xtgmf]k; 3 24/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົ່ງ ຂໍ້ມູນຈາກ: ທລຍ ltrkxt-k-q oc0;'v5 fq ,w- gvq k.9.lj gzu pczj dq f\kp m]p lh k'xt3spf 8+ xt-k-q ov5 fq ,w- d;j k 2,6 clo7q o 5 ;Pd'ko95 fl5 , fh ko;a fmtotme{la '7q , ໂດຍ: ມາລີດາ * ນັບແຕ່ໂຄງການກອງທຶນ ຫລຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ເຂົ້າເຄື່ອນໄຫວແຕ່ປີ 2012 ເຖິງປັດຈຸບັນຢູ່ແຂວງອຸດົມໄຊ ໄດ້ ເຮັດໃຫ້ປະຊາຊົນຢູ່ໃນ 7 ເມືອງຄື: ເມືອງໄຊ, ຫລາ, ນາໝໍ້, ແບງ, ປາກ ແບງ, ຮຸນ ແລະ ເມືອງງາ. ໃນນີ້, ກວມເອົາພື້ນທີ່ບ້ານເປົ້າໝາຍ 320 ກວ່າບ້ານ ເທົ່າກັບ 68%ຂອງບ້ານ ທັງໝົດທົ່ວແຂວງ, ມີກວ່າ48.500 ຄອບຄົວເຂົ້າຮ່ວມກິດຈະກໍາ ໂຄງ ການ ແລະ ມີຜູ້ໄດ້ຮັບຜົນປະໂຫຍດ ຫລາຍກວ່າ 2,6 ແສນຄົນ ຫລື ກວ່າ 49% ຂອງພົນລະເມືອງ ຢູ່ ໃນແຂວງ. ເມື່ອມໍ່ໆມານີ້, ທີ່ຫ້ອງປະຊຸມພະ ແນກກະສິກຳ ແລະ ປ່າໄມ້ ແຂວງ ອຸດົມໄຊ ໄດ້ມີກອງປະຊຸມສະ ຫລຸບ ລາຍງານ ແລະ ປິດໂຄງການກອງ ທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ໂດຍການເປັນປະທານ ຂອງ ທ່ານ ອ່ອນແກ້ວ ອຸ່ນລາລົມ ຮອງເຈົ້າແຂວງອຸດົມໄຊ, ກໍາມະ ການສະພາບໍລິຫານ ກອງທຶນຫລຸດ ຜ່ອນຄວາມທຸກຍາກ ມີ ທ່ານ ພັດ ນະຄອນ ຄັນທະມີໄຊ ຜູ້ອໍານວຍ ການກອງທຶນຫລຸດຜ່ອນຄວາມທຸກ ຍາກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ພັດນະຄອນ ຄັນທະມີໄຊ ກ່າວວ່າ: ໂຄງການ ກອງທຶນຫລຸດ ຜ່ອນຄວາມທຸກຍາກ ແມ່ນຫົວ ໜ່ວຍການຈັດຕັ້ງຂັ້ນສອງຂອງ ກະຊວງກະສິກໍາ ແລະ ປ່າໄມ້ ມີພາ ລະບົດບາດໃນການລະດົມທຶນ ແລະ ຈັດຕັ້ງປະຕິບັດໂຄງການຂອງ ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ ຮັບທຶນກູ້ຢືມ, ທຶນຊ່ວຍເຫລືອລ້າ ຈາກຄູ່ຮ່ວມພັດທະນາແລະອົງການ ຈັດຕັ້ງການເງິນສາກົນ ແລະ ທຶນ ສົມທົບຂອງລັດຖະບານເຂົ້າມາ ຈັດ ຕັ້ງປະຕິບັດວຽກງານພັດທະນາຊົນ ນະບົດ ແກ້ໄຂຄວາມທຸກຍາກຢູ່ ເຂດຊົນນະບົດຫ່າງໄກສອກຫລີກ, ເຊິ່ງກອງທຶນນີ້ ໄດ້ສ້າງຕັ້ງຂຶ້ນໃນປີ 2003 ເພື່ອຈັດຕັ້ງປະຕິບັດວຽກ ງານໂຄງການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ໃນຈຸດສຸມ ແກ້ໄຂຄວາມທຸກຍາກຂອງລັດຖະ ບານ, ຂອງແຂວງ ແລະ ເມືອງ. ສະ ເພາະຢູ່ແຂວງອຸດົມໄຊ ໄດ້ເຄື່ອນ ໄຫວ ໃນປີ 2012 ເຖິງປັດຈຸບັນ ເຊິ່ງໄດ້ເຄື່ອນໄຫວຢູ່ໃນ 7 ເມືອງ. ໃນນັ້ນ, ກວມເອົາພື້ນທີ່ບ້ານເປົ້າ ໝາຍຫລາຍກວ່າ 320 ບ້ານ ເທົ່າ ກັບ 68% ຂອງບ້ານທັງໝົດທົ່ວ ແຂວງ, ມີ 48.500 ກວ່າຄອບຄົວ ເຂົ້າຮ່ວມກິດຈະກໍາໂຄງການ ແລະ ມີຜູ້ໄດ້ຮັບຜົນປະໂຫຍດຫລາຍກວ່າ 2,6 ແສນຄົນ ຫລື ກວ່າ 49%ຂອງ ພົນລະເມືອງຢູ່ໃນແຂວງອຸດົມໄຊ. ຢ່າງໃດກໍດີໄລຍະແຕ່ປີ 2012 ຮອດປີ 2019 ທາງໂຄງການໄດ້ ສຸມໃສ່ພັດທະນາພື້ນຖານໂຄງລ່າງ ອັນຈໍາເປັນໃນເຂດຊົນນະບົດ ເພື່ອ ໃຫ້ເຂົາເຈົ້າໄດ້ເຂົ້າເຖິງການບໍລິ ການສາທາລະນະດ້ານຕ່າງໆ ເຊິ່ງ ໄດ້ສຸມໃສ່ວຽກງານໃນ 4 ຂະແໜງ ການເຊັ່ນ: ໃນຂະແໜງການໂຍທາ ທິການ ແລະ ຂົນສົ່ງມີ: ການສ້າງ ແລະ ສ້ອມແປງທາງຊົນນະບົດ ຈາກເມືອງສູ່ບ້ານ,ບ້ານສູ່ບ້ານແລະ ບ້ານເຂົ້າສູ່ເຂດການຜະລິດ ມີ 82 ໂຄງການກວມເອົາງົບປະມານເຖິງ 23,29%; ຂະແໜງການສຶກສາ ພັດທະນາພື້ນຖານໂຄງລ່າງສ້າງ ແລະ ປັບປຸງໂຮງຮຽນປະຖົມ, ໂຮງ ຮຽນອະນຸບານ, ຫໍພັກຄູ-ອາຈານ, ຫ້ອງນໍ້າຂອງໂຮງຮຽນ ຈໍານວນ 179 ໂຄງການກວມເອົາ47,47% ຂອງງົບປະມານທັງໝົດ; ຂະແໜງ ສາທາລະນະສຸກໄດ້ສ້າງແລະສ້ອມ ແປງສຸກສາລາ, ນໍ້າລິນ, ສະໜອງ ອຸປະກອນການ ແພດຈຳນວນໜຶ່ງ ລວມມີ 138 ລາຍການ ເທົ່າກັບ 25,04% ຂອງງົບປະມານ; ຂະ ແໜງກະສິກໍາ ແລະ ປ່າໄມ້ ມີ 24 ໂຄງການ ເທົ່າກັບ 4,17% ຂອງ ງົບປະມານທັງໝົດ ແລະ ຂະແໜງ ການພະລັງງານມີ1 ໂຄງການ ເທົ່າ ກັບ 0,03% ຂອງງົບປະມານທັງ ໝົດ ຈໍານວນ 87 ຕື້ກວ່າກີບ ທີ່ທາງ ໂຄງການ ໄດ້ໃຫ້ທຶນສະໜັບສະໜູນ (2012-2019) ແລະ ມີທຶນສົມ ທົບຂອງປະຊາຊົນ 9 ຕື້ກີບ. ຂະນະທີ່ປີ 2020-2024 ແມ່ນ ໄລຍະການເຂົ້າຮ່ວມວຽກງານແຜນ ງານໜຶ່ງດຽວ ທີ່ມີຫລາຍຂະ ແໜງ ການເຂົ້າຮ່ວມ, ໂຄງການໄດ້ສຸມໃສ່ ວຽກງານການປັບປຸງຊີວິດການ ເປັນຢູ່, ປັບປຸງກໍາລັງການຜະລິດ ສ້າງຕັ້ງກຸ່ມຊ່ວຍເຫລືອເຊິ່ງກັນ ແລະ ກັນ, ສ້າງຕັ້ງກຸ່ມຜະລິດຕິດພັນ ກັບການສ້າງກອງທຶນ ແລະ ການ ເຂົ້າເຖິງແຫລ່ງສິນເຊື່ອທະນາຄານ ຂອງລັດ, ທະນາຄານທຸລະກິດ, ການເງິນຈຸລະພາກ, ການສົ່ງເສີມ ດ້ານໂພຊະນາການ ເພື່ອແກ້ໄຂການ ຂາດສານອາຫານຂອງແມ່ຍິງ ແລະ ເດັກນ້ອຍ. ແນວໃດກໍຕາມໂຄງການ ໄລຍະນີ້ ແມ່ນໄດ້ເຂົ້າເຖິງການພັດ ທະນາ ແລະ ແກ້ໄຂຄວາມທຸກຍາກ ເຖິງລະດັບຄອບຄົວ ເພື່ອປັບປຸງຊີວິດ ການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ. * ທ່ານ ຄຳດີ ວົງລ້ອມ ປະທານ ສະພາປະຊາຊົນແຂວງອຸດົມໄຊ ໃຫ້ ສໍາພາດໃນໂອກາດເຂົ້າຮ່ວມກອງ ປະຊຸມສະໄໝສາມັນເທື່ອທີ 7 ຂອງ ສະພາແຫ່ງຊາດຊຸດທີ IX ວ່າ: ການ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຂ້າ ພະເຈົ້າຮູ້ສຶກເປັນກຽດຢ່າງສູງໄດ້ ຕາງໜ້າໃຫ້ຄະນະສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໃນການນໍາສະເໜີ ວຽກງານໃນ 1 ປີຜ່ານມາ ໃຫ້ສັງ ຄົມໄດ້ຮັບຮູ້ ວ່ານັບແຕ່ກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງ ຊາດຊຸດທີ IX ຈົນມາຮອດປັດຈຸບັນ ສສຊ ແລະ ສສຂ ໄດ້ປະຕິບັດພາ ລະບົດບາດການເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດຂອງປະຊາ ຊົນບັນດາເຜົ່າຢູ່ແຂວງອຸດົມໄຊ ໃນ ການການເຜີຍແຜ່ ແລະ ຈັດຕັ້ງປະ ຕິບັດລັດຖະທໍາມະນູນ, ມະຕິກອງ ປະຊຸມສະພາແຫ່ງຊາດ, ສະພາປະ ຊາຊົນແຂວງ ແລະ ບັນດານິຕິກຳ ໃຕ້ກົດໝາຍດ້ວຍຄວາມເອົາໃຈໃສ່ ເຊິ່ງໄດ້ປະສານສົມທົບກັບອົງການ * ໃນໄລຍະ 6 ເດືອນທ້າຍປີ 2024 ລັດຖະບານໄດ້ວາງແຜນ ຈັດຕັ້ງປະຕິບັດຫລາຍວຽກໃຫ້ບັນ ລຸຕາມເປົ້າໝາຍ ຊຶ່ງໂອກາດລາຍ ງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ໃຫ້ຮູ້ກ່ຽວກັບວຽກ ຈຸດສຸມດ້ານວັດທະນະທໍາ- ສັງຄົມ ຂອງລັດຖະບານຊຶ່ງລວມມີ5ວຽກ ສໍາຄັນ. ບັນດາ 5 ວຽກຈຸດສຸມຂົງເຂດ ວັດທະນະທຳສັງຄົມນັ້ນລວມມີ: ຊຸກຍູ້ວຽກງານສົ່ງເສີມການທ່ອງ ທ່ຽວ ໃນປີທ່ອງທ່ຽວລາວ ຕິດພັນ ກັບການເປັນປະທານກອງປະຊຸມ ອາຊຽນ ດ້ວຍການສຸມໃສ່ປັບປຸງ ພື້ນຖານໂຄງລ່າງ ໂດຍສະເພາະ ເສັ້ນທາງ, ສະຖານທີ່ທ່ອງທ່ຽວ ແລະ ສະຖານທີ່ບໍລິການນັກທ່ອງ ທ່ຽວ ໂດຍສົມທົບແໜ້ນກັບຜູ້ປະ ກອບການກໍ່ຄືທຸກພາກສ່ວນ ໃນສັງ ຄົມ ເພື່ອສ້າງສະພາບແວດລ້ອມ ທີ່ດີ, ບໍລິການນັກທ່ອງທ່ຽວໃຫ້ມີ ຄວາມປະທັບໃຈ ແລະ ອຶ່ນໆ. ສຸມ ໃສ່ປັບປຸງຄຸນນະພາບການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ; ສືບຕໍ່ສຸມໃສ່ປະຕິບັດ ນະໂຍບາຍ ແລະ ມາດຕະການ ໃນການແກ້ໄຂ ບັນຫາການຂາດແຄນຄູ, ການປະ ຕິບັດນະໂຍບາຍອຸດໜູນ ຄູອາສາ ສະໝັກ ແລະ ການປະລະການຮຽນ ຕາມມະຕິເລກທີ 09/ລບ ໃຫ້ເປັນ ຮູບປະທໍາຫລາຍຂຶ້ນ. ຮີບຮ້ອນຄົ້ນ ຄວ້າປັບປຸງກອງທຶນປະກັນສຸຂະ ພາບຕາມທິດກຸ້ມຕົນເອງເທື່ອລະ ກ້າວພ້ອມກັນນັ້ນ, ກໍ່ຈະໄດ້ສືບຕໍ່ແກ້ ໄຂບັນຫາໜີ້ສິນກອງທຶນປະກັນສຸ ຂະພາບ ເພື່ອບໍ່ໃຫ້ເກີດສະພາບການ ຂາດແຄນຢາປິ່ນປົວພະຍາດຢູ່ບາງ ແຂວງ ຍ້ອນຂາດສະພາບຄ່ອງທາງ ດ້ານການເງິນ ຄືຜ່ານມາ. ຄົ້ນຄວ້າ ນະໂຍບາຍ ແລະ ມາດຕະການ ໃນ ການແກ້ໄຂບັນຫາຂາດແຄນແຮງ ງານພາຍໃນປະເທດ ແລະ ການຄຸ້ມ ຄອງແຮງງານລາວທີ່ໄປອອກແຮງ ງານຢູ່ຕ່າງປະເທດ ເປັນຕົ້ນແມ່ນ ແຮງງານທີ່ໄປບໍ່ຖຶກຕ້ອງຕາມກົດ ໝາຍລະບຽບການ ແລະ ປະເມີນ ຄືນການປະຕິບັດນະໂຍບາຍຕ່າງໆ ທີ່ກຳນົດໃນບັນດານິຕິກຳທີ່ໄດ້ ອອກຜ່ານມາ. ຊຸກຍູ້ ແລະ ສົ່ງເສີມ ທຸກພາກສ່ວນໃນສັງຄົມ ປະກອບ ສ່ວນເຂົ້າໃນການພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ; ປັບປຸງການເຂົ້າເຖິງສິນເຊື່ອຂອງ ທະນາຄານທຸລະກິດຂອງລັດ ແລະ ທະນາຄານທຸລະກິດຂອງເອກະຊົນ, ພ້ອມທັງຊຸກຍູ້ການປ່ອຍເງິນກູ້ຈາກ ກອງທຶນພັດທະນາຕ່າງໆ ພາຍໃນ ຊຸມຊົນ ເພື່ອສົ່ງເສີມການຜະລິດ ຂອງປະຊາຊົນ; ສືບຕໍ່ຈັດຕັ້ງປະຕິ ບັດກິດຈະກຳຂອງກອງທຶນຫລຸດ ຜ່ອນຄວາມທຸກຍາກ ແລະ ກິດຈະ ກຳຂອງແຜນງານ ແລະ ໂຄງການ ຈາກທຶນຊ່ວຍເຫລືອທາງການ, ກອງທຶນພັດທະນາຊຸມຊົນຈາກບັນ ດາໂຄງການສໍາປະທານຕ່າງໆ ເພື່ອ ການພັດທະນາຕາມແຜນກຳນົດ ໄວ້. ພ້ອມທັງສືບຕໍ່ຈັດຕັ້ງປະຕິບັ ດບັນດານະໂຍບາຍ ແລະ ນິຕິກຳ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ມີປະສິດ ທິຜົນ. ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ການປົກຄອງແຕ່ລະຂັ້ນເອົາໃຈໃສ່ ໃນການນໍາພາ-ຊີ້ນໍາສຶກສາອົບຮົມ ການເມືອງ-ແນວຄິດໃຫ້ພະນັກ ງານ-ລັດຖະກອນ ແລະ ປະຊາຊົນ ບັນດາເຜົ່າຢ່າງຈິງຈັງ, ອົງການຈັດ ຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາ ຊົນ, ແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າແລະບັນດາອົງການ ທີ່ເຮັດວຽກງານປົກປ້ອງກົດໝາຍ ໄດ້ໂຄສະນາເຜີຍແຜ່ລັດຖະທຳມະ ນູນ ແລະ ກົດໝາຍໃຫ້ສັງຄົມ ຢ່າງ ກວ້າງຂວາງ, ຕໍ່ເນື່ອງສະແດງອອກ ພະນັກງານ, ທະຫານ, ຕໍາຫລວດ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດ ຕະຫລອດຮອດປະຊາຊົນບັນດາ ເຜົ່າ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຫລັກໝັ້ນເຄື່ອນໄຫວປະຕິບັດໜ້າ ທີ່ຂອງຕົນ ເຂົ້າສູ່ລະບຽບກົດໝາຍ ເທື່ອລະກ້າວ. ໃນທຸກໆປີເມື່ອຮອດ ວັນທີ 15 ສິງຫາ ວັນສ້າງຕັ້ງລັດຖະ ທຳມະນູນແຫ່ງຊາດ ກໍ່ໄດ້ຈັດຕັ້ງ ການເຜີຍແຜ່ເຊື່ອມຊຶ່ມໃຫ້ສະມະຊິກ ອົງການປົກຄອງແຂວງ, ສອງກອງ ບັນຊາການປກຊ-ປກສ, ອົງການ ຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະ ຫາຊົນ ຕະຫລອດຮອດອົງການປົກ ຄອງເມືອງ ແລະ ອົງການປົກຄອງ ບ້ານຮັບຮູ້ຢ່າງທົ່ວເຖິງ. ຕິດພັນກັບ ວຽກດັ່ງກ່າວພາຍຫລັງສຳເລັດ ກອງປະຊຸມສະໄໝສາມັນແຕ່ລະຄັ້ງ ສະມະຊິກສະພາແຫ່ງຊາດ, ສະມະ ຊິກສະພາປະຊາຊົນແຂວງຍັງ ໄດ້ ນໍາເອົາກົດໝາຍ, ມະຕິກອງປະຊຸມ ສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ IX ແລະຂອງສະພາປະຊາ ຊົນຂັ້ນ ແຂວງຊຸດທີ II ແລະ ຂໍ້ຕົກ ລົງເຈົ້າແຂວງເຜີຍແຜ່ຢູ່ໃນເຂດ ເລືອກຕັ້ງຂອງຕົນ ເຮັດໃຫ້ປະຊາ ຊົນມີຄວາມຕື່ນຕົວເຂົ້າຮ່ວມທຸກ ຂະບວນການຂອງ ພັກ-ລັດຢ່າງ ຕັ້ງໜ້າ. ນັບແຕ່ກອງປະຊຸມຄັ້ງປະຖົມ ມະລືກຂອງສະພາແຫ່ງຊາດຊຸດທີ IX ຮອດປັດຈຸບັນ ສະພາປະຊາຊົນ ແຂວງໄດ້ເຜີຍແຜ່ລັດຖະທຳມມະ ນູນ, ກົດໝາຍແລະມະຕິຂອງສະພາ ແຫ່ງຊາດ, ສະພາປະຊາຊົນແຂວງ ແລະ ບັນດານິຕິກຳໃຕ້ກົດໝາຍຕິດ ພັນກັບການເຜີຍແຜ່ຜົນສຳ ເລັດ ກອງປະຊຸມໄດ້ທັງໝົດ 235 ຈຸດ, ມີຜູ້ເຂົ້າຮ່ວມ 23.362 ເທື່ອຄົນ, ຍິງ12.323 ເທື່ອຄົນ; ໄດ້ຮັບຄໍາສະ ເໜີຂອງປະຊາຊົນ ທັງໝົດ 848 ຄໍາສະເໜີ, ຂົງເຂດເສດຖະກິດ 327 ຂໍ້, ຂົງເຂດວັດທະນະທຳ-ສັງຄົມ 143 ຂໍ້,ຂົງເຂດຍຸຕິທໍາ,ປກຊ-ປກສ 19 ຂໍ້, ພົວພັນເຖິງຂັ້ນສູນກາງ 20 ຂໍ້, ຂັ້ນແຂວງ 113 ຂໍ້, ຂັ້ນເມືອງ 715 ຂໍ້. ຄຳສະເໜີສ່ວນຫລາຍ ແມ່ນຕິດພັນກັບການກໍ່ສ້າງພື້ນ ຖານໂຄ່ງລ່າງ, ການພັດທະນາຊົນ ນະບົດແກ້ໄຂຄວາມຫຍຸ້ງຍາກ, ໂຄງການຂຸດຄົ້ນແຮ່ທາດແລະອື່ນໆ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ຕໍ່ກັບຄໍາສະເໜີຂອງປະຊາ ຊົນດັ່ງກ່າວນັ້ນສສຊ, ສສຂໄດ້ຕອບ ແລະ ອະທິບາຍຊີ້ແຈງກັບຕາມພາ ລະບົດບາດ, ສິດ ແລະ ໜ້າທີ່ຂອງ ຕົນໃຫ້ແກ່ປະຊາຊົນ.
RkJQdWJsaXNoZXIy MTc3MTYxMQ==