5905

xtgmf]k; 3 28/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me de,kmy dkop5 8y me ,u s]kpzq o'kogfaj o ©ດຍ າລີດາ ບົດສະເໜີ ©ດຍ ສຸວັນນະ rh v,da ocdh w0[a osk1kgl[8y f .o-k;|5j ,{gpq k;t-q o (ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 37 ປີ, ວັນທີ 26 ມິຖຸນາ 1987 ļ 26 ມິຖຸນາ 2024) ທ່ານຄໍາແພງວິລະພັນປະທານ ກໍາມາທິການຍຸຕິທໍາ ສະພາແຫ່ງ ຊາດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ທີ່ໄດ້ເຂົ້າຮ່ວມຄົ້ນຄວ້າ ແລະ ປະ ກອບຄໍາເຫັນຕໍ່ຮ່າງກົດໝາຍທີ່ຢູ່ໃນ ຄວາມຮັບຜິດຊອບຂອງຕົນ ເປັນ ຕົ້ນ: ກົດໝາຍວ່າດ້ວຍສະພາແຫ່ງ ຊາດ, ກົດໝາຍວ່າດ້ວຍສະພາປະ ຊາຊົນຂັ້ນແຂວງ, ກົດໝາຍວ່າ ດ້ວຍການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງແລະກົດໝາຍອື່ນໆຕາມ ການມອບໝາຍຂອງຄະນະປະຈໍາ ສະພາແຫ່ງຊາດ ທີ່ນໍາເຂົ້າຜ່ານ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX; ຄົ້ນຄວ້າສ້າງແລະປັບປຸງນິຕິກໍາຈໍາ ນວນໜຶ່ງ ໃຫ້ແກ່ກ່ານເຄື່ອນໄຫວ ວຽກງານຂອງກໍາມາທິການເປັນ ຕົ້ນ: ຂໍ້ຕົກລົງຮ່ວມວ່າດ້ວຍການປະ ສານງານ ລະຫວ່າງ ກໍາມາທິການ ຍຸຕິທໍາ ກັບ ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ; ຮ່າງປຶ້ມຄູ່ມື ການຮັບ ແລະ ພິຈາລະນາຄໍາຮ້ອງ ຂໍຄວາມເປັນທໍາຂອງຄະນະປະຈໍາ ສະພາແຫ່ງຊາດ;ຮ່າງມະຕິຂອງຄະ ນະປະຈໍາສະພາແຫ່ງຊາດ ວ່າດ້ວຍ ການຮັບຕ້ອນ ແລະ ໃຫ້ຄໍາປຶກສາ ກ່ຽວກັບການຮ້ອງຂໍຄວາມເປັນທໍາ; ສະພາແຫ່ງຊາດພິຈາລະນາ ການ ສະເໜີແຕ່ງຕັ້ງ, ຍົກຍ້າຍປະທານ, ຮອງປະທານສານປະຊາຊົນທ້ອງ ຖິ່ນຈໍານວນ18ທ່ານ, ສໍາເລັດການ ຈັດຕັ້ງປະຕິບັດ ແຜນການລົງຕິດ ຕາມກວດກາການປະຕິບັດຄໍາຕັດ ສິນຂອງສານຂອງຄະນະປະຈໍາສະ ພາແຫ່ງຊາດ ຢູ່ 3 ພາກ; ໄດ້ສຸມໃສ່ ກວດກາຄົ້ນຄວ້າຄໍາຮ້ອງຂໍຄວາມ ເປັນທໍາ ແລະ ຕິດຕາມກວດກາການ ພິຈາລະນາແກ້ໄຂຄໍາຮ້ອງຂໍຄວາມ ເປັນທໍາຕາມຂອບເຂດຄວາມຮັບ ຜິດຊອບຂອງຕົນ ຊຶ່ງສັງລວມໄດ້ ດັ່ງນີ້: ການຮັບ ແລະ ການພິຈາລະ ນາຄໍາຮ້ອງຂໍຄວາມເປັນທໍາຂອງ ຄະນະປະຈໍາສະພາແຫ່ງຊາດ ລວມ ທັງໝົດ 743 ເລື່ອງ; ສາມາດພິຈາ ລະນາ ແລະ ສົ່ງໃຫ້ພາກສ່ວນກ່ຽວ ຂ້ອງ ໄດ້ຈໍານວນ112 ເລື່ອງ; ປັດຈຸ ບັນຄໍາຮ້ອງຄ້າງ ຈໍານວນ 631 ເລື່ອງ; ຖ້າທຽບໃສ່ຄໍາຮ້ອງເຂົ້າມາ ປີ 2024 ກວມເອົາ 61,20% ແລະ ຖ້າທຽບໃສ່ຈໍານວນຄໍາຮ້ອງທັງ ໝົດກວມເອົາ 15,07% ຂອງຄໍາ ຮ້ອງທັງໝົດ; ໄດ້ຄົ້ນຄວ້າຄໍາຮ້ອງ ຂໍຄວາມເປັນທໍາ ທີ່ຢູ່ໃນຄວາມຮັບ ຜິດຊອບຂອງກໍາມາທິການຍຸຕິທໍາ ລວມທັງໝົດ 635 ເລື່ອງ ໃນນີ້ຄໍາ ຮ້ອງຄ້າງ ປີ 2023 ຈໍານວນ 462 ເລື່ອງ, ຄໍາຮ້ອງເຂົ້າ ປີ 2024 ຈໍາ ນວນ 173 ເລື່ອງ; ສາມາດພິຈາລະ ນາ ແລະສົ່ງໃຫ້ພາກສ່ວນກ່ຽວຂ້ອງ ໄດ້ຈໍານວນ 110 ເລື່ອງ; ປັດຈຸບັນ ຄໍາຮ້ອງຄ້າງ ຈໍານວນ 525 ເລື່ອງ; ໃນຕໍ່ໜ້າ ຈະສືບຕໍ່ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາຈໍານວນໜຶ່ງ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນ ໄຫວວຽກງານຂອງກໍາມາທິການ ເປັນຕົ້ນ: ຂໍ້ຕົກລົງຮ່ວມວ່າດ້ວຍ ການປະສານງານລະຫວ່າງກໍາມາທິ ການຍຸຕິທໍາກັບສານປະຊາຊົນ, ກະ ຊວງຍຸຕິທໍາ, ອົງການສືບສວນ- ສອບສວນ ແລະ ອົງການກວດກາ ແຫ່ງລັດ;ຄູ່ມືກ່ຽວກັບການຮັບແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນ ທໍາ ຂອງຄະນະປະຈໍາສະພາແຫ່ງ ຊາດ; ມະຕິຂອງຄະນະປະຈໍາສະພາ ແຫ່ງຊາດ ວ່າດ້ວຍການຮັບຕ້ອນ ແລະ ໃຫ້ຄໍາປຶກສາກ່ຽວກັບການ ຮ້ອງຂໍຄວາມເປັນທໍາ; ມະຕິຂອງ ຄະນະປະຈໍາ ສະພາແຫ່ງຊາດ ກ່ຽວ ກັບການແຕ່ງຕັ້ງ, ຍົກຍ້າຍ ຫລື ປົດ ຕໍາແໜ່ງບຸກຄະລາກອນ ຂອງສານ ປະຊາຊົນ ແລະ ສານທະຫານ; ເຜີຍ ແຜ່ກົດໝາຍວ່າດ້ວຍການແກ້ໄຂ ຄໍາຮ້ອງທຸກສະບັບປີ2022ຢູ່ພາກ ກາງ ແລະ ພາກເໜືອ; ເປັນເຈົ້າການ ປະສານສົມທົບ ກັບບັນດາກໍາມາທິ ການພາຍໃນສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງໃນການຈັດ ຕັ້ງເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ ກົດໝາຍ. ພັກ ແລະ ລັດ ຍາມໃດກໍຖື ຢາເສບຕິດ ເປັນບັນຫາປະກົດການ ຫຍໍ້ທໍ້ທີ່ໃຫຍ່ ແລະ ອັນຕະລາຍທີ່ ສຸດຕໍ່ຊີວິດ, ຊັບສິນ, ຄວາມປອດໄພ ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຊາວໜຸ່ມ, ເຍົາ ວະຊົນ ແລະ ຄວາມໝັ້ນຄົງຂອງ ຊາດ. ຍິ່ງໃນປັດຈຸບັນສື່ສັງຄົມອອນ ລາຍຂະຫຍາຍຕົວຢ່າງກວ້າງຂວາງ ອັນໄດ້ສ້າງຄວາມສະດວກໃຫ້ກຸ່ມ ຄົນບໍ່ດີໂຄສະນາເຜີຍແຜ່, ຕົວະຍົວະ ໃຫ້ຊາວໜຸ່ມ-ເຍົາວະຊົນ ຫລົງເຊື່ອ ໃນກົນອຸບາຍຕ່າງໆຂອງພວກເຂົາ, ທັງຍັງສ້າງແຮງຈູງໃຈໃໝ່ຂຶ້ນມາ ເລື້ອຍໆ ເຮັດໃຫ້ຊາວໜຸ່ມ-ເຍົາວະ ຊົນຫລົງເຂົ້າໄປໃນວົງຈອນຂອງຢາ ເສບຕິດແບບບໍ່ຮູ້ໂຕ ຊຶ່ງຢາເສບ ຕິດທີ່ພວມລະບາດຢ່າງຮຸນແຮງໃນ ກຸ່ມໄວໜຸ່ມປັດຈຸບັນແມ່ນ: ຢາສູບໄຟ ຟ້າ, ການສູບປຸມເປົ້າ, ນໍ້າກະທ້ອມ ແລະອື່ນໆໂດຍມີການໂຄສະນາດ້ວຍ ສີສັນ, ຮູບຊົງສີສວຍງາມ, ທັນສະ ໄໝ ເພື່ອລໍ້ຕາລໍ້ໃຈໃຫ້ກຸ່ມເປົ້າໝາຍ ຫລົງເຊື່ອ. ໃນໄລຍະຜ່ານມາ, ຊາວໜຸ່ມ, ເຍົາວະຊົນຈຳນວນບໍ່ໜ້ອຍ ໄດ້ຕົກ ເປັນທາດຂອງຢາເສບຕິດ ຕ້ອງໄດ້ ເອົາເຂົ້າຢູ່ບັນດາສູນບຳບັດໃນທົ່ວ ປະເທດ, ຈຳນວນໜຶ່ງກໍຖືກຕັດອິດ ສະລະພາບຍ້ອນໄດ້ກະທຳຜິດ, ຈຳ ນວນໜຶ່ງເປັນບ້າເສຍຈິດເປັນພາ ລະຂອງຄອບຄົວ ແລະ ສັງຄົມ, ຈຳ ນວນໜຶ່ງພວມເສບ, ຈຳນວນໜຶ່ງ ພວມມີຄວາມສ່ຽງຕໍ່ການເສບຢາ ເສບຕິດ. ຕໍ່ກັບບັນຫາດັ່ງກ່າວ, ໃນ ໄລຍະຜ່ານມາພັກແລະລັດຖະບານ ຈຶ່ງໄດ້ແກ້ໄຂດ້ວຍຫລາຍຮູບການ, ຫລາຍວິທີ ແລະ ຫລາຍມາດຕະ ການ. ແຕ່ເຖິງປານນັ້ນກໍຕາມບັນ ຫາຢາເສບຕິດຍັງນັບມື້ເພີ່ມຂຶ້ນໃນ ຫລາຍເຂດແຂວງ ແລະ ທ້ອງຖິ່ນ. ດ້ວຍເຫດນີ້, ລັດຖະບານຈຶ່ງມີວາ ລະແຫ່ງຊາດ ເພື່ອແກ້ໄຂບັນຫາຢາ ເສບຕິດ ໃຫ້ຄ່ອຍໆໝົດໄປໃນສັງ ຄົມລາວ ຊຶ່ງພາຍຫລັງທີ່ລັດຖະ ບານໄດ້ກໍານົດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ແລ້ວ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ມີຄວາມຮັບຜິດ ຊອບ ໂດຍກົງຕໍ່ການພັດທະນາຊາວ ໜຸ່ມ-ເຍົາວະຊົນ ກໍໄດ້ຄົ້ນຄວ້າຫາ ວິທີແກ້ໄຂ ໂດຍກໍານົດເປັນໂຄງການ ຈຸດສຸມ ເລັ່ງໃສ່ໂຄງການສຶກສາອົບ ຮົມ,ປູກຈິດສຳນຶກແລະ ເຜີຍແຜ່ກົດ ໝາຍໃຫ້ກັບຊາວໜຸ່ມ, ໂຄງການ ຄືນຄົນດີສູ່ສັງຄົມ, ໂຄງການໃຫ້ຄຳ ປຶກສາທາງດ້ານຈິດໃຈຂັ້ນພື້ນຖານ ແກ່ຜູ້ຕິດຢາເສບຕິດ ແລະ ໂຄງການ ສົ່ງເສີມພອນສະຫວັນ ໂດຍແນໃສ່ ກຸ່ມເປົ້າໜາຍນັກຮຽນ, ນັກສຶກສາ, ລັດຖະກອນ, ພະນັກງານກຳລັງປະ ກອບອາວຸດ, ພະນັກງານລັດວິສາ ຫະກິດ, ກະສິກອນ, ພະນັກງານຫົວ ໜ່ວຍທຸລະກິດ, ກຳມະກອນຢູ່ໂຮງ ຈັກໂຮງງານ ແລະ ອື່ນໆ. ໄປພ້ອມ ກັບການຈັດຕັ້ງຊາວໜຸ່ມໄປທັດສະ ນະສຶກສາສະຖານທີ່ບຳບັດ, ກັກຂັງ ຜູ້ຕິດຢາເສບຕິດ ແລະ ຕົວແບບການ ສ້າງເສດຖະກິດຄອບຄົວຂອງຜູ້ທີ່ ຫາຍຈາກການຕິດສິ່ງເສບຕິດ, ຈັດ ເວທີສົນທະນາລະຫວ່າງຊາວໜຸ່ມ ແລະ ຜູ້ເຄີຍຕົກເປັນເຫຍື່ອຈາກການ ຕິດຢາເສບຕິດແລະຄອບຄົວທີ່ປອດ ສິ່ງເສບຕິດ, ສ້າງ ແລະ ສະແດງລະ ຄອນ, ສ້າງສາລະຄະດີກ່ຽວກັບຜົນ ຮ້າຍຂອງຢາເສບຕິດ ເພື່ອເຜີຍແຜ່ ໃນທົ່ວສັງຄົມ. ຈັດກິດຈະກຳຖາມຕອບກ່ຽວກັບຢາເສບຕິດ, ຂະບວນ ແຂ່ງຂັນສ້າງສະຕິເຄົາລົບ ແລະ ປະ ຕິບັດກົດໝາຍໃນຄອບຄົວ, ຝຶກວິຊາ ຊີບທີ່ເໝາະສົມໃຫ້ຊາວໜຸ່ມທີ່ຕິດ ຢາເສບຕິດຢູ່ສູນບຳບັດ ແລະ ຄ້າຍ ດັດສ້າງ ໄປຄ່ຽງຄູ່ກັບຝຶກວິຊາຊີບ ດ້ານຕ່າງໆໃຫ້ຊາວໜຸ່ມທີ່ຫາຍດີ ຈາກການບຳບັດຕັ້ງສູນສ້າງວຽກ ເຮັດງານທຳ, ສູນວາງສະແດງສິນ ຄ້າແລະຂາຍສິນຄ້າຜະລິດຈາກຜູ້ທີ່ ຫາຍດີຈາກການບຳບັດ. ສ້າງໜ່ວຍ ງານໃຫ້ຄຳປຶກສາຢູ່ ຄຊປປລ ແຕ່ ລະຂັ້ນ, ໂຄສະນາຄວາມສຳຄັນໃນ ການນຳໃຊ້ເຄືອຄ່າຍສາຍດ່ວນໃຫ້ ການຊ່ວຍເຫລືອຜູ້ມີບັນຫາທັນເວ ລາດ້ວຍຮູບການຕ່າງໆ, ຈັດຝຶກອົບ ຮົມສ້າງອາສາສະໝັກເພື່ອນຊ່ວຍ ເພື່ອນຈັດການແຂ່ງຂັນກິລາພື້ນ ເມືອງ, ສາກົນປະເພດຕ່າງໆໃຫ້ຕໍ່ ເນື່ອງຕາມຄວາມເໝາະສົມແຕ່ລະ ໄລຍະແລະແຕ່ລະລະດັບຈັດຂະບວນ ການແຂ່ງຂັນແຕ່ງເພັງ, ຮ້ອງເພງ, ກອນລຳ, ກາບກອນ ແລະ ອື່ນໆ. ດັ່ງທີ່ຮູ້ນໍາກັນແລ້ວວ່າ ຢາເສບ ຕິດແມ່ນບັນຫາໃຫຍ່ ແລະ ໄດ້ແພ່ ລາມໄປທົ່ວໂລກ ທັງມີການຄິດຄົ້ນ ວິວັດທະນາການຈາກຢາເສບຕິດ ປະເພດເກົ່າໄປສູ່ປະເພດໃໝ່ ທີ່ມີ ຄວາມທັນສະໄໝ ທັງອັນຕະລາຍ ຮ້າຍແຮງຂຶ້ນເລື້ອຍໆ. ດັ່ງນັ້ນ, ເພື່ອ ກຳຈັດບັນຫາດັ່ງກ່າວໃຫ້ຄອຍໝົດ ໄປຈາກສັງຄົມ ແລະ ກຸ່ມໄວໝຸ່ມເຍົາວະຊົນນັ້ນ ທຸກພາກສ່ວນໃນສັງ ຄົມຕ້ອງຮ່ວມແຮງ, ຮ່ວມໃຈ ແລະ ພ້ອມກັນປະຕິບັດມາດຕະການດັ່ງ ກ່າວຢ່າງເຂັ້ມງວດ. ສຳຄັນແມ່ນ ສະຖາບັນຄອບຄອບ, ຊຸມຊົນ, ໂຮງ ຮຽນ, ສະຖາບັນການສຶກສາຕ້ອງ ປູກຈິດ ສຳນຶກໃຫ້ຊາວໜຸ່ມ-ເຍົາວະ ຊົນແລະ ຊ່ວຍເປັນຫູເປັນຕາໃຫ້ເຈົ້າ ໜ້າທີ່ ແລະ ຊ່ວຍກັນໂຄສະນາເຜີຍ ແຜ່ຜົນຮ້າຍຂອງຢາເສບຕິດໃຫ້ທົ່ວ ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ. ©ດຍ ž່າຕົ່ງ ດັ່ງທີ່ພວກເຮົາຮູ້ແລ້ວວ່າ ວັນ ທີ 13 ກໍລະກົດ ຂອງທຸກປີ ແມ່ນ ອີກວັນສຳຄັນໜຶ່ງ ໂດຍສະເພາະ ວັນເກີດຂອງປະທານສຸພານຸວົງ ທັງເປັນວັນອະນຸລັກສັດນ້ຳ-ສັດປ່າ ວັນປ່ອຍປາແຫ່ງຊາດ. ດັ່ງນັ້ນ, ພວກເຮົາຕ້ອງພ້ອມກັນສ້າງຂະ l6h -q oxj vpxk{la foE xu oU .sh [a o]5 64 ]h ko38 ບວນການປົກປັກຮັກສາ ແລະ ພັດ ທະນາປາ ແລະ ສັດນໍ້າ ເນື່ອງໃນວັນ ດັ່ງກ່າວ ປີ 2024ນີ້ ໃຫ້ມີບັນຍາ ກາດຟົດຟຶ້ນ ທັງບັນລຸ 64 ບ້ານໂຕ. ພັກ ແລະ ລັດຖະບານ ຍາມໃດກໍ ເຫັນຄວາມສໍາຄັນ ແລະ ຖືເອົາການ ອະນຸລັກ, ປົກປັກຮັກສາ, ພັດທະນາ ປາ ແລະ ສັດນໍ້າ ເປັນວຽກສໍາຄັນ ແລະ ມີຄວາມຈໍາເປັນສໍາລັບຊີວິດ ການເປັນຢູ່ຂອງປະຊາຊົນລາວ ໂດຍໄດ້ກຳນົດເອົາວັນທີ 13 ກໍລະ ກົດ ເປັນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ (ມາດຕາ 95 ຂອງກົດ ໝາຍວ່າດ້ວຍ ສັດນໍ້າ ແລະ ການ ປະມົງ ສະບັບປັງປຸງ) ຊຶ່ງໃນແຕ່ ລະປີການຈັດຕັ້ງແຕ່ລະຂັ້ນນັບທັງ ໃນສັງຄົມທີ່ຕ້ອງໄດ້ເອົາໃຈໃສ່ ໂດຍ ສະເພາະແມ່ນຂໍ້ 5. ຫ້າມບຸກຄົນ, ນິ ຕິບຸກຄົນ ແລະ ການຈັດຕັ້ງມີພຶດຕິ ກຳໃດໜຶ່ງ ດັ່ງນີ້: ນໍາໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ, ຄື້ນ, ເຄື່ອງແສງ, ສຽງ ເພື່ອຫາຫລືຈັບ ສັດນໍ້າແບບດັບສູນ; ຫ້າມນໍາໃຊ້ ເຄື່ອງມືຫາສັດນໍ້າ ທີ່ມີຄວາມສ່ຽງ ເຮັດໃຫ້ສັດນໍ້າສູນພັນ ເຊັ່ນ: ອວນ, ລີ, ມອງຕາຖື, ໂຕ່ງ, ລອບຂະໜາດ ໃຫຍ່ ແລະ ອື່ນໆ; ຫ້າມຫາສັດນໍ້າ ຈາກແຫລ່ງນໍ້າທໍາມະຊາດ ດ້ວຍ ການຕັນຫ້ວຍ, ໂສກ, ປຸງ, ຄອງນໍ້າ, ຂຸດໜອງ ຫລື ດູດໜອງທຳມະຊາດ ທີ່ມີນໍ້າຕະຫລອດປີ; ຮັບເອົາ, ຊື້ ຂາຍ, ຄອບຄອງ ຫລື ຂົນສົ່ງສັດນໍ້າ ບັນຊີ 1 ໂດຍບໍ່ໄດ້ຮັບອະນຸຍາດ; ສ້າງສິ່ງກີດຂວາງທາງເດີນຂອງ ສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ; ລ້ຽງ ຫລື ປ່ອຍສັດນໍ້າ ຕ່າງຖິ່ນທີ່ ມີຄວາມສ່ຽງທໍາລາຍສັດນໍ້າພື້ນ ເມືອງ ແລະ ລະບົບນິເວດປູກພືດນໍ້າ ທີ່ຈະເປັນການທໍາລາຍ ລະບົບນິເວດ ຫລືແຫລ່ງລ້ຽງສັດໂດຍບໍ່ໄດ້ຮັບອະ ນຸຍາດ; ບຸກລຸກວັງສະຫງວນ ຫລື ເຂດອະນຸລັກພັນສັດນໍ້າ, ເຂດປາອໍ, ແຫລ່ງສັດນໍ້າວາງໄຂ່, ເຂດຈະເລີນ ເຕີບໂຕ ຂອງລູກສັດນໍ້າ ໄວອ່ອນ; ຫາ ສັດນໍ້າ ໃນລະດູວາງໄຂ່; ບໍລິ ໂພກ, ຊື້-ຂາຍ ສັດນໍ້າ ທີ່ຕາຍໂດຍບໍ່ ຮູ້ສາເຫດ, ເປັນພະຍາດ ຫລື ປົນ ເປື້ອນສານເຄມີຕົກຄ້າງ; ມີພຶດຕິກຳ ອື່ນໆ ທີ່ເປັນການລະເມີດກົດໝາຍ. ແລະ ອື່ນໆ. ສຳລັບປີ 2023 ຜ່ານມາ ກະ ຊວງກະສິກຳ ແລະ ປ່າໄມ້ ສາມາດ ປ່ອຍປາໄດ້ທັງໝົດ 62 ລ້ານໂຕ. ດັ່ງນັ້ນ ປີນີ້ ພວກເຮົາຕ້ອງພ້ອມກັນ ເປັນເຈົ້າການສູ້ຊົນປ່ອຍປາໃຫ້ ບັນລຸ 64 ບ້ານໂຕ ຕາມກະຊວງດັ່ງ ກ່າວວາງອອກ. ພາບປະກອບ ພາບປະກອບ ຮ່າງມະຕິຂອງຄະນະປະຈໍາສະພາ ແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕໍາແໜ່ງບຸກຄະລາ ກອນຂອງສານປະຊາຊົນແລະສານ ທະຫານ, ຄົ້ນຄວ້າປະກອບຄໍາເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ ແລະ ແຜນເງິນ ຕາ ທີ່ຢູ່ໃນຄວາມຮັບຜິດຊອບຂອງ ກໍາມາທິການຕໍ່ກອງປະຊຸມສະໄໝ ສາມັນ ເທື່ອທີ 7 ຂອງສະພາແຫ່ງ ຊາດ ຊຸດທີ IX; ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດມະຕິຂອງກົມ ການເມືອງສູນກາງພັກ ສະບັບເລກ ທີ112/ກມສພ,ລົງວັນທີ02ມິຖຸນາ 2020 ວ່າດ້ວຍການດໍາເນີນຄະດີ ຕາມຂະບວນຍຸຕິທໍາ; ເປັນເຈົ້າການ ຄົ້ນຄວ້າ ແລະ ສະເໜີຄະນະປະຈໍາ ສູນກາງ ແລະ ທ້ອງຖິ່ນ ຕະຫລອດ ຮອດພໍ່ແມ່ ປະຊາຊົນ ກໍໄດ້ຈັດພິທີ ປ່ອຍປາລົງສູ່ແຫລ່ງນໍ້າທຳມະຊາດ ແລະ ເຂດພື້ນທີ່ຂອງຕົນ ຢ່າງເປັນ ຂະບວນຟົດຟື້ນ ຕິດພັນ ກັບການຍົກ ສູງຄວາມຮັບຜິດຊອບຂອງສັງຄົມ ໃນການເອົາໃຈໃສ່ຄຸ້ມຄອງ, ປົກປັກ ຮັກສາ, ພັດທະນາ ແລະ ນໍາໃຊ້ແບບ ຍືນຍົງ. ຢ່າງໃດກໍດີໃນປີ 2024 ນີ້, ຂະແໜງການກະສິກຳ ແລະ ປ່າໄມ້ ກໍໄດ້ວາງແຜນສູ້ຊົນໃນການປ່ອຍ ປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 64 ລ້ານໂຕ, ເພື່ອບັນລຸຕົວເລກດັ່ງກ່າວ ຕິດພັນກັບການສົ່ງເສີມການລ້ຽງ, ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປາ ແລະ ສັດນໍ້າ ໃຫ້ມີ ການຂະຫຍາຍຕົວຕາມທິດສີຂຽວ ແລະຍືນຍົງນັ້ນ, ພວກເຮົາຕ້ອງເປັນ ເຈົ້າການຈັດຕັ່ງປະຕິບັດແຈ້ງການ ຂອງກະຊວງກະສິກຳແລະປ່າໄມ້ສະ ບັບເລກທີ 3024/ກປ ລົງວັນທີ 11 ມິຖຸນາ 2024 ຢ່າງເປັນເຈົ້າການ. ຢູ່ໃນແຈ້ງການດັ່ງກ່າວ ຍັງມີ ບາງຂໍ້ທີ່ພົວພັນເຖິງທຸກພາກສ່ວນ

RkJQdWJsaXNoZXIy MTc3MTYxMQ==