xtgmf]k; 6 19/06/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ:ເກີດຂວັນໃຈ ມາລີຈັນສີ leg]a fdkomq f]v'les];frq o]tg,n v' c]t muj 16j vkwl 7A 'mu V [a ofklt,k-y dvk-Po.sh 7;k,lq o.9g0Q kIj ;,d5 j ,[iy d * ການທົດລອງການສຳຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີVປີ2025ໄດ້ດຳເນີນຢູ່4ແຂວງ ຄື: ນະຄອນຫລວງວຽງຈັນ, ແຂວງຫົວ ພັນ, ແຂວງບໍ່ແກ້ວ ແລະ ແຂວງເຊກອງ ເລີ່ມແຕ່ວັນທີ 27 ພຶດສະພາ ຫາ ວັນທີ 16 ມິຖຸນາ 2024 ໂດຍໄດ້ຮັບການສະ ໜັບສະໜູນຊ່ວຍເຫລືອດ້ານວິຊາການ ແລະ ງົບປະມານຈາກ ອົງການສະຫະ ປະຊາຊາດກອງທຶນສຳລັບປະຊາກອນ ຫລື UNFPA ແລະ ຄູ່ຮ່ວມພັດທະນາ ເປັນຕົ້ນ ລັດຖະບານອົດສະຕຣາລີ, ສະ ຫະ ລັດອາເມລິກາ ແລະ ສປ ຈີນ. ການ ທົດລອງໃນຄັ້ງນີ້, ບໍ່ພຽງແຕ່ເປັນການ ທົດລອງການເກັບກຳຂໍ້ມູນພາກສະ ໜາມເທົ່ານັ້ນ, ແຕ່ເປັນການທົດລອງ ການສຳຫລວດ ທີ່ຈັດຕັ້ງປະຕິບັດທຸກ ຂະບວນການ ແລະ ຂັ້ນຕອນຂອງການ ສຳຫລວດທັງໝົດ ຄືກັນກັບການສຳ ຫລວດໃຫຍ່ ເຊິ່ງການສຳຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ຈະຈັດຕັ້ງປະຕິບັດໃນເດືອນ ມີນາ ປີ 2025. ທ່ານ ດຣ. ບາກທິຢໍ ຄາດິເຣິບ ຜູ້ ຕາງໜ້າອົງການ UNFPA ໄດ້ກ່າວ ວ່າ: ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນໜຶ່ງວຽກງານທີ່ໃຊ້ ໂດຍ: ສາວບ້ານໂນນ ເວລາ, ຊັບຊ້ອນ ແລະ ໃຫຍ່ທີ່ສຸດໃນປະ ເທດ ເຊິ່ງຈະຕ້ອງໄດ້ຮັບການຈັດຕັ້ງປະ ຕິບັດ ໂດຍຜ່ານການຊ່ວຍເຫລືອທີ່ເປັນ ບຸລິມະສິດ. ການທົດລອງສຳຫລວດ ພົນລະເມືອງ ແມ່ນຈຸດພົ້ນເດັ່ນທີ່ສຳຄັນ ເນື່ອງຈາກຈະຊ່ວຍໃຫ້ສາມາດທົດ ສອບບັນດາອົງປະກອບຕ່າງໆຂອງ ການສຳຫລວດພົນລະເມືອງ ເປັນຕົ້ນ ແບບສອບຖາມ, ການກະກຽມບຸກຄະ ລາກອນເກັບກຳຂໍ້ມູນ, ແຜນການໂຄສະ ນາພ້ອມທັງສ້າງຄວາມເຂົ້າໃຈ ແລະ ການຮ່ວມມືຂອງພົນລະເມືອງ. ນັກ ເດີນສຳຫລວດ ຈະຖາມຄຳຖາມກັບຫົວ ໜ້າຄົວເຮືອນກ່ຽວກັບຜູ້ຢູ່ອາໄສປົກ ກະຕິ ແລະ ຄຸນລັກສະນະດ້ານພົນລະ ເມືອງ ແລະ ເສດຖະກິດ-ສັງຄົມຂອງ ພວກເຂົາ, ຈະມີຫລາຍຄໍາຖາມກ່ຽວກັບ ອາຍຸ, ສະຖານະພາບການແຕ່ງງານ, ສາສະໜາ,ພາສາ,ຄວາມຫຍຸ້ງຍາກດ້ານ ໜ້າທີ່ການ, ສະຖານທີ່ຢູ່ອາໄສຜ່ານມາ ແລະ ປັດຈຸບັນ, ການສຶກສາ, ການຈ້າງ ງານ, ຈໍານວນລູກທີ່ເກີດ ແລະ ການ ເສຍຊີວິດພາຍໃນຄົວເຮືອນ. ນັກເດີນ ສຳຫລວດ ຍັງຈະເກັບກຳຂໍ້ມູນກ່ຽວ ກັບສະພາບທີ່ຢູ່ອາໄສ, ສິ່ງຂອງເຄື່ອງ ໃຊ້ຕ່າງໆ ໃນຄົວເຮືອນແລະ ກິດຈະກຳ ທາງດ້ານກະສິກຳ; ທຸກຄົນທີ່ຢູ່ປະຈຳ ໃນຄົວເຮືອນປະກອບມີ ເດັກນ້ອຍ, ເດັກ ແດງ, ຜູ້ໃຫຍ່, ຜູ້ສູງອາຍຸ ແລະ ຜູ້ທີ່ມີ ຄວາມຫຍຸ້ງຍາກທາງດ້ານໜ້າທີ່ການ ແມ່ນຈະຕ້ອງໄດ້ຈົດນັບໃນການທົດລອງ ສໍາຫລວດພົນລະເມືອງ, ທຸກຄົນມີຄວາມ ສໍາຄັນ ແລະ ທຸກຄົນໃນຄົວເຮືອນແມ່ນ ຕ້ອງຈົດນັບເຂົ້າໃນຕອນທ້າຍຂອງ ການສໍາພາດ, ນັກເດີນສຳຫລວດຈະ ຕິດສະຕິກ ເກີຢູ່ຂ້າງປະຕູເຮືອນ, ເພື່ອ ຊີ້ບອກເຖິງ ຜົນສໍາເລັດຂອງການທົດ ລອງເກັບກຳຂໍ້ມູນຂອງເຮືອນ ຫລື ທີ່ຢູ່ ອາໄສທີ່ຢູ່ໃນເຂດສຳຫລວດນັ້ນ; ນັກ ເດີນສຳຫລວດຈະເກັບກຳຂໍ້ມູນຂອງ ຄົວເຮືອນໂດຍນຳໃຊ້ແທັບເລັດແລະຈະ ຮັບປະກັນວ່າຂໍ້ມູນທີ່ບັນທຶກໄວ້ຈະຖືກ ເກັບຮັກສາ ເປັນຄວາມລັບຢ່າງດີ ໂດຍ ຂໍ້ມູນທີ່ເກັບກໍາແມ່ນພຽງແຕ່ ເພື່ອຈຸດ ປະສົງທາງສະຖິຕິເທົ່ານັ້ນແລະຈະບໍ່ຖືກ ສົ່ງຕໍ່ ຫລື ເຜີຍແຜ່. ຄາດວ່າຈະມີເກືອບ 25.000 ຄົວເຮືອນທີ່ຈະລົງໄປຢ້ຽມ ຢາມໃນລະຫວ່າງ 3 ອາທິດ ໃນເດືອນ ພຶດສະພາ-ເດືອນມິຖຸນາ ປີ 2024. ທ່ານນາງພອນສະຫລີສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງ ແຜນການ ແລະ ການລົງທຶນ ໄດ້ກ່າວ ວ່າ: ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີVປີ2025 ແມ່ນການສຳຫລວດ ລະດັບຊາດ ທີ່ ເປັນແຫລ່ງຂໍ້ມູນໜຶ່ງດຽວທີ່ສຳຄັນ ໃນ ການປັບປຸງຖານຂໍ້ມູນພົນລະເມືອງ ແຫ່ງຊາດຂອງ ສປປ ລາວ ຕະຫລອດ ໄລຍະ 10ປີຜ່ານມາ; ເປັນຖານຂໍ້ມູນທີ່ ຈະປະກອບດ້ວຍຂໍ້ມູນກ່ຽວກັບການ ຈະເລີນພັນ, ການເສຍຊີວິດ ແລະ ການ ເຄື່ອນຍ້າຍຂອງພົນລະເມືອງ, ລວມທັງ ຂໍ້ມູນລະອຽດກ່ຽວກັບຄຸນລັກສະນະ ຂອງພົນລະເມືອງ, ໂຄງປະກອບດ້ານ ອາຍຸ, ເພດ, ຊົນເຜົ່າ, ສາສະໜາ, ການ ຂຶ້ນທະບຽນການເກີດ, ການຖືບັດປະ ຈຳຕົວ-ສຳມະໂນຄົວ, ການສຶກສາ, ການປະກອບອາຊີບ, ເງື່ອນໄຂການດຳ ລົງຊີວິດ ແລະ ການເຂົ້າເຖິງການບໍລິ ການຕ່າງໆ. ການສຳຫລວດດັ່ງກ່າວ ນີ້ຈະເປັນແຫລ່ງຂໍ້ມູນ ເພື່ອຮັບໃຊ້ໃຫ້ ແກ່ການຕິດຕາມແລະ ປະເມີນການຈັດ ຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ການກະກຽມສ້າງແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X, ສະ ໜອງໃຫ້ແກ່ການຕິດຕາມເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ວິໄສ ທັດຮອດປີ 2030, ການຫລຸດພົ້ນອອກ ຈາກປະເທດດ້ອຍພັດທະນາ, ການປັບ ປຸງນະໂຍບາຍທາງດ້ານພົນລະເມືອງ ກໍຄື ຍຸດທະສາດການພັດທະນາຊັບພະ ຍາກອນມະນຸດແຫ່ງຊາດ ຂອງ ສປປ ລາວແລະການຕິດຕາມແຜນງານທາງ ດ້ານພົນລະເມືອງ ໃນລະດັບຊາດ, ພາກ ພື້ນ ແລະ ສາກົນອີກດ້ວຍ. ໃນຂະນະທີ່ ປະເທດລາວ ກ້າວໄປສູ່ສະຖານະພາບ ຜູ້ມີລາຍຮັບປານກາງ ໃນປີ 2026, ຂໍ້ ມູນແລະຫລັກຖານຈາກການສຳຫລວດ ພົນລະເມືອງ ຈະມີຄວາມສຳຄັນເປັນ ຢ່າງຍິ່ງສຳລັບພາກລັດຖະບານ ແລະ ເອກະຊົນ ໃນການຕັດສິນໃຈ ໂດຍອີງ ໃສ່ຫລັກຖານກ່ຽວກັບເສັ້ນທາງກ້າວ ໄປສູ່ການເຕີບໂຕຂອງເສດຖະກິດ ແລະ ການປ່ຽນແປງທີ່ດີ ໃນຂະນະທີ່ບໍ່ໄດ້ປະ ປ່ອຍໃຜໄວ້ທາງຫລັງ. * ທ່ານຮູ້ບໍ່, ບຣິກ ຫລື BRICS ແມ່ນຫຍັງ? ແລະເປັນຫຍັງຫລາຍຊາດ ຈິ່ງໃຫ້ຄວາມສົນໃຈກ່ຽວກັບ ບຣິກ? ມື້ ນີ້ຈະພາທ່ານໄປຮູ້ຈັກເບື້ອງໜ້າເບື້ອງ ຫລັງ ແລະ ຄວາມຈິງຂອງ ບຣິກ ຕາມ ໂຕຫຍໍ້ອັກສອນພາສາອັງກິດ ແມ່ນ BRICS ມາຈາກ Brazil, Russia, India and China, South Africa (ບຣາຊິນ, ຣັດເຊຍ, ອິນເດຍ, ສປ ຈີນ, ອາຟຣິກກາໃຕ້) ເຊິ່ງເປັນການຮ່ວມ ກຸ່ມກັນຂອງບັນດາປະເທດຕະຫລາດ ເກີດໃໝ່ທີ່ມີຂະໜາດໃຫຍ່ ປັດຈຸບັນມີ ສະມາຊິກທັງໝົດ ປະມານ10 ປະເທດ. ຄວາມຈິງກຸ່ມບຣິກນີ້ຫາກໍເລີ່ມກໍ່ ຕັ້ງໃໝ່ໃນປີ2006 ໃນເບື້ອງຕົ້ນມີພຽງ ແຕ່4ສະມາຊິກ ແລະຕໍ່ມາໃນປີ2010 ອາຟຣິກກາໃຕ້ໄດ້ສະເໜີເຂົ້າຮ່ວມກຸ່ມ ບຣິກ. ເມື່ອກຸ່ມດັ່ງກ່າວໂຮມເຂົ້າກັນ ຫລາຍຂຶ້ນຈະກາຍເປັນກຸ່ມຮ່ວມມືທາງ ດ້ານເສດຖະກິດຂະໜາດໃຫຍ່ທີ່ສຸດ ໂດຍມີປະຊາກອນເກືອບ 4 ຕື້ຄົນ ຫລື ປະມານ 45% ຂອງປະຊາກອນໂລກ, ຂະໜາດເສດຖະກິດຈະມີມູນຄ່າເຖິງ 28.5 ລ້ານໆໂດລາ ຫລືປະມານ 28% ຂອງມູນຄ່າຮ່ວມເສດຖະກິດໂລກ ແລະ ຍັງເປັນຜູ້ຜະລິດນໍ້າມັນດິບປ້ອນຕະ ຫລາດໂລກປະມານ 44%. ເຖິງແນວດໃດກໍດີ ບັນດາ 10 ປະ ເທດສະມາຊິກອາຊຽນ ໃນນັ້ນມີຫລາຍ ປະເທດພວມໃຫ້ຄວາມສົນໃຈ ແລະ ສະເໜີຊື່ເຂົ້າເປັນສະມາຊິກຂອງບຣິກ ໂດຍຫວັງວ່າຈະຮັບຜົນປະໂຫຍດທາງ ກົງ ແລະ ທາງອອ້ມດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ. ຫວ່າງບໍ່ດົນມານີ້, ໂດຍຕອບສະ ໜອງ ຕາມການເຊື້ອເຊີນ ຂອງ ທ່ານ ເຊີເກ ລາບຣົບ (Sergey Lavrov), ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນຖານະປະ ທານກຸ່ມ BRICS 2024 ເຊິ່ງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດ ຂອງປະເທດສະມາຊິກ ກຸ່ມ BRICS ແລະ ປະເທດກໍາລັງພັດ ທະນາ (International Relations Meet ing ‘BRICS Dialogue with Developing Countries’) ໃນວັນທີ 11 ມິຖຸນາ 2024 ທີ່ ເມືອງ Nizhny Novgorod, ສະຫະພັນ ຣັດເຊຍ, ກອງປະຊຸມຄັ້ງປະກອບມີກອງປະ ຊຸມປິ່ນອ້ອມພາຍໃຕ້ຫົວຂໍ້: “ການສ້າງ ຄວາມເຂັ້ມແຂງໃຫ້ແກ່ການຮ່ວມມື ຫລາຍຝ່າຍ ເພື່ອຄວາມສະເໝີພາບ ດ້ານການພັດທະນາ ແລະ ຄວາມໝັ້ນ ຄົງຂອງໂລກ” (Strengthening Multilateralism for Equitable Global Development and Security). ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນ ເພື່ອປຶກສາຫາລືລະດັບລັດຖະມົນຕີ ກ່ຽວກັບບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ ໂດຍສະເພາະການເພິ່ມທະ ວີການຮ່ວມມື ເພື່ອການພັດທະນາແບບ ຍືນຍົງ ແລະ ຮັກສາຄວາມໝັ້ນຄົງຂອງ ໂລກ ລະຫວ່າງ ບັນດາປະເທດສະມາ ຊິກກຸ່ມ BRICS ແລະ ປະເທດກໍາລັງ ພັດທະນາ ຈາກພາກພື້ນເຂດໂລກໃຕ້ ແລະ ຕາເວັນອອກ ຈາກ 22 ປະເທດ ຄື: ສ.ຣັດເຊຍ, ອາຟຣິກກາໃຕ້, ສະຫະ ນະຄອນ ເອມີຣັດ ອາຣັບ, ບຣາຊິນ, ສປ ຈີນ, ເອຢິບ, ເອທິໂອປີ, ອິນເດຍ, ອີຣ່ານ, ອາຣັບບີ ຊາອຸດິ, ອານເຊລີ, ບຣາເຣນ, ບັງກຣາເທດ, ເບລາຣຸດ ຊີ, ກູບາ, ກາຊັກສະຖານ, ສປປ ລາວ, ໂມຣິຕານີ, ນີເຊຣີ, ສີລັງກາ, ໄທ, ຕັວກ ກີ, ເວເນຊູເອລາ ແລະ ສສ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ມີຄຳເຫັນຮ່ວມກັບ ບັນດາປະເທດ ສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ທີ່ເຂົ້າ ຮ່ວມ ເຊິ່ງໄດ້ຍົກໃຫ້ເຫັນ ປັດຈຸບັນປະ ຊາຄົມໂລກ ກຳລັງຜະເຊີນໜ້າ ກັບບັນ ດາສິ່ງທ້າທາຍ ທັງໃນດ້ານການເມືອງ ແລະເສດຖະກິດທີ່ບໍ່ສາມາດຄາດຄະເນ ໄດ້ອັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫລວງ ຕໍ່ປະຊາຄົມໂລກ ສປປ ລາວ ເຫັນວ່າ ຄວາມສາມັກຄີ, ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ບົນຫລັກການຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວາມພະຍາຍາມຮ່ວມກັນ ໃນການ ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມ ມືຫລາຍຝ່າຍ ແມ່ນມີຄວາມສຳຄັນທີ່ ຈຳເປັນ ແລະ ຂາດບໍ່ໄດ້ສຳລັບປະເທດ ກຳລັງພັດທະນາ, ທັງນີ້ກໍ່ເພື່ອເປັນການ ສືບຕໍ່ຮັກສາ ແລະ ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ນຳເອົາຄວາມສົມ ບູນພູນສຸກມາສູ່ພາກພື້ນ ແລະ ທົ່ວໂລກ. ພ້ອມດຽວກັນ, ສປປ ລາວ ເຫັນວ່າ ຂອບການຮ່ວມມືກຸ່ມ BRICS ເປັນ ກົນໄກການຮ່ວມມືໜຶ່ງທີ່ສຳຄັນຂອງ ໂລກໃນປັດຈຸບັນ, ເຊິ່ງ BRICS ມີປະ ຊາກອນລວມກັນເກືອບ 50% ຂອງ ໂລກ ແລະ ມີຂະໜາດເສດຖະກິດກວມ ເອົາ 1/3 ຂອງ GDP ທົ່ວໂລກ, ອັນໄດ້ ເຮັດໃຫ້ BRICS ມີຄວາມພົ້ນເດັ່ນໃນ ການເຄື່ອນໄຫວວຽກງານການຕ່າງ ປະເທດ. ດ້ວຍເຫດຜົນນີ້, ສປປ ລາວ ຈຶ່ງຄາດຫວັງໃຫ້ BRICS ເພີ່ມບົດ ບາດຂອງຕົນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການຮ່ວມມືຫລາຍຝ່າຍໃນ ການສົ່ງເສີມການພັດທະນາ ແລະ ຄວາມໝັ້ນຄົງຂອງໂລກ ເພື່ອຕ້ານກັບ ລັດທິຝ່າຍດຽວ ແລະ ສອງມາດຕະ ຖານ. ນອກຈາກນີ້, ຍັງໄດ້ຍົກໃຫ້ເຫັນ ວ່າ ສະພາບເງື່ອນໄຂດ້ານພູມສາດການ ເມືອງໃນປະຈຸບັນ ບໍ່ໄດ້ຕອບສະໜອງ ເງື່ອນໄຂທີ່ເໝາະສົມໃນການພັດທະ ນາ ຕາມທີ່ໄດ້ກຳນົດໃນບົດລາຍງານ ຂອງອົງການສະຫະປະຊາຊາດ ກໍຄື ການຈັດຕັ້ງປະຕິບັດວາລະ 2030 ເຊິ່ງ ສປປ ລາວ ເຊື່ອໝັ້ນວ່າ BRICS ຈະ ສາມາດເປັນກົນໄກທີ່ເຂັ້ມແຂງເພື່ອ ຊຸກຍູ້ການສ້າງສັນຕິພາບ, ຄວາມໝັ້ນ ຄົງ ແລະ ການພັດທະນາແບບຍືນຍົງ ໃນຕໍ່ໜ້າ. ສຳລັບການເປັນປະທານອາ ຊຽນ 2024 ຂອງ ສປປ ລາວ ນັ້ນ, ສປປ ລາວ ໄດ້ສຸມໃສ່ການສ້າງຄວາມ ເຂັ້ມແຂງໃຫ້ແກ່ວຽກງານການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງຂອງອາ ຊຽນກໍຄືຄຳຂວັນຂອງອາຊຽນ2024, ເຊິ່ງໄດ້ສືບຕໍ່ຮັກສາຫລັກການ ການ ຮ່ວມມືຫລາຍຝ່າຍ, ສັນຕິພາບ, ຄວາມ ໝັ້ນຄົງ ແລະ ການພັດທະນາຢ່າງສະ ເໝີພາບ. ນັບແຕ່ການສ້າງຕັ້ງອາຊຽນ ປີ 1967 ແລະ ການລົງນາມໃນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມື, ອາຊຽນ ໄດ້ຮັດແໜ້ນຄວາມສາມັກຄີ ແລະ ເປັນແກນກາງໃນການດຶງດູດການ ຮ່ວມມືທີ່ເປັນປະໂຫຍດຈາກບັນດາຄູ່ ຮ່ວມມືພາຍນອກ ເຊິ່ງປັດຈຸບັນອາຊຽນ ມີີຄູ່ຮ່ວມມືຫລາຍກວ່າ 54 ປະເທດ ອັນ ໄດ້ກາຍເປັນສິ່ງທີ່ຢັ້ງຢືນການຮ່ວມມື ຂອງອາຊຽນ ບົນຫລັກການການຮ່ວມ ມືຫລາຍຝ່າຍ ແລະ ສົ່ງເສີມການພັດທະ ນາຂອງໂລກ.ລະຫວ່າງກອງປະຊຸມຍັງ ໄດ້ມີມະຕິເຫັນດີເອກະພາບສືບຕໍ່ຮັບ ເອົາສະມາຊິກໃໝ່ ແລະຂະຫຍາຍສະມາ ຊິກໃໝ່ເພີ່ມຂຶ້ນບົນລະບຽບຫລັກການ ແລະຂໍ້ກໍານົດທີ່ຖືກຕ້ອງ ເຊິ່ງຈຸດປະສົງ ຂອງກຸ່ມບຣິກ ແມ່ນການສົ່ງເສີມການ ຮ່ວມມືພາຍໃຕ້ 3 ເສົາຄໍ້າຄື: ການເມືອງ ແລະຄວາມໝັ້ນຄົງ; ເສດຖະກິດ ແລະ ການເງິນ ແລະ ດ້ານວັດທະນະທໍາ.
RkJQdWJsaXNoZXIy MTc3MTYxMQ==