g7n j v'.-h 9kdw,h wzj {s;kp gvdt]a d7v'.9]6 d7h kpk;oko ,tstdelu ,n sa f4tde]k; c]t dv'xt-5 , czj ocrrN og,n v'vk-Po 9t9a f0B omh kpgfn vo85 ]k 6 xtgmfrkdrN o]5j ,c,j oE0v' sk]n dkolqj 'glu ,;PddkocrfrN og,n v' -q ,g-u p;a ocrf]k; 7q [Iv[ 59 xu 1j k'l5 f.9 fegou ody f9tdko.og0fpvfoE ,u [a oskoE05 j o ph vo[+ xt8y [a f8k,]t[P[dko c]t dq f\kp pm0 l5 ,.lj ra fmtokrN o4ko37']j k'.sh gxa o dko0q olqj 's]kpI6 [c[[g-nj v,3p'da [rkdrN o le,tokdj P;da [dq f\kpmtg] c]t xtgmfmu j [+ ,u -kpcfo8y f9vfda [mtg] /b dvq [Iq ,;Pd'ko[= ]y sko l6 o0j k; c]t 75h ,7v' lnj ,;o-q o8j k'xtgmf ,v[{Ia [xB ,xts;a f rtmkfg9fu c]t ;a f mu j le7a o16 j xtgmf]k; ltrkcsj '-kf dP,;Pd'koIv[fh ko xa [x5 ']a f4tme,to6 o lt[a [xu 2015 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 18.06.2024 ປີທີ 23 ສະບັບທີ 5.953 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 6 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 -q ,g-u p;a ocrf]k; 7q [Iv[ 59 xu 1j k'l5 f.9K v5 [a fgsf8k,mh v'4t|q o muj ,u mj kvj P'gruj ,0B o gdu f9kds]kplkgsf *ມື້ນີ້, ແມ່ນວັນຄົບຮອບ 59 ປີ(ວັນທີ18 ມິຖຸນາ 1965-18 ມິຖຸນາ 2024) ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການແພດລາວ ຊຶ່ງຕະ ຫລອດໄລຍະຜ່ານມາ ການແພດລາວໄດ້ເຕີບໃຫຍ່ ແລະ ຂະຫຍາຍຕົວ ໄປຄຽງຄູ່ກັບການປະຕິວັດລາວ ບໍ່ວ່າຢູ່ໃນໄລຍະແຫ່ງການຕໍ່ສູ້ກູ້ຊາດ ຫລື ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພະນັກງານແພດໝໍຍາມໃດກໍເປັນກຳລັງຫລັກແຫ່ງທີ່ສຳຄັນ, ເປັນ ນັກຮົບເສື້ອຂາວຂອງພັກ ໃນການບໍລິການຮັບໃຊ້ເບິ່ງແຍງປິ່ນປົວຮັກ ສາສຸຂະພາບ ໃຫ້ພະຮັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ. ວັນແພດລາວ ໄດ້ກໍາເນີດຂຶ້ນຜ່ານຂະບວນວິວັດແຫ່ງການເຕີບ ໃຫຍ່ຂອງການແພດລາວ ໃນແຕ່ລະສະໄໝແຕ່ດຶກດໍາບັນ ແລະ ຕິດພັນ ກັບການຕໍ່ສູ້ກູ້ຊາດແຕ່ລະໄລຍະ ດັ່ງນີ້; ໃນປີ 1963 ສະໜາມຮົບຕໍ່ສູ້ກູ້ ຊາດຕ້ານພວກລ່າເມືອງຂຶ້ນແບບໃໝ່ໄດ້ເປີດກວ້າງອອກທົ່ວປະເທດ, ເຂດປົດປ່ອຍກໍ່ນັບມື້ນັບຂະຫຍາຍຕົວ ແພດໝໍພວກເຮົາໄລຍະນັ້ນ ແມ່ນ ນອນຢູ່ໃນການຈັດຕັ້ງຂອງເສນາຮັກ ແລະ ໄດ້ເຮັດໜ້າທີ່ຂອງຕົນ ໃນ ການຮັກສາ ແລະ ປິ່ນປົວພະຍາດ ແລະ ບາດແຜສົງຄາມໃຫ້ແກ່ພະນັກ ຂປລ. ສະພາແຫ່ງຊາດ ໄດ້ກະ ກຽມວຽກງານຮອບດ້ານໃຫ້ແກ່ ການປັບປຸງລັັດຖະທຳມະນູນ ສະ ບັບປີ 2015 ເພື່ອໃຫ້ສອດຄ່ອງກັບ ເນື້ອໃນພື້ນຖານ ຂອງໂຄງການການເມືອງຂອງພັກແລະມະຕິຕ່າງໆ ຂປລ. ມະຫະກຳສີມືຫັດຖະກຳ ລາວຄັ້ງທີ23ປະຈຳປີ2024ແລະ ການເປັນເຈົ້າພາບກອງປະຊຸມແຜ່ນ ແພພື້ນເມືອງອາຊຽນ ຄັ້ງທີ 9 ຈະ ຈັດຂຶ້ນໃນລະຫວ່າງວັນທີ 26 ຕຸລາ ຫາວັນທີ 3 ພະຈິກ 2024 ທີ່ສູນ ການຄ້າລາວ-ໄອເຕັກ ນະຄອນ ຫລວງວຽງຈັນ ພາຍໃຕ້ຄຳຂວັນ “ສີໄມ້ລາຍມືຄືອຸທິຍານແຫ່ງການ ທ່ອງທ່ຽວ ເຊື່ອມໂຍງມໍລະດົກຜ້າ ແພພື້ນເມືອງ ອາຊຽນ” ຈຸດປະສົງ ເພື່ອສົ່ງເສີມການຜະລິດ ແລະ ການ ຕະຫລາດ ໃນຂະແໜງຫັດຖະກຳ ພ້ອມດຽວກັນນີ້, ຍັງເປັນກິດຈະກຳ ກ່ຽວກັບບັນຫາອຸບັດເຫດຕາມທ້ອງ ຖະໜົນທີ່ມີທ່າອ່ຽງເພີ່ມຂຶ້ນ, ເຮັດໃຫ້ ເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ເຊິ່ງບັນຫາ ໜຶ່ງທີ່ສະມາຊິກສະພາແຫ່ງຊາດໃຫ້ ຄວາມສົນໃຈຊັກຖາມຕໍ່ພາກສ່ວນ ທີ່ກ່ຽວຂ້ອງຈະມີວິທີການແກ້ໄຂ ແນວໃດໃນຕໍ່ໜ້າ ແລະ ຍາວນານ. ຕໍ່ກັບບັນຫາດັ່ງກ່າວ, ທ່ານ ພົອ ວິໄລຫລ້າຄໍາຟອງ ໄດ້ມີຄຳເຫັນວ່າ: ອຸບັດເຫດຕາມທ້ອງຖະໜົນທີ່ມີທ່າ ອ່ຽງເພີ່ມຂຶ້ນ ເກີດຈາກຫລາຍສາ ເຫດ ເປັນຕົ້ນ ການຂັບຂີ່ບໍ່ປະຕິບັດ ຕາມກົດລະບຽບຈະລາຈອນ, ການ ຂັບຂີ່ດ້ວຍຄວາມປະມາດ, ການຂັບ ຂປລ. ກອງປະຊຸມວິຊາການ ກ່ຽວກັບການແພດພື້ນເມືອງ ໃນປະ ເທດພາກພື້ນລຸ່ມແມ່ນໍ້າຂອງຄັ້ງ ຂປລ. ກອງປະຊຸມສະໄໝສາ ມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ13 ມິຖຸນາ 2024 ຜ່ານມາ, ທ່ານ ໂພໄຊ ໄຊຍະສອນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະ ມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບແຜນພັດທະນາໂຄງລ່າງ ພື້ນຖານທີ່ເປັນແລວທາງເສດຖະກິດ ເພື່ອເຊື່ອມໂຍງ-ເຊື່ອມຈອດກັບພາກ ພື້ນແລະສາກົນຮອງຮັບໃຫ້ແກ່ການ ຂົນສົ່ງສິນຄ້າຜ່ານແດນ, ການທ່ອງ ທ່ຽວ ເຊິ່ງ ຍທຂ ໄດ້ສຸມໃສ່ພັດທະນາ ພື້ນຖານໂຄງລ່າງຄົມມະນາຄົມຂົນ ສົ່ງ ໃຫ້ເປັນການຂົນສົ່ງຫລາຍຮູບ ແບບເຊື່ອມໂຍງກັບພາກພື້ນ. ທ່ານ ງາມປະສົງ ເມືອງມະນີ ຊີ້ແຈງວ່າ: ປະຕິບັດຕາມນະໂຍບາຍ ຫັນ ສປປ ລາວ ຈາກປະເທດທີ່ບໍ່ມີ ຂປລ. ໃນວັນທີ 14 ມິຖຸນາ 2024 ຜ່ານມາ, ທ່ານ ກາບແກ້ວ ທຳມະວົງ ຜູ້ຮຽບຮຽງປຶ້ມປະຫວັດ ພະທາດເຈດີ ແລະ ວັດທີ່ສຳຄັນຢູ່ປະ ເທດລາວ ໄດ້ນຳເອົາປຶ້ມດັ່ງກ່າວ ຈຳນວນ 570 ຫົວ, ລວມມູນຄ່າ 285 ລ້ານກີບ ມາຖວາຍໃຫ້ແກ່ວັດ ສີສະເກດ ແລະ ມອບໃຫ້ຫໍສະໝຸດ ທົ່ວປະເທດ ເພື່ອໃຫ້ປະຊາຊົນ ລາວ ບັນດາເຜົ່າໄດ້ອ່ານ, ໄດ້ສຶກສາ ແລະ ລະນຶກເຖິງບຸນຄຸນບັນພະບຸລຸດທີ່ໄດ້ ສ້າງມໍລະດົກອັນລຳຄ່າໄວ້ໃຫ້ ເນື່ອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ຂປລ.ທ່ານພົອວິໄລຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາ ມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IXໃນວັນທີ14 ມິຖຸນາ 2024 ທ່ານ ໂພໄຊ ໄຊຍະສອນ ທ່ານ ງາມປະສົງ ເມືອງມະນີ ຂປລ. ວັນທີ 13 ມິຖຸນາ 2024 ຜ່ານມາ, ທ່ານ ງາມປະສົງ ເມືອງ ມະນີ ລັດຖະມົນຕີກະຊວງກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ຊີ້ແຈງ ແລະ ຕອບຄໍາຊັກຖາມຂອງສະມາຊິກ ສະພາແຫ່ງຊາດ ຕໍ່ບັນຫາການດໍາ ເນີນກິດຈະການໃນເຂດຍອດນໍ້າ, ຕາມສາຍນໍ້າ ທີ່ພາໃຫ້ມີບັນຫານໍ້າ ຂຸ່ນ ໂດຍທ່ານໄດ້ຊີ້ແຈງວ່າ: ບັນຫາ ນີ້, ແມ່ນພົວພັນກັບການບໍ່ປະຕິບັດ ຕາມຂັ້ນຕອນຂອງລະບຽບການ ແລະ ກົດໝາຍ, ຂໍ້ຈໍາກັດ ໃນການ ເຂົ້າເຖິງເຂດທີ່ຢູ່ໃນເຂດຫ່າງໄກ ເຂົ້າເຖິງໄດ້ຍາກ ເພື່ອຕິດຕາມການ ຈັດຕັ້ງປະຕິບັດເຕັກນິກ, ວຽກລື່ນ ຄົນ, ການສວຍໃຊ້ການອະນຸຍາດ ຄົນອື່ນມາຂຸດຄົ້ນ ແລະ ອື່ນໆ. ຂອງກອງປະຊຸມໃຫຍ່ ຂອງພັກໃນ ຕໍ່ໜ້າ, ທັງເປັນບ່ອນອີງພື້ນຖານຮັບ ປະກັນໃຫ້ແກ່ການສ້າງ ແລະ ປັບ ປຸງກົດໝາຍ ໃນຕໍ່ໜ້າໃຫ້ເປັນລະ ບົບຄົບຊຸດ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ເຊິ່ງ ການປັບປຸງລັດຖະທຳມະນູນສະບັບ ດັ່ງກ່າວ, ຄາດວ່າຈະໃຫ້ສຳເລັດໃນ ກາງປີ2025 ແລະສາມາດນຳເຂົ້າ ພິຈາລະນາຮັບຮອງໃນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ 9. ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ ຕາງໜ້າ ໃຫ້ຄະນະກຳມະການລະ ດັບຊາດ ປັບປຸງລັດຖະທຳມະນູນ ທ່ານ ຈະເລີນ ເຢຍປາວເຮີ ທີ 11 ປະກອບມີ ສປປ ລາວ, ສສ ຫວຽດນາມ, ກໍາປູເຈຍ, ໄທ, ມຽນ ຂປລ. ກົມສົນທິສັນຍາ ແລະ ກົດ ໝາຍ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະຣາຊະ ທູດຍີ່ປຸ່ນ ປະຈຳ ສປປ ລາວ ຈັດສຳ ຫລັກທີ່ຈັດຂຶ້ນເພື່ອສະເຫລີມສະ ຫລອງວັນຫັດຖະກຳລາວ ວັນທີ 1 ພະຈິກ ໃຫ້ມີເນື້ອໃນຄວາມໝາຍເລິກ ເຊິ່ງ ແລະ ມີບັນຍາກາດຟົດຟື້ນ. ພິທີຖະແຫລງຂ່າວງານດັ່ງກ່າວ ຈັດຂຶ້ນໃນວັນທີ 14 ມິຖຸນາ 20024 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ນາງ ສຸວິຕາ ປະເສີດ ປະທານ ສະມາຄົມຫັດຖະກຳລາວ, ທ່ານ ນາງຈັນເທົາ ປະຖໍາມະວົງ ປະທານ ກິດຕິມະສັກ ສະມາຄົມຫັດຖະກຳ ລາວ, ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຂປລ. ເມື່ອບໍ່ດົນມານີ້, ກົມການ ຂ່າວກະຊວງການຕ່າງປະເທດຈັດ ຝຶກອົບຮົມ ຫົວຂໍ້: “ວຽກງານບໍລິ ຫານສູນຂ່າວ ແລະ ຄຸ້ມຄອງສື່ມວນ ຊົນຕ່າງປະເທດ” ເພື່ອກຽມຄວາມ ພ້ອມ ໃຫ້ແກ່ກອງປະຊຸມລັດຖະມົນ ຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມປິ່ມ ອ້ອມທີ່ກ່ຽວຂ້ອງອື່ນໆ ໂດຍການ ເປັນ ປະທານຮ່ວມຂອງທ່ານໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ແລະ ທ່ານ ນາງ ເມແກນ ໂຈນສ໌ ເອກອັກຄະລັດ ມະນາກ່ຽວກັບກົດໝາຍທະເລ ແລະ ປະເທດທີ່ບໍ່ມີຊາບແດນຕິດຈອດ ກັບທະເລໃນວັນທີ17ມິຖຸນາ2024
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 18/06/2024 xtgmf]k; ສະພາແຫ່ງຊາດ ກຽມວຽກ... ສຳມະນາກ່ຽວກັບ... ດຳເນີນກິດຈະການ... ຍທຂ ສຸມໃສ່ພັດທະນາ... ມະຫະກຳສີມືຫັດຖະກຳ... ອຸບັດເຫດຕາມທ້ອງຖະໜົນ... ຊົມເຊີຍວັນແພດລາວ... ງານນັກຮົບ ແລະ ປະຊາຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍ. ຕໍ່ມາສູນກາງພັກໄດ້ມີ ນະໂຍບາຍ “ສ້າງເຂດປົດປ່ອຍ ໃຫ້ເປັນລັດໜຶ່ງ” ວັນທີ 18 ມີຖຸນາ 1965 ສູນກາງພັກ ແລະ ແນວລາວຮັກຊາດ ຈຶ່ງໄດ້ຕົກລົງແຍກຂະແໜງ ການສາທາລະນະສຸກອອກເປັນສອງການຈັດຕັ້ງຄື: ເສນາຮັກ ເພື່ອຮັບ ໃຊ້ກອງທັບ ແລະ ສາທາລະນະສຸກສູນກາງເພື່ອຮັບໃຊ້ພົນລະເຮືອນ. ທ່ານ ປະທານໄກສອນ ຜູ້ນໍາທີ່ແສນເຄົາລົບຮັກ ໄດ້ກ່າວໃນຕອນທ້າຍກອງ ປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ II ວັນທີ 11 ມີນາ 1965, ເພິ່ນ ໄດ້ກ່າວວ່າ: “ຈະສະເໜີຄະນະເລຂາທິການສູນກາງພັກ ແລະ ສະພາ ລັດຖະມົນຕີ ເລືອກເອົາມື້ໃດມື້ໜຶ່ງທີ່ມີຄວາມໝາຍປະຫວັດສາດ ເປັນວັນ ແພດລາວ”.ຈາກແນວຄິດຊີ້ນໍາຂອງປະທານໄກສອນ ພົມວິຫານ ແລະ ເຫດຜົນທີ່ໄດ້ກ່າວມາຂ້າງເທິງນັ້ນ ກະຊວງສາທາລະນະສຸກໄດ້ນໍາສະ ເໜີລັດຖະບານ ແລະ ສະພາແຫ່ງຊາດ ຊຸດທີ VII ແລະ ໄດ້ຮັບການເຫັນດີ ໃຫ້ບັນຈຸເຂົ້າໃນກົດໝາຍປິ່ນປົວ ສະບັບປັບປຸງ ເລກທີ 58/ສພຊ, ລົງວັນທີ 24 ທັນວາ 2014, ໝວດ 10 ມາດຕາ 76 ໄດ້ກໍານົດເອົາວັນທີ 18 ມິຖຸນາ ເປັນວັນແພດລາວ. ວັນແພດລາວ ແມ່ນວັນໜຶ່ງທີ່ເປັນປະຫວັດສາດອັນລໍ້າຄ່າ ຂອງຂະ ແໜງການສາທາລະນະສຸກ ເປັນວັນສ້າງຂະບວນການກິດຈະກໍາຕ່າງໆ ເພື່ອລະນຶກເຖິງຜົນງານ ແລະ ຍ້ອງຍໍສັນລະເສີນຄຸນງາມຄວາມດີຂອງ ແພດລາວໃນສະໄໝຕໍ່ສູ້ກູ້ຊາດ ກໍ່ຄືສະໄໝປົກປັກຮັກສາ ແລະ ສ້າງສາປະ ເທດຊາດ. ການສະເຫລີມສະຫລອງວັນແພດລາວ 18 ມິຖຸນາ ຍັງເປັນ ການປຸກຈິດສໍານຶກ ໃຫ້ແກ່ພະນັກງານແພດໝໍພະຍາບານພະນັກງານ ສາທາລະນະສຸກລາວ ຮູ້ສືບທອດຮໍ່າຮຽນເອົາແບບຢ່າງອັນດີງາມຂອງ ແພດໝໍ ແລະ ພະນັກງານສາທາລະນະສຸກຮຸ້ນກ່ອນ, ອອກແຮງຝຶກຝົນ ຫລໍ່ຫລອມສ້າງຕົນເອງໃຫ້ພຽບພ້ອມໄປດ້ວຍຄຸນສົມບັດສິນທໍາປະຕິວັັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊໍານານງານດ້ານວິຊາສະເພາະ ເພື່ອກາຍ ເປັນແພດແຫ່ງຊາດ ແລະ ແພດປະຊາຊົນຢ່າງສົມກຽດສັກສີ ເປັນນັກຮົບ ເສື້ອຂາວປະຕິວັດຂອງພັກ. ວັນແພດລາວ ແມ່ນວັນທີ່ມີຄວາມໝາຍ ເພື່ອ ລະນຶກເຖິງການກໍາເນີດການເຕີບໃຫຍ່ ຂະຫຍາຍຕົວຂອງວຽກງານສາທາ ລະນະສຸກ, ການຮັກສາສຸຂະພາບຂອງພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ການ ພັດທະນາບຸກຄະລາກອນສາທາລະນະສຸກ, ໂດຍສະເພາະເພື່ອຈາລຶກ ບຸນຄຸນຕໍ່ແພດໝໍ ແລະ ພະນັກງານສາທາລະນະສຸກລາວ ທີ່ໄດ້ເສຍສະລະ ອຸທິດສະຕິປັນຍາ ແລະ ເຫື່ອແຮງ ເປັນເຈົ້າການໃນການປະຕິບັດໜ້າທີ່ ເຂົ້າໃນການປິ່ນປົວໃນແຕ່ລະໄລຍະ. ເພື່ອສ້າງໂອກາດໃຫ້ແພດໝໍ ແລະ ພະນັກງານສາທາລະນະສຸກໄດ້ທົບທວນວຽກງານໃຫຍ່ດ້ານສາທາລະນະ ສຸກຂອງພັກເຮົາ; ເພື່ອເຊີດຊູກຽດສັກສີ, ຖານະບົດບາດ ແລະ ຄຸນງາມ ຄວາມດີ ຂອງແພດໝໍ ແລະ ພະນັກງານສາທາລະນະສຸກລາວ ຕໍ່ສັງຄົມ ແລະ ປະເທດຊາດ. ເພື່ອສືບຕໍ່ພາລະກິດໃນການປິ່ນປົວ,ຮັກສາສຸຂະພາບທົ່ວປວງຊົນຢ່າງ ທົ່ວເຖິງພະນັກງານສາທາລະນະສຸກຮຸ່ນສືບທອດ ຕ້ອງຮໍ່າຮຽນເອົາແບບ ຢ່າງອັນດີງາມຂອງແພດໝໍ ແລະ ພະນັກງານສາທາລະນະສຸກຮຸ່ນກ່ອນ, ອອກແຮງຝຶກຝົນຫລໍ່ຫລອມສ້າງຕົນເອງ ໃຫ້ກາຍເປັນແພດໝໍທີ່ພຽບ ພ້ອມໄປດ້ວຍຄຸນສົມບັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊຳນານງານ ດ້ານວິຊາສະເພາະ ໃຫ້ສົມກຽດສັກສີວ່າ ເປັນນັກຮົບເສື້ອຂາວປະຕິວັດຂອງ ພັກ, ຂອງຊາດ ແລະ ຂອງທົ່ວປວງຊົນ. ຊົມເຊີຍວັນແພດລາວ ຄົບຮອບ 59 ປີ ຢ່າງສຸດໃຈ! ຂີ່ໃນຂະນະມືນເມົາ, ໃຊ້ຄວາມໄວ ເກີນກຳນົດ, ປ່ຽນທິດທາງ ແລະ ອື່ນໆ. ສຳລັບຕົວເລກສົມທຽບອຸບັດ ເຫດເກີດຂຶ້ນທັງໝົດ ໃນທົ່ວປະເທດ ນັບແຕ່ເດືອນມັງກອນ ຫາ ເດືອນ ທັນວາ 2022 ແລະ ເດືອນມັງກອນ ຫາເດືອນທັນວາ 2023 ມີອຸບັດ ເຫດເກີດຂຶ້ນ ປີ 2022 ຈໍານວນ 6.440 ລາຍ,ປີ2023ແມ່ນ6.806 ລາຍ ເພີ່ມຂຶ້ນ 366 ລາຍເທົ່າກັບ 5,68%; ມີພາຫະນະເປ່ເພ ປີ2022 ຈໍານວນ 11.358 ຄັນ ປີ 2023 ແມ່ນ 12.029 ຄັນ ເພີ່ມຂຶ້ນ 671 ຄັນ, ເທົ່າກັບ 5,90%; ຄົນໄດ້ ຮັບບາດເຈັບ ປີ 2022 ຈໍານວນ 10.132 ຄົນ, ປີ 2023 ແມ່ນ 10.705 ຄົນ, ເພີ່ມຂຶ້ນ 573 ຄົນ, ເທົ່າກັບ 6,65%; ຄົນເສຍຊີວິດ ປີ 2022 ຈໍານວນ 947 ຄົນ; ປີ 2023 ແມ່ນ 922 ຄົນ, ຫລຸດລົງ 25 ຄົນ, ເທົ່າກັບ 2,56%. ສ່ວນອຸບັດເຫດຢູ່ ເສັ້ນທາງດ່ວນ ເກີດຂຶ້ນ 158 ລາຍ, ເສຍຊີວິດ 09 ຄົນ/ຍິງ 01 ຄົນ ເຊິ່ງ ສາຍເຫດທີ່ພາໃຫ້ເກີດອຸບັດເຫດ ແມ່ນມາຈາກດື່ມສິ່ງມຶນເມົາ1.553 ກໍລະນີ, ເທົ່າກັບ 22,81%, ໃຊ້ ຄວາມໄວເກີນກຳນົດ 1.340 ກໍລະ ນີ, ເທົ່າກັບ 19,68%, ບໍ່ປ່ອຍສິດ ໃຫ້ຜູ້ອື່ນ 1.006 ກໍລະນີ, ເທົ່າກັບ 14,7%, ປ່ຽນທິດທາງ 795 ກໍລະ ນີ, ເທົ່າກັບ 11,6%, ໃຊ້ຄວາມໄວ ບໍ່ຮັບປະກັນ 467 ກໍລະນີ, ເທົ່າກັບ 6,86% ແລະ ກໍລະນີອື່ນໆ 1.207 ກໍລະນີ, ເທົ່າກັບ 17,73%. ທ່ານ ພົອ ວິໄລ ຫລ້າຄຳຟອງ ຍັງໃຫ້ຮູ້ອີກວ່າ: ສໍາລັບມາດຕະການ ແກ້ໄຂບັນຫາອຸບັດເຫດຕາມທ້ອງ ຖະໜັນໃນຕໍ່ໜ້າ ແລະ ຍາວນານ, ກະຊວງ ປສກ ຈະສຸມໃສ່ 3 ມາດຕະ ການສໍາຄັນ ຄື: ເພີ່ມທະວີການປະຕິ ບັດຕາມແຜນຍຸດທະສາດ ແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ໄລຍະ 2021-2030 ແລະ ແຜນດໍາ ເນີນງານ ໄລຍະ 2021-2025, ເພີ່ມທະວີການໂຄສະນາເຜີຍແຜ່, ແນະນໍາຜູ້ໃຊ້ລົດ, ໃຊ້ຖະໜົນດ້ວຍ ຫລາຍຮູບ, ຫລາຍວິທີຢ່າງກວ້າງ ຂວາງ ໂດຍປະສານສົມທົບກັບພາກ ສ່ວນກ່ຽວຂ້ອງ ແລະ ເພີ່ມທະວີ ການເຮັດວຽກງານກວດກາບັງຄັບ ໃຊ້ກົດໝາຍຢ່າງເຂັ້ມງວດຕໍ່ຜູ້ທີ່ ລະເມີດຢ່າງຕໍ່ເນື່ອງ, ເປັນປົກກະຕິ. ຂ່າວ: ວຽງສະຫວັນ,ພາບ: ເກດສະໜາ ຂຶ້ນລາຍງານກ່ຽວກັບການກະກຽມ ວຽກງານຮອບດ້ານໃຫ້ແກ່ການ ປັບປຸງລັັດຖະທຳມະນູນ ສະບັບປີ 2015 ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດ ທີ IX ໃນວັນທີ 17 ມິຖຸນາ 2024 ນີ້ວ່າ: ການປັບປຸງລັດຖະທຳມະນູນ ຄັ້ງນີ້, ແນໃສ່ສືບຕໍ່ຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ຢ່າງຮອບ ດ້ານ, ມີລັກການຂອງພັກ, ເປັນຂໍ້ບັນ ຍັດຂອງລັດຖະທຳມະນູນສະບັບ ໃໝ່ເປັນຕົ້ນມະຕິຂອງຄະນະບໍລິ ຫານງານສູນກາງພັກວ່າດ້ວຍການ ສືບຕໍ່ໍຍູ້ແຮງການຜັນຂະຫຍາຍແນວ ທາງການປ່ຽນແປງໃໝ່ສູ່ລວງ ເລິກ, ສ້າງການຫັນປ່ຽນທີ່ແຂງ ແຮງ, ເລິກເຊິ່ງ, ຮອບດ້ານໃນການ ນຳພາຂອງພັກ ແລະ ມະຕິຂອງກົມ ການເມືອງສູນກາງພັກ ວ່າດ້ວຍ ການສ້າງເສດຖະກິດເອກກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ໃຫ້ ເປັນຮູບປະທຳ. ການປັບປຸງບາງບົດ ບັນຍັດກ່ຽວກັບລະບົບອຳນາດແຫ່ງ ລັດ ຂັ້ນຕ່າງໆ ເປັນຕົ້ນ ອົງການບໍລິ ຫານລັດຂັ້ນທ້ອງຖິ່ນໃຫ້ມີຄວາມ ສອດຄ່ອງກັບໜ້າທີ່ການເມືອງຂອງ ພັກ, ລັດ ໃນໄລຍະໃໝ່ສາມາດຕອບ ສະໜອງຄວາມຮຽກຮ້ອງຕ້ອງການ ໃນການຄຸ້ມ ຄອງລັດ, ຄຸ້ມຄອງເສດ ຖະກິດ-ສັງຄົມ ດ້ວຍກົດໝາຍໃຫ້ມີ ປະສິດທິພາບ, ປະສິດທິຜົນສູງຂຶ້ນ, ຮັບປະກັນການປະຕິບັດສອງໜ້າ ທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂຶ້ນສູ່ຈຸດໝາຍ ທີ່ພັກເຮົາໄດ້ກຳນົດ ໄວ້. ການປັບປຸງ ລັດຖະທຳມະນູນ ໃນຄັ້ງນີ້, ແມ່ນສຸມໃສ່ຄົ້ນຄວ້າ ແລະ ປັບປຸງບາງໝວດ, ບາງມາດຕາທີ່ ຈຳເປັນ ເປັນຕົ້ນ ໝວດກ່ຽວກັບ ການປົກຄອງທ້ອງຖິ່ນ ແລະ ຈະຄົ້ນ ຄວ້າສະເໜີເພີ່ມບາງມາດຕາ, ບາງ ຂໍ້ບັນຍັດ ທີ່ເຫັນວ່າມີຄວາມສຳຄັນ ແລະ ຈຳເປັນ, ພ້ອມທັງສຸມໃສ່ຄົ້ນ ຄວ້າ, ປັບປຸງເນື້ອໃນໃຫຍ່ ທີ່ສຳຄັນ ຈຳນວນໜຶ່ງຂອງລັດຖະທຳມະນູນ (ບໍ່ໄດ້ປັບປຸງໝົດສະບັບ) ເພື່ອເຮັດ ໃຫ້ເນື້ອໃນຂອງລັດຖະທຳມະນູນ ສະບັບໃໝ່ຖືກຕ້ອງ, ສອດຄ່ອງ, ຄົບ ຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງ ປະຕິບັດໄດ້. ລັດຖະທຳມະນູນແມ່ນແນວທາງ ຂອງພັກກຳອຳນາດ ທີ່ຖືກຫັນເປັນ ກົດໝາຍພື້ນຖານຂອງຊາດ, ເປັນ ພາຫະນະທີ່ສຳຄັນພື້ນຖານ ໃນການ ປົກປ້ອງສິດແລະຜົນປະໂຫຍດຂອງ ຊົນຊັ້ນກຳອຳນາດ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງ ປະເທດ, ລັດຖະທຳມະນູນ ແຫ່ງ ສປປລາວສະບັບທຳອິດໄດ້ປະກາດ ໃຊ້ໃນວັນທີ 15 ສິງຫາ 1991. ຜ່ານການຈັດຕັ້ງປະຕິບັດ ໄດ້ມີການ ປັັບປຸງມາແລ້ວ 2 ຄັ້ງ. ໃນນັ້ນ, ຄັ້ງ ທຳອິດ ປັບປຸງໃນປີ 2003, ຄັ້ງທີ 2 ປັບປຸງໃນປີ 2015, ໃນຕະຫລອດ ໄລຍະດັ່ງກ່າວ, ລັດໄດ້ຜັນຂະຫຍາຍ ລັດຖະທຳມະນູນ ເປັນກົດໝາຍໃນ ຂົງເຂດຕ່າງໆ ມີຈຳນວນທັງໝົດ 167 ສະບັບ. ໃນນີ້, ຂົງເຂດເສດ ຖະກິດ 75 ສະບັບ, ຂົງເຂດວັດທະ ນາທຳ-ສັງຄົມ 42 ສະບັບ, ຂົງເຂດ ການປົກຄອງ ແລະ ນິຕິກຳ 32 ສະ ບັບ, ຂົງເຂດປ້ອງກັນຊາດປ້ອງກັນ ຄວາມສະຫງົບ 13 ສະບັບ, ຂົງເຂດ ການຕ່າງປະເທດ 5 ສະບັບ. ລັດຖະທຳມະນູນ ແລະ ກົດໝາຍ ເຫລົ່ານັ້ນ, ໄດ້ກາຍເປັນພາຫະນະ ອັນແຫລມຄົມ ໃນການດັດປັບການ ພົວພັນສັງຄົມຕາມແນວທາງປ່ຽນ ແປງໃໝ່ຮອບດ້ານ ມີຫລັກການ ຂອງພັກ, ເຮັດໃຫ້ການຄຸ້ມຄອງ ລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ໄດ້ມີຄວາມເຂັ້ມງວດ ແລະ ສັກສິດເປັນກ້າວໆ, ສະຕິເຄົາ ລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມໄດ້ຮັບ ການຍົກສູງຂຶ້ນ ເຊິ່ງໄດ້ສ້າງເງື່ອນ ໄຂພື້ນຖານໃຫ້ແກ່ການສ້າງລັດເປັນ ລັດທີ່ປົກຄອງດ້ວຍກົດໝາຍ. ຜ່ານ ການຈັດຕັ້ງປະຕິບັດເຫັນວ່າມີບາງ ບົດບັນຍັດຈະໄດ້ຄົ້ນຄວ້າ, ປັບປຸງ ເພື່ອໃຫ້ສອດຄ່ອງກັບສະພາບການ ປ່ຽນແປງໃໝ່ ໃນປັດຈຸບັນ, ເພື່ອຈັດ ຕັ້ງປະຕິບັດມະຕິຂອງຄະນະບໍລິ ຫານງານສູນກາງພັກ ວ່າດ້ວຍການ ສືບຕໍ່ຍູ້ແຮງການຜັນຂະຫຍາຍແນວ ທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ, ຮອບດ້ານໃນການນຳພາ ຂອງພັກ ແລະ ມະຕິຂອງກົມການ ເມືອງສູນກາງພັກວ່າດ້ວຍການສ້າງ ເສດຖະກິດເອກະລາດເປັນເຈົ້າຕົນ ເອງໃນໄລຍະໃໝ່ໃຫ້ເປັນຮູບປະທຳ. ສະນັ້ນ ຈຶ່ງມີຄວາມຈຳເປັນທີ່ລັດ ຈະຕ້ອງໄດ້ຄົ້ນຄວ້າ ແລະ ປັບປຸງລັດ ຖະທຳມະນູນ ສະບັບປີ 2015 ໃຫ້ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງຂອງພັກ ແລະ ລັດ ໃນໄລຍະໃໝ່. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ຊາຍແດນຕິດກັບທະເລ ໃຫ້ກາຍ ເປັນປະເທດບໍລິການດ້ານການຂົນ ສົ່ງຂອງພາກພື້ນ ແລະ ສາກົນ, ກະ ຊວງ ຍທຂ ໄດ້ສຸມໃສ່ການພັດທະ ນາບັນດາພື້ນຖານໂຄງລ່າງອັນພົ້ນ ເດັ່ນແມ່ນເສັ້ນທາງລົດໄຟ ລາວຈີນ ທີ່ໄດ້ເປີດໃຫ້ບໍລິການຕັ້ງແຕ່ ເດືອນທັນວາ ປີ 2021 ຜ່ານມາ. ໜຶ່ງໃນຈຸດສຸມບຸລິມະສິດແຜນພັດ ທະນາຂອງກະຊວງຍທຂແມ່ນການ ພັດທະນາພື້ນຖານໂຄງລ່າງຄົມມະ ນາຄົມຂົນສົ່ງ ໃຫ້ເປັນການຂົນສົ່ງ ຫລາຍຮູບແບບເຊື່ອມໂຍງກັບພາກ ພື້ນ, ເຊື່ອມຈອດກັບບັນດາປະເທດ ອ້ອມຂ້າງ ແລະ ເຊື່ອມຈອດພາຍໃນ ປະເທດ ເພື່ອໃຫ້ສາມາດນໍາໃຊ້ທ່າ ແຮງຂອງເສັ້ນທາງລົດໄຟລາວຈີນ ໃຫ້ມີປະສິດທິຜົນ ໂດຍສະເພາະ ແມ່ນການຂົນສົ່ງສິນຄ້າພາຍໃນ ແລະ ສິນຄ້າຜ່ານແດນ ໂດຍໄດ້ສຸມ ໃສ່ຈັດຕັ້ງປະຕິບັດແຜນພັດທະນາ ພື້ນຖານໂຄງລ່າງ ດັ່ງນີ້: ພັດທະນາ ຕາໜ່າງທາງບົກ: ສຸມໃສ່ຍົກລະດັບ ແລະ ປັບປຸງ ບັນດາເສັ້ນທາງຫລວງ ແຫ່ງຊາດ 8 ເສັ້ນ ທີ່ເປັນທາງຫລວງ ອາຊຽນ ໃຫ້ໄດ້ມາດຕະຖານຊັ້ນ 3 ຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ. ປັດ ຈຸບັນກໍາລັງຈັດຕັ້ງປະຕິບັດການຈັດ ຊື້ຈັດຈ້າງ ແລະ ກໍາລັງກໍ່ສ້າງທາງ ເລກ13 ເໜືອ(AH12), ທາງເລກ 13 ໃຕ້ (AH11), ທາງ 2E ແລະ 2W (AH13), ທາງເລກ 12 (AH131), ກໍ່ສ້າງຂົວໃໝ່ຢູ່ທາງ ເລກ 8 ແລະ ທາງເລກ 20, ກໍ່ສ້າງ ຂົວຂ້າມນໍ້າຂອງ ລາວ-ໄທ ແຫ່ງທີ 5. ສ່ວນເສັ້ນທາງອື່ນໆ ແມ່ນກຳລັງ ຂົນຂວາຍທຶນເພື່ອມາຈັດຕັ້ງປະຕິ ບັດ. ນອກນັ້ນ, ຍັງສືບຕໍ່ຊຸກຍູ້ເອກະ ຊົນທັງພາຍໃນ ແລະ ຕ່າງປະເທດ ສຶກສາຄວາມເປັນໄປໄດ້ທາງດ່ວນ, ພັດທະນາຕາໜ່າງທາງລົດໄຟ ໄປ ຄຽງຄູ່ກັບການສືບຕໍ່ກໍ່ສ້າງພື້ນ ຖານໂຄງລ່າງແລະການໃຫ້ບໍລິການ ເສັ້ນທາງລົດໄຟ ລາວ-ຈີນ, ໄດ້ສຸມ ໃສ່ການພັດທະນາເສັ້ນທາງລົດໄຟ ລາວ-ໄທ (ນະຄອນຫລວງວຽງຈັນ ສະຖານີຄໍາສະຫວາດ-ໜອງຄາຍ) ເຊິ່ງມີແຜນຈະເປີດໃຫ້ບໍລິການລົດ ຂົນສົ່ງໂດຍສານ ນະຄອນຫລວງ ວຽງຈັນ-ກຸງເທບ (ປະເທດໄທ) ໃນ ທ້າຍເດືອນກໍລະກົດ ຫລື ຕົ້ນ ເດືອນ ສິງຫາ 2024 ນີ້. ພ້ອມກັນນັ້ນ, ກໍໄດ້ວາງແຜນຂະຫຍາຍຕາໜ່າງ ທາງລົດໄຟເພີ່ມຕື່ມ ໂດຍກໍາລັງສຸມ ໃສ່ສຶກສາຄວາມເປັນໄປໄດ້ຄືເສັ້ນ ທາງລົດໄຟແຕ່ນະຄອນຫລວງວຽງ ຈັນ-ທ່າແຂກ-ມຸຢາ ສສຫວຽດນາມ ແລະ ເສັ້ນທາງລົດໄຟແຕ່ສະຫວັນ ນະເຂດ-ລາວບາວ ແລະ ກຳລັງຂົນ ຂວາຍແຫລ່ງທຶນ ມາສຶກສາຄວາມ ເປັນໄປໄດ້ ເສັ້ນທາງລົດໄຟ ລາວກຳປູເຈຍ. ພ້ອມນັ້ນ, ໄດ້ພັດທະນາ ທ່າບົກ ປັດຈຸບັນ ມີ 3 ແຫ່ງທີ່ກຳລັງ ໃຫ້ການບໍລິການ ແລະ ກຳລັງດຳ ເນີນການສ້າງຕັ້ງທ່າບົກນາເຕີຍ ຢູ່ແຂວງຫລວງນໍ້າທາ ແລະ ກຳລັງ ຮັບຮອງບົດມາສຶກສາຄວາມເປັນ ໄປໄດ້ທ່າບົກ ຢູ່ແຂວງຫລວງພະ ບາງ ແລະ ແຂວງອຸດົມໄຊ. ສ່ວນ ການພັດທະນາການຂົນສົ່ງທາງນໍ້າ: ປັດຈຸບັນ, ກະຊວງ ຍທຂ ໄດ້ສົມທົບ ກັບກະຊວງການເງິນ ແລະ ພາກ ສ່ວນກ່ຽວຂ້ອງ ໃນການດໍາເນີນ ການໂອນຫຸ້ນທ່າເຮືອ ວຸ້ງອ່າງ (ສສ ຫວຽດນາມ) ໃຫ້ຝ່າຍລາວຖືຫຸ້ນ 60%ເພື່ອຈະເຂົ້າໄປພັດທະນາແລະ ໃຫ້ບໍລິການທ່າເຮືອແຫ່ງທໍາອິດ ຂອງ ສປປ ລາວ. ພ້ອມກັນນີ້, ຍທຂ ກໍາລັງສຸມໃສ່ ພັດທະນາລະບົບການຂົນສົ່ງທາງ ນໍ້າຢູ່ທາງພາກເໜືອ ໂດຍມີແຜນຈະ ພັດທະນາທ່າເຮືອ 3 ແຫ່ງຕາມ ແມ່ ນໍ້າຂອງຕອນເໜືອ ເພື່ອອໍານວຍ ຄວາມສະດວກໃຫ້ແກ່ວຽກງານ ການຂົນສົ່ງທາງນ້ຳລະຫວ່າງ ລາວ-ໄທ-ມຽນມາ-ຈີນ ຄື: ທ່າເຮືອ ຊຽງກົກ (ແຂວງຫລວງນໍ້າທາ) ກໍາລັງສຶກສາຄວາມເປັນໄປໄດ້, ທ່າເຮືອປາກແບ່ງ (ແຂວງອຸດົມ ໄຊ) ແລະ ທ່າເຮືອຄົກຈອງ(ແຂວງ ຫລວງພະບາງ) ກໍາລັງຂົນຂວາຍ ແຫລ່ງທຶນ ແລະໄດ້ພັດທະນາວຽກ ງານການບິນ ເພາະວ່າການບິນເປັນ ໜຶ່ງຂະແໜງການທີ່ມີຄວາມສໍາຄັນ ໃນການຫັນປະເທດເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດກັບພາກ ພື້ນ-ສາກົນ; ໄດ້ເອົາໃຈໃສ່ໃນການ ພັດທະນາຂະແໜງການການບິນ ໂດຍສຸມໃສ່ພັດທະນາ ແລະ ຍົກລະ ດັບສະໜາມບິນສາກົນທີ່ມີຢູ່, ໄດ້ ເປີດນໍາໃຊ້ສະໜາມບິນບໍ່ແກ້ວ ແລະ ສໍາເລັດການສຶກສາຄວາມເປັນໄປ ໄດ້ໃນການຂະຫຍາຍສະໜາມບິນ ສາກົນວັດໄຕ. ຂ່າວ: ສົມຫວັງ, ພາບ: ເກດສະໜາ ແຕ່ເຖິງຢ່າງໃດກໍດີ, ວຽກນີ້ ກໍບໍ່ ໄດ້ປະປ່ອຍ ຫລື ເມີນເສີຍໄດ້, ທັນທີ ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບຂໍ້ມູນ ກໍໄດ້ເອົາໃຈໃສ່ລົງຕິດ ຕາມເຄື່ອນໄຫວລົງສູ່ຈຸດບັນຫາ ໃຫ້ໄວເທົ່າທີ່ຈະໄວໄດ້. ໃນຊຸມປີຜ່ານ ມາ, ສາຍດ່ວນ ກະຊວງພະລັງງານ ແລະ ບໍ່ແຮ່ 1506 ກໍໄດ້ມີອັດຕາ ການນໍາໃຊ້ບໍລິການທີ່ສູງຂຶ້ນເຮັດ ໃຫ້ພະນັກງານກົມກວດກາຂອງ ກະຊວງ ມີວຽກງານທີ່ພົວພັນເພີ່ມ ຂຶ້ນຈໍານວນຫລາຍ. ແນ່ນອນວ່າ ຂະ ແໜງການ ພບ ກໍເອົາໃຈໃສ່ຢາກ ແກ້ໄຂບັນຫາໃຫ້ໄວ ເຊິ່ງກໍຕ້ອງການ ການຊ່ວຍເຫລືອ ຈາກຫລາຍພາກ ສ່ວນ ແລະ ການລາຍງານສົ່ງຂ່າວ ສະພາບຜົນກະທົບຕ່າງໆ. ເຊື່ອໝັ້ນ ວ່າການປັບປຸງແຜນການແບ່ງ ຄວາມຮັບຜິດຊອບ, ສ້າງໜ້າວຽກທີ່ ຊັດເຈນພາຍໃນຂະແໜງການລະ ຫວ່າງສູນກາງ ແລະ ທ້ອງຖິ່ນທັງ ເປັນການສ້າງຄວາມເຂັ້ມແຂງໃນ ວຽກງານຄໍາຮ້ອງ-ຄໍາສະເໜີໃຫ້ ແກ່ຂະແໜງການທ້ອງຖິ່ນ ຈະເປັນ ຕົວຊ່ວຍສໍາຄັນໃນການປ້ອງກັນ ບັນຫາ. ສຳລັບ, ບັນຫາການຮັບປະກັນ ໃຫ້ຊຸມຊົນໄດ້ຮັບປະໂຫຍດ ແລະ ໃຫ້ໄດ້ມີສ່ວນຮ່ວມນັ້ນ ພວກເຮົາມີ ດໍາລັດກ່ຽວກັບທຶນພັດທະນາຊຸມ ຊົນໄດ້ຖືກຮັບຮອງໂດຍລັດຖະບານ ໃນເດືອນສິງຫາ ປີຜ່ານມາ ເຊິ່ງໄດ້ ກໍານົດຫລັກການ ແລະ ກົນໄກໃນ ການນໍາໃຊ້ພັນທະທຶນພັດທະນາຊຸມ ຊົນຂອງໂຄງການແລະການມີສ່ວນ ຮ່ວມຂອງພາກລັດ ແລະ ພາກປະ ຊາຊົນໃນການຕິດຕາມ ແລະ ລາຍ ງານຜົນຂອງການນໍາໃຊ້ ແລະ ຈັດ ຕັ້ງປະຕິບັດແຜນພັດທະນາຊຸມຊົນ ທີ່ຕິດພັນກັບໂຄງການແຮ່ທາດ, ກະຊວງ ພບ ຍັງຈະໄດ້ລົງເລິກຕິດ ຕາມ; ການທົບທວນແນວຄິດ ແລະ ວິທີການ ເພື່ອກໍານົດເປັນເງື່ອນໄຂ ການອະນຸຍາດລົງທຶນໃນກິດຈະ ການແຮ່ທາດ ທີ່ພົວພັນກັບໜ້າທີ່ ຂອງໂຄງການເປັນຫລັກໃນການ ພັດທະນາເຂດຊຸມຊົນ, ເຂດຈຸດສຸມ, ເຂດທຸກຍາກນັ້ນ ເປັນວຽກທີ່ຕ້ອງ ໄດ້ຮ່ວມກັນປຶກສາຫາລືຢ່າງລະ ອຽດແລະມີການຕີລາຄາ ເພາະເຫັນ ວ່າພົວພັນເຖິງຫລັກການ ແລະ ວິ ທີການລົງທຶນ ເຊິ່ງຍັງພົວພັນກັບ ການພິຈາລະນາຮັບຮອງບົດສຶກສາ ຄວາມເປັນໄປໄດ້ ທາງດ້ານເສດຖະ ກິດຂອງໂຄງການ. ຂ່າວ: ສົມຫວັງ, ພາບ: ເກດສະໜາ ທີ່ສູນການຮ່ວມມືສາກົນ ແລະ ການ ຝຶກອົບຮົມ (ICTC) ພາຍໃຕ້ການ ເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ໂດຍມີວິທະ ຍາກອນຈາກ ຍີ່ປຸ່ນ ແລະ ສປປ ລາວ ຂຶ້ນນຳສະເໜີເນື້ອໃນທັງໝົດ 3 ຫົວຂໍ້ຄື: ກົດໝາຍທະເລ;ກົດໝາຍ ທະເລແລະບັນດາປະເທດທີ່ບໍ່ມີຊາຍ ແດນຕິດຈອດກັບທະເລ ແລະ ການ ເຂົ້າຮ່ວມຂອງ ສປປ ລາວ ໃນວຽກ ງານການຄຸ້ມຄອງທະເລສາກົນ. ຈຸດປະສົງຂອງການສຳມະນາ ຄັ້ງນີ້, ເພື່ອເພີ່ມທະວີສ້າງຄວາມ ຮັບຮູ້ ແລະ ຄວາມເຂົ້າໃຈ ໂດຍພື້ນ ຖານກ່ຽວກັບກົດໝາຍທະເລ, ສິດ ແລະ ຜົນປະໂຫຍດຂອງປະເທດທີ່ບໍ່ ມີຊາຍແດນຕິດກັບທະເລ ແລະ ຄວາມສຳຄັນຂອງກົດໝາຍທະເລ ລວມທັງສົນທິສັນຍາ ສປຊ ວ່າດ້ວຍ ກົດໝາຍທະເລ. ຜ່ານການສຳມະນາ, ວິທະຍາ ກອນແລະສຳມະນາກອນໄດ້ມີການ ແລກປ່ຽນຄຳຄິດເຫັນຢ່າງກົງໄປ ກົງມາ ເຊິ່ງສະແດງອອກໃນການ ຕັ້ງຄຳຖາມ, ການມີຄຳເຫັນ ແລະ ການສະແດງທັດສະນະສ່ວນຕົວ ຂອງບັນດາສຳມະນາກອນ ຈຶ່ງເຮັດ ໃຫ້ການສຳມະນາຄັ້ງນີ້ ດຳເນີນໄປ ດ້ວຍບັນຍາກາດອັນຟົດຟື້ນທີ່ເຕັມ ໄປດ້ວຍເນື້ອໃນອັນເປັນປະໂຫຍດ ແກ່ຜູ້ເຂົ້າຮ່ວມ. ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຜູ້ຕາງໜ້າ ຈາກກະຊວງການຕ່າງປະເທດ, ກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການຈັດ ຕັ້ງສາກົນ ປະຈຳ ສປປ ລາວ ເຂົ້າ ຮ່ວມ. ທ່ານ ພູທອງ ໄຊສະນິດ ຮອງປະທານສະມາຄົມຫັດຖະກຳ ລາວ ໄດ້ໃຫ້ຮູ້ວ່າ: ມະຫະກຳສີມືຫັດ ຖະກຳລາວ ເປັນປະເພນີບຸນປາງ ໃຫຍ່ ແລະ ເປັນກິດຈະກຳຫລັກຂອງ ຊ່າງຫັດຖະກຳລາວ ເຊິ່ງໄດ້ຈັດຂຶ້ນ ທຸກໆປີ ໂດຍເລີ່ມແຕ່ປີ 2002 ແລະ ໃນປີ 2024 ນີ້, ການຈັດມະຫະກຳ ສີມືຫັດຖະກຳລາວ ເປັນຄັ້ງທີ 23 ພາຍໃຕ້ຄຳຂວັນ “ສີໄມ້ລາຍມືຄືອຸ ທິຍານແຫ່ງການທ່ອງທ່ຽວເຊື່ອມ ໂຍງມໍລະດົກຜ້າແພພື້ນເມືອງອາ ຊຽນ” ຈຸດປະສົງ ເພື່ອສົ່ງເສີມການ ຜະລິດ ແລະ ການຕະຫລາດ ໃນຂະ ແໜງຫັດຖະກຳ ພ້ອມດຽວກັນນີ້, ຍັງເປັນກິດຈະກຳຫລັກທີ່ຈັດຂຶ້ນ ເພື່ອສະເຫລີມສະຫລອງວັນຫັດຖະ ກຳລາວ ວັນທີ 1 ພະຈິກ ໃຫ້ມີເນື້ອ ໃນຄວາມໝາຍເລິກເຊິ່ງ ແລະ ມີບັນ ຍາກາດຟົດຟື້ນ. ສ່ວນກອງປະຊຸມ ສົ່ງເສີມແຜ່ນແພພື້ນເມືອງອາຊຽນ ຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ນະຄອນ ຫລວງຈາກາຕາ ປະເທດອິນໂດເນ ເຊຍ ໃນປີ 2005 ແນໃສ່ເພື່ອຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ແຕ່ລະປະ ເທດທີ່ເປັນສະມາຊິກອາຊຽນ ໄດ້ຜັດ ປ່ຽນກັນເປັນເຈົ້າພາບຈັດກອງປະ ຊຸມຕາມລໍາດັບຕົວອັກສອນ ເຊິ່ງ 2 ປີໃດຈັດຄັ້ງໜຶ່ງ. ທັງນີ້, ກໍ ເພື່ອເປັນ ເວທີແລະສ້າງໂອກາດໃຫ້ຜູ້ທີ່ມີສ່ວນ ກ່ຽວຂ້ອງໃນການຜະລິດແຜ່ນແພ ທັງແບບພື້ນເມືອງ ແລະ ແບບປະຍຸກ ໃນບັນດາປະເທດອາຊຽນ ໃຫ້ໄດ້ ເຂົ້າຮ່ວມແລກປ່ຽນບົດຮຽນ, ປະ ສົບການ; ເພື່ອວາງສະແດງຜະລິດ ຕະພັນຫັດຖະກຳແຜ່ນແພ ທີ່ມີຄຸນ ນະພາບສູງ ທີ່ຜະລິດຢູ່ໃນແຕ່ລະປະ ເທດອາຊຽນ ໃຫ້ຜູ້ເຂົ້າຮ່ວມງານໄດ້ ຊົມ, ໄດ້ເຫັນ ແລະ ໄດ້ສຳພັດຄວາມ ສາມາດຂອງການຕໍ່າຜ້າໃນແຕ່ລະ ປະເທດສະມາຊິກ ແລະ ເພື່ອສົ່ງ ເສີມຫົວຄິດປະດິດສ້າງ ໃນການຜະ ລິດແຜ່ນແພພື້ນເມືອງ ຢ່າງສ້າງສັນ ແລະ ສາມາດຜະລິດເປັນສິນຄ້າສົ່ງ ອອກ. ນັບແຕ່ປີ 2005 ເປັນຕົ້ນມາ ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນແລ້ວ 8 ຄັ້ງ, ປະເທດທີ່ໄດ້ເປັນເຈົ້າພາບ ແລ້ວມີ6 ປະເທດ ຄື: ປະເທດບຣູໄນ, ອິນໂດເນເຊຍ, ຟີລິບປິນ, ມາເລເຊຍ, ໄທ ແລະ ຫວຽດນາມ, ສ່ວນປະເທດ ທີ່ຍັງບໍ່ໄດ້ເປັນເຈົ້າພາບມີ 4 ປະ ເທດ ຄື: ສປປ ລາວ, ກຳປູເຈຍ, ມຽນມາ ແລະ ປະເທດສິງກະໂປ ແລະປີ2024ແມ່ນສປປລາວ ເປັນ ເຈົ້າພາບຈັດກອງປະຊຸມແຜ່ນແພ ພື້ນເມືອງ ອາຊຽນ ຄັ້ງທີ 9.
RkJQdWJsaXNoZXIy MTc3MTYxMQ==