xtgmf]k; 3 19/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ເຂົ້າຈານນໍ້າ ບົດສະເໜີ ໂດຍ: ໄໝຄຳຍ້ອມສິນ ໂດຍ: ຢ່າຕົ່ງ ຂໍ້ມູນຈາກ:ແຂວງວຽງຈັນ ll- ltg|u .sh ]a fg]aj 'cdh w0 [a oskg7aj 'Ih vo.ola '7q , rtoa d'kocrf\= 8h v'dec|h o sh kmy foe lkmk]totl5 d ,u ]kpIa [8+ gonj v'9kddkox6 d{]h P' * ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ບັນດາ ສະມາຊິກສະພາແຫ່ງຊາດລ້ວນແຕ່ສຸມ ສະຕິປັນຍາຂອງຕົນ ປະກອບຄຳຄິດຄຳ ເຫັນຕໍ່ບົດລາຍງານການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາຕິດ ພັນກັບການຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດໄລຍະ 6 ເດືອນຕົ້ນປີ 2024 ແລະ ທິດແຜນການທ້າຍປີ ເຊິ່ງບັນດາ ສສຊ ແຕ່ລະເຂດກໍໄດ້ສະເໜີໃຫ້ລັດຖະ ບານເອົາໃຈໃສ່ເລັ່ງແກ້ໄຂບັນຫາທີ່ ເຄັ່ງຮ້ອນກະທົບຕໍ່ເສດຖະກິດ-ສັງຄົມ, ຊີວິດການເປັນຢູ່ ແລະ ອື່ນໆໃຫ້ດີຂຶ້ນ. ໜຶ່ງໃນຫລາຍສະມາຊິກສະພາ ແຫ່ງຊາດທີ່ປະກອບຄຳເຫັນນັ້ນ, ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດເລືອກ ຕັ້ງທີ 1 ນະຄອນຫລວງວຽງຈັນ ໄດ້ປະ ກອບຄໍາເຫັນວ່າ: ສະເໜີໃຫ້ພາກສ່ວນ ກ່ຽວຂ້ອງຊີ້ແຈງຢ່າງລະອຽດຕໍ່ສາ ເຫດ ອັດຕາການແລກປ່ຽນທີ່ນັບມື້ສູງ ຂຶ້ນດັ່ງທີ່ເຫັນໃນປັດຈຸບັນ. ດັ່ງນັ້ນ, ຈິ່ງ ຕັ້ງຄໍາຖາມເຖິງພາກສ່ວນກ່ຽວຂ້ອງ ວ່າ ເກີດຂຶ້ນຈາກສາເຫດໃດ ເພາະກະ ທົບຕໍ່ສັງຄົມ ແລະ ເອົາຄືນກັບມາໄດ້ ຍາກ. ຕາມການລາຍງານຂອງພາກ ສ່ວນທີ່ກ່ຽວຂ້ອງມາຮອດປັດຈຸບັນ ການສົ່ງອອກຂອງລາວເພີ່ມຂຶ້ນ, ເງິນ * ພັກ-ລັດເຮົາ ຍາມໃດກໍໃຫ້ຄວາມ ສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສາ ທາລະນະສຸກເພື່ອໃຫ້ປະຊາຊົນລາວບັນ ດາເຜົ່າມີສຸຂະພາບແຂງແຮງ, ມີຄວາມ ຜາສຸກແລະປະເທດຊາດຮັ່ງມີເຂັ້ມແຂງ. ຈະເຮັດແນວນັ້ນບັນດາແພດໝໍ ແລະ ພະນັກງານສາທາລະນະສຸກຕ້ອງໄດ້ສຸມ ໃສ່ປະຕິບັດໜ້າທີ່ວຽກງານຕາມການ ມອບໝາຍ, ພ້ອມທັງປັບປຸງຕົນເອງໃຫ້ ມີຄວາມຮູ້, ຄວາມສາມາດ, ມີຈັນຍາ ທໍາໃນການຮັບໃຊ້ປະຊາຊົນ. ດັ່ງທີ່ ປະທານ ໄກສອນ ພົມວິຫານ ໄດ້ມີແນວ ຄິດຊີ້ນຳຕໍ່ຂົງເຂດສາທາລະນະສຸກ ໃນ ກອງປະຊຸມສາທາລະນະສຸກ ທົ່ວປະ ເທດຄັ້ງທີ II ວັນທີ11ມີນາ 1987ວ່າ: “ພັກ, ລັດເຮົາ ໄດ້ມອບພາລະໜ້າທີ່ເບິ່ງ ແຍງດູແລແລະປົກປັກຮັກສາສຸຂະພາບ ປະຊາຊົນບັນດາເຜົ່າ ໃຫ້ຂະແໜງການ ສາທາລະນະສຸກຮັບຜິດຊອບໂດຍກົງ. ອັນນີ້, ແມ່ນພາລະໜ້າທີ່ອັນໜັກໜ່ວງ ແລະ ທັງແມ່ນກຽດອັນໃຫ່ຍຫລວງທີ່ ສຸດຂອງພະນັກງານພາລະກອນໃນທົ່ວ ຂະແໜງສາທາລະນະສຸກ” ດັ່ງນັ້ນ, ເພື່ອປະຕິບັດຕາມທິດຊີ້ນຳ ຂອງປະທານ ໄກສອນພົມວິຫານຜູ້ນຳ ທີ່ແສນເຄົາລົບຮັກຂອງປວງຊົນລາວ ທັງຊາດນັ້ນ ພະນັກງານແພດໝໍ ຕ້ອງ ກໍາແໜ້ນຫ້າທິດນໍາສາທາລະນະສຸກ ຂອງພັກຄື: ໜຶ່ງ; ສາທາລະນະສຸກຕ້ອງ ຮັບໃຊ້ການຜະລິດ, ຮັບໃຊ້ຊີວິດການ ເປັນຢູ່ຂອງປະຊາຊົນ ແລະ ຮັບໃຊ້ສອງ ໜ້າທີ່ຍຸດທະສາດ ຮັບໃຊ້ວຽກງານກໍ່ ສ້າງສັງຄົມນິຍົມ. ສອງ; ວຽກງານສາ ທາລະນະສຸກຕ້ອງຮັບໃຊ້ຢ່າງຕັ້ງໜ້າ ກ່ຽວກັບນະໂຍບາຍຕໍ່ບັນດາເຜົ່າຂອງ ພັກ. ສາມ; ຕ້ອງປະຕິບັດວຽກງານກັນ ພະຍາດຢ່າງຕັ້ງໜ້າ. ສີ່; ຕ້ອງປະສານ ສົມທົບການແພດທັນສະໄໝກັບການ ແພດພື້ນເມືອງ ແລະ ຢາພື້ນເມືອງ, ກໍ່ ສ້າງພື້ນຖານສາທາລະນະສຸກທີ່ມີລັກ ສະນະຊາດ ແລະ ທັນສະໄໝ. ຫ້າ; ຕ້ອງ ອີງໃສ່ມະຫາຊົນ ເພື່ອກໍ່ສ້າງພື້ນຖານ ສາທາລະນະສຸກທົ່ວປວງຊົນ. ຢາກເຮັດ ໄດ້ແນວນັ້ນ, ນັກງານແພດໝໍ-ພະຍາ ບານ, ພະນັກງານສາທາລະນະສຸກ ລາວຕ້ອງຮູ້ສືບທອດຮໍ່າຮຽນເອົາແບບ ຢ່າງອັນດີງາມຂອງແພດໝໍ ແລະ ພະ ນັກງານສາທາລະນະສຸກຮຸ້ນກ່ອນ, ອອກ ແຮງຝຶກຝົນຫລໍ່ຫລອມສ້າງຕົນເອງ ໃຫ້ ພຽບພ້ອມໄປດ້ວຍຄຸນສົມບັດສິນ ທໍາປະຕິວັັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊໍານານງານດ້ານວິຊາສະເພາະ ເພື່ອກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນຢ່າງສົມກຽດສັກສີ ເປັນ ນັກຮົບເສື້ອຂາວປະຕິວັດຂອງພັກ. ເພື່ອລະນຶກເຖິງຜົນງານ ແລະ ຍ້ອງ ຍໍສັນລະເສີນຄຸນງາມຄວາມດີ ຂອງ ແພດລາວໃນສະໄໝຕໍ່ສູ້ກູ້ຊາດ ກໍ່ຄືສະ ໄໝປົກປັກຮັກສາແລະສ້າງສາປະເທດ ຊາດ. ພັກ-ລັດຈຶ່ງກຳນົດເອົາວັນທີ18 ມິຖຸນາ 1965 ເປັນວັນແພດລາວ ຕາມ ແນວຄິດຊີ້ນຳ ຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາ ລົບຮັກ ໄດ້ກ່າວໃນຕອນທ້າຍກອງປະ ຊຸມ ສາທາລະນະສຸກທົ່ວປະເທດ ຄັ້ງທີ II ວັນທີ11ມີນາ1965, ໂດຍກ່າວວ່າ: “ຈະສະເໜີ ຄະນະເລຂາທິການສູນ ກາງພັກ ແລະ ສະພາລັດຖະມົນຕີ ເລືອກ ເອົາມື້ໃດມື້ໜຶ່ງ ທີ່ມີຄວາມໝາຍປະ ຫວັດສາດ ເປັນວັນແພດລາວ”. ຈາກ ແນວຄິດຊີ້ນໍາ ຂອງປະທານ ໄກສອນ ພົມວິຫານ ແລະ ເຫດຜົນທີ່ໄດ້ກ່າວມາ ຂ້າງເທິງນັ້ນ, ກະຊວງສາທາລະນະ ສຸກ ໄດ້ນໍາສະເໜີລັດຖະບານ ແລະ ສະ ພາແຫ່ງຊາດ ຊຸດທີ VII ແລະ ໄດ້ຮັບ ການເຫັນດີໃຫ້ບັນຈຸເຂົ້າໃນກົດໝາຍ ປິ່ນປົວ ສະບັບປັບປຸງ ເລກທີ 58/ສພຊ, ລົງວັນທີ 24 ທັນວາ 2014, ໝວດ 10 ມາດຕາ 76 ໄດ້ກໍານົດເອົາວັນທີ 18 ມິຖຸນາ ເປັນວັນແພດລາວ. ການສະເຫລີມສະຫລອງ ວັນແພດ ລາວ ເພື່ອເຮັດໃຫ້ພົນລະເມືອງລາວບັນ ດາເຜົ່າທຸກຊັ້ນຄົນ ໃນສັງຄົມ, ແພດໝໍ ແລະ ພະນັກງານສາທາລະນະສຸກ ເຫັນ ໄດ້ການເຕີບໃຫຍ່ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ ຂອງວຽກງານສາທາລະນະ ສຸກ, ຂອງຖັນແຖວແພດໝໍລາວ ໃນແຕ່ ລະໄລຍະ. ເພື່ອຈາລຶກຄຸນງາມຄວາມດີ ທີ່ໄດ້ປະກອບສ່ວນເຂົ້າໃນການຮັກສາ ສຸຂະພາບປະຊາຊົນ, ພະນັກງານ, ທະ ຫານ-ຕໍາຫລວດ ໃນຂະບວນການຕໍ່ສູ້ ກູ້ຊາດໃນເມື່ອກ່ອນ ກໍຄືການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໃນປັດຈຸບັນ. ເພື່ອປູກຈິດສໍານຶກ ໃຫ້ແກ່ແພດໝໍ ແລະ ພະນັກງານສາທາ ລະນະສຸກ ຮຸ່ນສືບທອດຮຽນເອົາແບບ ຢ່າງອັນດີງາມຂອງແພດໝໍ ແລະ ພະ ນັກງານສາທາລະນະສຸກຮຸ່ນກ່ອນ, ອອກແຮງຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນແພດໝໍທີ່ພຽບພ້ອມໄປ ດ້ວຍຄຸນສົມບັດ, ຈັນຍາທໍາວິຊາຊີບແລະ ຄວາມຊໍານານງານດ້ານວິຊາສະເພາະ ໃຫ້ສົມກັບກຽດສັກສີທີ່ເປັນນັກຮົບ ເສື້ອຂາວປະຕິວັດຂອງພັກ ເພື່ອສ້າງ ໂອກາດໃຫ້ແພດໝໍ ແລະ ພະນັກງານ ສາທາລະນະສຸກ ໄດ້ທົບທວນຄືນ ຫ້າ ວຽກງານໃຫຍ່ດ້ານສາທາລະນະສຸກ ຂອງພັກເຮົາ ເພື່ອເຊີດຊູກຽດສັກສີ, ຖານະບົດບາດ ແລະ ຄຸນງາມຄວາມດີ ຂອງແພດໝໍ ແລະ ພະນັກງານສາທາ ລະນະສຸກ ຕໍ່ສັງຄົມ ແລະ ປະເທດຊາດ. * ການຜະລິດກະສິກຳໃນແຕ່ລະ ຄອບຄົວມີຄວາມແຕກຕ່າງກັນຕາມ ການມັກຮັກຂອງໃຜລາວ ເຊິ່ງບາງ ຄອບຄົວແມ່ນສຸມໃສ່ຜະລິດພຽງຊະ ນິດດຽວຫລືປະເພດດຽວ, ແຕ່ກໍມີບາງ ຄອບຄົວແມ່ນສຸມໃສ່ການຜະລິດ ແບບປະສົມປະສານທັງປູກທັງລ້ຽງ ທ່ານ ອ.ຈ ສຸວັນທອງ ພົມມະຈິດ ເລົ່າສູ່ຟັງໃນໂອກາດທີ່ ທ່ານ ພວງພັນ ຈັນທະລັງສີ ຮອງປະທານແນວລາວ ສ້າງຊາດ ແຂວງວຽງຈັນ ພ້ອມຄະນະ ກຳມະການແນວລາວສ້າງຊາດເມືອງ ກາສີ ເຄື່ອນໄຫວຊຸກຍູ້ຕິດຕາມການ ຜະລິດກະສິກຳຂອງຄອບຄົວວ່າ: ຄອບ ຄົວຕົນໄດ້ເລີ່ມການປູກພືດ, ປູກໄມ້ໃຫ້ ໝາກ-ລ້ຽງສັດມາແຕ່ປີ 1995 ເຊິ່ງໃນ ໄລຍະນັ້ນ ພໍພຽງແຕ່ກຸ້ມຢູ່ກຸ້ມກິນ ໂດຍ ນຳໃຊ້ທຶນຂອງຄອບຄົວ ຈຳນວນໜຶ່ງ ເພື່ອສຸມໃສ່ສ້າງເປັນອາຊີບເສີມພໍໄດ້ ແກ້ໄຂຊີວິດການເປັນຢູ່ໃນແຕ່ລະມື້, ແຕ່ລະເດືອນ. ຫລັງຈາກນັ້ນ ກໍຄ່ອຍໆ ຂະຫຍາຍຜະລິດໃຫ້ຫລາຍກາຍເປັນ ສິນຄ້າ ແລະ ໄດ້ສຸມໃສ່ເອົາຈິງເອົາຈັງ ຕໍ່ການຜະລິດທີ່ສາມາດສ້າງລາຍຮັບ ເຂົ້າຄອບຄົວແມ່ນໃນປີ 2020 ເປັນຕົ້ນ ມາ. ການຜະລິດກະສິກຳຂອງຕົນແມ່ນ ຜະລິດແບບປະສົມປະສານ ເຊິ່ງປະ ກອບມີປູກອ້ອຍ, ສາລີ, ມັນດ້າງ, ໝາກ ນາວ, ໝາກຜຸກ, ໝາກມ່ວງ, ໝາກ ກອກນໍ້າ ໂດຍນຳໃຊ້ເນື້ອທີ່ປູກທັງໝົດ ປະມານ 1 ເຮັກຕາ, ພ້ອມນີ້ການລ້ຽງ ກໍໄດ້ສຸມໃສ່ລ້ຽງປານິນ, ປາປາກ, ປາ ໄນ. ໃນແຕ່ລະປີໄດ້ລ້ຽງ 15.000 ໂຕ, ມີໜອງປາ ທັງໝົດ 3 ໄລ່. ສຳລັບ ສັດປີກກໍສຸມໃສ່ລ້ຽງໄກ່ພັນໄຂ່ໃນ ຈຳ ນວນ 2.000 ກວ່າໂຕຕໍ່ປີ. ໃນນັ້ນ, ໃຊ້ ເວລາ 16-18 ເດືອນ ແມ່ນຂາຍອອກ ເທື່ອໜຶ່ງ. ນອກຈາກນີ້, ຍັງໄດ້ລ້ຽງໄກ່ ລາດຫລາຍກວ່າ 100 ໂຕ, ເປັດກວ່າ 100 ໂຕ. ສຳລັບສັດໃຫຍ່ແມ່ນໄດ້ລ້ຽງ ງົວ ແລະ ມີເນື້ອທີ່ລ້ຽງ 10 ໄລ່, ມີງົວ ກວ່າ 40 ໂຕ. ທ່ານຍັງເລົ່າຕື່ມວ່າ: ການປູກ-ການ ລ້ຽງທີ່ກ່າວມານັ້ນ ແມ່ນມີແຮງງານ ຫລັກໃນຄອບຄົວ 4 ຄົນ ແລະ ການລົງ ທຶນໃສ່ການຜະລິດດັ່ງກ່າວ ກໍແມ່ນທຶນ ຂອງຄອບຄົວ. ແນວໃດກໍດີ ດ້ວຍການ ສົ່ງເສີມຈາກຂັ້ນເທິງບວກໃສ່ການບຸກ ບືນຂອງຄອບຄົວນັ້ນ, ໃນແຕ່ລະປີໄດ້ ຂາຍຜົນຜະລິດຕ່າງໆ ສາມາດສ້າງ ລາຍຮັບໄດ້ລະດັບ 200 ລ້ານກີບ ເຊິ່ງ ລາຍຮັບໃນແຕ່ລະປີຜ່ານມາ ແລະ ປັດ ຈຸບັນ ໄດ້ເຮັດໃຫ້ຄອບຄົວມີການພັດທະ ນາ, ຊີວິດການເປັນຢູ່ໄດ້ຮັບການປັບປຸງ ດີຂຶ້ນ ໂດຍສະເພາະແມ່ນຈາກ ບໍ່ມີລາຍ ຮັບສູງ ກໍມີລາຍຮັບເຂົ້າມາເລື້ອຍໆ. ອັນພົ້ນເດັ່ນສາມາດສົ່ງລູກ 3 ຄົນຮຽນ ຈົບວິຊາຊີບ, ໄດ້ຊື້ລົດໃຫຍ່ 2 ຄັນ, ສ້າງເຮືອນຢູ່ຖາວອນໄດ້1ຫລັງ, ຊື້ດິນ ຢູ່ວຽງຈັນ 1 ຕອນ ແລະ ຄອບຄົວໄດ້ ກ້າວສູ່ການຫລຸດພົ້ນອອກຈາກຄວາມ ທຸກຍາກໂດຍພື້ນຖານແລ້ວ. ໄປພ້ອມໆກັນ. ການປູກ ກໍປູກປະເພດ ພືດ, ໄມ້ໃຫ້ໝາກຕາມລະດູການ ອັນ ສາມາດສ້າງລາຍຮັບເຂົ້າຄອບຄົວຕໍ່ ເນື່ອງ ຫລື ຕະຫລອດປີຈາກການຂາຍ ຜົນຜະລິດແບບປະສົມປະສານດັ່ງ ກ່າວ. ແນວໃດກໍດີ ມື້ນີ້ ຂໍພາທ່ານຜູ້ ອ່ານໄປຮູ້ກັບຄອບຄົວໜຶ່ງຢູ່ບ້ານພູຄຳ ເມືອງກາສີ ແຂວງວຽງຈັນ ທີ່ຖືເອົາ ການຜະລິດການປູກ-ການລ້ຽງແບບ ປະສົມປະສານ ສາມາດສ້າງລາຍຮັບ ເຂົ້າຄອບຄົວໃນປີໜຶ່ງໆລະດັບ 200 ລ້ານກີບ. ທີ່ເຂົ້າໃນລະບົບກໍເພີ່ມຂຶ້ນ, ໃນນັ້ນ ເປັນ ເງິນຕາຝາກທະນາຄານມີເຖິງ 67% ແລະ ເງິນຕາທີ່ຢູ່ນອກລະບົບມີຫລາຍ, ກົງກັນຂ້າມເງິນກີບຍັງເຟີ້. ບັນຫານີ້ ທະນາຄານ ແຫ່ງ ສປປ ລາວ ຄວນຊີ້ ແຈງເພາະເຫັນວ່າສວນທາງກັບທິດ ສະດີແລະສົ່ງຜົນກະທົບທົ່ວສັງຄົມ.ສະ ພາບເງິນເຟີ້ທີ່ເກີດຂຶ້ນ ສົ່ງຜົນກະທົບ ແຮງຫລາຍຕໍ່ປະຊາຊົນ ແລະ ພະນັກ ງານ. ນອກຈາກນີ້ ຍັງກະທົບຕໍ່ພາກທຸ ລະກິດ. ໃນໄລຍະຜ່ານມາ ລັດຖະບານ ໄດ້ເຫັນບັນຫາແລ້ວ ຄວນຊອກຫາຜູ້ ກະທໍາຜິດມາລົງໂທດ, ຖ້າມີການລົງ ໂທດຜູ້ກະທໍາຜິດຕ້ອງມີການຢຶດຊັບ ຄືນ ແລະ ດໍາເນີນຄະດີນໍາ, ຫາກບໍ່ແມ່ນ ການຍົກຍ້າຍຫລືອອກໄປໂດຍບໍ່ມີມາດ ຕະການລົງໂທດຫຍັງ. ທ່ານ ນາງ ປິ່ງຄໍາ ລາຊະສີມມາ ສສຊເຂດເລືອກຕັ້ງທີ11ແຂວງບໍລິຄຳ ໄຊ ໄດ້ປະກອບຄໍາເຫັນວ່າ: ສະເໜີໃຫ້ ລັດຖະບານ ນຳໃຊ້ເຕັກໂນໂລຊີທີ່ທັນ ສະໄໜເຂົ້າໃນການຜະລິດ, ການປັບປຸງ ໂຄງສ້າງການຜະລິດເປັນສິນຄ້າ ໂດຍ ສະເພາະການປຸງແຕ່ງໃຫ້ເປັນສິນຄ້າ ເພື່ອສົ່ງອອກ, ເພີ່ມທະວີການສົ່ງເສີມ ການຜະລິດໄຟຟ້າແບບສະອາດ, ໄຟຟ້າ ຈາກແສງຕາເວັນ ແລະ ພະລັງງານລົມ ເພື່ອຫລຸດຜ່ອນການຜະລິດໄຟຟ້າ ທີ່ມີ ຜົນກະທົບຕໍ່ທຳມະຊາດ ແລະ ສິ່ງເເວດ ລ້ອມ. ສຳລັບວຽກງານດ້ານງົບປະ ມານ ໃຫ້ເອົາໃຈໃສ່ເກັບກູ້ໜີ້ສິນຈາກລັດ ວິສາຫະກິດເອກະຊົນ ແລະ ພາກສ່ວນ ອື່ນໆທີ່ປ່ອຍກູ້ໃຫ້ມີການຕິດຕາມ, ກວດ ກາ ການປະຕິບັດພັນທະຂອງຫົວໜ່ວຍ ທຸລະກິດຕ່າງໆ ໃຫ້ເປັນປົກກະຕິ ແລະ ຄົບຖ້ວນ; ສະເໜີໃຫ້ທະນາຄານ ເເຫ່ງ ສປປ ລາວ ປະຕິບັດຕາມມາດຕະການ ການຄຸ້ມຄອງອັດຕາເງິນເຟີ້, ຄຸ້ມຄອງ ອັດຕາແລກປ່ຽນ, ຄຸ້ມຄ້ອງເງິນຕາຕ່າງ ປະເທດ, ຄຸ້ມຄ້ອງສິນເຊື່ອ, ຄຸ້ມຄອງ ແລະ ພັດທະນາລະບົບຊໍາລະ, ຄຸ້ມຄອງ ຕະຫລາດຫລັກຊັບ ແລະ ພັດທະນາຕະ ຫລາດທຶນ ທີ່ໄດ້ສະເໜີຕໍ່ກອງປະຊຸມ ໃຫ້ສຳເລັດໃນ 6 ເດືອນທ້າຍປີ 2024. ທ່ານ ນາງວັນນາ ພົມວິສອນ ສສຊ ເຂດເລືກຕັ້ງທີ 7 ແຂວງໄຊຍະບູລີ ມີຄໍາ ເຫັນຕໍ່ຂົງເຂດວັດທະນະທໍາ-ສັງຄົມ ວ່າ: ສະເໜີໃຫ້ລັດຖະບານ ປະເມີນຄືນ ຄວາມຮັບຜິດຊອບຂອງແຕ່ລະຂະ ແໜງການ ຕໍ່ວຽກງານພັດທະນາຊັບພະ ຍາກອນມະນຸດກໍຄືວຽກງານການສຶກ ສາ, ເຫັນດີໃຫ້ຫັນວຽກງານສຶກສາເປັນ ວາລະແຫ່ງຊາດ, ອີກບັນຫາໜຶ່ງແມ່ນ ການຮັບເອົາເດັກທີ່ອາຍຸຕໍ່າກວ່າກະ ສຽນໃນການອອກແຮງງານຢູ່ຫົວໜ່ວຍ ທຸລະກິດຕ່າງໆ ທີ່ດໍາເນີນທຸລະກິດຢູ່ ລາວ ພວກເຮົາຈະມີມາດຕະການແນວ ໃດໃນການຄຸ້ມຄອງ ທັງຢາກໃຫ້ປະ ເມີນມະຕິ 07ວ່າດ້ວຍຊັບພະຍາກອນ ມະນຸດແລະຂະແໜງການສຶກສາທີ່ເປັນ ບຸລິມະສິດ 17 ມາດຕະການແກ້ໄຂຄູ ເຫລືອບໍ່ພໍ, 9 ມາດຕະການແກ້ໄຂພະ ຍາບານ, ມະຕິ13ຄຸນນະພາບໃນການ ປິ່ນປົວຂອງແພດໝໍ. ທັງໝົດເຫລົ່ານີ້ ຢາກໃຫ້ປະເມີນຄືນ. ທ່ານສົມໄຊສີຫາຈັກ (ສສຊ) ເຂດ 15ແຂວງຈໍາປາສັກກໍມີຄໍາເຫັນຕໍ່ວຽກ ງານສົ່ງເສີມການຜະລິດ ເພື່ອທົດແທນ ການນໍາເຂົ້າວ່າ: ສະເໜີໃຫ້ລັດຖະບານ ສະໜອງທຶນໃຫ້ແກ່ຫົວໜ່ວຍການຜະ ລິດ ໂດຍສະເພາະແມ່ນຫົວໜ່ວຍການ ຜະລິດຂະໜາດນ້ອຍ ກະແຈກກະຈາຍ ທີ່ບໍ່ສາມາດເຂົ້າຫາແຫລ່ງທຶນໄດ້, ແຕ່ ຫົວໜ່ວຍການຜະລິດດັ່ງກ່າວຊໍ້າພັດ ມີຄວາມຈໍາເປັນຫລາຍ, ຈຶ່ງສະເໜີໃຫ້ ຄົ້ນຄວ້າ, ແກ້ໄຂໃຫ້ຫົວໜ່ວຍການຜະ ລິດດັ່ງກ່າວເຂົ້າເຖິງແຫລ່ງທຶນເພື່ອນໍາ ໄປລົງທຶນໃສ່ການຜະລິດ. ສະເໜີໃຫ້ ລັດຖະບານມີນະໂຍບາຍຫລຸດຜ່ອນ ການເກັບພາສີ-ອາກອນ ການນໍາເຂົ້າ ປະເພດ ປຸຍ, ຝຸ່ນ, ຫົວອາຫານສັດ ແລະ ສິນຄ້າທີ່ຈໍາເປັນອື່ນໆ ທີ່ເປັນປັດໄຈຕໍ່ ການຜະລິດ ໂດຍສະເພາະການປູກຝັງ- ລ້ຽງສັດໄປພ້ອມໆກັບການຊຸກຍູ້, ສົ່ງ ເສີມໃຫ້ພາກທຸລະກິດ ສືບຕໍ່ຜະລິດຝຸ່ນ, ຫົວອາຫານສະໜອງໄດ້ພາຍໃນຫລຸດ ຜ່ອນການນໍາເຂົ້າ. ການຜະລິດສິນຄ້າ ເພື່ອສົ່ງອອກ ຕ້ອງໄດ້ນໍາໃຊ້ເຕັກນິກ ວິຊາການ ເພື່ອໃຫ້ຜົນຜະລິດມີຄຸນນະ ພາບ. ບໍ່ດັ່ງນັ້ນ ການຜະລິດເປັນສິນຄ້າ ສົ່ງອອກຈະບໍ່ສາມາດແຂ່ງຂັນກັບຕ່າງ ປະເທດໄດ້. ຜ່ານມາ ປະຊາຊົນກໍສຸມ ໃສ່ການຜະລິດຢ່າງກວ້າງຂວາງ, ແຕ່ ຄຸນນະພາບບໍ່ສາມາດຮັບປະກັນ ແລະ ບໍ່ສາມາດແຂ່ງຂັນກັບຕ່າງປະເທດໄດ້. ທ່ານ ນາງ ປິ່ງຄໍາ ລາຊະສີມມາ ທ່ານ ນາງ ວາລີ ເວດສະພົງ ທ່ານ ນາງ ວັນນາ ພົມວິສອນ ທ່ານ ສົມໄຊ ສີຫາຈັກ
RkJQdWJsaXNoZXIy MTc3MTYxMQ==