5903

xtgmf]k; 6 27/06/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ ບົດໂດຍ: ມາລີດາ Ih ko9u 9y l5 p3dg]qj k oEs;koc-[ dP,gxu f[= ]y dkos= ry ry mtra o.spj mu j l5 f.o]k; * ນັກທຸລະກິດລາວໃຊ້ງົບປະ ມານ 50 ລ້ານໂດລາສະຫະລັດ ເນ ລະມິດພື້ນທີ່ໃກ້ແຄມອ່າງເກັບນໍ້າ ຊົນລະປະທານໜອງເຊືອມ ເພື່ອ ສ້າງເປັນຫໍພິພິທະພັນວຽງຈັນ ສິ ລະປະລາວຮ່ວມສະໄໝ ເຊິ່ງຄາດ ວ່າ ສະຖາທີ່ດັ່ງກ່າວຈະກາຍແຫລ່ງ ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດເນື່ອງ ວ່າເພີ່ນຈະນໍາເອົາຜະລິດຕະພັນໄມ້ ຫາຍາກ, ພາບສິລະປະ ແລະ ວັດຖຸບູ ຮານເກົ່າແກ່ອື່ນໆຈໍານວນ10.000 ລາຍການ ມາໂຮມໄວ້ນີ້. ມາຮອດປັດຈຸບັນ,ການກໍ່ສ້າງພິພິ ທະພັນວຽງຈັນ ສິລະປະລາວ ຮ່ວມ ສະໄໝ ຕັ້ງຢູ່ບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫລວງ ວຽງຈັນ ສໍາເລັດແລ້ວຫລາຍກວ່າ 80% ຄາດວ່າຈະສົມບູນ ແລະ ເປີດນໍາໃຊ້ຢ່າງເປັນທາງການພາຍ ໃນປີ 2024 ນີ້ ຊຶ່ງຈະກາຍເປັນໃບ ໜ້າໃໝ່ໃນການທ່ອງທ່ຽວ ທີ່ສໍາຄັນ ອີກແຫ່ງໜຶ່ງຂອງນະຄອນຫລວງ ວຽງຈັນ. ທ່ານ ພິຊິດ ໄຊຍະສິດ ເຈົ້າຂອງ ພິພິທະພັນ ວຽງຈັນ ສິລະປະລາວ ຮ່ວມສະໄໝໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ການກໍ່ສ້າງພິພິ ຕະພັນ ວຽງຈັນ ສິລະປະລາວ ຮ່ວມ ສະໄໝ ເລີ່ມຕົ້ນມາແຕ່ປີ 2021 ໂດຍນໍາໃຊ້ງົບປະມານ 50 ລ້ານ ກວ່າໂດລາສະຫະລັດ, ມີເນື້ອທີ່ 80 ເຮັກຕາ ເພື່ອສ້າງໃຫ້ເປັນແຫລ່ງ ທ່ອງທ່ຽວທາງສິລະປະວັດທະນະ ທຳ ຕິດພັນກັບທຳມະຊາດຢ່າງຄົບ ວົງຈອນ ປະກອບມີ: ອາຄານນໍາສະ ເໜີຂໍ້ມູນກ່ຽວກັບຫໍພິພິທະພັນ, ອາ ຄານຕ້ອນຮັບ ອາຄານວາງສະແດງ ງານສິລະປະ-ວັດທະນະທໍາຕາມເທ ສະການຕ່າງໆ, ຫ້ອງໂຖງພັກຜ່ອນ ຊົມທິວທັດ, ອາຄານອະເນກປະສົງ, ອາຄານສະແດງງານສິລະປະໄມ້ ແກະສະຫລັກ ແລະ ຮູບແຕ້ມ, ຮ້ານ ຂາຍເຄື່ອງທີ່ລະນຶກ, ໂຮງແຮມ, ຣີສອດ, ອາຄານວາງສະແດງສິນ ຄ້າ, ຮ້ານອາຫານ, ເຄື່ອງດື່ມ, ນໍ້າ ຕົກຈໍາລອງ ແລະ ອື່ນໆ. ທ່ານໃຫ້ຮູ້ຕື່ມວ່າ: ການສ້າງ ຫໍພິພິທະພັນ ແຫ່ງນີ້ ເພື່ອຕ້ອນຮັບປີ ທ່ອງທ່ຽວລາວ ແລະ ການເປັນ ປະທານອາຊຽນຂອງລາວ ໃນປີ 2024 ແລະເປັນອີກສະຖານທີ່ທ່ອງ ທ່ຽວສໍາຄັນໜຶ່ງໃນການດຶງດູດນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ເຂົ້າມາທ່ອງທ່ຽວ ນະຄອນ ຫລວງວຽງຈັນ ກໍຄື ປະເທດລາວ ນັບມື້ຫລາຍຂຶ້ນກວ່າເກົ່າ. * ສະບາຍດີທ່ານຜູ້ອ່ານທັງ ຫລາຍ ກັບມາພົບກັນອີກແລ້ວກັບ ຄໍລໍາສົ່ງເສີມທຸລະກິດ ໂດຍມື້ນີ້ ຈະ ພາທ່ານ ມາຮູ້ຈັກຮ້ານນໍ້າຫວານ ແຊບສູດດັ້ງເດີມຈາກປະເທດຈີນ ຈາກສີມືຂອງຄົນລາວ ນັ້ນຄືຮ້ານ Jie – Jie ສຸຍໂກເລົ່າ ຈາກບ້ານ ດົງໂດກ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ເປັນຮ້ານທີ່ພວມ ໄດ້ຮັບຄວາມສົນໃຈຈາກສັງຄົມ ໃນເວລາສັ້ນໆ. ນາງບົວວັນລາວເຊີນ ເຈົ້າຂອງ ຮ້ານ Jie-Jie ສຸຍໂກເລົ່າ ໄດ້ໃຫ້ຮູ້ ວ່າ: ຈຸດເ​ລີ່ມ​ ຕົ້ນຂ​ ອງອາຊີບນີ້​ ຍ້ອນ​ ຢາກ​ສ້າງອ​ າຊີບ ​ເພື່ອສ້າງລາຍຮັບ​ ເຂົ້າ​ຄອບຄົວ ແຕ່ບໍ່ຮູ້​ຈະ​ເຮັດຫຍັງ ຈຶ່ງຕັດສິ​ນ​ໃຈ​ເຮັດ​ໃນສິ່ງ​ທີ່ຕົນເອງ ມັກ ກໍ​ຄື​ການ​ຂາຍນໍ້າຫວານ​ໂດຍ ໃສ່ຊື່​ ວ່າຮ້ານ Jie-Jie ສຸຍໂກເລົ່າ​ ເພາະ​ເປັນເມ​ນູທີ່​ມັກ​ກິນອີກຢ່າງ ໜຶ່ງ​ໄດ້ມີໂອກາດເດີນທາງໄປສຶກ ສາການປຸງແ​ ຕ່ງເມນູດັ່ງກ່າວຈາກ ປະເທດຈີນ ແລະ ນຳສູດມາພັດທະ ນາໃຫ້ແທດເໝາະກັບຄົນລາວເຮົາ​ ເນື່ອງຈ​ າກວ່​ າຄົນລ​ າວຮັ​ ກສາສຸ​ ຂະ ພາບ ຈຶ່ງຕ​ ອບໂ​ ຈດໄ​ ດ້ດີ​ ເ​ນື່ອງຈາກ ວ່າເມ​ນູຕ່າງໆພາຍ​ໃນ​ຮ້ານຈະນຳ ໃຊ້ວັດຖຸດິບ ແລະ ໝາກໄມ້ທີ່ຜ່ານ ການຄັດເລືອກຄຸນນະພາບດີມາປຸງ ຕ່າງໃຫ້ກັບລູກຄ້າໄດ້ຮັບປະທານ ແລະ ໃນໄວໆນີ້ອີງໃສ່ຜົນຕອບຮັບ ທີ່ນັບມື້ນັບດີຂຶ້ນກໍມີແຜນຈະເພີ່ມ ເມນູອາຫານຄາວເຂົ້າຕື່ມອີກ ເພື່ອ ສ້າງທາງເລືອກທີ່ຫລາກຫລາຍ ໃຫ້ກັບລູກຄ້າ. ນາງ ບົວວັນ ເ​ວົ້າຕື່​ ມວ່​ າ: ປັດຈຸ ບັນຮ້ານ Jie-Jie ສຸຍໂກເລົ່າ ແມ່ນ ມີເມນູອາຫານຫວານຫລາກຫລາຍ ລາຍການໃຫ້ລູກຄ້າໄດ້ເລືອກເຊັ່ນ: ນ້ຳຫວານໝາກໄມ້ ແລະ ຊານົມ; ໃນນີ້ເມນູທີ່ໄດ້ຂາຍດີທີ່ສຸດແມ່ນ ໄດ້ ແກ່ນ້ຳຫວານໂຢເກິດໝາກໄມ້ລວມ ແລະ ນໍ້າປັ່ນໝາກໄມ້ຕາມລະດູ ການ; ໃນໄວໆນີ້ເພື່ອເປັນການບໍລິ ການລູກຄ້າໃຫ້ທົ່ວເຖິງມີແຜນຂະ ຫຍາຍສາຂາເຂົ້າໃນເຂດຕົວເມືອງ ແລະ ແຫລ່ງຊຸມຊົນຕ່າງໆທົ່ວນະ ຄອນຫລວງວຽງຈັນນຳດ້ວຍ. ຮ້ານ Jie-Jie ສຸຍໂກເລົ່າ ເປີດ ບໍລິການລູກຄ້າທຸກໆມື້, ໃນເວລາ 09:00 ໂມງ - 20:00 ໂມງ; ສະ ຖານທີ່ຕັ້ງຢູ່ບ້ານດົງໂດກ, ເມືອງ ໄຊທານີ, ນະຄອນຫລວງວຽງຈັນ; ໂທລະສັບ​: 020 59455147. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==