5898

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 21/06/2024 xtgmf]k; ສະຫລອງວັນ... ສສຊ ສຸມໃສ່ປະກອບຄຳເຫັນ... ບໍລິສັດທາງລົດໄຟ... ບີຄວາ ສືບຕໍ່... ສະພາແຫ່ງຊາດ ພິຈາລະນາ... ຊັບພະຍາກອນທີ່ເປັນຢາ... ປະເມີນການປະຕິບັດ... ພາແຫ່ງຊາດ, ປະທານຄະນະກຳ ມະການລະດັບຊາດ ປັບປຸງລັດຖະ ທຳມະນູນ ແຫ່ງ ສປປ ລາວ, ມີການ ນຳພັກ, ລັດ, ພະນັກງານຫລັກ ແຫລ່ງຈາກພາກສ່ວນຕ່າງໆໃນຂົງ ເຂດອົງການພັກ, ແນວລາວສ້າງ ຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການມະຫາຊົນ ເຂົ້າຮ່ວມ ແລະ ຮັບຟັງບົດສະຫລຸບການຈັດຕັ້ງປະ ຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ໂດຍສະເພາະແມ່ນສະພາບ ລວມ, ຕີລາຄາຜົນສຳເລັດດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ບັນດາ ສາເຫດທີ່ພາໃຫ້ເກີດດ້ານອ່ອນ ແລະ ສາເຫດທີ່ພາໃຫ້ເກີດດ້ານດີ, ບົດຮຽນທີ່ຖອດຖອນໄດ້, ທິດທາງ ວຽກງານໃນຕໍ່ໜ້າ. ຈາກນັ້ນ, ກໍໄດ້ ປະກອບຄຳຄິດຄຳເຫັນລວມທັງຂໍ້ ສະເໜີຕໍ່ກັບການປັບປຸງເນື້ອໃນຂອງ ລັດຖະທຳມະນູນ ແນໃສ່ເຮັດໃຫ້ມີ ເນື້ອໃນຄົບຖວ້ນ, ສົມບູນສາມາດ ນຳໄປຈັດຕັ້ງປະຕິບັດຢ່າງມີປະສິດ ທິພາບ ແລະ ປະສິດທິຜົນ. ທ່ານ ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນວ່າ: ອີງຕາມຄວາມ ຮຽກຮ້ອງຕ້ອງການໃນການຈັດຕັ້ງ ປະຕິບັດແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານທີ່ມີຫລັກການຂອງ ພັກ ແຕ່ນີ້ ຫາປີ 2055, ຄະນະບໍລິ ຫານງານສູນກາງພັກ ສະໄໝທີ XI ໄດ້ອອກມະຕິ ສະບັບ ເລກທີ 05/ ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍການສືບຕໍ່ຍູ້ແຮງການຜັນ ຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ ສ້າງການຫັນປ່ຽນທີ່ ແຂງແຮງ, ເລິກເຊິ່ງແລະຮອບດ້ານ ໃນການນຳພາຂອງພັກ;ຕໍ່ມາກົມ ການເມືອງສູນກາງພັກ ກໍໄດ້ອອກ ມະຕິສະບັບເລກທີ 04/ກມສພ, ລົງວັນທີ11 ເມສາ 2024 ວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່. ທັງ ສອງມະຕິດັ່ງກ່າວນີ້,ໄດ້ຮຽກຮ້ອງ ໃຫ້ລັດເຮົາ ຕ້ອງໄດ້ປັບປຸງລັດຖະ ທຳມະນູນ ແຫ່ງ ສປປ ລາວ ສະບັບ ປີ 2015 ໃຫ້ສອດຄ່ອງກັບໜ້າທີ່ ການເມືອງ ຂອງພັກ ແລະ ລັດເຮົາ ໃນໄລຍະໃໝ່. ສະນັ້ນ, ການປະເມີນ ການຈັດຕັ້ງປະຕິບັດລັດຖະທຳມະ ນູນ ໃນຄັ້ງນີ້, ເປັນການສະຫລຸບຕີ ລາຄາການຈັດຕັ້ງປະຕິບັດລັດຖະ ທຳມະນູນ ໃນໄລຍະເກືອບ 10 ປີ ທີ່ຜ່ານມາໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງ ຄ້າງ ພ້ອມທັງສາເຫດ, ບົດບັນຍັດ ທີ່ສອດຄ່ອງ ຫລື ບໍ່ສອດຄ່ອງ, ບົດຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອ ເປັນຂໍ້ມູນໃຫ້ແກ່ການຄົ້ນຄວ້າ,ປັບ ປຸງເນື້ອໃນຂອງລັດຖະທຳມະນູນ ສະບັບປີ 2015 ໃຫ້ຖືກຕ້ອງ, ຄົບ ຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາ ມາດປະຕິບັດໄດ້. ການປະເມີນການຈັດຕັ້ງປະຕິ ບັດລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປີ 2015 ນີ້, ຍັງຈະໄດ້ ຈັດກອງປະຊຸມປະເມີນຢູ່ 4 ຈຸດ ຕາມຂົງເຂດວຽກງານ ຄື: ຂົງເຂດ ອົງການຈັດຕັ້ງພັກ, ແນວລາວສ້າງ ຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການມະຫາຊົນ; ຂົງເຂດເສດຖະ ກິດ-ສັງຄົມ; ຂົງເຂດອຳນາດລັດ; ຂົງເຂດປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ. ສຳລັບຢູ່ຂັ້ນທ້ອງ ຖິ່ນຈະຈັດກອງປະຊຸມປະເມີນຢູ່18 ຈຸດ ຕາມແຂວງ-ນະຄອນຫລວງ. ນອກຈາກນີ້, ຈະໄດ້ດຳເນີນການ ປະເມີນການປະຕິບັດລັດຖະທຳມະ ນູນ ໃນຮູບແບບທາບທາມຄວາມ ເຫັນທົ່ວໄປລວມທັງຜ່ານພາຫະນະ ສື່ມ່ວນຊົນ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ຮັດກຸມຂຶ້ນກວ່າເກົ່າ, ເຮັດໃຫ້ປະຊາ ຊົນບັນດາເຜົ່າ ແລະ ສາກົນ ເຫັນໄດ້ ນະໂຍບາຍຂອງພັກ, ລັດ ແລະ ການ ຄຸ້ມຄອງອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ຊັບພະຍາ ກອນທີ່ເປັນຢາ ຢ່າງກວ້າງຂວາງ ແລະ ສົມເຫດສົມຜົນ. ທັງເຮັດໃຫ້ ທົ່ວສັງຄົມມີຄວາມຮັບຜິດຊອບ ຫລາຍຂຶ້ນ, ເປັນເຈົ້າການໃນການ ຮ່ວມມືຊ່ວຍອົງການຈັດຕັ້ງລັດ ໃນ ການປົກປັກຮັກສາ ແລະ ພັດທະນາ ຊັບພະຍາກອນທີ່ເປັນຢາ. ນອກນັ້ນ, ຍັງເປັນທ່າແຮງດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ສາ ມາດສ້າງສິ່ງແວດລ້ອມທີ່ດີ ໃຫ້ມີ ຄວາມຍືນຍົງຄູ່ກັບຊາດລາວ, ກາຍ ເປັນມໍລະດົກຕົກທອດຕະຫລອດ ໄປ. ຮ່າງກົດໝາຍວ່າດ້ວຍຊັບພະ ຍາກອນທີ່ເປັນຢາ ສະບັບສ້າງໃໝ່ ໄດ້ກຳນົດຫລັກການ, ລະບຽບການ ແລະມາດຕະການກ່ຽວກັບການຄຸ້ມ ຄອງ, ຕິດຕາມກວດກາວຽກງານ ຊັບພະຍາກອນທີ່ເປັນຢາ ເພື່ອເຮັດ ໃຫ້ວຽກງານດັ່ງກ່າວ, ດຳເນີນໄປ ຢ່າງມີປະສິດທິພາບ ແລະ ປະສິດທິ ຜົນ ແນໃສ່ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ຊັບພະຍາ ກອນທີ່ເປັນຢາ ບໍ່ໃຫ້ບົກແຫ້ງ, ສູນ ພັນ, ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ, ຮັບປະກັນການນໍາໃຊ້ຊັບ ພະຍາກອນທີ່ເປັນຢາ ເຂົ້າໃນການ ຮັກສາສຸຂະພາບຂອງຄົນ, ເຮັດໃຫ້ ພົນລະເມືອງທຸກຄົນມີສຸຂະພາບ ແຂງແຮງ, ສ້າງເປັນຜະລິດຕະພັນ ສົ່ງອອກ, ສາມາດເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ, ທັງປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຂ່າວ: ທະນູທອງ, ພາບ: ເກດສະໜາ ຖອນຮີດເອົາທາດຢາອອກຈາກພືດ ຕົ້ນໄມ້ເປັນຢາບໍ່ທັນໄດ້ຮັບອະນຸ ຍາດແລະບໍ່ຖືກຕ້ອງຕາມຫລັກວິຊາ ການ, ການຈຳໜ່າຍ ແລະ ສົ່ງອອກ ເປັນວັດຖຸດິບ ກໍບໍ່ມີການປູກທົດ ແທນ ເຮັດໃຫ້ມີການທຳລາຍຊັບພະ ຍາກອນທີ່ເປັນຢາເຊິ່ງເປັນສາເຫດ ເຮັດໃຫ້ພືດ ແລະ ຕົ້ນໄມ້ ທີ່ເປັນ ຢາບົກແຫ້ງ, ບາງສະນິດກໍມີການ ສູນພັນ ແລະ ກ້າວໄປສູ່ການສູນພັນ ໃນອະນາຄົດ. ດັ່ງນັ້ນ, ຈຶ່ງມີຄວາມ ຈຳເປັນ ໃນການສ້າງກົດໝາຍສະ ບັບນີ້ຂຶ້ນມາ ເພື່ອໃຫ້ວຽກງານຄຸ້ມ ຄອງຊັບພະຍາກອນທີ່ເປັນຢາມີປະ ສິດທິພາບ,ປະສິດທິຜົນແລະມີການ ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ບໍ່ໃຫ້ບົກແຫ້ງ, ສູນພັນ, ໃຫ້ມີຄວາມອຸດົມສົມບູນຕາມທິດສີ ຂຽວ ແລະ ມີຄວາມຢືນຍົງປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ. ຮ່າງກົດໝາຍສະບັບນີ້, ປະກອບ ມີ 9 ພາກ, 6 ໝວດ 73 ມາດຕາ, ພາຍຫລັງໄດ້ຖືກຮັບຮອງ ແລະ ປະ ກາດໃຊ້ ຢ່າງເປັນທາງການຈະສາ ມາດຕິດຕາມຄຸ້ມຄອງ ແລະ ກວດ ກາວຽກງານຊັບພະຍາກອນທີ່ເປັນ ຢາ ໃຫ້ມີຄວາມຖືກຕ້ອງສອດຄ່ອງ ກັບແນວທາງນະໂຍບາຍ,ລັດຖະ ທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດ ໝາຍ, ເຮັດໃຫ້ຂອດການປະສານ ງານລະຫວ່າງຂະແໜງການສາທາ ລະນະສຸກ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງມີຄວາມຊັດເຈນ ແລະ ຮັດກຸມຂຶ້ນກວ່າເກົ່າ, ເຮັດໃຫ້ຊັບພະ ຍາກອນທີ່ເປັນຢາ ໄດ້ຮັບການຄຸ້ມ ຄອງນຳໃຊ້ແບບຢືນຍົງ ແລະ ເປັນ ປະໂຫຍດໃນດ້ານການແພດດ້ວຍ ການນຳໃຊ້ຢາພື້ນເມືອງ ສົມທົບ ກັບຢາຫລວງ ເຂົ້າໃນຕາໜ່າງສາ ທາລະນະສຸກຢູ່ຂອບເຂດທົ່ວປະ ເທດ, ທັງເຮັດໃຫ້ປະຊາຊົນບັນດາ ເຜົ່າ ແລະ ສາກົນເຫັນໄດ້ນະໂຍບາຍ ຂອງພັກ, ລັດ ແລະ ການຄຸ້ມຄອງ ອະນຸ ລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ຊັບພະຍາກອນທີ່ເປັນ ຢາຢ່າງກວ້າງຂວາງ ແລະ ສົມເຫດ ສົມຜົນ. ພ້ອມນີ້, ຍັງເຮັດໃຫ້ທົ່ວ ສັງຄົມມີຄວາມຮັບຜິດຊອບຫລາຍ ຂຶ້ນ, ເປັນເຈົ້າການໃນການຮ່ວມມື ຊ່ວຍອົງການຈັດຕັ້ງລັດໃນການ ປົກປັກຮັກສາແລະພັດທະນາຊັບພະ ຍາກອນທີ່ເປັນຢາ. ນອກນັ້ນ, ຍັງ ເປັນທ່າແຮງດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ສາມາດ ສ້າງສິ່ງແວດລ້ອມທີ່ດີ ໃຫ້ມີຄວາມ ຍືນຍົງຄູ່ກັບຊາດລາວ, ກາຍເປັນ ມໍລະດົກຕົກທອດຮອດຮຸ່ນລູກຮຸ່ນ ຫລານ ຕະຫລອດໄປ ແລະ ກ້າວໄປ ສູ່ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ. ໃນໄລຍະຜ່ານມາ, ລັດຖະບານ ໄດ້ອອກດຳລັດ ວ່າດ້ວຍຊັບພະຍາ ກອນທຳມະຊາດທີ່ເປັນຢາ ໂດຍ ມອບໃຫ້ກະຊວງສາທາລະນະສຸກ ປະສານສົມທົບກັບຂະແໜງການ ທີ່ກ່ຽວຂ້ອງ ແລະ ອົງການປົກຄອງ ທ້ອງຖິ່ນແຕ່ລະຂັ້ນເພື່ອຄຸ້ມຄອງຊັບ ພະຍາກອນທໍາມະຊາດທີ່ເປັນຢາ. ຂ່າວ: ທະນູທອງ,ພາບ: ເກດສະໜາ ເພື່ອຮ່ວມກັນຂຽນບົດເລື່ອງວິດີໂອ. ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວວ່າ: ຄຳໝັ້ນສັນຍາຂອງລັດ ຖະບານອົດສະຕຣາລີຕໍ່ການສົ່ງເສີມ ຄວາມສະເໝີພາບລະຫວ່າງ ຍິງຊາຍ ໃນລາວ ແມ່ນພາກສ່ວນໜຶ່ງທີ່ ສຳຄັນໃນການສະໜັບສະໜູນການ ສຶກສາຂອງພວກເຮົາ ຜ່ານແຜນ ງານບີຄວາ ລວມມີການສົ່ງເສີມ ການປະຕິບັດທີ່ຄຳນຶງເຖິງບົດບາດ ຍິງ-ຊາຍ ແລະ ຄວາມພິການ ໂດຍ ຜ່ານການປັບປຸງຫລັກສູດຊັ້ນປະຖົມ ສຶກສາ ແລະ ສືບຕໍ່ການສະໜັບສະ ໜູນການພັດທະນາວິຊາຊີບຄູແບບ ຕໍ່ເນື່ອງ, ສິ່ງເຫລົ່ານີ້ ຈະຮັບປະ ກັນຄວາມເຂົ້າໃຈການສຶກສາຮຽນ ຮ່ວມທີ່ໃຫ້ຜົນປະໂຫຍດແກ່ນັກຮຽນ ທຸກຄົນ ໂດຍບໍ່ຈໍາແນກເພດ, ຊົນເຜົ່າ ຫລື ຄວາມສາມາດ. ທ່ານ ອຸດົມ ສິງດາລາ ໄດ້ໃຫ້ຮູ້ ວ່າ: ໃນຂະແໜງການສຶກສາຄູສອນ ມີບົດບາດສຳຄັນໃນການສ້າງສະ ພາບແວດລ້ອມທີ່ປອດໄພ ແລະ ຄຳ ນຶ່ງເຖິງບົດບາດຍິງ-ຊາຍ ໃຫ້ແກ່ ນັກຮຽນຂອງເຂົາເຈົ້າເປົ້າໝາຍ ຂອງພວກເຮົາໃນວິດີໂອນີ້ ເພື່ອປູກ ຈິດສຳນຶກເຖິງຄວາມສຳຄັນຂອງ ບົດບາດຂອງຄູ ໃນການຮັບປະກັນ ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ໃຫ້ຄູຮູ້ຍຸດທະສາດຕົວຈິງ ເພື່ອຮັບປະກັນໃຫ້ເດັກຍິງ ແລະ ເດັກ ຊາຍມີສ່ວນຮ່ວມໃນການຮຽນຮູ້ ເທົ່າທຽມກັນ ກຸ່ມຜູ້ຊົມເປົ້າໝາຍ ຂອງພວກເຮົາແມ່ນຄູສອນຊັ້ນປະ ຖົມສຶກສາ ແລະ ຜູ້ອຳນວຍການໂຮງ ຮຽນວິດີໂອດັ່ງກ່າວ, ຍັງຈະຊ່ວຍ ສ້າງຄວາມຮັບຮູ້ກ່ຽວກັບຄວາມສະ ເໝີພາບລະຫວ່າງ ຍິງ-ຊາຍ ໃນຂະ ແໜງການສຶກສາໃຫ້ກວ້າງຂຶ້ນ, ພວກເຮົາຈະນໍາໃຊ້ຊ່ອງໂທລະພາບ ສຶກສາ ແລະ ກິລາ ຊ່ອງ Lao ETV ແລະ ແພຣັດຟອມ ຄັງປັນຍາລາວ ຊ່ອງທາງYouTubeວິດີໂອສຳລັບ ການພັດທະນາຄູ ແລະ ສື່ສັງຄົມ ອອນລາຍ ເພື່ອຮັບປະກັນການໂຄ ສະນາວິດີໂອນີ້ ໃຫ້ເຂົ້າເຖິງຜູ້ຊົມ ເປົ້າໝາຍ. ຈາກນັ້ນ, ສະມາຊິກສະພາແຫ່ງ ຊາດ (ສສຊ) ປະຈຳເຂດເລືອກຕັ້ງ ຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດ ຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ ຢ່າງກົງໄປກົງມາ ເຊິ່ງໂດຍລວມ ແລ້ວ ແມ່ນເຫັນດີເປັນເອກະພາບຕໍ່ ໂຄງສ້າງ ແລະ ເນື້ອໃນ ຂອງຮ່າງ ກົດໝາຍສະບັບນີ້, ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງສະເໜີໃຫ້ຕັດ ອອກ, ຕື່ມໃສ່ບາງເນື້ອໃນຢູ່ບາງ ໝວດ, ບາງມາດຕາ ເພື່ອເຮັດໃຫ້ ກົດໝາຍສະບັບນີ້ ມີເນື້ອໃນຄົບ ຖ້ວນ, ສົມບູນ, ຮັດກຸມ, ຈະແຈ້ງ ແລະ ສອດຄ່ອງຕາມແນວທາງນະ ໂຍບາຍຂອງພັກ, ລັດວາງອອກ ເພື່ອສາມາດນຳໄປຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິພາບ ແລະ ປະສິດ ທິຜົນພາຍຫລັງໄດ້ຖືກຮັບຮອງຢ່າງ ເປັນທາງການ. ທ່ານ ນາງ ຂັນທອງ ພັນທະຈັກ ສສຊ ເຂດເລືອກຕັ້ງທີ 11 ແຂວງ ບໍລິຄຳໄຊ ໄດ້ສະແດງຄວາມສະໜັບ ສະໜູນຕໍ່ເຫດຜົນ ແລະ ຄວາມຈຳ ເປັນໃນການສ້າງກົດໝາຍວ່າດ້ວຍ ຊັບພະຍາກອນທີ່ເປັນຢາ ແລະ ສະ ແດງຄວາມຊົມເຊີຍຕໍ່ຄະນະຮັບຜິດ ຊອບ ກໍຄື ຂະແໜງການທີ່ກຽວຂ້ອງ ທີ່ໄດ້ມີຄວາມພະຍາຍາມຄົ້ນຄວ້າ ສ້າງຮ່າງກົດໝາຍສະບັບນີ້ຂຶ້ນມາ ເພື່ອຄຸ້ມຄອງຊັບພະຍາກອນທີ່ເປັນ ຢາ ໃຫ້ສາມາດຊົມໃຊ້ໄດ້ຢ່າງມີ ຄວາມຢືນຍົງ ແລະ ນຳໃຊ້ສົມທົບ ກັບການປິ່ນປົວທີ່ທັນສະໄໝ ເຊິ່ງ ປັດຈຸບັນ ຢູ່ເຂດທ້ອງຖິ່ນ ໂດຍສະ ເພາະ ຢູ່ເຂດຫ່າງໄກສອກຫລີກການ ເຂົ້າເຖິງການບໍລິການດ້ານສາທາ ລະນະສຸກ ມີຄວາມຫຍຸ້ງຍາກ, ຍັງ ໄດ້ນຳໃຊ້ພູມປັນຍາທ້ອງຖິ່ນ ກໍຄືນຳ ໃຊ້ຢາພື້ນເມືອງ ເຂົ້າໃນການປິ່ນປົວ ໃນຂັ້ນພື້ນຖານ ກ່ອນທີ່ຈະສົ່ງໄປປິ່ນ ປົວຢູ່ສະຖານທີ່ບໍລິການຂອງແພດ ໝໍ, ສະນັ້ນ ເພື່ອຮັບປະກັນໃຫ້ກົດ ໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ມີຜົນສັກສິດ ໃນການຈັດຕັ້ງປະຕິ ບັດສະເໜີໃຫ້ພາກສ່ວນກ່ຽວຂ້ອງ ປັບປຸງບາງເນື້ອໃນ ຢູ່ບາງໝວດ, ບາງມາດຕາ ໂດຍສະເພາະມາດ ຕາທີ 3 ການອະທິບາຍຄຳສັບຕ້ອງ ອະທິບາຍ ໃຫ້ມີຄວາມຊັດເຈນ, ເຂົ້າ ໃນງ່າຍ ແລະ ສອດຄ່ອງ. ພ້ອມນີ້, ທ່ານຍັງສະເໜີໃຫ້ຕັດອອກ, ຕື່ມ ໃສ່ບາງຄຳສັບ, ບາງເນື້ອໃນ ທີ່ເຫັນ ວ່າ ຍັງບໍ່ທັນສອດຄ່ອງ ຢູ່ມາດຕາທີ 9 ປະເພດຊັບພະຍາກອນທີເປັນ ຢາ, ມາດຕາທີ 13 ການຄຸ້ມຄອງ ຊັບພະຍາກອນທີ່ເປັນຢາ, ມາດຕາ ທີ 39 ການປູກພືດ, ຕົ້ນໄມ້ທີ່ເປັນ ຢາ ແລະ ມາດຕາທີ 53 ການຖອນ ໃບອະນຸຍາດດຳເນີນທຸລະກິດ ເພື່ອ ໃຫ້ມັນຮັດກຸມ, ສອດຄ່ອງ ແລະ ເຂົ້າໃຈງ່າຍ ສາມາດນຳໄປຈັດຕັ້ງ ປະຕິບັດໄດ້. ພ້ອມນີ້, ສສຊ ຫລາຍທ່ານຍັງ ໄດ້ສຸມໃສ່ມີຄຳເຫັນ ໃນມາດຕາທີ 18 ການຂຸດຄົ້ນ, ເກັບກູ້ບຸກຄົນ, ນິ ຕິບຸກຄົນ ແລະ ການຈັດຕັ້ງທີ່ມີຈຸດ ປະສົງດໍາເນີນການຂຸດຄົ້ນ, ເກັບກູ້ ຊັບພະຍາກອນທີ່ເປັນຢາຕ້ອງສະ ເໜີແຜນຕໍ່ຂະແໜງການສາທາລະ ນະສຸກ ແລະ ຂະແໜງການອື່ນທີ່ ກ່ຽວຂ້ອງແລ້ວຂໍອະນຸຍາດຂຸດຄົ້ນ, ເກັບກູ້ນຳຂະແໜງການກະສິກຳ ແລະ ປ່າໄມ້ ໂດຍໃຫ້ປະຕິບັດການ ຂຸດຄົ້ນ, ເກັບກູ້ ໃນເຂດທີ່ໄດ້ຮັບອະ ນຸຍາດ, ຕາມແຜນທີ່ໄດ້ຮັບອະນຸ ຍາດ, ຕາມຊະນິດ, ຈຳນວນ ແລະ ປະລິມານ ຊັບພະຍາກອນທີ່ເປັນຢາ ທີ່ໄດ້ຮັບອະນຸຍາດ, ນຳໃຊ້ວິທີການ, ເຕັກນິກທີ່ເໝາະສົມ, ຖືກຕາມລະດູ ການ ແລະ ວິທີການອື່ນ ທີ່ມີຜົນກະ ທົບໜ້ອຍທີ່ສຸດຕໍ່ການຂະຫຍາຍພັນ ຂອງຊັບພະຍາກອນທີ່ເປັນຢາ. ຕໍ່ກັບມາດຕາທີ 61 ສິດ ແລະ ໜ້າທີ່ຂອງຂະແໜງການກະສິກຳ ແລະ ປ່າໄມ້ ໃນການຄຸ້ມຄອງວຽກ ງານຊັບພະຍາກອນທີ່ເປັນຢາ ຂະ ແໜງການກະສິກຳ ແລະ ປ່າໄມ້ ມີ ສິດ ແລະ ໜ້າທີ່ ປະສານສົມທົບກັບ ຂະແໜງການສາທາລະນະສຸກ ແລະ ອົງການປົກຄອງທ້ອງຖິ່ນທີ່ ກ່ຽວຂ້ອງ ເພື່ອສຶກສາຄົ້ນຄວ້າ ການປູກ, ການລ້ຽງ, ນະໂຍບາຍໃນ ການອະນຸລັກ, ປົກປັກຮັກສາ, ພັດ ທະນາ, ນຳໃຊ້ຕົ້ນໄມ້ ແລະ ສັດ ທີ່ ເປັນຢາ ລວມທັງການອະນຸຍາດຂຸດ ຄົ້ນ, ເກັບກູ້ຊັບພະຍາກອນທີ່ເປັນ ຢາບົນພື້ນຖານແຜນການຂຸດຄົ້ນ, ເກັບກູ້ຂອງຂະແໜງການສາທາ ລະນະສຸກ, ນຳໃຊ້ສິດ ແລະ ປະຕິບັດ ໜ້າທີ່ອື່ນ ຕາມພາລະບົດບາດຂອງ ຕົນ ໂດຍ ສສຊ ສະເໜີໃຫ້ເພີ່ມສິດ ແລະ ໜ້າທີ່ຂອງຂະແໜງການກະສິ ກຳ ແລະ ປ່າໄມ້ ໃນການຕິດຕາມ ກວດກາການຈັດຕັ້ງປະຕິບັດ ກໍຄື ການປູກ, ການລ້ຽງ ພືດທີ່ເປັນຢາ ຢູ່ທ້ອງຖິ່ນ ໃຫ້ຖືກຕ້ອງຕາມຫລັກ ວິຊາການປູກພືດທີ່ເປັນຢາແທ້ໆ ບໍ່ໃຫ້ປູກພືດແຊກຊ້ອນ ທີ່ຜິດຕໍ່ລະ ບຽບກົດໝາຍ. ນອກຈາກມີການ ຕິດຕາມກວດກາແລ້ວ, ຕ້ອງມີການ ຄົ້ນຄວ້າໂຈະ ຫລື ຍົກເລີກການຂຸດ ຄົ້ນ, ເກັບກູ້ຊັບພະຍາກອນທີ່ເປັນຢາ ທີ່ເກັບກູ້ເກີນຂອບເຂດທີ່ໄດ້ກຳນົດ ໄວ້ ແນໃສ່ຫລີກລ່ຽງຜົນກະທົບທີ່ ອາດຈະເກີດຂຶ້ນກັບປະຊາຊົນທີ່ຜິດ ຕໍ່ລະບຽບກົດໝາຍ. ຂ່າວ: ທະນູທອງ, ພາບ: ເກດສະໜາ ສຸກເສີນທີ່ອາດຈະເກີດຂຶ້ນຢ່າງບໍ່ ຄາດຄິດ ໃນສະຖານີ ຫລື ສະຖານ ທີ່ຄົນ ຈຳນວນຫລາຍໃຫ້ມີປະສິດທິ ຜົນ, ວ່ອງໄວ ແລະ ຮັບການຊ່ວຍ ເຫລືອໄດ້ທັນເວລາ. ການຝຶກຊ້ອມຄັ້ງນີ້, ທ່ານ ຫລິວ ຫົງ ຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດໄດ້ມີ ຄໍາເຫັນວ່າ: ການຝຶກຊ້ອມຮັບມືສຸກ ເສີນຄັ້ງນີ້,ໄດ້ສະແດງໃຫ້ເຫັນເຖິງ ການສ້າງສະພາບແວດລ້ອມທີ່ ປອດໄພ ຂອງທາງລົດໄຟລາວຈີນ ໃຫ້ແກ່ຜູ້ໂດຍສານທີ່ມາໃຊ້ບໍລິ ການ, ການຈຳລອງເຫດການສຸກ ເສີນແລະ ວິທີການຮັບມືໄດ້ຈໍາລອງ ເຫດການເຊັ່ນ: ເກີດມີການຂັດແຍ່ງ, ໂຕ້ຖຽງກັນ ແລະ ມີການໃຊ້ອາວຸດ ປືນ ແລະ ຂົ່ມຂູ່ ສົ່ງຜົນໃຫ້ເກີດມີ ການກໍ່ການຮ້າຍ (ຍິງປືນແກັບ) ເຮັດໃຫ້ຜູ້ໂດຍສານພາກັນແລ່ນ ແຕກຕື່ນດ້ວຍຄວາມຕົກໃຈ ແລະ ກໍ່ໃຫ້ເກີດມີຜູ້ບາດເຈັບ. ຈາກນັ້ນ, ພະນັກງານກວດປີ້, ພະນັກງານຮັກ ສາຄວາມປອດໄພ ກໍໄດ້ຝຶກຊ້ອມດໍາ ເນີນຕາມຂັ້ນຕອນຄວາມປອດໄພ ໂດຍໄດ້ໃຊ້ກົນໄກການສື່ສານລາຍ ງານຕໍ່ຫົວໜ້າສະຖານີ ແລະ ພາກ ສ່ວນທີ່ກ່ຽວຂ້ອງຕາມລຳດັບ; ຝຶກ ຊ້ອມທັງເຄື່ອນຍ້າຍຜູ້ໂດຍສານ ອອກຈາກບ່ອນເກີດເຫດຢ່າງຮີບ ດ່ວນ ແລະ ປອດໄພ; ໂທຫາຕຳ ຫລວດ ເພື່ອລາຍງານສະພາບໂດຍ ສະເພາະຫ້ອງຄວບຄຸມການເດີນ ລົດ, ຕິດຕໍ່ຫາໂຮງໝໍ; ເຄື່ອນຍ້າຍຜູ້ ໂດຍສານໄປບ່ອນທີ່ປອດໄພຢ່າງ ຮີບດ່ວນ ໂດຍດຳເນີນການຢ່າງຖືກ ວິທີອອກຈາກສະຖານີດ້ວຍປະຕູ ໜີ ໄພດ້ານຫລັງທັງສອງຂ້າງຂອງ ສະຖານີໄດ້ຢ່າງປອດໄພ ແລະ ໄດ້ ໃຊ້ຄວາມຮູ້ທີ່ໄດ້ຜ່ານການຝຶກຊ້ອມ ມາຊ່ວຍປະຖົມພະຍາບານເບື້ອງ ຕົ້ນ ໃຫ້ແກ່ຜູ້ໂດຍສານທີ່ຮັບບາດ ເຈັບແລະທາງສະຖານີກໍໄດ້ເປີດນໍາ ໃຊ້ສຽງແຈ້ງເຕືອນອັນຕະລາຍ ເພື່ອໃຫ້ຜູ້ໂດຍສານທ່ານອື່ນ ທີ່ຢູ່ ນອກສະຖານີຮັບຮູ້ ແລະ ຫລີກໜີ ຢ່າງທັນເວລາ. ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ນໍາໃຊ້ມາດຕະການທີ່ຮັດ ກຸມ, ຈັດຕັ້ງທີມຮັບມືສຸກເສີນຕໍ່ເຫດ ການທີ່ບໍ່ຄາດຄິດ, ເພີ່ມທະວີການ ປະສານງານທີ່ມີປະສິດທິພາບ ແລະ ວ່ອງໄວເຊັ່ນ: ແຈ້ງຢຸດຈອດ ລົດໄຟທີ່ຈະເຂົ້າ-ອອກສະຖານີຊົ່ວ ຄາວ, ຮັບປະກັນຄວາມປອດໄພໃນ ທຸກພາກສ່ວນທີ່ສຳຄັນ, ການສະກັດ ກັ້ນອັກຄີໄພ ແລະ ປ້ອງກັນການ ລັກລອບໃນສະຖານີ, ການປະສານ ງານກັບຕໍາຫລວດທາງລົດໄຟ ແລະ ບໍລິສັດຮັກສາຄວາມປອດໄພ, ການກະກຽມອຸປະກອນປ້ອງກັນ ຢ່າງຄົບຊຸດ, ເພີ່ມມາດຕະການ ກວດກາລາດຕະເວນ, ເກັບກໍາຂໍ້ມູນ ທີ່ລະອຽດ ເພື່ອລາຍງານຕໍ່ພາກ ສ່ວນທີ່ກ່ຽວຂ້ອງ, ທາງພາກສ່ວນ ຕໍາຫລວດກໍໄດ້ຈັດຕັ້ງທີມສະກັດ ກັ້ນຜູ້ກໍ່ການຮ້າຍ, ເພື່ອໃຫ້ການປະ ຕິບັດໜ້າທີ່ມີປະສິດທິພາບຂຶ້ນ ໄດ້ຈັດທີມທີ່ມີທັກສະໃນການຊ່ວຍ ເຫລືອຕົວປະກັນ, ການຕໍ້ສູ້ ແລະ ວິທີການເຈລະຈາກັບຜູ້ກໍ່ການຮ້າຍ ຈົນສຳເລັດການຊ່ວຍເຫລືອ. ນອກ ຈາກນີ້, ຍັງໄດ້ການຝຶກຊ້ອມການ ຈຳລອງເຫດການເກັບກູ້ລະເບີດ ທີ່ສົງໄສຢູ່ໃນສະຖານີຫ້ອງລໍຖ້າ ຂຶ້ນລົດ. ຂ່າວ: ກິດຕາ ໄຝ່ຝັນຂອງຄົນອາເມລິກາ ຈາກປະ ຫວັດສາດຂອງ ສ ອາເມລິກາ ແຕ່ ອະດີດຈົນເຖິງປັດຈຸບັນ, ສະຫະລັດ ໄດ້ຍຶດໝັ້ນໃນຄວາມເຊື່ອທີ່ວ່າດ້ວຍ ຄວາມມຸ່ງໝັ້ນ ແລະ ການເຮັດວຽກ ໜັກ, ທຸກຄົນສາມາດປະສົບຜົນ ສຳເລັດ ແລະ ຄວາມຈະເລີນຮຸ່ງ ເຮືອງໄດ້. ຮໍລີວູດ, ກັບເລື່ອງເລົ່າຕໍ່ ກັນມາ ຈາກທີ່ເປັນຄົນທຸກຍາກຈົນ ກາຍເປັນຜູ້ຮັ່ງມີ, ປະສົບຜົນສໍາເລັດ ແລະຄວາມສາມາດທີ່ຫລາກຫລາຍ ອັນເປັນຕົວຢ່າງສະແດງໃຫ້ເຫັນ ເຖິງເນື້ອໃນຈິດໃຈ ແລະ ເປັນສິ່ງ ເຕືອນໃຈວ່າຄວາມຝັນກັບກາຍມາ ເປັນຄວາມຈິງໄດ້. ຮໍລີວູດ ຍັງເປັນ ອີກໜຶ່ງຂໍ້ພິສູດເຖິງພະລັງຂອງ ການເປັນຜູ້ປະກອບການ, ຄວາມ ຄິດສ້າງສັນ ແລະ ນະວັດຕະກຳ;ນະ ວັດຕະກຳທາງເຕັກໂນໂລຊີຄວາມ ບັນເທີງ ໄດ້ກ້າວໄປສູ່ການປະຕິ ຮູບທາງດີຈິຕອນ, ຈາກ e-commerce ກ້າວໄປສູ່ປັນຍາປະດິດ. ສະຫະລັດ ໄດ້ແບ່ງປັນນະວັດ ຕະກຳ ແລະ ແນວຄວາມຄິດເຫລົ່າ ນີ້ ເພື່ອການໃຊ້ງານຢ່າງມີຄວາມ ຮັບຜິດຊອບກັບໂລກ. ໃນຂະນະທີ່ ສປປ ລາວ ເປັນເຈົ້າພາບຈັດກອງ ປະຊຸມສຸດຍອດອາຊຽນ ທີ່ເລັງໃສ່ ເພີ່ມທະວີການເຊື່ອມຈອດ ແລະ ສ້າງຄວາມເຂັ້ມແຂງ, ພວກເຮົາຈະ ສືບຕໍ່ຊອກຫາວິທີທາງເພື່ອແບ່ງ ປັນປະສົບການຂອງພວກເຮົາ ໃນ ການສົ່ງເສີມນະວັດຕະກຳທາງດີຈິ ຕອນ ແລະ ການຮັບປະກັນການນຳ ໃຊ້ເຕັກໂນໂລຊີໃໝ່ຢ່າງມີຄວາມ ຮັບຜິດຊອບ ກັບ ສປປ ລາວ, ອາ ຊຽນ ແລະ ພາກພື້ນ ອິນໂດປາ ຊີຟິກ. ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຜັນຂະຫຍາຍສາຍ ພົວພັນ, ຮັດແໜ້ນການແລກປ່ຽນ ທາງວັດທະນະທຳ, ໂຄງການສຶກ ສາ, ແລະ ການເປັນຄູ່ຮ່ວມມືທາງ ທຸລະກິດ ເພື່ອເສີມສ້າງຄວາມເຂົ້າ ໃຈອັນດີ ແລະ ຄວາມເຄົາລົບເຊິ່ງ ກັນ ແລະ ກັນ.

RkJQdWJsaXNoZXIy MTc3MTYxMQ==