5902

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/06/2024 xtgmf]k; ລັດຖະບານລາວ ປະດັບ... ຄະນະກຳມະການ... ຜົນກອງປະຊຸມລັດຖະບານ... ຮອງປະທານສະພາແຫ່ງຊາດ... ຮອງເອົາຮ່າງແຜນແມ່ບົດການພັດ ທະນາ ແລະ ຄຸ້ມຄອງຕົວເມືອງທ່ອງ ທ່ຽວ ເມືອງວັງວຽງ ແລະ ບໍລິເວນ ອ້ອມຮອບ ໄລຍະ 2024-2034 ໂດຍມອບໃຫ້ກະຊວງຖະແຫລງ ຂ່າວ, ວັດທະນະທຳແລະທ່ອງທ່ຽວ ສົມທົບຂະແໜງການ ແລະ ພາກ ສ່ວນກ່ຽວຂ້ອງ ປັບປຸງຕາມການປະ ກອບຄຳເຫັນຂອງສະມາຊິກລັດຖະ ບານ ເປັນຕົ້ນກຳນົດເນື້ອໃນສະພາບ ລວມໃຫ້ຊັດເຈນ, ສັ້ນກະທັດຮັດ ແລະ ເຂົ້າໃຈງ່າຍຕື່ມ; ກໍານົດຈຸດປະ ສົງໃຫ້ສອດຄ່ອງກັບຄວາມຮຽກ ຮ້ອງຕ້ອງການໃນການພັດທະນາ ຕົວຈິງກວ່າເກົ່າ; ສິ່ງທ້າທາຍຕ່າງໆ ເພື່ອສາມາດກໍານົດທິດທາງແກ້ໄຂ ໄດ້ຢ່າງຖືກຕ້ອງ; ແຜນພັດທະນາ ບັນດາກິດຈະການ ໃຫ້ມີການຈັດ ລຽງບູລິມະສິດ, ເປັນລະບົບຄົບຊຸດ, ກົມກຽວກັນ ແລະ ຮັບໃຊ້ການພັດ ທະນາຢ່າງແທ້ຈິງ; ເຂດພັດທະນາ ໃຫ້ສອດຄ່ອງກັບແຜນພັດທະນາ ທີ່ດິນ, ແຜນປົກປັກຮັກສາສິ່ງແວດ ລ້ອມ ແລະ ແຜນພັດທະນາອື່ນໆ ທີ່ໄດ້ປະກາດນໍາໃຊ້ແລ້ວ; ຄວາມ ຮັບຜິດຊອບ ແລະ ການມີສ່ວນຮ່ວມ ຂອງທຸກພາກສ່ວນໃນສັງຄົມໃຫ້ ລະອຽດຈະແຈ້ງກວ່າເກົ່າ; ໃຫ້ມີ ແຫລ່ງທຶນບໍາລຸງຮັກສາ ແລະ ພັດ ທະນາການທ່ອງທ່ຽວ; ການກຳນົດ ອັກສອນຫຍໍ້ ແລະ ຄຳອະທິບາຍສັບ ໃນແຜນແມ່ບົດຕ້ອງໃຫ້ເຂົ້າໃຈ ງ່າຍ ແລະ ເປັນເອກະພາບ; ແຜນແກ້ ໄຂບັນດາກິດຈະການທີ່ເຫັນວ່າ ບໍ່ສອດຄ່ອງກັບທິດທາງການພັດ ທະ ນາໃນປັດຈຸບັນ ແລະ ອະນາຄົດ ຕ້ອງໃຫ້ຈະແຈ້ງຊັດເຈນ; ກໍານົດ ແຈ້ງບັນດາຈຸດທ່ອງທ່ຽວທີ່ເປັນ ເອກະລັກສະເພາະຂອງເມືອງວັງ ວຽງ ເປັນຕົ້ນ ສາຍນໍ້າຊອງ, ບໍ່ນ້ຳ, ທົ່ງນາລຽບຕາມຜາຫີນ, ການຜະ ລິດກະສິກຳ ແລະ ອື່ນໆ; ບັນດາກິດ ຈະກຳການທ່ອງທ່ຽວ ເພື່ອຮັບໃຊ້ ໃຫ້ແກ່ການພັດທະນາ; ລະບົບການ ຄຸ້ມຄອງປົກປັກຮັກສາສິ່ງແວດ ລ້ອມ; ກົນໄກການຈັດຕັ້ງປະຕິບັດ ແຜນແມ່ບົດ; ບັນດາແຜນກໍຄືທິດ ທາງການພັດທະນາ ແລະ ການປົກ ປັກຮັກສາດ້ານຕ່າງໆ ບົນພື້ນຖານ ຮັບປະກັນຄວາມສະອາດຈົບງາມ, ເປັນລະບຽບຮຽບຮ້ອຍ, ສະຫງົບ ປອດໄພ, ທັນສະໄໝ, ສີຂຽວ ແລະ ຍືນຍົງ. ພ້ອມດຽວກັນນີ້, ເຫັນດີຍົກ ລະດັບເຂດທ່ອງທ່ຽວເມືອງວັງວຽງ ເປັນເຂດທ່ອງທ່ຽວລະດັບຊາດ ແລະ ເຫັນດີໃຫ້ກຳນົດຊື່ຂອງແຜນ ແມ່ບົດດັ່ງກ່າວ ເປັນ “ແຜນແມ່ບົດ ການພັດທະນາ ແລະ ຄຸ້ມຄອງເຂດ ທ່ອງທ່ຽວລະດັບຊາດເມືອງວັງ ວຽງ ໄລຍະແຕ່ປີ 2025-2035”. ຫລັງຈາກນັ້ນ ໃຫ້ນໍາໄປສໍາມະນາ ລະດົມຄວາມຄິດເຫັນຈາກພາກ ສ່ວນຕ່າງໆໃນສັງຄົມ ເພື່ອໃຫ້ມີເນື້ອ ໃນສົມບູນ ແລະ ສາມາດຈັດຕັ້ງປະ ຕິບັດໄດ້ຢ່າງມີປະສິດທິຜົນສູງ. ວາລະທີ 2. ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາລາຍ ງານການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງລະບົບຄຸ້ມຄອງສຳມະໂນຄົວ ແລະ ບັດປະຈຳຕົວ ໂດຍມອບໃຫ້ ກະຊວງປ້ອງກັນຄວາມສະຫງົບ ກວດກາ, ສະຫລຸບ ແລະ ຖອດຖອນ ບົດຮຽນຄືນການຈັດຕັ້ງປະຕິບັດ ໂຄງການໃນໄລຍະຜ່ານມາ ໂດຍສະ ເພາະການນຳໃຊ້ທຶນ ແລະ ສະພາບ ອຸປະກອນເຕັກນິກຕ່າງໆ ສາມາດ ນຳໃຊ້ ແລະ ເຊື່ອມຕໍ່ກັບລະບົບໃໝ່ ໄດ້ຄືແນວໃດ; ພ້ອມທັງສົມທົບກັບ ຂະແໜງການ ແລະ ພາກສ່ວນກ່ຽວ ຂ້ອງ ສືບຕໍ່ຈັດຕັ້ງປະຕິບັດໂຄງການ ດັ່ງກ່າວໄລຍະໃໝ່ໃຫ້ມີຄວາມຄືບ ໜ້າ, ທັນສະໄໝ, ນໍາໃຊ້ໄດ້ຢ່າງມີປະ ສິດທິພາບ ແລະ ມີປະສິດທິຜົນ. ນອກຈາກນີ້, ກອງປະຊຸມຍັງໄດ້ ຮັບຟັງການລາຍງານສະພາບພົ້ນ ເດັ່ນຂົງເຂດວຽກງານການຕ່າງປະ ເທດ ໃນເດືອນມິຖຸນາ 2024 ແລະ ແຜນວຽກຈຸດສຸມຕໍ່ໜ້າ; ລວມທັງ ຜົນການເຄື່ອນໄຫວວຽກງານຢູ່ ທ້ອງຖິ່ນ ຂອງທ່ານນາຍົກລັດຖະ ມົນຕີ. ສຳລັບແຜນວຽກຈຸດສຸມເດືອນ ກໍລະກົດ 2024 ຂອງລັດຖະບານ ມີດັ່ງນີ້: ກະຊວງກ່ຽວຂ້ອງສືບຕໍ່ ເຂົ້າຮ່ວມລາຍງານ ແລະ ປ້ອງກັນ ບັນດາເນື້ອໃນກົດໝາຍຕ່າງໆ ຕາມ ວາລະກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດ ທີ IX; ກະກຽມກອງປະຊຸມລັດຖະ ບານເປີດກວ້າງ ຄັ້ງທີ I ປີ 2024 ໂດຍລົງເລິກເນື້ອໃນທີ່ຈະປຶກສາ ຫາລື ໂດຍສະເພາະການແບ່ງຄວາມ ຮັບຜິດຊອບປະຕິບັດແຜນວຽກຈຸດ ສຸມຕົວຈິງ ຂອງແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ 6 ເດືອນທ້າຍປີ 2024 ໂດຍໃຫ້ມີວຽກຕົວຈິງມອບໃຫ້ແຕ່ ລະຂະແໜງການ ແລະ ທ້ອງຖິ່ນ ຢ່າງລະອຽດ. ພ້ອມນັ້ນ, ກໍໃຫ້ບັນ ດາກະຊວງຮີບຮ້ອນສະຫລຸບການ ຈັດຕັ້ງປະຕິບັດມະຕິ 17/ລບ ວ່າ ດ້ວຍການແບ່ງຄວາມຜິດຊອບຈັດ ຕັ້ງປະຕິບັດມະຕິ 05/ຄບສພ ແລະ ມະຕິ 04/ກມສພ; ກະກຽມສະຫລຸບ ລາຍງານຜົນການປະຕິບັດວຽກ ງານໃນໄລຍະ 6 ເດືອນຕົ້ນປີ 2024 ໃນການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາ ເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະ ເທດຕໍ່ພາກສ່ວນທີ່ກ່ຽວຂ້ອງ; ກະ ກຽມກອງປະຊຸມວຽກງານປົກຄອງ ທົ່ວປະເທດ ເຊິ່ງຄາດວ່າຈະຈັດ ກ່ອນກອງປະຊຸມລັດຖະບານເປີດ ກວ້າງ ຄັ້ງທີ I ປີ 2024; ສຸມໃສ່ແກ້ໄຂວຽກເຄັ່ງຮ້ອນຈຳ ນວນໜຶ່ງ ເປັນຕົ້ນ ການແກ້ໄຂອັດ ຕາແລກປ່ຽນ; ການຄວບຄຸມການ ນໍາເຂົ້າສິນຄ້າທີ່ພາຍໃນເຮົາສາ ມາດຜະລິດໄດ້, ສິນຄ້າຟູມເຟືອຍ, ແກ້ໄຂບັນຫາໜີ້ສິນ ແລະ ອື່ນໆ. ພ້ອມທັງ, ສຸມໃສ່ຊຸກຍູ້, ຕິດຕາມ ໂຄງການລົງທຶນຂະໜາດໃຫຍ່ ໂດຍ ສະເພາະໂຄງການກໍ່ສ້າງທາງດ່ວນ, ໂຄງການພະລັງງານໄຟຟ້າທີ່ຈະ ສົ່ງໄຟໄປຕ່າງປະເທດ; ສືບຕໍ່ຕິດ ຕາມສະພາບຂອງດິນຟ້າອາກາດ ໃນໄລຍະລະດູຝົນນີ້ ເພື່ອມີແຜນ ປ້ອງກັນ ແລະ ຮັບມືຕໍ່ກັບບັນຫາໄພ ພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ. ພ້ອມນີ້, ກໍເອົາໃຈໃສ່ການຄຸ້ມຄອງ ຈັດການນໍ້າຢູ່ອ່າງເກັບນໍ້າຊົນລະປະ ທານ ແລະ ບໍລິຫານນໍ້າຂອງບັນດາ ເຂື່ອນໄຟຟ້າໃຫ້ຢູ່ໃນລະດັບທີ່ຮັບປະ ກັນດ້ານເຕັກນິກ ແລະ ຄວາມປອດ ໄພ; ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ແລະ ສືບຕໍ່ກະກຽມ ແກ່ການເຄື່ອນໄຫວວຽກງານຕ່າງ ປະເທດຂອງການນຳຂັ້ນສູງ ແລະ ການກະກຽມຄວາມພ້ອມຮອບດ້ານ ໃນການຕ້ອນຮັບການນໍາຂັ້ນສູງ ຕ່າງປະເທດ ທີ່ຈະເດີນທາງມາ ເຄື່ອນໄຫວຢ້ຽມຢາມ ສປປ ລາວ; ເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍ ຜົນການເຄື່ອນໄຫວວຽກງານຕ່າງ ປະເທດ ໃຫ້ມີຄວາມສຳເລັດ, ເປັນ ຮູບປະທໍາຕົວຈິງ ແລະ ທັນກັບສະ ພາບການ. ຂ່າ-ພາບ: ກົມປະຊາສຳພັນ ຫສນຍ ການລາຍງານສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຈາກສື່ສັງຄົມອອນລາຍ ພ້ອມທັງວິທີການແກ້ໄຂບັນຫາຂອງ ບັນດາກະຊວງ, ອົງການ, ແຂວງ/ ນະຄອນຫລວງ, ແລະ ຮ່ວມກັນປະ ກອບຄຳເຫັນຢ່າງກົງໄປກົງມາ ເພື່ອ ຕີລາຄາ ແລະ ຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ຮ່ວມກັນ ວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງ ອິນເຕີເນັດ ພາຍໃນປະເທດມີປະ ສິດທິພາບ ແລະ ປະສິດທິຜົນດີຂຶ້ນ ກວ່າເກົ່າ. ທ່ານ ມີນາໄຊ ພິລາວົງ ຫົວໜ້າ ສູນອິນເຕີເນັດແຫ່ງຊາດ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທັງ ເປັນຫົວໜ້າຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີ ເນັດແຫ່ງຊາດ ໄດ້ລາຍງານກ່ຽວ ກັບການຈັດຕັ້ງວຽກງານ ຄຄອຊ ປະຈໍາ 6 ເດືອນຕົ້ນປີ 2024 ເຊິ່ງ ໄດ້ຍົກໃຫ້ເຫັນການແກ້ໄຂສະພາບ ທີ່ເກີດຂຶ້ນຕ້ອງໄດ້ເລັ່ງພັດທະນາ ແລະ ສົ່ງເສີມການນໍາໃຊ້ອິນເຕີເນັດ ໃຫ້ກາຍເປັນປັດໄຈໃນການດໍາລົງ ຊີວິດ. ພ້ອມນັ້ນ, ກໍຕ້ອງຮັບປະກັນ ແລະ ປ້ອງກັນແກ້ໄຂໃຫ້ໄດ້ຕໍ່ກັບ ບັນຫາປະກົດການຫຍໍ້ທໍ້ທີ່ເກີດຈາກ ອິນເຕີເນັດ ທີ່ສົ່ງຜົນກະທົບຕໍ່ຄວາມ ສະຖຽນລະພາບທາງດ້ານການ ເມືອງ, ຄວາມສະຫງົບໃນສັງຄົມ, ສົ່ງຜົນກະທົບໃນທາງລົບຕໍ່ວັດທະ ນະທໍາ-ຮີດຄອງປະເພນີອັນດີງາມ ຂອງຊາດ, ບັນຫາທີ່ສ້າງຄວາມປັ່ນ ປ່ວນໃຫ້ມີຄວາມແຕກແຍກ,ໃສ່ຮ້າຍ ປ້າຍສີ, ສ້າງຂໍ້ມູນບິດເບືອນທີ່ສົ່ງ ຜົນກະທົບທີ່ບໍ່ດີຕໍ່ການນຳພາຂອງ ພັກ ແລະ ການຄຸ້ມຄອງຂອງລັດ. ເພື່ອແກ້ໄຂບັນດາປະກົດການຫຍໍ້ທໍ້ ຕ່າງໆທີ່ກ່າວມານັ້ນ, ຄຄອຊ ຈະ ຕ້ອງເລັ່ງກວດກາຄືນບັນດານິຕິກຳ, ກົງຈັກການຈັດຕັ້ງ, ບຸກຄະລາກອນ, ວິທີການ ແລະ ມາດຕະການຕ່າງໆ, ພ້ອມນັ້ນ ກໍຕ້ອງເປັນເຈົ້າການຄົ້ນ ຄວ້າ ປັບປຸງຂອດປະສານງານລະ ຫວ່າງຂະແໜງການຕ່າງໆແຕ່ສູນ ກາງຮອດທ້ອງຖິ່ນ ທີ່ກ່ຽວພັນກັບ ວຽກງານອິນເຕີເນັດ, ເຕັກໂນໂລຊີ ການສື່ສານ-ຂໍ້ມູນຂ່າວສານ, ເຕັກ ໂນໂລຊີດີຈິຕອນ, ເນື້ອໃນຂໍ້ມູນຂ່າວ ສານຜ່ານອິນເຕີເນັດ, ຄວາມປອດ ໄພທາງໄຊເບີ ໃຫ້ມີຄວາມຮັບປະກັນ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການໂຄສະນາເຜີຍ ແຜ່ສ້າງຄວາມຮັບຮູ້, ຄວາມເຂົ້າ ໃຈໃຫ້ພະນັກງານ ແລະ ອົງການຈັດ ຕັ້ງມະຫາຊົນ ໃນການນໍາໃຊ້ອິນເຕີ ເນັດ ໃຫ້ເກີດປະໂຫຍດ. ໂອກາດນີ້, ທ່ານ ພົອ ວິໄລ ຫລ້າຄຳຟອງ ໄດ້ຕີລາຄາສູງຕໍ່ການ ຄົ້ນຄວ້າ, ການກຳນົດບັນດາເປົ້າ ໝາຍທີ່ມີຄວາມສຳຄັນ ແລະ ຈຳ ເປັນທີ່ຈະຕ້ອງໄດ້ຄຸ້ມຄອງ ແລະ ພັດ ທະນາ ເຊິ່ງຈະຕ້ອງໄດ້ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງຢ່າງແໜ້ນ ແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ ອິນເຕີເນັດ ແລະ ເຕັກໂນໂລຊີດີຈິ ຕອນ ສາມາດປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ຕິດພັນ ກັບ 2 ວາລະແຫ່ງຊາດ ໂດຍສະ ເພາະແມ່ນການຊຸກຍູ້ການສ້າງຕັ້ງ ແລະ ປັບປຸງຄະນະກຳມະການຄຸ້ມ ຄອງອິນເຕີເນັດ ໃນແຕ່ລະຂັ້ນ ເພື່ອ ສ້າງຄວາມແຂງແຮງ, ຄວາມຄ່ອງ ຕົວໃຫ້ແກ່ສາຍໃຍ ແລະ ຂອດການ ປະສານງານ ໄດ້ຢ່າງທົ່ວເຖິງໃນທົ່ວ ປະເທດ, ເພີ່ມທະວີຂອດປະສານ ງານລະຫວ່າງພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນຄຸ້ມຄອງ, ຕິດຕາມ ກວດກາ, ເຝົ້າລະວັງແລະຕອບຕ້ານ ຫາງສຽງບໍ່ດີ, ຂໍ້ມູນຂ່າວສານທີ່ບໍ່ ຖືກຕ້ອງເທິງອິນເຕີເນັດໃຫ້ມີຄວາມ ວ່ອງໄວ ທັນການ. ພ້ອມກັນນັ້ນ, ກໍຕ້ອງໄດ້ສ້າງກົນໄກປະສານງານ ກັບບັນດາຜູ້ໃຫ້ບໍລິການໂທລະຄົມ ມະນາຄົມ ແລະ ອິນເຕີເນັດ ເຊິ່ງເປັນ ຜູ້ຮັບຜິດຊອບໂດຍກົງຕໍ່ກັບຂໍ້ມູນຜູ້ ຊົມໃຊ້ແລະ ໂຄງລ່າງພື້ນຖານເຊື່ອມ ຕໍ່ເຂົ້າເຖິງຂໍ້ມູນເທິງອິນເຕີເນັດ ເພື່ອໃຫ້ການປະຕິບັດມາດຕະການ ຕ່າງໆ ໄດ້ຢ່າງວ່ອງໄວທັນສະພາບ ການ; ຕ້ອງເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງບັນດານິຕິກຳໃຫ້ສອດຄ່ອງ ກັບສະພາບການໃໝ່ ແລະ ເຕັກໂນ ໂລຊີ ວິທີການໃໝ່ ທີ່ເກີດຂຶ້ນໃນສັງ ຄົມປັດຈຸບັນ, ພ້ອມທັງສຸມໃສ່ສ້າງ ຍຸດທະສາດຄວາມປອດໄພໄຊເບີ ແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ວຽກ ງານຄຸ້ມຄອງອິນເຕີເນັດ ແລະ ຄວາມປອດໄພທາງໄຊເບີ ຢ່າງຄົບ ຖ້ວນ, ຮັດກຸມ ແລະ ແທດເໝາະກັບ ສະພາບການ. ພ້ອມນີ້, ທ່ານຍັງໄດ້ຊີ້ນຳໃຫ້ເລັ່ງ ແກ້ໄຂບັນຫາຫຍໍ້ທໍ້ຜ່ານທາງລະ ບົບໂທລະຄົມມະນາຄົມ ແລະ ອິນ ເຕີເນັດ ເປັນຕົ້ນ ອາຊະຍາກໍາ ແລະ ການຕົວະຍົວະຫລອກຫລວງຜ່ານ ລະບົບອິນເຕີເນັດ, ຜ່ານແກ້ງຄອນ ເຊັນເຕີ; ການຮົ່ວໄຫລຂອງເອກະ ສານຂອງພັກ-ລັດ, ການຮົ່ວໄຫລຂໍ້ ມູນສ່ວນບຸກຄົນ, ຕິດຕາມກວດກາ ແລະ ກັ່ນກອງບັນດາສື່ແລະ ເວັບໄຊ ລາມົກອະນາຈານ, ບັນຫາເກມການພະນັນ, ຄາສິໂນອອນລາຍ, ການຄ້າຂາຍຫວຍເຖື່ອນ, ການຄ້າ ປະເວນີ, ການຄ້າຢາເສບຕິດຜ່ານ ທາງອອນລາຍຕ່າງໆ, ເພື່ອເຮັດ ແນວໃດເຮັດໃຫ້ສະພາບແວດ ລ້ອມອິນເຕີເນັດ ຂອງ ສປປ ລາວ ມີຄວາມປອດໄພ ແລະ ບັນຫາ ອື່ນໆອີກ. ຂໍ້ມູນຈາກ: ກະຊວງ ຕສ 2024 ທີ່ເມືອງຫວາງຊານ ແຂວງ ອານຮຸຍ ສປ ຈີນ ໂດຍທ່ານໄດ້ມີຄຳ ເຫັນກ່ຽວກັບການຮ່ວມມືລະຫວ່າງ ລັດຖະບານທ້ອງຖິ່ນບັນດາປະເທດ ແລະ ບັນດາຕົວເມືອງມິດຕະພາບ ເຊິ່ງໄດ້ເນັ້ນເຖິງຄວາມສໍາຄັນຂອງ ກອງປະຊຸມຄັ້ງນີ້, ເປັນການຊຸກ ຍູ້ການປະຕິບັດສັນຍາຄູ່ຮ່ວມມື ເສດຖະກິດຮອບດ້ານໃນພາກພື້ນ RCEP ໃຫ້ມີຄຸນນະພາບສູງ, ຊຸກຍູ້ ການເພີ່ມທະວີຄວາມເຂົ້າອົກເຂົ້າ ໃຈຕໍ່ບັນດາທ້ອງຖິ່ນຂອງບັນດາ ປະເທດສະມາຊິກ RCEP, ຄົ້ນ ຄວ້າກາລະໂອກາດໃນການດຳເນີນ ທຸລະກິດ, ຊອກຫາຄູ່ຮ່ວມມືທີ່ດີ, ຊຸກ ຍູ້ການພົວພັນຮ່ວມມືຢ່າງເລິກເຊິ່ງ ແລະ ກວ້າງຂວາງ ໃຫ້ບັນລຸໄດ້ໝາກ ຜົນໂດຍຕ່າງຝ່າຍຕ່າງມີຜົນປະ ໂຫຍດລະຫວ່າງບັນດາປະເທດໃນ ພາກພື້ນ RCEP ໂດຍສະເພາະ ສປປ ລາວ ກໍໄດ້ຮັບຜົນປະໂຫຍດໃນ ຖານະທີ່ເປັນສະມາຊິກ ແລະ ໄດ້ຮັບ ຜົນປະໂຫຍດໃນການຈັດຕັ້ງປະຕິ ບັດສັນຍາໃນຂອບນີ້ຈຳນວນໜຶ່ງ. ນອກນັ້ນ, ທ່ານຍັງໄດ້ມີຄໍາເຫັນ ກ່ຽວກັບການຮ່ວມມືລະຫວ່າງສປປ ລາວ ກັບ ສປ ຈີນ ໃນໄລຍະຜ່ານ ມາທີ່ໄດ້ມີການພົວພັນກັນນັບມື້ນັບ ເລິກເຊິ່ງຕາມທິດ 4 ດີ (ເພື່ອນທີ່ດີ, ສະຫາຍທີ່ດີ, ບ້ານໃກ້ເຮືອນຄຽງທີ່ ດີ ແລະ ຄູ່ຮ່ວມມືທີ່ດີ) ແລະ ສປປ ລາວ ຍາມໃດກໍສະໜັບສະໜູນນະໂຍ ບາຍຈີນດຽວ, ສະໜັບສະໜູນ ແລະ ຕັ້ງໜ້າເຂົ້າຮ່ວມຂໍ້ລິເລີ່ມຂອງສະ ຫາຍສີຈິ້ນຜິງປະທານປະເທດແຫ່ງ ສປ ຈີນ ກ່ຽວກັບໜຶ່ງແລວທາງ ໜຶ່ງເສັ້ນທາງ, ການພັດທະນາໂລກ, ຄວາມໝັ້ນຄົງໂລກແລະອະລິຍະທໍາ ໂລກ; ພິເສດແມ່ນໄດ້ມີການຈັດຕັ້ງ ຜັນຂະຫຍາຍແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວຈີນ ເຊິ່ງສອງປະເທດໄດ້ມີການຮ່ວມ ມືທາງດ້ານການພັດທະນາຊັບພະ ຍາກອນມະນຸດ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງ ທ່ຽວແລະອື່ນໆ.ໃນນັ້ນ,ລັດຖະບານ ຂອງສອງປະເທດ ໄດ້ເອົາໃຈໃສ່ຈັດ ຕັ້ງປະຕິບັດໂຄງການເສັ້ນທາງລົດ ໄຟ ລາວ-ຈີນ, ໂຄງການເສັ້ນທາງ ດ່ວນວຽງຈັນ-ວັງວຽງ, ເຂດພັດທະ ນາກວມລວມໄຊເສດຖາ,ໂຄງການ ປັບປຸງໂຮງໝໍມະໂຫສົດ, ໂຄງການ ຊ່ວຍເຫລືອແກ້ໄຂຄວາມທຸກຍາກ ຢູ່ທ້ອງຖິ່ນຂອງ ສປປ ລາວ ເຊິ່ງ ພວມນໍາເອົາຜົນສໍາເລັດ ແລະ ຜົນ ປະໂຫຍດມາສູ່ປະຊາຊົນລາວ ໂດຍ ສະເພາະເປັນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ. ສໍາລັບ ການພົວພັນຢູ່ຂັ້ນທ້ອງຖິ່ນໃນໄລຍະ ຜ່ານມາ ກໍນັບມື້ນັບເລິກເຊິ່ງຫລາຍ ແຂວງໄດ້ມີການແຮກສ່ຽວກັບ ແຂວງຂອງ ສປຈີນ.ສະເພາະແຂວງ ອານຮຸຍ ກໍໄດ້ມີການເຊັນບົດບັນ ທຶກການພົວພັນຮ່ວມມືກັບແຂວງ ອັດຕະປື ແລະ ຜ່ານມາກໍໄດ້ມີບໍລິສັດ ຈາກແຂວງອານຮຸຍ ຈໍານວນໜຶ່ງ ເຂົ້າໄປລົງທຶນ ຢູ່ ສປປ ລາວ ຈຶ່ງໄດ້ ສະເໜີໃຫ້ມີການຮ່ວມມືກັບແຂວງ ອື່ນໆຂອງ ສປປ ລາວ ເພີ່ມຕື່ມ ເພື່ອ ໃຫ້ບັນດາບໍລິສັດຂອງ ສປ ຈີນ ທີ່ມີ ຄວາມສາມາດ ແລະ ມີຄວາມສົນ ໃຈເຂົ້າມາລົງທຶນຢູ່ ສປປ ລາວ ຫລາຍຂຶ້ນ. ນອກຈາກເຂົ້າຮ່ວມກອງປະຊຸມ ແລະກ່າວປາໄສແລ້ວ, ຄະນະຜູ້ແທນ ສະພາແຫ່ງຊາວລາວ ຍັງໄດ້ພົບປະ ໂອ້ລົມກັບກົງສຸນໃຫຍ່ປະຈຳກວາງ ໂຈແລະໄປຢ້ຽມຢາມ,ພົບປະໂອ້ລົມ ພະນັກງານສະຖານກົງສຸນໃຫຍ່ປະ ຈຳນະຄອນຊຽງໄຮ, ຢ້ຽມຊົມຫໍພິພິ ທະພັນປະຫວັດສາດແລະ ພິພິທະພັນ ຊາ ເຊັຍຫລົງຕ້າ ຂອງເມືອງຫວາງ ຊານ ແລະ ສະຖານທີ່ທ່ອງທ່ຽວທີ່ ມີຊື່ສຽງຈຳນວນໜຶ່ງຂອງແຂວງ ອານຮຸຍ ອີກດ້ວຍ. ຂ່າວ-ພາບ: ສະພາແຫ່ງຊາດ ຊາດ ລາວ-ຫວຽດນາມ. ໃຫ້ກຽດ ເຂົ້າຮ່ວມພິທີປະດັບຫລຽນດັ່ງກ່າວ, ມີບັນດາຫົວໜ້າກົມ, ຮອງກົມອ້ອມ ຂ້າງກະຊວງຖວທ, ຫົວໜ້າອົງການ ສື່ຫລັກຂອງລາວ, ຜູ້ຕາງໜ້າອົງ ການສື່ມວນຊົນ ຫວຽດນາມ ປະ ຈຳລາວ ແລະ ຜູ້ຕາງໜ້າຈາກກະ ຊວງທີ່ກ່ຽວຂ້ອງ, ຈາກສະຖານທູດ ຫວຽດນາມປະຈຳລາວ ເຂົ້າຮ່ວມ. ໂອກາດນີ້,ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສຳນັກຂ່າວ ສານປະເທດລາວ ໄດ້ຍົກໃຫ້ເຫັນຜົນ ງານການເຄື່ອນໄຫວວຽກງານສື່ ມວນຊົນ ຢູ່ ສປປ ລາວ ຂອງທ່ານ ຟ້າມ ວັນ ກຽນ ໃນແຕ່ລະສະໄໝນັບ ແຕ່ສະໄໝທີ 1 ເລີ່ມແຕ່ເດືອນມັງ ກອນ ປີ 2008 ຫາ ເດືອນມັງກອນ 2011, ສະໄໝທີ 2 ເລີ່ມແຕ່ເດືອນ ທັນວາ 2014 ຫາ ເດືອນກັນຍາ 2019 ແລະ ສະໄໝທີ 3 ເລີ່ມແຕ່ ເດືອນສິງຫາ 2019 ເຖິງປັດຈຸບັນ ເຊິ່ງເປັນເວລາກວ່າ 14ປີທີ່ປະຕິບັດ ໜ້າທີ່ຢູ່ ສປປ ລາວ ທ່ານ ຟ້າມ ວັນ ກຽນ ໄດ້ຊຸກຍູ້ສົ່ງເສີມ, ໂຄສະນາ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການພົວພັນຮ່ວມ ມືຊ່ວຍເຫລືອເຊິ່ງກັນ ແລະ ກັນ, ການຄ້າ-ການລົງທຶນ ຂອງ ຫວຽດ ນາມ ຢູ່ ສປປ ລາວ ເຊິ່ງສາມາດ ຜະລິດຂ່າວ ແລະ ບົດ ໄດ້ຫລາຍພັນ ຂ່າວ, ຫລາຍພັນບົດ, ລວມເຖິງສາ ລະຄະດີ, ຮູບພາບ. ໃນນັ້ນ, ຫລາຍ ພັນຂ່າວ, ຫລາຍພັນຮູບພາບກ່ຽວ ກັບສະພາບເສດຖະກິດ, ການເມືອງ, ວັດທະນະທຳ-ສັງຄົມ ຂອງລາວ ແລະ ການຮ່ວມມືຂອງລາວກັບບັນ ດາປະເທດອື່ນໆ ໄດ້ສົ່ງໄປອອກ ຂ່າວ ຢູ່ ສສ ຫວຽດນາມ ເຊິ່ງສ່ອງ ແສງໃຫ້ເຫັນແຈ້ງ ແລະ ມີຊີວິດຊີ ວາກ່ຽວກັບສາຍພົວພັນພິເສດລະ ຫວ່າງສອງຊາດລາວ-ຫວຽດນາມ. ນອກນີ້ຍັງມີຫລາຍພັນຂ່າວ, ບົດ, ຮູບພາບ ແລະ ສາລະຄະດີໂທລະ ພາບກ່ຽວກັບຄວາມສາມາດບົ່ມ ຊ້ອນ ໃນການພັດທະນາເສດຖະກິດ ຂອງລາວ ຢູ່ໃນທຸກຂົງເຂດ ໂດຍ ສະເພາະຂົງເຂດການທ່ອງທ່ຽວ ແລະ ກະສິກຳ ເປັນຕົ້ນ ກ່ຽວກັບສະ ຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ບັນດາ ຕົວແບບການພັດທະນາການທ່ອງ ທ່ຽວ ທີ່ດີຕິດພັນກັບການພັດທະນາ ແບບຍືນຍົງຂອງລາວ ຫລື ກ່ຽວກັບ ຮູບແບບການສ້າງເສດຖະກິດແບບ ມີຫົວຄິດປະດິດສ້າງ ແລະ ມີປະສິດ ທິຜົນຂອງລາວເຮົາ ກໍໄດ້ສົ່ງໄປ ອອກຂ່າວ ຢູ່ ສສ ຫວຽດນາມ ເຊັ່ນ ດຽວກັນ. ທ່ານ ຟ້າມ ວັນ ກຽນ ໄດ້ປະຕິ ບັດໜ້າທີ່ເປັນຂົວຕໍ່ໃຫ້ແກ່ການພົວ ພັນລະຫວ່າງສອງສຳນັກຂ່າວສານ ຂອງສອງປະເທດໄດ້ຊ່ວຍບັນດາຄະ ນະຜູ້ແທນ ສຳນັກຂ່າວສານຫວຽດ ນາມ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ ແລະ ບັນດາຄະນະຜູ້ແທນ ສຳນັກຂ່າວສານປະເທດລາວ ໄປ ຢ້ຽມຢາມ, ເຮັດວຽກ ແລະ ຮ່ຳຮຽນ ຢູ່ຫວຽດນາມ, ທັງໄດ້ຊ່ວຍຄະນະ ເຕັກນິກຂອງສຳນັກຂ່າວສານ ຫວຽດນາມ ມາຕິດຕັ້ງເຄື່ອງອຸປະ ກອນ, ສ້າງເວັບໄຊ ຊ່ວຍເຫລືອສຳ ນັກຂ່າວສານປະເທດລາວ, ຊ່ວຍ ເຫລືອດ້ານອິນເຕີເນັດ, ຝຶກອົບຮົມ ການຂຽນຂ່າວ, ຂຽນບົດ ແລະ ຖ່າຍ ພາບນິ້ງ, ວິດີໂອ ແລະ ການຕັດຕໍ່ ຢູ່ຫວຽດນາມ ໃຫ້ແກ່ສຳນັກຂ່າວ ສານປະເທດລາວ ຫລາຍຄັ້ງ. ທ່ານ ຄຳເຜີຍ ພິລາພາ ຍັງໃຫ້ ຮູ້ຕື່ມວ່າ: ຄຽງຄູ່ກັບການເຮັດວຽກ ງານເປັນຂົວຕໍ່ການພົວພັນລະ ຫວ່າງ ສຳນັກຂ່າວສານປະເທດ ລາວ ແລະ ສໍານັກຂ່າວສານຫວຽດ ນາມ ແລ້ວ ທ່ານ ຟ້າມ ວັນ ກຽນ ຍັງມີການພົວພັນທີ່ດີກັບບັນດາອົງ ການສື່ມວນຊົນຂອງລາວ ແລະ ໄດ້ ປະກອບສ່ວນຊ່ວຍເຫລືອສື່ມວນ ຊົນລາວ ພັດທະນາແບບຍືນຍົງ, ມີ ການພົວພັນທີ່ດີກັບບັນດາກະຊວງ, ຂະແໜງການອື່ນໆ ແລະ ທ້ອງຖິ່ນ ຢູ່ລາວ ໂດຍສະເພາະໄດ້ສ້າງຜົນ ງານປະກອບສ່ວນໃຫ້ແກ່ການພົວ ພັນ ລະຫວ່າງ ສຳນັກຂ່າວສານປະ ເທດລາວ ແລະ ສຳນັກຂ່າວສານ ຫວຽດນາມ ແລະ ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດ ນາມ ໃຫ້ໄດ້ຮັບການພັດທະນາຂຶ້ນ ໄປເລື້ອຍໆ. ພ້ອມນີ້, ທ່ານ ຟ້າມ ວັນ ກຽນ ຍັງໄດ້ສຸມໃສ່ປະຕິບັດໜ້າທີ່ໂຄສະ ນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບ ເຫດການສຳຄັນຕ່າງໆຢູ່ ສປປ ລາວ ເຊັ່ນ: ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ, ການເລືອກຕັ້ງສະພາແຫ່ງ ຊາດຊຸດທີ IX ຂອງລາວ, ບັນດາ ການຢ້ຽມຢາມຂອງຄະນະຜູ້ແທນ ຂັ້ນສູງສອງປະເທດ, ການມອບຮັບ ອາຄານຫລັງໃໝ່ຫໍສະພາແຫ່ງ ຊາດ, ຂອງຂວັນທີ່ພັກ, ລັດ ຫວຽດ ນາມ ມອບໃຫ້ພັກ, ລັດລາວ. ພິເສດ ໃນປີສາມັກຄີມິດຕະພາບ ລາວຫວຽດນາມ 2022, ສຳນັກຂ່າວ ສານຫວຽດນາມ ໄດ້ພະຍາຍາມສຸດ ຄວາມສາມາດ, ປະຕິບັດການອອກ ຂ່າວ, ບົດກ່ຽວກັບການສະເຫລີມ ສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫລາກຫລາຍສີ ສັນຍົກໃຫ້ເຫັນສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງປະເທດ ລາວຫວຽດນາມ ອ້າຍນ້ອງ.

RkJQdWJsaXNoZXIy MTc3MTYxMQ==