5903

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 27/06/2024 xtgmf]k; ສານຂອງທ່ານ ສອນໄຊ... ກອງປະຊຸມລັດຖະມົນຕີ... ຮ່ວມແຮງຮ່ວມໃຈ... ]a f4t,q o8u dt-;' 4;m 8h voIa [z6 h 8k'|h k sh v'dkov5 pou g-[ xt9e]k; g0Q k1h P,ve]k ພາບຂອງປະຊາຊົນ, ພົນລະເມືອງລາວເຮົາ ໂດຍສະເພາະໄດ້ເບື່ອເມົາ ຊາວໜຸ່ມ, ເຍົາວະຊົນ ທີ່ເປັນກໍາລັງແຮງງານໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນຜູ້ສືບທອດພາລະກິດ ແລະ ອະນາຄົດຂອງປະເທດຊາດ. ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂບັນຫາຢາເສບຕິດໃຫ້ເດັດ ຂາດ. ໃນຊຸມປີຜ່ານມາພັກ-ລັດຖະບານພວກເຮົາ ໄດ້ນຳພາຊີ້ນໍາການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຈົດຈໍ່ຕະຫລອດມາໂດຍສະເພາະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ (2021-2023). ມາຮອດເວລານີ້ ພັກ-ລັດຖະບານເຮົາໄດ້ສືບ ຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ (2024-2025) ເຊິ່ງໄດ້ສຸມໃສ່ເນື້ອໃນ 06 ວຽກຈຸດສຸມໃນວາລະ ແຫ່ງຊາດ. ໂດຍສະເພາະວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມດ້ວຍ ການໂຄສະນາເຜີຍແຜ່ລະບຽບກົດໝາຍຜົນຮ້າຍຂອງຢາເສບຕິດ, ເນື້ອ ໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ,ໂດຍຜ່ານພາ ຫະນະສື່ມວນຊົນ ຄື: ລະຄອນສັ້ນ, ສະປອດ, ບົດເພງ, ຕິດປ້າຍຄໍາຂວັນ, ປ້າຍຮູບຈິນຕະນາການ, ແຈກຢາຍແຜ່ນພັບ,ໂປສເຕີ, ປຶ້ມຄູ່ມືໂຄສະນາ, ປຶ້ມຂັ້ນຕອນເຕັກນິກ ທີ່ສະແດງໃຫ້ເຫັນເຖິງຜົນຮ້າຍຂອງຢາເສບຕິດ ຢ່າງກວ້າງຂວາງ, ຕໍ່ເນື່ອງໃຫ້ພະນັກງານ-ລັດຖະກອນ, ນັກຮຽນ, ນັກ ສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າ, ເຫັນໄດ້ວ່າພົນ ລະເມືອງລາວສ່ວນຫລາຍແມ່ນມີຄວາມຮັບຮູ້-ເຂົ້າໃຈຢ່າງຖືກຕ້ອງຕໍ່ ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ. ພ້ອມ ກັນນີ້, ການສ້າງຄວາມເຂັ້ມແຂງທົ່ວສັງຄົມ ໂດຍການເຮັດໃຫ້ຄອບຄົວ, ຊຸມຊົນຕື່ນຕົວເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ: ສະຖາບັນຄອບຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກເອກະຊົນ ໄດ້ມີສ່ວນຮ່ວມ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ແມ່ນໄດ້ເອົາໃຈໃສ່ໃກ້ ຊິດແທດເຖິງຮາກຖານປະຊາຊົນ ດ້ວຍການນໍາພາ-ຊີ້ນໍາ ເຮັດຕົວຈິງ ດ້ວຍຫລາຍວິທີທີ່ເປັນລະບົບ, ຮັບປະກັນດ້ານການເມືອງ, ກົດໝາຍ, ວິຊາ ສະເພາະທີ່ກ່ຽວຂ້ອງ. ຄຽງຄູ່ກັນນັ້ນ, ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ການປະຕິບັດມາດຕະການດ້ານກົດໝາຍ ຕໍ່ຜູ້ກະທຳ ຜິດ. ສະເພາະໃນປີນີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບແມ່ນສາມາດ ສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຫລາຍກໍລະນີ, ພ້ອມທັງໄດ້ເພີ່ມທະ ວີຄວາມເປັນເຈົ້າການໃນການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາ ດັ່ງກ່າວຢ່າງຕັ້ງໜ້າ ໂດຍໄດ້ມ້າງຄະດີ, ຢຶດຢາເສບຕິດ, ຢຶດອາວຸດເສິກ, ຍຶດຊັບສິນ, ວັດຖຸມີຄ່າ, ສານເຄມີຕ່າງໆ ທີ່ພວກກຸ່ມຄົນບໍ່ດີນໍາໄປຜະລິດ ເປັນຢາເສບຕິດ ແລະ ທີ່ສຳຄັນແມ່ນສາມາດຈັບກຸມຜູ້ກະທໍາຜິດມາດຳເນີນ ຄະດີຕາມລະບຽບກົດໝາຍ. ຢາເສບຕິດ ເປັນບັນຫາທີ່ອັນຕະລາຍຮ້າຍແຮງ, ທ້າທາຍ ຂອງທຸກຊາດ ແລະ ເປັນໄພຂົ່ມຂູ່ຕໍ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ແລະ ຄວາມໝັ້ນຄົງ ຂອງບັນດາປະຊາຊາດໃນໂລກ. ເພື່ອ ສະກັດກັ້ນບັນຫາດັ່ງກ່າວ ທຸກພາກສ່ວນໃນສັງຄົມຈົ່ງໄດ້ພ້ອມກັນເປັນ ເຈົ້າການເຂົ້າຮ່ວມໃນການຄວບຄຸມ, ຕ້ານ ແລະ ແກ້ໄຂບັນຫາຢາເສບ ຕິດ, ສືບຕໍ່ຮ່ວມກັນປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ (2024-2025) ເຮັດໃຫ້ບັນຫາຢາເສບຕິດຫລຸດລົງ ແລະ ໝົດສິ້ນໄປຈາກສັງຄົມລາວ. ຂປລ. ວັນທີ 25 ມິຖຸນາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະ ຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ການເຂົ້າຢ້ຽມອໍາລາ ຂອງທ່ານ ເພຍ ເຣເບນໂລ ບຣິດໂຕ ຜູ້ຕາງໜ້າ ຫ້ອງການອົງການອຸຍນີເຊບ ປະຈຳ ສປປ ລາວ, ທັງເປັນການສະເຫລີມ ສະຫລອງສາຍພົວພັນການຮ່ວມມື ລະຫວ່າງ ອົງການອຸຍນີເຊບ ແລະ ກະຊວງ ຖວທ ໃນການສົ່ງເສີມສິດ ທິເດັກຜ່ານສື່ມວນຊົນ. ທ່ານ ເພຍ ເຣເບນໂລ ບຣິດໂຕ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ລັດຖະມົນຕີທີ່ກະຊວງ ຖວທ ໄດ້ ໃຫ້ການສະໜັບສະໜູນການເຄື່ອນ ໄຫວວຽກງານຂອງອົງການ ອຸຍນີ ເຊບ ຢ່າງຕໍ່ເນື່ອງໃນຕະຫລອດໄລ ຍະຫລາຍປີທີ່ຜ່ານມາ ເຊິ່ງລວມມີ ການສົ່ງເສີມການເປັນຢູ່ທີ່ດີຂອງ ແມ່ ແລະ ເດັກນ້ອຍ, ວຽກງານສື່ ມວນຊົນ ແລະ ການມີສ່ວນຮ່ວມ ຂອງໄວໜຸ່ມ, ການເຜີຍແຜ່ຂໍ້ມູນ ຂ່າວສານດ້ານສາທາລະນະສຸກ ແລະ ຂໍ້ມູນອື່ນໆ ໂດຍຜ່ານການໂຄ ສະນາ ແລະ ກະຈາຍຂໍ້ມູນ-ຂ່າວ ສານໃຫ້ຊຸມຊົນຜ່ານຊ່ອງທາງສື່ ຫລັກຄື: ວິທະຍຸ, ໂທລະພາບ ແລະ ໂທລະໂຄ່ງຊຸມຊົນທັງໃນລະດັບສູນ ກາງ ແລະ ທ້ອງຖິ່ນ. ນອກຈາກນີ້, ໂຄງການ “ສື່ໄວໜຸ່ມ” ຂອງວິທະຍຸ ກະຈາຍສຽງແຫ່ງຊາດລາວ ກໍໄດ້ ມີການສະເຫລີມສະຫລອງການຈັດ ຕັ້ງປະຕິບັດ, ຄົບຮອບ 20 ປີ ໃນບໍ່ ດົນມານີ້ ແລະ ມີການຜະລິດລາຍ ການໂທລະພາບ“ບ້ານຂອງຂ້ອຍ” ແລະ “ເຮືອນຂອງຂ້ອຍ” ສໍາລັບ ເດັກກ່ອນໄວຮຽນ. ພາຍໃຕ້ການສະໜັບສະໜູນ ຂອງອົງການອຸຍນີເຊັບ, ໃນໄລຍະ ການແພ່ລະບາດຂອງພະຍາດໂຄ ວິດ-19, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ ມີບົດບາດສຳຄັນເຜີຍແຜ່ຂໍ້ມູນຂ່າວ ສານໃຫ້ໄປເຖິງຊຸມຊົນ ແລະ ໃຫ້ຂໍ້ ມູນທີ່ສຳຄັນ ເພື່ອໃຫ້ເຂົາເຈົ້າສາ ມາດປ້ອງກັນການແພ່ລະບາດ ຂອງພະຍາດ ແລະ ປົກປ້ອງຊີວິດ ການເປັນຢູ່ໃຫ້ມີຄວາມປອດໄພ. ໃນບໍ່ດົນມານີ້, ກໍມີຂະບວນການໂຄ ສະນາຜ່ານສື່ຕ່າງໆກ່ຽວກັບພະ ຍາດໝາກແດງໃຫຍ່ ແລະ ພະຍາດ ໝາກແດງນ້ອຍ ເຮັດໃຫ້ປະຊາຊົນ ສາມາດເຂົ້າເຖິງ ແລະ ຮັບຮູ້ຂໍ້ມູນ ໄດ້ຢ່າງກວ້າງຂວາງ ເພື່ອຮັບການ ສັກຢາກັນພະຍາດດັ່ງກ່າວ ອັນໄດ້ ຮັບຜົນສຳເລັດຢ່າງຫລວງຫລາຍ. ໃນອະນະຄົດ, ອົງການ ອຸຍນີເຊບ ມີຄວາມໝາຍໝັ້ນໃນການສືບຕໍ່ສະ ໜັບສະໜູນໂຄງການເສີມຂະຫຍາຍ ຄວາມຮູ້ທາງດ້ານດີຈິຕອນໃຫ້ກັບ ໄວໜຸ່ມ ແລະ ການນຳໃຊ້ສື່ ເພື່ອ ໂຄສະນາຄວາມສໍາຄັນຂອງການ ສັກວັກຊິນ, ຄວາມຮຸນແຮງທາງ ເພດ ແລະ ພຶດຕິກຳທີ່ເປັນອັນຕະ ລາຍອື່ນໆ. ທ່ານ ເພຍ ເຣເບນໂລ ບຣິດໂຕ ຍັງໄດ້ກ່າວອີກວ່າ: ພວກເຮົາເຊື່ອ ວ່າສື່ມວນຊົນ, ວັດທະນະທໍາ ແລະ ການທ່ອງທ່ຽວ ເປັນກຸນແຈສຳຄັນ ບໍ່ພຽງແຕ່ໃນການປົກປັກຮັກສາ ການເປັນຢູ່ທີ່ດີຂອງໄວໜຸ່ມ, ແຕ່ຍັງ ເປັນການເສີມສ້າງຊັບພະຍາກອນ ມະນຸດຂອງ ສປປ ລາວ ອີກດ້ວຍ. ໂອກາດນີ້, ທ່ານລັດຖະມົນຕີ ກະຊວງ ຖວທ ກໍໄດ້ສະແດງຄວາມ ຂອບໃຈຕໍ່ທ່ານ ນາງ ເພຍ ເຣເບນ ໂລບຣິດໂຕທີ່ໄດ້ໃຫ້ການສະໜັບສະ ໜູນ ແລະ ຮ່ວມມືທີ່ດີຕະຫລອດ ໄລຍະທີ່ຜ່ານມາ, ພ້ອມທັງເຊື່ອໝັ້ນ ວ່າການຮ່ວມມືລະຫວ່າງກະຊວງ ຖວທ ແລະ ອົງການ ອຸຍນີເຊບ ຈະ ສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ທີ່ ຍິ່ງໃຫຍ່ກວ່າເກົ່າຕໍ່ກັບເດັກ ແລະ ໄວໜຸ່ມໃນ ສປປ ລາວ. ພາບ: ອ່າຍຄຳ ທ່ານ ນາງ ສວນສະຫວັນ ວິຍະເກດ (ຂວາ) ໃນນາມສ່ວນຕົວ, ຂ້າພະເຈົ້າຂໍນໍາ ເອົາຄວາມຢ້ຽມຢາມຖາມຂ່າວອັນ ອົບອຸ່ນ, ຄວາມສາມັກຄີຮັກແພງອັນ ສະໜິດສະໜົມມາຍັງພໍ່ແມ່ປະຊາ ຊົນ, ເພື່ອນມິດສະຫາຍນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາ ຫລວດ ແລະ ພະນັກງານລັດ-ຖະ ກອນໃນຂອບເຂດທົ່ວປະເທດ, ຖື ໂອກາດນີ້ເປັນການຢືນຢັນຄືນເຖິງ ມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນ ອັນແຮງກ້າຂອງ ວົງຄະນະຍາດສາກົນການຮ່ວມມື ກັນໃນຂະບວນການຕ້ານຢາເສບຕິດ ແລ້ວ, ຍັງເປັນໂອກາດອັນດີທີ່ພວກ ເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນກ່ຽວກັບຜົນ ສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ໂດຍ ສະເພາະໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ (20212023) ໃນ 1 ປີ ຜ່ານມາ. - ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ! ເປັນທີ່ຊາບກັນດີແລ້ວວ່າ, ຢາ ເສບຕິດ ເປັນບັນຫາໃຫຍ່ລະດັບໂລກ ທີ່ບັນດາປະເທດຕ່າງກໍໃຫ້ຄວາມ ສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາດັ່ງກ່າວ. ປັດຈຸ ບັນ, ຢູ່ປະເທດເຮົາ ກໍພວມຜະເຊີນ ກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດ ເຊັ່ນກັນ ເຊິ່ງໄດ້ແພ່ລະບາດໄປທົ່ວ ທຸກບ່ອນນັບທັງຕົວເມືອງ, ຊົນນະ ບົດ ແລະ ເຂດຫ່າງໄກສອກຫລີກ ໃນລະດັບທີ່ແຕກຕ່າງກັນ; ບັນຫາ ຢາເສບຕິດ ໄດ້ກາຍເປັນໜຶ່ງໃນບັນ ດາປະກົດການຫຍໍ້ທໍ້ທາງສັງຄົມ, ການລະບາດຂອງຢາເສບຕິດໄດ້ ເປັນໜໍ່ແໜງ ແລະ ເປັນສາເຫດ ຕົ້ນ ຕໍ ຂອງການເກີດຄວາມຮຸນແຮງກໍ່ ອາຊະຍາກຳ ແລະ ສິ່ງຫຍໍ້ທໍ້ຕ່າງໆ ໃນສັງຄົມ ເຊິ່ງເປັນໄພອັນຕະລາຍ ຕໍ່ຄວາມໝັ້ນຄົງຂອງຊາດ ແລະ ໄດ້ສົ່ງຜົົນກະທົບໂດຍກົງ ຕໍ່ການພັດ ທະນາເສດຖະກິດ-ສັງຄົມ, ຕໍ່ສຸຂະ ພາບຂອງປະຊາຊົນ, ພົນລະເມືອງ ລາວເຮົາ ໂດຍສະເພາະໄດ້ເບື່ອເມົາ ຊາວໜຸ່ມ, ເຍົາວະຊົນ ທີ່ເປັນກໍາ ລັງແຮງງານໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ເປັນຜູ້ສືບທອດພາລະກິດ ແລະ ອະນາຄົດ ຂອງປະເທດຊາດ. ປັດຈຸບັນ, ການຄ້າຂາຍຢາເສບ ຕິດ ໄດ້ກາຍເປັນຂະບວນການຂ້າມ ຊາດ ທີ່ລັດຖະບານ ແລະ ປະຊາຊົນ ລາວ ກໍຄື ບັນດາປະຊາຊາດໃນທົ່ວ ໂລກ ພ້ອມກັນຕໍ່ຕ້ານຢ່າງແຂງແຮງ ເຖິງວ່າ ຫລາຍປະເທດໄດ້ເພີ່ມທະ ວີມາດຕະການ, ຄວາມພະຍາຍາມ ໃນການຄວບຄຸມ, ສະກັດກັ້ນ, ປາບ ປາມ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕໍ່ເນື່ອງປານໃດກໍຕາມແຕ່ການ ຜະລິດ, ການຄ້າຂາຍ, ຈໍາໜ່າຍ, ການນໍາໃຊ້, ການລໍາລຽງຂົນສົ່ງສິ່ງ ເສບຕິດຢູ່ໃນທົ່ວໂລກ ກໍຍັງບໍ່ຫລຸດ ລົງ ແລະ ມີທ່າອ່ຽງເພີ່ມຂຶ້ນຢ່າງໜ້າ ເປັນຫ່ວງ. ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂບັນຫາຢາເສບຕິດ ໃຫ້ເດັດຂາດ. ໃນຊຸມປີຜ່ານມາ, ພັກລັດຖະບານພວກເຮົາ ໄດ້ນຳພາ-ຊີ້ ນໍາ ການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ ຢ່າງຈົດຈໍ່ຕະຫລອດມາ ໂດຍສະເພາະການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ (20212023). ມາຮອດເວລານີ້ພັກ-ລັດ ຖະບານເຮົາ ໄດ້ສືບຕໍ່ຈັດຕັ້ງປະຕິ ບັດວາລະແຫ່ງຊາດວ່າດ້ວຍການ ແກ້ ໄຂບັນຫາຢາເສບຕິດ (20242025) ເຊິ່ງໄດ້ສຸມໃສ່ເນື້ອໃນ 6 ວຽກຈຸດສຸມ ໃນວາລະແຫ່ງຊາດ ໂດຍສະເພາະວຽກງານສ້າງຄວາມ ຮັບຮູ້ທົ່ວສັງຄົມ ດ້ວຍການໂຄສະນາ ເຜີຍແຜ່ລະບຽບກົດໝາຍຜົນຮ້າຍ ຂອງຢາເສບຕິດ, ເນື້ອໃນວາລະ ແຫ່ງຊາດວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ ໂດຍຜ່ານພາຫະນະ ສື່ມວນຊົນ ຄື: ລະຄອນສັ້ນ, ສະ ປອດ, ບົດເພງ, ຕິດປ້າຍຄໍາຂວັນ, ປ້າຍຮູບຈິນຕະນາການ, ແຈກຢາຍ ແຜ່ນພັບ, ໂປສເຕີ, ປຶ້ມຄູ່ມືໂຄສະ ນາ, ປຶ້ມຂັ້ນຕອນເຕັກນິກທີ່ສະແດງ ໃຫ້ເຫັນເຖິງຜົນຮ້າຍຂອງຢາເສບ ຕິດຢ່າງກວ້າງຂວາງ, ຕໍ່ເນື່ອງໃຫ້ ພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວ ບັນດາເຜົ່າ, ເຫັນໄດ້ ວ່າພົນລະເມືອງລາວສ່ວນຫລາຍ ແມ່ນມີຄວາມຮັບຮູ້-ເຂົ້າໃຈຢ່າງຖືກ ຕ້ອງຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບ ຕິດ. ພ້ອມກັນນີ້, ການສ້າງຄວາມ ເຂັ້ມແຂງທົ່ວສັງຄົມ ໂດຍການເຮັດ ໃຫ້ຄອບຄົວ, ຊຸມຊົນຕື່ນຕົວເຂົ້າ ຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາ ຢາເສບຕິດ ເປັນຕົ້ນ ສະຖາບັນຄອບ ຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກ ເອກະຊົນໄດ້ມີສ່ວນຮ່ວມຈັດຕັ້ງປະ ຕິບັດວາລະແຫ່ງຊາດວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ໂດຍທຸກ ພາກສ່ວນ, ທຸກໜ່ວຍງານທີ່ກ່ຽວ ຂ້ອງ ແມ່ນໄດ້ເອົາໃຈໃສ່ໃກ້ຊິດ ແທດເຖິງຮາກຖານປະຊາຊົນ ດ້ວຍ ການນໍາພາ-ຊີ້ນໍາ ເຮັດຕົວຈິງດ້ວຍ ຫລາຍວິທີທີ່ເປັນລະບົບ, ຮັບປະກັນ ດ້ານການເມືອງ, ກົດໝາຍ, ວິຊາສະ ເພາະທີ່ກ່ຽວຂ້ອງ. ນອກນັ້ນ, ພວກ ເຮົາ ຍັງໄດ້ເອົາໃຈໃສ່ສ້າງເງື່ອນໄຂ ອໍານວຍຄວາມສະດວກໃຫ້ບັນດາ ຄອບຄົວຂອງປະຊາຊົນບັນດາເຜົ່າ ຢູ່ເຂດພູດອຍ ຫັນໄປປະກອບອາຊີບ ທີ່ໝັ້ນຄົງ, ຖືກກົດໝາຍດ້ວຍການ ປູກພືດທົດແທນ ພືດທີ່ມີສານເສບ ຕິດ; ສົ່ງເສີມການລ້ຽງສັດ, ປູກພືດຜັກເປັນສິນຄ້າ. ສໍາລັບຜູ້ຖືກເຄາະ ຮ້າຍຈາກຢາເສບຕິດ ແມ່ນໄດ້ຮັບ ການບຳບັດປິ່ນປົວ, ຟື້ນຟູ ແລະ ອົບ ຮົມວິຊາຊີບຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດ ໄດ້ຢ່າງມີປະ ສິດທິພາບດີພໍສົມຄວນ, ເຮັດໃຫ້ຜູ້ ຖືກເຄາະຮ້າຍຈາກຢາເສບຕິດເຫລົ່າ ນັ້ນ ໄດ້ກັບຄືນເປັນຄົນມີຄຸນຄ່າ ແລະ ພົນລະເມືອງທີ່ດີ ໃນສັງຄົມ. ພ້ອມ ກັນນີ້, ລັດຖະບານຍັງໄດ້ສຸມໃສ່ໃຫ້ ທຸກພາກສ່ວນຮ່ວມກັນປະຕິບັດ ວຽກງານ 3 ສ້າງ ຕິດພັນກັບການ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະ ນາ ໂດຍໄດ້ສ້າງບ້ານ, ໂຮງຮຽນ, ກົມກອງ, ຫົວໜ່ວຍການຜະລິດ, ບໍ ລິການ ທັງພາກລັດ ແລະ ເອກະຊົນ ຢູ່ຕາມທ້ອງຖິ່ນຕ່າງໆ ໃຫ້ປອດຈາກ ຢາເສບຕິດ. ຄຽງຄູ່ກັນນັ້ນ, ລັດ ຖະບານຍັງໄດ້ເອົາໃຈໃສ່ ແລະ ໃຫ້ ຄວາມສໍາຄັນຕໍ່ການປະຕິບັດມາດ ຕະການດ້ານກົດໝາຍຕໍ່ຜູ້ກະທຳ ຜິດ. ສະເພາະໃນປີນີ້, ເຈົ້າໜ້າທີ່ປ້ອງ ກັນຄວາມສະຫງົບແມ່ນສາມາດສະ ກັດກັ້ນ ແລະ ຕ້ານຢາເສບຕິດໄດ້ ຫລາຍກໍລະນີ, ພ້ອມທັງໄດ້ເພີ່ມທະ ວີຄວາມເປັນເຈົ້າການໃນການຕິດ ຕາມ, ກວດກາ ແລະ ແກ້ໄຂບັນຫາ ດັ່ງກ່າວຢ່າງຕັ້ງໜ້າໂດຍໄດ້ມ້າງ ຄະດີ, ຢຶດຢາເສບຕິດ, ຢຶດອາວຸດ ເສິກ, ຢຶດຊັບສິນ, ວັດຖຸມີຄ່າ, ສານ ເຄມີຕ່າງໆ ທີ່ພວກກຸ່ມຄົນບໍ່ດີນໍາ ໄປຜະລິດເປັນຢາເສບຕິດ ແລະ ທີ່ ສຳຄັນແມ່ນສາມາດຈັບກຸມຜູ້ກະ ທໍາຜິດມາດຳເນີນຄະດີຕາມລະບຽບ ກົດໝາຍ. - ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫລາຍ! ເນື່ອງໃນວັນສາກົນຕ້ານຢາ ເສບຕິດ ວັນທີ 26 ມິຖຸນາ 2024 ຄົບຮອບ 37 ປີ ໃນປີນີ້, ຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ຂ້າພະເຈົ້າຂໍສະແດງຄວາມ ຍ້ອງຍໍຊົມເຊີຍຢ່າງສຸດໃຈຕໍ່ເຈົ້າ ໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວ ຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ຕະຫລອດຮອດພໍ່ແມ່ປະຊາຊົນ ລາວບັນດາເຜົ່າ ໃນຂອບເຂດທົ່ວປະ ເທດທີ່ໄດ້ໃຫ້ການຮ່ວມມືປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ(2021-2023) ໃນໄລຍະ 1 ປີຜ່ານມານະໂອກາດ ນີ້, ຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສະ ແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງບັນດາປະເທດເພື່ອນມິດ, ຄູ່ ຮ່ວມພັດທະນາ, ອົງການຈັດຕັ້ງສາ ກົນ, ອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດທັງພາຍໃນແລະ ຕ່າງປະເທດທີ່ໄດ້ໃຫ້ການຮ່ວມ ມື, ສະໜັບສະໜູນ, ອູ້ມຊູຊ່ວຍເຫລືອ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ລາວ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ຮັບຜົນດີຕະຫລອດມາ ແລະ ຫວັງວ່າ ສາທາລະນະລັດ ປະຊາທິ ປະໄຕປະຊາຊົນລາວຈະໄດ້ຮັບການ ສະໜັບສະໜູນຊ່ວຍເຫລືອໃນອະ ນາຄົດ ຕໍ່ໜ້າ. - ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫລາຍ! ຢາເສບຕິດ ເປັນບັນຫາທີ່ອັນຕະ ລາຍຮ້າຍແຮງ, ທ້າທາຍຂອງທຸກ ຊາດ ແລະ ເປັນໄພຂົ່ມຂູ່ຕໍ່ຄວາມສະ ຫງົບສຸກ, ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ ແລະ ຄວາມໝັ້ນ ຄົງຂອງບັນດາປະຊາຊາດໃນໂລກ. ດັ່ງນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາ ຍັງພະນັກງານ,ທະຫານ,ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ, ທຸກ ເພດໄວ ໃນທົ່ວສັງຄົມຕະຫລອດ ຮອດບັນດາອົງການຈັດຕັ້ງພັກ-ລັດ, ອົງການປົກຄອງທ້ອງຖິ່ນ, ສະຖາ ບັນການສຶກສາ, ອົງການພຸດທະສາ ສະໜາ ແລະ ສະຖາບັນຄອບຄົວ ຕະຫລອດເຖິງຊາວຕ່າງດ້າວ, ຊາວ ຕ່າງປະເທດ ທີ່ດຳລົງຊີວິດ, ທຳມາ ຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ຈົ່ງໄດ້ພ້ອມກັນເປັນເຈົ້າ ການເຂົ້າຮ່ວມໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາ ຢາເສບຕິດ, ສືບຕໍ່ຮ່ວມກັນປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ (20242025) ເຮັດໃຫ້ບັນຫາຢາເສບຕິດ ຫລຸດລົງ ແລະ ໝົດສິ້ນໄປຈາກສັງ ຄົມລາວຂອງພວກເຮົາ. ຂໍຂອບໃຈ ຕ່າງປະເທດຂອບການຮ່ວມມືເວ ທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 19 (19th Meeting of the Ministers of Foreign Affairs of the Member States of the Asia Cooperation Dialogue- ACD)ໂດຍການເປັນປະທານຂອງ ທ່ານ Ali Bagheri ຮັກສາການ ລັດຖະມົນຕີຕ່າງປະເທດ ອີຣານ, ໃນ ຖານະເປັນປະທານ ACD ປີ2024 ເຊິ່ງມີບັນດາປະເທດສະມາຊິກ ເຂົ້າ ຮ່ວມ 31 ປະເທດ, ປະກອບດ້ວຍ ຂັ້ນຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີຕ່າງປະເທດ, ຮອງລັດຖະມົນ ຕີຕ່າງປະເທດ ແລະ ເອກອັກຄະລັດ ຖະທູດ ຕາງໜ້າໃຫ້ລັດຖະບານຂອງ ຕົນ ລວມທັງ 8 ອົງການຈັດຕັ້ງສາ ກົນ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມຄັ້ງ ນີ້, ເພື່ອທົບທວນການຈັດຕັ້ງປະ ຕິບັດວຽກງານ ແລະ ກິດຈະກຳ ຕ່າງໆ ໄລຍະ 1 ປີ ຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການເສີມຂະຫຍາຍ ແລະ ສ້າງຄວາມເຂັ້ມແຂງຂອບ ການຮ່ວມມື ACD ໃຫ້ບັນລຸຕາມ ຈຸດປະສົງເປົ້າໝາຍທີ່ກຳນົດໄວ້ໃນ ACD Vision 2030, ACD Blueprint ແລະ ຄຳຂວັນຂອງ ກອງປະຊຸມ ACD 2024: Towards an Asian Community through Enhance ACD. ກອງປະຊຸມລັດຖະມົນຕີຕ່າງ ປະເທດ ACD ຄັ້ງນີ້ ໄດ້ຮັບເອົາ ຖະແຫລງການເຕຮາຣານ ແລະ ເອກະສານສຳຄັນຈຳນວນໜຶ່ງທີ່ ເປັນພື້ນຖານໃຫ້ແກ່ ການຈັດຕັ້ງປະ ຕິບັດກົນໄກການຮ່ວມມືຂອງຂອບ ການຮ່ວມມືACDຄື: ລະບຽບການ ຂອງຂອບການຮ່ວມມື ACD (Rules of Procedure of the Asia Cooperation Dialogue) ແລະ ຫລັກການສຳລັບການປະຕິ ບັດງານຂອງກອງເລຂາ ACD (Guiding Principle for Functioning of the ACDSecretariat). ນອກນັ້ນ, ກອງປະຊຸມ ຍັງ ໄດ້ພິຈາລະນາການຄັດເລືອກເລຂາ ທິການໃຫຍ່ ACD ຄົນໃໝ່ ປ່ຽນ ແທນຜູ້ເກົ່າທີ່ຈະໝົດວາລະໃນເດືອນ ມິຖຸນາ 2024ນີ້. ໃນໂອກາດເຂົ້າຮ່ວມກອງປະ ຊຸມຄັ້ງນີ້, ທ່ານ ເອກອັກຄະລັດຖະ ທູດ ແຫ່ງ ສປປ ລາວ ໄດ້ປະກອບ ຄຳເຫັນ ຮ່ວມກັບປະເທດສະມາຊິກ ACD, ໃນນັ້ນໄດ້ກ່າວສະແດງ ຄວາມເຫັນໃຈຕໍ່ລັດຖະບານແລະປະ ຊາຊົນ ອີຣານ ຕໍ່ການສູນເສຍການ ນຳຂັ້ນສູງຂອງອີຣານ ໃນເດືອນ ພຶດສະພາ 2024 ຜ່ານມາ ແລະ ສະແດງຄວາມຂອບໃຈຕໍ່ການກະ ກຽມ ແລະ ຕ້ອນຮັບຄະນະຜູ້ແທນ ລາວ ຢ່າງອົບອຸ່ນຈາກລັດຖະບານ ອີຣານ ໃນການເຂົ້າຮ່ວມ ກອງປະ ຊຸມຄັ້ງນີ້. ພ້ອມນີ້, ຍັງຍົກໃຫ້ເຫັນວ່າ ຄວາມສຳຄັນກົນໄກການຮ່ວມມື ACD ນັບແຕ່ເລີ່ມສ້າງຕັ້ງໃນປີ 2002 ເຊິ່ງໄດ້ປະກອບສ່ວນໃນການ ຮັດແໜ້ນການຮ່ວມມືລະຫວ່າງ ປະເທດສະມາຊິກໃນບັນດາຂົງເຂດ ຕ່າງໆຕະຫລອດມາ. ພ້ອມນັ້ນ, ກໍ ສະເໜີ ໃຫ້ມີການຮ່ວມມືໃໝ່ໆ ທີ່ແນ ໃສ່ການສົ່ງເສີມການຮ່ວມມືເພື່ອ ການພັດທະນາແບບຍືນຍົງ ແລະ ການເຊື່ອມຈອດບັນດາປະເທດສະ ມາຊິກໃຫ້ຫລາຍຂຶ້ນ. ນອກຈາກນີ້, ກໍຍັງໄດ້ຍົກໃຫ້ເຫັນບົດບາດ ຂອງ ສປປລາວ ໃນການເປັນປະທານອາ ຊຽນ 2024 ໂດຍແຜນວຽກຈຸດສຸມ ແມ່ນໃສ່ການສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ ໃນ 9 ຂົງເຂດບຸລິມະສິດພາຍໃຕ້ຄໍາ ຂວັນຂອງອາຊຽນ 2024. ຂອບການຮ່ວມມືເວທີປຶກສາຫາ ລື ແຫ່ງ ອາຊີ (ACD) ເປັນກົນໄກ ການຮ່ວມມື ທີ່ລິເລີ່ມໂດຍອະດີດນາ ຍົກລັດຖະມົນຕີຂອງໄທ ທີ່ໄດ້ຮັບ ການສ້າງຕັ້ງຂຶ້ນໃນປີ 2002 ໂດຍມີ ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງ ແລະ ເພີ່ມທະວີການພົວພັນຮ່ວມ ມືຂອງບັນດາປະເທດໃນພາກພື້ນ ອາຊີ. ປັດຈຸບັນ, ຂອບການຮ່ວມມື ACD ປະກອບດ້ວຍສະມາຊິກ 35 ປະເທດ ແລະ ມີກອງເລຂາຕັ້ງຢູ່ ກູເວດ.ກອງປະຊຸມສຸດຍອດຄັ້ງທີ 3 ຂອງຂອບການຮ່ວມມື ACD (the 3rd ACD Summit) ຈະ ຈັດຂຶ້ນໃນວັນທີ 2-3 ຕຸລາ 2024 ທີ່ ໂດຮາ, ປະເທດກາຕາ ແລະ ປະ ທານ ACD ປີ 2025 ຈະແມ່ນປະ ເທດໄທ ໂດຍຈະຮັບໜ້າທີ່ເປັນປະ ທານຕໍ່ຈາກອີຣານ.

RkJQdWJsaXNoZXIy MTc3MTYxMQ==