5898

75 o'k,7;k,fu muj gxa ove,t8t0v' ltskp dy , g9y ' vy o muj wfh lh k'.odkod+ lh k'ra dcI''kogdq ks]u xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ອ່ານຕໍ່ສະບັບໜ້າ *** *** ຕໍ່ຈາກສະບັບກ່ອນ *** 21/06/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp sq ;|h ksh v';j kdkol6 odk'ra d 8h voIa [ m6 fs;Pfok, xt9e]k; g0Q k1h P,ve]k ສະຫາຍໄດ້ຮັບປະກັນວ່າສະມາ ຊິກພັກທັງໝົດ ໄດ້ຮຽນຮູ້ຈາກອຸດົມ ຄະຕິທາງການເມືອງ ກ່ຽວກັບນ້ຳ ໃຈເຮັດວຽກທີ່ເດັດດ່ຽວເຂັ້ມແຂງ ຂອງທະຫານ, ພະນັກງານ ແລະ ກຳ ລັງປະກອບອາວຸດຂອງປະຊາຊົນ, ແບບແຜນວິທີເຮັດວຽກຂອງພັກ ໃນການປ້ອງກັນຊາດແລະການເປັນ ແບບຢ່າງໃນການດຳລົງຊີວິດ, ການຮ່ວມມື ລະຫວ່າງ ກອງກຳລັງ ປ້ອງກັນຊາດ ແລະ ການເມືອງແມ່ນ ປະສານກົມກຽວກັນແໜ້ນໃນບັນ ດາອົງການຈັດຕັ້ງພັກ ແລະ ພະ ນັກງານ. ດັ່ງນັ້ນ, ຈຶ່ງເຮັດໃຫ້ພັກແຮງງານ ເກົາຫລີ ມີຄວາມເຂັ້ມແຂງທາງ ດ້ານແນວຄິດປະຕິວັດ, ການຈັດ ຕັ້ງ, ລະບຽບວິໄນ ແລະ ຄວາມເປັນ ເອກະພາບເປັນກຳລັງຂັບເຄື່ອນທີ່ ມີບົດບາດສຳຄັນໃນການປະຕິວັດ ແລະ ການສ້າງສາປະເທດຊາດ. ສະຫາຍກິມ ເຈິງອິນໄດ້ນຳພາກອງ ທັບ ແລະ ປະຊາຊົນ ສປປ ເກົາຫລີ ໄປສູ່ຄວາມມີນ້ຳໃຈເດັດດ່ຽວເຂັ້ມ ແຂງ ສາມາດຍາດເອົາຜົນສຳເລັດ ໃນການຈັດຕັ້ງປະຕິບັດແນວທາງ ຂອງພັກ ໃນການສູ້ຊົນກໍ່ສ້າງປະ ເທດສັງຄົມນິຍົມ. ການຫັນເອົາພັກ ໄປເຮັດວຽກໂດຍກົງກັບປະຊາຊົນ, ເຮັດຕາມຄວາມຄິດ ແລະ ຄວາມຮູ້ ສຶກຂອງປະຊາຊົນໃນຄາວທີ່ສະ ຫາຍຍັງເຍົາໄວນັ້ນ, ສະຫາຍໄດ້ ນຳພາ ພັກແຮງງານເກົາຫລີ ໃຫ້ຖື ເອົາຄວາມຄິດຂອງປະຊາຊົນເປັນ ຂໍກະແຈ ໃນການດຳເນີນການປະຕິ ວັດ ແລະ ການກໍ່ສ້າງປະເທດຊາດ, ຖືເອົາວຽກງານການເມືອງແນວ ຄິດເປັນກົກໃນທຸກວຽກງານ ເພື່ອ ຊຸກຍູ້ທຸກວິທີທາງໃຫ້ເກີດຄວາມ ຫ້າວຫັນ ໃນການປະຕິວັດຢ່າງປະ ດິດສ້າງຂອງມວນຊົນ ແລະ ເຊື່ອ (ເນື່ອງໃນໂອກາດ ຄົບຮອບ 60 ປີ ທີ່ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນເກົາຫລີ ໄດ້ເລີ່ມຕົ້ນເຮັດວຽກຢູ່ສູນກາງພັກແຮງງານເກົາຫລີ 19 ມິຖຸນາ 1964 -19 ມິຖຸນາ 2024) ໝັ້ນກຳລັງແຮງຂອງເຂົາເຈົ້າທີ່ຈະ ສ້າງປະຫວັດສາດ ອັນຍິ່ງໃຫຍ່ໃນ ການຫັນປ່ຽນທຳມະຊາດມາຮັບ ໃຊ້ສັງຄົມຕາມແນວຄິດຈຸດເຊວາງ ໄວ້. ໃນກາງຊຸມປີ 1990 ສະຫາຍ ກິມ ເຈິງ ອິນ ໄດ້ເຮັດປະກາດບົດນິ ພົນກ່ຽວກັບ “ການໃຫ້ບູລິມະສິດ ແກ່ວຽກງານແນວຄິດແມ່ນຄວາມ ຮຽກຮ້ອງຕ້ອງການທີ່ຈຳເປັນໃນ ການປະຕິບັດພາລະກິດສັງຄົມນິ ຍົມ”, “ລັດທິສັງຄົມນິຍົມແມ່ນວິທະ ຍາສາດ” ແລະ ນຳພາພະນັກງານ, ທະຫານ ແລະ ປະຊາຊົນໃຫ້ມີຄວາມ ເຊື່ອໝັ້ນຕໍ່ໄຊຊະນະຂອງລັດທິສັງ ຄົມນິຍົມ ແລະ ຮັບປະກັນຍາດເອົາ ໄຊຊະນະໃນການພິທັກປົກປ້ອງລັດ ທິສັງຄົມນິຍົມ ແລະ ສູ້ຊົນສ້າງປະ ເທດໃຫ້ຈະເລີນກ້າວໜ້າ. ຍ້ອນການນຳພາທີ່ມີວິໄສທັດ ຍາວໄກຂອງ ສະຫາຍ ກິມເຈິງອິນ ທີ່ໄດ້ອຸທິດຄວາມມານະພະຍາຍາມ ແຕ່ຫົວທີໃນການເສີມຂະຫຍາຍ ການເມືອງແນວຄິດອັນໜັກແໜ້ນ ໃນຂະບວນການປະຕິວັດ ແລະ ກໍ່ ສ້າງປະເທດຊາດ, ບັນດາພະນັກ ງານ, ທະຫານແລະ ປະຊາຊົນສປປ ເກົາຫລີ ດ້ວຍຈິດໃຈອັນເຂັ້ມແຂງ ທີ່ບໍ່ມີຫຍັງເອົາຊະນະໄດ້ສາມາດຫັນ ປ່ຽນໂສມໜ້າຂອງປະເທດຊາດ, ພ້ອມກັນສຸມກຳລັງພັດທະນາເສດ ຖະກິດແຫ່ງຊາດ ກ້າວສູ່ທັນສະໄໝ ແລະ ຍູ້ແຮງການພັດທະນາວິທະ ຍາສາດເຕັກໂນໂລຊີ, ຍາດເອົາໄຊ ຊະນະໃນການສ້າງວັດທະນະທຳ ສັງຄົມນິຍົມພາຍໃຕ້ເງື່ອນໄຂທີ່ ເຕັມໄປດ້ວຍຄວາມຫຍຸ້ງຍາກ. ສະ ຫາຍ ກິມ ເຈິງ ອິນ ໄດ້ເສີມສ້າງພັກ ແຮງງານເກົາຫລີ ໃຫ້ເປັນພັກທີ່ມີ ໄຊຊະນະ ແລະ ໄດ້ປະກອບສ່ວນອັນ ເປັນອຳມະຕະເຂົ້າໃນພາລະກິດ ສັງຄົມນິຍົມ ແລະ ພາລະກິດເພື່ອ ຄວາມເປັນເອກະລາດຂອງໂລກ. ເມື່ອຫວນຄືນຄຸນງາມຄວາມດີອັນ ຍິ່ງໃຫຍ່ ຊຶ່ງສະຫາຍໄດ້ສ້າງໃນ ການກໍ່ສ້າງພັກແຮງງານເກົາຫລີ, ມວນມະນຸດກ້າວໜ້າຂອງໂລກເນັ້ນ ໜັກເປັນເອກະພາບວ່າ ສະຫາຍ ໄດ້ເສີມສ້າງພັກແຮງງານເກົາຫລີ ທີ່ເປັນເສນາທິການໃຫ່ຍຂອງການ ປະຕິວັດ ເກົາຫລີ ໃຫ້ເປັນພັກທີ່ຍິ່ງ ໃຫຍ່ ແລະ ກຽດສັກສີ ດ້ວຍການ ເຄື່ອນໄຫວຕົວຈິງ ແລະ ທິດສະດີ ແນວຄິດທີ່ມີເອກະລັກ,ເວົ້າສະເພາະ ໃນໄລຍະຕົ້ນ ປີ1990 ທີ່ບາງພັກ ກຳອຳນາດຂອງອະດີດ ສະຫະພາບ ໂຊວຽດ ແລະ ປະເທດເອີຣົບຕະ ເວັນອອກໄດ້ຖືກລົ້ມສະຫລາຍ ແລະ ພາລະກິດສັງຄົມນິຍົມໄດ້ຖືກຜະເຊີນ ກັບຄວາມວຸ້ນວາຍຂອງການພັງທະ ລາຍຊົ່ວຄາວ, ສະຫາຍໄດ້ໃຫ້ຄວາມ ກະຈ່າງແຈ້ງຕໍ່ບັນຫາສຳຄັນ ແລະ ມີຫລັກການໃນເຄື່ອນໄຫວຂອງພັກ ແລະ ກໍ່ສ້າງພັກປະຕິວັດຂອງຊົນ ຊັ້ນກຳມະກອນ ແລະ ວິທີ ເພື່ອປະ ຕິບັດນັ້ນຢູ່ໃນບັນດາບົດຄວາມກໍຄື ບົດຄວາມ “ລັດທິສັງຄົມນິຍົມແມ່ນ ວິທະຍາສາດ” ແລະ ສະຫາຍໄດ້ທັບ ມ້າງກົນອຸບາຍ ແລະ ການກະທໍາທີ່ ບໍ່ເຄີຍມີມາກ່ອນຂອງບັນດາອິດທິ ກຳລັງປໍລະປັກ ແລະ ກຳລັງຕໍ່ຕ້ານ ສັງຄົມນິຍົມໃຫ້ໄດ້ສາມາດປົກປັກ ຮັກສາ ສັງຄົມນິຍົມແບບ ສປປ ເກົາຫລີ ແລະ ໄດ້ຊຸກຍຸ້ຂະບວນການ ສັງຄົມນິຍົມຂອງໂລກ. ຂປລ. ວັນທີ 18 ມິຖຸນາ 2024 ນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ສະຫາຍ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໃນໂອກາດສຳ ເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນ ດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຜົນ ງານການເຄື່ອນໄຫວການທູດຂອງ ສະຫາຍ ຫງວຽນ ບ໋າ ຮຸ່ງ ຢູ່ ສປປ ລາວ ຕະຫລອດໄລຍະທີ່ສະຫາຍ ດຳລົງຕຳແໜ່ງເປັນເອກອັກຄະລັດ ຖະທູດ ເຊິ່ງເປັນການປະກອບສ່ວນ ສຳຄັນເຂົ້າໃນການເພີ່ມທະວີສາຍ ພົວພັນມິດຕະພາບ, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ. ສະຫາຍ ຫງວຽນ ບ໋າ ຮຸ່ງ ໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນຂອງສະຫາຍ ທອງສະລິດ ມັງໜໍ່ເມກ, ພ້ອມທັງໄດ້ສະແດງ ຄວາມຂອບໃຈຢ່າງສູງມາຍັງການ ນຳພັກ-ລັດ ແລະ ປະຊາຊົນລາວທີ່ ໄດ້ອຳນວຍຄວາມສະດວກ, ຊ່ວຍ ເຫລືອ ແລະ ສະໜັບສະໜູນຕະ ຫລອດໄລຍະການປະຕິບັດໜ້າທີ່ ເອກອັກຄະລັດຖະທູດ ຢູ່ ສປປ ລາວ ໂດຍສຳເລັດຢ່າງຈົບງາມ. ພ້ອມກັນ ນີ້, ສະຫາຍຍັງໄດ້ຢືນຢັນວ່າເຖິງວ່າ ຈະສຳເລັດໜ້າທີ່ການທູດຢູ່ ສປປ ລາວ ແລະ ກັບຄືນປະເທດຈະຢູ່ໃນ ຕຳແໜ່ງ ຫລື ສະຖານະໃດກໍຕາມ ຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນ ເຂົ້າໃນການຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນທີ່ມີລັກສະ ນະພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກ ນີ້ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ພາບ: ຫ້ອງວ່າການສູນກາງພັກ ຜົນສຳເລັດການພິຈາລະນາ... ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານ ແລະ ແຜນ ເງິນຕາຕິດພັນກັບການຈັດຕັ້ງປະ ຕິບັດ 2 ວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2024. ຈາກ ນັ້ນ, ລັດຖະມົນຕີກະຊວງແຜນການ ແລະ ການລງທຶນ, ລັດຖະມົນຕີກະ ຊວງການເງິນ ແລະ ຜູ້ວ່າການທະ ນາຄານແຫ່ງ ສປປ ລາວ ກໍໄດ້ລາຍ ງານເພີ່ມເຕີມຕໍ່ກອງປະຊຸມ. ພາຍຫລັງທີ່ຮັບຟັງການລາຍ ງານຂອງລັດຖະບານແລ້ວ,ສະມາ ຊິກສະພາແຫ່ງຊາດ ໃນຖານະທີ່ ເປັນຕົວແທນແຫ່ງສິດ ແລະ ຜົນປະ ໂຫຍດຂອງປະຊາຊົນບັນດາເຜົ່າ ກໍໄດ້ສຸມໃສ່ຄົ້ນຄວ້າ ແລະ ປະກອບ ຄວາມເຫັນຢ່າງກວ້າງຂວາງ, ເລິກ ເຊິ່ງ, ໄດ້ມີການຊັກຖາມຕໍ່ລັດຖະ ບານ ເຊິ່ງສະມາຊິກລັດຖະບານ ກໍ ໄດ້ຊີ້ແຈງໃຫ້ຄວາມກະຈ່າງແຈ້ງຕໍ່ ຄໍາຊັກຖາມ ແລະ ຕໍ່ບັນຫາຕ່າງໆ ທີ່ສະມາຊິກສະພາແຫ່ງຊາດໄດ້ຍົກ ຂຶ້ນຢ່າງກົງໄປກົງມາ. ພິເສດກອງ ປະຊຸມຍັງໄດ້ຮັບຟັງການອະທິບາຍ ຊີ້ແຈງຂອງທ່ານນາຍົກລັດຖະມົນ ຕີ ແລະ ທ່ານປະທານສະພາແຫ່ງ ຊາດ ກໍໄດ້ມີຄໍາເຫັນສະຫລຸບສັງ ລວມດັ່ງນີ້: ຕໍ່ການປະຕິບັດແຜນ ການ 6 ເດືອນຕົ້ນປີ 2024: ການ ເຕີບໂຕເສດຖະກິດ ໃນໄລຍະ 6 ເດືອນຕົ້ນປີ 2024 ສາມາດບັນລຸ ໄດ້ໃນລະດັບ4,7%.GDPຄາດຄະ ເນ 6 ເດືອນຕົ້ນປີ 2024 ຈະບັນ ລຸ 148.043 ຕື້ກີບ ຫລື ເທົ່າກັບ 50,4% ຂອງແຜນການ; ການຈັດ ເກັບລາຍຮັບທຽບໃສ່ໄລຍະດຽວ ກັນຂອງປີກາຍ ເພີ່ມຂຶ້ນ 64%, ອັນ ພົ້ນເດັ່ນແມ່ນລັດຖະບານ ໄດ້ມອບ ຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມ ຄອງໃຫ້ທ້ອງຖິ່ນເປັນຜູ້ຄຸ້ມຄອງ ເຮັດໃຫ້ມີ 1 ແຂວງສາມາດປະຕິ ບັດລາຍຮັບໄດ້ເກີນ 100% ແລະມີ 5 ແຂວງ ສາມາດປະຕິບັດໄດ້ຫລາຍ ກວ່າ 70%ຂຶ້ນໄປ, ແຕ່ເມືອທຽບໃສ່ ກັບອັດຕາເງິນເຟີ້ແລ້ວ ລາຍຮັບ ຂອງເຮົາ ແມ່ນຍັງຫລຸດລົງ; ລັດຖະ ບານ ໄດ້ມີຄວາມພະຍາຍາມແກ້ໄຂ ອັດຕາເງິນເຟີ້, ແກ້ໄຂການແລກ ປ່ຽນນອກລະບົບ, ຄຸ້ມຄອງເງິນຕາ ຕ່າງປະເທດ ໂດຍມີການຈັດຕັ້ງປະ ຕິບັດນະໂຍບາຍເງິນຕາທີ່ຮັດກຸມ, ຄຸ້ມຄອງອັດຕາແລກປ່ຽນບໍ່ໃຫ້ ຜັນຜວນແຮງ, ລະດົມເງິນຕາຕ່າງ ປະເທດເ ຂົ້າສູ່ລະບົບທະນາຄານ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງ, ຊຸກຍູ້ສົ່ງເສີມນະໂຍບາຍສິນເຊື້ອ ຫລາຍຂຶ້ນ; ຄຸ້ມຄອງການນໍາເຂົ້າສົ່ງອອກຜ່ານລະບົບທະນາຄານ, ຄັງສໍາຮອງເງິນຕາຕ່າງປະເທດ ສາມາດກຸ້ມການນຳເຂົ້າໄດ້ຢູ່ 4,2 ເດືອນ; ໄດ້ເອົາໃຈໃສ່ປັບປຸງການ ຮຽນ-ການສອນທຸກຊັ້ນຮຽນຕິດ ພັນກັບການແກ້ໄຂບັນຫາຄູອາສາ ສະໝັກ ການຂາດແຄນຄູສອນ ແລະ ການຂາດຮຽນຂອງນັກຮຽນ ໃນເຂດຊົນນະບົດ ຕາມ 5 ນະໂຍ ບາຍ. ປັດຈຸບັນ, ໄດ້ປະຕິບັດເງິນນະ ໂຍບາຍສໍາລັບຄູອາສາສະໝັກ ຄື ກັບຄູທີ່ເປັນລັດຖະກອນແລ້ວ; ສືບ ຕໍ່ດຳເນີນການຫັນໂຮງໝໍກຸ້ມຕົນ ເອງຂອງ 3 ໂຮງໝໍສູນກາງ ແລະ ສືບຕໍ່ພັດທະນາຕາໜ່າງການບໍລິ ການສາທາລະນະສຸກ ໃນທົ່ວປະ ເທດ; ໄດ້ໂຈະໂຄງການທົດລອງ ແລະ ຫັນໄປສູ່ຮູບການປົກກະຕິ, ໂຈະການພິຈາລະນາອະນຸມັດໂຄງ ການໃໝ່ກ່ຽວກັບໂຄງການຂຸດຄົ້ນ ແຮ່ທາດ ເພື່ອດໍາເນີນການປະເມີນ ຄືນ ຊຶ່ງໂຄງການໃດທີ່ຈັດຢູ່ໃນປະ ເພດ C+ ແລະ C ຈະໄດ້ມີການດໍາ ເນີນຕາມຂັ້ນຕອນທີ່ກໍານົດໄວ້ໃນ ກົດໝາຍ; ລັດຖະບານ ໄດ້ສະເໜີໃຫ້ ຄະນະປະຈໍາສະພາແຫ່ງຊາດອອກ ມະຕິຮັບຮອງການຮັບຮູ້ສິດນໍາໃຊ້ ທີ່ດິນໃນເຂດທີ່ດິນປ່າໄມ້ຂອງປະ ຊາຊົນ ເພື່ອຂຶ້ນທະບຽນອອກໃບຕາ ດິນໃຫ້ປະຊາຊົນທີ່ອາໄສ ແລະ ທໍາ ການຜະລິດຢູ່ໃນ 3 ປະເພດປ່າ ເພື່ອຮັບປະກັນການອອກໃບຕາດິນ ຢ່າງແຂງແຮງ. ຕໍ່ກັບທິດທາງແຜນການ 6 ເດືອນທ້າຍປີ 2024: ສະພາແຫ່ງ ຊາດ ໄດ້ມອບໃຫ້ລັດຖະບານເພີ່ມ ຄວາມເອົາໃຈໃສ່ໃນການຜັນຂະ ຫຍາຍມະຕິຂອງກົມການເມືອງສູນ ກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ເຂົ້າ ໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດແລະແຜນ ເງິນຕາ; ສືບຕໍ່ປະຕິບັດທິດທາງ, ເປົ້າ ໝາຍລວມ ແລະ ແຜນວຽກຈຸດສຸມ ຂອງລັດຖະບານຕາມທີ່ໄດ້ກໍານົດ ໄວ້ ໃນມະຕິກອງປະຊຸມສະພາແຫ່ງ ຊາດ ໃຫ້ບັນລຸຕາມແຜນການ; ສືບ ຕໍ່ສຸມໃສ່ການແກ້ໄຂບັນຫາເຄັ່ງ ຮ້ອນດ້ານເສດຖະກິດ-ການເງິນ ໂດຍສະເພາະແກ້ໄຂບັນຫາການ ເໜັງຕີງຂອງອັດຕາແລກປ່ຽນ, ການເໜັງຕີງຂອງລາຄາສິນຄ້າ, ຢັບຢັ້ງສະພາບເງິນເຟີ້ ບໍ່ໃຫ້ເພີ່ມຂຶ້ນ ສູງ ແລະ ບັນຫາໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະ ການທີ່ວາງອອກຢ່າງເຂັ້ມງວດ; ຄົ້ນຄວ້າເພີ່ມເງິນນະໂຍບາຍ, ເງິນ ອຸດໜູນຄ່າຄອງຊີບໃຫ້ແກ່ພະນັກ ງານ-ລັດຖະກອນ, ທະຫານ, ຕໍາ ຫລວດ ແລະ ພະນັກງານບໍານານໄປ ພ້ອມກັບການປັບຄ່າແຮງງານຕໍ່າ ສຸດ ໃຫ້ໄປຕາມສະພາບເສດຖະກິດ ແລະ ຄ່າຄອງຊີບໃນປັດຈຸບັນ; ປັບ ປຸງສະພາບແວດລ້ອມຂອງການ ລົງທຶນ ແລະ ການດຳເນີນທຸລະກິດ ຢູ່ລາວໃຫ້ໂລ່ງລ່ຽນຂຶ້ນ,ຕັດຂັ້ນຂອດ ທີ່ອຸດຕັນອອກໃຫ້ໄດ້, ສຸມໃສ່ແກ້ໄຂ ບັນຫາການສະໜອງພະລັງງານ ໄຟຟ້າບໍ່ພຽງພໍກັບຄວາມຕ້ອງການ, ພັດທະນາພະລັງງານລົມ,ພະລັງ ງານແສງອາທິດທີ່ສາມາດກໍ່ສ້າງ ໄວ ໂດຍສະເພາະພະລັງງານແສງ ອາທິດໃນເຂດອ່າງນໍ້າໜ້າເຂື່ອນ ໄຟຟ້າ, ເຂດທີ່ດິນປອກໂລ້ນ, ດິນຫີນ ແຮ່ ທີ່ບໍ່ເໝາະສົມແກ່ການພັດທະນາ ກະສິກໍາ; ສືບຕໍ່ສູ້ຊົນສຸມໃສ່ການ ເກັບລາຍຮັບງົບປະມານ ປີ 2024 ໃຫ້ໄດ້ຕາມແຜນ ຫລື ເກີນແຜນ, ສຸມໃສ່ຂະຫຍາຍຖານລາຍຮັບໃໝ່ ໃຫ້ເພີ່ມຂຶ້ນ, ເກັບລາຍຮັບຈາກຖານ ທີ່ມີຢູ່ແລ້ວໃຫ້ຄົບຖ້ວນ, ເລັ່ງການ ຫັນການເກັບລາຍຮັບໃຫ້ເປັນທັນ ສະໄໝໃຫ້ກວ້າງ ແລະ ກວມເອົາ ຫລາຍຂົງເຂດ ໂດຍສະເພາະການ ເກັບລາຍຮັບຢູ່ດ່ານ,ການເກັບລາຍ ຮັບຈາກຄ່າທຳນຽມ, ຄ່າບໍລິການ ແລະ ອື່ນໆ; ສືບຕໍ່ພັດທະນາພື້ນຖານ ໂຄງລ່າງການກໍ່ສ້າງປັບປຸງເສັ້ນ ທາງ ໃຫ້ໄດ້ຄຸນນະພາບ, ຖືກຕ້ອງ ຕາມມາດຕະຖານເຕັກນິກ ແລະ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້, ພ້ອມທັງປັບປຸງລະບົບຂົນສົ່ງ ຕ່າງໆ ໃຫ້ມີຄວາມວ່ອງໄວ, ທັນສະ ໄໝສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ; ສືບຕໍ່ໂຄງການປ້ອງ ກັນຕາຝັ່ງຕາມແມ່ນໍ້າຊາຍແດນ ແລະ ຈັດສັນທຶນຮອນທີ່ເໝາະສົມໃຫ້ ວຽກງານດັ່ງກ່າວ; ເອົາໃຈໃສ່ຊຸກຍູ້ ສົ່ງເສີມການຜະລິດໃຫ້ແຂງແຮງ ຂຶ້ນກວ່າເກົ່າ ພ້ອມທັງຄົ້ນຄວ້າປະ ເມີນຄືນ ບັນດາລາຍການສິນຄ້າທີ່ ສາມາດຜະລິດໄດ້ ເປັນຕົ້ນຝຸ່ນ, ອາ ຫານສັດ ຮັບປະກັນການສະໜອງ ແລະ ຊົມໃຊ້ຢູ່ພາຍໃນໃຫ້ພຽງພໍກັບ ຄວາມຕ້ອງການ ພ້ອມທັງມີກົນໄກ ປະສານສົມທົບ ລະຫວ່າງຂະແໜງ ກະສິກໍາ ແລະ ປ່າໄມ້ ກັບຂະແໜງ ອຸດສາຫະກໍາ ແລະ ການຄ້າ ຄົ້ນ ຄວ້າກໍານົດມາດຕະການຈໍາກັດ ການນໍາເຂົ້າສິນຄ້າ ທີ່ສາມາດຜະ ລິດໄດ້ຢູ່ພາຍໃນ ແລະ ຫລຸດຜ່ອນ ການສົ່ງອອກວັດຖຸດິບບາງລາຍ ການ ທີ່ຍັງມີຄວາມຕ້ອງການຊົມໃຊ້ ພາຍໃນ ເປັນຕົ້ນ ຂີ້ເບຍ ແລະ ອື່ນໆ ເພື່ອຮັບປະກັນການຊົມໃຊ້ພາຍ ໃນໃຫ້ພຽງພໍ; ມອບໃຫ້ລັດຖະບານ ສຸມໃສ່ປັບປຸງສະພາບການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ, ສືບຕໍ່ປະຕິບັດນະໂຍບາຍ ແລະ ມາດ ຕະການ ໃນການແກ້ໄຂການປະລະ ການຮຽນ, ບັນຫາການຂາດແຄນ ຄູ, ການປະຕິບັດນະໂຍບາຍອຸດໜູນ ຄູອາສາສະໝັກ ແລະ ແພດອາສາ ສະໝັກຕາມມະຕິເລກທີ 09/ລບ ໃຫ້ເປັນຮູບປະທຳຫລາຍຂຶ້ນ. ເຖິງ ວ່າຍັງມີຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ກໍໃຫ້ເອົາໃຈ ໃສ່ໃນການລົງທຶນເຂົ້າໃນຂະແໜງ ສຶກສາທິການ ແລະ ສາທາລະນະ ສຸກ; ຊຸກຍູ້ສົ່ງເສີມການທ່ອງທ່ຽວ ໃນປີທ່ອງທ່ຽວລາວ ຕິດພັນກັບ ການເປັນປະທານອາຊຽນ ແລະ ປະ ທານໄອປາ; ອີງຕາມວາລະກອງ ປະຊຸມ ໃນວັນທີ 2 ກໍລະກົດ 2024, ຜູ້ແທນກອງປະຊຸມຈະໄດ້ລົງຄະ ແນນຮັບຮອງມະຕິກອງປະຊຸມສະ ພາແຫ່ງຊາດ ກ່ຽວກັບແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024. ຕໍ່ກັບວຽກງານຂອງອົງການ ກວດສອບແຫ່ງລັດ: ໃນວັນທີ 14 ມິຖຸນາ 2024 ທີ່ຜ່ານມາ, ກອງປະ ຊຸມໄດ້ພິຈາລະນາບົດລາຍງານ ຂອງ ອົງການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດ ສອບປະຈໍາປີ 2023. ສັງລວມໂດຍ ຫຍໍ້ດັ່ງນີ້: ກອງປະຊຸມໄດ້ຍ້ອງຍໍ ຊົມເຊີຍຕໍ່ອົງການກວດສອບແຫ່ງ ລັດ ທີ່ໄດ້ປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຫ້າວຫັນ, ເຖິງວ່າໄດ້ດຳ ເນີນການກວດສອບພຽງແຕ່ 2 ເດືອນເທົ່ານັ້ນ, ແຕ່ຍັງສາມາດລາຍ ງານຕໍ່ກອງປະຊຸມສະພາແຫ່ງຊາດ ໄດ້ທັນຕາມກໍານົດເວລາ; ໄລຍະ ຜ່ານມາ, ໄດ້ກວດສອບເຫັນລາຍ ຮັບ-ລາຍຈ່າຍເພີ່ມ, ໜີ້ຕ້ອງຮັບແລະ ບັນຫາອື່ນ ເປັນຈໍານວນຫລາຍ, ແຕ່ ແກ້ໄຂໄດ້ໜ້ອຍ, ຊັກຊ້າ, ແກ່ຍາວ, ສາເຫດຍ້ອນການຈັດຕັ້ງປະຕິບັດ ກົດໝາຍບໍ່ທັນເຂັ້ມງວດ, ບໍ່ເດັດ ຂາດ, ອົງການຄຸ້ມຄອງ ແລະ ເປົ້າ ໝາຍຖືກກວດສອບຍັງຖືເບົາ, ການ ປະສານສົມທົບ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ບໍ່ທັນກົມກຽວ, ການ ຕິດຕາມກວດກາຂອງສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ. ຜົນການກວດສອບເຫັນວ່າ: ຍັງ ມີລັກສະນະຊໍ້າເຮື້ອ ໂດຍສະເພາະ ການລະເມີດກົດໝາຍ, ວິໄນແຜນ ການ-ການເງິນ ມີມູນຄ່າສູງ, ເຮັດ ໃຫ້ສັງຄົມຂາດຄວາມເຊື່ອໝັ້ນຕໍ່ ການບໍລິຫານລັດ; ກອງປະຊຸມໄດ້ ສະເໜີໃຫ້ອົງການຄຸ້ມຄອງເປົ້າ ໝາຍ ແລະ ເປົ້າໝາຍຖືກກວດສອບ ຮ່ວມກັນວິເຄາະ-ວິໄຈ ບັນຫາທີ່ສະ ສົມ ເປັນອັນລະອຽດອັນໃດສາມາດ ເກັບກູ້ຄືນໄດ້ ແລະ ບໍ່ສາມາດເກັບກູ້ ຄືນໄດ້ ຫລື ມີຕົວຕົນ ແລະ ບໍ່ມີຕົວ ຕົນ ເພື່ອລາຍງານສະພາແຫ່ງຊາດ ພິຈາລະນາແກ້ໄຂ; ກອງປະຊຸມເນັ້ນ ໜັກໃຫ້ຄະນະພັກ, ຄະນະນຳຂອງ ອົງການຄຸ້ມຄອງເປົ້າໝາຍແລະ ເປົ້າ ໝາຍທີ່ຖືກກວດສອບເປັນເຈົ້າການ ຊີ້ນຳ-ນຳພາ ແກ້ໄຂຜົນການກວດ ສອບຢ່າງເດັດຂາດ, ຖືເອົາການແກ້ ໄຂການກວດສອບ ເປັນເງື່ອນໄຂ ໃນການປະເມີນການແຂ່ງຂັນຮັກ ຊາດ ແລະ ພັດທະນາ, ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ; ກອງປະຊຸມຊົມເຊີຍກະຊວງ ການເງິນ ທີ່ໄດ້ເອົາໃຈໃສ່ແກ້ໄຂ ຜົນການກວດສອບໃນ 6 ເດືອນ ຕົ້ນປີຢ່າງຕັ້ງໜ້າ, ພ້ອມທັງສະເໜີ ໃຫ້ສືບຕໍ່ເສີມຂະຫຍາຍແກ້ໄຂຜົນ ການກວດສອບ ໃນ 6 ເດືອນທ້າຍປີ 2024 ໃຫ້ໄດ້ຫລາຍຂຶ້ນກວ່າເກົ່າ ເພື່ອເປັນແບບຢ່າງທີ່ດີໃຫ້ຫົວໜ່ວຍ ງົບປະມານອື່ນ; ກອງປະຊຸມສະເໜີ ໃຫ້ມີມາດຕະການຢ່າງເດັດຂາດ ແລະ ເຂັ້ມງວດ ຕໍ່ອົງການຄຸ້ມຄອງ ແລະ ເປົ້າໝາຍທີ່ຖືກກວດສອບທີ່ ບໍ່ໃຫ້ການຮ່ວມມື, ບໍ່ສະໜອງຂໍ້ມູນ ແລະ ບໍ່ເຂົ້າຮ່ວມວຽກງານກວດ ສອບແຫ່ງລັດ. ນອກຈາກການລາຍ ງານຂອງ ອົງການກວດສອບແຫ່ງ ລັດແລ້ວ, ກອງປະຊຸມຍັງໄດ້ຮັບ ຟັງການຊີ້ແຈງ ແລະ ໃຫ້ຄວາມກະ ຈ່າງແຈ້ງ ຈາກລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ, ກະ ຊວງການເງິນ ແລະ ທະນາຄານ ແຫ່ງ ສປປ ລາວ. ຂ່າວ: ສົມຫວັງ, ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==