5902

ບົດສະເໜີ xtgmf]k; 3 26/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ສາວບ້ານໂນນ ໂດຍ:ເຂົ້າຈານນໍ້າ ,kIh6 9a d 5 la foE xtgrf s;'sh k, 8k,dq f\kp0v']k; mq j ;xtgmf,u 7v[7q ;rQ om5 d d;,s]kpd;j k 80 lj ;oIh vp s];'rt[k' gvq k.9.lj xt8y [a flv';k]tcsj '-kf ໂດຍ: ມາລີດາ * ທ່ານ ສົມພອນ ສີອຸດົມພັນ ຮອງປະທານຄະນະສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງທີ6 ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນ ໄລຍະຜ່ານມາແຂວງຫລວງພະບາງ ໄດ້ເອົາໃຈໃສ່ປະຕິບັດບັນດາແຜນ ວຽກງານຈຸດສຸມ ຂອງວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຄືການຊຸກຍູ້ສົ່ງເສີມການການປູກການລ້ຽງ, ການຜະລິດເພື່ອຊົມໃຊ້ ພາຍໃນແລະສົ່ງອອກເປັນຕົ້ນ:ການ ລ້ຽງສັດແບບເປັນຟາມ ໄດ້ມີການ ຂະຫຍາຍຕົວ, ການຂຸດຄົ້ນແຮ່ທາດ ໂດຍສະເພາະແມ່ນແຮ່ຄຳ ຕົກຂ້ອນ ທີ່ລັດຖະບານອານຸຍາດ ໄດ້ຮັບການ ຄຸ້ມຄອງ, ການຊຸກຍູ້ສົ່ງເສີມ, ອຳ ນວຍຄວາມສະດວກໃຫ້ແກ່ທຸລະກິດ ການບໍລິການ ແລະ ການທ່ອງທ່ຽວ ມີການຟື້ນຕົວ, ສາມາດປັບປຸງສະ ພາບແວດລ້ອມ ທີ່ເອື້ອອຳນວຍ ຄວາມສະດວກ ໃຫ້ແກ່ການລົງທຶນ ມີຄວາມວ່ອງໄວຂຶ້ນກວ່າເກົ່າ. ເຊິ່ງ ເປັນປັດໄຈທີ່ສາມາດດຶງດູດການ ລົງທຶນຂອງພາກເອກະຊົນ ຈາກທັງ ພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນ; ດ້ານການເກັບລາຍຮັບເຂົ້າງົບປະ ມານຂອງແຂວງ ກໍໄດ້ຮັບການປັບ ປຸງ ແລະ ຫັນເປັນທັນສະໄໝຈົນສາ ມາດເຮັດໃຫ້ແຂວງຫລວງພະບາງ ມີລາຍຮັບເພີ່ມຂຶ້ນ, ມີລາຍຮັບເກີນ ແຜນ2ປີຕິດຕໍ່ກັນແລະໄດ້ມີການຄຸ້ມ ຄອງລາຍຈ່າຍໄປຕາມທິດປະຢັດ ແລະຕ້ານການຟູມເຟືອຍ. ນອກນັ້ນ, ຍັງໄດ້ສຸມໃສ່ແກ້ໄຂໜີ້ສິນ ສາທາ ລະນະ ຕາມມະຕິຂອງສະພາແຫ່ງ ຊາດ; ຊຸກຍູ້ພາກສ່ວນທະນາຄານ ແລະ ສະຖາບັນການເງິນພາຍໃນ ແຂວງ ໃນການສ້າງສະຖຽນລະ ພາບດ້ານເງິນຕາ; ເພີ່ມທະວີປະສິດ ທິພາບໃນການຄຸ້ມຄອງລັດ-ຄຸ້ມ ຄອງສັງຄົມ ດ້ວຍກົດໝາຍເປັນຕົ້ນ: ການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳທີ່ສຳຄັນຂອງແຂວງ ໄດ້ຈຳນວນໜຶ່ງ, ປັບປຸງຄຸນນະພາບ ຂອງການ ບໍລິຫານ ລັດ ດ້ວຍການ ປັບປຸງກົງຈັກການຈັດຕັ້ງຕາມທິດ ກະທັດຮັດ. ເຖິງຢ່າງໃດກໍຕາມ ໃນການຈັດ ຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນຍັງມີບັນ ຫາຈຳນວນໜຶ່ງ ທີ່ຕ້ອງເອົາໃຈໃສ່ ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນ ການຜະລິດເປັນສິນຄ້າເພື່ອສົ່ງອອກ ຍັງບໍ່ທັນເຮັດໄດ້ຢ່າງເປັນຮູບປະ ທຳ,ການຫັນເປັນທັນສະໄໝໃນການ ຄຸ້ມຄອງເກັບລາຍຮັບຍັງເຮັດບໍ່ທັນ ໄດ້ໝົດ, ການອອກມາດຕະການ ດ້ານການປະຢັດແລະຕ້ານການຟູມ ເຟືອຍ ໃນທົ່ວສັງຄົມຍັງບໍ່ທົ່ວເຖິງ, ການຄຸ້ມຄອງລາຄາສິນຄ້າ, ອັດຕາ ແລກປ່ຽນຍັງເຮັດບໍ່ທັນດີເທົ່າທີ່ ຄວນ, ໃນເດືອນພຶດສະພາ ປີ 2024 ຜ່ານມານີ້ຕົວເລກເງິນເຟີ ຂອງ ສປປລາວ(ຢູ່ທີ່25,8%)ສະເພາະ ແຂວງຫລວງພະບາງ ຂອງພວກ ເຮົາແມ່ນຢູ່ທີ່16.71%ໃນການແກ້ ໄຂຫລາຍບັນຫາທີ່ເກີດຂຶ້ນ ໃນຂົງ ເຂດເສດຖະກິດ ຍັງບໍ່ທັນເດັດຂາດ, ເຂັ້ມງວດຕາມກົດໝາຍ. (ຂໍ້ມູນ ຈາກ: ສູນສະຖິຕິ ພະແນກແຜນການ ແລະ ການລົງທຶນແຂວງ). ສໍາລັບ ວຽກງານການແກ້ໄຂບັນຫາຢາ ເສບຕິດ ເຫັນວ່າບັນດາວຽກງານ ຈຸດສຸມຂອງວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ແມ່ນໄດ້ມີການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເປັນຕົ້ນ: ແມ່ນ ການສ້າງຄວາມຮັບຮູ້, ຄວາມເຂົ້າ ໃຈຕໍ່ຜົນຮ້າຍຂອງຢາເສບຕິດ, ເຜີຍ ແຜ່ນິຕິກໍາ ແລະ ກົດໝາຍທີ່ກ່ຽວ ຂ້ອງ, ການປັບປຸງດ້ານກົງຈັກການ ຈັດຕັ້ງ ແລະ ຍົກລະດັບຄວາມສາ ມາດໃນການເຄື່ອນໄຫວຂອງອົງ ການທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນ ຫາຢາເສບຕິດ, ໃຫ້ມີປະສິດທິພາບ ດ້ານການຄຸ້ມຄອງ-ຊີ້ນຳການແກ້ ໄຂບັນຫາຢາເສບຕິດ ແລະ ປັບປຸງ ຂີດຄວາມສາມາດ ໃນການເຄື່ອນ ໄຫວເຮັດໜ້າທີ່ຂອງລະບົບການ ເມືອງ ນັບແຕ່ຂັ້ນແຂວງຈົນເຖິງຂັ້ນ ບ້ານເຮັດໃຫ້ບັນຫາຢາເສບຕິດພາຍ ໃນແຂວງ ໄດ້ຮັບການແກ້ໄຂຫລາຍ ພໍສົມຄວນ. ເຖິງຢ່າງໃດກໍຕາມ ໃນການຈັດ ຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕ້ອງ ໄດ້ເອົາໃຈໃສ່ແກ້ໄຂເປັນຕົ້ນ: ການ ໂຄສະນາເຜີຍແຜ່ນິຕິກໍາ ແລະ ຜົນ ຮ້າຍຂອງຢາເສບຕິດ ຍັງເຮັດບໍ່ ທັນໄດ້ກວ້າງຂວາງ ແລະ ເລິກເຊິ່ງ, ຄວາມເປັນເຈົ້າການຂອງຄອບຄົວ ແລະ ລະບົບການເມືອງຢູ່ຮາກຖານ ຈຳນວນບໍ່ໜ້ອຍຕໍ່ວຽກງານຄຸ້ມ ຄອງ ແກ້ໄຂບັນຫາຢາເສບຕິດຍັງບໍ່ ສູງ ສ່ວນຫລາຍຍັງເຂົ້າໃຈວ່າແມ່ນ ໜ້າທີ່ຂອງເຈົ້າໜ້າທີ່ຕຳຫລວດ. * ວັນທີ 13 ກໍລະກົດ ເປັນວັນ ປ່ອຍປາ ແລະ ອະນຸລັກສັດ ນໍ້າ- ສັດ ປ່າແຫ່ງຊາດ, ວັນດັ່ງກ່າວຂອງທຸກ ປີ ມີຂະບວນການປ່ອຍປາສູ່ແຫລ່ງ ທໍາມະຊາດ ແມ່ນໍ້າລໍາເຊ ກໍ່ຄືຫ້ວຍ ຮ່ອງໜອງບຶງ ເພື່ອເພີ່ມຄວາມອຸດົມ ສົມບູນໃຫ້ແຫລ່ງນໍ້າ. ເພື່ອເປັນການຕ້ອນຮັບວັນສຳ ຄັນດັ່ງກ່າວບົດນີ້ ຈຶ່ງນໍາເອົາປາ 5 ຊະນິດ ໃນອັນດັບຕົ້ນ ທີ່ນອນຢູ່ໃນ ບັນຊີ I ສັດນໍ້າ ແລະ ສັດປ່າ ຫລື ສັດ ປະເພດຫວງຫ້າມ ຕາມມະຕິຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຮັບຮອງເອົາບັນຊີລາຍຊື່ສັດ ນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫລື ບັນຊີ I ແລະ ປະເພດຄຸ້ມຄອງ ຫລື ບັນຊີ II ສະບັບ ເລກທີ 81/ ນຍ, ລົງວັນທີ 13/8/2008 ຄື: 1. ປາປຶກ, ມີຊື່ທາງວິທະຍາສາດແມ່ນ Pangasianodon gigas; 2. ປາໄຫລໄຟຟ້າ, ມີຊື່ວິທະຍາສາດ Anguilla marmorata; 3. ປາ ກວາງ,ຊື່ວິທະຍາສາດ Boesemani microlepis; 4. ປາເລີມ ຊື່ວິທະຍາ ສາດPangasuis sanitwongsei ແລະ 5. ປາເສືອ, ມີຊື່ວິທະຍາສາດ Systormus partipentasona. ສັດນໍ້າ ແລະ ສັດປ່າ ໃນບັນຊີ I ເປັນສັດປະເພດຫວງຫ້າມ ຕາມກົດ ໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ, ສັດປະເພດນີ້ເປັນສັດທີ່ຫາຍາກ, ໃກ້ຈະສູນພັນ, ມີຄຸນຄ່າສູງ ແລະ ມີ ຄວາມສຳຄັນເປັນພິເສດຕໍ່ການພັດ ທະນາເສດຖະກິດ-ສັງຄົມ, ສິ່ງແວດ ລ້ອມ ແລະ ການສຶກສາຄົ້ນຄວ້າ ທາງດ້ານວິທະຍາສາດ. ສັດຈໍາພວກ ນີ້ ຕ້ອງໄດ້ຮັບການຄຸ້ມຄອງ, ກວດ ກາ,ອະນຸລັກ,ປົກປັກຮັກສາແລະພັດ ທະນາ. ສ່ວນການນໍາໃຊ້ນັ້ນ ຕ້ອງ ໄດ້ຮັບອະນຸຍາດຈາກລັດຖະບານ. ມາດຕາ 24 ການລ່າສັດນໍ້າ ແລະ ສັດປ່າ ຂອງກົດໝາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ ກໍານົດໄວ້ແຈ້ງ ຄື: ສັດນໍ້າ ແລະ ສັດປ່າປະເພດຫວງ ຫ້າມທີ່ໄດ້ກໍານົດໄວ້ໃນບັນຊີ I ແມ່ນ ບໍ່ອະນຸຍາດໃຫ້ຫາ ຫລື ລ່າ ຢ່າງ ເດັດຂາດ ເວັ້ນເສຍແຕ່ໃນກໍລະນີ ຈໍາເປັນ ເພື່ອການສຶກສາຄົ້ນຄວ້າ ແລະ ການຂະຫຍາຍພັນ, ແຕ່ຕ້ອງ ໄດ້ຮັບອະນຸຍາດຈາກລັດຖະບານ. ຖ້າວ່າສັດ ກໍ່ຄວາມເສຍຫາຍຢ່າງ ຫລວງຫລາຍຕໍ່ຊັບສິນຂອງບຸກຄົນ ແລະ ການຈັດຕັ້ງ ຕ້ອງໄດ້ລາຍງານ ຕໍ່ອົງການປົກຄອງເມືອງ, ເທສະ ບານ, ເພື່ອພິຈາລະນາແກ້ໄຂ. ສໍາ ລັບສັດທີ່ກໍາລັງທໍາລາຍ, ກໍ່ກວນອາ ລະວາດຄົນ ຫລື ເປັນໄພອັນຕະລາຍ ຕໍ່ຊີວິດຂອງຄົນ ຕ້ອງແກ້ໄຂຢ່າງ ທັນການແລ້ວຈຶ່ງລາຍງານຕໍ່ການ ຈັດຕັ້ງທີ່ກ່ຽວຂ້ອງ. ລະດູການປ່ອຍປີນີ້ ຈະຄຶກຄື້ນບໍ່ ໜ້ອຍກວ່າທຸກປີທີ່ຜ່ານມາ, ນອກ ຈາກຂະບວນການຂອງພາກ ລັດ ແລ້ວ, ທຸກທ່ານທີ່ມີເງື່ອນໄຂກໍ່ຄົງ ຈະປະກອບສ່ວນເພີ່ມຄວາມອຸດົມ ສົມບູນດ້ານຊີວະນາໆພັນໃຫ້ບັນດາ ແມ່ນໍ້າລໍາເຊ, ຫ້ວຍຮ່ອງຄອງບຶງ... ປະການໜຶ່ງ ກໍ່ຄືບໍ່ຫາ ບໍ່ລ່າສັດນໍ້າ ໃນລະດູແຜ່ພັນ ແລະ ສຳຄັນກວ່າ ນັ້ນຄື ສັດຫວງຫ້າມ ແມ່ນເດັດຂາດ ຕ້ອງພ້ອມກັນເອົາໃຈໃສ່ອະນຸລັກ ແລະປະກອບສ່ວນໃນຂະບວນການ ອັນທີ່ເປັນປະໂຫຍດເພື່ອໃຫ້ພວກ ມັນໄດ້ແພ່ພັນຫລາຍຂຶ້ນຕື່ມ. * ຕາມການລາຍງານຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນ ຕີ ກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ສປປ ລາວ ວ່າ: ນັບແຕ່ປີ 20212023 ແລະ ເຫັນວ່າມາຮອດ ດຽວນີ້ ທົ່ວປະເທດມີ ຄອບຄົວພົ້ນ ທຸກ 1.026.083 ຄອບຄົວ, ກວມ 83,13%, ຄອບຄົວບໍ່ພົ້ນທຸກ ຍັງ ເຫລືອ 208.231 ຄອບຄົວ ກວມ 16,87% ຂອງຈໍານວນຄອບຄົວ ທັງໝົດ. ຂະນະທີ່ ບ້ານພົ້ນທຸກ 5.855ບ້ານກວມ69,69%, ບ້ານ ບໍ່ພົ້ນທຸກຍັງເຫລືອ 2.547 ບ້ານ ກວມ30,31% ຂອງຈໍານວນບ້ານ ທັງໝົດໃນທົ່ວປະເທດ. ສໍາລັັບ ເມືອງພົ້ນທຸກ71ເມືອງກວມ48%, ເມືອງບໍ່ພົ້ນທຸກຍັງເຫລືອ 77 ເມືອງ ກວມ 52% ຂອງຈໍານວນ ເມືອງ ທັງໝົດໃນທົ່ວປະເທດ; ຄອບຄົວ ພັດ ທະນາ 841.454 ຄອບຄົວ ກວມ 68,17%ຂອງຈໍານວນຄອບ ຄົວທັງໝົດ; ບ້ານພັດທະນາ 2.828 ບ້ານ ກວມ 33,66% ຂອງຈໍາ ນວນບ້ານທັງໝົດ; ບ້ານໃຫຍ່ ເປັນ ຕົວເມືອງໃນຊົນນະບົດ31ຈຸດແລະ ມີເມືອງເຂັ້ມແຂງຮອບດ້ານ9ເມືອງ ກວມ 6,08% ຂອງຈໍານວນເມືອງ ທັງໝົດໃນທົ່ວປະເທດ. ທ່ານໃຫ້ຮູ້ຕື່ມວ່າ: ໃນໄລຍະ ຜ່ານມາ ລັດຖະບານ ຈັດສັນງົບປະ ມານເຂົ້າໃສ່ການພັດທະນາ ຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ໃນແຕ່ລະປີຢ່າງຕໍ່ເນື່ອງ. ໃນນີ້, ງົບ ປະມານການລົງທຶນຂອງລັດ ປີ 2021 ຈໍານວນ 122 ຕື້ກວ່າກີບ, ປີ 2022 ຈໍານວນ 136 ຕື້ກີບ, ປີ 2023 ຈໍານວນ 178 ຕື້ກີບ; ການ ປ່ອຍສິນເຊື່ອຂອງທະນາຄານນະ ໂຍບາຍ 2.871 ຕື້ກວ່າກີບ. ໃນ ນັ້ນ, ຈຳນວນ 1.733 ຕື້ກວ່າກີບ ໄດ້ປ່ອຍໃຫ້ 1.345 ບ້ານ ແລະ 76 ເມືອງທຸກຍາກ. ນອກຈາກນີ້, ຍັງມີງົບປະມານ ຊ່ວຍເຫລືອລ້າ, ກູ້ຢືມ, ການປະ ກອບສ່ວນຂອງຜູ້ປະກອບການ ແລະ ຂອງປະຊາຊົນ ທີ່ບັນດາຂະ ແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດໂຄງ ການຕ່າງໆ ເປັນຈຳນວນຫລາຍສົມ ຄວນໂດຍສະເພາະງົບປະມານຈາກ ທະນາຄານໂລກ, ທະນາຄານພັດ ທະນາອາຊີ, ອົງການຈັດຕັ້ງສາກົນ ເພື່ອການພັດທະນາ, ການຮ່ວມມື 2 ຝ່າຍ ກັບປະເທດເພື່ອນມິດ ແລະ ອື່ນໆ.

RkJQdWJsaXNoZXIy MTc3MTYxMQ==