5903

xtgmf]k; 4 3]d c]t gsfdko 27/06/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ກອງປະຊຸມສຸດຍອດວ່າດ້ວຍ... ສະພາແຫ່ງຊາດ ພິຈາລະນາ... ໄຂກອງປະຊຸມເຈົ້າໜ້າທີ່... ພົບປະຜູ້ແທນກອງປະຊຸມ... ປີນີ້ ຈະປ່ອຍປາ... ຂປລ. ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາ ກໍາຂ້າມຊາດ ຄັ້ງທີ24 ໄດ້ໄຂຂຶ້ນໃນ ວັນທີ 26 ມິຖຸນາ 2024 ໂດຍການ ເຂົ້າຮ່ວມຂອງ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ສປປ ລາວ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ອາຊຽນ, ຫົວໜ້າຄະນະຜູ້ແທນຕີມໍ ແລັດສະເຕ, ຮອງເລຂາທິການໃຫຍ່ ອາຊຽນດ້ານການເມືອງ-ຄວາມ ໝັ້ນຄົງ, ພ້ອມດ້ວຍຄະນະຜູ້ແທນອາ ຊຽນ ເຂົ້າຮ່ວມ. ໃນວາລະກອງປະຊຸມທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງ ວ່າການກະຊວງປ້ອງກັນຄວາມສະ ຫງົບ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ສປປ ລາວ ຮັບຜິດຊອບວຽກງານ ຕ້ານອາຊະຍາກໍາຂ້າມຊາດ ໄດ້ກ່າວ ວ່າ: ກອງປະຊຸມເຈົ້າໜ້າທີ່ອາວຸໂສ ວ່າດ້ວຍການຕ້ານອາຊະຍາກໍາຂ້າມ ຊາດ ເປັນກົນໄກໜຶ່ງທີ່ມີປະສິດທິ ພາບໃນການຮ່ວມມືສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດໃນພາກ ພື້ນ ເຊິ່ງແຕ່ລະປີບັນດາປະເທດສະ ມາຊິກອາຊຽນ ຈະໄດ້ຜັດປ່ຽນກັນ ຈັດກອງປະຊຸມປຶກສາຫາລືແລກ ປ່ຽນທັດສະນະ, ບົດຮຽນໃນການ ແກ້ໄຂບັນຫາດັ່ງກ່າວ. ພ້ອມນັ້ນ, ກໍ ຈະໄດ້ສັງເກດຕີລາຄາຄືນການຈັດ ຕັ້ງປະຕິບັດແຜນວຽກ, ບັນດາໂຄງ ການຮ່ວມມື ທີ່ໄດ້ເປັນເອກະພາບ ກັນໃນປີຜ່ານມາ ແລະ ປຶກສາຫາລື ການຮ່ວມມືໃນຕໍ່ໜ້າ ເຊິ່ງໃນໄລຍະ 1 ປີຜ່ານມາ ເຫັນວ່າຫລາຍກິດຈະ ກໍາ ໄດ້ຮັບການຈັດຕັ້ງປະຕິບັດສໍາ ເລັດຕາມລະດັບຄາດໝາຍ ເປັນຕົ້ນ ການຈັດສໍາມະນາ, ຝຶກອົບຮົມຍົກລະ ດັບຄວາມຮູ້-ຄວາມສາມາດຂອງ ເຈົ້າໜ້າທີ່ປະຕິບັດກົດໝາຍ. ນອກ ນັ້ນ, ຕາງໜ້າເຈົ້າໜ້າທີ່ອາວຸໂສອາ ຊຽນ ຮັບຜິດຊອບວຽກງານຕ້ານອາ ຊະຍາກໍາຂ້າມຊາດ ຍັງໄດ້ເຂົ້າຮ່ວມ ກອງປະຊຸມ ແລະ ກິດຈະກໍາທີ່ກ່ຽວ ຂ້ອງຂະແໜງ ການຕ່າງໆຈັດຂຶ້ນ ເຊິ່ງເປັນການຮັດແໜ້ນສາຍພົວພັນ ຮ່ວມມື ລະຫວ່າງຂະແໜງການ ກ່ຽວຂ້ອງຂອງອາຊຽນ ໃນການສະ ກັດກັ້ນ ແລະ ແກ້ໄຂບັນຫາອາຊະ ຍາກໍາຂ້າມຊາດ. ໂອກາດດັ່ງກ່າວ, ທ່ານ ພົທ ກົງທອງ ພົງວິຈິດ ໄດ້ໃຫ້ຮູ້ວ່າ: ໃນປີ 2024 ສປປ ລາວ ໄດ້ຮັບກຽດເປັນ ປະທານອາຊຽນ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍອີງ ໃສ່ຄໍາຂວັນດັ່ງກ່າວ ສປປ ລາວ ໄດ້ ກໍານົດ 9 ບຸລິມະສິດ ໃນການເປັນ ປະທານອາຊຽນຂອງຕົນ. ໃນນັ້ນ 4 ບູລິມະສິດ ຕິດພັນກັບການເຊື່ອມ ຈອດ ແລະ 5 ບູລິມະສິດຕິດພັນກັບ ຄວາມເຂັ້ມແຂງອາຊຽນ ແນໃສ່ຮັບ ປະກັນຄວາມພະຍາຍາມຮ່ວມກັນ ຂອງອາຊຽນ ໃນການສ້າງຄວາມ ເຂັ້ມແຂງປະຊາຄົມອາຊຽນ ເພື່ອນໍາ ໃຊ້ກາລະໂອກາດ ແລະ ແກ້ໄຂສິ່ງ ທ້າທາຍໃນປັດຈຸບັນແລະ ຕໍ່ໜ້າຢ່າງ ມີປະສິດທິພາບ. ກອງປະຊຸມເຈົ້າ ໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການ ຕ້ານອາຊະຍາກໍາຂ້າມຊາດ ເປັນ ກົນໄກໜຶ່ງທີ່ສໍາຄັນ, ມີພາລະບົດ ລວມທັງການສະໜັບສະໜູນຊ່ວຍ ເຫລືອ ຈາກສາກົນ ແລະ ຄູ່ຮ່ວມພັດ ທະນາຕ່າງໆ ເຊິ່ງມື້ນີ້ຈະໄດ້ສຸມໃສ່ ດ້ານໂພຊະນາການທີ່ກຳລັງເປັນສິ່ງ ທີ່ທົ່ວໂລກລວມທັງສປປລາວພວກ ເຮົາໄດ້ໃຫ້ຄວາມສຳຄັນ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈ ເປັນຢ່າງສູງມາຍັງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ບັນ ດາແຂວງ, ຂັ້ນສູນກາງ, ບັນດາຄູ່ ຮ່ວມພັດທະນາແລະການຈັດຕັ້ງທຸກ ພາກສ່ວນໃນສັງຄົມທີ່ໄດ້ປະກອບ ສ່ວນຢ່າງຕັ້ງໜ້າໃນການພັດທະນາ ຊັບສິນດ້ານມະນຸດ ຂອງ ສປປ ລາວ ໃນໄລຍະຜ່ານມາ. ການປະກອບ ສ່ວນຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງຂອງ ບັນດາທ່ານ ໄດ້ເຮັດໃຫ້ ສປປ ລາວ ສາມາດຍາດໄດ້ຜົນສໍາເລັດ ແລະ ມີຄວາມຄືບໜ້າຫລາຍດ້ານ ເປັນຕົ້ນ ຮັກສາໄດ້ສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມ ສະຫງົບ, ຊີວິດການເປັນຢູ່ຂອງປະ ຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ ເທື່ອລະກ້າວ; ຂອບໃຈມາຍັງຄູ່ຮ່ວມ ພັດທະນາ ແລະທຸກພາກສ່ວນໃນສັງ ຄົມ ທີ່ໄດ້ປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດແຜນງານໜຶ່ງດຽວ ໃນການແກ້ໄຂພາວະຂາດໂພຊະ ນາການໃນໄລຍະຜ່ານມາ ເຊິ່ງພວກ ເຮົາສາມາດຍາດໄດ້ຜົນສຳເລັດດີ ພໍສົມຄວນ ເປັນຕົ້ນແມ່ນການຫລຸດ ຜ່ອນພາວະຂາດໂພຊະນາການ ໃນສອງທົດສະວັດທີ່ຜ່ານມາ , ການຫລຸດຜ່ອນພາວະຂາດໂພຊະ ນາການຂອງແມ່ຍິງ ແລະ ເດັກນ້ອຍ ແມ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນ ເຊັ່ນ: ອັດຕາການລ້ຽງລູກດ້ວຍນໍ້າ ນົມແມ່ພຽງຢ່າງດຽວແຕ່ມື້ເກີດ ຮອດ 6 ເດືອນ ເພີ່ມຈາກ 44,9% ໃນປີ 2017 ມາເປັນ 50, 6% ໃນ ປີ2022 ແລະ ອັດຕາໂພຊະນາການ ເກີນ (ນ້ຳໜັກເກີນເກນ) ຫລຸດລົງ ຈາກ 3,5% ໃນປີ 2017 ມາເປັນ 2,5% ໃນປີ 2023 (LSISIII). ພ້ອມນີ້, ກໍຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານ ເປັນຕົ້ນ ທາງດ້ານເສດຖະກິດ-ການເງິນ, ການພັດທະນາຊັບພະຍາກອນມະ ນຸດ, ການປົກປັກຮັກສາສິ່ງ ແວດ ລ້ອມ ແລະ ອື່ນໆ ເຊິ່ງຈະຕ້ອງໄດ້ໃຊ້ ເວລາພໍສົມຄວນເພື່ອຟື້ນຟູການພັດ ທະນາ ໃຫ້ສາມາດບັນລຸໄດ້ຕາມ ເປົ້າ ໝາຍການພັດທະນາຂອງປະເທດ ໂດຍສະເພາະຍັງມີຫລາຍຄາດ ໝາຍຕົວຊີ້ບອກດ້ານໂພຊະນາການ ທີ່ຕ້ອງໄດ້ສຸມໃສ່ ເຊັ່ນ: ອັດຕາລວງ ສູງບໍ່ໄດ້ມາດຕະຖານໃນເດັກອາຍຸ ຕໍ່າກວ່າ 5 ປີ ແມ່ນມີຄວາມຄວາມ ໜ້າຊ້າ(ໂດຍຫລຸດລົງພຽງແຕ່ 0,2%ຈາກ 33% ໃນປີ 2017ມາ ປົກປັກຮັກສາ ແລະ ພັດທະນາປາ ແລະ ສັດນໍ້າ ຕາມກົດໝາຍ ແລະລະ ບຽບການກຳນົດ. ພ້ອມທັງ ໃຫ້ເປັນ ເຈົ້າການປະສານສົມທົບກັບຂະ ແໜງການ, ອົງການປົກຄອງທ້ອງ ຖິ່ນ ຈັດຕັ້ງພິທີປ່ອຍປາ ແລະ ສັດນໍ້າ ລົງແຫລ່ງນໍ້າຕ່າງໆ ຕິດພັນກັບການ ຈັດຕັ້ງການຄຸ້ມຄອງແລະປົກປັກຮັກ ສາ ເພື່ອໃຫ້ມີການສືບຕໍ່ຂະຫຍາຍ ພັນເພີ່ມຂຶ້ນ ແລະ ເພີ່ມຄວາມອຸດົມ ສົມບູນຂອງປາ ແລະ ສັດນໍ້າ; ໃຫ້ ກົມລ້ຽງສັດ ແລະ ການປະມົງ, ກົມ ສົ່ງເສີມ ແລະ ສະຫະກອນ ແລະ ພະແນກກະສິກຳແລະປ່າໄມ້ແຂວງ, ນະຄອນຫລວງວຽງຈັນ ຊີ້ນຳສູນ, ສະຖານີຜະລິດແນວພັນປາຂອງ ພາກລັດ ແລະ ເອກະຊົນໃນການກະ ກຽມ ຜະລິດ ແລະ ສະໜອງລູກປາ ໃນວັນປ່ອຍປາແຫ່ງຊາດ ໃຫ້ພຽງພໍ ໂດຍເນັ້ນໃສ່ການປ່ອຍປາພັນພື້ນ ເມືອງ (ປາປາກ, ປາເພ້ຍ, ປາແກງ, ປາສະຫວາຍ, ປາເຄິງ ແລະ ປາຊະ ນິດອື່ນໆ) ແລະ ຫ້າມປ່ອຍປາພັນ ຕ່າງປະເທດເຊັ່ນ: ປານິນ, ປາໄນ, ປາດຸກພັນ, ປາເກັດແລບ ແລະ ຊະ ນິດອື່ນໆ ລົງໃສ່ແຫລ່ງນໍ້າທຳມະ ຊາດ ເຊິ່ງເປັນການທຳລາຍແຫລ່ງ ທີ່ຢູ່ອາໄສ ຫລື ການວາງໄຂ່ຂອງປາ ພື້ນເມືອງລາວ ແລະ ໃຫ້ຊີ້ນຳຂະ ແໜງ ລ້ຽງສັດ ແລະ ການປະມົງຊຸກ ຍູ້ກະສິກອນ ແລະ ຜູ້ປະກອບການ ສືບຕໍ່ຂະຫຍາຍການລ້ຽງປາ ແລະ ສັດນໍ້າທຸກຮູບແບບ ເຊັ່ນ: ການລ້ຽງ ປາໃນໜອງ, ລ້ຽງປາໃສ່ກະຊັງ, ລ້ຽງປາໃນນາເຂົ້າ, ລ້ຽງປາແບບ ປະສົມປະສານ ແລະ ຮູບແບບອື່ນໆ ໃຫ້ເປັນຂະບວນ, ພ້ອມທັງເອົາໃຈ ໃສ່ແນະນຳທາງດ້ານເຕັກນິກ-ວິ ຊາການດ້ານແນວພັນ, ການໃຫ້ອາ ຫານ, ບົວລະບັດຮັກສາ, ປ້ອງກັນພະ ຍາດ ແລະ ເກັບກູ້ຜົນຜະລິດໃຫ້ຖືກ ຕ້ອງຕາມຫລັກວິຊາການຕິດພັນກັບ ການເພີ່ມຄວາມເຂັ້ມງວດໃນການ ປະຕິບັດມາດຕະການເກືອດຫ້າມ ການຫາປາແບບດັບສູນ. ພ້ອມນີ້, ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ນຳໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ, ຄື້ນ, ເຄື່ອງແສງ, ສຽງ ເພື່ອຫາ ຫລື ຈັບສັດນ້ຳ ແບບດັບສູນ; ຫ້າມນໍາ ໃຊ້ເຄື່ອງມືຫາສັດນໍ້າ ທີ່ມີຄວາມ ສ່ຽງເຮັດໃຫ້ສັດນໍ້າສູນພັນ ເຊັ່ນ: ອວນ, ລີ່, ມອງຕາຖີ່, ໂຕ່ງ, ລອບຂະ ໜາດໃຫຍ່ ແລະ ອື່ນໆ; ຫ້າມຫາ ສັດນໍ້າ ຈາກແຫລ່ງນໍ້າທຳມະຊາດ ດ້ວຍການຕັນຫ້ວຍ, ໂສກ, ບຸ່ງ, ຄອງ ນ້ຳ, ຂຸດໜອງ ຫລື ດູດໜອງທຳມະ ຊາດ ທີ່ມີນໍ້າຕະຫລອດປີ; ຫ້າມ ຮັບເອົາ, ຊື້-ຂາຍ, ຄອບຄອງ ຫລື ຂົນສົ່ງສັດນໍ້າບັນຊີ I ໂດຍບໍ່ໄດ້ຮັບ ອະນຸຍາດ; ຫ້າມສ້າງສິ່ງກີດຂວາງ ທາງເດີນ ຂອງສັດນໍ້າ ໂດຍບໍ່ໄດ້ຮັບ ອະນຸຍາດ; ຫ້າມລ້ຽງ ຫລື ປ່ອຍສັດ ນ້ຳຕ່າງຖິ່ນ ທີ່ມີຄວາມສ່ຽງທຳລາຍ ສັດນ້ຳພື້ນເມືອງ ແລະ ລະບົບນິເວດ; ຫ້າມປູກພືດນໍ້າ ທີ່ຈະເປັນການທຳ ລາຍລະບົບນິເວດ ຫລື ແຫລ່ງລ້ຽງ ສັດ ໂດຍບໍ່ໄດ້ຮັບອະນຸຍາດ; ຫ້າມ ບຸກລຸກວັງສະຫງວນ ຫລື ເຂດອະ ນຸລັກພັນສັດນໍ້າ, ເຂດປາອໍ, ແຫລ່ງ ສັດນໍ້າວາງໄຂ, ເຂດຈະເລີນເຕີບໂຕ ຂອງລູກສັດນໍ້າໄວອ່ອນ; ຫ້າມຫາ ສັດນໍ້າ ໃນລະດູວາງໄຂ່; ຫ້າມບໍລິ ໂພກ, ຊື້-ຂາຍສັດນໍ້າ ທີ່ຕາຍໂດຍບໍ່ ຮູ້ສາເຫດ ແລະ ຫ້າມມີພຶດຕິກໍາອື່ນໆ ສປປ ລາວ ເປັນເຈົ້າພາບ ເຊິ່ງມີ ຫລາຍບັນຫາທີ່ຈະຕ້ອງໄດ້ຮ່ວມມື ກັນໃນຕໍ່ໜ້າ ແນໃສ່ເຮັດໃຫ້ພາກພື້ນ ແລະ ສາກົນ ມີຄວາມສະຫງົບ. ພ້ອມກັນນີ້, ທ່ານ ພົທ ກົງທອງ ພົງວິຈິດ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຊົມເຊີຍຕໍ່ບັນດາຄະ ນະຜູ້ແທນທີ່ເດືນທາງມາເຂົ້າຮ່ວມ ກອງປະຊຸມໃນຄັ້ງນີ້, ພ້ອມທັງສະ ແດງຄວາມເຊື່ອໝັ້ນວ່າກອງປະຊຸມ ໃນຄັ້ງນີ້, ຈະເຮັດໃຫ້ວຽກງານການ 2016 ເປັນຕົ້ນມາ, ສາມາດດຶງດູດ ການລົງທຶນພາກເອກະຊົນທັງພາຍ ໃນແລະຕ່າງປະເທດໄດ້ຫລາຍກວ່າ 28 ຕື້ໂດລາສະຫະລັດ ເຊິ່ງປະ ກອບສ່ວນສໍາຄັນເຮັດໃຫ້ເສດຖະ ກິດຂອງລາວຂະຫຍາຍຕົວຢ່າງຕໍ່ ເນື່ອງ. ຄຽງຄູ່ກັນນີ້, ຍັງເຫັນວ່າ ກົດໝາຍວ່າດ້ວຍການສົ່ງເສີມການ ລົງທຶນມີສິ່ງທ້າທາຍ ແລະ ຂໍ້ຫຍຸ້ງ ຍາກຫລາຍດ້ານ ເປັນຕົ້ນ ຂະແໜງ ການເສດຖະກິດມີການຂະຫຍາຍ ແລະ ປ່ຽນແປງ ເຮັດໃຫ້ບາງຂະ ແໜງການສົ່ງເສີມທີ່ໄດ້ກຳນົດໄວ້ ໃນເວລານັ້ນ ບໍ່ສອດຄ່ອງກັບກົດ ໝາຍ, ໂຄງການລົງທຶນຈໍານວນໜຶ່ງ ຍັງບໍ່ເອົາໃຈໃສ່ປະຕິບັດຕາມພັນທະ ທີ່ກຳນົດໄວ້ໃນສັນຍາ ສົ່ງຜົນກະທົບ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ບາງ ໂຄງການມີລັກສະນະແກ່ຍາວ ແລະ ບັນຫາອື່ນໆ. ສະນັ້ນ ຈຶ່ງຄວນມີ ການປັບປຸງກົດໝາຍວ່າດ້ວຍການ ລົງທຶນ ຄືນໃໝ່ ເພື່ອໃຫ້ສອດຄ່ອງ ກັບສະພາບການພັດທະນາປະເທດ ໃນໄລຍະໃໝ່ ແລະ ເປັນເຄື່ອງມືອໍາ ນວຍຄວາມສະດວກໃຫ້ແກ່ການລົງ ທຶນພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ. ພາຍຫລັງປັບປຸງກົດໝາຍສະ ບັບດັ່ງກ່າວ, ຖືກຮັບຮອງ ແລະ ປະ ກາດໃຊ້ ຈະເປັນບ່ອນອີງທີ່ສໍາຄັນ ໃຫ້ແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ນັກລົງທຶນ ມີຄວາມສະດວກວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ໄດ້ຮັບການປົກປ້ອງ ດ້ານຕ່າງໆຈາກລັດ ແນໃສ່ຮັບປະ ກັນສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ປະຊາຊົນ ແລະ ຜູ້ລົງທຶນ, ສາມາດເຊື່ອມໂຍງກັບເສດຖະກິດ ພາກພື້ນແລະສາກົນ, ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຊາດ ໃຫ້ຂະຫຍາຍຕົວ ຢ່າງຕໍ່ເນື່ອງຕາມທິດສີຂຽວ ແລະ ຍືນຍົງ. ຂ່າວ: ສົມຫວັງ, ພາບ: ເກດສະໜາ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ບາດຊ່ວຍກອງປະຊຸມລັດຖະມົນ ຕີອາຊຽນ ວ່າດ້ວຍການຕ້ານອາຊະ ຍາກໍາຂ້າມຊາດ, ຈັດຕັ້ງປະຕິບັດ, ຕິດຕາມ ແລະ ປະສານສົມທົບການ ຕົກລົງ ຈາກກອງປະຊຸມລັດຖະມົນ ຕີອາຊຽນ ວ່າດ້ວຍການຕ້ານອາຊະ ຍາກໍາຂ້າມຊາດ ແລະ ປະຕິບັດຕາມ ໜ້າທີ່ອື່ນໆ ຕາມການມອບໝາຍ. ພ້ອມນັ້ນ, ກໍມີໜ້າທີ່ສ້າງນະໂຍບາຍ, ຍຸດທະສາດ ແລະ ແຜນການ, ແຜນ ງານ, ໂຄງການ ແລະ ປະສານງານ ສົມທົບຈັດຕັ້ງປະຕິບັດວຽກງານ ຕ້ານອາຊະຍາກາຂ້າມຊາດໃນພາກ ພື້ນອາຊຽນ. ປັດຈຸບັນ, ສະພາບການກໍ່ອາຊະ ຍາກໍາປະເພດຕ່າງໆ ເປັນຕົ້ນ ການ ກໍ່ການຮ້າຍ, ການຄ້າຢາເສບຕິດ, ການຄ້າມະນຸດ, ການຄ້າອາວຸດເສິກ, ອາຊະຍາກໍາທາງຄອມພິວເຕີ ແລະ ອື່ນໆ ໃນພາກພື້ນ ແລະ ໃນໂລກຍັງ ມີທ່າອ່ຽງເພີ່ມຂຶ້ນ,ມີຜົນກະທົບ ຢ່າງໃຫຍ່ຫລວງ ຕໍ່ການດໍາລົງຊີວິດ ຂອງປະຊາຊົນ ກໍຄື ການພັດທະນາ ເສດຖະກິດ-ສັງຄົມ ຂອງບັນດາປະ ເທດໃນໂລກ. ຕໍ່ກັບສະພາບການດັ່ງ ກ່າວ, ມີຄວາມ ຈໍາເປັນທີ່ສຸດທີ່ກົນ ໄກກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ວ່າດ້ວຍການຕ້ານອາຊະ ຍາກໍາຂ້າມຊາດທີ່ຈະຕ້ອງໄດ້ມີການ ປະຊຸມປຶກສາຫາລືຊອກຫາວິທີປ້ອງ ກັນສະກັດກັ້ນອາຊະຍາກໍາຂ້າມຊາດ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ. ສະນັ້ນ, ໃນກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາ ກໍາຂ້າມຊາດ ຄັ້ງທີ 24 ແລະ ກອງ ປະຊຸມອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 2628 ມິຖຸນາ 2024, ໃນກອງປະຊຸມ ສະເໜີ ໃຫ້ຄະນະຜູ້ແທນພິຈາລະນາ ບາງບັນຫາ ເປັນຕົ້ນ ປຶກສາຫາລື ແລກປ່ຽນທັດສະນະ ແລະ ປະເມີນ ສະພາບການ, ທ່າອ່ຽງຂອງບັນຫາ ອາຊະຍາກໍາຂ້າມຊາດໃນພາກພື້ນ ກໍຄື ໃນໂລກຢ່າງກົງໄປ-ກົງມາ, ຖືກ ຕ້ອງຕາມຄວາມເປັນຈິງ ເພື່ອເປັນ ບ່ອນອີງໃຫ້ແກ່ການຄົ້ນຄວ້າກໍານົດ ມາດຕະການທີ່ເໝາະສົມ ເພື່ອແກ້ ໄຂບັນຫາດັ່ງກ່າວ; ແລກປ່ຽນບົດ ຮຽນອັນດີເຊິ່ງກັນ ແລະ ກັນ ໃນ ການແກ້ໄຂບັນຫາອາຊະຍາກໍາຂ້າມ ຊາດ ຢູ່ໃນແຕ່ລະປະເທດສະມາຊິກ ອາຊຽນໃນໄລຍະຜ່ານມາ; ຄົ້ນຄວ້າ ປັບປຸງບັນດາກົນໄກ ແລະ ເຄື່ອງມື ຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ວ່າດ້ວຍອາຊະຍາກໍາຂ້າມ ຊາດ ໃຫ້ແທດເໝາະກັບສະພາບ ຕົວຈິງໃນປັດຈຸບັນ; ຄົ້ນຄວ້າສ້າງ ຂໍ້ລິເລີ່ມໃໝ່ທີ່ຈໍາເປັນ ເພື່ອແກ້ໄຂບັນ ຫາອາຊະຍາກໍາຂ້າມຊາດ ທີ່ພົ້ນ ເດັ່ນໃນພາກພື້ນ ເປັນຕົ້ນ ບັນຫາຢາ ເສບຕິດ, ຄ້າມະນຸດ, ການກໍ່ການ ຮ້າຍ, ອາຊະຍາກໍາທາງຄອມພິວເຕີ, ການຄ້າອາວຸດ ແລະ ອື່ນໆ; ເພີ່ມທະ ວີການຮ່ວມມືແລກປ່ຽນຂໍ້ມູນຂ່າວ ສານທີ່ພົວພັນເຖິງອາຊະຍາກໍາ ຂ້າມຊາດ ລະຫວ່າງບັນດາປະເທດ ສະມາຊິກອາຊຽນ ໃຫ້ວ່ອງໄວທັນ ກັບສະພາບການ; ເພີ່ມທະວີພັດທ ະ ນາຂີດຄວາມສາມາດ ຂອງເຈົ້າໜ້າ ທີ່ປະຕິບັດກົດໝາຍທີ່ກ່ຽວຂ້ອງ ຂອງປະເທດສະມາຊິກອາຊຽນ ເພື່ອຕ້ານອາຊະຍາກໍາຂ້າມຊາດ; ຍົກລະດັບການພົວພັນຮ່ວມມື, ຍາດ ແຍ່ງການຊ່ວຍເຫລືອທາງດ້ານເຕັກ ນິກວິຊາການ ແລະ ທຶນຮອນ ເພື່ອ ຍົກລະດັບຂີດຄວາມສາມາດຂອງ ອາຊຽນ ໃນການຕ້ານອາຊະຍາກໍາ ຂ້າມຊາດ ຈາກບັນດາປະເທດຄູ່ ຮ່ວມເຈລະຈາ ແລະ ອົງການຈັດຕັ້ງ ສາກົນທີ່ກ່ຽວຂ້ອງ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ຢູ່ 32, 8% ໃນປີ 2023), ອັດຕາ ຂອງນໍ້າໜັກເດັກເກີດໃໝ່ຕໍ່າກວ່າ ເກນມາດຕະຖານ ແລະ ອັດຕາເດັກ ຂາດສານອາຫານກະທັນຫັນ(ຈ່ອຍ ຜອມ) ແມ່ນມີທ່າອ່ຽງເພີ່ມຂຶ້ນ ເກືອບສອງເທົ່າຕົວ ຈາກປີ 2011 ທຽບໃສ່ປັດຈຸບັນ?. ນອກນັ້ນ, ພາ ວະຂາດສານອາຫານຍັງເປັນບັນ ຫາໃຫຍ່ທີ່ສປປ ລາວ ກໍາລັງຜະເຊີນ ໂດຍສະເພາະໃນໄລຍະ 1.000 ວັນ ທໍາອິດຂອງຊີວິດ (ນັບຕັ້ງແຕ່ມື້ ທີ່ແມ່ຍິງຖືພາ ຈົນເຖິງມື້ທີ່ລູກຂອງ ລາວອາຍຸ 2 ປີ) ເຊິ່ງມັນຮຽກຮ້ອງ ໃຫ້ມີແຜນການ ແລະ ແຜນງານ ໃນ ການສຸມໃສ່ຈັດຕັ້ງປະຕິບັດຢ່າງຮີບ ດ່ວນ ເພື່ອປັບປຸງໂພຊະນາການຂອງ ແມ່ຍິງ ແລະ ເດັກນ້ອຍ. ທ່ານນາຍົກລັດຖະມົນຕີຍັງໃຫ້ ຮູ້ອີກວ່າ: ລັດຖະບານ ສປປ ລາວ ມີ ຄວາມໝາຍໝັ້ນຢ່າງເຕັມທີ່ຕໍ່ການ ຈັດຕັ້ງປະຕິບັດນະໂຍບາຍດຳເນີນ ງານແບບຮອບດ້ານ ເພື່ອຮັບມືກັບ ສະພາບການຂາດໂພຊະນາການໃນ ແມ່ຍິງ ແລະ ເດັກນ້ອຍ (ໂດຍສະ ເພາະອັດຕາລວງສູງບໍ່ໄດ້ມາດຕະ ຖານຂອງເດັກອາຍຸຕໍ່າກວ່າ 5 ປີ) ໂດຍການມີສ່ວນຮ່ວມຂອງຫລາຍ ຂະແໜງການແຕ່ສູນກາງຮອດທ້ອງ ຖິ່ນ, ພາກສ່ວນສັງຄົມ ແລະ ຄູ່ຮ່ວມ ພັດທະນາ, ມາດຕະການຫລາຍຢ່າງ ທີ່ຈະຕ້ອງໄດ້ປະຕິບັດ ເພື່ອໃຫ້ມີ ການປັປປຸງໂພຊະນາການຂອງແມ່ ຍິງ ແລະ ເດັກນ້ອຍ ແຕ່ຂ້າພະເຈົ້າຂໍ ຍົກບາງອັນຄື: ກຳນົດບູລິມະສິດ ຂອງວຽກງານໂພຊະນາການ ແລະ ເຊື່ອມສານເຂົ້າເປັນໜຶ່ງໃນບູລິມະ ສິດ ຂອງແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ເພື່ອໃຫ້ ພາກສ່ວນກ່ຽວຂ້ອງມີສ່ວນຮ່ວມ ເປັນເຈົ້າການໃນການຈັດຕັ້ງປະຕິ ບັດບັນດາມາດຕະການຫລຸດຜ່ອນ ພາວະຂາດໂພຊະນາການໃຫ້ມີຜົນ ສຳເລັດ; ສຶບຕໍ່ໍ່ຈັດຕັ້ງປະຕິບັດແຜນ ການງານໜຶ່ງດຽວດ້ານໂພຊະການ ໂດຍການມີສ່ວນຮ່ວມຈາກຫລາຍ ຂະແໜງການເຊັ່ນ: ຂະແໜງການ ສາທາລະນະສຸກ, ສຶກສາ, ກະສິກຳ, ນ້ຳ, ສຸຂາພິບານ ແລະ ສຸຂະອະນາ ໄມ(WASH) ໃນການຮັບປະກັນ ໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າເຖິງ ການບໍລິການດ້ານໂພຊະນາການທີ່ ຈຳເປັນ ແລະ ມີຜົນໄດ້ຮັບສູງ; ສືບ ຕໍ່ປະຕິຮູບ ແລະ ປັບປຸງນະໂຍບາຍ ພ້ອມທັງການຈັດຕັ້ງປະຕິບັດແຜນ ງານຈາກຂັ້ນສູນກາງລົງຮອດ ທ້ອງຖິ່ນ ໂດຍສະເພາະແມ່ນເພີ່ມ ຄວາມເປັນເຈົ້າການດ້ານນຳພາ, ຍົກລະດັບຄວາມອາດສາມາດໃນ ການບໍລິຫານຢ່າງມີປະສິດທິພາບ ແລະ ຄວາມຍືນຍົງຂອງແຜນງານ. ພາບ: ວັນເພັງ ໂຍບາຍຂອງລັດ ແລະ ເຫັນໄດ້ເຖິງ ຄວາມໝາຍຄວາມສໍາຄັນຂອງປາ ແລະ ສັດນໍ້າ ຕໍ່ກັບການດຳລົງຊີວິດ ຂອງປະຊາຊົນບັນດາເຜົ່າ ທັງເປັນ ການປຸກລະດົມໃຫ້ທຸກພາກສ່ວນ ປະກອບສ່ວນເຂົ້າໃນການອະນຸລັກ, ພົວພັນຮ່ວມມື ລະຫວ່າງປະເທດສະ ມາຊິກອາຊຽນ, ປະເທດສັງເກດ ການ ແລະ ບັນດາປະເທດຄູ່ຮ່ວມ ເຈລະຈາຕໍ່ກັບການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງມີປະສິດ ທິຜົນ ແລະ ຈະເປັນບາດກ້າວ ທີ່ສໍາ ຄັນໃນການສ້າງພາກພື້ນອາຊຽນ ກໍຄືສາກົນໃຫ້ມີຄວາມສະຫງົບ, ເປັນ ລະບຽບຮຽບຮ້ອຍ ເຊິ່ງຈະເປັນພື້ນ ຖານໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມ ຂອງພາກພື້ນອາຊຽນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ ຢຸດຢັ້ງ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ທີ່ເປັນການລະເມີດກົດໝາຍກໍລະນີ ພົບເຫັນຜູ້ລະເມີດຂໍ້ຫ້າມດັ່ງກ່າວ, ຈະຖືກດຳເນີນມາດຕະການກ່າວ ເຕືອນ, ສຶກສາອົບຮົມ, ປັບໃໝ ແລະ ດຳເນີນຄະດີຢ່າງເຂັ້ມງວດ ຕາມ ແຕ່ລະກໍລະນີ ເບົາ ຫລືໜັກ ທີ່ໄດ້ກຳ ນົດໄວ້ໃນກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ. ສຳລັບກິດຈະກຳຈັດພິທີປ່ອຍ ປາ ແລະ ສັດນໍ້າ ແຫ່ງຊາດ 13 ກໍລະກົດ 2024 ນີ້, ໃຫ້ອີງໃສ່ເງື່ອນ ໄຂຕົວຈິງຂອງແຕ່ລະທ້ອງຖິ່ນ ໂດຍ ໃຫ້ເນັ້ນໃສ່ເນື້ອໃນປຸກລະດົມເປັນ ຕົ້ນຕໍ ບົນພື້ນຖານປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ, ບ່ອນ ໃດມີເງື່ອນໄຂກໍໃຫ້ເລີ່ມຈັດຕັ້ງປະ ຕິບັດແຕ່ດຽວນີ້ເປັນ ຕົ້ນໄປ ໂດຍບໍ່ ໃຫ້ລໍຖ້າຮອດວັນທີ 13 ກໍລະກົດ; ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫລວງວຽງຈັນສົມ ທົບກັບຂະແໜງການທີ່ກ່ຽວຂ້ອງ ຕິດຄຳຂວັນກ່ຽວກັບວັນປ່ອຍປາ ແລະສັດນ້ຳແຫ່ງຊາດຕາມສະຖານ ທີ່ຕ່າງໆ ເພື່ອເປັນການໂຄສະນາ ເຜີຍແຜ່, ລະດົມໃຫ້ທົ່ວປວງຊົນ ເຂົ້າຮ່ວມ ແລະ ເປັນເຈົ້າການປ່ອຍ ປາ ແລະ ສັດນ້ຳ ໃຫ້ເປັນຂະບວນ ການຟົດຟື້ນ ເຊິ່ງມີຄຳຂວັນທີ່ວ່າ: “ຊົມເຊີຍວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ”; “ຈົ່ງພ້ອມກັນປ່ອຍປາ ແລະ ສັດນ້ຳ ຄືນສູ່ທຳມະຊາດ ໃຫ້ມີຄວາມອຸດົມ ສົມບູນຕະຫລອດໄປ” ແລະ “ການ ປົກປັກຮັກສາປາ ແລະ ສັດນ້ຳ ແມ່ນ ພັນທະຂອງປວງຊົນທັງຊາດ”. ຂ່າວ: ທະນູທອງ ສູງ ແນໃສ່ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມກວ່າເກົ່າ. ທ່ານ ເພັດ ພົມພິພັກ ໄດ້ໃຫ້ຮູ້ສະ ພາບການນໍາໃຊ້ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນນັບແຕ່ປີ

RkJQdWJsaXNoZXIy MTc3MTYxMQ==