ 70 ປີ (07/05/1954-07/05/2024) ແລະ ວັນແຫກຄຸກຢ່າງມະຫັດສະ ຈັນຂອງບັນດາຜູ້ນຳພັກ ແລະ ແນວ ລາວຮັກຊາດ ຄົບຮອບ 64 ປີ (24/05/1960-24/05/2024) ໂດຍການປາຖະກະຖາຂອງທ່ານ ນາງ ຄຳເພົາ ເອີນທະວັນເອກອັກຄະ ລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດ ນາມ, ມີບັນດາສະຫາຍຄະນະພັກ ຮາກຖານ, ຄະນະໜ່ວຍພັກ, ສະມາ ຊິກພັກ, ພະນັກງານສະຖານທູດ ລາວ, ອົງການຜູ້ຕາງໜ້າປ້ອງກັນ ຄວາມສະຫງົບລາວ ປະຈຳ ສສ ຫວຽດນາມ, ຫ້ອງການຜູ້ຕາງໜ້າ ການບິນລາວ ແລະ ບັນດາຄະນະ ໜ່ວຍພັກນັກສຶກສາລາວທົ່ວນະ ຄອນຫລວງຮ່າໂນ້ຍ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຍົກໃຫ້ເຫັນເຖິງ ການນຳພາທີ່ຖືກຕ້ອງ, ສະຫລາດ ສ່ອງໃສຜູ້ນຳພັກປະຊາຊົນປະຕິວັດ ລາວ, ໃນການນຳພາການເມືອງແນວຄິດທະຫານ, ຕຳຫລວດ, ພໍ່ ແມ່ປະຊາຊົນເຮັດໃຫ້ມີນໍ້າໃຈຮັກ ຊາດ, ມີຄວາມອົດທົນ, ເສຍສະ ຫລະຕໍ່ອຸດົມການປະຕິວັດ ເພື່ອເປົ້າ ໝາຍປົດປ່ອຍປະເທດຊາດອອກ ຈາກການຮຸກຮານຂອງຈັກກະພັດ ແບບເກົ່າ. ການຜ່າວົງປິດລ້ອມ ຂອງກອງພັນທີ 2 ແມ່ນໄຊຊະນະ ອັນໃຫຍ່ຫລວງຂອງກໍາລັງປະກອບ ອາວຸດເຮົາທີ່ຢູ່ໃຕ້ການນຳພາຂອງ ພັກ, ເປັນເຫດການປະຫວັດສາດອັນ ສຳຄັນຂອງຊາດ, ຂອງພັກ, ຂອງ ກອງທັບເຮົາ ແລະ ເປັນບົດຮຽນ ອັນລ້ຳຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ ຂອງກອງທັບ ແລະ ປະຊາຊົນຍາດ ເອົາໄຊຊະນະໃນໄລຍະຕໍ່ມາ. ພ້ອມ ນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງວິລະ ກຳການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ເປັນອີກຂີດໝາຍ ໜຶ່ງທີ່ສຳຄັນທາງປະຫວັດສາດ ຂອງລາວເຮົາ ໂດຍໄດ້ທັບມ້າງເລ່ ກົນອຸບາຍຫລອກເສືອອອກຈາກ ຖ້ຳ ເພື່ອຂ້າເສືອ, ພ້ອມທັງເລ່ຫລ່ຽມ ຫັນປ່ຽນໂດຍສັນຕິຂອງຈັກກະພັດ ແລະ ລູກແຫລ້ງຕີນມື ໄດ້ຖືກປະລາ ໄຊຢ່າງໜັກໜ່ວງ. ນອກຈາກນັ້ນ, ທ່ານທູດຍັງໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນຂອງໄຊ ຊະນະດຽນບຽນຟູ ເປັນໄຊຊະນະ ທີ່ສະຫວ່າງສະໄຫວທີ່ສຸດໃນປະ ຫວັດສາດຂອງການຕໍ່ສູ້ຕ້ານການ ຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມທີ່ມີກຽດ ສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະ ຫວັດສາດຂອງຊາດ ແລະ ຂອງ ໂລກຢູ່ໃນສະຕະວັດທີ 20. ໃນຕອນທ້າຍ, ທ່ານນາງຄຳເພົາ ເອີນທະວັນ ຍັງໄດ້ມີບາງຄຳເຫັນ ຕໍ່ຜູ້ເຂົ້າຮ່ວມ ໂດຍສະເພາະແມ່ນ ບັນດາຄະນະໜ່ວຍພັກນັກສຶກສາ ລາວ ຈົ່ງໄດ້ນຳເອົາເນື້ອໃນຈິດໃຈ 3 ເອກະສານທີ່ສຳຄັນຂ້າງເທິງ ນັ້ນນຳໄປເຜີຍແຜ່, ເຊື່ອມຊືມຕໍ່ໃຫ້ ສະມາຊິກພັກ, ນັກສຶກສາ, ນັກຄົ້ນ ຄວ້າ ທີ່ກຳລັງສຶກສາຄົ້ນຄວ້າຢູ່ ສສ ຫວຽດນາມ ເພື່ອເຮັດໃຫ້ນັກສຶກສາ ຮູ້ໄດ້ປະຫວັດສາດແຫ່ງການຕໍ່ສູ້ ອັນຍຶດເຍື້ອຍາວນານດ້ວຍຄວາມ ຫຍຸ້ງຍາກທີ່ຕ້ອງໄດ້ມີຄວາມມະນະ ອົດທົນ,ກ້າຫານ,ມີໄຫວພິກ, ເສຍສະ ຫລະຊີວິດເພື່ອຍາດເອົາສັນຕິພາບ, ເອກະລາດ ແລະ ຜືນແຜ່ນດິນອັນຄົບ ຖ້ວນມາໃຫ້ແກ່ປະເທດຊາດຄືດັ່ງ ທຸກວັນນີ້. ພ້ອມກັນນັ້ນ, ທ່ານຍັງໄດ້ ມີຄຳເຫັນຕໍ່ນັກສຶກສາ ເພື່ອໃຫ້ ເຂົາເຈົ້າໄດ້ມີແນວຄິດອຸ່ນອ່ຽງທຸ່ນ ທ່ຽງ, ເອົາໃຈໃສ່ໃນການສຶກສາ, ຄົ້ນ ຄວ້າ, ຮ່ຳຮຽນໃຫ້ສຳເລັດຕາມລະ ດັບຄາດໝາຍດ້ວຍຄຸນນະພາບທີ່ດີ. ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ ສສ ຫວຽດນາມ. ຂປລ. ທ້າຍອາທິດຜ່ານມາ, ສະຫາຍ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ, ຮອງຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ (ອອປສ) ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ເລືອງ ຟຸກ ເຊີນ ຫົວໜ້າອົງ ການໄອຍະການປະຊາຊົນ ແຂວງ ກວາງນິງ ສສ ຫວຽດນາມ ແລະ ຄະນະໃນໂອກາດເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຮ່ວມກັບອົງ ການໄອຍະການປະຊາຊົນແຂວງ ຫລວງພະບາງ ລະຫວ່າງວັນທີ 17-20 ມິຖຸນາ 2024. ສະຫາຍຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄະນະ ທີ່ເດີນທາງມາເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້, ເປັນການເສີມສ້າງ ສາຍພົວພັນມິດຕະພາບ, ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດລາວຫວຽດນາມ ໂດຍສະເພາະສອງອົງ Iv'sq ;|h k vvxl 8h voIa [sq ;|h kvq 'dkowvptdkoxt-k-q oc0;'d;k'oy ' ການໄອຍະການປະຊາຊົນ ລາວຫວຽດນາມ, ຫວຽດນາມ-ລາວ ນັບ ມື້ແໜ້ນແຟ້ນ. ການປະສານຮ່ວມ ມືວຽກງານໄອຍະການຂອງສອງ ແຂວງຫລວງພະບາງ ແລະ ແຂວງ ກວາງນິງ ມີທ່າກ້າວຂະຫຍາຍຕົວ, ສືບຕໍ່ຮ່ວມມືແລກປ່ຽນບົດຮຽນຄະ ນະຜູ້ແທນຂັ້ນວິຊາການ ແລະ ລະ ດັບຂັ້ນສູງນໍາກັນຢ່າງຕໍ່ເນື່ອງ, ເຮັດ ໃຫ້ການປະສານວຽກງານວິຊາສະ ເພາະຂອງສອງແຂວງນັບມື້ຈະເລີນ ງອກງາມຍິ່ງໆຂຶ້ນ. ໂອກາດນີ້, ສະຫາຍຫົວໜ້າອົງ ການໄອຍະການປະຊາຊົນ ແຂວງ ກວາງນິງ ໄດ້ຕາງໜ້າຄະນະສະ ແດງຄວາມຂອບໃຈຕໍ່ກັບການຕ້ອນ ຮັບອັນອົບອຸ່ນຂອງສະຫາຍຮອງຫົວ ໜ້າອົງການໄອຍະການປະຊາຊົນ ສູງສຸດ ແຫ່ງ ສປປ ລາວ ໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດ ວຽກຮ່ວມກັບອົງການໄອຍະການ ປະຊາຊົນຢູ່ ແຂວງຫລວງພະບາງ ຕື່ມອີກ ຂ່າວ: ວົງເດືອນ,ພາບ: ແສງພະຈັນ ຫວນຄືນມູນເຊື້ອ... ລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫລະຂອງບັນດານັກ ຮົບທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ໃນຂະບວນການປະຕິວັດຜ່ານມາ ແລະ ເພື່ອສືບຕໍ່ເສີມຂະຫຍາຍມູນ ເຊື້ອ, ທາດແທ້ຂອງພັກ ເຂົ້າໃນການ ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດພາລະ ກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຕາມທິດສັງຄົມ ນິຍົມ ເພື່ອເຮັດໃຫ້ພະນັກງານ-ລັດ ຖະກອນພາຍໃນກົມປ່າໄມ້ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມ ສຳຄັນຂອງວັນດັ່ງກ່າວ ແລະ ນຳ ເອົາບົດຮຽນມາໝູນໃຊ້ເຂົ້າໃນ ການປະຕິບັດໜ້າທີ່ການເມືອງຂອງ ຕົນ ໃຫ້ບັນລຸຕາມຄາດໝາຍທີ່ວາງ ໄວ້. ໂອກາດນີ້, ທ່ານ ສົມຫວັງ ພິມມະວົງ ໄດ້ຍົກໃຫ້ເຫັນຄວາມ ໝາຍຄວາມສຳຄັນຂອງວັນຜ່າວົງ ປິດລ້ອມຂອງກອງພັນທີ 2 ວິລະ ຊົນທີ່ທົ່ງໄຫຫີນຊຽງຂວາງ ເຊິ່ງ ແມ່ນໄຊຊະນະອັນໃຫຍ່ຫລວງຂອງ ກໍາລັງປະກອບອາວຸດ ທີ່ຢູ່ພາຍໃຕ້ ການນໍາພາອັນປີຊາສາມາດສະ ຫລາດສ່ອງໃສ ຂອງພັກປະຊາຊົນ ປະຕິບັດລາວ ແລະ ກອງທັບປະຊາ ຊົນລາວ. ເຫດການດັ່ງກ່າວ, ສະ ແດງໃຫ້ເຫັນເຖິງຄວາມສະຫລຽວ ສະຫລາດ, ການມີໄຫວພິບ, ຄວາມ ຈົ່ງຮັກພັກດີ, ຄວາມສາມັກຄີເປັນ ຈິດໜຶ່ງໃຈດຽວຂອງປະຊາຊົນບັນ ດາເຜົ່າ, ຄວາມປີຊາສາມາດຂອງ ຄະນະພັກ-ຄະນະບັນຊາ ຈຶ່ງສາ ມາດເຮັດໃຫ້ກອງພັນທີ 2 ສາມາດ ຜ່າວົງປິດລ້ອມໄດ້ສຳເລັດ ເຊິ່ງ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນ, ທັງສະແດງໃຫ້ເຫັນເຖິງ ຄວາມບໍລິສຸດຜຸດຜ່ອງ, ຄວາມຈົງ ຮັກພັກດີ, ຄວາມສາມັກຄີເປັນຈິດ ໜຶ່ງໃຈດຽວ, ຄວາມອົດທົນໝັ້ນ ໜຽວບໍ່ຄອນແຄນຕໍ່ການນາບຂູ່ ຫລອກລວງຂອງສັດຕູ; ນໍ້າໃຈສູ້ຮົບ ພິລະອາດຫານ ແລະ ມີໄຫວພິບ ຂອງກອງພັນທີ 2 ໄດ້ເປັນແວ່ນ ແຍງ, ເປັນການປຸກລະດົມອັນແຮງ ກ້າ ໃຫ້ແກ່ຂະບວນການປະຕິວັດ ເພື່ອຕີເອົາໄຊຊະນະກັບຈັກກະພັດ ລ່າເມືອງຂຶ້ນແບບໃໝ່ ແລະ ລູກ ແຫລ່ງຕີນມື. ພ້ອມນີ້, ທ່ານ ສົມຫວັງ ພິມມະ ວົງ ຍັງໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງ ການຕໍ່ສູ້ອັນພິລະອາດຫານ ຂອງ ນັກຮົບວິລະຊົນຫວຽດນາມໃນບັ້ນ ຮົບດຽນບຽນຟູ ເຊິ່ງວັນໄຊຊະນະ ດຽນບຽນຟູ ເປັນເຫດການທີ່ມີ ຄວາມໝາຍປະຫວັດສາດທີ່ຍິ່ງ ໃຫຍ່ ຂອງປະຊາຊົນ ຫວຽດນາມ ວິ ລະຊົນ, ສະແດງໃຫ້ເຫັນເຖິງຄວາມ ສະຫລາດສ່ອງໃສ ໃນການນຳພາ ຂອງພັກແຮງງານຫວຽດນາມ ທີ່ ມີປະທານ ໂຮ່ຈີ່ມິງ ເປັນຜູ້ນໍາໃນ ການວາງແນວທາງຕໍ່ສູ້ຍາວນານ, ຮອບດ້ານ, ປະດິດສ້າງ, ເສີມຂະ ຫຍາຍກຳລັງແຮງແຫ່ງຄວາມສາ ມັກຄີທົ່ວປວງຊົນທັງຊາດ. ນອກ ຈາກນີ້, ໄຊຊະນະດຽນບຽນຟູ ຍັງ ແມ່ນໄຊຊະນະແຫ່ງຄວາມສາມັກ ຄີ, ຮ່ວມຂຸມຄອງດຽວກັນໃນການ ຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນ ຂອງປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ, ອັນເປັນການປະ ກອບສ່ວນທັບມ້າງລັດທິລ່າເມືອງ ຂຶ້ນແບບເກົ່າ ໃຫ້ພັງທະລາຍລົງຢູ່ ໃນໂລກ. ໄຊຊະນະດັ່ງກ່າວຍັງເປັນ ບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນ ແຍງທີ່ໃສແຈ້ງໃຫ້ແກ່ບັນດາປະຊາ ຊາດ ທີ່ຕົກເປັນຫົວເມືອງຂຶ້ນ, ເພື່ອ ລຸກຂຶ້ນຕໍ່ສູ້ຕ້ານກັບການກົດຂີ່ຂູດ ຮີດ ແລະ ແອກຄອບຄອງຫົວເມືອງ ຂຶ້ນແບບເກົ່າ ຢູ່ຫລາຍບ່ອນໃນທົ່ວ ໂລກ; ໄຊຊະນະດຽນບຽນຟູບໍ່ພຽງ ແຕ່ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ, ແຕ່ຍັງເປັນການສະ ແດງເຖິງໄຊຊະນະຂອງກ້ອນກຳ ລັງສາມັກຄີ, ການຮ່ວມສຳພັນສູ້ຮົບ ແລະ ຄຽງບ່າຄຽງໄຫລ່ຂອງປະຊາ ຊົນລາວ ແລະ ປະຊາຊົນ ກຳປູເຈຍ ທີ່ໄດ້ຮ່ວມຂຸມຄອງດຽວກັນ, ຕ້ານ ກັບສັດຕູໂຕດຽວກັນ ເພື່ອປົດປ່ອຍ ຕົນເອງ. ໄຊຊະນະດັ່ງກ່າວ, ກາຍ ເປັນຄວາມເອກອ້າງທະນົງໃຈ ຂອງປະຊາຊົນຫວຽດນາມ, ລາວ ແລະກຳປູເຈຍ ໃນພາລະກິດຕໍ່ສູ້ເພື່ອ ເອກະລາດ ຂອງຕົນໃນເວລາຊຸມປີ ຕໍ່ມາຈົນສາມາດປົດປ່ອຍປະເທດ ຊາດ ໄດ້ຢ່າງສົມບູນໃນປີ 1975 ແລະ ດຳເນີນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດໃນປັດຈຸບັນ. ໃນໂອກາດດຽວກັນ, ກໍໄດ້ມີພິທີ ປະກາດແຕ່ງຕັ້ງຫົວໜ້າພະແນກ, ຮອງພະແນກ ພາຍໃນກົມປ່າໄມ້ ແລະ ກົມກວດກາປ່າໄມ້ ກະຊວງ ກະສິກຳ ແລະ ປ່າໄມ້ ຕື່ມອີກ. ຂ່າວ-ພາບ: ທະນູທອງ ປະກາດໃຊ້ປຶ້ມຍຸດທະສາດ... ທຫລ ສະເໜີ... ທ່ານ ນາງ ໂຊໂນມິ (Sonomi) ຫົວໜ້າຫ້ອງການທະນາຄານພັດ ທະນາອາຊີ (AD#) ປະຈໍາ ສປປ ລາວ, ມີຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກກະຊວງ, ຂະແໜງ ການ, ຄູ່ຮ່ວມພັດທະນາ ແລະ ອົງ ການຈັດຕັ້ງສາກົນເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ພູວົງ ຫລວງໄຊຊະນະ ໄດ້ຕາງໜ້າໃຫ້ກະ ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະເເດງຄວາມ ຂອບໃຈຕໍ່AD# ທີ່ໄດ້ປະກອບສ່ວນ ສ້າງ 2 ເອກະສານສຳຄັນ ກໍຄືປື້ມ ຍຸດທະສາດ ແລະ ປື້ມຄູ່ມືດັ່ງກ່າວ ເຊິ່ງຍຸດທະສາດສະບັບນີ້, ໄດ້ກຳນົດ ເປົ້າໝາຍລວມ ແລະ ຄາດໝາຍສູ້ ຊົນ, ຫລັກການພື້ນຖານ, ແຜນງານ ແລະ ໂຄງການບູລິມະສິດ ຮອດປີ 2030 ທີ່ຕິດພັນກັບຫລາຍຂະແໜງ ການກ່ຽວຂ້ອງທັງຂັ້ນສູນກາງ ແລະ ທ້ອງຖິ່ນເພື່ອເປັນການສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານ ການປັບຕົວ ແລະ ສ້າງຄວາມທົນ ທານຕໍ່ການປ່ຽນແປງດິນຟ້າອາ ກາດ, ການຫລຸດຜ່ອນທາດອາຍ ເຮືອນແກ້ວ, ການເຊື່ອມສານ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳ ນວຍສຳລັບການຄຸ້ມຄອງການປ່ຽນ ແປງດິນຟ້າອາກາດ, ພ້ອມທັງໄດ້ມີ ການກຳນົດມາດຕະການ ໃນການ ຈັດຕັ້ງປະຕິບັດ, ການຕິດຕາມກວດ ກາ, ການປະເມີນຜົນ ແລະ ການ ລາຍງານ ເຊິ່ງຈະເປັນບ່ອນອີງສຳ ຄັນໃນການກຳນົດ ຫລື ເຊື່ອມສານ ວຽກງານການປ່ຽນແປງດິນຟ້າ ອາກາດເຂົ້າໃນຍຸດທະສາດ, ແຜນ ການ,ແຜນງານແລະໂຄງການຂອງ ບັນດາກະຊວງ, ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເພື່ອນຳໄປຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດຢູ່ໃນຂົງ ເຂດວຽກງານ ແລະ ທ້ອງຖິ່ນຕົນ ໃຫ້ປະກົດຜົນເປັນຈິງ ແນໃສ່ເພື່ອ ຫລຸດຜ່ອນບັນຫາໂລກຮ້ອນ ແລະ ກະທົບຈາກການປ່ຽນແປງດິນຟ້າ ອາກາດຕໍ່ເສດຖະກິດ-ສັງຄົມ ກໍຄືສຸ ຂະພາບ, ຊີວິດ, ຊັບສິນຂອງປະຊາ ຊົນ ແລະ ສິ່ງແວດລ້ອມ. ປັດຈຸບັນ, ຫລາຍປະເທດໃນ ໂລກ ໄດ້ຖືເອົາບັນຫາການປ່ຽນ ແປງດິນຟ້າອາກາດເປັນບັນຫາສໍາ ຄັນ ແລະ ດໍາເນີນການແກ້ໄຂຢ່າງ ຈິງຈັງ ເພາະສະພາບດັ່ງກ່າວໄດ້ສົ່ງ ຜົນກະທົບໂດຍກົງຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ ແລະ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າ ເຊິ່ງສ່ວນໃຫຍ່ແມ່ນ ເພິ່ງພາທຳມະຊາດ ເປັນແຫລ່ງທຳ ມາຫາກິນ. ລັດຖະບານລາວ ກໍຄື ກັບຫລາຍໆປະເທດໃນໂລກໄດ້ໃຫ້ ຄວາມສຳຄັນ ແລະ ໄດ້ມີຄວາມພະ ຍາຍາມສູງ ໃນການດຳເນີນການ ແກ້ໄຂບັນຫາການປ່ຽນແປງດິນ ຟ້າອາກາດຢ່າງຈິງຈັງ, ອັນພົ້ນເດັ່ນ ສປປ ລາວ ໄດ້ໃຫ້ສັດຕະຍາບັນ ເຂົ້າເປັນພາຄີຂອງຫລາຍອົງກອນ ເຊັ່ນ: ສົນທິສັນຍາ ສປຊ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ (U/FCCC) ໃນປີ 1995, ອະນຸ ສັນຍາກຽວໂຕ ວ່າດ້ວຍການຄວບ ຄຸມການປ່ອຍທາດອາຍ ເຮືອນແກ້ວ (,ZoUo ProUocol) ໃນປີ 2003 ແລະ ສັນຍາປາຣີ ວ່າດ້ວຍການ ປ່ຽນແປງດິນຟ້າອາກາດ (Paris AHreemenU) ໃນປີ 2016 ເຊິ່ງ ເປັນປະເທດທໍາອິດຂອງອາຊຽນ ແລະ ໄດ້ເຂົ້າຮ່ວມເຄື່ອນໄຫວ, ປະ ກອບສ່ວນຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ຮ່ວມກັບປະຊາຄົມໂລກຈັດຕັ້ງປະ ຕິບັດພັນທະ ແລະ ຄວາມຮັບຜິດ ຊອບ ພາຍໃຕ້ຂອບການຮ່ວມມືຂອງ ສົນທິສັນຍາບົນພື້ນຖານຄວາມ ຮັບຜິດຊອບທີ່ແຕກຕ່າງກັນຕາມ ຄວາມສາມາດ ແລະ ເງື່ອນໄຂຕົວ ຈິງຂອງ ສປປ ລາວ. ປັດຈຸບັນ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດ ລ້ອມກຳລັງສ້າງສ້າງ 2 ເອກະສານ ທີ່ສຳຄັນ ຄື: ຍຸດທະສາດທີ່ປ່ອຍ ທາດອາຍເຮືອນແກ້ວຕໍ່າ ແລະ ດໍາ ລັດ ວ່າດ້ວຍສິນເຊື່ອກາກບອນໃນ ສປປ ລາວ ທັງໝົດນີ້, ແມ່ນເອກະ ສານທາງດ້ານນະໂຍບາຍ ແລະ ນິຕິ ກໍາທີ່ສໍາຄັນ, ເປັນພື້ນຖານໃຫ້ພາກ ສ່ວນຕ່າງໆ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ດໍາເນີນການຈັດຕັ້ງ ປະຕິບັດວຽກງານການປ່ຽນແປງ ດິນຟ້າອາກາດໃນໄລະຜ່ານມາແລະ ໃນຕໍ່ໜ້າ ເພື່ອປະກອບສ່ວນບັນລຸ ຄາດໝາຍສູ້ຊົນການຫລຸດຜ່ອນ ການປ່ອຍ ແລະ ການດູດຊັບທາດ ອາຍເຮືອນແກ້ວ ໃຫ້ເປັນສູນໃນປີ 2050 ຕາມທິດການພັດທະນາ, ຕາມທິດສີຂຽວ ແລະ ຍືນຍົງຂອງ ສປປ ລາວ, ທັງເປັນການປະກອບ ສ່ວນຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງຂອງ ອົງການ ສປຊ (SDGs). ຂ່າວ-ພາບ: ທະນູທອງ ນີ້ ໄດ້ມີການປັບປຸງ 44 ມາດຕາ,ຮັກ ສາໄວ້ 9 ມາດຕາ, ເພີ່ມໃໝ່ 7 ມາດ ຕາ ແລະ ຕັດອອກ 13 ມາດຕາ. ທ່ານ ບຸນເຫລືອ ສິນໄຊວໍຣະວົງ ໄດ້ສະເໜີວ່າ: ອີງຕາມການປັບປຸງ ນິຍາມດັ່ງກ່າວ ຂອງສາກົນ ແລະ ສະພາບເສດຖະກິດ-ສັງຄົມ ຂອງ ສປປ ລາວ ທີ່ກຳລັງຂະຫຍາຍຕົວ ໃນໄລຍະຜ່ານມາເຫັນວ່າການກຳ ນົດນິຍາມກ່ຽວກັບການກະທໍາຜິດ, ການຟອກເງິນ, ການກະທໍາທີ່ເປັນ ການກໍ່ການຮ້າຍ, ການໜອງທຶນ ໃຫ້ແກ່ການແຜ່ເຜີຍອາວຸດທໍາລາຍ ລ້າງ, ການເກີດຂຶ້ນທຸລະກິດໃໝ່- ການປັບປ່ຽນຊື່ທຸລະກິດໃໝ່ຂອງຂະ ແໜງທີ່ນອນໃນຫົວໜ່ວຍທີ່ມີໜ້າ ທີ່ລາຍງານບໍ່ທັນຄົບຖ້ວນເທົ່າທີ່ ຄວນ; ການກໍານົດຫລັກການໃນ ການຄຸ້ມຄອງວຽກງານ AML/ CFTຂອງສປປລາວຍັງບໍ່ກວມເອົາ ມາດຕະຖານໃໝ່ຂອງສາກົນ ເຊັ່ນ: ບໍ່ທັນກຳນົດຜູ້ຄຸ້ມຄອງວຽກງານ ການຕ້ານການສະໜອງທຶນໃຫ້ແກ່ ການແຜ່ຜາຍອາວຸດທໍາລາຍລ້າງ, ຍັງບໍ່ທັນກຳນົດກ່ຽວກັບຮູບແບບ ຫລື ການໃຫ້ບໍລິການດ້ວຍເຕັກໂນ ໂລຊີແບບໃໝ່ ໂດຍສະເພາະການຊື້- ຂາຍ ຊັບສິນດີຈິຕອນ; ຜົນການປະ ເມີນວຽກງານ AML/CFT ຄັ້ງທີ 2 ຂອງ ສປປ ລາວ ໄດ້ສະຫລຸບບັນ ດາຂໍ້ຄົງຄ້າງທີ່ຕິດພັນກັບກົດໝາຍ ວ່າດ້ວຍ AML/CFT ທີ່ບໍ່ທັນຄົບ ຖ້ວນ-ສອດຄ່ອງກັບຫລັກການສາ ກົນ ແລະ ການຈັດຕັ້ງປະຕິບັດວຽກ ດັ່ງກ່າວໃນໄລຍະໃໝ່. ພາຍຫລັງຮ່າງກົດໝາຍສະບັບ ນີ້ ໄດ້ຖືກຮັບຮອງຈະມີຜົນໄດ້ຮັບ ຄື: ສະກັດກັ້ນ ແລະ ຫລຸດຜ່ອນ ປະ ກົດການຫຍໍ້ທໍ້ທີ່ຕິດພັນກັບວຽກ ງານ AML/CFT ໂດຍຜ່ານການ ຮັບບົດລາຍງານທຸລະກຳທີ່ໜ້າສົງ ໃສວ່າເປັນການຟອກເງິນແລະ ລາຍ ງານອື່ນໆ; ລະດັບການປົກປ້ອງ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຈາກ ອາຊະຍາກຳທາງດ້ານການເງິນທີ່ ສູງຂຶ້ນ, ຈະເພີ່ມຄວາມເຊື່ອໝັ້ນຕໍ່ ລະບົບເສດຖະກິດ-ການເງິນຂອງ ນັກລົງທຶນ ແລະ ນໍາໄປສູ່ການເຕີບ ໂຕທີ່ດີຂຶ້ນຂອງພາກທຸລະກິດ. ນອກ ຈາກນີ້, ຈະເຮັດໃຫ້ມີບ່ອນອີງດ້ານ ນິຕິກຳໃນການຄຸ້ມຄອງ, ຕິດຕາມ ກວດກາການເຄື່ອນໄຫວວຽກງານ AML/CFT ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນ ແລະ ຊ່ວຍເຮັດ ໃຫ້ລະບົບການເງິນຂອງ ສປປ ລາວ ມີຄວາມສົມດຸນຂຶ້ນກວ່າເກົ່າ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ຂ່າວ: ສົມຫວັງ, ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==