5894

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 17/06/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ໃນປີ 2024 ນີ້, ລັດຖະ ບານຈະສືບຕໍ່ຈັດຕັ້ງປະຕິບັດຕາມ 6 ທິດນຳ ແລະ 12 ທິດທາງ-ໜ້າທີ່ ຈຸດສຸມທີ່ກຳນົດໄວ້ໃນຄຳສັ່ງຂອງ ກົມການເມືອງສູນກາງພັກ ສະບັບ ເລກທີ 097/ກມສພ,ໂດຍສຸມໃສ່ ຈັດຕັ້ງປະຕິບັດ 9 ຄາດໝາຍການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ເປັນຕົ້ນ ສ້າງຄອບ ຄົວພົ້ນທຸກໃຫ້ໄດ້ 35.000 ຄອບ ຄົວ, ສ້າງບ້ານພົ້ນທຸກໃຫ້ໄດ້ 500 ບ້ານ, ສ້າງເມືອງພົ້ນທຸກໃຫ້ໄດ້ 15 ເມືອງ, ສ້າງຄອບຄົວພັດທະນາໃຫ້ ໄດ້ 33.000 ຄອບຄົວ, ສ້າງບ້ານ ພັດທະນາໃຫ້ໄດ້ 500 ບ້ານ, ສ້າງ ບ້ານໃຫຍ່ກາຍເປັນຕົວເມືອງໃນ ຊົນນະບົດໃຫ້ໄດ້ 4 ຈຸດ, ສ້າງເມືອງ ເຂັ້ມແຂງຮອບດ້ານໃຫ້ໄດ້ 4 ເມືອງ, ຈັດສັນພູມລຳເນົາ ແລະ ບ່ອນຢູ່ອາ ໄສໝັ້ນຄົງຖາວອນໃຫ້ປະຊາຊົນ ໃຫ້ໄດ້ 400 ກວ່າຄອບຄົວ, ຈັດ ສັນເຂດທຳການຜະລິດໃຫ້ປະຊາ ]a f 9tl5 ,.lj xt8y [a f 9 7kf\kp ra fmtok-q oot[q f{cdh w07;k,m5 dpkd ຊົນໃຫ້ໄດ້ 1.000 ກວ່າຄອບຄົວ ແລະ ຈັດສັນອາຊີບໝັ້ນຄົງຖາວອນ ໃຫ້ປະຊາຊົນໃຫ້ໄດ້6.000ຄົນແລະ ຂະຫຍາຍກອງທຶນພັດທະນາບ້ານ ບ້ວງ 500 ລ້ານກີບ ຕໍ່ເມືອງທຸກ ຍາກ ໃຫ້ໄດ້ 14 ບ້ານ. ທ່ານ ທອງພັດ ວົງມະນີ ຮອງ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ໃນກອງປະຊຸມສະໄໝ ສາມັນ ເທື່ອ ທີ 7 ຂອງສະພາແຫ່ງ ຊາດ ຊຸດທີ IX ໃນວັນທີ 12 ມິຖຸນາ 2024 ວ່າ: ເພື່ອໃຫ້ບັນລຸຄາດໝາຍ ການພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກຂອງປະຊາຊົນ, ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິ ບັດບາງວຽກງານຕົ້ນຕໍ ເປັນຕົ້ນສືບ ຕໍ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງ ລ່າງຮັບໃຊ້ການຜະລິດ ແລະ ການ ດຳລົງຊີວິດຂອງປະຊາຊົນໄປພ້ອມ ກັບການຈັດສັນພູມລຳເນົາ ແລະ ອາຊີບ; ປັບປຸງຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນ ໃນເຂດຊົນນະ ບົດ, ຫ່າງໄກສອກຫລີກ, ເຂດລຽບ ຕາມຊາຍແດນ, ເຂດພື້ນຖານການ ປະຕິວັດເກົ່າ ໂດຍສະເພາະເສັ້ນທາງ ຄົມມະນາຄົມ ແລະ ສິ່ງສາທາລະນຸ ປະໂພກຕ່າງໆ; ປັບປຸງ ແລະ ຂະ ຫຍາຍລະບົບຕາຂ່າຍໄຟຟ້າ ແລະ ລະບົບໄຟຟ້າແສງຕາເວັນໄປສູ່ເຂດ ຊົນນະບົດ ໃນບ່ອນທີ່ມີເງື່ອນໄຂ, ພ້ອມກັບການສ້າງເງື່ອນໄຂດ້ານ ຕ່າງໆ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ ໄຟຟ້າເຂົ້າໃນການຜະລິດ ແລະ ການ ດຳລົງຊີວິດ ຢ່າງມີປະສິດທິຜົນ; ປັບ ປຸງຕະຫລາດ ແລະ ການແລກປ່ຽນ ຊື້-ຂາຍສິນຄ້າຢູ່ເຂດຊົນນະບົດໃຫ້ ເປັນລະບົບ; ຊຸກຍູ້ສົ່ງເສີມການເປີດ ຕະຫລາດນັດ ແລະ ການຊື້-ຂາຍ ແລກປ່ຽນສິນຄ້າຢູ່ເຂດຊຸມຊົນ ແລະ ເຂດຊາຍແດນໃຫ້ຫລາຍຂຶ້ນ;ສືບ ຕໍ່ຍູ້ແຮງການຜະລິດກະສິກຳ ຢູ່ເຂດ ຊົນນະບົດ ເປັນຕົ້ນ ການປູກ-ການ ລ້ຽງຂອງປະຊາຊົນໃຫ້ເປັນຂະບວນ ຟົດຟື້ນ ເພື່ອຮັບປະກັນດ້ານສະບຽງ ອາຫານ ແລະ ການທົດແທນການ ນໍາເຂົ້າໄປຄຽງຄູ່ກັບການປັບປຸງ ພື້ນຖານໂຄງລ່າງດ້ານກະສິກຳ ເຊັ່ນ: ຊົນລະປະທານ, ສູນບໍລິການ ເຕັກນິກ. ພ້ອມທັງຫັນພະນັກງານ ວິຊາການລົງຊ່ວຍປະຊາຊົນປູກລ້ຽງ ໃນເຂດທີ່ມີຄວາມຈໍາເປັນ; ປັບປຸງກຸ່ມການຜະລິດ ແລະ ສະຫະ ກອນຈຳນວນໜຶ່ງໃຫ້ມີຄວາມເຂັ້ມ ແຂງ; ສຳຫລວດຈັດສັນທີ່ດິນ 3 ປະເພດປ່າ ແລະ ແບ່ງເຂດການຜະ ລິດກະສິກຳໃຫ້ຈະແຈ້ງກວ່າເກົ່າ; ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນ ແລະ ຍືນຍົງ. ພ້ອມກັນນີ້, ຈະແກ້ໄຂບັນຫາຜົນ ກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ຈາກການຈັດຕັ້ງປະຕິ ບັດໂຄງການຕ່າງໆ; ສຸມໃສ່ພັດທະ ນາຮອບດ້ານ ຢູ່ 45 ຈຸດສຸມພັດທະ ນາທີ່ເປັນບຸລິມະສິດ ລະຫວ່າງສູນ ກາງ ແລະ ທ້ອງຖິ່ນ ໄປພ້ອມກັບ ການສືບຕໍ່ຈັດຕັ້ງປະຕິບັດໂຄງການ ຕ່າງໆຢູ່ຈຸດສຸມກຸ່ມບ້ານພັດທະນາ ລຽບຕາມຊາຍແດນແລະຈຸດສຸມຍຸດ ທະສາດ ຂອງລັດຖະບານ ເປັນຕົ້ນ ຈຸດສຸມກຸ່ມບ້ານຜາແດງ ເມືອງກວນ ແຂວງຫົວພັນ; ຈຸດສຸມກຸ່ມບ້ານ ລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ; ຈຸດສຸມກຸ່ມບ້ານນໍ້າ ຮາງ ເມືອງສໍາພັນ ແຂວງຜົ້ງສາລີ; ຈຸດສຸມກຸ່ມບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ; ຈຸດສຸມຜາເຈຍ ເມືອງນານ ແຂວງຫລວງພະບາງ; ຈຸດສຸມກຸ່ມບ້ານຈຽງຕູບ ເມືອງເຊ ໂປນ ແຂວງສະຫວັນນະເຂດ; ຈຸດ ສຸມກຸ່ມບ້ານສົມບູນ ເມືອງພູວົງ ແຂວງອັດຕະປື ແລະ ຈຸດສຸມອື່ນໆ. ພ້ອມທັງຈະພັດທະນາສີມືແຮງ ງານຕາມຄວາມຕ້ອງການຂອງຕະ ຫລາດແຮງງານ; ແກ້ໄຂບັນຫາ ການຂາດແຄນແຮງງານຢູ່ເຂດຊົນ ນະບົດ ແລະ ການຫລັ່ງໄຫລເຂົ້າຢູ່ ຕົວເມືອງໃຫຍ່ ແລະ ໄປອອກແຮງ ງານຢູ່ຕ່າງປະເທດ; ແກ້ໄຂບັນຫາ ຄູອາສາສະໝັກ ດ້ວຍການໃຫ້ເງິນ ເດືອນຄືກັບພະນັກງານລັດຖະກອນ; ປັບປຸງ ແລະ ຂະຫຍາຍໂຮງໝໍນ້ອຍ, ສຸກສາລາ, ຖົງຢາປະຈຳບ້ານໃຫ້ສາ ມາດຮັບປະກັນການບໍລິການສາທາ ລະນະສຸກຂັ້ນພື້ນຖານ ແລະ ສືບຕໍ່ ຈັດຕັ້ງປະຕິບັດປະຕິບັດນະໂຍບາຍ ການລົບລ້າງການກືກໜັງສື ແລະ ຢຸດຕິການຖ່າຍແບບຊະຊາຍ ໃຫ້ປະ ກົດຜົນເປັນຈິງເທື່ອລະກ້າວ. ຂ່າວ: ທະນູທອງ, ພາບ: ເກດສະໜາ ກອງປະຊຸມລັດຖະມົນຕີ... ລັດຖະມົນຕີກະຊວງ ຖວທ... ຮສສ ວາງກົນໄກຕິດຕາມ... ສັງຄົມ ທີ່ອາດກໍໃຫ້ເກີດມີຜົນກະ ທົບທາງລົບຕໍ່ມໍລະດົກແຫ່ງຊາດ ແລະ ບັນຫາອື່ນໆ. ຕໍ່ບັນຫາດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ຊີ້ແຈງວ່າ: ແຫລ່ງມໍລະດົກທາງດ້ານວັດທະ ນະທຳ, ປະຫວັດສາດ ແລະ ທຳມະ ຊາດ ທີ່ໄດ້ຂຶ້ນທະບຽນນຳອົງການ ຈັດຕັ້ງສາກົນ ທີ່ກ່ຽວຂ້ອງ (ອົງ ການອຸຍແນັສໂກ) ທັງ 3 ແຫ່ງຄື: ເມືອງມໍລະດົກໂລກຫລວງພະບາງ, ວັດພູ ພ້ອມດ້ວຍພື້ນທີ່ວັດທະນະທຳ ຈຳປາສັກ ແລະ ທົງໄຫຫີນແຂວງ ຊຽງຂວາງ ໃນໄລຍະຜ່ານມາ, ລັດ ຖະບານໄດ້ມີການແຕ່ງຕັ້ງຄະນະກຳ ມະການຄຸ້ມຄອງມໍລະດົກ ແຫ່ງຊາດ ທີ່ປະກອບມີບັນດາ ຮອງລັດຖະມົນ ຕີຂອງກະຊວງກ່ຽວຂ້ອງ ແລະ ມີ ລັດຖະມົນຕີກະຊວງ ຖວທ ເປັນປະ ທານ. ພ້ອມນັ້ນ, ຢູ່ໃນຂັ້ນທ້ອງຖິ່ນ ກໍໄດ້ມີການສ້າງຕັ້ງຄະນະກຳມະ ການຄຸ້ມຄອງມໍລະດົກທ້ອງຖິ່ນເປັນ ຜູ້ນຳພາ-ຊີ້ນຳ ໃນການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວ ແລະ ໄດ້ມອບ ໃຫ້ກະຊວງ ຖວທ ປະສານສົມທົບ ກັບອໍານາດການປົກຄອງທ້ອງຖິ່ນ ບ່ອນທີ່ມີມໍລະດົກໂລກຕັ້ງຢູ່ເອົາໃຈ ໃສ່ສ້າງ, ປັບປຸງກົງຈັກການຈັດຕັ້ງ ແລະ ບັນດາລະບຽບການ, ນິຕິກຳ ຕ່າງໆ ເພື່ອເປັນເຄື່ອງມືຮອງຮັບໃຫ້ ແກ່ການປົກປັກຮັກສາ ແລະ ຄຸ້ມ ທ່ານ ນາງ ໃບຄຳ ຂັດທິຍະ ລັດ ຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຊີ້ແຈງ ຄຳຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອ ທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 13 ມິຖຸນາ 2024 ວ່າ: ປັດຈຸ ບັນ, ມີແຮງງານລາວ ອອກໄປເຮັດ ວຽກຢູ່ຕ່າງປະເທດ ແບບຖືກຕ້ອງ ຕາມກົດໝາຍ 212.795 ຄົນ, ແຮງງານທີ່ໄປແບບຜິດກົດໝາຍ ຈໍານວນ 203.161 ຄົນ ແລະ ໄດ້ ສົ່ງເງິນກັບຄືນປະເທດ ປະມານ 52.110.000 ໂດລາສະຫະລັດ ຕໍ່ເດືອນ. ດັ່ງນັ້ນ, ເພື່ອແກ້ໄຂບັນຫາ ການຂາດແຄນແຮງງານຢູ່ພາຍໃນ ປະເທດ, ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ ຊີ້ນຳບັນດາຈຸດບໍລິການຈັດຫາງານ ຂັ້ນແຂວງ, ເມືອງ ແລະ ວິສາຫະ ກິດບໍລິການຈັດຫາງານ ເພື່ອສະ ໜອງແຮງງານເຂົ້າສູ່ຕຳແໜ່ງງານ ຕ່າງໆ. ພ້ອມນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນ ກາງສະຫະພັນກຳມະບານລາວ ແລະ ສະພາການຄ້າແລະອຸດສາຫະ ກຳແຫ່ງຊາດລາວ ໄດ້ປຶກສາຫາລື ຮ່ວມກັບຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ພາກສ່ວນກ່ຽວຂ້ອງ ເພື່ອແບ່ງ ຄວາມຮັບຜິດຊອບໃນການຕິດຕາມ, ຊຸກຍູ້, ແກ້ໄຂບັນຫາຂາດແຄນແຮງ ງານ ແລະ ປັບປຸງສະຫວັດດີການ ແຮງງານ ເຊິ່ງມີມາດຕະການແກ້ໄຂ ສະເພາະໜ້າເຊັ່ນ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະສືບ ຕໍ່ເຮັດວຽກຮ່ວມກັບອົງການຕາງ ໜ້າຜູ້ອອກແຮງງານ,ອົງການຕາງ ກອງປະຊຸມລັດຖະມົນຕີຕ່າງປະ ເທດ BRICS 2024 ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ແກ່ ການຮ່ວມມືຫລາຍຝ່າຍ ເພື່ອຄວາມ ສະເໝີພາບດ້ານການພັດທະນາ ແລະ ຄວາມໝັ້ນຄົງຂອງໂລກ”.ຈຸດ ປະສົງກອງປະຊຸມຄັ້ງນີ້, ເພື່ອປຶກສາ ຫາລືລະດັບລັດຖະມົນຕີກ່ຽວກັບ ບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ ໂດຍສະເພາະການເພິ່ມທະວີ ການຮ່ວມມືເພື່ອການພັດທະນາ ແບບຍືນຍົງ ແລະ ຮັກສາຄວາມໝັ້ນ ຄົງຂອງໂລກ ລະຫວ່າງ ບັນດາປະ ເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ຈາກພາກ ພື້ນເຂດ ໂລກໃຕ້ ແລະ ຕາເວັນອອກ ຈາກ 22 ປະເທດ ຄື: ສ ຣັດເຊຍ, ອາຟຣິກກາໃຕ້, ສະຫະນະຄອນ ເອມີຣັດ ອາຣັບ, ບຣາຊິນ, ສປ ຈີນ, ເອຢິບ, ເອທິໂອປີ, ອິນເດຍ, ອີຣ່ານ, ອາຣັບບີ ຊາອຸດິ, ອານເຊລີ, ບຣາ ເຣນ, ບັງກຣາເທດ, ເບລາຣຸດຊີ, ກູ ບາ, ກາຊັກສະຖານ, ສປປ ລາວ, ໂມຣິຕານີ, ນີເຊຣີ, ສີລັງກາ, ໄທ, ຕວັກກີ, ເວເນຊູເອລາ ແລະ ສສ ຫວຽດນາມ. ໃນໂອກາດເຂົ້າຮ່ວມກອງປະ ຊຸມຄັ້ງນີ້, ທ່ານ ຮອງນາຍົກລັດ ຖະ ມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ ກ່າວມີຄຳເຫັນຮ່ວມກັບບັນດາປະ ເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາທີ່ເຂົ້າຮ່ວມ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ປັດຈຸບັນ ປະຊາຄົມໂລກ ກຳລັງຜະເຊີນໜ້າ ກັບບັນດາສິ່ງທ້າທາຍ ທັງໃນດ້ານ ການເມືອງ ແລະ ເສດຖະກິດທີ່ບໍ່ສາ ມາດຄາດຄະເນໄດ້ ອັນໄດ້ສົ່ງຜົນ ກະທົບຢ່າງໃຫຍ່ຫລວງຕໍ່ປະຊາ ຄົມໂລກ ເຊິ່ງ ສປປ ລາວ ເຫັນວ່າ ຄວາມສາມັກຄີ, ການສະໜັບສະ ໜູນເຊິ່ງກັນ ແລະ ກັນບົນຫລັກການ ຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ ແລະ ຄວາມພະຍາຍາມຮ່ວມກັນໃນ ການສ້າງຄວາມເຂັ້ມແຂງໃຫ້ແກ່ ການຮ່ວມມືຫລາຍຝ່າຍແມ່ນມີ ຄວາມສຳຄັນທີ່ຈຳເປັນ ແລະ ຂາດບໍ່ ໄດ້ ສຳລັບປະເທດກຳລັງພັດທະນາ, ທັງນີ້ ກໍເພື່ອເປັນການສືບຕໍ່ຮັກສາ ແລະ ສົ່ງເສີມສັນຕິພາບ, ຄວາມ ໝັ້ນຄົງ ແລະ ນຳເອົາຄວາມສົມບູນ ພູນສຸກມາສູ່ພາກພື້ນ ແລະ ທົ່ວໂລກ. ພ້ອມກັນນີ້, ສປປ ລາວ ເຫັນວ່າ ຂອບການຮ່ວມມືກຸ່ມ BRICS ເປັນ ກົນໄກການຮ່ວມມືໜຶ່ງທີ່ສຳຄັນ ຂອງໂລກໃນປັດຈຸບັນ ເຊິ່ງ BRICS ມີປະຊາກອນລວມກັນເກືອບ 50% ຂອງໂລກ ແລະ ມີຂະໜາດເສດຖະ ກິດກວມເອົາ 1/3 ຂອງ GDP ທົ່ວໂລກ, ອັນໄດ້ເຮັດໃຫ້ BRICS ມີຄວາມພົ້ນເດັ່ນໃນການເຄື່ອນ ໄຫວວຽກງານການຕ່າງປະເທດ. ດ້ວຍເຫດຜົນນີ້, ສປປ ລາວ ຈຶ່ງ ໜ້າຜູ້ໃຊ້ແຮງງານ (ໃນລະບົບໄຕ ພາຄີ) ເພື່ອສ້າງຄວາມກົມກຽວໃຫ້ ຫລາຍຂຶ້ນກວ່າເກົ່າ, ເພີ່ມທະວີການ ປຶກສາຫາລືກັບນັກລົງທຶນ ເພື່ອໃຫ້ ມີສ່ວນຮ່ວມແຕ່ຫົວທີໃນການສະ ໜອງຂໍ້ມູນຄວາມຕ້ອງການຂອງ ຕະຫລາດແຮງງານ ກໍຄື ຕຳແໜ່ງ ງານຕົວຈິງ ໃນແຕ່ລະໄລຍະເພື່ອ ຮ່ວມກັນດັດປັບຫລັກສູດ, ວິທີການ ຝຶກ, ພັດທະນາສີມືແຮງງານ, ການ ປະກາດຮັບສະໝັກແຮງງານ, ຝຶກ ກ່ອນເຂົ້າສູ່ຕຳແໜ່ງງານແລະ ອອກ ໃບຢັ້ງຍືນສີມືແຮງງານ ເພື່ອຮັບປະ ກັນເງິນເດືອນພື້ນຖານ, ຄ່າແຮງ ງານ, ສະຫວັດດີການແຮງງານ ແລະ ຮັບປະກັນໃຫ້ແຮງງານ ໄດ້ຮັບ ການປົກປ້ອງຕາມກົດໝາຍວ່າ ດ້ວຍແຮງງານ ແລະ ກົດໝາຍວ່າ ດ້ວຍການປະກັນສັງຄົມ; ສືບຕໍ່ສົມ ທົບບັນດາຂະແໜງການທີ່ກ່ຽວ ຂ້ອງຄົ້ນຄວ້າປັບຄ່າແຮງງານຂັ້ນ ຕໍ່າ ເພື່ອດຶງດູດແຮງງານເຂົ້າສູ່ຕໍາ ແໜ່ງງານ, ທັງຍົກສູງຊີວິດການ ເປັນຢູ່ຂອງແຮງງານໃຫ້ດີຂຶ້ນ. ອີງ ຕາມການລົງໄປພົບປະກັບບັນດາ ຫົວໜ່ວຍແຮງງານຕົວຈິງ ຢູ່ພາຍ ໃນປະເທດ ມີຫລາຍຫົວໜ່ວຍແຮງ ງານຈ່າຍຄ່າແຮງງານຫລາຍກວ່າ ການກຳນົດຄ່າແຮງງານຂັ້ນຕໍ່າ ແລ້ວ ສະເລ່ຍ ແມ່ນ 2.700.000 ກີບ, ແຕ່ອີງໃສ່ຄວາມຕ້ອງການ ໃນການໃຊ້ຈ່າຍຕົວຈິງຕ້ອງແມ່ນ 3.800.000 ຂຶ້ນໄປຈຶ່ງສາມາດ ຢູ່ໄດ້, ແຕ່ປັດໄຈຕົ້ນຕໍແມ່ນບັນຫາ ເສດຖະກິດ, ລາຄາສິນຄ້າສູງ,ເງິນ ເຟີ້ລາຍຮັບບໍ່ກຸ້ມລາຍຈ່າຍ ເຊິ່ງເປັນ ໜຶ່ງເຫດຜົນທີ່ກະທົບໂດຍກົງ ຕໍ່ຜູ້ ອອກແຮງງານ. ພ້ອມນີ້, ຍັງໄດ້ສ້າງຄວາມເຂັ້ມ ແຂງໃຫ້ຫົວໜ່ວຍແຮງງານພາຍ ໃນເຂດເສດຖະກິດພິເສດ ແລະ ສະ ມາຊິກສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດລາວກ່ຽວກັບລະ ບົບການຈັດຫາງານພາຍໃນ ແລະ ປະກາດຕຳແໜ່ງງານໃນລະບົບຂໍ້ ມູນຂ່າວສານຕະຫລາດແຮງງານ (LMIS), ລົງໂຄສະນາວິທີການຂຶ້ນ ທະບຽນຊອກວຽກ ແລະ ການປະ ກາດຕໍາແໜ່ງງານວ່າງ ໃນລະບົບ LMIS ຕາມຊ່ອງທາງເຟສບຸກ ແລະ ເຄືອຂ່າຍບໍລິການຈັດຫາງານ; ຊຸກ ຍູ້ ແລະ ຕິດຕາມສະມາຄົມທຸລະກິດ ບໍລິການຈັດຫາງານ ແລະ ວິສາ ຫະກິດບໍລິການຈັດຫາງານລົງຊ່ວຍ ເຫລືອ ຫົວໜ່ວຍແຮງງານໃນການ ຊອກຫາແຮງງານ ແລະ ປະກາດ ຕໍາແໜ່ງງານໃນລະບົບຂໍ້ມູນຂ່າວ ສານຕະຫລາດແຮງງານ; ຊຸກຍູ້ໃຫ້ ຈຸດບໍລິການຈັດຫາງານ ໃນທົ່ວປະ ເທດສົມທົບກັບຫົວໜ່ວຍແຮງງານ ໃນການຊອກຫາແຮງງານ ແລະ ປະກາດຕຳແໜ່ງງານ ໃນລະບົບ LMIS (ລົງໄປພົວພັນປະສານງານ ກັບຫົວໜ່ວຍແຮງງານ ຢ່າງຕໍ່າ 2 ຄັ້ງ/ເດືອນ ໃຫ້ໄດ້ ປະມານ 30-40 ຫົວໜ່ວຍແຮງງານ), ພ້ອມທັງ ເຮັດໜ້າທີ່ເປັນຈຸດຮັບສະມັກແຮງ ງານ ເພື່ອສະໜອງແຮງງານໃສ່ຕຳ ແໜ່ງງານຕ່າງໆຂອງແຕ່ລະທ້ອງ ຖິ່ນ; ຈັດງານນັດພົບແຮງງານລະ ດັບສູນກາງ ແລະ ບັນດາແຂວງທີ່ມີ ຄວາມຕ້ອງການແຮງງານຈຳນວນ ຫລາຍ; ສ້າງ ແລະ ປັບປຸງນິຕິກຳລຸ່ມ ກົດໝາຍກ່ຽວກັບການກໍານົດສະ ຫວັດດີການແຮງງານໃນສະຖານ ທີ່ເຮັດວຽກ ໃຫ້ມີຄວາມແທດເໝາະ ແລະ ດໍາເນີນການກວດກາແຮງ ງານ ແລະ ໃຫ້ຄຳປຶກສາດ້ານກົດ ໝາຍແຮງງານຢູ່ບັນດາແຂວງໃນ ທົ່ວປະເທດແຕ່ລະໄລຍະ;ເອົາໃຈ ໃສ່ປະສານສົມທົບກັບຂະແໜງ ການກ່ຽວຂ້ອງປົກປ້ອງສິດ ແລະ ຜົນປະໂຫຍດຜູ້ອອກແຮງງານຢູ່ ຕ່າງປະເທດແບບຜິດກົດໝາຍ ແລະ ຊຸກຍູ້ການໄປເຮັດວຽກຢູ່ຕ່າງ ປະ ເທດແບບຖືກຕ້ອງ ແນໃສ່ເປີດໂອ ກາດໃຫ້ແຮງງານລາວ ໄດ້ຝຶກທັກ ສະສີມືແຮງງານ, ມີລະບຽບວິໄນ ແລະ ຮຽນຮູ້ນຳໃຊ້ເຕັກວິຊາການ ທີ່ທັນສະໄໝ ໃນລະບົບເສດຖະກິດ ອຸດສາຫະກຳ. ຂ່າວ: ກິດຕາ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ຄອງມໍລະດົກເຫລົ່ານັ້ນ ໃຫ້ມີຄວາມ ຍືນຍົງ. ພ້ອມນັ້ນ, ກໍໄດ້ຕອບສະ ໜອງງົບປະມານຈຳນວນໜຶ່ງເຂົ້າ ໃນວຽກງານຄຸ້ມຄອງ, ປົກປັກຮັກ ສາ, ອະນຸລັກ, ບູລະນະ, ປະຕິສັງ ຂອນ ແລະ ກໍ່ສ້າງບຸກຄະລາກອນ ຂອງໜ່ວຍງານຄຸ້ມຄອງມໍລະດົກ ໂລກໃຫ້ມີຄວາມເຂັ້ມແຂງ. ມາຮອດ ປັດຈຸບັນ, ແຫລ່ງມໍລະດົກໂລກທັງ 3 ແຫ່ງ ທີ່ຖືກຮັບຮອງຈາກອົງການ ອຸຍແນັສໂກ ກໍໄດ້ມີບັນດານິຕິກຳ ແລະ ລະບຽບການສະເພາະຂອງ ຕົນ ເພື່ອເປັນເຄື່ອງມື ແລະ ບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະແມ່ນໄດ້ມີລະບຽບ ການ ແລະ ແຜນແມ່ບົດໃນການຄຸ້ມ ຄອງແຫລ່ງມໍລະດົກແຕ່ລະແຫ່ງ ທີ່ໄດ້ຖືກຮັບຮອງຈາກອົງການອຸຍ ແນັສໂກ. ສ່ວນການດຳເນີນໂຄງການພັດ ທະນາ ຫລື ກິດຈະກຳການເຄື່ອນ ໄຫວທາງດ້ານເສດຖະກິດ-ສັງຄົມ ທີ່ອາດກໍໃຫ້ເກີດມີຜົນກະທົບທາງ ລົບຕໍ່ມໍລະດົກແຫ່ງຊາດໂດຍກົງ ຫລື ທາງອ້ອມ, ລັດຖະບານ ໄດ້ມີມາດ ຕະການຄຸ້ມຄອງຢ່າງເຄັ່ງຄັດ ເຊິ່ງ ໄລຍະຜ່ານມາ ທຸກໆໂຄງການທີ່ ນອນຢູ່ໃນພື້ນທີ່ມໍລະດົກ ຫລື ເຂດ ພື້ນທີ່ອ້ອມຂ້າງແຫລ່ງມໍລະດົກຈະ ຕ້ອງໄດ້ຮັບການພິຈາລະນາ ແລະ ອະນຸມັດ ຈາກຄະນະກໍາມະການມໍ ລະດົກທ້ອງຖິ່ນ ແລະ ຄະນະກຳມະ ການຄຸ້ມຄອງມໍລະດົກແຫ່ງຊາດ ຕາມລຳດັບ. ພ້ອມນັ້ນ, ລັດຖະບານ ໄດ້ມອບໃຫ້ກະຊວງ ຖວທ ດຳເນີນ ການສຶກສາ, ຄົ້ນຄວ້າເພື່ອສ້າງ ເຄື່ອງມື ແລະ ກົນໄກ ໃນການຈັດຕັ້ງ ປະຕິບັດວຽກງານປະເມີນຜົນກະ ທົບຕໍ່ມໍລະດົກ ເຊິ່ງມາຮອດປັດຈຸບັນ ກະຊວງ ຖວທ ໄດ້ສຳເລັດ ແລະ ໄດ້ ນຳເອົາມາດຕະການໃນການປະ ເມີນຜົນກະທົບດັ່ງກ່າວກໍານົດເຂົ້າ ຢູ່ໃນພາກທີ 6, ມາດຕາ 65 ແລະ ມາດຕາ 66 ຂອງກົດໝາຍວ່າດ້ວຍ ມໍລະດົກແຫ່ງຊາດ (ສະບັບປັບປຸງ) ທີ່ຖືກຮັບຮອງໃນປີ 2021 ທີ່ຜ່ານ ມາ. ພ້ອມນັ້ນ, ກໍໄດ້ສຳເລັດການ ສ້າງຄູ່ມືພື້ນຖານໃນການຈັດຕັ້ງປະ ຕິບັດວຽກງານປະເມີນຜົນກະທົບ ດັ່ງກ່າວ. ກ່ຽວກັບການກຳນົດການເຄື່ອນ ໄຫວຮ້ານບັນເທີງຕ່າງໆ ໃນໄລຍະ ຜ່ານມາເຖິງວ່າກິດຈະການດັ່ງ ກ່າວ, ຈະນອນຢູ່ໃນບັນຊີຄວບຄຸມ ຂອງລັດຖະບານ ແລະ ຢູ່ໃນການ ຄຸ້ມຄອງຂອງອົງການປົກຄອງຂັ້ນ ທ້ອງຖິ່ນ ແລ້ວກໍຕາມແຕ່ບັນຫາ ຕ່າງໆທີ່ມີຄວາມລະອຽດອ່ອນຕໍ່ ວັດທະນະທໍາ-ສັງຄົມ ກໍຍັງມີປະກົດ ໃຫ້ເຫັນ ໂດຍສະເພາະການມົ້ວສຸມ ສິ່ງເສບຕິດ, ການຄ້າປະເວນີ, ການ ອາລະວາດ-ຕີກັນ, ສຽງເນືອງນັນ, ການເປີດການບໍລິການບັນເທີງກາຍ ໂມງ ທີ່ກໍານົດ ແລະ ບັນຫາອື່ນໆ ເຊິ່ງບັນຫາຕ່າງໆນັ້ນ, ຍັງບໍ່ທັນຖືກ ແກ້ໄຂຢ່າງເປັນຮູບປະທໍາ ແລະ ຍິ່ງ ມີບັນຫາເພີ່ມຂຶ້ນ. ເພື່ອແກ້ໄຂ ແລະ ຮັບມືກັບສະພາບການດັ່ງກ່າວ, ລັດ ຖະບານ ໄດ້ສຸມໃສ່ການປັບປຸງກົດ ໝາຍທີ່ກ່ຽວຂ້ອງ ໂດຍສະເພາະກົດ ໝາຍວ່າດ້ວຍການທ່ອງທ່ຽວ, ກົດ ໝາຍວ່າດ້ວຍສິລະປະການສະແດງ ແລະ ນິຕິກໍາລຸ່ມກົດໝາຍທີ່ກ່ຽວ ຂ້ອງ ເພື່ອໃຫ້ສອດຄ່ອງກັບແນວ ທາງການປ່ຽນແປງໃໝ່ຂອງລັດຖະ ບານ. ພ້ອມນີ້, ລັດຖະບານ ກໍຄືກະ ຊວງ ຖວທຈະໄດ້ສືບຕໍ່ແລະລົງເລິກ ໃນ ການຄົ້ນຄວ້າການຜັນຂະຫຍາຍ ນິຕິກຳໃຕ້ກົດໝາຍຕື່ມ ເພື່ອແບ່ງ ໜ້າທີ່ຄວາມຮັບຜິດຊອບ, ການຄຸ້ມ ຄອງ ແລະ ການປະສານສົມທົບກັນ ລະຫວ່າງສູນກາງ, ທ້ອງຖິ່ນໃຫ້ ລະອຽດ ແລະ ຊັດເຈນເພື່ອສາມາດ ແກ້ໄຂບັນຫາດັ່ງກ່າວ, ໃຫ້ຂາດຕົວ ໄປເລື້ອຍໆ. ຕໍ່ກັບປະກົດການຫຍໍ້ທໍ້ຕ່າງໆທີ່ ເກີດຂຶ້ນ ມີຫລາຍສາເຫດທັງໃນຕົວ ແລະ ນອກຕົວ. ໃນນັ້ນ, ຄວາມຫຍຸ້ງ ຍາກແມ່ນຍ້ອນງົບປະມານໃ ນການ ອະນຸລັກ, ປົກປັກຮັກສາ ແລະ ເສີມ ຂະຫຍາຍວຽກງານມໍລະດົກ ແລະ ວັດທະນະທຳແມ່ນຍັງມີຈຳນວນຈຳ ກັດ ແລະ ບໍ່ທັນສອດຄ່ອງກັບການ ຈັດຕັ້ງປະຕິບັດເຂົ້າໃນວຽກງານ ຕົວຈິງ. ສະນັ້ນ, ໃນຕໍ່ໜ້າຕ້ອງໄດ້ພິ ຈາລະນາຈັດສັນງົບປະມານເຂົ້າ ໃສ່ຕື່ມ ເພື່ອເຮັດວຽກງານປົກປັກ ຮັກສາ ແລະ ເສີມຂະຫຍາຍວຽກ ງານດັ່ງກ່າວ ໃຫ້ດີຂຶ້ນ. ຂ່າວ: ທະນູທອງ,ພາບ: ເກດສະໜາ ຄາດຫວັງໃຫ້ BRICS ເພິ່ມບົດ ບາດຂອງຕົນ ເພື່ອສ້າງຄວາມເຂັ້ມ ແຂງໃຫ້ແກ່ການຮ່ວມມືຫລາຍຝ່າຍ ໃນການສົ່ງເສີມການພັດທະນາ ແລະ ຄວາມໝັ້ນຄົງຂອງໂລກ ເພື່ອ ຕ້ານກັບລັດທິຝ່າຍດຽວ ແລະ ສອງ ມາດຕະຖານ. ນອກຈາກນີ້, ຍັງໄດ້ ຍົກໃຫ້ເຫັນວ່າ ສະພາບເງື່ອນໄຂ ດ້ານພູມສາດການເມືອງ ໃນປັດ ຈຸບັນບໍ່ໄດ້ຕອບສະໜອງເງື່ອນໄຂ ທີ່ເໝາະສົມໃນການພັດທະນາ ຕາມທີ່ໄດ້ກຳນົດໃນບົດລາຍງານ ຂອງອົງການສະຫະປະຊາຊາດ ກໍຄື ການຈັດຕັ້ງປະຕິບັດວາລະ 2030 ເຊິ່ງສປປລາວເຊື່ອໝັ້ນວ່າBRICS ຈະສາມາດເປັນກົນໄກທີ່ເຂັ້ມແຂງ ເພື່ອຊຸກຍູ້ການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ແບບຍືນຍົງໃນຕໍ່ໜ້າ. ສຳລັບການເປັນປະທານອາ ຊຽນ 2024 ຂອງ ສປປ ລາວ ນັ້ນ, ສປປ ລາວ ໄດ້ສຸມໃສ່ການສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານ ການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງຂອງອາຊຽນ ກໍຄື ຄຳຂວັນ ຂອງອາຊຽນ 2024, ເຊິ່ງໄດ້ສືບຕໍ່ ຮັກສາຫລັກການການຮ່ວມມືຫລາຍ ຝ່າຍ, ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢ່າງສະເໜີ ພາບ. ນັບແຕ່ການສ້າງຕັ້ງ ອາຊຽນ ປີ 1967 ແລະ ການລົງນາມໃນສົນ ທິສັນຍາມິດຕະພາບ ແລະ ການ ຮ່ວມມື, ອາຊຽນໄດ້ຮັດແໜ້ນຄວາມ ສາມັກຄີ ແລະ ເປັນແກນກາງໃນ ການດຶງດູດການຮ່ວມມືທີ່ເປັນປະ ໂຫຍດຈາກບັນດາຄູ່ຮ່ວມມືພາຍ ນອກ ເຊິ່ງປັດຈຸບັນ, ອາຊຽນມີຄູ່ ຮ່ວມມືຫລາຍກວ່າ 54 ປະເທດ ແລະ ກຸ່ມ ອັນໄດ້ກາຍເປັນສິ່ງທີ່ຢັ້ງ ຢືນການຮ່ວມມືຂອງອາຊຽນບົນ ຫລັກການການຮ່ວມມືຫລາຍຝ່າຍ ແລະ ສົ່ງເສີມການພັດທະນາຂອງ ໂລກ. ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບຄູ່ຮ່ວມຕໍາແໜ່ງ ຄື: ທ່ານລັດຖະ ມົນຕີຕ່າງປະເທດ ສ ຣັດເຊຍ, ທ່ານ ລັດຖະມົນຕີຕ່າງປະເທດ ສປ ຈີນ, ທ່ານລັດຖະມົນຕີກະຊວງຕ່າງປະ ເທດ ກູບາ, ລັດຖະມົນຕີກະຊວງ ຕ່າງປະເທດ ບຣາຊິນ ແລະ ລັດຖະ ມົນຕີຕ່າງປະເທດ ເບລາຣຸດຊີ ເພື່ອ ສືບຕໍ່ປຶກສາຫາລືໃນການຮັດແໜ້ນ ການພົວພັນຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍລວມທັງວຽກງານໃນ ຂອບ ອາຊຽນ. ນອກຈາກນີ້, ຍັງໄດ້ໃຫ້ສຳພາດ ຂ່າວແກ່ສື່ທ້ອງຖິ່ນຂອງ ສ ຣັດເຊຍ ກ່ຽວກັບວຽກງານການຕ່າງປະ ເທດ ແລະ ທັດນະສະຂອງ ສປປ ລາວ ຕໍ່ບັນຫາພາກພື້ນ ແລະ ສາກົນ ລວມທັງການຮ່ວມມືຂອງປະເທດ ສະຊິກກຸ່ມ BRICS. ກອງປະ ຊຸມລັດຖະມົນຕີຕ່າງປະເທດກຸ່ມ BRICS ຈັດຂຶ້ນເປັນປະຈໍາທຸກປີ ໂດຍການໝູນວຽນເປັນປະທານ ຂອງປະເທດສະມາຊິກ ເພື່ອປຶກສາ ຫາລືບັນຫາສຳຄັນໃນພາກພື້ນ ແລະ ສາກົນ ລວມທັງບັນດາຂົງເຂດການ ຮ່ວມມືຕ່າງໆ. ກຸ່ມ BRICS ປະ ກອບດ້ວຍສະມາຊິກທີ່ມາຈາກປະ ເທດທີ່ພັດທະນາແລ້ວ ກໍຄື ກຸ່ມປະ ເທດເສດຖະກິດໃໝ່ທີ່ມີລະດັບເສດ ຖະກິດທີ່ເຂັ້ມແຂງເຊິ່ງປັດຈຸບັນມີ ສະມາຊິກ 9 ປະເທດ ຄື: ບຣາຊິນ, ຣັດເຊຍ, ອິນເດຍ, ສປ ຈີນ, ອາຟຣິ ກາໃຕ້, ອີຣ່ານ, ເອທິໂອເປຍ, ເອຢິບ ແລະ ສະຫະນະຄອນ ອາເມຣັດອາ ຣັບ. ສຳລັບປີນີ້, ກອງປະຊຸມສຸດ ຍອດກຸ່ມ BRICS 2024 ຄາດວ່າ ຈະຈັດຂຶ້ນໃນເດືອນຕຸລາ 2024 ທີ່ ເມືອງ Kazan, ສ ຣັດເຊຍ.

RkJQdWJsaXNoZXIy MTc3MTYxMQ==