lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 19/06/2024 xtgmf]k; ການປະຕິບັດແຜນ... ຮອງປະທານປະເທດ... ທົບທວນຄືນວຽກຈັດສົ່ງ... ສສຊ ສະເໜີໃຫ້ສະພາ... ກະຊວງການຕ່າງປະເທດ... ສະພາແຫ່ງຊາດ ພິຈາລະນາ... ເລີ່ມສຶກສາຄວາມເປັນໄປໄດ້... ຂປລ. ວັນທີ 16 ມິຖຸນາ 2024 ຜ່ານມາ, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ເຄື່ອນໄຫວ ຢ້ຽມຢາມການພັດທະນາພື້ນຖານ ໂຄງລ່າງ ຢູ່ແຂວງສະຫວັນນະເຂດ ໂດຍການຕ້ອນຮັບ ແລະ ຮ່ວມເຮັດ ວຽກຂອງ ທ່ານ ບຸນໂຈມ ອຸບົນປະ ເສີດ ເຈົ້າແຂວງສະຫວັນນະເຂດ, ພ້ອມການນຳຂອງແຂວງ ໂດຍໄດ້ ລົງເບິ່ງການກໍ່ສ້າງສ້ອມແປງເສັ້ນ ທາງເລກທີ 28 ເອ, ຢ້ຽມໂຄງການ ຂຸດຄົ້ນຄຳ-ທອງ ເມືອງວິລະບູລີ, ການປູກໝາກກ້ຽງຂອງປະຊາຊົນ ບ້ານນາຫອຍ ແລະ ຮ່ວມປູກຕົ້ນໄມ້ ເປັນທີ່ລະນຶກ ທີ່ແຄມໜອງ ວັງແທ່ນ ຄຳ ເມືອງວິລະບູລີ. ທ່ານ ສຸວັນ ແສງຈຳພອນ ຮອງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງສະຫວັນນະເຂດ ກໍ ໄດ້ລາຍງານການຈັດຕັ້ງປະຕິບັດ ໂຄງການຟື້ນຟູ ແລະ ສ້ອມແປງເສັ້ນ ທາງເລກທີ 28 ເອ ແຕ່ແຍກທາງ ເລກທີ 9 ບ້ານນາບໍ່ ເມືອງເຊໂປນ ຫາເທສະບານເມືອງວິລະບູລີ ທີ່ມີ ລວງຍາວ 40 ກິໂລແມັດ, ເປັນທາງ ສາຍຫລັກຂອງປະຊາຊົນ ແລະ ບໍລິ ສັດ ບໍ່ຄໍາ-ທອງເຊໂປນ ໃຊ້ໃນການ ຄົມມະນາຄົມ. ດັ່ງນັ້ນ, ຈຶ່ງໄດ້ຮັບ ການຟື້ນຟູ ແລະ ສ້ອມແປງ ເຊິ່ງໄດ້ ແບ່ງອອກເປັນ 2 ໄລຍະໃນການຈັດ ຕັ້ງປະຕິບັດ ຄື: ໄລຍະທີ 1 ໄລຍະ ການຈັດຕັ້ງປະຕິບັດໂຄງການ 24 ເດືອນເລີ່ມແຕ່ວັນ 1 ກໍລະກົດ 2022 ຫາ 30 ມິຖຸນາ 2024 ມີມູນຄ່າຂອງ ໂຄງການ 64,3 ຕື້ກ່ວາກີບ. ຈາກນັ້ນ, ທ່ານເຈົ້າແຂວງສະ ຫວັນນະເຂດ ພ້ອມດ້ວຍທ່ານເຈົ້າ ເມືອງວິລະບູລີກໍໄດ້ນຳພາທ່ານຮອງ ປະທານປະເທດຢ້ຽມຢາມໂຄງການ ຂຸດຄົ້ນຄຳ-ທອງເຊໂປນ ເມືອງ ວິລະບູລີ ໂດຍມີ ທ່ານ ໂຈຊິງປິງ ຮອງປະທານບໍລິສັດ ຊືເຟີງ ແລະ ທ່ານ ສະໝານ ອາເນກາ ຜູ້ອຳນວຍ ການໃຫຍ່ບໍລິສັດ ລ້ານຊ້າງ ມີເນ ໂຣນ ໃຫ້ການຕ້ອນຮັບ ແລະ ໄດ້ ລາຍງານກ່ຽວກັບການສືບຕໍ່ສຳ ຫລວດແລະຂຸດຄົ້ນບໍ່ຄຳ-ທອງ, ນັບ ແຕ່ປີ 2004 ລັດຖະບານລາວ ໄດ້ຖື ຫຸ້ນ ໃນບໍລິສັດ ລ້ານຊ້າງມິເນໂຣນ ຈຳກັດ ຫລືMMG ຈຳນວນ 10%. ເລີ່ມແຕ່ປີ 2018 ບໍລິສັດ ຊືເຟີງ ຈີ່ ຫລົງ ຂຸດຄົ້ນຄຳ ໄດ້ເຂົ້າມາຊື້ຫຸ້ນ 90%ຈາກMMG, ປັດຈຸບັນກໍາລັງ ຂະຫຍາຍການດໍາເນີນໂຄງການ ແລະ ທຸລະກິດ ໂດຍສຸມໃສ່ການເພີ່ມ ການຂຸດຄົ້ນບໍ່ແຮ່ ໂດຍມີຫົວຄິດປະ ດິດສ້າງ, ມີການປັບປຸງປະສິດທິ ພາບ, ປະສິດທິຜົນ ແລະ ຍຸດທະສາດ ໃນການຮ່ວມມື. ໂອກາດນີ້, ທ່ານນາງ ປານີ ຢາທໍ່ຕູ້ ກໍໄດ້ມີການຊັກຖາມກ່ຽວ ກັບໂຄງການຂຸດຄົ້ນ, ການປະກອບ ສ່ວນພັດທະນາທ້ອງຖິ່ນ, ພັດທະນາ ພື້ນຖານໂຄງລ່າງຕ່າງໆ, ສະແດງ ຄວາມດີໃຈທີ່ມີທຶນສະໜັບສະໜູນ ການພັດທະນາຊຸມຊົນທ້ອງຖິ່ນ ແລະ ແຂວງ. ພ້ອມນີ້, ທ່ານຮອງປະທານ ປະເທດ ກໍໄດ້ແນະນຳຫລາຍບັນຫາ ຕໍ່ການມອບພັນທະໃຫ້ລັດຖະບານ ເຊິ່ງຈະຕ້ອງໄດ້ຈັດສັນປັນສ່ວນຢ່າງ ຄັກແນ່ ແລະ ໃຫ້ເປັນໄປຕາມຄວາມ ຮຽກຮ້ອງຕ້ອງການຂອງການຊົມ ໃຊ້ງົບປະມານໃນລະດັບທ້ອງຖິ່ນ ແລະ ຂັ້ນສູນກາງ ແລະ ບັນຫາອື່ນໆ. ຫລັງຈາກນັ້ນ, ທ່ານຮອງປະ ທານປະເທດ ພ້ອມຄະນະກໍໄດ້ໄປ ຢ້ຽມຢາມສວນໝາກກ້ຽງຂອງ ປະຊາຊົນບ້ານນາຫອຍ, ຕາມການ ລາຍງານຂອງວິຊາການຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງວິລະບູລີ ໃຫ້ຮູ້ວ່າ: ໃນປີ 2014 ບໍລິສັດ ລ້ານຊ້າງມິເນໂຣນໄດ້ຄັດເລືອກເອົາ ບໍລິສັດ ໄອເລີກບາກລາວເຂົ້າມາທົດ ລອງການປູກ ແລະ ໃນປີດຽວກັນ ກໍໄດ້ເລີ່ມກ້າເບ້ຍ ຈໍານວນ 25 ພັນ ເບ້ຍ, ໄລຍະລໍຖ້າຕິດຕາມ, ປູກທົດ ລອງປີ 2015 ມີ 1.200 ຕົ້ນ ທີ່ນໍາ ເຂົ້າຈາກປະເທດອົດສະຕຣາລີ ເຊິ່ງ ມີແນວພັນເລມ້ອນ, ຟີມ້ອນ, ອາຟາ ໂລ້ ໂດຍບໍລິສັດລ້ານຊ້າງມິເນໂຣນ ເປັນຜູ້ໃຫ້ທຶນ ມີ 12 ຄອບຄົວ,ໃນ ເນື້ອທີ່ 2 ເຮັກຕາ. ມາຮອດປັດຈຸບັນ ມີ 5 ບ້ານ, ມີ 64 ຄອບຄົວ, ມີເນື້ອ ທີ່ທັງໝົດ 73 ເຮັກຕາ, ສະເລ່ຍຜົນ ຜະລິດໄດ້ ທັງໝົດ 500 ກວ່າໂຕນ, ຄິດເປັນມູນຄ່າ 4,5 ຕື້ກວ່າກີບ. ສ່ວນບັນຫາທີ່ພົບແມ່ນນໍ້າບໍ່ພຽງ ພໍ. ປັດຈຸບັນທົ່ວເມືອງມີກຸ່ມການຜະ ລິດ 21 ກຸ່ມ. ໃນນັ້ນ, ກຸ່ມປູກໝາກ ກ້ຽງ 4 ກຸ່ມ, ກຸ່ມປູກຜັກ 12 ກຸ່ມ, ກຸ່ມລ້ຽງເຜິ້ງ 3 ກຸ່ມ, ກຸ່ມລ້ຽງໝູ 1 ກຸ່ມ, ກຸ່ມລ້ຽງປາ 1 ກຸ່ມ, ສ້າງໄດ້ 1 ສະຫະກອນ ຄືສະຫະກອນກະສິກໍາ ໝາກກ້ຽງຫວານວິລະບູລີ. ໃນໂອກາດດຽວກັນນີ້. ທ່ານ ຮອງປະທານປະເທດ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ຮ່ວມ ປ່ອຍປາ ແລະ ປູກຕົ້ນດອກເຂົ້າໝ່າ ຢູ່ແຄມໜອງວັງແທ່ນຄຳ ເຊິ່ງເປັນ ໜອງອະນຸລັກຂອງເມືອງວິລະບູລີ, ຢ້ຽມຊົມເຮືອນຜູ້ໄທ ທີ່ອະນຸລັກຮັກ ສາສິ່ງຂອງ, ຮີດຄອງປະເພນີຂອງ ເຜົ່າຜູ້ໄທ. ຈາກນັ້ນ, ທ່ານຮອງປະ ທານປະເທດ ແລະ ຄະນະການນຳ ຂອງແຂວງ ກໍໄດ້ລົງພົບປະຄະນະ ບໍລິຫານງານ ຂອງບໍລິສັດຊັນເປ ເປີໂຮນດິ້ງລາວຈຳກັດທີ່ຕັ້ງຢູ່ເມືອງ ເຊໂປນ ເຊິ່ງເປັນໂຮງງານຜະລິດ ເຈ້ຍຄົບວົງຈອນ ໂດຍໄດ້ເຂົ້າເບິ່ງ ຂັ້ນຕອນການຜະລິດ ແລະ ລົງເບິ່ງ ລະບົບການປູກໄມ້ວິກ ທີ່ໃຊ້ລະບົບ ການປູກແບບທັນສະໄໝຂອງໂຮງ ງານດັ່ງກ່າວ ອີກດ້ວຍ. ຂ່າວ: ສະຫວັນນະເຂດ ເທື່ອທີ 6, ກຳລັງກະກຽມໃຫ້ແກ່ ການປັບປຸບລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015, ໄດ້ ກະກຽມຮ່າງກົດໝາຍ 13 ສະບັບ ເພື່ອນໍາເຂົ້າພິຈາລະນາໃນກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາແຫ່ງຊາດ ຊຸດທີ IX ໂດຍ ການຈັດສຳມະນາລະດົມຄວາມຄິດ ເຫັນຢ່າງກວ້າງຂວາງ ແລະ ມອບ ໝາຍໃຫ້ສະພາປະຊາຊົນຂັ້ນແຂວງ ເປັນຜູ້ດຳເນີນການທາບທາມຢູ່ເຂດ ເລືອກຕັ້ງຂອງຕົນ, ສະພາແຫ່ງຊາດ ໄດ້ນໍາເອົາກົດໝາຍໃນຂົງເຂດຂອງ ຕົນ ຈໍານວນ 3 ສະບັບ ໄປທາບທາມ ຢູ່ເຂດເລືອກຕັ້ງ ເພື່ອນໍາເຂົ້າພິຈາລະ ນາຮັບຮອງໃນກອງປະຊຸມຄັ້ງນີ້, ໄດ້ຊີ້ນໍາການຄົ້ນຄວ້າການຕີຄວາມ ໝາຍ ແລະ ອະທິບາຍກົດໝາຍຕາມ ການສະເໜີຂອງພາກສ່ວນກ່ຽວ ຂ້ອງ 2 ຫົວຂໍ້, ໂຄສະນາເຜີຍແຜ່ກົດ ໝາຍ ຜ່ານສື່ມວນຊົນຂອງສະພາ ແຫ່ງຊາດ, ສຳເລັດການໃຫ້ສັດຕະ ຍາບັນແກ່ຂໍ້ຕົກລົງຮັບຮູ້ ເຊິ່ງກັນ ແລະ ກັນ ຕາມມາດຕະຖານຜະລິດ ຕະພັນພາຫະນະອາຊຽນ. ດ້ານການປະຕິບັດພາລະບົດ ບາດ ໃນການຕົກລົງບັນຫາສຳຄັນ ພື້ນຖານຂອງປະເທດຊາດ ແມ່ນໄດ້ ເອົາໃຈໃສ່ກະກຽມບັນດາເນື້ອໃນ ທີ່ຈະນໍາເຂົ້າພິຈາລະນາຮັບຮອງໃນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທັງໝົດມີ 8 ວຽກງານໃຫຍ່ຄາດ ວ່າຈະອອກເປັນມະຕິຮັບຮອງເອົາ 19ສະບັບ, ຄະນະປະຈໍາສະພາແຫ່ງ ຊາດ ໄດ້ດຳເນີນກອງປະຊຸມປະຈໍາ ເດືອນຂອງຕົນ 7 ຄັ້ງ ໄດ້ພິຈາລະນາ ແລະ ຕົກລົງເນື້ອໃນຕ່າງໆ ທັງໝົດ 64 ເນື້ອໃນ, ສາມາດອອກເປັນມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ຈໍານວນ 79 ສະບັບ; ຄະນະປະຈໍາ ສະພາແຫ່ງຊາດ ໄດ້ພິຈາລະນາຮັບ ຮອງເອົາການສັບຊ້ອນ, ຍົກຍ້າຍ ແລະ ແຕ່ງຕັ້ງບຸກຄະລາກອນຂອງ ລັດຖະບານ ຕາມການສະເໜີຂອງ ນາຍົກລັດຖະມົນຕີ ແລະ ບຸກຄະລາ ກອນຂອງສະພາແຫ່ງຊາດ 20 ທ່ານ ຍິງ 3 ທ່ານ. ສ່ວນການປະຕິບັດພາລະບົດ ບາດດ້ານການຕິດຕາມກວດກາຄະ ນະປະຈໍາສະພາແຫ່ງຊາດ ແລະ ບັນ ດາກຳມາທິການຂອງສະພາແຫ່ງ ຊາດ ໄດ້ລົງເຄື່ອນໄຫວການຈັດຕັ້ງ ປະຕິບັດລັດຖະທໍາມະນູນ ແລະ ກົດ ໝາຍ, ແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນກັບ 2 ວາລະ ແຫ່ງຊາດ, ການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານ, ການຈັດຕັ້ງປະ ຕິບັດໂຄງການທົດລອງຂຸດຄົ້ນແຮ່ ທາດ ແລະ ຊຸກຍູ້ສົ່ງເສີມການຜະ ລິດຊົມໃຊ້ພາຍໃນ ເພື່ອຫລຸດຜ່ອນ ການນໍາເຂົ້າ ແລະ ບັນດາໂຄງການ ຈຸດສຸມວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກໄດ້ ທັງໝົດ 19 ຄັ້ງ; ຮັບຄໍາສະເໜີຂອງ ປະຊາຊົນຜ່ານໂທລະສັບສາຍດ່ວນ ໃນໄລຍະດຳເນີນກອງປະຊຸມສະໄໝ ສາມັນ ເທື່ອທີ 6 ຂອງສະພາແຫ່ງ ຊາດ ຊຸດທີ IX ຈໍານວນ 595 ສາຍ, ສັງລວມໄດ້ 462 ເລື່ອງ ແລະ ໄດ້ ສົງໃຫ້ກະຊວງ/ອົງການພາກສ່ວນ ກ່ຽວຂ້ອງຈໍາວນ 30 ພາກສ່ວນ, ໄດ້ຮັບຄໍາສະເໜີ, ຄໍາຮ້ອງຂໍຄວາມ ເປັນທໍາຂອງປະຊາຊົນ, ພົນລະ ເມືອງທັງໝົດ 743 ເລື່ອງສາມາດ ພິຈາລະນາ ແລະ ສົ່ງໃຫ້ພາກສ່ວນ ກ່ຽວຂ້ອງໄດ້ 112 ເລື່ອງ, ຍັງຄ້າງ 631 ເລື່ອງ, ຕ້ອນຮັບ ແລະ ໃຫ້ຄໍາ ປຶກສາແກ່ປະຊາຊົນໄດ້ 91 ຄັ້ງ. ພາບ: ອ່າຍຄຳ ຕັ້ງປະຕິບັດໃຫ້ສອດຄ່ອງກັບສະ ພາບຄວາມເປັນຈິງໃນປັດຈຸບັນ. ໂອກາດນີ້, ທ່ານ ວິໄລວັນ ບຸດດາຄຳ ໄດ້ຍົກໃຫ້ເຫັນສະພາບ ການຈັດຕັ້ງປະຕິບັດກົດໝາຍວ່າ ດ້ວຍການຕ້ານການສໍ້ລາດບັງ ຫລວງໃນໄລຍະຜ່ານມາໂດຍໄດ້ຖືກ ສ້າງຂຶ້ນ, ຮັບຮອງ ແລະ ປະກາດ ໃຊ້ນັບແຕ່ປີ 2005, ຈາກນັ້ນໄດ້ປັບ ປຸງຄັ້ງທີ 1 ໃນປີ 2012 ແລະ ປັດ ຈຸບັນກຳລັງປັບປຸງເປັນຄັ້ງທີ 2 ເພື່ອ ໃຊ້ເປັນບ່ອນອີງໃຫ້ແກ່ການເຄື່ອນ ໄຫວວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ການກໍ່ ສ້າງ-ປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການ ຕ້ານການສໍ້ລາດບັງຫລວງ ແຕ່ລະ ຂັ້ນ. ຜ່ານການຈັດຕັ້ງປະຕິບັດຕົວ ຈິງໃນໄລຍະຜ່ານມາ ສາມາດເຫັນ ໄດ້ດ້ານດີຕັ້ງໜ້າ ແລະ ດ້ານອ່ອນ ຄົງຄ້າງ, ປະກົດການລ່ວງລະເມີດ ກົດໝາຍ ແລະ ລະບຽບການຕ່າງໆ ເປັນຕົ້ນ ການຍັກຍອກ-ສໍ້ໂກງ, ການໃຫ້-ຮັບສິນບົນ, ການສວຍໃຊ້ ຖານະຕຳແໜ່ງ-ໜ້າທີ່, ການຟອກ ເງິນ ທີ່ຕິດພັນກັບການສໍ້ລາດບັງ ຫລວງ ແລະ ອື່ນໆ ເຊິ່ງບັນຫາດັ່ງ ກ່າວ, ກໍໄດ້ຮັບການແກ້ໄຂ, ໄດ້ປະ ກອບສ່ວນສຳຄັນ ເຂົ້າໃນການຮັບ ປະກັນສະຖຽນລະພາບທາງດ້ານ ການເມືອງ, ຄວາມສະຫງົບປອດ ໄພ, ການພັດທະນາເສດຖະກິດ-ສັງ ຄົມ, ການລົງທຶນພາຍໃນ ແລະ ຕ່າງ ປະເທດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ ເນື່ອງ ແລະ ດໍາເນີນສອດຄ່ອງຕາມ ກົດໝາຍ, ປະກົດການຫຍໍ້ທໍ້ຕ່າງໆ ໄດ້ຖືກຕີຖອຍ ໂດຍພື້ນຖານ. ເຖິງ ແນວໃດກໍຕາມ, ເມື່ອທຽບໃສ່ຄວາມ ຮຽກຮ້ອງຕ້ອງການຕົວຈິງຂອງສະ ພາບການໃໝ່, ເຫັນວ່າກົດໝາຍດັ່ງ ກ່າວ, ຍັງບໍ່ທັນຄົບຖ້ວນ. ສະນັ້ນ, ຈຶ່ງ ມີຄວາມຈໍາເປັນທີ່ຈະຕ້ອງໄດ້ຮັບ ການປັບປຸງແກ້ໄຂຕື່ມອີກ ເພື່ອເຮັດ ໃຫ້ເນື້ອໃນຂອງກົດໝາຍຄົບຖ້ວນ, ຊັດເຈນ, ສອດຄ່ອງກັບສະພາບການ ໃໝ່, ຈັດຕັ້ງປະຕິບັດມີປະສິດທິຜົນ ແລະ ເພື່ອຮວບຮວມເອົາບາງເນື້ອ ໃນທີ່ກ່ຽວຂ້ອງກັບວຽກງານສະກັດ ກັ້ນແລະຕ້ານການສໍ້ລາດບັງຫລວງ ທີ່ໄດ້ກໍານົດຢູ່ໃນກົດໝາຍ, ລະບຽບ ການແລະນິຕິກຳອື່ນໆມາໄວ້ໃນກົດ ໝາຍສະບັບນີ້ ເຮັດໃຫ້ມີລັກສະນະ ກວມລວມ, ການຈັດຕັ້ງປະຕິບັດ ຕົວຈິງມີຄວາມເປັນເອກະພາບ, ການເຄື່ອນໄຫວວຽກງານດັ່ງກ່າວມີ ຄວາມສັກສິດ, ໜັກແໜ້ນ, ເຂັ້ມແຂງ. ພາຍຫລັງທີ່ຮ່າງກົດໝາຍດັ່ງ ກ່າວ, ໄດ້ຖືກຮັບຮອງ ແລະ ປະກາດ ໃຊ້ແລ້ວ ຈະກາຍເປັນນິກຳພື້ນຖານ ທີ່ສຳຄັນໃຫ້ແກ່ການເຄື່ອນໄຫວ ວຽກງານສະກັດກັ້ນແລະ ຕ້ານການ ສໍ້ລາດບັງຫລວງ, ເປັນບ່ອນອີງທີ່ ຈະແຈ້ງຊັດເຈນ ໃຫ້ແກ່ການນຳພາ- ຊີ້ນຳ ຂອງຄະນະພັກ, ຄະນະນຳ ຂອງອົງການລັດ ກໍຄືອົງການຕ້ານ ການສໍ້ລາດບັງຫລວງແຕ່ລະຂັ້ນໃນ ການແກ້ໄຂບັນຫາດັ່ງກ່າວ ເຊິ່ງຈະ ປະກອບສ່ວນສຳຄັນເຂົ້າໃນການ ຮັບປະກັນເຮັດໃຫ້ປະເທດຊາດມີ ຄວາມໝັ້ນຄົງ, ມີສະຖຽນລະພາບ ທາງດ້ານການເມືອງທີ່ໜັກແໜ້ນ, ເຂັ້ມແຂງ, ສັງຄົມມີຄວາມສະຫງົບ ປອດໄພ, ເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ງານການເຄື່່ອນໄຫວພົບປະກັບປະ ຊາຊົນໃນເຂດຫ່າງໄກສອກຫລີກ ຕື່ມອີກ ເພື່ອລົງເລິກ ແລະ ໃກ້ຊິດຕິດ ແທດກັບປະຊາຊົນໃຫ້ຫລາຍຂຶ້ນ ກວ່າເກົ່າ ເພື່ອເຫັນໄດ້ບັນຫາຕ່າງໆ ທີ່ເກີດຂຶ້ນກັບປະຊາຊົນທ້ອງຖິ່ນ ຢ່າງຈະແຈ້ງ, ເນື່ອງຈາກວ່າການ ລົງພົບປະປະຊາຊົນ ໃນເຂດຫ່າງໄກ ສອກຫລີກ ໃນໄລຍະຜ່ານມາຍັງ ເຮັດບໍ່ທັນໄດ້ດີເທົ່າທີ່ຄວນຍ້ອນ ງົບປະມານມີຈຳນວນຈໍາກັດ. ນອກ ຈາກນີ້, ທ່ານຍັງໄດ້ສະເໜີໃຫ້ສະ ພາແຫ່ງຊາດ ປັບປຸງວຽກງານຕິດ ຕາມກວດກາຂອງສະພາແຫ່ງຊາດ ໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະ ການແກ້ໄຂຜົນຂອງການກວດກາ ໃນໄລຍະຜ່ານມາຍັງເຮັດໄດ້ໜ້ອຍ ເນື່ອງຈາກບັນຫາຕ່າງໆທີ່ປະຊາ ຊົນສະເໜີຫາສະພາ ແລະ ພາກສ່ວນ ກ່ຽວຂ້ອງບໍ່ໄດ້ຮັບການແກ້ໄຂ ແລະ ພະຍາຍາມສູ້ຊົນແກ້ໄຂຜົນການ ກວດກາໃຫ້ໄດ້ 60% ຂຶ້ນໄປໃນຕໍ່ ໜ້າ ໂດຍສະເພາະບັນຫາສະພາບ ເສດຖະກິດ, ໄພເງິນເຟີ້, ການຂຸດຄົ້ນ ແຮ່ທາດ ທີ່ສົ່ງຜົນກະທົບຕໍ່ສະພາບ ແວດລ້ອມ ແລະ ເນັ້ນໜັກໃຫ້ອົງ ການບໍລິຫານ ຖືສໍາຄັນວຽກງານ ກວດກາ ຂອງສະພາແຫ່ງຊາດ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິ ບັດ ແລະ ຖືໂອກາດນີ້ສະຫລຸບຕີລາ ຄາຄືນສາຍດ່ວນ ທີ່ໂທເຂົ້າຫາກອງ ປະຊຸມສະພາ ໄດ້ຮັບສ່ອງແສງ, ໄດ້ ຮັບການແກ້ໄຂຄືແນວໃດ ເພື່ອຮັບ ປະກັນໃຫ້ການປະຕິບັດວຽກງານ ຕົວຈິງມີປະສິທິຜົນ. ພ້ອມນີ້, ສະມາຊິກສະພາແຫ່ງ ຊາດ ຫລາຍທ່ານ ຍັງໄດ້ສະເໜີໃຫ້ ສະພາແຫ່ງຊາດ ປະເມີນການບັງ ຄັບໃຊ້ກົດໝາຍເຊິ່ງເປັນຂໍ້ມູນສຳ ຄັນໃນການສ້າງ ແລະ ປັບປຸງກົດ ໝາຍ ເພື່ອເປັນມາດຕະການແກ້ ໄຂບັນຫາຕ່າງໆ ໄດ້ຢ່າງຖືກຕ້ອງ. ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມເອົາໃຈໃສ່ຂອງຄະນະປະ ຈຳສະພາແຫ່ງຊາດ ໃນການນຳພາ ປະຕິບັດພາລະບົດບາດສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ກຳນົດໄວ້ ໃນລັດຖະທຳມະນູນ ແລະ ກົດໝາຍ ໄດ້ຮັບໝາກຜົນໃນຫລາຍດ້ານເຖິງ ວ່າໃນສະພາບປັດຈຸບັນພົບກັບ ຄວາມຫຍຸງຍາກ, ຜະເຊີນກັບວິກິດ ທາງດ້ານການເງິນແລະສິ່ງທ້າທາຍ ຫລາຍຢ່າງ ລວມເຖິງສະພາບແວດ ລ້ອມພາຍນອກ, ສາກົນ ແຕ່ສະພາ ແຫ່ງຊາດ ຍັງສາມາດຜ່ານຜ່າ ແລະ ປະຕິບັດວຽກງານຕ່າງໆສຳເລັດ ຕາມແຜນການທີ່ວາງໄວ້. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ 5 (2021-2025) ເພື່ອສົ່ງ ເສີມໃຫ້ຜູ້ອອກແຮງງານລາວມີ ວຽກເຮັດງານທຳ, ສ້າງລາຍຮັບ, ພັດທະນາຄວາມຮູ້ຄວາມສາມາດ ແລະ ສີມືແຮງງານຢູ່ຕ່າງປະ ເທດ. ສໍາລັບການຈັດສົ່ງແຮງງານ ລາວ ໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫລີ ໄດ້ເລີ່ມແຕ່ປີ 2022 ຈົນເຖິງປັດຈຸບັນ, ສາມາດຈັດສົ່ງ ແຮງງານລາວ ໄປເຮັດວຽກໃນ 2 ລະບົບ ໄດ້ທັງໝົດ 7.551 ເທື່ອຄົນ, ຍິງ 1.962 ເທື່ອຄົນ. ຜ່ານການຮັບ ຟັງການລາຍງານການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວ ໄລຍະຜ່ານ ມາຍັງເຫັນວ່າ ມີຫລາຍດ້ານທີ່ບໍ່ ສາມາດປະຕິບັດໄດ້ຢ່າງມີປະສິດທິ ຜົນ ເປັນຕົ້ນ ຄຸນນະພາບຂອງແຮງ ງານທີ່ຈັດສົ່ງ, ການປະສານງານຢູ່ ພາຍໃນ ແລະ ກັບຄູ່ຮ່ວມງານຢູ່ປະ ເທດປາຍທາງ, ການຕິດຕາມ ແລະ ໃຫ້ ການຊ່ວຍເຫລືອຜູ້ອອກແຮງ ງານ ແລະ ການລາຍງານຍັງບໍ່ເປັນ ລະ ບົບ. ທ່ານ ນາງ ໃບຄຳ ຂັດທິຍະ ຍັງໃຫ້ຮູ້ອີກວ່າ: ການສົ່ງຜູ້ອອກ ແຮງງານລາວໄປເຮັດວຽກຢູ່ຕ່າງ ປະເທດຕ້ອງຮັບປະກັນແຮງງານ ທີ່ມີຄຸນນະພາບ ໂດຍຜ່ານການຝຶກ ອົບຮົມ ແລະ ອອກໃບຢັ້ງຢືນການ ທົດສອບສີມື ເພື່ອໃຫ້ສາມາດສ້າງ ມູນຄ່າເພີ່ມ, ຮັບປະກັນທາງດ້ານ ລາຍຮັບໃຫ້ສູງ ແລະ ແຮງງານໄດ້ ຮັບການປົກປ້ອງສິດ ແລະ ຜົນປະ ໂຫຍດໂດຍຊອບທຳ ເພື່ອເຮັດໃຫ້ ການຈັດສົ່ງຜູ້ອອກແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ມີຜົນ ກະທົບໜ້ອຍທີ່ສຸດຕໍ່ກັບຄວາມຕ້ອງ ການນຳໃຊ້ແຮງງານຂອງບັນດາ ຫົວໜ່ວຍແຮງງານຢູ່ຕາມຂະແໜງ ການຕ່າງໆ ໃຫ້ສາມາດຕອບສະ ໜອງກັບການສົ່ງເສີມການລົງທຶນ ຂອງນັກລົງທຶນພາຍໃນ ແລະ ນັກ ລົງທຶນຈາກຕ່າງປະເທດ. ຂ່າວ: ສົມຫວັງ ,ຂໍ້ມູນ: ຂ່າວສານ ຮສສ ອົງການໄອຍະການປະຊາຊົນສູງ ສຸດ ເຂົ້າຮ່ວມບັນຍາຍໃນຫລາຍຫົວ ຂໍ້ທີ່ກ່ຽວຂ້ອງກັບວຽກງານຕ້ານ ການຄ້າມະນຸດ. ການຈັດສຳມະນາຄັ້ງນີ້, ເພື່ອ ສ້າງຄວາມຮັບຮູ້ແລະຄວາມເຂົ້າໃຈ ຢ່າງເລິກເຊິ່ງໃຫ້ແກ່ຜູ້ເຂົ້າຮ່ວມ ກ່ຽວກັບການຈັດຕັ້ງປະຕິບັດສົນທິ ສັນຍາທີ່ ສປປ ລາວ ເປັນພາຄີ ແລະ ນິຕິກຳພາຍໃນທີ່ກ່ຽວຂ້ອງກັບການ ຕ້ານອາຊະຍາກຳຂ້າມຊາດ ໂດຍສະ ເພາະການຕ້ານການຄ້າມະນຸດ, ການຮ່ວມມືກັບສາກົນ ຂອງ ສປປ ລາວ ກໍຄື ກົນໄກການປະສານງານ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນການປົກປ້ອງ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ. ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນປະສົບ ການ ແລະ ຖອດຖອນບົດຮຽນຕົວ ຈິງຮ່ວມກັນ ເພື່ອເຮັດໃຫ້ການຕິດຕໍ່ ປະສານງານລະຫວ່າງພາກສ່ວນ ທີ່ກ່ຽວຂ້ອງມີຄວາມວ່ອງໄວ, ທັນ ເຫດການ, ມີປະສິດທິພາບ ແລະ ປະ ສິດທິຜົນສູງກວ່າເກົ່າ. ການສຳມະນາຄັ້ງນີ້, ວິທະຍາ ກອນຍັງໄດ້ຍົກໃຫ້ເຫັນເຖິງສະ ພາບລວມຂອງຂະບວນການຄ້າ ມະນຸດໃນ ສປປ ລາວ ແລະ ສາກົນ ເຊິ່ງເປັນໜຶ່ງໃນອາຊະຍາກຳຂ້າມ ຊາດ ທີ່ມີການຈັດຕັ້ງທີ່ເປັນໄພຂົ່ມ ຂູ່ຮ້າຍເເຮງແກ່ມວນມະນຸດ; ການ ຄ້າມະນຸດແມ່ນມີຫລາຍຮູບແບບ ແລະ ຫລາຍວິທີການ ໂດຍມີລັກສະ ນະເປັນເຄືອຂ່າຍຂ້າມຊາດ ເພື່ອ ຂູດຮີດເເຮງງານ ແລະ ຂູດຮີດທາງ ເພດ. ໃນໄລຍະຜ່ານມາ, ລັດຖະບານ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ການ ເເກ້ໄຂບັນຫາດັ່ງກ່າວ ໂດຍໄດ້ອະນຸ ມັດງົບປະມານຈໍານວນຫລວງ ຫລາຍໃນແຕ່ລະປີເຂົ້າໃນວຽກ ງານ ເພື່ອຕ້ານການຄ້າມະນຸດ ແລະ ໄດ້ກໍານົດໃຫ້ການຄ້າມະນຸດເປັນ ການກະທຳຜິດທາງອາຍາ ແລະ ໄດ້ຮັບຮອງເອົາແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານ ການຄ້າມະນຸດເປັນເເຕ່ລະໄລຍະ ນັບເເຕ່ປີ 2016 ເປັນຕົ້ນມາ. ສປປລາວຕາງໜ້າໂດຍກະຊວງອຸດ ສາຫະກໍາ ແລະ ການຄ້າ ກັບກຸ່ມບໍ ລິສັດ ດີເອັມພາຍ ຈໍາກັດ ຈັດຂຶ້ນ ໃນວັນທີ 17 ມິຖຸນາ 2024 ໂດຍ ການຮ່ວມລົງນາມ ລະຫວ່າງທ່ານ ບົວວັນ ວິລາວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ສຸລິນດາ ມະໂນທໍາ ຜູ້ອໍານວຍການ ກຸ່ມບໍລິສັດ ດີເອັມ ພາຍ ຈໍາກັດ, ມີ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະ ຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີ ພິຍານ. ທ່ານ ທະນູສອນ ພົນອາມາດ ປະທານກຸ່ມບໍລິສັດ ດີເອັມພາຍ ໄດ້ ໃຫ້ຮູ້ວ່າ: ການສຶກສາຄວາມເປັນ ໄປໄດ້ ໃນການສ້າງຄັງແຮສຳຮອງ ນໍ້າມັນເຊື້ອໄຟ ແນໃສ່ສ້າງຄັງສຳ ຮອງນ້ຳມັນເຊື້ອໄຟ ຍຸດທະສາດ ຂອງລັດຖະບານ ເຊິ່ງຈະເປັນຄັງສຳ ຮອງນ້ຳມັນເຊື້ອໄຟຂະໜາດໃຫຍ່ ທີ່ຈະຕັ້ງຢູ່ເຂດເສດຖະກິດພິເສດ ຫລື ເຂດປອດພາສີ, ສິນຄ້າທີ່ຂົນ ສົ່ງເຂົ້າໄປໃນເຂດນີ້ ບໍ່ມີພັນທະໃນ ການແຈ້ງພາສີອາກອນໃດໆ, ອາ ກອນແມ່ນຈະຖືກຄິດໄລ່ແລະ ຊຳລະ ພາຍຫລັງທີ່ມີການຊື້ຈາກຜູ້ໃຫ້ບໍລິ ການນ້ຳມັນເຊື້ອໄຟທ້ອງຖິ່ນ ແລະ ຖືກຂົນສົ່ງອອກຈາກເຂດປອດພາສີ. ການສ້າງຄັງແຮສຳຮອງນໍ້າມັນ ເຊື້ອໄຟດັ່ງກ່າວ, ແມ່ນການຮ່ວມມື ລະຫວ່າງ ກຸ່ມບໍລິສັດ ດີເອັມພາຍ ແລະລັດຖະບານສປປລາວໂດຍນໍາ ໃຊ້ໂກຕ້າການນຳເຂົ້ານໍ້າມັນເຊື້ອ ໄຟ ພາຍໃຕ້ການຄຸ້ມຄອງ ແລະ ຊີ້ ນຳຂອງລັດຖະບານ ສປປ ລາວ. ໂຄງການດັ່ງກ່າວ, ຈະຊ່ວຍຫລຸດ ຜ່ອນຄວາມສ່ຽງຂອງປະເທດຈາກ ໄພຂົ່ມຂູ່ ຂອງການສະໜອງນ້ຳມັນ, ວິກິດການຂາດແຄນນໍ້າມັນ, ການ ຫຍຸ້ງຍາກໃນການແລກປ່ຽນເງິນ ຕາ ແລະ ການຂາດເງິນຕາຕ່າງປະ ເທດ ໃນການຊື້ຂາຍນໍ່້າມັນເຊື້ອໄຟ ຈາກຕ່າງປະເທດ. ທັງນີ້, ກໍເພື່ອຮັບ ປະກັນການສະໜອງດ້ານພະລັງ ງານນ້ຳມັນເຊື້ອໄຟ ໃຫ້ພຽງພໍ ແລະ ໝັ້ນຄົງຕໍ່ຄວາມຕ້ອງການພາຍໃນ ຂອບເຂດທົ່ວປະເທດ. ການສຶກສາຄວາມເປັນໄປໄດ້ ຂອງໂຄງການດັ່ງກ່າວ, ຄາດວ່າຈະ ໃຫ້ສຳເລັດພາຍໃນ 6 ເດືອນ, ພາຍ ຫລັງສຳເລັດເຊັນບົດບັນທຶກສຶກ ສາຄວາມເປັນໄປໄດ້ຮ່ວມກັນຈະໄດ້ ລົງເລິກວຽກງານຕ່າງໆຮອບດ້ານ ແນໃສ່ໃຫ້ເຫັນເຖິງການມີສັກກະ ຍະພາບໃນການຈັດຕັ້ງປະຕິບັດ, ການຄຸ້ມຄອງວຽກງານໂຄງການ ດັ່ງກ່າວຮ່ວມກັນ ໃຫ້ມີປະສິດທິຜົນ, ພ້ອມທັງໃຫ້ສອດຄ່ອງກັບລະບຽບ ຫລັກການ, ຫລຸດຜ່ອນຄວາມສ່ຽງ ແລະ ຜົນກະທົບຕໍ່ຕະຫລາດພາຍ ໃນ, ລະບົບດຳເນີນການຄຸ້ມຄອງທີ່ ທັນສະໄໝ ສາມາດຕິດຕາມ ແລະ ກວດສອບໄດ້ແນໃສ່ ເພື່ອຄວາມ ໂປ່ງໃສ, ການສ້າງລາຍຮັບ ແລະ ຫລຸດຜ່ອນບັນຫາວິກິດການຂາດ ແຄນນ້ຳມັນເຊື້ອໄຟ ຂອງປະເທດ ລາວ, ຊ່ວຍແກ້ໄຂຄວາມຫຍຸ້ງຍາກ ໃນການແລກປ່ຽນເງິນຕາ, ການ ຂາດເງິນຕາຕ່າງປະເທດ ໃນການ ຊື້-ຂາຍນ້ຳມັນເຊື້ອໄຟ ຈາກຕ່າງປະ ເທດ ແລະ ອື່ນໆ. ການສຶກສາຄວາມເປັນໄປໄດ້ ຂອງໂຄງການດັ່ງກ່າວ, ຈະນຳໃຊ້ ຊ່ຽວຊານຈາກຕ່າງປະເທດ ຜູ້ທີ່ມີ ຄວາມສາມາດ, ປະສົບການ ແລະ ຊໍານານງານ ເຂົ້າມາສຶກສາອອກ ແບບຊ່ວຍ ເພື່ອໃຫ້ການດຳເນີນໂຄງ ການເປັນໄປຕາມຂັ້ນຕອນດຳເນີນ ງານທີ່ມີປະສິດທິຜົນທຽບເທົ່າລະ ດັບສາກົນ. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==