5900

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/06/2024 xtgmf]k; ນາຍົກລັດຖະມົນຕີ... ຮອງປະທານປະເທດພົບປະ... ຜູ້ນຳລາວ ສົ່ງສານ... ຮສສ ຫາລືແຜນແກ້ໄຂ... ຈົດໝາຍຊົມເຊີຍ... ແລກປ່ຽນວັດທະນະທຳ... ສສຊ ປະກອບຄຳເຫັນໃສ່... ຂປລ. ໃນວັນທີ 20 ມິຖຸນາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ ວຽກງານ ຢູ່ແຂວງເຊກອງ ແລະ ສາລະວັນ ໂດຍມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ແລະ ທ່ານດາວວົງພອນແກ້ວ ເຈົ້າແຂວງ ສາລະວັນ ພ້ອມດ້ວຍຄະນະນຳຂອງ ສອງແຂວງ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ໃຫ້ການຕ້ອນຮັບ. ໃນໄລຍະເຄື່ອນໄຫວຢູ່ແຂວງ ເຊກອງ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຕິດຕາມ ກວດກາເບິ່ງສະພາບການພັດທະນາ ໂຄງການຂຸດຄົ້ນຖ່ານຫີນຂອງກຸ່ມ ບໍລິສັດ ພອນສັກ ຈຳກັດ ທີ່ເມືອງກະ ລຶມ ເຫັນວ່າໂຄງການມີເນື້ອທີ່ສຳ ຫລວດ ແລະ ຂຸດຄົ້ນ 700 ກວ່າກິໂລ ຕາແມັດ ເຊິ່ງຄາດວ່າຈະມີຖ່ານຫີນ ປະມານ800ລ້ານໂຕນ ໂດຍມີແຜນ ນໍາໃຊ້ຖ່ານຫີນດັ່ງກ່າວປະມານ 400 ລ້ານໂຕນ ເຂົ້າໃນໂຄງການໄຟ ຟ້າພະລັງງານຄວາມຮ້ອນ 1.800 ເມກາວັດ ທີ່ຈະກໍ່ສ້າງຢູ່ເມືອງກະ ລຶມ ໃນໄລຍະປີ 2025-2030 ແລະ ອີກ 400 ລ້ານໂຕນ ແມ່ນເພື່ອຂາຍຢູ່ ພາຍໃນ ແລະ ຕ່າງປະເທດ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ເນັ້ນໜັກຕໍ່ຜູ້ພັດທະນາ ໂຄງການສືບຕໍ່ເອົາໃຈໃສ່ພັດທະນາ ໂຄງການຂອງຕົນໃຫ້ມີຄວາມຄືບ ໜ້າຕາມແຜນທີ່ກຳນົດໄວ້ໃນແຕ່ ລະໄລຍະ ແລະ ສອດຄ່ອງຕາມກົດ ໝາຍ, ລະບຽບການທີ່ກ່ຽວຂ້ອງ; ເອົາໃຈໃສ່ຕໍ່ບັນຫາຜົນກະທົບທາງ ດ້ານສິ່ງແວດລ້ອມ ແລະ ສັງຄົມ, ປະ ກອບສ່ວນພັດທະນາໂຄງລ່າງພື້ນ ຖານຂອງທ້ອງຖິ່ນໃຫ້ຫລາຍຂຶ້ນ ຕື່ມ ໂດຍສະເພາະເສັ້ນທາງຄົມມະ ນາຄົມ, ການສົ່ງເສີມການຜະລິດ, ການປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນ ແລະ ອື່ນໆ; ໃຫ້ພາກສ່ວນ ກ່ຽວຂ້ອງ ເອົາໃຈໃສ່ຕໍ່ການຄຸ້ມຄອງ ແຮງງານຂອງໂຄງການ ເພື່ອເຮັດ ໃຫ້ການປະຕິບັດພັນທະຕ່າງໆທາງ ດ້ານແຮງງານ ໄດ້ຄົບຖ້ວນຕາມຕົວ ຈິງ ພ້ອມທັງກວດກາຄືນການນຳ ເຂົ້ານໍ້າມັນເຊື້ອໄຟເພື່ອຮັບໃຊ້ເຂົ້າ ໃນໂຄງການ,ລວມທັງຂອດການຊໍາ ລະສະສາງນໍ້າມັນເຊື້ອໄຟ ທີ່ໄດ້ນໍາ ໃຊ້ເຂົ້າໃນໂຄງການດັ່ງກ່າວ. ໃນຕອນບ່າຍວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສືບຕໍ່ໄປ ຢ້ຽມ ແລະ ຕິດຕາມສະພາບການບໍລິ ການເຂົ້າ-ອອກເມືອງຢູ່ດ່ານສາກົນ ລະໄລ ທີ່ເມືອງສະໝ້ວຍ, ແຂວງສາ ລະວັນ ເຫັນວ່າໄລຍະ 6 ເດືອນຕົ້ນ ປີ 2024 ມີຄົນເຂົ້າເມືອງ ທັງໝົດ 36.396 ເທື່ອຄົນ, ຄົນອອກເມືອງ 40.346 ເທື່ອຄົນ; ການເກັບລາຍ ຮັບ ໄດ້ 50,61 ຕື້ກີບ ເທົ່າກັບ 61% ຂອງແຜນການປີ; ສິນຄ້ານໍາເຂົ້າ ສ່ວນໃຫຍ່ແມ່ນນໍ້າມັນເຊື້ອໄຟ, ຝຸ່ນ ວິທະຍາສາດ, ເຄື່ອງອຸປະໂພກ-ບໍລິ ໂພກ ແລະ ອື່ນໆ; ສິນຄ້າສົ່ງອອກ ສ່ວນໃຫຍ່ແມ່ນຖ່ານຫີນ ແລະ ຜະ ລິດຕະພັນກະສິກຳ ເປັນຕົ້ນ ມັນຕົ້ນ, ຢາງພາລາ, ໝາກມ່ວງຫິມະພານ ແລະ ອື່ນໆ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ກໍໄດ້ມີຄຳເຫັນໂອ້ລົມຕໍ່ຄະ ບາງທັດສະນະ ໃນມາດຕາ 29 ກ່ຽວກັບນະໂຍບາຍຕໍ່ສະມາຊິກສະ ພາ ປະຊາຊົນແຂວງສະເໜີໃຫ້ເບິ່ງ ຄືນໃນກໍລະນີ ເມື່ອອອກບໍານານ ແລ້ວ ແຕ່ຍັງມີນະໂຍບາຍໃຫ້ສືບຕໍ່ ເປັນສະມາຊິກ ສສຂ ແມ່ນບໍ່ເຫັນດີ ເນື່ອງຈາກວ່າຄວາມເຊື້ອຖື ຂອງພະ ນັກງານ, ຄວາມເຊື່ອຖືຂອງປະຊາ ຊົນຈະຫລຸດລົງ, ພ້ອມນີ້ຍັງສະເໜີ ໃຫ້ເພີ່ມເນື້ອໃນກ່ຽວກັບບຸກຄະລາ ກອນ ທີ່ຈະເຂົ້າມາເປັນສະມາຊິກສະ ພາປະຊາຊົນແຂວງ, ສະມາຊິກສະ ພາແຫ່ງຊາດ ຕ້ອງຄຳນຶງເຖິງອາຍຸ ຂອງຜູ້ສະໝັກ ເຊິ່ງໄລຍະຜ່ານມາ ເຫັນວ່າຍັງມີ ສສຂ ຈຳນວນໜຶ່ງເຂົ້າ ເປັນສະມາຊິກໄດ້ພຽງ 2-3 ປີກໍເຂົ້າ ບຳນານແລ້ວ. ນອກຈາກນີ້, ສສຊ ປະຈຳເຂດເລືອກຕັ້ງ 15 ແຂວງຈຳ ປາສັກ ໄດ້ປະກອບຄຳຄິດຄຳເຫັນ ຕໍ່ມາດຕາ 12 ເຊິ່ງສະເໜີ ໃຫ້ເພີ່ມ ເນື້ອກ່ຽວກັບບຸກຄະລາກອນທີ່ສະ ພາປະຊາຊົນແຂວງເລືອກຕັ້ງ ແລະ ຮັບຮອງໃຫ້ມີການປະເມີນຄວາມ ໄວ້ວາງໃຈເປັນປົກກະຕິ,ທັງນີ້ກໍເພື່ອ ໃຫ້ສອດຄ່ອງກັບ ມາດຕາ 37 ຂອງກົດໝາຍວ່າດ້ວຍລັດຖະກອນ ກໍຄື ສອດຄ່ອງກັບນິຕິກຳອື່ນໆ ໃນ ການປະເມີນບຸກຄະລາກອນ ໃນແຕ່ ລະປີ. ການປະກອບຄຳຄິດຄຳເຫັນ ຂອງບັນດາ ສສຊ ໃນຄັ້ງນີ້, ຄະນະ ຮັບຜິດຜິດຊອບ 2 ສ້າງຮ່າງກົດ ໝາຍດັ່ງກ່າວ, ຈະນຳເອົາເນື້ອໃນໃຈ ຄວາມໄປປັບປຸງ ເພື່ອເຮັດໃຫ້ຮ່າງ ກົດໝາຍມີຄວາມຄົບຖ້ວນ, ສົມບູນ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດ ທິຜົນ. ຂ່າວ: ກິດຕາ, ພາບ: ເກດສະໜາ ນະຄຸ້ມຄອງດ່ານດັ່ງກ່າວ ແລະ ຊີ້ນຳ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນສຳຫລວດວັດແທກຂອບ ເຂດທີ່ດິນຂອງດ່ານ ເພື່ອອອກໃບ ຕາດິນຕາມລະບຽບການ; ສົມທົບ ກັບຂະແໜງໂຍທາທິການ ແລະ ຂົນ ສົ່ງໃນການສຳຫລວດອອກແບບ ໂຄງລ່າງພື້ນຖານຂອງດ່ານຕາມ ມາດຖານເຕັກນິກທີ່ກນົດໄວ້, ທັງນີ້ ກໍເພື່ອເປັນພື້ນຖານ ໃຫ້ແກ່ການພັດ ທະນາໂຄງລ່າງພື້ນຖານຂອງດ່ານ ໃຫ້ມີຄວາມວ່ອງໄວ, ທັນສະໄໝ, ໄດ້ ມາດຕະຖານ ແລະ ຮັບປະກັນຄວາມ ຍືນຍົງ. ໂອກາດດຽວກັນ, ທ່ານນາຍົກ ລັດຖະມົນຕີ ພ້ອມດ້ວຍຄະນະຍັງ ໄດ້ໄປຢ້ຽມຢາມຟາມລ້ຽງໄກ່ປັນຍາ ຄູນທີ່ບ້ານໂນນໜອງຫວ້າ, ເມືອງ ລະມາມ ແຂວງເຊກອງ ຂອງບໍລິສັດ ການຄ້າຂາອອກ-ຂາເຂົ້າ ເມືອງລະ ມາມ ຈຳກັດຜູ້ດຽວ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ສປປ ລາວ ແລະ ສປປ ເກົາຫລີ ໄດ້ມີສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ງາມມາແຕ່ດົນນານ ໂດຍແມ່ນປະ ທານ ໄກສອນ ພົມວິຫານ ແລະ ປະ ທານ ກິມ ອິນ ຊູງ ເປັນຜູ້ລິເລີ່ມ ແລະ ໄດ້ຮັບການປົກປັກຮັກສາ ແລະເພີ່ມ ພູນຄູນສ້າງ ໂດຍການນໍາຂອງສອງ ພັກ, ສອງລັດ ເເລະ ປະຊາຊົນ ຂອງ ສອງຊາດພວກເຮົາ ໃນຕະຫລອດໄລ ຍະຜ່ານມາ ເພື່ອນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງ ຊາດກໍຄື ເພື່ອສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມື ເພື່ອການພັດ ທະນາຢູ່ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກ ແໜ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາ ອັນເດັດດ່ຽວ, ເຂັ້ມແຂງຂອງພັກ ແຮງງານເກົາຫລີ ອັນມີສະຫາຍ ເປັນຜູ້ນໍາ, ສປປ ເກົາຫລີຈະສືບຕໍ່ໄດ້ ຮັບການພັດທະນາ ແລະ ຈະເລີນ ກ້າວໜ້າຢ່າງບໍ່ຢຸດຢັ້ງສູ່ຈຸດໝາຍ ສັງຄົມນິຍົມທີ່ຮັ່ງມີ ແລະ ເຂັ້ມແຂງ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະ ເສີດມາຍັງສະຫາຍ ຈົ່ງມີພະລານາ ໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃຫຍ່ຫລວງ ໃນພາລະກິດອັນມີກຽດສູງສົ່ງຂອງ ສະຫາຍ. ໃນໂອກາດດຽວກັນ, ສະ ຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງຈົດໝາຍຊົມເຊີຍເຖິງ ສະຫາຍ ກິມ ດົກ ຮູນ ນາຍົກລັດຖະ ມົນຕີ ແຫ່ງສາທາລະນະລັດປະຊາ ຊົນ ປະຊາທິປະໄຕ ເກົາຫລີ ແລະ ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍ ຊົມເຊີຍເຖິງ ສະຫາຍ ນາງ ແຊ ເຊີນ ຮີ ລັດຖະມົນຕີກະຊວງການຕ່າງປະ ເທດແຫ່ງສາທາລະນະລັດປະຊາຊົນ ປະຊາທິປະໄຕ ເກົາຫລີ ເນື່ອງໃນ ໂອກາດວັນສ້າງຕັ້ງສາຍພົວພັນ ການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນປະຊາ ທິປະໄຕ ເກົາຫລີ ຄົບຮອບ 50 ປີ ເຊັ່ນດຽວກັນ. ທານປະເທດ ໄດ້ພົບປະໂອ້ລົມພະ ນັກງານຫລັກແຫລ່ງແຂວງຫລວງ ພະບາງ ໂດຍໄດ້ເນັ້ນໃຫ້ອົງການປົກ ຄອງແຂວງ ສືບຕໍ່ໃນການເຮັດວຽກ ງານການເມືອງແນວຄິດ ເພື່ອເຮັດ ໃຫ້ພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າມີຄວາມເຊື່ອ ໝັ້ນຕໍ່ການນຳພາຂອງພັກ-ລັດ ໂດຍສະເພາະໃນໄລຍະທີ່ພາກພື້ນສາກົນ ລວມທັງພາຍໃນປະເທດມີ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫລາຍດ້ານ, ທັງປຸກລະດົມໃຫ້ທຸກ ພາກສ່ວນພ້ອມກັນປະກອບສ່ວນ ການພັດທະນາເສດຖະກິດຕາມທ່າ ແຮງ ເພື່ອເຮັດໃຫ້ແຕ່ລະທ້ອງຖິ່ນ ໄດ້ຮັບການພັດທະນາດີຂຶ້ນ ໂດຍ ສະເພາະແມ່ນການສືບຕໍ່ປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ແລະ ວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ຕິດພັນກັບວຽກງານ 3 ສ້າງ, ລວມທັງການປະຕິບັດຂໍ້ແຂ່ງ ຂັນຮັກຊາດ ແລະ ພັດທະນາໃຫ້ແຂງ ແຮງກວ່າເກົ່າ. ໂອກາດນີ້ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງ ພັກ, ເຈົ້າແຂວງຫລວງພະບາງ ໄດ້ ລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ, ຕິດພັນກັບການຈັດຕັ້ງປະຕິບັດວຽກ ງານກະກຽມ ແລະ ດຳເນີນກອງປະ ຊຸມໃຫຍ່ 3 ຂັ້ນ, ເຖິງວ່າສະພາບສາ ກົນ, ພາກພື້ນຍັງສືບຕໍ່ຜັນແປໄປ ຢ່າງສັບສົນ ເຊິ່ງໄດ້ສົ່ງຜົນກະທົບ ຕໍ່ປະເທດເຮົາ ກໍຄື ແຂວງຫລວງພະ ບາງ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກ, ຄວາມພະຍາຍາມ ບຸກບືນຂອງອົງການປົກຄອງທຸກ ຂັ້ນ ເຮັດໃຫ້ທົ່ວແຂວງມີສະຖຽນລະ ພາບທາງດ້ານການເມືອງຢ່າງໜັກ ແໜ້ນ, ມີຄວາມສາມັກຄີເປັນເອກະ ພາບພາຍໃນພັກ ແລະ ມີຄວາມສາ ມັກຄີປອງດອງເຜົ່າ, ສັງຄົມສືບຕໍ່ ມີຄວາມສະຫງົບ,ປອດໄພແລະເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນ ດາໂຄງການລົງທຶນຂອງລັດ ຄຽງ ຄູ່ກັບການຍາດແຍ່ງການລົງທຶນ ຈາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ການປະກອບສ່ວນ ຈາກພາກສ່ວນເສດຖະກິດຕ່າງໆ ດ້ວຍຫລາຍຮູບການ ເພື່ອສົ່ງເສີມ ການຜະລິດແລະການພັດທະນາເຮັດ ໃຫ້ເສດຖະກິດຂອງແຂວງ ສືບຕໍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງບັນລຸ 5,1% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ບັນລຸລື່ນແຜນ 0,93%, ສະເລ່ຍໃສ່ ຫົວຄົນໜຶ່ງໄດ້ 33 ລ້ານກວ່າກີບ, ລື່ນແຜນ 0,95%, ໄດ້ຊຸກຍູ້ບັນດາພະ ແນກການທີ່ມີລາຍຮັບໂດຍສະເພາະ ແມ່ນຂົງເຂດເສດຖະກິດໃນການຈັດ ຕັ້ງປະຕິບັດແຜນງົບປະມານລາຍ ຮັບ-ລາຍຈ່າຍຂອງແຂວງ, ເອົາໃຈ ໃສ່ປັບປຸງກົນໄກໃນການເກັບລາຍ ຮັບ, ຄຸ້ມຄອງລາຍຈ່າຍ, ຫັນເປັນລະ ບົບທັນສະໄໝເທື່ອລະກ້າວ, ໄດ້ສໍາ ເລັດການດໍາເນີນກອງປະຊຸມໃຫຍ່ ຮາກຖານພັກບ້ານ ແລະ ຮາກຖານ ພັກສໍານັກງານ-ອົງການອ້ອມຂ້າງ ເມືອງ-ນະຄອນ ຈໍານວນ 1.055 ຮາກຖານກວມເອົາ67,19% ຂອງ ຮາກຖານພັກທັງໝົດ ໃນທົ່ວແຂວງ, ປັດຈຸບັນພວມສືບຕໍ່ດໍາເນີນກອງ ປະຊຸມໜ່ວຍພັກຂັ້ນສໍານັກງານ ອ້ອມຂ້າງເມືອງ-ນະຄອນ, ທັງໄດ້ ກຳນົດແຜນດໍາເນີນກອງປະຊຸມ ໃຫຍ່ແຕ່ລະຂັ້ນ ຈົນຮອດການດໍາ ເນີນກອງປະຊຸມໃຫຍ່ ຄັ້ງທີ IX ອົງ ຄະນະພັກແຂວງ ໃນເດືອນກັນຍາປີ 2025. ພາຍຫລັງສຳເລັດການໂອ້ລົມ, ທ່ານ ບຸນທອງ ຈິດມະນີ ພ້ອມດ້ວຍ ການນຳຈາກສູນກາງ ແລະ ແຂວງ ຫລວງພະບາງ ໄດ້ຮ່ວມປູກຕົ້ນໄມ້ ໄວ້ເປັນທີ່ລະນຶກ ຢູ່ມະຫາວິທະຍາ ໄລສຸພານຸວົງ ຕື່ມອີກ. ຂ່າວ: ອາພຸດເດດ ບຸບຜາ ພາບ: ທະນູສີນ ອິດທິພົນ ຕະຫລອດໄລຍະ 50 ປີ ຜ່ານມາ, ສອງປະເທດພວກເຮົາ ໄດ້ສ້າງຕັ້ງ ແລະ ພັດທະນາສາຍພົວພັນທີ່ໜັກ ແໜ້ນບົນພື້ນຖານໄມຕິຈິດມິດຕະ ພາບຖານສະຫາຍ ແລະ ພັນທະການ ປະຕິວັດໃນການຕໍ່ສູ້ຮ່ວມກັນ ເພື່ອ ປະຕິບັດພາລະກິດສັງຄົມນິຍົມ. ຂ້າພະເຈົ້າສະແດງຄວາມເຊື່ອ ໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ຈະໄດ້ຮັບ ການເສີມຂະຫຍາຍໃຫ້ກ້າວຂຶ້ນສູ່ລະ ດັບສູງກວ່າເກົ່າໃນອະນາຄົດ ແລະ ຂໍອວຍພອນໄຊອັນປະເສີດມາຍັງ ສະຫາຍເລຂາທິການໃຫຍ່ ຈົ່ງມີຜົນ ສຳເລັດອັນໃຫຍ່ຫລວງກວ່າເກົ່າ ໃນ ໜ້າທີ່ວຽກງານອັນມີຄວາມຮັບຜິດ ຊອບຂອງ ສະຫາຍ ທີ່ຊີ້ນຳ-ນໍາພາ ພັກ ແລະ ລັດ. ໃນໂອກາດດຽວກັນ, ສະຫາຍ ກິມດົກຮູນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນປະຊາທິ ປະໄຕ ເກົາຫລີ ກໍໄດ້ສົ່ງຈົດໝາຍຊົມ ເຊີຍເຖິງ ສະຫາຍ ສອນໄຊ ສີພັນ ດອນ ກຳມະການກົມການເມືອງສູນ ກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ສະຫາຍ ນາງ ແຊ ເຊີນ ຮີ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ໄດ້ສົ່ງຈົດໝາຍຊົມເຊີຍເຖິງສະ ຫາຍ ສະເຫລີມໄຊ ກົມມະສິດ ກຳ ມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປລາວເນື່ອງໃນໂອກາດວັນສ້າງ ຕັ້ງສາຍພົວພັນການທູດລະຫວ່າງ ຂປລ. ໃນວັນທີ 21 ມິຖຸນາ 2024, ພາຍຫລັງທີ່ທ່ານ ນາງ ປິ່ນຄຳ ລາຊະສິມມາ ກຳມະການ ຄະນະປະຈຳສະພາແຫ່ງຊາດ ສະ ເໜີຮ່າງກົດໝາຍວ່າດ້ວຍສະພາ ແຫ່ງຊາດ ແລະ ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ (ສະບັບ ປັບປຸງ), ບັນດາສະມາຊິກສະພາ ແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະ ກອບຄຳຄິດຄຳເຫັນໃສ່ຮ່າງກົດ ໝາຍ 2 ສະບັບດັ່ງກ່າວ ເພື່ອເຮັດໃຫ້ ກົດໝາຍມີເນື້ອໃນຄົບຖ້ວນ, ສົມ ບູນ, ຮັດກຸມ ແລະ ສາມາດນໍາໄປຈັດ ຕັ້ງປະຕິບັດຢ່າງມີປະສິດທິຜົນ,ຖ້າ ໄດ້ກົດໝາຍນີ້ ຖືກຮັບການຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງ ອັນສຳຄັນໃນການຈັດຕັ້ງແລະການ ເຄື່ອນໄຫວວຽກງານ ຂອງສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງສອດຄ່ອງກັບແນວທາງນະ ໂຍບາຍ, ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ, ສະພາບຕົວ ຈິງ, ມີຄວາມໂລ່ງລ່ຽນ ແລະ ເປັນ ເອກະພາບ. ຜ່ານການປະກອບຄຳເຫັນຂອງ ສະມາຊິກສະພາແຫ່ງຊາດ ຢ່າງກົງ ໄປກົງມາ ແລະ ສ້າງສັນ ເຊິ່ງໂດຍ ລວມແລ້ວ ແມ່ນເຫັນດີເປັນເອກະ ພາບຕໍ່ໂຄງສ້າງ ແລະ ເນື້ອໃນຂອງ ສອງກົດໝາຍ ແຕ່ຍັງມີ ສສຊ ບາງ ເຂດເລືອກຕັ້ງສະເໜີໃຫ້ຕັດອອກ, ຕື່ມໃສ່ ບາງຄຳສັບ, ບາງເນື້ອໃນຢູ່ ບາງໝວດ, ບາງມາດຕາ ເຊິ່ງ ສສຊ ຫລາຍທ່ານ ໄດ້ເຫັນດີເອກະພາບ ແລະ ສະໜັບສະໜູນໃນມາດຕາ 12 ກ່ຽວກັບສິດ ແລະ ໜ້າທີ່ດ້ານ ການຕົກລົງບັນຫາສຳຄັນ ພື້ນຖານ ຂອງປະເທດ ເຊິ່ງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງເພື່ອ ໃຫ້ສາບານຕົນ ເຊິ່ງປະກອບມີປະ ທານປະເທດ, ປະທານສະພາ ແຫ່ງ ຊາດ, ນາຍົກລັດຖະມົນຕີ ແລະ ປະ ທານສານປະຊາຊົນສູງສຸດ. ທັງນີ້, ກໍເພື່ອໃຫ້ການນຳຂັ້ນສູງໄດ້ສາບານ ຕົນ ເພື່ອສະແດງເຖິງຄວາມຊື່ສັດ, ຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນໃນການປະຕິບັດໜ້າທີ່ ຕຳແໜ່ງ, ທັງເປັນການສະແດງໃຫ້ ເຫັນເຖິງຄວາມສັກສິດໃນພິທີ ເຊິ່ງ ໃນໄລຍະຜ່ານມາ, ກໍໄດ້ປະຕິບັດ ກັນມາແຕ່ຍັງບໍ່ທັນໄດ້ຂຽນໃນກົດ ໝາຍ. ນອກນີ້, ສສຊ ເຂດເລືອກ ຕັ້ງທີ 7 ໄຊຍະບູລີ ໄດ້ແລກປ່ຽນ ຝ່າຍຄື: ເມືອງຫລ້າ, ກິ່ງແຂວງສິບ ສອງພັນນາ ແຂວງຢຸນນານ ສປ ຈີນ ກັບ ເມືອງໄຊ ແຂວງອຸດົມໄຊ ສປປ ລາວ ເຊັນໜັງສືສະແດງເຈດຈຳ ນົງວ່າດ້ວຍການສ້າງຕັ້ງເມືອງມິດ ຕະພາບ; ບ້ານມໍຊໍຊານ ຕາແສງ ເມືອງປ້ານເມືອງຫລ້າກິ່ງແຂວງສິບ ສອງພັນນາ ແຂວງຢຸນນານ ສປ ຈີນ ກັບບ້ານມໍຊໍສານ ເມືອງບຸນເໜືອ ແຂວງຜົ້ງສາລີ ສປປ ລາວ ເຊັນສັນ ຍາບ້ານມິດຕະພາບ; ຫ້ອງການຊັບ ພະຍາກອນມະນຸດ ແລະ ປະກັນສັງ ຄົມເມືອງຫລ້າແຂວງຢຸນນານແຫ່ງ ສປ ຈີນ ກັບຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງ ບຸນເໜືອ ແຂວງຜົ້ງສາລີ ສປປ ລາວ ເຊັນສັນຍາວ່າດ້ວຍການຮ່ວມມື ດ້ານແຮງງານຂ້າມຊາຍແດນ; ບໍ ລິສັດນິຄົມກະເສດຫລີໝີງ ເມືອງ ໄຮຈໍາກັດ ກັບບໍລິສັດເຕົ້າໂຮມ ແລະ ແຈກຢາຍສິນຄ້າກະສິກໍາ ແລະ ໂລຈິສຕິກສາກົນ ລາວ ຈຳກັດ ເຊັນສັນຍາຮ່າງສັນຍາຮ່ວມມືທາງ ດ້ານຍຸດທະສາດ. ພ້ອມກັນນັ້ນ, ກໍມີພິທີມອບ-ຮັບໂຄງການຊ່ວຍ ເຫລືອໃຈປະສານໃຈສະມາຄົມຮ່ວມ ມືມິດຕະພາບ ແຂວງຢຸນນານ ມອບ ໃຫ້ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນຄຸນໝິງ; ອົງການ ມູນນິທິການພັດທະນາສັນຕິພາບມິດຕະພາບ ສປ ຈີນ ມອບທຶນການ ສຶກສາໃຫ້ໂຮງຮຽນມັດທະຍົມເຕັກ ນິກວິຊາຊີບ ເມືອງຫລ້າ ເປັນທຶນ ການສຶກສາ ຈີນ-ອາຊີອາຄະເນ ເຊິ່ງ ນັກສຶກສາລາວ ໄດ້ຮັບທຶນການສຶກ ສາ 5 ຄົນ, ມອບແຜ່ນປ້າຍຄອບຄົວ ຕົວແບບຄູ່ຮ່ວມມືມິດຕະພາບລະ ຫວ່າງປະຊາຊົນເຂດຊາຍແດນຈີນລາວ ແລະ ແລກປ່ຽນຂອງຂວັນ ເຊິ່ງກັນ ແລະ ກັນ. ໃນງານດັ່ງກ່າວ, ຈະມີການທ່ຽວຊົມວັດທະນະທຳ, ຮີດຄອງປະເພນີ, ວິຖີຊີວິດຂອງປະ ຊາຊົນຕາມຊາຍແດນດ່ານເມືອງ ມານ, ເປີດງານວັດທະນະທຳ ແລະ ທ່ອງທ່ຽວປ່າຝົນ ຕື່ມອີກ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະ ລັດ ປະຊາຊົນ ປະຊາທິປະໄຕ ເກົາ ຫລີ ຄົບຮອບ 50 ປີ ເຊັ່ນດຽວກັນ. ງານແມ່ນໜຶ່ງໃນ 5 ດຸນດ່ຽງ ເພື່ອ ແກ້ໄຂບັນຫາຄວາມຫຍຸ້ງຍາກທາງ ດ້ານເສດຖະກິດຂອງລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ ໄດ້ ອອກຂໍ້ຕົກລົງສະບັບເລກທີ 48/ ນຍ, ແຕ່ງຕັ້ງຄະນະດຸນດ່ຽງ ແລະ ສະໜອງແຮງງານເຂົ້າສູ່ບັນດາຫົວ ໜ່ວຍແຮງງານ, ໂຄງການລົງທຶນ ແລະ ບັນດາເຂດເສດຖະກິດຕາມ ຄວາມຕ້ອງການກຳລັງແຮງງານ ຕົວຈິງ. ພ້ອມນີ້, ກະຊວງ ຮສສ ໄດ້ ອອກຂໍ້ຕົກລົງສະບັບເລກທີ 1932/ ຮສສ ແຕ່ງຕັ້ງກອງເລຂາຂອງຄະ ນະດຸນດ່ຽງທາງດ້ານການສະໜອງ ແຮງງານ ເພື່ອເປັນຈຸດປະສານງານ ແລະ ເປັນເສນາທິການໃຫ້ແກ່ຄະ ນະດຸ່ນດ່ຽງແຮງງານ. ເພື່ອຜັນຂະ ຫຍາຍນິຕິກຳດັ່ງກ່າວ, ທັງເປັນການ ລົງເລິກແກ້ໄຂບັນຫາການຂາດ ແຄນແຮງງງານຢ່າງເປັນຮູບປະ ທຳ ໂດຍການມີສ່ວນຮ່ວມຢ່າງແຂງ ແຮງ ແລະ ເປັນເຈົ້າການຂອງທຸກ ພາກສ່ວນກ່ຽວຂ້ອງທັງພາກລັດ, ພາກທຸລະກິດ, ຜູ້ປະກອບການ ແລະ ແຮງງານເອງ, ກະຊວງ ຮສສ ໄດ້ ລົງເລິກຄົ້ນຄວ້າແຜນການແກ້ໄຂ ບັນຫາການຂາດແຄນແຮງງານ ແລະ ປັບປຸງສະຫວັດດີການ, ເງື່ອນ ໄຂການເຮັດວຽກໃຫ້ຫົວໜ່ວຍ ແຮງ ງານ ເພື່ອສ້າງແຮງຈູງໃຈ ແລະ ດຶງ ດູດແຮງງານເຂົ້າສູ່ຕຳແໜ່ງງານ ຕາມຄວາມຕ້ອງການຂອງຕະ ຫລາດແຮງງງານ, ໃນແຜນດັ່ງ ກ່າວມີທັງການແກ້ໄຂບັນຫາໃນໄລ ຍະສັ້ນໆ, ໄລຍະຍາວ ເຊິ່ງຕິດພັນກັບ ການແບ່ງຄວາມຮັບຜິດຊອບລະ ຫວ່າງຂະແໜງ ຮສສ, ກະຊວງ, ກົມ, ພະແນກຮສສແຂວງ, ນະຄອນ ຫລວງ, ຈຸດບໍລິການຈັດຫາງານ ຂອງບັນດາເມືອງ, ສະມາຄົມຈັດ ຫາງານ, ວິສາຫະກິດບໍລິການຈັດ ຫາງານຢ່າງຊັດເຈນ, ຄວາມຮັບຜິດ ຊອບຂອງບັນດາກະຊວງຂະແໜງ ການ, ອົງການຕາງໜ້າຜູ້ອອກແຮງ ງານ, ອົງການຕາງໜ້າຜູ້ໃຊ້ແຮງ ງານ, ພາກທຸລະກິດ, ຫົວໜ່ວຍແຮງ ງານ, ຜູ້ປະກອບການ, ຄວາມຮັບຜິດ ຊອບຂອງອົງການປົກຄອງທ້ອງ ຖິ່ນໃນການຄຸ້ມຄອງການເຄື່ອນ ຍ້າຍຂອງພົນລະເມືອງ. ທ່ານລັດຖະມົນຕີ ກະຊວງ ຮສສ ຍັງໃຫ້ຮູ້ອີກວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມປຶກສາຫາລືທາງ ດ້ານວິຊາການລົງເລິກປະກອບຄຳ ເຫັນຕໍ່ແຜນການແກ້ໄຂບັນຫາດັ່ງ ກ່າວ ຕົ້ນຕໍແມ່ນຕິດພັນກັບຄວາມ ຮັບຜິດຊອບຂອງແຕ່ລະພາກສ່ວນ ໂດຍສະເພາະບັນດາໜ້າວຽກສອດ ຄ່ອງແລ້ວບໍ, ຄວນຕັດ ຫລື ເພີ່ມບັນ ຫາໃດ?; ຈຸດບໍລິການຈັດຫາງານ ຂອງບັນດາເມືອງກຳນົດແນວນີ້ຈະ ເຮັດໄດ້ບໍ?; ບັນດາວິສາຫະກິດຈັດ ຫາງານເປັນອີກໜຶ່ງກົນໄກການ ຊ່ວຍບໍລິການຈັດຫາງານ? ແບ່ງ ຄວາມຮັບຜິດຊອບແນວນີ້ໄດ້ບໍ?; ພາກທຸລະກິດ, ຜູ້ປະກອບການທີ່ມີ ຄວາມຕ້ອງການແຮງງານຕ້ອງ ເຮັດແນວໃດຕື່ມບໍ ນອກຈາກກຳ ນົດຢູ່ໃນແຜນ ເປັນຕົ້ນ ການປັບປຸງ ສະພາບແວດລ້ອມ ໃນການເຮັດ ວຽກ, ສະຫວັດດີການແຮງງານ, ການສ້າງແຮງຈູງໃຈ, ການປະສານ ສົມທົບເຊິ່ງກັນ ແລະ ກັນແຕ່ຫົວທີ ໃນການສະໜອງແຜນຄວາມຕ້ອງ ການແຮງງານ, ການມີສ່ວນຮ່ວມ ໃນການປະກາດຮັບສະໝັກ, ບັນຈຸ ແລະ ຄຸ້ມຄອງແຮງງານ ແລະ ອື່ນໆ.

RkJQdWJsaXNoZXIy MTc3MTYxMQ==