xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ອ່ານຕໍ່ສະບັບໜ້າ *** 19/06/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 75 o'k,7;k,fu muj gxa ove,t8t0v' ltskp dy , g9y ' vy o muj wfh lh k'.odkod+ lh k'ra dcI''kogdq ks]u m6 fxtgmfvk-Po c]t 8u ,= {c]a fltg8 1h P,0j eoa [xtmkoltrkcsj '-kf ll s;Pfok, ຂປລ. ເມື່ອບໍ່ດົນມານີ້,ທີ່ນະຄອນ ຫລວງຮ່າໂນ້ຍ, ເອກອັກຄະລັດຖະ ທູດບັນດາປະເທດອາຊຽນ ປະຈຳ ສສ ຫວຽດນາມ ແລະ ຕີມໍ-ແລັດສະ ເຕ ນຳໂດຍທ່ານ ນາງ ຄຳເພົາ ເອີນ ທະວັນ ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ ເຂົ້າຢ້ຽມຂ່ຳນັບທ່ານ ເຈິ່ນ ແທັງ ເໝີນ ປະທານສະພາແຫ່ງຊາດ ສສ ຫວຽດນາມ ຄົນໃໝ່. ໃນໂອກາດນີ້, ທ່ານນາງ ຄຳເພົາ ເອີນທະວັນ ໄດ້ຕາງໜ້າເອກອັກຄະ ລັດຖະທູດບັນດາປະເທດອາຊຽນ ປະຈຳ ສສ ຫວຽດນາມ ແລະ ຕີມໍ- ແລັດ ສະເຕ ມີຄຳເຫັນໂດຍທ່ານໄດ້ ຕີລາຄາສູງຕໍ່ການປະກອບສ່ວນ ຢ່າງມີປະສິດທິຜົນຂອງສະພາແຫ່ງ ຊາດ ຫວຽດນາມ ໃນຕະຫລອດໄລ ຍະເວລາເກືອບ 30 ປີ ນັບແຕ່ເຂົ້າ ເປັນສະມາຊິກຂອງ AIPO/AIPA. ສະພາແຫ່ງຊາດ ຫວຽດນາມ ໄດ້ ຜັນຂະຫຍາຍຫລາຍຂໍ້ລິເລີ່ມ, ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ປະຕິບັດບັນດາຈຸດໝາຍຂອງວິໄສ ທັດປະຊາຄົມອາຊຽນ 2045 ແລະ ໄດ້ວາງຫລາຍຂໍ້ລິເລີ່ມ, ຕັ້ງໜ້າ ປະກອບສ່ວນເຂົ້າຮ່ວມຍົກສູງປະ ສິດທິຜົນໃນການຮ່ວມມື ລະຫວ່າງ ລັດຖະສະພາພາກພື້ນ. ທ່ານເອກອັກຄະລັດຖະທູດ ລາວຍັງໄດ້ກ່າວວ່າ: ກົນໄກການເຈ ລະຈາ ແລະ ການຮ່ວມມືແມ່ນວິທີ ແກ້ໄຂຄວາມບໍ່ແນ່ນອນທາງດ້ານ ພູມສາດ ແລະ ເສດຖະກິດທີ່ສັບ ສົນຂອງໂລກໃນປັດຈຸບັນ, ອາຊຽນ ແມ່ນກຸນແຈສຳຄັນໃນການຊຸກຍູ້ສັນ ຕິພາບ ແລະ ສະຖຽນລະພາບຂອງ ໂລກ. AIPA ມີບົດບາດສຳຄັນໃນ ການດຶງດູດປະຊາຊົນອາຊີຕາເວັນ ອອກສ່ຽງໃຕ້ເຂົ້າຮ່ວມບັນດານະ ໂຍບາຍເລັ່ງລັດການສ້າງວິໄສທັດ ປະຊາຄົມອາຊຽນ 2045. ພ້ອມນີ້, ທ່ານທູດຍັງໄດ້ແຈ້ງໃຫ້ທ່ານປະ ທານສະພາແຫ່ງຊາດ ເຈີ່ນ ແທັງ ເໝີນ ຊາບກ່ຽວກັບກອງປະຊຸມໃຫຍ່ AIPA ຄັ້ງທີ 45 ດ້ວຍຫົວຂໍ້ “ບົດ ບາດຂອງລັດຖະສະພາໃນການເພີ່ມ ທະວີການເຊື່ອມຈອດ ແລະ ການ ເຕີບໂຕລວມຂອງອາຊຽນ” ເຊິ່ງ ຈະຈັດຂຶ້ນແຕ່ວັນທີ 18 -24 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ. ທ່ານທູດຍັງເຊື່ອໝັ້ນວ່າ, ດ້ວຍ ການນຳພາຂອງທ່ານປະທານສະ ພາແຫ່ງຊາດ ຫວຽດນາມ, ນ້ຳໃຈ ມິດຕະພາບແລະ ການຮ່ວມມືອັນສະ ໜິດສະໜົມ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກອາ ຊຽນ ແລະ ປະຊາຊົນບັນດາປະເທດ ຈະສືບຕໍ່ເພີ່ມທະວີການຮັກສາສັນຕິ ພາບ, ຄວາມໝັ້ນຄົງ ແລະ ສະຖຽນ ລະພາບໃນພາກພື້ນໃນຊຸມປີຕໍ່ໜ້າ; ຢືນຢັນວ່າ, ເອກອັກຄະລັດຖະທູດ ແລະ ເອກອັກຄະລັດຖະທູດບັນດາ ປະເທດ ອາຊຽນ ແລະ ຕີມໍ-ແລັດ ສະເຕ ພ້ອມແລ້ວທີ່ຈະຮ່ວມມື ແລະ ປະກອບສ່ວນເຂົ້າໃນເປົ້າໝາຍ ແລະ ຄວາມມານະພະຍາຍາມຂອງອາ ຊຽນ ໃນການຮັກສາ ແລະ ເພີ່ມທະວີ ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນ ລະພາບ ແລະ ການພັດທະນາເສດ ຖະກິດໃນພາກພື້ນ ແລະ ທົ່ວໂລກ. ໂອກາດນີ້, ທ່ານ ເຈິ່ນແທັງ ເໝີນ ໄດ້ສະແດງຄວາມຂອບໃຈເຖິງບັນ ດາການນຳຂອງສະພາແຫ່ງຊາດ/ ລັດຖະສະພາບັນດາປະເທດອາ ຊຽນ ທີ່ໄດ້ສົ່ງຈົດໝາຍມາອວຍ ພອນທ່ານໃນໂອກາດທີ່ໄດ້ຮັບເລືອກ ຕັ້ງເປັນປະທານສະພາແຫ່ງຊາດ ຫວຽດນາມຄົນໃໝ່, ສະແດງຄວາມ ຊົມເຊີຍ ສປປ ລາວ ຕໍ່ກັບຄວາມຮັບ ຜິດຊອບຂອງການເປັນປະທານອາ ຊຽນ ແລະ ການເປັນປະທານລັດ ຖະສະພາລະຫວ່າງປະເທດອາຊຽນ (AIPA) ໃນປີ 2024 ແລະ ເຊື່ອ ໝັ້ນວ່າ, ພາຍໃຕ້ການນຳພາຂອງ ປະທານປະເທດແຫ່ງ ສປປ ລາວ, ອາຊຽນ ແລະ AIPA ຈະສືບຕໍ່ບັນ ລຸໄດ້ຜົນສຳເລັດໃໝ່, ປະກອບສ່ວນ ເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ແບບຍືນຍົງ ໃນພາກພື້ນ; ສະພາ ແຫ່ງຊາດຫວຽດນາມ ພ້ອມແລ້ວ ທີ່ຈະໜູນຊ່ວຍ ແລະ ສົມທົບກັບສະ ພາແຫ່ງຊາດລາວ ປະຕິບັດໜ້າທີ່ ສຳຄັນນີ້ຢ່າງສຳເລັດຜົນ. ພ້ອມ ນັ້ນ, ທ່ານໄດ້ຕີລາຄາສູງບັນດາຜົນ ງານຂອງອາຊຽນໃນໄລຍະທີ່ຜ່ານ ມາ ແລະ ດີໃຈທີ່ຕີມໍ-ແລັດສະເຕ ຈະກາຍເປັນສະມາຊິກຄອບຄົວອາ ຊຽນຢ່າງເຕັມທີ່ໃນໄວໆນີ້. ຂ່າວ-ພາບ: ສະຖານທູດລາວ ປະຈຳ ຫວຽດນາມ. *ວັນທີ 19 ມິຖຸນາ, ປີ2024 ແມ່ນວັນຄົບຮອບ 60 ປີ ທີ່ສະຫາຍ ກິມ ເຈິງອິນຜູ້ນຳທີ່ຍິ່ງໃຫຍ່ຂອງປະ ຊາຊົນ ເກົາຫລີ ໄດ້ເລີ່ມຕົ້ນເຮັດວຽກ ຢູ່ສູນກາງພັກແຮງງານ ເກົາຫລີ. ຕະຫລອດໄລຍະແຫ່ງການນຳພາ ພັກແຮງງານເກົາຫລີ, ສະຫາຍ ກິມ ເຈິງ ອິນ ໄດ້ຖືເອົາການເສີມສ້າງ ພັກຂອງ ສະຫາຍ ກິມ ອິນ ຊຸງ ລວມ ທັງຊື່ ແລະ ຄວາມເປັນຈິງເປັນພາ ລະກິດຕົ້ນຕໍ ແລະ ດຳເນີນການຈັດ ຕັ້ງປະຕິບັດຢ່າງມີໝາກຜົນ. ສະ ຫາຍໄດ້ພັດທະນາແນວຄິດການປະ ຕິວັດ, ແນວຄິດຈຸດເຊ ທີ່ ສະຫາຍ ກິມ ອິນ ຊຸງ ສ້າງຕັ້ງຂຶ້ນໃຫ້ເປັນຮູບ ປະທຳ ແລະ ເປັນແນວຄິດຊີ້ນຳພຽງ ໜຶ່ງດຽວຂອງພັກແຮງງານເກົາ ຫລີ, ທັງໄດ້ຖືເອົາແນວຄິດດັ່ງກ່າວ ເປັນຕົວແບບກໍຄືໂຄງການອັນສູງ ສຸດໃນທົ່ວສັງຄົມ. ຍ້ອນການຊີ້ນຳໆພາຂອງສະ ຫາຍ, ພັກແຮງງານເກົາຫລີ ໄດ້ຮັບ ການພັດທະນາໃຫ້ເປັນອົງການຈັດ ຕັ້ງທີ່ມີຄວາມປອດໃສ, ເຂັ້ມແຂງ ແລະ ເປັນເອກະພາບໃນການທຳ ຕົວຈິງ, ເປັນອົງການຈັດຕັ້ງທີ່ມີລະ ບົບແນວຄິດທີ່ເປັນໜຶ່ງດຽວ ແລະ ສ້າງຕັ້ງລະບົບການນຳພາທີ່ເປັນ ໜຶ່ງດຽວຂອງຜູ້ນຳຢ່າງເຄັ່ງຄັດ. ພັກແຮງງານເກົາຫລີ ໄດ້ໂຮມພະລັງ ມວນຊົນ ໃຫ້ແຂງແກ່ນຄືດັ່ງຫີນສິ (ເນື່ອງໃນໂອກາດ ຄົບຮອບ 60 ປີ ທີ່ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນເກົາຫລີ ໄດ້ເລີ່ມຕົ້ນເຮັດວຽກຢູ່ສູນກາງພັກແຮງງານເກົາຫລີ 19 ມິຖຸນາ 1964 -19 ມິຖຸນາ 2024) ລາ, ມີການຈັດຕັ້ງ ແລະ ມີແນວຄິດ ທີ່ເປັນເອກະພາບ ຍຶດໝັ້ນຄຳສັ່ງ ສອນສະຫາຍ ກິມ ອິນ ຊຸງ ເປັນຫລັກ ເພື່ອໝູນໃຊ້ເຂົ້າກັບສະພາບຄວາມ ເປັນຈິງໃນການກໍ່ສ້າງພັກ. ນີ້ແມ່ນ ໝາກຜົນອັນລ້ຳຄ່າທີ່ມີລັກສະນະ ລະອຽດຕໍ່ຜູ້ນຳຂອງ ສະຫາຍ ກິມ ເຈິງ ອິນ, ທີ່ເຂົ້າໃຈບັນຫາເລິກເຊິ່ງ ຢ່າງຫາອັນປຽບບໍ່ໄດ້, ສະຫາຍໄດ້ ນຳພາຢ່າງປີຊາສາມາດໃນການຕັດ ສິນໃຈວາງຫລັກການແລະວາງມະ ຕິທາງດ້ານການເມືອງທີ່ສະຫລາດ ສ່ອງໃສ. ສະຫາຍ ກິມ ເຈິງ ອິນ ໄດ້ ສ້າງພັກແຮງງານເກົາຫລີ ໃຫ້ເປັນ ພັກທີ່ຮັບໃຊ້ມວນຊົນ, ມີຄວາມຮັບ ຜິດຊອບຢ່າງເຕັມສ່ວນຕໍ່ຈຸດໝາຍ ແລະ ອຸດົມການຂອງປະຊາຊົນທັງ ຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດ ບໍລິສຸດຢ່າງແທ້ຈິງ. ການເຊີດຊູເສີມ ຂະຫຍາຍສາຍກ່ຽວພັນແບບກາຍະ ອິນຊີ ລະຫວ່າງ ພັກແຮງງານ ເກົາ ຫລີ ແລະ ປະຊາຊົນລວມທັງຄວາມ ເປັນປຶກແຜ່ນແໜ້ນໜາຂອງຮາກ ຖານມວນຊົນຂອງພັກ ເປັນຫລັກ ການທີ່ສຳຄັນໃນການກໍ່ສ້າງພັກ ກໍຄືການຄົງຕົວ ແລະ ຂະຫຍາຍຕົວ ຂອງພັກ. ສະຫາຍໄດ້ເຫັນແຈ້ງວ່າ ທຸກການຈັດຕັ້ງ ແລະ ພະນັກງານ ລ້ວນຕ້ອງດຳເນີນການຈັດຕັ້ງເພື່ອ ຜົນປະໂຫຍດຂອງມະຫາຊົນດຳລົງ ຊີວິດຕິດແທດກັບມະຫາຊົນ ແລະ ເປັນຜູ້ຮັບໃຊ້ມະຫາຊົນ. ຍ້ອນມີ ແນວທາງການເມືອງທີ່ຮັບໃຊ້ສິດ ຜົນປະໂຫຍດຂອງທົ່ວປວງຊົນ, ພັກ ແຮງງານເກົາຫລີ ຈຶ່ງໄດ້ບັນລຸຜົນ ສຳເລັດໃນການເຕົ້າໂຮມຄວາມເປັນ ເອກະພາບຈິດໜຶ່ງໃຈດຽວຂອງຜູ້ ນຳ ກໍຄືຂອງພັກ ແລະ ຂອງມວນຊົນ ເປັນເທື່ອທຳອິດໃນປະຫວັດສາດ ທ່າມກາງຄວາມຜັນຜວນທາງການ ເມືອງຂອງໂລກ, ນຳພາສັງຄົມ ເກົາຫລີ ໃຫ້ເປັນຄອບຄົວສັງຄົມນິ ຍົມ ທີ່ເປັນປຶກແຜ່ນ ແລະ ສະແດງ ໃຫ້ເຫັນຄວາມເກັ່ງກ້າສາມາດຂອງ ພັກທີ່ບໍ່ມີສັດຕູໂຕໃດຕີເອົາຊະນະ ໄດ້ ເຊິ່ງໄດ້ນຳພາປວງຊົນທັງຊາດ ເດັດດ່ຽວຍາດເອົາໄຊຊະນະໃນການ ສ້າງສັງຄົມນິຍົມ ທີ່ໄດ້ຮັບການສະ ໜັບສະໜູນ ແລະ ເຊື່ອໝັ້ນຢ່າງເດັດ ຂາດຂອງປວງຊົນຕະຫລອດມາ. ຊຸກຍູ້ວຽກດຳເນີນຄະດີ... ຍທຂ ເລັ່ງປັບປຸງເສັ້ນທາງ... ຍາຂອງເຈົ້າໜ້າທີ່ສືບສວນ-ສອບ ສວນ, ອົງການໄອຍະການປະຊາຊົນ ແຂວງ, ວຽກງານຕິດຕາມກວດ ກາຄ້າຍຄຸມຂັງ-ດັດສ້າງຢູ່ 3 ແຂວງ ພາກເໜືອ ຄື: ແຂວງຜົ້ງສາລີ, ອຸ ດົມໄຊ ແລະ ແຂວງຫລວງພະບາງ. ໂອກາດນີ້, ຄະນະດັ່ງກ່າວໄດ້ ເຂົ້າພົບການນໍາຂອງແຕ່ລະແຂວງ ເພື່ອລາຍງານ ແລະ ແຈ້ງຈຸດປະສົງ ຂອງການມາເຄື່ອນໄຫວເຮັດວຽກ ໃນຄັ້ງນີ້ໃຫ້ຊາບ. ຈາກນັ້ນກໍຮ່ວມ ເຮັດວຽກກັບອົງການໄອຍະການ ທາງຮ່ອມ, ທາງຊອຍ ທັງໝົດ 17 ເສັ້ນໃນນະຄອນຫລວງວຽງຈັນເພື່ອ ຕ້ອນຮັບວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະກອງປະ ຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ແລະ ປີທ່ອງທ່ຽວ ລາວ 2024, ທັງເປັນການອຳນວຍ ຄວາມສະດວກໃຫ້ແກ່ການສັນຈອນ ໄປມາຂອງປະຊາຊົນລາວບັນດາ ເຜົ່າ ກໍຄື ປະຊາຊົນພາຍ ໃນນະຄອນ ຫລວງວຽງຈັນ ໄດ້ນຳໃຊ້ເສັ້ນທາງ ທີ່ສະດວກສະບາຍຂຶ້ນກວ່າເກົ່າ, ທັງເປັນການປະກອບສ່ວນເຮັດໃຫ້ ນະຄອນຫລວງວຽງຈັນ ມີໂສມໜ້າ ໃໝ່ ຫລຸດຜ່ອນຄວາມແອອັດ, ຫລຸດ ຜ່ອນການເກີດອຸບັດເຫດຕາມທ້ອງ ຖະໜົນ ແລະ ອື່ນໆ. ມາຮອດປັດຈຸບັນ, ໂຄງການກໍ່ ສ້າງ-ປັບປຸງເສັ້ນທາງດັ່ງກ່າວໂດຍ ລວມແມ່ນສຳເລັດແລ້ວ 60% ແລະ ຄາດວ່າຈະສຳເລັດ 100% ໃນ ທ້າຍເດືອນຕຸລາ 2024 ທີ່ຈະມາ ເຖິງນີ້ ເຊິ່ງການສ້ອມແປງມີທັງໝົດ 4 ບໍລິສັດຮັບເໝົາ ເປັນຜູ້ຈັດຕັ້ງ ປະຕິບັດຄື: ບໍລິສັດເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ປັບປຸງ ແລະ ສ້ອມແປງເສັ້ນທາງ ໄຟແດງເດ່ີນບິນ-ຂ້າງຕະຫລາດສີ ໄຄ (ເບຕົງ), ຍາວ 1.462 ແມັດ ປະຕິບັດໄດ້ 60%; ເສັ້ນທາງຄູ ວຽງ-ໂຮງໝໍ 103 (ເບຕົງ), ຍາວ 1.175 ແມັດ ປະຕິບັດໄດ້ 20%; ທາງ ເບຕົງຮ່ອມ 14 ບ້ານທົ່ງກາງ- ວັດສ້າງເຫວີຍ, ຍາວ 1.088 ແມັດ ກຳລັງກໍ່ສ້າງໄດ້ 10%; ທາງເບຕົງ ຮ່ອມ 14 ບ້ານທ່າພະລານໄຊ, ຍາວ 707 ແມັດ ກໍ່ສ້າງໄດ້ 10%; ໄຟອຳ ນາດສີດຳດວນ-ທົ່ງສ້າງນາງ-ໄຟ ອຳນາດຮ່ອງໄກ່ແກ້ວ (ປູຢາງຂົ້ວ ທັບຄືນ), ຍາວ 2.030 ແມັດ, ສຳ ເລັດ 90%; ຖະໜົນສີທອງ ຈຸດຊ້າງ 3 ຫົວ-ໜອງດ້ວງ-ດົງນາໂຊກໄຟອຳນາດໜອງໜ້ຽວ (ປູຢາງທັບ ຄືນ), ຍາວ 2.030 ແມັດ ກຳລັງ ສ້ອມແປງ 50%. ສ່ວນການປັບປຸງ, ສ້ອມແປງຄຸ້ມສີສະຫວາດ-ອ້ອມ ສຳນັກງານນາຍົກລັດຖະມົນຕີ ແລະ ເຂດບ້ານໂສກປ່າຫລວງ-ສວນ 23 ສິງຫາ (ປູຢາງຂົ້ວທັບຄືນ) ຄືບໜ້າ 10%; ທາງເບຕົງທາງເຂົ້າສະຖາ ນີລົດໄຟລາວ-ຈີນ-ສະໜາມກິລາ ຫລັກ 16 ກຳລັງກໍ່ສ້າງ 10%. ສ່ວນ ບໍລິສັດບຸຜາ ພັດທະນາກໍ່ ສ້າງເຄຫາສະຖານ, ຂົວທາງ ແລະ ສຳຫລວດ-ອອກແບບ ຈຳກັດຜູ້ ດຽວ ແມ່ນຮັບເໝົາເຂດໄຟອຳນາດ ສີໄຄ-ແຍກເຕ 2, ຍາວ 1.635 ແມັດ ແລະ ວົງວຽນດົງປາລານ-ວົງ ວຽນໂພນທັນ-ໄຟອຳນາດໂພນທັນ, ຄວາມຍາວ 2.076 ແມັດ (ປູຢາງ ຂົ້ວທັບຄືນ) ສຳເລັດ 95%, ວຽກ ແຕ້ມເສັນຈາລະຈອນ, ຕິດປ້າຍ ແລະ ທາສີຂອບທາງ ຈຳນວນ8 ເສັ້ນທາງແມ່ນສຳເລັດແລ້ວ40%; ບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຕັ້ງປະຕິບັດ ໜ້າວຽກຢູ່ ບ້ານວັດນາກຮ່ອມ 4 (ເບຕົງ), ຍາວ 328 ແມັດ ແລະ ເສັ້ນ ທາງກຳແພງເມືອງໄຟອຳນາດ ໜອງໄຮ-ວົງວຽນຫລັກ 10 (ປູ ຢາງຂົ້ວທັບຄືນ) ກຳລັງຈັດຕັ້ງໄດ້ 60% ແລະ ບໍລິສັດ ພີເອັສ ແອວ ກໍ່ສ້າງຄົບວົງຈອນຈຳກັດຜູ້ດຽວໄດ້ ກໍ່ສ້າງທາງເບຕົງ ແຕ່ສະພັງເມີກຫລັງຫໍພັກຊີເກມ-3 ແຍກໜອງ ວຽງຄຳ ພວມສ້ອມແປງໄດ້ 20%; ເຂດທົ່ງສ້າງນາງ-ໄຟອຳນາດສະ ຫວ່າງ (ປູຢາງຂົ້ວທັບຄືນ)ສຳ ເລັດແລ້ວ 98%; ເຂດແຈວັດຈັນວັດອົງຕື້ (ປູຢາງຂົ້ວທັບຄືນ) ສຳ ເລັດ 100% ແລະ ຖະໜົນໄຜໜາມ ຫລັງໂຮງຮຽນ ມສ ອານຸ (ປູຢາງ ຂົ້ວທັບຄືນ) ສຳເລັດແລ້ວ 95%. ໂອກາດນີ້, ທ່ານ ພຸດທະເສນ ສິນທະວົງ ຍັງໄດ້ຝາກເຖິງຜູ້ໃຊ້ລົດ, ໃຊ້ຖະໜົນ ລວມເຖິງບຸກຄົນທີ່ມີ ເຮືອນຕິດກັບເສັ້ນທາງໃຫ້ຮັກສາ ສະ ພາບຂອງເສັ້ນທາງ, ຮັກສາ ຄວາມສະອາດ ໂດຍສະເພາະເວລາ ປັດກວດທາງ ບໍ່ຄວນປັດຂີ້ເຫຍື້ອລົງ ຮ່ອງລະບາຍນໍ້າ, ບໍ່ຖອກນໍ້າເສຍໃສ່ ແຄມທາງ ຫລື ຖິ້ມສິ່ງເສດເຫລືອໃສ່ ຮ່ອງລະບາຍນໍ້າອາດເຮັດໃຫ້ທໍ່ລະ ບາຍນໍ້າຕັນ ເມື່ອຝົນຕົກໜັກກໍຈະ ເຮັດໃຫ້ການລະບາຍນໍ້າບໍ່ທັນກໍໃຫ້ ເກີດນໍ້າຖ້ວມ-ນໍ້າຂັ່ງເປັນຕົ້ນ. ຂ່າວ: ກິດຕາ,ພາບ: ເກດສະໜາ ປະຊາຊົນແຂວງ, ກອງບັນຊາການ ປກສ ແຂວງ, ເຈົ້າໜ້າທີ່ຄ້າຍຄຸມ ຂັງ-ດັດສ້າງແຂວງ ແລະ ລົງກວດ ກາຄ້າຍຄຸມຂັງ-ດັດສ້າງແຂວງໄປ ພ້ອມກັບການຮັບຟັງການລາຍງານ ໄລຍະ 6 ເດືອນຕົ້ນປີ 2024 ຈາກ ແຕ່ລະພາກສ່ວນ ເຊິ່ງໄດ້ມີການ ແລກປ່ຽນບົດຮຽນທາງດ້ານວິຊາ ການນໍາກັນ ເປັນຕົ້ນ ຂັ້ນຕອນຂອງ ການດໍາເນີນຄະດີອາຍາ, ການເປີດ ການສືບສວນ-ສອບສວນ, ການກໍາ ນົດເວລາການສືບສວນ-ສອບສວນ, ການອອກຄໍາສັ່ງກັກຂັງພາງ, ການ ຕໍ່ຄໍາສັ່ງກັກຂັງພາງ ແລະ ອື່ນໆ. ໂອກາດນີ້, ທ່ານ ທອງວັນ ແກ້ວວິໄລ ຮອງຫົວໜ້າກົມຕິດຕາມ ກວດກາການດໍາເນີນຄະດີອາຍາອົງ ການໄອຍະການປະຊາຊົນສູງສຸດ ໃນນາມຫົວໜ້າຄະນະໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ອົງການໄອຍະການປະຊາຊົນ ແຂວງ, ເຈົ້າໜ້າທີ່ຕໍາຫລວດ ປກສ ແຂວງ ທີ່ຍາດມາໄດ້ຫລາຍຜົນງານ ໂດດເດັ່ນໃນໄລຍະຜ່ານມາ, ພ້ອມ ທັງສະເໜີເອົາໃຈໃສ່ວຽກງານບາງ ຈຸດສຸມໃຫ້ບັນລຸຕາມຄາດໜາຍ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຄະນະ ຮັບຜິດຊອບທັງສອງພາກສ່ວນ ຈົ່ງສືບຕໍ່ຍົກສູງຄຸນນະພາບໃນການ ຕິດຕາມກວດກາການເຄົາລົບ ແລະ ການປະຕິບັດກົດໜາຍໃນຂອບ ເຂດຄວາມຮັບຜິດຊອບ ແລະ ການ ສະຫລຸບສໍານວນຄະດີໃຫ້ທັນຕາມ ກໍານົດເວລາ, ການສັ່ງຟ້ອງຜູ້ຖືກຫາ ຂຶ້ນສານຕາມກົດໜາຍ, ສືບຕໍ່ຜັນ ຂະຫຍາຍມະຕິ, ຄໍາສັ່ງ, ຄໍາແນະນໍາ, ບົດບັນທຶກຮ່ວມ ແລະ ແຈ້ງການ ຂອງຂັ້ນເທິງເຂົ້າສູ່ລວງເລີກ ແລະ ເປັນຮູບປະທໍາ; ສືບຕໍ່ປະຕິບັດການ ປະສານສົມທົບທັງສອງພາກສ່ວນ ໃຫ້ມີຄວາມກົມກຽວ ຢ່າງເລິກເຊິ່ງ ເຖິງຖອງ ແລະ ສ້າງທຸກເງື່ອນໄຂ ເພື່ອປັບປຸງກົນໄກຂອດປະສານ ງານກັບພາກສ່ວນກ່ຽວຂ້ອງທີ່ຢູ່ໃນ ຄວາມຮັບຜິດຊອບຂອງຕົນ ແລະ ຮີບຮ້ອນປະສານສົມທົບກັບອົງການ ດໍາເນີນຄະດີອາຍາ ແກ້ໄຂບັນຫາ ທີ່ຄົງຄ້າງໃຫ້ໝົດໄປເທື່ອລະກ້າວ. ພ້ອມນີ້, ຍັງໄດ້ເນັ້ນໃຫ້ສອງພາກ ສ່ວນດັ່ງກ່າວ ຖືສໍາຄັນແມ່ນການ ສຶກສາອົບຮົມການເມືອງ-ແນວຄິດ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາ ບັນ, ຈັນຍາທໍາໃຫ້ແກ່ພະນັກງານຢູ່ ໃນຄວາມຮັບຜິດຊອບຂອງຕົນ ເພື່ອ ຮັບໃຊ້ປະເທດຊາດ ແລະ ປະຊາຊົນ ຢ່າງບໍລິສຸດໃຈ, ປັບປຸງແບບແຜນວິ ທີ ເຮັດວຽກ ແລະ ວິທີນໍາພາໃຫ້ຖືກ ຕ້ອງຕາມຫລັກການ ແລະ ລະບຽບ ກົດໜາຍຢ່າງເຂັ້ມງວດ.
RkJQdWJsaXNoZXIy MTc3MTYxMQ==