5902

xtgmf]k; 6 26/06/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ ໂດຍ: ສຸວັນນະ ]k; ln [8+ cdh w0[a oskwrg'y og2U 0= h ,6 ofh korq o]tg,n v' c]t muj 16j vkwl ,u 7;k,9egxa o.odko;k'czora fmtok * ລັັດຖະບານ ແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈາກ ທຸກໆພາກສ່ວນ ໄດ້ໃຫ້ຄວາມສຳ ຄັນໃນການຈັດຕັ້ງປະຕິບັດການສຳ ຫລວດພົນລະເມືອງ ແລະທີ່ຢູ່ອາໄສ ຂອງ ສປປ ລາວ ຄັ້ງທີ V ໃນປີ 2025. ເພາະຂໍ້ມູນສະຖິຕິທາງດ້ານ ພົນລະເມືອງ ແມ່ນຂໍ້ມູນໜຶ່ງທີ່ມີ ຄວາມສຳຄັນ ແລະ ຈຳເປັນທີ່ສຸດ ສຳລັບການສ້າງແຜນນະໂຍບາຍ ຕ່າງໆໃນແຕ່ລະໄລຍະ ໂດຍປະຕິ ບັດຕາມກົດໝາຍວ່າດ້ວຍສະຖິຕິ ສຳຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສ ຄັ້ງທີ V ໃນປີ 2025 ໂດຍ ມີຈຸດປະສົງເພື່ອສືບຕໍ່ປັບປຸງຖານ ຂໍ້ມູນດ້ານພົນລະເມືອງແຫ່ງຊາດ ແລະ ສະໜອງຂໍ້ມູນໃຫ້ແກ່ການ ປະເມີນຄວາມຄືບໜ້າ ໃນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ຄັ້ງທີ IX ປີ 2021- 2025 ແລະ ເປົ້າໝາຍການພັດທະ ນາແບບຍືນຍົງ. ເຊື່ອໝັ້ນວ່າພາຍໃຕ້ການຮ່ວມມື ແລະ ການສະໜັບສະໜູນປະກອບ ສ່ວນຂອງບັນດາຄູ່ຮ່ວມພັດທະນາ ຈາກທຸກໆພາກສ່ວນຈະເປັນກຳລັງ ແຮງທີ່ໃຫຍ່ຫລວງ ເພື່ອຈັດຕັ້ງປະຕິ ບັດການສຳຫລວດດັ່ງກ່າວ ໃຫ້ໄດ້ ຮັບຜົນສຳເລັດຕາມຄາດໝາຍທີ່ ວາງໄວ້ແລະຈະເປັນສ່ວນໜຶ່ງທີ່ສຳ ຄັນໃນການປັບປຸງແລະສ້າງຄວາມ ເຂັ້ມແຂງໃຫ້ແກ່ລະບົບສະຖະຕິແຫ່ງ ຊາດໃຫ້ກ້າວສູ່ຄຸນນະພາບແລະທັນ ສະໄໝເທື່ອລະກ້າວ. * ສປປ ລາວ ສືບຕໍ່ແກ້ໄຂສະ ພາບຄວາມຫຍຸ້ງຍາກດ້ານເສດຖະ ກິດ ແລະ ໄພເງິນເຟີ້ຢ່າງ ເພື່ອຫລຸດ ຜ່ອນຜົນກະທົບໂດຍລວມໃນສັງຄົມ ຂະນະທີ່ບັນດາ 10 ປະເທດ ສະມາ ຊິກອາຊຽນ ກໍພວມຜະເຊີນໜ້າໄພ ເງິນເຟີ້ເຊັ່ນກັນ. ຫລ້າສຸດໃນວັນທີ 7 ມິຖຸນາ 2024 ຄະນະກໍາມະການນະໂຍ ບາຍເງິນຕາ(ຄນງ)(Monetary Policy Committee) ໄດ້ດໍາເນີນ ກອງປະຊຸມຄັ້ງທີ 1 ຂອງປີ 2024 ໂດຍການເປັນປະທານຂອງ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າ ການທະນາຄານແຫ່ງ ສປປ ລາວ, ປະທານຄະນະກໍາມະການ ນະໂຍ ບາຍເງິນຕາ, ມີຮອງປະທານຄະ ນະກໍາມະການ, ກໍາມະການ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ກອງປະຊຸມ ຄນງ ຄັ້ງນີ້ ແມ່ນ ໄດ້ປະເມີນສະພາບເສດຖະກິດ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ເງິນຕາໃນໄລຍະ 5 ເດືອນຕົ້ນປີ 2024 ແລະ ກຳນົດທິດທາງການ ຈັດຕັ້ງປະຕິບັດນະໂຍບາຍເງິນຕາ ໃນໄລຍະ 7 ເດືອນທ້າຍປີ 2024. ໃນໄລຍະ 5 ເດືອນຕົ້ນປີ 2024 ເສດຖະກິດ-ການເງິນສປປລາວໄດ້ ຜະເຊີນກັບຄວາມທ້າທາຍຫລາຍ ດ້ານທັງສະພາບຢູ່ສາກົນເຊັ່ນ: ຫລາຍປະເທດ ຍັງມີອັດຕາເງິນເຟີ້ ໃນລະດັບສູງ, ຕະຫລາດການເງິນ ຍັງຜັນຜວນ ເຮັດໃຫ້ທະນາຄານ ກາງ ຂອງປະເທດທີ່ພັດທະນາແລ້ວ ຍັງສືບຕໍ່ປະຕິບັດນະໂຍບາຍເງິນ ຕາແບບຮັດກຸມ ໂດຍຮັກສາອັດຕາ ດອກເບ້ຍນະໂຍບາຍໄວ້ໃນລະດັບ ສູງ ໂດຍສະເພາະທະນາຄານກາງ ຂອງ ສ ອາເມລິກາ ແລະ ສະພາບ ຢູ່ພາຍໃນ ສປປ ລາວເອງ ໂດຍສະ ເພາະຄວາມບໍ່ສົມດູນຂອງລະບົບ ເສດຖະກິດ, ບັນຫາອັດຕາເງິນເຟີ້ ສູງ ແລະ ເງິນກີບອ່ອນຄ່າ; ສະນັ້ນ, ທະນາຄານແຫ່ງ ສປປ ລາວ ຈຶ່ງ ໄດ້ນໍາໃຊ້ເຄື່ອງມືນະໂຍບາຍເງິນ ຕາໃນທິດທາງທີ່ຮັດກຸມຫລາຍຂຶ້ນ ໂດຍໄດ້ປັບເພີ່ມອັດຕາດອກເບ້ຍ ພື້ນຖານຂອງ ທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ຈາກ 7,5% ມາເປັນ 8,5% ຕໍ່ປີ; ແລະ ໄດ້ສືບຕໍ່ຮັກສາອັດຕາສ່ວນເງິນແຮ ຝາກບັງຄັບໄວ້ໃນລະດັບ 8% ສຳ ລັບສະກຸນເງິນກີບ ແລະ 10% ສຳ ລັບເງິນຕາຕ່າງປະເທດ. ກອງປະຊຸມໄດ້ຕີລາຄາສະພາບ ເສດຖະກິດ-ການເງິນໃນໄລຍະ 7 ເດືອນຕໍ່ໜ້າ ຍັງຈະສືບຕໍ່ຜະເຊີນກັບ ສິ່ງທ້າທາຍຫລາຍດ້ານ ຈາກທັງ ສະພາບຂອງສາກົນຍັງມີຄວາມ ບໍ່ແນ່ນອນທາງດ້ານການດຳເນີນ ນະໂຍບາຍເງິນຕາຂອງຫລາຍປະ ເທດ; ລາຄານຳ້ມັນ ແລະ ຕະຫລາດ ເງິນຍັງສືບຕໍ່ຜັນຜວນ; ສົມທົບກັບ ສະພາບພາຍໃນຍັງມີຄວາມກົດ ດັນຫລາຍດ້ານເຊັ່ນ: ດຸນການຄ້າ, ພັນທະການຊຳລະກັບຕ່າງປະເທດ ກົດດັນຕໍ່ອັດຕາແລກປ່ຽນ ກະທົບຕໍ່ ອັດຕາເງິນເຟີ້ທີ່ຍັງຢູ່ໃນລະດັບສູງ 25%. ດັ່ງນັ້ນ, ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ດຳເນີນນະໂຍ ບາຍເງິນຕາໃນທິດທາງທີ່ຮັດກຸມ ໂດຍ ຄນງ ມີມະຕິ 5 ຂໍ້ຄື: 1. ປັບ ຂຶ້ນອັດຕາດອກເບ້ຍພື້ນຖານຂອງ ທະນາຄານແຫ່ງ ສປປ ລາວ ສະກຸນ ເງິນກີບຈາກ8,5%ຕໍ່ປີ ເປັນ10% ຕໍ່ປີ; 2. ອອກເຄື່ອງມືນະໂຍບາຍ ເງິນຕາໃນຕະຫລາດເປີດ; 3. ປັບ ປຸງອົງປະກອບຂອງເງິນແຮຝາກ ບັງຄັບ; 4. ສືບຕໍ່ດຳເນີນນະໂຍ ບາຍອັດຕາແລກປ່ຽນໄປຕາມກົນ ໄກຕະຫລາດທີ່ມີການຄຸ້ມຄອງ ຂອງລັດ ແລະ 5. ສືບຕໍ່ຄຸ້ມຄອງ ເງິນຕາຕ່າງປະເທດຕາມແຜນທີ່ ກຳນົດໄວ້. ພາບປະກອບ ຊາດ ເປັນໃຈກາງໃນການຈັດຕັ້ງ ປະຕິບັດ ພາຍໃຕ້ການປະສານສົມ ທົບ ແລະ ຮ່ວມມືກັບບັນດາຂະແໜງ ການ ແລະ ຄູ່ຮ່ວມພັດທະນາ. ຜົນ ໄດ້ຮັບຈາກການຈັດຕັ້ງປະຕິບັດ ການສຳຫລວດດັ່ງກ່າວ ໄດ້ສະ ໜອງຂໍ້ມູນທີ່ຈຳເປັນພື້ນຖານທາງ ດ້ານພົນລະເມືອງເຊັ່ນ: ຈຳນວນ ພົນລະເມືອງແບ່ງຕາມເພດ, ອາຍຸ, ສະພາບສົມລົດ, ຊົນເຜົ່າ, ສາສະ ໜາ,ການສຶກສາ,ສະພາບການຈ້າງ ງານ, ການເກີດ, ການຕາຍ, ການ ຍົກຍ້າຍ, ຄຸນລັກສະນະທີ່ຢູ່ອາໄສ, ການນຳໃຊ້ທີ່ດິນ ແລະ ການເຂົ້າ ເຖິງການບໍລການດ້ານສັງຄົມອື່ນໆ ເຊິ່ງເປັນຂໍ້ມູນທີ່ສຳຄັນ ສຳລັບການ ຕິດຕາມແລະປະເມີນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາ ແບບຍືນຍົງ. ໂດຍເຫັນໄດ້ຄວາມໝາຍຄວາມ ສຳຄັນດັ່ງກ່າວ ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໃຫ້ຄວາມສຳຄັນ ແລະ ມີຄວາມມຸ່ງໝັ້ນອັນແຮງກ້າ ໃນການສືບຕໍ່ຈັດຕັ້ງປະຕິບັດ ການ ແລະ ຍຸດທະສາດການພັດທະນາລະ ບົບສະຖິຕິແຫ່ງຊາດ ແບບຍືນຍົງ 2016-2025 ແລະ ວິໄສທັດຮອດ ປີ 2030. ຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ຈັດ ຕັ້ງປະຕິບັດການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສມາແລ້ວ 4 ຄັ້ງ ໃນທຸກໆ10ປີ ເລີ່ມແຕ່ປີ1985 ເປັນຕົ້ນມາ, ຄັ້ງຫລ້າສຸດ ແມ່ນປີ 2015ໂດຍແມ່ນກະຊວງແຜນການ ແລະ ການລົງທຶນ, ສູນສະຖິຕິແຫ່ງ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==