5894

xtgmf]k; 3 17/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຂ່າວ: ວຽງສະຫວັນ, ພາບ: ເກດສະໜາ ໂດຍ: ເຂົ້າຈານນໍ້າ ບົດໂດຍ: ແສງອາທິດ ສີດາໄລ ພາບ: ບຸນລົມ ສີພັນດົງ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ 4n le7a odkoxa [x5 'd+ lh k'dq ,dv' 8y fra oda [dkolh k'rt]kmy dkoda [mu j lr- ltg|u 8 [a oskle7a o Ia [xtda odkora fmtok-q oot[q f cdh w07;k,m5 dpkd * ໂດຍປະຕິບັດຕາມທິດທາງ ໃນການປັບປຸງກໍ່ສ້າງກຳລັງປະ ກອບອາວຸດ ໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ກາຍເປັນກອງທັບປະຕິ ວັດມີລະບຽບແຜນທັນສະໄໝ, ບໍ່ວ່າ ກົມກອງກຳລັງຫລວງ-ກຳລັງ ທ້ອງ ຖິ່ນ ໃນກຳລັງປະກອບອາວຸດກອງ ທັບປະຊາຊົນລາວ ເວລາໃດກໍ່ຖືສຳ ຄັນຕໍ່ວຽກງານປັບປຸງກໍ່ສ້າງກົມ ກອງຕິດພັນກັບການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບໃຫ້ດີຂຶ້ນເທື່ອລະກ້າວ, ໃນນີ້, ເວົ້າສະເພາະສູນຝຶກກອງພົນ ທີ 5 ກໍ່ແມ່ນກົມກອງໜຶ່ງທີ່ມີໜ້າທີ່ ໃນການປົກປັກຮັກສາແລະສ້າງສາ ພັດທະນາປະເທດ ທັງເປັນບ່ອນຝຶກ ຝົນຫລໍ່ຫລອມພະນັກງານ-ນັກຮົບ ຮຸ່ນສືບທອດ ໃຫ້ແກ່ກອງທັບ. ສະຫາຍ ພັນໂທ ໜອນຄຳ ພີມ ມະສອນ ຮອງຫົວໜ້າການເມືອງ ສູນຝຶກກອງພົນທີ 5 ໃຫ້ຮູ້ວ່າ: ເພື່ອ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການໃນສະເພາະໜ້າແລະຍາວ ນານ ໃຫ້ທັນກັບສະພາບການໃນໄລ ຍະໃໝ່ກໍ່ຄື: ໄລຍະແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ສ້າງໃຫ້ກຳລັງປະກອບ ອາວຸດ ກາຍເປັນກອງທັບປະຕິວັດມີ ແບບແຜນທັນສະໄໝ. ໃນນີ້ສູນຝຶກ ພວກເຮົາ ກໍ່ໄດ້ເອົາໃຈໃສ່ ປະຕິບັດ ທຸກມະຕິຄຳສັ່ງ ຂອງຂັ້ນເທິງຢ່າງ ເຂັ້ມງວດ ໂດຍຈັດຕັ້ງຜັນຂະຫຍາຍ ມະຕິວ່າດ້ວຍ4ໜ້າທີ່ໃຫຍ່26ແຜນ ງານ ທີ່ຄະນະພັກກະຊວງປ້ອງກັນ ປະເທດ, ມະຕິຂອງກອງປະຊຸມໃຫຍ່ ຄັ້ງVI ຂອງອົງຄະນະພັກກອງພົນທີ * ໃນວາລະດຳເນີນກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງສະ ພາແຫ່ງຊາດ ຊຸດທີ IX ວັນທີ 12 ມິຖຸນາ 2024 ນີ້, ທ່ານ ຄໍາຈັນ ໂສຕາປະເສີດ ກຳມະການຄະນະ ປະຈໍາສະພາແຫ່ງຊາດ, ປະທານກຳ ມາທິການບັນດາເຜົ່າ ໄດ້ຕາງໜ້າ ຄະນະປະຈຳສະພາແຫ່ງຊາດ ມີຄຳ ເຫັນຕໍ່ບົດລາຍງານຂອງລັດຖະ ບານກ່ຽວກັບການຈັດຕັ້ງປະຕິບັດ ບັນດາຄາດໝາຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງ ແຜນການໃນຕໍ່ໜ້າຕິດພັນກັບການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ສະພາແຫ່ງຊາດ ສະບັບເລກທີ 82/ ສພຊ, ລົງວັນທີ 30 ທັນວາ 2022 ໂດຍທ່ານໄດ້ສະເໜີ 8 ບັນຫາສຳ ຄັນຕໍ່ລັດຖະບານພິຈາລະນາ ເພື່ອ ຮັບປະກັນການຈັດຕັ້ງປະຕິບັດວຽກ ງານພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນດີຂຶ້ນກວ່າເກົ່າ. ສຳລັບ 8 ບັນຫາສຳຄັນ ທີ່ສະ ພາແຫ່ງຊາດສະເໜີໃຫ້ລັດຖະບານ ພິຈາລະນາ ປະກອບມີ: ໜຶ່ງ. ກວດ ກາ ແລະ ປັບປຸງຄືນການແຕ່ງຕັ້ງຄະ ນະຮັບຜິດຊອບ ແລະ ກົງຈັກເສນາ ທິການຂອງວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນລະ ບົບຄົບຊຸດຕາມບົດແນະນໍາຂອງ ຫ້ອງວ່າການສູນກາງພັກ ເລກທີ 02/ ຫສພ, ລົງວັນທີ21/02/ 2023 ແລະ ແຈ້ງການຂອງຫ້ອງວ່າການ ສູນກາງພັກ ເລກທີ 106/ຫສພ, ລົງວັນທີ 09/03/2023 ເພື່ອຍົກ ສູງປະສິດທິພາບ ແລະ ປະສິດທິຜົນ ການເຄື່ອນໄຫວວຽກງານຄວບຄູ່ ກັບການປັບປຸງກົນໄກການປະສານ ງານ ເພື່ອເອກະພາບດ້ານຄາດໝາຍ ຕາມມະຕິຂອງສະພາແຫ່ງຊາດ ແລະ ມະຕິຂອງສະພາປະຊາຊົນ ແຂວງ, ການຈັດສັນງົບປະມານ, ວິທີການຈັດຕັ້ງປະຕິບັດໃຫ້ໄປລວງ ດຽວກັນລວມສູນຢ່າງມີຈຸດສຸມແທ້ ແລະ ການນໍາພາ-ຊີ້ນໍາວຽກງານ ກໍ່ສ້າງຮາກຖານການເມືອງ, ວຽກ ງານພັດທະນາຊົນນະບົດ ແລະ ວຽກ ງານ 3 ສ້າງ ໄປພ້ອມໆກັນ; ສອງ. ຈັດສັນງົບປະມານສະເພາະໃຫ້ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ແຕ່ ລະແຂວງ ແລະ ນະຄອນຫລວງ ຫລື ຈັດສັນງົບປະມານສ່ວນໜຶ່ງ ເພື່ອ ຮອງຮັບບາງມາດຖານຂອງຂະ ແໜງການ ທີ່ຄາດຄະເນຈະບໍ່ສາ ມາດບັນລຸຕາມແຜນການ ເປັນຕົ້ນ ແມ່ນຂົວທາງ, ຄູ-ແພດອາສາສະ ໝັກ ແລະ ວິຊາການນໍາພາການຜະ ລິດ, ທັງຊຸກຍູ້ໃຫ້ແຂວງ ທີ່ມີລາຍຮັບ ເກີນແຜນ, ຈັດສັນງົບປະມານໃສ່ 45 ຈຸດສຸມ ຕາມຂໍ້ຕົກລົງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 72/ນຍ, ລົງວັນທີ 11/08/2022 ວ່າດ້ວຍການຮັບຮອງເອົາຈຸດສຸມ ພັດທະນາ ທີ່ເປັນບຸລິມະສິດ ລະ ຫວ່າງສູນກາງແລະທ້ອງຖິ່ນໄລຍະ ປີ2021-2025ທີ່ຕັ້ງຢູ່ແຂວງຂອງ ຕົນເປັນບູລິມະສິດ; ສາມ. ຈັດສັນ ງົບປະມານເພື່ອສ້າງໃໝ່ຫລືປັບປຸງ ສູນສົ່ງເສີມເຕັກນິກການກະສິກຳ ທີ່ມີແລ້ວ ຕາມການສະເໜີຂອງອໍາ ນາດການປົກຄອງຂັ້ນຮາກຖານ ກໍຄື ປະຊາຊົນບັນດາເຜົ່າທີ່ມີຄວາມ ປະສົງຢາກທໍາການຜະລິດ ແຕ່ ຂາດວິຊາການລົງຊີ້ນໍາ-ນໍາພາທໍາ ການຜະລິດ ເພື່ອບໍລິໂພກ ແລະ ກາຍເປັນສິນຄ້າ; ສີ່. ກວດການຜົນ ການນໍາໃຊ້ທຶນກູ້ຢືມ, ທຶນຊ່ວຍເຫລືອ ລ້າ ແລະ ທຶນອື່ນໆ ທີ່ຈັດສັນເຂົ້າໃນ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຊິ່ງສະຫລຸບ ໄດ້ໃນຂະແໜງກ່ຽວຂ້ອງ ແຕ່ບໍ່ລວມ ສູນ; ຫ້າ. ປັບປຸງເງື່ອນໄຂຂອງທະ ນາຄານນະໂຍບາຍ ເພື່ອໃຫ້ປະຊາ ຊົນຢູ່ບ້ານ, ກຸ່ມບ້ານເປົ້າໝາຍພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ສາມາດເຂົ້າເຖິງສິນເຊື່ອ ໄດ້ສະດວກ, ວ່ອງໄວກວ່າເກົ່າ; ຫົກ. ແຍກການລາຍງານຜົນຂອງການ ຈັດຕັ້ງປະຕິບັດວຽກງານພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກອອກຈາກບົດລາຍງານຜົນ ຂອງການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ ໃນກອງປະຊຸມສະໄໝສາມັນ ປະຈຳປີຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຈົນກວ່າ ປະເທດຊາດຈະຫລຸດພົ້ນອອກຈາກ ສະຖານະດ້ວຍພັດທະນາ; ເຈັດ. ສ້າງແຜນແມ່ບົດ ແລະ ຍຸດທະສາດ ກ່ຽວກັບວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ ເປັນລະບົບຄົບຊຸດ ເພື່ອເປັນບ່ອນ ອີງ ແລະ ສະດວກໃນການຈັດຕັ້ງ ປະຕິບັດແຕ່ລະໄລຍະ ແລະ ແປດ. ສ້າງກົນໄກການປະສານງານໃຫ້ ສະພາແຫ່ງຊາດ ກໍຄື ສະພາປະຊາ ຊົນແຂວງ ໄດ້ປະຕິບັດສິດ ແລະ ໜ້າ ທີ່ຂອງຕົນ ໃນການຕິດຕາມກວດ ກາການຈັດຕັ້ງປະຕິບັດບັນດາຄາດ ໝາຍຂອງວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມມະ ຕິກອງປະຊຸມສະພາ. ທ່ານ ຄໍາຈັນ ໂສຕາປະເສີດ ຍັງໃຫ້ຮູ້ອີກວ່າ: ຕາມການປະເມີນ ໃນປີ 2022 ບ້ານທີ່ມີເສັ້ນທາງຄົມ ມະນາຄົມ ແລະ ຂົນສົ່ງເຂົ້າເຖິງ ແລະ ທຽວໄດ້ຕະຫລອດປີມີ 7.812 ບ້ານ, ກວມ 84,80%; ມີໄຟຟ້າ ລະບົບຕາຂ່າຍໃຊ້ 7.767 ບ້ານ, ກວມ 92,44%; ມີແຫລ່ງນໍ້າສະ ອາດໃຊ້ 8.049 ບ້ານ, ກວມ 95,80%; ເຂົ້າເຖິງການບໍລິການ ດ້ານໂທລະຄົມ ແລະ ການສື່ສານ 7.812 ບ້ານ, ກວມ 92,98%; ເຂົ້າເຖິງການຊື້-ຂາຍ ຫລື ຕະຫລາດ 7.671 ບ້ານ, ກວມ 91,30%; ເຂົ້າເຖິງໂຮງຮຽນປະຖົມ ຫລື ມັດ ທະຍົມຕົ້ນ 8.367 ບ້ານ, ກວມ 99,58%; ເຂົ້າເຖິງສຸກສາລາ ຫລື ການບໍລິການສຸຂະພາບຂັ້ນພື້ນ ຖານ 8.246 ບ້ານ, ກວມ 98,14% ຂອງ ຈໍານວນບ້ານທັງໝົດໃນທົ່ວ ປະເທດ. ສ່ວນຜົນການປະເມີນຈັດ ຕັ້ງປະຕິບັດມາດຖານພົ້ນທຸກ ແລະ ມາດຖານພັດທະນາ ຕາມດໍາລັດ 348/ລບ, 9 ຄາດໝາຍຂອງວຽກ ງານພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກ ໃນປີ 2023 ຕາມມະຕິ 82/ສພຊ, ລົງວັນທີ 30/12/2022 ມີ 6 ຄາດໝາຍທີ່ ປະຕິບັດໄດ້ລື່ນຄາດໝາຍ ຄື: ການ ສ້າງຄອບຄົວພົ້ນທຸກ, ການສ້າງ ບ້ານພົ້ນທຸກ, ການສ້າງຄອບຄົວພັດ ທະນາ, ການສ້າງບ້ານພັດທະນາ, ການສ້າງບ້ານໃຫຍ່ເປັນຕົວເມືອງ ໃນຊົນນະບົດ, ການຈັດສັນພູມລໍາ ເນົາ ແລະ ບ່ອນຢູ່ອາໄສ,ຈັດສັນດິນ ທຳການຜະລິດ, ຈັດສັນອາຊີບ ແລະ ມີ 3 ຄາດໝາຍທີ່ປະຕິບັດບໍ່ບັນລຸ ຕາມຄາດໝາຍ ຄື: ການສ້າງເມືອງ ພົ້ນທຸກ, ການສ້າງເມືອງເຂັ້ມແຂງ ຮອບດ້ານແລະການຂະຫຍາຍກອງ ທຶນພັດທະນາບ້ານບ້ວງ 500 ລ້ານ ກີບໃຫ້ບ້ານຂອງເມືອງທຸກຍາກ. 5 ຕິດພັນກັບການ ປະຕິບັດມະຕິ ຂອງກອງປະຊຸມໃຫ່ຍຂັ້ນຂອງຕົນ ວາງອອກ ໃຫ້ກາຍເປັນຮູບປະທຳ ຕົວຈິງ, ໄປພ້ອມໆກັບການກໍ່ສ້າງ ພະນັກງານ-ນັກຮົບ ໃຫ້ມີຄຸນທາດ ການເມືອງ ຄຸນສົມບັດສິນທຳປະຕິ ວັດ ໂດຍຖືເອົາການສຶກສາ ອົບຮົມ ການເມືອງແນວຄິດເປັນກົກສ້າງ ໃຫ້ເຂົາເຈົ້າ ມີຄວາມຈົ່ງຮັກພັກດີ ຕໍ່ປະເທດຊາດ ປະກອບສ່ວນຢ່າງ ຕັ້ງໜ້າ ເຂົ້າໃນຂະບວນການດ້ານ ຕ່າງໆຂອງກົມກອງ ເຮັດໃຫ້ຂະ ບວນການພາຍໃນສູນຝຶກມີບັນຍາ ກາດຟົດຟື້ນ. ຕິດພັນກັບຂະບວນ ການດັ່ງກ່າວ ຍັງໄດ້ຊຸກຍູ້ຊີ້ນຳຜູ້ຮັບ ຜິດຊອບວຽກງານພະລາທິການສຸມ ໃສ່ວຽກງານການສ້າ ງເສດຖະກິດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງ ພະນັກງານ-ນັກຮົບ ແລະ ສ້າງລາຍ ຮັບເຂົ້າໃນການພັດທະນາກົມກອງ ໃຫ້ມີໂສມໜ້າໃໝ່. ສະຫາຍ ພັນໂທ ໂກະ ໂພທິສານ ຫົວໜ້າພະລາທິການສູນຝຶກ ກອງ ພົນທີ 5 ໃຫ້ຮູ້ຕື່ມວ່າ: ວຽກງານ ສ້າງເສດຖະກິດ ແກ້ໄຂຊີວິດການ ເປັນຢູ່ ໄດ້ເຊີດຊູຈິດໃຈທີ່ວ່າ: ເພິ່ງ ຕົນເອງກຸ້ມຕົນເອງແລະສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ໃນນີ້ການ ປູກ ໄດ້ເລັ່ງໃສ່ການປູກມັນຕົ້ນ ໃນ ເນື້ອທີ່ 4,5 ເຮັກຕາ ເກັບກູ້ໄດ້ຈຳ ນວນ 22.066 ກິໂລ ເປັນເງິນ 25.400.000 ກີບ, ປູກພືດຜັກ ຊະນິດຕ່າງໆ ເກັບກູ້ໄດ້ 28.200 ກິໂລ, ລ້ຽງໝູ ຈຳນວນ 4 ໂຕ ໄລ່ເປັນເງິນ 5.630.000 ກີບ, ແບ້ 5 ໂຕ ເປັນເງິນ 4.325.000 ກີບ, ລ້ຽງສັດປີກ ( ເປັດ,ໄກ່) ຈຳນວນ 180 ກວ່າໂຕ ເປັນເງິນ 11.500.000ກີບ, ນອກນັ້ນຍັງໄດ້ ຊອກແຫລ່ງລາຍຮັບຈາກການບໍລິ ການອື່ນໆ ເປັນເງິນ 87.960.000 ກີບ. ສັງລວມໃນປີຜ່ານມາ ແລ້ວ ກົມກອງສາມາດສ້າງລາຍຮັບ ໄດ້ຈາກແຫລ່ງຕ່າງໆ ທັງໝົດ 134.815.000 ກີບ, ແຫລ່ງລາຍ ຮັບຈຳນວນດັ່ງກ່າວຕົ້ນຕໍແມ່ນໄດ້ ໝູນໃຊ້ເຂົ້າໃນການປັບປຸງກໍ່ສ້າງ ພື້ນຖານໂຄງລ່າງຂອງກົມກອງ ໃຫ້ ເປັນລະບົບລະບຽບແໜ້ນໜາຖາ ວອນ ເປັນກອງວັດທະນະທຳ ຕາມ ທິດນຳຂອງຂັ້ນເທິງ, ເຊັ່ນ: ກໍ່ສ້າງ ເຮືອນພັກປ້ອງກັນ 1 ຫລັງ, ກໍ່ສ້າງ ກຳລັງດ້ານໜ້າປະຕູໂຂງ, ເຮັດປ້າຍ ໂຄສະນາຄຳຂວັນປຸກລະດົມພາຍ ໃນກົມກອງ, ເທເປຕົງທາງເຂົ້າ ປະຕູໂຂງ ແລະ ເທເປຕົງຕໍ່ໜ້າຫ້ອງ ການ, ເຮັດໂຕະ, ຕັ່ງເຂົ້າໃສ່ສະໂມ ສອນ ຫ້ອງຮຽນ ແລະ ກໍ່ໜານດອກ ໄມ້ທາງເຂົ້າປະຕູໂຂງໃຫຍ່ ແລະ ອື່ນໆ, ຕໍ່ຜົນງານດັ່ງກ່າວ ກົມກອງ ຈິ່ງສາມາດຮັບຮອງເປັນກອງວັດ ທະນະທຳ 3 ສະໄໝ ຕິດຕໍ່ກັນ. * ໂຄງການພູມີທັດ ແລະ ຊີວິດ ການເປັນຢູ່ແມ່ນໄດ້ຮັບທຶນຈາກ 3 ແຫລ່ງທຶນຄື: ທະນາຄານໂລກ (ເງິນກູ້) ໃນວົງ 34 ລ້ານໂດລາສະ ຫລັດ, ກອງທຶນສິ່ງແວດລ້ອມໂລກ (ເງິນຊ່ວຍເຫລືອລ້າ) 7,4 ລ້ານ ໂດລາສະຫະລັດ, ກອງທຶນພະລັງ ງານສະອາດ ແລະ ດິນຟ້າອາກາດ ສຳລັບປ່າໄມ້ ປະເທດການາດາ 16 ລ້ານໂດລາສະຫະລັດ, ລວມທັງໝົດ 57,4 ລ້ານໂດລາສະຫະລັດ ໄດ້ ເລີ່ມຈັດຕັ້ງປະຕິບັດ ເປັນເວລາ 6 ປີ ເລີ່ມແຕ່ປີ 2021-2027 ກວມ ເອົາ 5 ເຂດພູມີທັດ ມີ 8 ແຂວງ 1 ນະຄອນຫລວງ, ມີ 49 ເມືອງ 8 ປ່າສະຫງວນ 6 ປ່າປ້ອງກັນ ແລະ 13 ປ່າຜະລິດ. ໃນນີ້, ແຂວງຫົວພັນ ມີ 1 ເຂດພູມີທັດອຸທິຍານນ້ຳແອດ ພູເລີຍ ປະກອບມີ 7 ເມືອງຄື: ເມືອງ ຊຳເໜືອ, ວຽງໄຊ, ຊຽງຄໍ້, ແອດ, ຫົວເມືອງ, ຮ້ຽມ ແລະ ເມືອງຊ່ອນ. ມີຈຸດປະສົງເພື່ອສົ່ງເສີມການຄຸ້ມ ຄອງປ່າໄມ້ແບບຍືນຍົງ, ປັບປຸງ ການຄຸ້ມຄອງປ່າສະຫງວນ ແລະ 37'dkor6 ,u ma f c]t -u ;y fdkogxa o16j 9t-j ;plh k'vk-u [7q 'mu j cdj xt-k-q og,n v'cvf ຊຸກຍູ້ສົ່ງເສີມຊີວິດການເປັນຢູ່ຂອງ ປະຊາຊົນ ໃນເຂດພູມີທັດປ່າໄມ້ ທີ່ ໄດ້ຮັບການຄັດເລືອກ ເພື່ອເຂົ້າຮ່ວມ ກັບໂຄງການ ໃນ ສປປ ລາວ. ແນວໃດກໍດີເມືອງແອດ ກໍເປັນ ເມືອງໜຶ່ງທີ່ທາງໂຄງການໄດ້ດຳ ເນີນກິດຈະກຳຫລາຍໆກິດຈະກຳ ເປັນຕົ້ນແມ່ນການຄັດເລືອກຄອບ ຄົວທຸກຍາກໃນແຕ່ລະບ້ານ, ຄັດ ເລືອກຄອບຄົວຫ້າວຫັນ, ການລົງ ເຜີຍແຜ່ກົດໝາຍປ່າໄມ້, ກົດໝາຍ ສັດນ້ຳ-ສັດປ່າ ທາງໂຄງການໄດ້ ສຸມໃສ່ໂດຍສະເພາະການພັດທະ ນາຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ ລວມເຖິງວຽກງານພື້ນຟູ ປ່າໄມ້. ໂດຍເຫັນໄດ້ຄວາມສຳຄັນ ເຫລົ່ານີ້, ເມື່ອມໍ່ໆມານີ້ຈຶ່ງຈັດພິທີ ມອບ-ຮັບເງິນ ປັບປຸງຊີວິດການ ເປັນຢູ່ໃຫ້ປະຊາຊົນບ້ານເປົ້າໝາຍ ໂຄງການທີ່ສະໂມສອນເມືອງແອດ, ໂດຍການເຂົ້າຮ່ວມຂອງທ່ານພອນ ສຸກ ອິນທະວົງ ຮອງເຈົ້າແຂວງຫົວ ພັນ, ມີທ່ານ ວັນເພັດ ສີບຸນແສງ ເຈົ້າເມືອງແອດ, ທ່ານ ບຸນພອນ ບຸດ ພະຈັນ ຮອງຫົວໜ້າພະແນກກະ ສິກຳ ແລະ ປ່າໄມ້ ແຂວງຫົວພັນ, ມີຄະນະຜູ້ປະສານງານຂັ້ນແຂວງ, ຄະນະຜູ້ປະສານງານເມືອງແອດ, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ບັນດາບ້ານເປົ້າ ໝາຍເຂົ້າຮ່ວມ. ການມອບ-ຮັບທຶນ ຄັ້ງນີ້ແມ່ນມອບໃຫ້ 20 ບ້ານ ເປົ້າ ໝາຍໂຄງການ ເພື່ອມາເປັນກອງ ທຶນພັດທະນາບ້ານ ແລະ ໃຫ້ຄອບ ຄົວທຸກຍາກຂອງບ້ານ ລວມທັງໝົດ 200.000 ໂດລາສະຫະລັດ ຫລື ເປັນເງິນ 4 ຕື້ກວ່າກີບ. ໃນນີ້, ແບ່ງ ໃຫ້ບ້ານລະ 10.000 ໂດລາ ສະຫະ ລັດ ເປັນເງິນ 200 ກວ່າລ້ານກີບ ເຊິ່ງເງິນດັ່ງກ່າວ ແມ່ນໄດ້ໃຫ້ຄອບ ຄົວທຸກຍາກຂອງແຕ່ລະບ້ານຄອບ ຄົວລະ 200 ໂດລາສະຫະລັດ ເປັນ ເງິນ 4 ລ້ານກວ່າກີບ. ສ່ວນເຫລືອ ແມ່ນໃຫ້ເປັນທຶນໝູນວຽນຂອງ ບ້ານເພື່ອໃຫ້ບ້ານໄດ້ເອົາໄປນຳໃຊ້ ເຂົ້າໃນການປູກຝັງ ແລະ ການລ້ຽງ ສັດ ແກ້ໄຂຊີວິດການເປັນຢູ່ຂອງປະ ຊາຊົນໃຫ້ດີຂຶ້ນເທື່ອລະກ້າວ. ຂະນະທີ່ໂຄງການໄດ້ສືບຕໍ່ມອບ ເງິນສົດລວມ 4.000 ໂດລາສະຫະ ລັດ ເປັນເງິນ 80 ກວ່າລ້ານກີບ ໃຫ້ ຄອບຄົວທຸກຍາກທີ່ໄດ້ຮັບການຄັດ ເລືອກຢູ່ ບ້ານນາຂາມ ແລະ ນາ ຂວາງ ເມືອງແອດ ແຂວງຫົວພັນ 20 ຄອບຄົວ ເພື່ອເປັນການຊ່ວຍໃຫ້ ຄອບຄົວທຸກຍາກໄດ້ນຳເອົາເງິນ ໄປນຳໃຊ້ໃນຄອບຄົວແກ້ໄຂບັນຫາ ການຂາດແຄນສະບຽງອາຫານ, ເຄື່ອງໃຊ້ສອຍຈໍາເປັນອື່ນໆ ພາຍ ໃນຄອບຄົວຂອງເຂົາເຈົ້າ.

RkJQdWJsaXNoZXIy MTc3MTYxMQ==