5898

xtgmf]k; 3 21/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ໄໝຄຳຍ້ອມສິນ g-nj v'j kp 9bj 'dkpgxa oz66h glpskp ໂດຍ: ຢ່າຕົ່ງ ແຫລ່ງຂໍ້ມູນຈາກ: ສູນກາງຊາວໜຸ່ມ |5 j ,]k;7Q o7;h kot;a f8tde.\j .lj .9ly j 'c;f]h v, ot7vos];' pa '8h v' ln [8+ cdh w00= h7q '7h k' ໂດຍ: ມາລີດາ * ໄລຍະນີ້ສັງເກດເຫັນເຈົ້າຂອງ ເຟສບຸກສ່ວນຕົວຈໍານວນໜຶ່ງແຈ້ງ ວ່າມີຄົນບໍ່ດີເອົາຊື່ຕົນເອງຫລືຂອງ ຄອບຄົວ-ລູກ-ເມຍ ຕັ້ງເປັນຂອງ ເຂົາໄປຕົວະໃຫ້ກຸ່ມໝູ່ຄູ່ ຜູ້ຖືກລັກ ເອົາຊື່ ໃນຮູບແບບການຕົວະໂອນ ເງິນໃຫ້ຍ້ອນມີເຫດຈຳເປັນຕ່າງໆ ຊຶ່ງເຫດການນີ້ໄດ້ມີຫລາຍຄົນຕົກ ເປັນເຫຍື່ອ ແລະ ສູນເສຍເງິນເປັນ ຈຳນວນຫລາຍ. ຕໍ່ກັບພຶດຕິກຳດັ່ງ ກ່າວແມ່ນເກີດຂຶ້ນມາດົນແລ້ວ ແຕ່ ໃນປັດຈຸບັນກຸ່ມຄົນບໍ່ດີຍິ່ງໃຊ້ວິທີທີ່ ແນບນຽນຂຶ້ນກວ່າເກົ່າ ເພາະມີທັງ ການປອມສຽງເຈົ້າຂອງບັນຊີເຟສ ບຸກ ຈຶ່ງເຮັດໃຫ້ຜູ້ຕົກເປັນເຫຍື່ອເຊື່ອ ແບບຕາຍໃຈວ່າແມ່ນຄົນທີ່ຕົນເອງ ຮູ້ຈັກຮັກແພງແທ້ຈຶ່ງໂອນເງິນໃຫ້. ໃນສະພາບທີ່ເສດຖະກິດມີຄວາມ ຫຍຸ້ງຍາກນີ້ ຍິ່ງພາໃຫ້ເກີດມີປາກົດ ການຫຍໍ້ທໍ້ໃນສັງຄົມທຸກຮູບແບບ ຊຶ່ງກຸ່ມຄົນບໍ່ດີກໍໃຊ້ທຸກວິທີທາງ, ທຸກຮູບແບບທີ່ແນບນຽນ ເພື່ອຕົວະ ໃຫ້ສັງຄົມເຊື່ອ ຊຶ່ງເຫດການແບບ ນີ້ທົ່ວສັງຄົມລາວ ຕ້ອງຍົກສູງສະຕິ ໃນການນໍາໃຊ້ສື່ສັງຄົມອອນລາຍ ໃຫ້ນັບມື້ສູງ. ຕ້ອງຄຳນຶງສະເໝີວ່າ ການໃຊ້ສັງຄົມອອນລາຍນັ້ນຕ້ອງ ລະມັດ ລະວັງໃນການຮັບ, ສະໜັບ ສະໜູນກໍ່ຄື Like, ສົ່ງຕໍ່ລວມເຖິງ ການສະແດງຄວາມຄິດເຫັນຕໍ່ບັນ ຫາທີ່ຖືກນໍາມາເຜີຍແຜ່ໃນໂລກອອນ ລາຍແມ່ນສໍາຄັນຫລາຍ. ຈະ Like, ໃຫ້ຄວາມເຫັນ (Comment) ຫລື ແຊ(Share)ຕ້ອງຄິດຫງໍາຫລາຍ ຫລົບຫລາຍຕ່າວ ເພື່ອບໍ່ໃຫ້ຕົກເປັນ ເຍື່ອຂອງກຸ່ມຄົນບໍ່ຫວັງດີ ນັ້ນເອງ. ສຳລັບວິທີປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ ດີໂຈລະກຳຂໍ້ມູນຜ່ານສື່ອອນລາຍ ໄດ້ງ່າຍໆນັ້ນຜູ້ໃຊ້ຕ້ອງມີສະຕິ, ໝັ່ນ ປ່ຽນລະຫັດບັນຊີ ແລະ ໃຊ້ລະຫັດທີ່ ເຂົ້າເຖິງຍາກ, ບໍ່ຄວນກົດລິ້ງທີ່ຖືກ ສົ່ງໃຫ້ຈາກຄົນທີ່ບໍ່ຮູ້ຈັກ ຫລື ຈາກ ແຫລ່ງທີ່ເຊື່ອຖືບໍ່ໄດ້. ໃນກໍລະນີທີ່ມີ ການໃຫ້ໂອນເງິນ ຕ້ອງກວດຄືນຫາ ເຈົ້າຂອງບັນຊີຢ່າງຄັກແນ່ວ່າແມ່ນ ຄົນທີ່ຕົນເອງຮູ້ຈັກບໍ່ທີ່ຕ້ອງການ ຄວາມຊ່ວຍເຫລືອ, ສັງເກດເລກບັນ ຊີທີ່ຈະໂອນໃຫ້ວ່າແມ່ນຄົນທີ່ຕົນ ເອງຮູ້ຈັກບໍ່. ສຳຄັນແມ່ນຕ້ອງມີສະ ຕິສູງ ແລະ ກວດກາຢ່າງລະອຽດ ທຸກຄັ້ງກ່ອນທີ່ຈະມີການເຄື່ອນໄຫວ ທາງການເງິນ. ໃນກໍລະນີການລັກເຂົ້າຫລື ໃຊ້ຊື່ ຜູ້ອື່ນ ໃນສັງຄົມສື່ອອນລາຍ ເພື່ອ ຈຸດປະສົງບໍ່ດີ ຖືວ່າຂັດກັບລະບຽບ ກົດ ໝາຍຂອງ ສປປ ລາວ ຊຶ່ງກໍມີ ຫລາຍກົດໝາຍທີ່ກ່ຽວຂ້ອງແລ້ວ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍເຕັກ ໂນໂລຊີການສື່ສານ ແລະ ຂໍ້ມູນ ຂ່າວສານ; ກົດໝາຍວ່າດ້ວຍການ ປົກປ້ອງຂໍ້ມູນເອເລັກໂຕຣນິກ; ກົດ ໝາຍວ່າດ້ວຍການຕ້ານແລະສະກັດ ກັ້ນອາຊະຍາກໍາທາງລະບົບຄອມ ພິມເຕີ ແລະ ອື່ນໆ. ໃນສັງຄົມເຮົາ, ການສະກັດກັ້ນ ຕໍ່ປາກົດອັນບໍ່ດີທີ່ ອາດຈະເກີດຂຶ້ນຈາກການໃຊ້ສື່ສັງ ຄົມອອນລາຍນີ້ຍັງຖືວ່າການໂຄສະ ນາສຶກສາອົບຮົມທາງດ້ານແນວ ຄິດມີຄວາມສໍາຄັນ ເຊິ່ງຕ້ອງການ ການມີສ່ວນຮ່ວມທົ່ວສັງຄົມນັບແຕ່ ຫົວໜ່ວຍຄອບຄົວ, ອໍານາດການ ປົກຄອງຮາກຖານ, ສະຖານສຶກສາ ແລະ ອື່ນໆ. ສ່ວນລັດແນ່ນອນແມ່ນ ເປັນກົກຢູ່ແລ້ວ ເຊິ່ງຈໍາເປັນຕ້ອງ ເພີ່ມທະວີບົດບາດການຄຸ້ມຄອງ, ຕິດຕາມ-ກວດກາ ແລະ ນໍາໃຊ້ບັນ ດາມາດຕະການທາງລະບຽບ-ກົດ ໝາຍໃຫ້ສອດຄ່ອງສະພາບເງື່ອນ ໄຂໃຫ້ເຂັ້ມງວດ ແລະ ທັນການ. * ນັບວ່າເປັນນະວັດຕຳກຳໃໝ່ ທີ່ຊາວໜຸ່ມລາວເຮົາສາມາດຄິດ ຄົ້ນເຄື່ອງຜະລິດພາຊະນະປະເພດ ຖ້ວຍ ແລະ ຈານ ຈາກໃບໄມ້ປະສົມ ກັບແປ້ງ ແລ້ວນໍາເຂົ້າເຄື່ອງບີບອັດ ຄວາມຮ້ອນໃຫ້ກາຍເປັນພາຊະນະ ຮູບຊົງຕ່າງໆອອກຮັບໃຊ້ສັງຄົມທັງ ຫວັງຜະລິດປ່ຽນແທນປລາສຕິກ ແລະ ໂຟມ ທີ່ເປັນຂີ້ເຫຍື້ອຈຳນວນ ມະຫາສານທຳລາຍສິ່ງແວດລ້ອມ ໂລກ. ເຄື່ອງຈັກດັ່ງກ່າວສ້າງຂຶ້ນໂດຍ ທ້າວ ສູນທອນ ອ່ອນຕາອິນດາ ພາບປະກອບ * ທ່ານ ບຸມທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນ ນະ ຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ສະ ມາຊິກສະພາແຫ່ງຊາດ ປະຈໍາເຂດ ເລືອກຕັ້ງທີ1ແລະ ສະມາຊິກສະພາ ປະຊາຊົນນະຄອນຫລວງ ໄດ້ເອົາໃຈ ໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດແລະໜ້າທີ່ຂອງຕົນແລະຄໍາແນະ ນໍາຂອງຄະນະປະຈໍາສະພາ ແຫ່ງ ຊາດ ດ້ວຍຄວາມຮັບຜິດຊອບສູງ ພາຍຫລັງສໍາເລັດການດໍາເນີນກອງ ປະຊຸມ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ນະຄອນຫລວງ ໄດ້ມີການນໍາເອົາລັດຖະທໍາມະນູນ ກົດໝາຍ, ມະຕິຂອງສະພາແຫ່ງ ຊາດ,ມະຕິສະພາປະຊາຊົນນະຄອນ ຫລວງ ແລະ ບັນດານິຕິກໍາໃຕ້ກົດ ໝາຍລົງໂຄສະນາເຜີຍແຜ່ໃຫ້ຜູ້ມີ ສິດເລືອກຕັ້ງ ຢູ່ບັນດາອົງການຈັດ ຕັ້ງຂັ້ນສູນກາງ, ຂັ້ນນະຄອນຫລວງ, ຂັ້ນເມືອງ ແລະ ໄປຮອດໄປເຖິງຜູ້ມີ ສິດເລືອກຕັ້ງຢູ່ຂັ້ນບ້ານ ໃນຂອບ ເຂດ ນະຄອນຫລວງວຽງຈັນ ມາ ຮອດປັດຈຸບັນໄດ້ທັງໝົດ 6 ຄັ້ງ, ມີຜູ້ ເຂົ້າຮ່ວມທັງໝົດ 64.616 ຄົນ, ຍິງ 28.129ຄົນ ເຊິ່ງບັນຫາທີ່ປະ ຊາຊົນສະເໜີຫລາຍ ແຕ່ຍັງບໍ່ທັນໄດ້ ຮັບການແກ້ໄຂໄດ້ດີເທົ່າທີ່ຄວນໂດຍ ສະເພາະບັນຫາທີ່ຕິດພັນກັບໂຄງ ການລົງທຶນໃຫຍ່ຂອງລັດຖະບານທີ່ ຈັດຕັ້ງປະຕິບັດໃນນະຄອນຫລວງ ເປັນຕົ້ນ: ໂຄງການໂລຈິສຕິກ ທ່າ ບົກ-ທ່ານາແລ້ງ ແບບຄົບວົງຈອນ ນະຄອນຫລວງ; ໂຄງການກໍ່ສ້າງ ເສັ້ນທາງລົດໄຟລາວ-ຈີນ ໄລຍະ 2 ແລະ ໂຄງການກໍ່ສ້າງສາຍສົ່ງໄຟ ຟ້າແຮງສູງ 230 ກິໂລໂວນ ແລະ 500 ກິໂລໂວນ ແຕ່ສະຖານນີ ເພຍ ລາດ-ສະຖານີໄຟຟ້າ ນາຊາຍທອງ ນະຄອນຫລວງ ຂອງລັດວິສາຫະ ກິດໄຟຟ້າລາວ ປັດຈຸບັນຍັງເປັນຂໍ້ ຄົງຄ້າງບໍ່ສາມາດແກ້ໄຂໄດ້ເຖິງ ວ່າສະພາປະຊາຊົນຂອງພວກເຮົາ ເອົາໃຈໃສ່ຊຸກຍູ້ ແລະ ມີສ່ວນຮ່ວມ ແຕ່ກໍ່ຍັງບໍ່ທັນໄດ້ຮັບການແກ້ໄຂໄດ້ ຢ່າງຂາດຕົວ ເຊິ່ງໃນຕໍ່ໜ້ານີ້ສິ່ງທີ່ ຮີບດ່ວນຄວນເລັ່ງໃສ່ປັບປຸງແກ້ໄຂ ກໍ່ຄື ບັນຫາເສດຖະກິດ-ການເງິນ ທີ່ ສປປ ລາວ ຂອງພວກເຮົາພວມຜະ ເຊີນຢູ່ ຊຶ່ງສົ່ງຜົນກະທົບຢ່າງໜັກ ໜ່ວງຕໍ່ການດໍາລົງຊີວິດ ຂອງປະ ຊາຊົນລາວບັນດາເຜົ່າ. ສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກ ຕັ້ງທີ 1 ພວກເຮົາ ກໍ່ເອົາໃຈໃສ່ຕິດ ຕາມກວດກາເກັບກໍາຂໍ້ມູນ ແລ້ວນໍາ ມາປະກອບຄໍາເຫັນຕໍ່ກອງປະຊຸມ ໃນຄັ້ງນີ້ ໂດຍສະເພາະວາລະການ ເຄື່ອນໄຫວວຽກງານຂອງລັດຖະ ບານ ໃນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດສັງຄົມແຫ່ງ ລັດ ເຊິ່ງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ກໍ່ໄດ້ປະ ກອບຄໍາເຫັນຫລາຍທ່ານຕໍ່ກັບການ ປະຕິບັດວຽກງານລັດຖະບານໃນ ໄລຍະຜ່ານມາ ແລະ ບາງວິທີແກ້ໄຂ ໃນຕໍ່ໜ້າ. ພາຍຫລັງກອງປະຊຸມສະພາ ຄັ້ງນີ້ຫວັງວ່າລັດຖະບານຈະນໍາເອົາ ຄໍາຄິດຄໍາເຫັນ ຂອງກອງປະຊຸມໄປ ຄົ້ນຄວ້າຜັນຂະຫຍາຍວິທີການແກ້ ໄຂວິກິດການທາງດ້ານເສດຖະ ກິດ-ການເງິນ ໃຫ້ມີສະຖຽນລະພາບ ຄົງທີ່ ບໍ່ໃຫ້ເສື່ອມຖອຍໄປກວ່ານີ້ ແລະ ກັບຄືນເຂົ້າສູ່ສະພາວະປົກກະ ຕິໃນຕໍ່ໜ້າ. ສຸດທ້າຍ ເພື່ອເຮັດໃຫ້ ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ມີປະສິດພາບ ທຸກພາກສ່ວນຄວນ ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາ ກົດໝາຍຕ່າງໆຢ່າງເຂັ້ມງວດ ຖ້າ ວ່າກົດໝາຍຍັງບໍ່ຈະແຈ້ງກໍ່ຈັດຕັ້ງ ຜັນຂະຫຍາຍກົດໝາຍ ອອກເປັນນິ ຕິກໍາໃຕ້ກົດໝາຍ ໃຫ້ລະອຽດສອດ ຄ່ອງກັບສະພາບຄວາມເປັນຈິງ ແລ້ວນໍາສະເໜີໃຫ້ສະພາຂັ້ນທ້ອງ ຖິ່ນພິຈາລະນາຮັບຮອງ ເພື່ອເປັນ ບ່ອນອີງໃນການຈັດຕັ້ງປະຕິບັດ ວຽກງານແກ່ທຸກພາກສ່ວນ. ອາຍຸ 21 ປີ ເປັນວິສະວະກອນ ແລະ ຜູ້ອຳນວຍການຂອງບໍລິສັດ NIKOLA Inventor Technology and Innovation Laos Co.,Ltd. ຈຸດພິເສດ ຂອງເຄື່ອງ ຈັກ ແມ່ນມີ 2 ແມ່ແບບໃນ 1 ເຄື່ອງ, ສາມາດຜະລິດຈານໄດ້ 40-50 ອັນຕໍ່ຊົ່ວໂມງ ສະແດງວ່າ ເຄື່ອງຈັກ 1 ເຄື່ອງ ສາມາດຜະລິດໄດ້ 80100 ໃບຕໍ່ຊົ່ວໂມງ. ສຳລັບວັດຖຸດິບ ທີ່ນຳມາອັດເປັນຈານໄດ້ ປະກອບມີ ກາບໝາກ, ກາບໄຜ່ ແລະ ໃບໄມ້ ປະເພດຕ່າງໆທີ່ບໍ່ມີຜົນຂ້າງຄຽງຕໍ່ ຮ່າງກາຍ. ທ້າວ ສູນທອນ ເລົ່ສູ່ຟັງ ວ່າ: ການສ້າງເຄື່ອງຈັກນີ້ຂຶ້ນມາ ກໍ່ ຍ້ອນວ່າເຫັນບັນຫາຂອງການນຳ ໃຊ້ພາຊະນະບັນຈຸອາຫານທີ່ເປັນ ປະເພດໂຟມ ແລະ ປລາສຕິກ ທີ່ ນັບມື້ນັບສ້າງຂີ້ເຫຍື້ອຂຶ້ນເລື້ອຍໆ ແລ້ວຂີ້ເຫຍື້ອປະເພດນີ້ ຍັງມີອາຍຸ ການຍ່ອຍສະຫລາຍ ຫລາຍກວ່າ 450 ປີ ແລະ ເຫັນວ່າວັດຖຸດິບທີ່ມາ ຈາກທຳມະຊາດ ແລະ ບໍ່ມີຜົນກະ ທົບຕໍ່ຮ່າງກາຍຢູ່ປະເທດເຮົາຍັງມີ ຫລາຍເຊັ່ນ: ກາບໝາກ, ກາບໄຜ່ ແລະ ໃບໄມ້ປະເພດຕ່າງໆ ຊຶ່ງເຄື່ອງ ຈັກລັກສະນະນີ້ຢູ່ຕ່າງປະເທດກໍມີ ແລ້ວ ແຕ່ການທີ່ຈະສັ່ງເອົາເຄື່ອງ ຈັກຈາກຕ່າງປະເທດເຂົ້າມາໃນ ປະເທດລາວເຮົາກໍຂ້ອນຂ້າງມີລາ ຄາສູງ ຈຶ່ງໄດ້ຄິດຄົ້ນເຄື່ອງຈັກຂຶ້ນ ເອງ ແລະ ນຳເອົາເຄື່ອງຈັກໄປນຳ ສະເໜີຕາມງານຕ່າງໆ ແລະ ເຂົ້າ ຮ່ວມແຂ່ງຂັນຈົນໄດ້ຮັບລາງວັນ ຄື: ໄດ້ຮັບລາງວັນຊະນະເລີດງານ Toyota lncubation Program, ລາງວັນ Lancang-Mekong Young Technopreneur Forum, ລາງວັນຊະນະເລີດງານ BIZ IDEA PITCHING 2023, ລາງວັນຊະນະເລີດຈາກງານນະ ວັດຕະກຳການຢຸດຕິມົນລະພິດ ປລາສຕິກ (EPPIC). ນອກຈາກ ນີ້, ຍັງໄດ້ຮັບການສະໜັບສະໜູນ ຈາກ Makerbox ຕື່ມອີກ. ໃນຕໍ່ໜ້າ ມີແຜນທີ່ຈະສ້າງເຄື່ອງ ຈັກອອກມາອີກຫລາຍໆເຄື່ອງ ເພື່ອ ຜະລິດຈານ ຈາກທຳມະຊາດຕອບ ສະໜອງໃຫ້ສັງຄົມຢ່າງທົ່ວເຖິງ ແລະ ຢາກເຫັນສັງຄົມລາວ ໃຫ້ ຄວາມສໍາຄັນຕໍ່ສິ່ງແວດລ້ອມໃຫ້ ຫລາຍຂຶ້ນ, ນຳໃຊ້ປລາສຕິກ ໃຫ້ ໜ້ອຍລົງ ແລະ ໃນອະນາຄົດໄວໆນີ້ ຖ້າຫາກມີຜູ້ໃຫ້ທຶນກໍຢາກຈະສ້າງ ເຄື່ອງຈັກນີ້ ກະຈາຍລົງແຕ່ລະຊຸມ ຊົນ ເພື່ອໃຫ້ມີອາຊີບ ພ້ອມທັງຮັກ ສາສິ່ງແວດລ້ອມໄປພ້ອມກັນ ທ້າວ ສູນທອນ ອ່ອນຕາອິນດາ ກ່າວ.

RkJQdWJsaXNoZXIy MTc3MTYxMQ==