5902

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 26/06/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lt4kom6 f ia fg-p xt9e]k; lts]v';a o-kfia fg-p ຂປລ. ເມື່ອບໍ່ດົນມານີ້, ສະຖານ ເອກອັກຄະລັດຖະທູດ ຣັດເຊຍ ປະ ຈຳລາວ ໄດ້ຈັດງານລ້ຽງສະເຫລີມ ສອງຫລອງວັນຊາດ ຣັດເຊຍ ຄົບ ຮອບ 32 ປີ(1992-2024) ໂດຍ ມີທ່ານ ບໍ່ວຽງຄໍາ ວົງດາລາ ລັດ ຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຜູ້ຕາງໜ້າລັດຖະບານ ແລະ ຄະນະກຳມະການສູນກາງພັກ ປະຊາຊົນປະຕິວັດລາວ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ວາລາດີເມຍ ກາລີ ນິນ (Vladimir A. Kalinin) ເອກ ອັກຄະລັດຖະທູດ ຣັດເຊຍ ປະຈຳ ລາວ ໄດ້ກ່າວໃນພິທີວ່າ: ວັນຊາດ ປີຫລັງຈາກສະຫະພັນ ຣັດເຊຍ ໄດ້ ປະກາດເປັນລັດອະທິປະໄຕ, ວັນ ຊາດບໍ່ພຽງແຕ່ສະທ້ອນໃຫ້ເຫັນ ເຖິງການຫັນປ່ຽນທາງດ້ານປະຊາ ທິປະໄຕ ແລະ ເສດຖະກິດທີ່ສໍາຄັນ ທີ່ເລີ່ມຕົ້ນໃນ ຣັດເຊຍ ເມື່ອ 32 ປີ ກ່ອນ, ແຕ່ຍັງເປັນເສັ້ນທາງປະຫວັດ ສາດຂອງປະເທດຣັດເຊຍ. ພ້ອມ ນີ້, ທ່ານທູດຍັງໄດ້ຍົກໃຫ້ເຫັນການ ພົວພັນຮ່ວມມືໃນປັດຈຸບັນລະຫວ່າງ ປະເທດຣັດເຊຍ ແລະ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຄູ່ຮ່ວມມືອັນຍາວນານ ແລະ ເພື່ອນສະໜິດຂອງພວກເຮົາ ໃນ ພາກພື້ນອາຊີຕາເວັນອອກສຽງໃຕ້ ເປັນເວລາຫລາຍກວ່າ 63 ປີ. ໃນມໍ່ໆມານີ້, ການພົວພັນສອງ ປະເທດ ລາວ-ຣັດເຊຍ ໄດ້ຮັບການ ພັດທະນາຢ່າງຕັ້ງໜ້າໃນຫລາຍຂົງ ເຂດ, ທັງສອງຝ່າຍດຳເນີນການ ສົນທະນາທາງການເມືອງເປັນປະ ຈຳ, ເອົາໃຈໃສ່ເປັນພິເສດເຖິງບັນ ຫາ ຄວາມໝັ້ນຄົງ ແລະ ການຊ່ວຍ ເຫລືອດ້ານເຕັກນິກການທະຫານ, ການຮ່ວມມືດ້ານເສດຖະກິດ ແລະ ການແລກປ່ຽນວັດທະນະທຳ, ການ ພົວພັນຄູ່ຮ່ວມມືດ້ານການຄ້າ ແລະ ເສດຖະກິດຂອງຍັງສືບຕໍ່ພັດທະ ນາຢ່າງຕັ້ງໜ້າ. ນອກຈາກນັ້ນ, ໃນ ໄລຍະທີ່ຜ່ານມາ ຣັດເຊຍ ໄດ້ປະຕິ ບັດ ຫລາຍໂຄງການຢູ່ ສປປ ລາວ ໃນຂົງເຂດສາທາລະນະສຸກ, ຊັບ ພະຍາກອນມະນຸດ, ການພັດທະນາ ທັກສະວິຊາຊີບ ແລະ ອື່ນໆ. ກະຊວງການເງິນ ສະເໜີ... 6 ປະເທດລຸ່ມແມ່ນ້ຳຂອງ... ອາຊຽນ ສ້າງຖະແຫລງ... ສະພາແຫ່ງຊາດ ພິຈາລະນາ... ປະຕິບັດກົດໝາຍ ວ່າດ້ວຍອາກອນ ມູນຄ່າເພີ່ມ, ເຫດຜົນ ແລະ ຄວາມ ຈຳເປັນໃນການສະເໜີປັບປຸງກົດ ໝາຍດັ່ງກ່າວ ໄດ້ຖືກນໍາໃຊ້ມາເປັນ ເວລາ 5 ປີ, ຜ່ານການຈັດຕັ້ງປະຕິ ບັດຕົວຈິງເຫັນວ່າມີບາງເນື້ອໃນຍັງ ບໍ່ສອດຄ່ອງກັບສະພາບການຂະ ຫຍາຍຕົວທາງດ້ານເສດຖະກິດສັງຄົມ ເປັນຕົ້ນ ເນື້ອໃນຢູ່ບາງມາດ ຕາເຫັນວ່າຊໍ້າຊ້ອນກັນ, ການຈັດ ລຽງຄວາມເວົ້າບໍ່ສອດຄ່ອງຕາມ ກົນໄກການຄຸ້ມຄອງອາກອນມູນ ຄ່າເພີ່ມລວມເຖິງການອະທິບາຍ ຄໍາສັບມີລັກສະນະບໍ່ຄົບຖ້ວນ, ເນື້ອ ໃນບໍ່ຈະແຈ້ງ ເຊັ່ນ: ມາດຕາ 3 ການອະທິບາຍຄໍາສັບ, ມາດຕາ 11 ກິດຈະກຳທີ່ຖືກເກັບອາກອນມູນຄ່າ ເພີ່ມ ແລະ ອື່ນໆ; ການກໍານົດເນື້ອໃນ ການຍົກເວັ້ນ ໃນມາດຕາ 12 ເຫັນ ວ່າບໍ່ມີລັກສະນະສົ່ງເສີມການຜະ ລິດພາຍໃນ, ມີຊ່ອງວ່າງໃນການ ລົບຫລີກເຮັດໃຫ້ການສວຍໃຊ້ນະ ໂຍບາຍການຍົກເວັ້ນມີຫລັກສະນະ ເພີ່ມຂຶ້ນ ເຊິ່ງມູນຄ່າການຍົກເວັ້ນອາ ກອນມູນຄ່າເພີ່ມໃນແຕ່ລະປີເຫັນ ວ່າມີສັດສ່ວນຫລາຍກວ່າການເກັບ ອາກອນມູນຄ່າເພີ່ມ ປະມານ 3-4 ເທົ່າຕົວ; ການບໍ່ອະນຸຍາດໃຫ້ຫັກ ຫລື ສົ່ງຄືນອາກອນມູນຄ່າເພີ່ມສົ້ນ ເຂົ້າ ທີ່ຫັກບໍ່ໝົດໃນທ້າຍປີຂອງການ ປະຕິບັດອາກອນມູນຄ່າເພີ່ມໃນອັດ ຕາ 10%ຕາມກົດໝາຍວ່າດ້ວຍອາ ກອນມູນຄ່າເພີ່ມ (ສະບັບປັບປຸງ) ສະບັບເລກທີ 48/ສພຊ ເຮັດໃຫ້ບັນ ດາວິສາຫະກິດທີ່ຢູ່ໃນລະບົບອາ ກອນມູນຄ່າເພີ່ມບໍ່ໄດ້ຮັບຄວາມ ເປັນທຳຕາມກົນໄກອາກອນມູນຄ່າ ເພີ່ມ; ການອະນຸຍາດໃຫ້ຫັກອາກອນ ມູນຄ່າເພີ່ມສົ້ນເຂົ້າທີ່ຕິດພັນກັບ ການຊົມໃຊ້ບໍລິການຂົນສົ່ງ ຈາກນິຕິ ບຸກຄົນທີ່ບໍ່ໄດ້ຈົດທະບຽນຢູ່ ສປປ ລາວ ຕາມມາດຕາ 24 ເປັນຕົ້ນ ແມ່ນການຊົມໃຊ້ການບໍລິການລົດ ຂົນສົ່ງສິນຄ້າ ຈາກນິຕິບຸກຄົນຕ່າງ ປະເທດທີ່ບໍ່ໄດ້ຈົດທະບຽນສ້າງ ຕັ້ງຢູ່ ສປປ ລາວ ໂດຍອະນຸຍາດໃຫ້ ຫັກອາກອນມູນຄ່າເພີ່ມຈາກການ ບໍລິການດັ່ງກ່າວເຊິ່ງສົ່ງຜົນກະທົບ ຕໍ່ຜູ້ດຳເນີນທຸລະກິດຂົນສົ່ງພາຍໃນ ປະເທດ; ການກໍານົດເງື່ອນໄຂການ ສົ່ງຄືນອາກອນມູນຄ່າເພີ່ມໃນມາດ ຕາ 27 ໄດ້ລະບຸພຽງແຕ່ຕ້ອງຊຳລະ ຜ່ານລະບົບທະນາຄານ ສປປ ລາວ ເທົ່ານັ້ນ ເຊິ່ງເປັນຊ່ອງວ່າງເຮັດໃຫ້ ບາງວິສາຫະກິດທີ່ມີການສົ່ງອອກ ສິນຄ້າ ໂດຍບໍ່ໄດ້ນຳເງິນຕາກັບຄືນ ສປປ ລາວ ຕາມມູນຄ່າສົ່ງອອກ ຕົວຈິງ; ມາດຕາ 31 ການມອບອາ ກອນມູນຄ່າເພີ່ມບໍ່ໄດ້ກຳນົດກ່ຽວ ກັບການຄຸ້ມຄອງເກັບອາກອນມູນ ຄ່າເພີ່ມທີ່ຕິດພັນກັບການນຳໃຊ້ງົບ ປະມານແຫ່ງລັດ, ເງິນກູ້ ແລະ ຊ່ວຍ ເຫລືອລ້າຈາກລັດຖະບານເຮັດໃຫ້ ການຈັດເກັບອາກອນມູນຄ່າເພີ່ມ ໃນຂົງເຂດດັ່ງກ່າວບໍ່ທັນເຂັ້ມງວດ. ສໍາລັບຮ່າງກົດໝາຍວ່າດ້ວຍອາ ກອນມູນຄ່າເພີ່ມ ສະບັບປັບປຸງປະ ກອບມີ 8 ພາກ ແລະ 64 ມາດຕາ, ຕັດອອກ 3 ມາດຕາ, ເພີ່ມເນື້ອໃນ ເຂົ້າໃໝ່ 3 ມາດຕາ, ປັບປຸງເນື້ອໃນ 40 ມາດຕາ ແລະ ຮັກສາເນື້ອໃນ ໄວຄືເກົ່າ 18 ມາດຕາຄາດວ່າຫາກ ກົດໝາຍດັ່ງກ່າວ, ຖືກຮັບຮ້ອງ ແລະ ປະກາດໃຊ້ ຈະສາມາດສ້າງ ລາຍຮັບເຂົ້າງົບປະມານໄດ້ເພີ່ມຂຶ້ນ, ມີຮອງເຈົ້າແຂວງບໍ່ແກ້ວ, ຜູ້ຕາງ ໜ້າຫ້ອງການອົງການສະຫະປະ ຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC)ປະຈໍາ ລາວ, ຕ່າງໜ້າຈາກສະຖານທູດ ປະຈໍາລາວ 5 ປະທດ ແລະ ເຈົ້າໜ້າ ທີ່ຈາກປະເທດສະມາຊິກລຸ່ມແມ່ນໍ້າ ຂອງ 6 ປະເທດ ຄື: ສປ ຈີນ, ມຽນ ມາ, ລາວ, ໄທ, ກໍາປູເຈຍ ແລະ ສສ ຫວຽດນາມ ເຂົ້າຮ່ວມ ເພື່ອປະເມີນ ສະພາບການແກ້ໄຂສິ່ງທ້າທາຍໃນ ຕໍ່ໜ້າຮ່ວມກັນ ໃຫ້ມີໝາກມີຜົນ, ແນໃສ່ການສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດທີ່ເປັນອຸປະສັກ, ເປັນໄພອັນຕະລາຍຂົ່ມຂູ່ ແລະ ສົ່ງ ຜົນກະທົບຕໍ່ການພັດທະນາເສດຖະ ກິດ-ສັງຄົມ ໃຫ້ມີທ່າອ່ຽງທີ່ດີຂຶ້ນ ແລະ ສາມາດຈຳກັດການຂະຫຍາຍ ຕົວຂອງຢາເສບຕິດໃຫ້ມີລັກສະນະ ແຄບລົງ. ທ່ານ ພົຕ ຄໍາກິ່ງ ຜຸຍຫລ້າມະ ນີວົງ ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ມີຄຳ ເຫັນວ່າ: ບັນຫາຢາເສບຕິດເປັນໄພ ອັນຕະລາຍຮ້າຍແຮງ ແລະ ມີການ ແພ່ລະບາດເປັນວົງກວ້າງແຕ່ຕົວ ເມືອງໄປສູ່ຊົນນະບົດໃນຫລາຍລະ ດັບທີ່ແຕກຕ່າງກັນ, ກາຍເປັນສາ ເຫດພາໃຫ້ເກີດບັນຫາປະກົດການ ຫຍໍ້ທໍ້ ແລະ ອາຊະຍາກຳປະເພດ ຕ່າງໆໃນສັງຄົມ, ຈຳນວນຄະດີຢາ ເສບຕິດ, ຜູ້ຖືກຫາ, ນັກໂທດຜູ້ຕິດ ເສບຢາເສບຕິດນຳໃຊ້ສານເສບຕິດ ລວມເຖິງຈຳນວນຕົວເລກຢາເສບ ຕິດແຕ່ລະປະເພດໄດ້ມີການເພີ່ມຂຶ້ນ ຢ່າງໜ້າເປັນຫວ່ງ. ພ້ອມດຽວກັນ, ເລ່ຫລ່ຽມການເຄື່ອນໄຫວຂົນສົ່ງ, ຈຳກັດຊ່ອງວ່າງຈາການຮົ່ວໄຫລ ຂອງລາຍຮັບ, ການຄວບຄຸມເງິນ ຕາມີຄວາມຮັດກຸມຂຶ້ນຕື່ມ ແລະ ຖືກ ຍອມຮັບຈາກສາກົນຫລາຍຂຶ້ນທາງ ດ້ານເນື້ອໃນ; ກົນໄກປະຕິບັດອາ ກອນມູນຄ່າເພີ່ມທີ່ມີຄວາມສອດ ຄ່ອງໄປຕາມຕ່ອງໂສ້ທີ່ໄດ້ມາດຕະ ຖານສາກົນ ໂດຍສະເພາະຂອດການ ຄຸ້ມຄອງການຈັດເກັບອາກອນມູນ ຄ່າເພີ່ມສົ້ນເຂົ້າ, ການຫັກ ແລະ ການ ສົ່ງຄືນອາກອນມູນຄ່າເພີ່ມໃຫ້ມີ ຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້; ສາ ມາດຄຸ້ມຄອງເງິນຕາຕ່າງປະເທດ ທີ່ຕິດພັນກັບການສົ່ງອອກສິນຄ້າ ຕ້ອງນຳເງິນເຂົ້າມາປະເທດ ໂດຍ ຜ່ານລະບົບທະນາຄານຕາມລະ ບຽບການຢ່າງຄົບຖ້ວນ; ສ້າງຄວາມ ເປັນທຳໃຫ້ແກ່ວິສາຫະກິດ ຜູ້ທີ່ຢູ່ ໃນລະບົບອາກອນມູນຄ່າເພີ່ມເປັນ ຕົ້ນການອະນຸຍາດສິນເຊື່ອອາກອນ ມູນຄ່າເພີ່ມສົ້ນເຂົ້າ ທີ່ຫັກບໍ່ໝົດໃນ ປີສາມາດນຳໄປຫັກຕໍ່ໃນປີຕໍ່ໄປໄດ້ ແລະ ສ້າງລະບຽບການຄຸ້ມຄອງ ການສົ່ງຄືນເງິນອາກອນມູນຄ່າເພີ່ມ ໃຫ້ສະດວກແລະວ່ອງໄວ; ສືບຕໍ່ເພີ່ມ ປະສິດທິພາບການເຊື່ອມຕໍ່ຖານຂໍ້ ມູນກັບຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງທະນາຄານ ໃນການຄຸ້ມຄອງລະບົບຖານຂໍ້ມູນ ຂອງວິສາຫະກິດລວມທັງລະບົບຄຸ້ມ ຄອງເງິນຕາຂອງທະນາຄານແຫ່ງ ສປປ ລາວ ແລະ ອື່ນໆ ເຮັດໃຫ້ການ ຄຸ້ມຄອງອາກອນມູນຄ່າເພີ່ມມີປະ ສິດທິພາບ ແລະ ປະສິດທິຜົນດີ. ຂ່າວ: ກິດຕາ,ພາບ: ເກດສະໜາ *** ຕໍ່ຈາກໜ້າ 1 *** ຄ້າຂາຍ, ຜະລິດຢາເສບຕິດມີລັກສະ ນະເລິກແລບແນບນຽນດ້ວຍຫລາຍ ວິທີການ-ຫລາຍຮູບການທີ່ສະຫລັບ ສັບຊ້ອນ, ການເຄື່ອນໄຫວມີລັກສະ ນະເປັນກຸ່ມເຄືອຂ່າຍເຊື່ອມໂຍງທັງ ພາຍໃນ ແລະ ຕ່າງປະເທດ. ສປປ ລາວ ກໍຄືບັນດາປະເທດ ລຸ່ມແມ່ນ້ຳຂອງ ພວກເຮົາໄດ້ຮັບ ຜົນກະທົບໂດຍກົງ ແລະ ຜະເຊີນ ກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດ ຢ່າງຫລີກລ່ຽງບໍ່ໄດ້. ປັດຈຸບັນ, ຢາ ເສບຕິດໄດ້ສົ່ງຜົນກະທົບຮ້າຍແຮງ ໃນທຸກເພດ-ທຸກໄວ, ທຸກຊັ້ນຄົນໃນ ທົ່ວສັງຄົມ, ນັບແຕ່ນັກຮຽນ-ນັກສຶກ ສາ, ພໍ່ຄ້າຊາວຂາຍ, ກຳມະກອນ, ຜູ້ວ່າງງານຕະຫລອດຮອດພະນັກ ງານ, ລັດຖະກອນຈຳນວນໜຶ່ງ, ເປັນສາເຫດພາໃຫ້ເກີດປະກົດການ ຫຍໍ້ທໍ້, ເປັນການກົດໜ່ວງຖ່ວງດຶງ ການພັດທະນາເສດຖະກິດ, ວັດທະ ນະທຳ-ສັງຄົມ, ສົ່ງຜົນກະທົບຕໍ່ ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບ ຮ້ອຍ-ປອດໄພຂອງສັງຄົມ. ທ່ານພົຕຄໍາກິ່ງຜຸຍຫລ້າມະນີວົງ ຍັງໃຫ້ຮູ້ອີກວ່າ: ລັດຖະບານຍາມໃດ ກໍເຫັນຄວາມສຳຄັນ ແລະ ເອົາໃຈ ໃສ່ຢ່າງຈິງຈັງ, ຜ່ານມາກໍໄດ້ມີການ ຮ່ວມມືກັບບັນດາປະເທດ ເຊິ່ງສະ ແດງອອກໃນການເຂົ້າຮ່ວມເປັນພາ ຄີສົນທິສັນຍາສາກົນວ່າດ້ວຍການ ສະກັດກັ້ນ, ຕ້ານຢາເສບຕິດ ແລະ ສານອອກລິດຕໍ່ຈິດປະສາດ 3 ສະ ບັບ; ລົງນາມບົດບັນທຶກການຮ່ວມ ມືສອງຝ່າຍວ່າດ້ວຍການສະກັດ ກັ້ນ, ຕ້ານຢາເສບຕິດກັບ 13 ປະ ເທດ; ລົງນາມໃນບົດບັນທຶກຄວາມ ເຂົ້າໃຈແບບສອງຝ່າຍກັບປະເທດ ໃກ້ຄຽງ-ຮ່ວມມືຫລາຍຝ່າຍ, ພາກ ພື້ນອາຊຽນ, ພາກພື້ນແມ່ນໍ້າຂອງ, ການສ້າງ ແລະ ຮັບຮອງບັນດາກົດ ໝາຍ-ນິຕິກຳກ່ຽວກັບການຕ້ານຢາ ເສບຕິດອື່ນໆ. ທັງໝົດນັ້ນ, ສະແດງ ເຖິງຄວາມເອົາໃຈໃສ່ໃນການແກ້ ໄຂບັນຫາຢາເສບຕິດຂອງລັດຖະ ບານແລະໜ່ວຍງານທີ່ຮັບຜິດຊອບ. ສະນັ້ນ, ໃນເດືອນສິງຫາ 2021, ສະພາແຫ່ງຊາດ ໄດ້ເຫັນດີຮັບຮອງ ເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກງານບຸລິມະສິດຈຳເປັນ ຮີບດ່ວນ ແລະ ໄດ້ຍົກໃຫ້ເປັນວາລະ ແຫ່ງຊາດ ຕາມການສະເໜີຂອງ ລັດຖະບານ ແລະ ມອບໃຫ້ກະຊວງ ປກສ ນຳໄປປະສານສົມທົບກັບບັນ ດາອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອ ຮ່ວມມື ແລະ ສຸມທຸກກຳລັງແຮງສັງ ລວມ ໂດຍໃຫ້ຖືເອົາການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດເປັນພັນ ທະໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງທຸກພາກສ່ວນໃນສັງຄົມເຂົ້າ ໃສ່ການແກ້ໄຂບັນຫາສຳຄັນຂອງ ຊາດ ທີ່ໄດ້ສະສົມມາຫລາຍປີໃຫ້ ຫລຸດລົງຢ່າງຈະແຈ້ງ ແລະ ເປັນຮູບ ປະທຳໂດຍໄວ. ເພື່ອແກ້ໄຂບັນຫາຢາເສບຕິດ, ກະຊວງ ປກສ ໄດ້ພະຍາຍາມປຶກສາ ຫາລື ແລະ ຮ່ວມມືກັບຫລາຍພາກ ສ່ວນທັງພາກລັດ ແລະ ເອກະຊົນ ເພື່ອຊຸກຍູ້ປະຕິບັດແຜນວາລະແຫ່ງ ຊາດ ແກ້ໄຂບັນຫາຢາເສບຕິດຢ່າງ ຈິງຈັງ ແນໃສ່ສົ່ງເສີມການຮ່ວມມື ແລະ ການມີສ່ວນຮ່ວມຂອງສັງຄົມ, ຮັບປະກັນປະສິດທິພາບ, ປະສິດທິ ຜົນການຈັດຕັ້ງປະຕິບັດໃນແຕ່ລະ ໄລຍະ. ກອງປະຊຸມຂອງບັນດາປະ ເທດອານຸພາກພື້ນແມ່ນ້ຳຂອງ ເປັນ ສິ່ງສຳຄັນ ແລະ ມີຄວາມຈໍາເປັນຕໍ່ ການຮ່ວມມືການສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ມີປະສິດທິພາບ ເຊິ່ງໄລຍະຜ່ານມາກໍໄດ້ມີການຊຸກ ຍູ້ສົ່ງເສີມການຮ່ວມມືຜ່ານການ ແລກປ່ຽນ, ສະໜອງຂໍ້ມູນຂ່າວ ສານ, ການຊ່ວຍເຫລືອ ແລະ ການ ສົ່ງເສີມສ້າງຂີດຄວາມສາມາດ ຕ່າງໆ ເຊິ່ງສະແດງເຖິງຄວາມເປັນ ຫ່ວງ, ຄວາມເອົາໃຈໃສ່ ແລະ ການ ຊ່ວຍເຫລືອໃນການແກ້ໄຂບັນຫາ ຢາເສບຕິດຢູ່ໃນພາກພື້ນໄດ້ຢ່າງ ມີປະສິດທິພາບ. ຂ່າວ-ພາບ: ຢ່າຕົ່ງ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ທີ 29 ເມສາ 2024 ຜ່ານມາ ເພື່ອ ຜ່ານຮ່າງເນື້ອໃນເບື້ອງຕົ້ນຂອງຖະ ແຫລງການ (Zero Draft) ເຊິ່ງ ຮ່າງຂຶ້ນໂດຍທີ່ປຶກສາພາກພື້ນ. ພ້ອມທັງປຶກສາຫາລື ແລະ ປະກອບ ຄຳເຫັນຕໍ່ຮ່າງຂອບແນວຄວາມຄິດ ຂອງຖະແຫລງການ. ພ້ອມນີ້, ບັນ ດາປະເທດສະມາຊິກອາຊຽນຍັງ ໄດ້ປະກອບຄຳຄິດຄໍາເຫັນຕໍ່ບັນຫາ, ສິ່ງທ້າທາຍ ແລະ ແຜນການຕໍ່ໜ້າ, ສະເໜີອະນຸມັດຂໍ້ຕົກລົງແຕ່ງຕັ້ງຄະ ນະຮັບຜິດຊອບສ້າງຮ່າງຖະແຫລງ ການອາຊຽນ ວ່າດ້ວຍການເຄື່ອນ ຍ້າຍແຮງງານ, ການພັດທະນາແລະ ຮັບຮູ້ສີມືແຮງງານຂອງແຮງງານ ເຄື່ອນຍ້າຍ. ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີ ຄຳເຫັນຕໍ່ກອງປະຊຸມວ່າ: ປັດຈຸບັນ, ການເຄື່ອນຍ້າຍແຮງງານພາຍໃນ ພາກພື້ນອາຊຽນ ກໍຄື ສາກົນມີທ່າ ອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສະພາບ ດັ່ງກ່າວ, ເປັນທັງສີ່ງທ້າທາຍ ແລະ ກາລະໂອກາດໃນການພັດທະນາ ເສດຖະກິດຂອງພາກພື້ນອາຊຽນ, ກາລະໂອກາດດ້ານການແຮງງານ ເຄື່ອນຍ້າຍມີບົດບາດສຳຄັນໃນ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ພາກພື້ນອາຊຽນ ໂດຍມີອັດຕາການຈ້າງງານກວມ ເອົາຫລາຍກວ່າ 25% ການຈ້າງ ງານທັງໝົດຂອງພາກພື້ນ ແລະ ສ້າງລາຍຮັບຫລາຍກວ່າ 2,3 ພັນ ຕື້ໂດລາສະຫະລັດ, ກະຕຸ້ນໃຫ້ມີການ ແລກປ່ຽນດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ການພັດທະນາສີມື ແຮງງານພາຍໃນພາກພື້ນ. ແນວ ໃດກໍຕາມ, ຄຽງຄູ່ກັບກັບກາລະໂອ ກາດດັ່ງກ່າວ, ການພັດທະນາ ແລະ ການຮັບຮູ້ສີມືແຮງງານ ລວມທັງ ການກຳນົດຄ່າຕອບແທນ ແລະ ເງື່ອນໄຂການເຮັດວຽກທີ່ມີຄຸນຄ່າ ແລະ ເປັນທຳ ຂອງແຮງງານເຄື່ອນ ຍ້າຍຍັງເປັນສີ່ງທ້າທາຍ. ການສ້າງຖະແຫລງການວ່າ ດ້ວຍການເຄື່ອນຍ້າຍ, ຮັບຮູ້ ແລະ ພັດທະນາສີມືແຮງງານຂອງແຮງ ງານເຄື່ອນຍ້າຍ ມີຄວາມສຳຄັນ ແລະ ເປັນການລິເລີ່ມທີ່ດີໃນຈັດຕັ້ງ ຜັນຂະຫຍາຍບັນດາເຈດຈຳນົງທີ່ ກຳນົດໃນຖະແຫລງການ ແລະຂອບ ຂອງອາຊຽນ ຜ່ານມາທີ່ກ່ຽວຂ້ອງ ກັບຫົວຂໍ້ການປົກປ້ອງສິດທິຂອງ ແຮງງານເຄື່ອນຍ້າຍ, ການຮັບຮູ້ສີ ມືແຮງງານ ແລະ ການພັດທະນາ, ການເຕີບໂຕຂອງເສດຖະກິດ-ສັງ ຄົມ ແລະ ການພັດທະນາແບບຍືນ ຍົງຂອງບັນດາປະເທດສະມາຊິກ ອາຊຽນ. ພ້ອມນີ້, ທ່ານຍັງໄດ້ສະ ແດງຄວາມຂອງໃຈຕໍ່ການສະໜັບ ສະໜູນດ້ານງົບປະມານ ແລະ ວິຊາ ການ ຈາກອົງການແຮງງານສາກົນ (ILO), ອົງການຈັດຕັ້ງສາກົນ ເພື່ອ ການເຄື່ອນຍ້າຍຖິ່ນຖານ (IOM) ແລະ ກອງເລຂາອາຊຽນ ທີ່ໄດ້ຄົ້ນ ຄວ້າ ແລະ ຮ່າງເນື້ອໃນຖະແຫລງ ການດັ່ງກ່າວ. ຂໍ້ມູນ-ພາບ: ຂ່າວສານ ຮສສ ດັ່ງກ່າວ, ແນໃສ່ເພື່ອໃຫ້ມີເນື້ອໃນ ຄົບຖ້ວນ, ສົມບູນ, ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ໃນການຄວບຄຸມ, ຕິດຕາມກວດກາ. ທັງນີ້, ກໍເພື່ອເປັນບ່ອນອີງໃຫ້ແກ່ ເຈົ້າໜ້າທີ່ໃນການເຄື່ອນໄຫວ, ສະ ກັດກັ້ນແລະຕ້ານອັກຄີໄພ ທີ່ເກີດຂຶ້ນ ຢ່າງວ່ອງໄວ ແລະ ທ່ວງທັນ ແລະ ໃຫ້ເສຍຫາຍໜ້ອຍທີ່ສຸດ. ທ່ານ ພົຕ ສົມວັນ ສາຍລ້ອງພາ ໄດ້ໃຫ້ຮູ້ວ່າ: ການປັບປຸງກົດໝາຍ ວ່າດ້ວຍການສະກັດກັ້ນ ແລະ ຕ້ານ ອັກຄີໄພຄັ້ງນີ້, ແມ່ນຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ຂອງພັກກໍຄື ການບູລະນະອົງການອຳນາດລັດ ໃຫ້ມີຄວາມເຂັ້ມແຂງຕາມທິດຄຸ້ມ ຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດ ໝາຍ ໂດຍສະເພາະ ກໍເພື່ອເຮັດໃຫ້ ກຳລັງສະກັດກັ້ນ ແລະ ຕ້ານອັກຄີໄພ ມີຄວາມເຂັ້ມແຂງ, ເຕີບໃຫຍ່, ຂະ ຫຍາຍຕົວຢ່າງໜັກແໜ້ນ ແລະ ຮັບ ປະກັນໄດ້ຄວາມສະຫງົບປອດໄພ ທີ່ເກີດຂຶ້ນຈາກອັກຄີໄພ. ໃນໄລຍະ ຜ່ານມາ, ການເຄື່ອນໄຫວວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພແມ່ນ ໄດ້ປະຕິບັດຕາມກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານອັກຄີໄພ ສະບັບເລກທີ 09/ສພຊ, ລົງວັນທີ 24 ທັນວາ 2007, ພາຍຫລັງກົດ ໝາຍດັ່ງກ່າວ, ໄດ້ຖືກປະກາດໃຊ້ ພາກສ່ວນຮັບຜິດຊອບ ກໍຄືກະຊວງ ປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງ ປະຕິບັດໂຄສະນາເຜີຍແຜ່ໃນທົ່ວ ກໍາລັງປ້ອງກັນຄວາມສະຫງົບ ແລະ ບັນດາກະຊວງ, ອົງການ, ໂຮງຈັກໂຮງງານຕະຫລອດຮອດພໍ່ແມ່ປະ ຊາຊົນໄດ້ເຊື່ອມຊຶມກຳແໜ້ນ, ມີສະ ຕິເຄົາລົບ ແລະ ຈັດຕັ້ງປະຕິບັດ ທັງເປັນບ່ອນອີງພື້ນຖານທີ່ສຳຄັນ ແລະ ເປັນມາດຕະການທາງດ້ານກົດ ໝາຍໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກ ງານ ໂດຍສະເພາະການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານວິຊາສະ ເພາະ ຂອງເຈົ້າໜ້າທີ່ຕໍາຫລວດສະ ກັດກັ້ນ ແລະ ຕ້ານອັກຄີໄພ ແມ່ນ ເຮັດໄດ້ດີພໍສົມຄວນ. ແຕ່ເຖິງຢ່າງໃດກໍຕາມ, ໃນປັດ ຈຸບັນປະເທດຊາດມີການພັດທະນາ, ເສດຖະກິດມີການຂະຫຍາຍຕົວ ຢ່າງກວ້າງຂວາງ ແລະ ທຳມະຊາດ ກໍມີການຜັນແປຢ່າງຕໍ່ເນື່ອງເຮັດ ໃຫ້ເເຕ່ລະປີ ມີເຫດການອັກຄີໄພ ເກີດຂຶ້ນເປັນຈຳນວນຫລາຍຄັ້ງ, ມີທັງເກີດຈາກທຳມະຊາດ ຫລື ເກີດ ຈາກການກະທຳຂອງມະນຸດຍ້ອນ ສາເຫດ ແລະ ສະພາບການທີ່ກ່າວ ມານັ້ນ, ຍັງເກີດຂຶ້ນຢູ່ເລື້ອຍໆ ແລະ ເກີດຈາກສາເຫດເດີມໆບວກກັບ ຄວາມສອດຄ່ອງຂອງກົດໝາຍວ່າ ດ້ວຍການສະກັດກັ້ນ ແລະ ຕ້ານອັກ ຄີໄພ ສະບັບປີ 2007 ໄດ້ຮັບການ ຈັດຕັ້ງປະຕິບັດ 16 ປີແລ້ວ, ເຮັດ ໃຫ້ບາງໝວດ, ບາງມາດຕາຂອງ ກົດໝາຍສະບັບດັ່ງກ່າວ, ບໍ່ສອດ ຄ່ອງກັບສະພາບຄວາມເປັນຈິງ ແລະ ເປັນຊ່ອງວ່າງ ໃນການຈັດຕັ້ງ ປະຕິບັດ ໂດຍສະເພາະກົນໄກປະ ສານງານລະຫວ່າງອົງການ ແລະ ຂະແໜງການທີ່ກ່ຽວຂ້ອງ, ການ ຮ່ວມມືຈາກບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ພາກສ່ວນທີ່ກ່ຽວ ຂ້ອງຍັງບໍ່ທັນໄດ້ຮັບການຮ່ວມມື ເທົ່າທີ່ຄວນ, ການປະຕິບັດມາດຕະ ການຕໍ່ຜູ້ລະເມີດ ເປັນຕົ້ນ ມາດຕະ ການສຶກສາອົບຮົມ, ມາດຕະການ ທາງອາຍາ, ມາດຕະການທາງແພ່ງ ແລະ ມາດຕະການທາງບໍລິຫານ ຍັງບໍ່ທັນມີ, ເຮັດໃຫ້ການປະຕິບັດ ໜ້າທີ່ຂອງເຈົ້າໜ້າທີ່ໃນການແກ້ ໄຂສະຖານທີ່ເກີດເຫດຊັກຊ້າ, ເຮັດ ໃຫ້ເຫດການດັ່ງກ່າວ ແຜ່ລາມສ້າງ ຄວາມເສຍຫາຍເປັນວົງກວ້າງ ແລະ ການດຳເນີນຄະດີຕໍ່ຜູ້ກະທຳຜິດ ຍັງບໍ່ໄດ້ດີເທົ່າທີ່ຄວນ ສ່ວນຫລາຍ ກໍວ່າແຕ່ໄຟຟ້າລັດວົງຈອນແລ້ວ ເຮັດໃຫ້ເກີດມີຫາງສຽງຈົ່ມວ່າຈາກ ສັງຄົມ ເຊິ່ງການເກີດອັກຄີໄພໄດ້ ສ້າງຄວາມເສຍຫາຍຕໍ່ສຸຂະພາບ, ຊີວິດ, ຊັບສິນຂອງບຸກຄົນ, ລັດ, ລວມໝູ່ແລະ ປະຊາຊົນຢ່າງຫລວງ ຫລາຍ ແລະ ໄດ້ສົ່ງຜົນກະທົບໂດຍ ກົງຕໍ່ການຂະຫຍາຍຕົວທາງດ້ານ ເສດຖະກິດຂອງຊາດ, ສ້າງຄວາມ ບໍ່ສະຫງົບ ແລະ ຄວາມບໍ່ເປັນລະ ບຽບຮຽບຮ້ອຍໃນສັງຄົມ. ຄາດຄະ ເນຜົນໄດ້ຮັບຈາກການປັບປຸງຮ່າງ ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ເມື່ອກົດໝາຍ ສະບັບນີ້ຖືກຮັບຮອງ ແລະ ປະກາດ ໃຊ້ແລ້ວ ຈະກາຍເປັນເຄື່ອງມືໃນ ການຄຸ້ມຄອງ, ກວດກາ, ສະກັດກັ້ນ ແລະ ແກ້ໄຂຂອດຊ່ອງວ່າງ, ຂໍ້ຄົງ ຄ້າງໃນການເຄື່ອນໄຫວປະຕິບັດ ໜ້າທີ່ວຽກງານ ແລະ ການຈັດຕັ້ງ ປະຕິບັດກົດໝາຍ ກໍຄື ສະພາບປະ ກົດການຫຍໍ້ທໍ້ໃນສັງຄົມ ເຊິ່ງພົວ ພັນເຖິງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ຫັນເຂົ້າສູ່ລະບົບ ກົດໝາຍຢ່າງເຂັ້ມງວດເທື່ອລະ ກ້າວ; ເປັນມາດຕະການທາງດ້ານ ກົດໝາຍ ເພື່ອເຮັດໃຫ້ບຸກຄົນ, ນິຕິບຸກ ຄົນ ແລະ ການຈັດຕັ້ງທັງພາກລັດ ແລະເອກະຊົນມີສ່ວນຮ່ວມແລະ ໃຫ້ ການຮ່ວມມື ໃນການຈັດຕັ້ງເຄື່ອນ ໄຫວວຽກງານສະກັດກັ້ນແລະ ຕ້ານ ອັກຄີໄພ; ເຮັດໃຫ້ສັງຄົມມີຄວາມ ສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍ ແລະ ປອດໄພ ຈາກອັກຄີໄພ ທັງເປັນການປະກອບສ່ວນໃນການ ພັດທະນາເສດຖະກິດ-ສັງຄົມ ຂອງ ຊາດ ແນໃສ່ປົກປັກຮັກສາສະຖຽນ ລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງຊາດ; ເປັນບ່ອນ ອີງພື້ນຖານອັນສໍາຄັນໃຫ້ແກ່ເຈົ້າ ໜ້າທີ່ສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ເຈົ້າໜ້າທີ່ຂະແໜງການທີ່ ກ່ຽວຂ້ອງ ໃນການເຄື່ອນໄຫວປະຕິ ບັດໜ້າທີ່ວຽກງານວິຊາສະເພາະ ສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ດີ ຂຶ້ນກວ່າເກົ່າ. ຂ່າວ: ກິດຕາ,ພາບ: ເກດສະໜາ ແຫ່ງ ຣັດເຊຍ ແມ່ນໜຶ່ງໃນວັນບຸນ ແຫ່ງລັດທີ່ສຳຄັນໃນປະເທດ ເຊິ່ງ ໄດ້ສ້າງຕັ້ງຂຶ້ນໃນປີ 1992, ສອງ

RkJQdWJsaXNoZXIy MTc3MTYxMQ==