5894

y g'o8kvj vo7j kph vo37'lh k'fh koglf4tdy f c]t dkozt]y f[+ lq ,f6 oda [dko-q ,.-h dv'xt-5 ,]a f4t,q o8u 8j k'xtgmf 0v'xtgmf lt,k-y dd5j , BRICS c]t xtgmfde]a 'ra fmtok ]a f4t,q o8u dt-;' 4;m -U c9' [a oskle7a o8+ 7e-a d4k,0v' llIll ;k'dq owd8y f8k,{75h ,7v' dko9a fsk'kowx8j k'xtgmf1j k'Ia fd5 , g-a ola opklh k'8A '[= ]y la f ]a fI5h olj ;o v5 flkstde mj v'mj P;]k; lxx ]k; c]t Iq 'dk]u gru j ,mt;u Ia fc|h odkoIj ;,,n lv'/j kp ]a f9tl5 ,.lj lh k'glf4tdy fgvdt]kf gxa og9Q k8q ogv' .ow]pt.\j gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 17.06.2024 ປີທີ 23 ສະບັບທີ 5.952 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2 -q ,g-u pdv'xt-5 ,ltw\lk,a ogmn j vmu 7 0v'ltrkcsj '-kf-5 fmu IX 1j k'l5 f.9K lxx ]k; lts]v' ;a oz6h [= ]y 9kdg]n vf3]d ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ມິຖຸນາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະ ທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາ ຊິກສະພາແຫ່ງຊາດ (ສສຊ) ປະ ຈຳເຂດເລືອກຕັ້ງຕ່າງໆຫລາຍບັນ ຫາສຳຄັນ ເປັນຕົ້ນ ມາດຕະການ ຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ, ບູລະນະ ແລະ ປະຕິສັງຂອນມໍລະດົກ ແຫ່ງຊາດ ທາງດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນ ຂອງ ທ່ານ ເຊີເກ ລາບຣົບ (Sergey Lavrov), ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນຖານະປະທານກຸ່ມ BRICS ຂປລ.ໃນວັນທີ13ມິຖຸນາ2024 ນີ້, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຄໍາຊັກຖາມຂອງ ສະມາຊິກສະພາແຫ່ງຊາດຕໍ່ກັບ ບັນຫາອັດຕາເງິນເຟີ້, ອັດຕາແລກ ປ່ຽນ-ການຄຸ້ມຄອງອັດຕາແລກ ປ່ຽນ, ວຽກງານການຄຸ້ມຄອງເງິນ ຕາຕ່າງປະເທດ, ການສະໜອງຊິນ ເຊື່ອໃຫ້ກັັບທຸລະກິດຂະໜາດນ້ອຍ ແລະ ກາງ (SME) ແລະ ບັນຫາ ອື່ນໆ ໂດຍທ່ານໄດ້ຊີ້ແຈງວ່າ: ເສດ ຖະກິດ ຂອງ ສປປ ລາວ ທີ່ຕິດພັນ ກັບວຽກງານເງິນຕາ ມີ 3 ຈຸດພິເສດ ຄື: ປັດຈຸບັນປະເທດເຮົທີ່ກຳລັງຜະ ເຊີນຢູ່ໃນຖານະເງິນຕາຂອງປະ ເທດຍັງບໍ່ແຂງແຮງ ເນື່ອງຈາກໂຄງ ຂປລ. ການສົ່ງເສີມການສົ່ງ ອອກເປັນເງື່ອນໄຂສຳຄັນໃນການ ແກ້ໄຂບັນຫາເສດຖະກິດຂອງປະ ເທດ ເນື່ອງຈາກເປັນການແກ້ໄຂ ຫລາຍບັນຫາໄປພ້ອມໆກັນ ເປັນ ຕົ້ນ ດຸນການຄ້າ, ດູນເງິນຕາ, ອັດຕາ ເງິນເຟີ້, ອັດຕາແລກປ່ຽນ, ຄັງສຳ ຮອງ ແລະ ໜີ້ສິນ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈ້ງຄຳຊັກຖາມ ຂອງສະພາແຫ່ງຊາດ ໃນກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງສະ ພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2024 ນີ້ວ່າ: ການສົ່ງເສີມ ຂປລ. ພິທີເຊັນສັນຍາສ້າງຕັ້ງ ບໍລິສັດ ລັດຮຸ້ນສ່ວນອຸດສາຫະກຳ ທ່ອງທ່ຽວລາວ ລະຫວ່າງ ກະຊວງ ການເງິນ ຕາງໜ້າໂດຍທ່ານ ໄພທູນ ຂປລ. ໂດຍຕອບສະໜອງຕາມ ຄຳເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ, ທ່ານ ປີເຕີ ຂປລ. ພິທີສະເຫລີມສະຫລອງ ວັນຜູ້ບໍລິຈາກເລຶອດໂລກ 14 ມິຖຸນາ ຂປລ. ລັດຖະບານຈະສຸມໃສ່ພັດ ທະນາ ໃນຫລາຍຂົງເຂດບຸລິມະສິດ ເພື່ອສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເປັນ ຕົ້ນຈະສຸມໃສ່ປັບປຸງແລະພັດທະນາ ຂົງເຂດການເງິນ-ເງິນຕາ ເພື່ອກ້າວ ໄປສູ່ການເພິ່ງຕົນເອງ, ກຸ້ມຕົນເອງ ທາງດ້ານປະລິມານ, ສຸມໃສ່ການຜະ ລິດກະສິກຳເພື່ອຄໍ້າປະກັນສະບຽງ ອາຫານ ແລະ ຜະລິດເປັນສິນຄ້າ, ສຸມໃສ່ພັດທະນາດ້ານພະລັງງານ ໄຟຟ້າ ໃຫ້ໄດ້ທັງປະລິມານ-ຄຸນນະ ທ່ານ ສອນໄຊ ສີພັນດອນ ຄົບຮອບ 20 ປີ ຈັດຂຶ້ນທີ່ສູນການ ສ້າງພື້ນຖານທາງດ້ານເສດຖະກິດ ແລະ ການຜະລິດຂອງພວກເຮົາຍັງ ບໍ່ທັນສົມດູນກັບການຊົມໃຊ້ ຈຶ່ງສົ່ງ ຜົນກະທົບລັກສະນະແກ່ຍາວ.ໃນ ນັ້ນ, ຄັງເງິນແຮ່ສຳຮອງພວກເຮົາ ຍັງຕໍ່າຖ້າທຽບໃສ່ມາດຖານຄວາມ ໝັ້ນຄົງກ່ຽວກັບການຄຸມການນໍາ ເຂົ້າ, ການສຳລະການນໍາ ເຂົ້າຍັງຕໍ່າ ທຽບໃສ່ກັບພັນທະຈະຕ້ອງສຳລະ ໜີ້ສິນຕ່າງປະເທດ ກໍຍັງຕໍ່າກວ່າ ມາດຕະຖານ ເຊິ່ງຈະຕ້ອງໃຊ້ເວລາ ເພື່ອສ້າງຄວາມເຂັ້ມແຂງໃຫ້ຖານະ ເງິນຕາຂອງປະເທດເພີ່ມຂຶ້ນຢ່າງ ຕໍ່ເນື່ອງ; ດຸນຊຳລະເງິນຕາຕ່າງປະ ເທດ ກໍຄື ການໃຊ້ເງິນຕາຕ່າງປະ ເທດກັບການຫາໄດ້ເງິນຕາຕ່າງປະ ຊີຢາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະ lq j 'glu ,dkolq j 'vvdgxa og'vow0 .odkocdh w0[a oskglf4tdy f nj ການສົ່ງອອກ ຈະເຮັດໄດ້ກໍຕໍ່ເມື່ອ ມີສິນຄ້າ, ມີປະລິມານພຽງພໍ, ມີຄຸນ ນະພາບ, ມີລາຄາທີ່ເໝາະສົມ ແລະ ມີຄວາມຕ້ອງຂອງຕະຫລາດ. ສະ ນັ້ນ, ເພື່ອຮັບປະກັນການຜະລິດສິນ ຄ້າ ໃຫ້ມີປະລິມານແລະ ຄຸນນະພາບ ເພື່ອສົ່ງອອກ ແລະ ທົດແທນການ ນຳເຂົ້າກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກຳນົດຈຸດສຸມ ແລະ ສົ່ງ ເສີມການຜະລິດສິນຄ້າຕາມທ່າແຮງ ຂອງເຂດແຄວ້ນ ແລະ ທ້ອງຖິ່ນ ເພື່ອ ໃຫ້ສາມາດແຂ່ງຂັນກັບສິນຄ້ານຳ ເຂົ້າ, ສິນຄ້າຂອງປະເທດເພື່ອນບ້ານ ແລະ ຂອງຕະຫລາດເປົ້າໝາຍ; ປະ ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ຂຶ້ນທະບຽນນຳອົງການຈັດຕັ້ງ ສາກົນຄືແນວໃດ, ການດຳເນີນໂຄງ ການພັດທະນາ ຫລື ກິດຈະກຳການ ເຄື່ອນໄຫວທາງດ້ານເສດຖະກິດ2024, ໃນວັນທີ 11 ມິຖຸນາ 2024 ຜ່ານມາ, ທີ່ເມືອງ Nizhny Novgorod, ສະຫະພັນຣັດເຊຍ, ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາ ພາຄະນະຜູ້ແທນລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ (International Relations Meeting ‘BRICS Dialogue with Developing Countries’), ເຊິ່ງເປັນກອງປະຊຸມປິ່ນອ້ອມຂອງ ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄື ລັດຖະ ບານ ໄດ້ເອົາໃຈໃສ່ຄຸ້ມຄອງແຮງ ງານລາວ ທີ່ເຮັດວຽກຢູ່ຕ່າງປະເທດ ທ່ານ ນາງ ໃບຄຳ ຂັດທິຍະ ຢ່າງເປັນລະບົບ, ມີກົນໄກການຕິດ ຕາມ, ຄຸ້ມຄອງຂະບວນການ ແລະ ຂັ້ນຕອນໃນການຈັດຫາງານໄປ ຕ່າງປະເທດຢ່າງຮັດກຸມ ໂດຍໄດ້ປະ ສານສົມທົບກັບກະຊວງການຕ່າງ ປະເທດ ເພື່ອໃຫ້ມີສຳນັກງານຜູ້ ຕາງໜ້າຂອງ ສປປ ລາວ ເຊັ່ນ: ສະ ຖານທູດ, ສະຖານກົງສຸນ ຢູ່ປະເທດ ທີ່ມີແຮງງານລາວເຮັດວຽກຢູ່. ນອກ ຈາກນີ້, ຍັງໄດ້ແຕ່ງຕັ້ງພະນັກງານ ຄຸ້ມຄອງແຮງງານລາວ ໄປປະຈຳ ຢູ່ຕ່າງປະເທດຕາມຄວາມເໝາະ ສົມ. ທັງນີ້, ກໍເພື່ອແນໃສ່ປົກປ້ອງ ສິດຜົນປະໂຫຍດຂອງຜູ້ອອກແຮງ ງານລາວ. ທ່ຽງລະໄມ ວ່າການຫົວໜ້າກົມປະ ຕິຮູບລັດວິສາຫະກິດ ແລະ ການປະ ກັນໄພ ແລະ ທ່ານ ພັນຊີຫລິວ ປະ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 17/06/2024 xtgmf]k; ສປປ ລາວ ແລະ ຮົງກາລີ... ລັດຈະສຸມໃສ່... ສປປ ລາວ ສະຫລອງ... ເງິນຕາອ່ອນຄ່າ ຍ້ອນ... ສົ່ງເສີມການສົ່ງອອກ... ພາບ ເພື່ອໃຫ້ສາມາດກຸ້ມຕົນເອງ ດ້ານພະລັງງານໄຟຟ້າ, ພ້ອມທັງ ສ້າງຄວາມເຂັ້ມແຂງ ແລະ ຄວາມ ໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟ. ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ໄດ້ຊີ້ແຈງຕໍ່ຄຳຊັກຖາມ ຂອງຄະນະປະຈຳສະພາແຫ່ງຊາດ ກໍຄື ສະມາຊິກສະພາແຫ່ງຊາດ ໃນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ມິຖຸນາ 2024 ຫລາຍ ບັນຫາຄຳຄັນ ເປັນຕົ້ນ ລັດຖະບານມີ ແຜນການຈັດຕັ້ງຜັນຂະຫຍາຍມະ ຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເຂົ້າໃນການເຄື່ອນໄຫວວຽກງານ ບໍລິຫານຂອງລັດຖະບານ ຄືແນວໃດ ແລະ ຈະສຸມໃສ່ຈັກຂົງເຂດຕົ້ນ ຕໍ່ ກັບບັນຫາດັ່ງກ່າວ, ທ່ານນາຍົກລັດ ຖະມົນຕີໄດ້ຊີ້ແຈງວ່າ: ລັດຖະບານ ຈະສຸມໃສ່ພັດທະນາຫລາຍຂົງເຂດ ສຳຄັນ ເປັນຕົ້ນ ຈະສຸມໃສ່ປັບປຸງ ແລະ ພັດທະນາຂົງເຂດການເງິນເງິນຕາ ເພື່ອກ້າວໄປສູ່ການເພິ່ງຕົນ ເອງກຸ້ມຕົນເອງທາງດ້ານງົບປະ ມານໂດຍຈະສູ້ຊົນຈັດເກັບລາຍຮັບ ໃຫ້ໄດ້ເພີ່ມຂຶ້ນຕາມຄຳຂັວນ “ລາຍ ຮັບພາຍໃນກຸ້ມລາຍຈ່າຍພາຍໃນມີ ສ່ວນສະສົມ ເພື່ອຊຳລະໜີ້ສິນ ແລະ ບຸກທະລຸການຄຸ້ມຄອງລາຍຮັບໄປ ສູ່ທັນສະໄໝ” ແນໃສ່ຫລຸດຜ່ອນ ການເພິ່ງພາການກູ້ຢືມຈາກຕ່າງປະ ເທດ ໂດຍຫັນມານຳໃຊ້ແຫລ່ງທຶນ ຈາກພາຍໃນເປັນຕົ້ນຕໍ ເຊິ່ງໄລຍະ 3 ປີຜ່ານມາ ເຫັນໄດ້ວ່າການເກັບ ລາຍຮັບມີການເພີ່ມຂຶ້ນ ແລະ ເກີນ ແຜນຢ່າງຕໍ່ເນື່ອງ ແລະ ຄາດວ່າປີ 2024 ຈະເກີນແຜນເປັນປີທີ 4 ຕິດຕໍ່ກັນ, ແຕ່ເຖິງຢ່າງໃດກໍຕາມໃນ ສະເພາະໜ້ານີ້, ລັດຖະບານກໍຈະ ໄດ້ສືບຕໍ່ສຸມໃສ່ປະຕິບັດບັນດາມາດ ຕະການດ້ານງົບປະມານ, ທິດທາງ, ແຜນການ ແລະ ວິທີການຕ່າງໆ ເພື່ອສູ້ຊົນຂະຫຍາຍລາຍຮັບງົບປະ ມານໃນປີຕໍ່ໜ້າຕື່ມອີກ. ພ້ອມນີ້, ລັດຖະບານຍັງຈະສຸມໃສ່ການຜະ ລິດກະສິກຳ ເພື່ອຄໍ້າປະກັນສະບຽງ ອາຫານ ແລະ ຜະລິດເປັນສິນຄ້າ ເພື່ອໃຫ້ສາມາດກຸ້ມຕົນເອງທາງ ດ້ານສະບຽງອາຫານ ໂດຍສະເພາະ ຜະລິດເຂົ້າກິນ, ຜະລິດພືດສະບຽງ ອາຫານ ແລະ ຊີ້ນ, ປາ, ໄຂ່ ໃຫ້ກຸ້ມ ການບໍລິໂພກຢູ່ພາຍໃນ ເພື່ອຫລຸດ ຜ່ອນການນໍາເຂົ້າ ຫລື ເອີ້ນວ່າດຸ່ນ ດ່ຽງການນຳເຂົ້າ-ສົ່ງອອກ. ໃນຕໍ່ ໜ້າ, ລັດຖະບານ ຈະໄດ້ສືບຕໍ່ສຸມ ໃສ່ກຳນົດພື້ນທີ່ຈຸດສຸມການປູກ, ການລ້ຽງ ແລະ ຊຸກຍູ້ຂະບວນການ ປຸງແຕ່ງພາຍໃນ ໃຫ້ເຂັ້ມແຂງຂຶ້ນ ໂດຍສະເພາະການຜະລິດເຂົ້າແມ່ນ ຈະໄດ້ສະຫງວນຮັກສາພື້ນທີ່ຜະລິດ ນາເຂົ້າບ່ອນທີ່ມີລະບົບຊົນລະປະ ທານແລ້ວນັ້ນ ເພື່ອຈຳກັດການຫັນ ປ່ຽນເປົ້າໝາຍນໍາໃຊ້ທີ່ດິນກະສິ ກຳ; ຈະສູ້ຊົນໃຫ້ກຸ້ມຕົນເອງທາງ ດ້ານປັດໄຈການຜະລິດກະສິກໍາ ໂດຍສະເພາະແມ່ນແນວພັນສັດ ແລະ ອາຫານສັດ, ແນວພັນພືດ, ຝຸ່ນ, ປຸ໋ຍ ແລະ ອື່ນໆ. ພ້ອມກັນນັ້ນ, ລັດຖະບານ ຍັງຈະ ໄດ້ສືບຕໍ່ສຸມໃສ່ພັດທະນາດ້ານພະ ລັງງານໄຟຟ້າ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອໃຫ້ສາມາດ ກຸ້ມຕົນເອງດ້ານພະລັງງານໄຟຟ້າ ເຊິ່ງໄລຍະຜ່ານມາ, ເຖິງວ່າປະເທດ ເຮົາສາມາດຜະລິດໄຟຟ້າໄດ້ຫລາຍ ແລະ ສົ່ງອອກຂາຍໃຫ້ຕ່າງປະເທດ, ແຕ່ກໍຍັງມີການນຳເຂົ້າໄຟຟ້າ ເພື່ອ ສະໜອງພາຍໃນ ເນື່ອງຈາກລະບົບ ສາຍສົ່ງ ເພື່ອລຳລຽງກະແສໄຟຢູ່ ພາຍໃນປະເທດ ຍັງບໍ່ທັນເຊື່ອມຈອດ ກັນ. ສະນັ້ນ, ລັດຖະບານຈະສືບຕໍ່ປະ ຕິບັດມາດຕະການແກ້ໄຂເລັ່ງດ່ວນ ແລະ ມາດຕະການແກ້ໄຂໃນໄລຍະ ກາງ ໂດຍສະເພາະແມ່ນຈະເລັ່ງຊຸກ ຍູ້ໂຄງການຜະລິດໄຟຟ້າພະລັງງານ ລົມ, ພະລັງງານແສງຕາເວັນຕາມ ທ່າແຮງທີ່ເຮົາມີ. ນອກນີ້, ຈະສືບຕໍ່ ກວດກາຄືນບັນດາໂຄງການທີ່ໄດ້ ອະນຸມັດໄປແລ້ວ ຖ້າບໍ່ມີຄວາມຄືບ ໜ້າ ຫລື ບໍ່ມີປະສິດທິຜົນກໍຈະມີ ການຖອນໂຄງການຄືນ ເພື່ອມອບ ໃຫ້ຜູ້ລົງທຶນອື່ນ ທີ່ມີຄວາມຕັ້ງໃຈ ແລະ ມີຄວາມສາມາດໄດ້ສືບຕໍ່ຈັດ ຕັ້ງປະຕິບັດ; ຈະສືບຕໍ່ສຸມໃສ່ຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດຕົວຈິງ ຢ່າງເຂັ້ມງວດ ເພື່ອຮັບປະກັນການ ສະໜອງໄຟຟ້າໃຫ້ພຽງພໍກັບຄວາມ ຕ້ອງການຊົມໃຊ້ພາຍໃນ ແລະ ສົ່ງ ອອກຂາຍ ໃຫ້ໄດ້ຕາມສັນຍາທີ່ກໍາ ນົດໄວ້; ຈະສ້າງຄວາມເຂັ້ມແຂງ ແລະ ຄວາມໝັ້ນຄົງທາງດ້ານນໍ້າມັນ ເຊື້ອໄຟ, ເນື່ອງຈາກວ່າປະເທດເຮົາ ຍັງບໍ່ມີແຫລ່ງນໍ້າມັນດິບ ແລະ ໂຮງ ກັ່ນນໍ້າມັນເທື່ອ, ຈຶ່ງຕ້ອງອາໄສ ການນຳເຂົ້າມາຈາກຕ່າງປະເທດ 100%. ສະນັ້ນ, ເພື່ອສ້າງຄວາມ ໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟ ລັດຖະບານ ຈະສຸມໃສ່ສ້າງຄັງແຮ ສໍາຮອງນໍ້າມັນດ້ວຍການສຸມໃສ່ ສ້າງສາງເກັບນ້ຳມັນ ແລະ ປັດຈຸບັນ ກຳລັງຄົ້ນຄວ້າຍຸດທະສາດທາງ ດ້ານນໍ້າມັນເຊື້ອໄຟຄືນໃໝ່ ໂດຍສະ ເພາະການສ້າງທໍ່ສົ່ງນໍ້າມັນ, ການ ສ້າງໂຮງກັ່ນນໍ້າມັນ ແລະ ອື່ນໆ. ນອກນີ້, ລັດຖະບານ ຈະສຸມໃສ່ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບ ການພາຍໃນ ເພື່ອເປັນຕ່ອງໂສ້ສະ ໜອງວັດຖຸດິບໃຫ້ແກ່ໂຮງງານອຸດ ສາຫະກຳ ເນື່ອງຈາກວ່າປັດຈຸບັນ ບັນດາໂຮງງານອຸດສາຫະກຳສ່ວນ ຫລາຍ ແມ່ນນຳເຂົ້າວັດຖຸດິບຈາກ ຕ່າງປະເທດ (ນັບທັງໂຮງງານຕັດ ຫຍິບກໍນຳເຂົ້າແຜ່ນແພ, ເສັ້ນດ້າຍ, ໂຮງງານຊັນເປເປີ ກໍຍັງນຳເຂົ້າໄມ້ ວິກຈາກຕ່າງປະເທດ). ຂ່າວ: ທະນູທອງ,ພາບ: ເກດສະໜາ ຄ້າລາວ-ໄອເຕັກມໍ, ນະຄອນຫລວງ ວຽງຈັນ ເພື່ອລະນຶກແລະ ຍ້ອງຍໍສັນ ລະເສີນຜູ້ບໍລິຈາກເລືອດ. ພ້ອມນີ້, ຍັງເປັນການທົບທວນຜົນສໍາເລັດ ໃນການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ, ຊອກໃຫ້ເຫັນດ້ານຕັ້ງ ໜ້າ, ສິ່ງທ້າທາຍ ເພື່ອແກ້ໄຂກັບບັນ ດາສິ່ງທ້າທາຍຕ່າງໆ ແລະ ພ້ອມ ກັນກຳນົດຍຸດທະສາດທິດທາງ ແຜນການໃນອະນາຄົດ ແນໃສ່ໃຫ້ ທຸກຄົນສາມາດເຂົ້າເຖິງການບໍລິ ການເລືອດທີ່ປອດໄພໃນທຸກບ່ອນ ເຊິ່ງການສະເຫລີມສະຫລອງວັນ ຜູ້ບໍລິຈາກເລຶອດໂລກ ກໍຄື ການຈັດ ງານໃນມື້ນີ້ ຄາດວ່າຈະໄດ້ຮັບບໍລິ ຈາກເລືອດຫລາຍກວ່າ 500 ຖົງ. ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນ ຕີ, ຜູ້ຊີ້ນໍາຂົງເຂດວຽກງານວັດທະ ນະ ທຳ-ສັງຄົມ ໄດ້ກ່າວວ່າ: ການບໍ ລິຈາກເລືອດມີບົດບາດສໍາຄັນໃນ ການປະກອບສ່ວນເຂົ້າໃນການ ວຽກງານການປີ່ນປົວສຸຂະພາບ, ເປັນປະໂຫຍດຕໍ່ຄົນເຈັບ ແລະ ສາ ມາດຊ່ວຍກອບກູ້ເອົາຊີວິດຄົນເຈັບ ທີ່ຈໍາເປັນຕ້ອງການສົ່ງເລືອດ ແລະ ສ່ວນປະກອບຂອງເລືອດນໍາໃຊ້ ເຂົ້າໃນການປີ່ນປົວພະຍາດຕ່າງໆ ທີ່ເປັນອັນຕະລາຍຕໍ່ຊີວິດຂອງຄົນ ເຈັບ, ການສົ່ງເລືອດ ແລະ ຜະລິດຕະ ພັນເລືອດຊ່ວຍຄົນເຈັບໃຫ້ມີຊີວິດ ສືບຕໍ່ ແລະ ມີຄຸນນະພາບຊີວິດທີ່ດີ ຂຶ້ນ, ການສົ່ງເລືອດຍັງສະໜັບສະ ໜູນຂັ້ນຕອນປີ່ນປົວທາງດ້ານການ ແພດ ແລະ ການຜ່າຕັດທີ່ສັບສົນ ນອກຈາກນັ້ນ, ການສົ່ງເລືອດຍັງ ເປັນການຊ່ວຍຊີວິດຂອງແມ່ທີ່ສູນ ເສຍເລືອດໃນເວລາເກີດລູກຫລືຍ້ອນ ໄພທາງທຳມະຊາດ. ເຖິງຢ່າງໃດກໍ ຕາມ, ຍັງມີຫລາຍປະເທດ ທີ່ຄວາມ ຕ້ອງການເລືອດຫລາຍກວ່າຄວາມ ສາມາດໃນການຕອບສະໜອງ. ການປຸກລະດົມບໍລິຈາກເລືອດ ແລະ ຕອບສະໜອງເລືອດທີ່ປອດໄພຍັງ ຜະເຊີນໜ້າກັບສິ່ງທ້າທາຍຫລາຍ ຢ່າງ ທີ່ຈະສາມາດບັນລຸການຕອບ ສະໜອງເລືອດໃຫ້ມີຄວາມພຽງພໍ, ປອດໄພ ແລະ ທັນເວລາ, ພ້ອມທັງ ຮັບປະກັນທາງດ້ານຄຸນນະພາບ. ການບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສີ່ງຕອບແທນ ຖືວ່າ ແມ່ນພື້ນຖານຂອງການຕອບສະ ໜອງເລືອດທີ່ພຽງພໍ ແລະ ປອດໄພ. ສຳລັບ ສປປ ລາວ, ການປຸກລະ ດົມຂົນຂວາຍບໍລິຈາກເລືອດແມ່ນ ໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຈາກສັງຄົມທຸກຂະແໜງ ການຢ່າງກວ້າງຂວາງ ແຕ່ສູນກາງ ຮອດທ້ອງຖິ່ນ ເຫັນວ່າມີລັກສະນະ ພົ້ນເດັ່ນ, ມີຜູ້ບໍລິຈາກເລືອດແບບ ປະຈຳຫລາຍຄັ້ງກວມເອົາ 60% ຂອງຈໍານວນຜູ້ບໍລິຈາກເລືອດທັງ ໝົດເດັ່ນກວ່າແມ່ນມີຜູ້ບໍລິຈາກ ເລືອດສະສົມໄດ້ 70-80 ກວ່າຄັ້ງ ແລ້ວ. ໃນປີ 2023, ແຜນການຄາດ ໝາຍສູ້ຊົນ ໃນການປຸກລະດົມຮັບບໍ ລິຈາກເລືອດໃນທົ່ວປະເທດ ຕ້ອງ ໃຫ້ບັນລຸ 73.000 ຖົງ, ແຕ່ພາກ ປະຕິບັດຕົວຈິງ ໄດ້ເລືອດທັງໝົດ 73.023ຖົງ. ໃນປີ2024ນີ້, ສະພາ ແຫ່ງຊາດ ໄດ້ມີມະຕິຕົກລົງຮັບ ຮອງເອົາແຜນການຄາດໝາຍສູ້ ຊົນໃນການປຸກລະດົມຮັບບໍລິຈາກ ເລືອດໃນທົ່ວປະເທດ ຕ້ອງໃຫ້ບັນລຸ 78.000 ຖົງ. ໃນນີ້, ສູນກາງຕ້ອງ ໃຫ້ບັນລຸ 33.300 ຖົງ ແລະ ທ້ອງ ຖິ່ນໃຫ້ບັນລຸ 44.700 ຖົງ ໂດຍໄດ້ ແບ່ງຕົວເລກໃຫ້ແຕ່ລະແຂວງນໍາໄປ ຈັດຕັ້ງປະຕິບັດ. ໃນປີຕໍ່ໆປີ ກໍຈະມີ ການເພີ່ມຂຶ້ນໃນແຕ່ລະປີ ຮອດປີ 2030 ຕ້ອງໃຫ້ບັນລຸ120.000 ຖົງ ແລະ ການບໍລິຈາກເລືອດແບບສະ ໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ ໃຫ້ກວມເອົາເປັນສ່ວນໃຫຍ່. ການທີ່ຈະບັນລຸຕົວເລກຄາດ ໝາຍສູ້ຊົນດັ່ງກ່າວ, ຈຶ່ງມີຄວາມຈໍາ ເປັນໃນການເພີ່ມທະວີການປຸກລະ ດົມຂົນຂວາຍ ການບໍລິຈາກເລືອດ ແບບສະໝັກໃຈບໍ່ຮຽກຮ້ອງສິ່ງ ຕອບແທນ, ການຕອບສະໜອງງົບ ປະມານທີ່ຈໍາເປັນ, ການປະກອບວັດ ຖຸອຸປະກອນທາງດ້ານເຕັກນິກ, ການເພີ່ມທະວີຄວາມຮັບຜິດຊອບ ຂອງວິຊາການ ແລະ ອື່ນໆ ເພື່ອໃຫ້ ວຽກງານອັນມີຄວາມໝາຍຕໍ່ຊີວິດ ແລະ ຂາດບໍ່ໄດ້ນີ້ສາມາດບັນລຸຕາມ ຄາດໝາຍ ແລະ ສາມາດຕອບສະ ໜອງເລືອດໃຫ້ຄົນເຈັບຢ່າງພຽງພໍ, ປອດໄພແລະທັນເວລາໃນຂອບເຂດ ທົ່ວປະເທດ ເຊິ່ງເປັນສິ່ງທ້າທາຍ ຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວນີ້ ພໍສົມຄວນ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ສານສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນສ້າງຖານ ຂໍ້ມູນສິນຄ້າທີ່ຜະລິດໄດ້ທັງແຫລ່ງ ຜະລິດ, ປະລິມານ, ຄຸນນະພາບແລະ ລາຄາ; ເຈລະຈາເປີດຕະຫລາດສິນ ຄ້າ ທີ່ປະເທດເຮົາມີທ່າແຮງ ໂດຍ ສະເພາະເຈລະຈາເປີດຕະຫລາດ ໃນສອງດ້ານ ຄື: ດ້ານພາສີ ແລະ ດ້ານເຕັກນິກ (ສຸຂານາໄມພືດ-ສັດ/ SPS);ປັບປຸງຂັ້ນຕອນແລະນິຕິກໍາ ທີ່ກ່ຽວຂ້ອງໃຫ້ທັນສະພາບການ ແລະ ສາມາດອຳນວຍຄວາມສະ ດວກໃຫ້ການຄ້າຂາຍ,ການສົ່ງອອກ ສິນຄ້າ, ຫລຸດຜ່ອນຂອດຂັ້ນທີ່ບໍ່ຈໍາ ເປັນ; ສົ່ງເສີມການພົບປະ ແລະ ເຮັດ ວຽກຮ່ວມ ລະຫວ່າງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະພາການຄ້າຂອງປະເທດຄູ່ ຄ້າ ເພື່ອສຶກສາທ່າແຮງ, ຈັບຄູ່ທຸລະ ກິດ ແລະ ສົ່ງເສີມການຄ້າ ແລະ ການລົງທຶນຮ່ວມກັນ. ພ້ອມນີ້ ຕ້ອງສົ່ງເສີມການເຂົ້າ ຮ່ວມງານວາງສະແດງສິນຄ້າທັງ ພາຍໃນ ແລະ ຕ່າງປະເທດ ເພື່ອໂຄ ສະນາສິນຄ້າ ແລະ ສ້າງໂອກາດໃຫ້ ສິນຄ້າລາວເປັນທີ່ຮູ້ຈັກຂອງຕ່າງ ປະເທດ; ຄົ້ນຄວ້າ ແລະ ນໍາໃຊ້ໂອ ກາດ ຈາກການເຂົ້າຮ່ວມພາຄີການ ຄ້າຂອງພາກພື້ນເປັນຕົ້ນໃນຂອບອາ ຊຽນ, ອາຊຽນບວກ ແລະ ອາເຊັບ ເພື່ອເປີດຕະຫລາດສິນຄ້າລາວໃຫ້ ກວ້າງອອກ; ເປີດສູນວາງສະແດງ ສິນຄ້າລາວ ຢູ່ຕ່າງປະເທດຕາມ ເງື່ອນໄຂທີ່ເປັນໄປໄດ້, ຜັນຂະຫຍາຍ ແລະ ນຳໃຊ້ລະບົບຖານຂໍ້ມູນ ແລະ ສູນສົ່ງເສີມສິນຄ້າເອເລັກໂຕຣນິກ ແລະ ອື່ນໆ. ຂ່າວ: ກິດຕາ ເທດແມ່ນຂາດດຸ່ນຢ່າງຕໍ່ເນື່ອງ; ເສດຖະກິດຂອງພວກເຮົາເປັນເສດ ຖະກິດນໍາໃຊ້ສິນຄ້າ ແລະ ການບໍ ລິການນໍາເຂົ້າ 60%-70% ເຮັດ ໃຫ້ການເໜັງຕີງຂອງອັດຕາແລກ ປ່ຽນກະທົບໂດຍກົງຕໍ່ລາຄາສິນຄ້າ ນໍາເຂົ້າ. ສຳລັບ ບັນຫາເງິນເຟີ້ ເປັນບັນ ຫາທີ່ຍາກສົມຄວນໃນການຄຸ້ມຄອງ ສາເຫດມາຈາກອັດຕາແລກປ່ຽນ ອ້ອມຂ້າງ(ນອກລະບົບ) ຍັງມີ, ເຖິງວ່າໄລຍະ 5 ເດືອນຕົ້ນປີ 2024 ຈັງຫວະການອ່ອນຄ່າຂອງອັດຕາ ແລກປ່ຽນຍັງສືບຕໍ່ຢູ່ໃນຈັງຫວະທີ່ ຊ້າກວ່າ ປີ 2023 ຜ່ານມາ. ໃນນັ້ນ, ບັນຫາການເພີ່ມຂຶ້ນຂອງປະລິມານ ເງິນM2 (ເງິນໃນຂອດຈໍລະຈອນ) ກໍຍັງຢູ່ໃນລະດັບທີ່ສູງ, ຄວາມເຊື່ອ ໝັ້ນຕໍ່ເສດຖະກິດຂອງພວກເຮົາຍັງ ບໍ່ທັນສູງ ເຊິ່ງບັນຫານີ້, ທຫລ ຈະ ສືບຕໍ່ຢ່າງຕັ້ງໜ້າ ໂດຍສະເພາະຈະ ຕ້ອງຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ມີສະຖຽນລະພາບຫລາຍຂຶ້ນ ກວ່າເກົ່າ ເພື່ອເຮັດໃຫ້ບັນຫາເງິນ ເຟີ້ຫລຸດລົງໄດ້. ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຍັງໃຫ້ຮູ້ອີກວ່າ: ພວກເຮົາຕ້ອງເພີ່ມ ການສົ່ງອອກໃຫ້ສູງ ເພື່ອເຮັດໃຫ້ກະ ແສເງິນຕົວຈິງໃຫ້ມັນດຸນ. ປັດຈຸບັນ, ໄດ້ມີບໍລິສັດລົງທະບຽນແລ້ວ ມີ 3.300 ບໍລິສັດ ເຊິ່ງມີທັງບໍລິສັດນໍາ ເຂົ້າ-ສົ່ງອອກ. ໃນນັ້ນ, ມີ 1.178 ບໍລິສັດໄດ້ແຈ້ງບັນຊີຫັນເປັນບັນຊີ ສະເພາະໃຫ້ ທຫລ ສາມາດຕິດຕາມ ຈໍານວນເງິນການນໍາເຂົ້າ-ສົ່ງອອກ. ພ້ອມນັ້ນ, ຍັງຊຸກຍູ້ໃຫ້ 3.300 ບໍ ລິສັດດັ່ງກ່າວ, ຫັນບັນຊີມາເປັນບັນ ຊີສະເພາະ ເພື່ອຕິດຕາມກວດກາ ການນໍາເຂົ້າ-ສົ່ງອອກທັງໝົດໃຫ້ ສາມາດນໍາເງິນເຂົ້າມາໄດ້. ພ້ອມ ນັ້ນ, ກໍໄດ້ເພີ່ມທະວີການຄຸ້ມຄອງ ເງິນຕາຈາກແຫລ່ງອື່ນ ໂດຍສະ ເພາະການທ່ອງທ່ຽວຕາມສະຖິຕິໃນ ປີ 2023 ສາມາດສ້າງແຫລ່ງເງິນ ຕາເຂົ້າໃນລະບົບເສດຖະກິດ ໄດ້ ເກືອບ 1 ຕື້ໂດລາສະຫະລັດ. ພ້ອມນີ້, ເພື່ອສະດວກໃຫ້ແກ່ນັກ ທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ໄດ້ມີການພັດທະນາຄິວອາໂຄດລະ ຫວ່າງ ລາວ-ໄທ, ລາວ-ຫວຽດ ນາມ, ລາວ-ຈີນ ໃນວັນທີ 8 ກໍລະ ກົດ 2024 ທີ່ຈະມາເຖິງນີ້, ຈະເປີດ ຄິວອາໂຄດໄທສະແກນລາວ ເພື່ອ ສະດວກໃນການຈ່າຍເງິນບາດ ແລະ ໃນທ້າຍເດືອນກໍລະກົດ 2024 ກໍຈະເປີດຄິວອາໂຄດ ຫວຽດນາມ ສະແກນລາວ ໄດ້ເພື່ອບໍ່ໃຫ້ນັກທ່ອງ ທ່ຽວ ກໍຄື ພາກສ່ວນຕ່າງໆໄປແລກ ເງິນນອກລະບົບ. ຂ່າວ: ສົມຫວັງ ເທດ ແລະ ການຄ້າ ຮົງກາລີ ພ້ອມ ດ້ວຍຄະນະ ໄດ້ເດີນທາງມາຢ້ຽມ ຢາມສປປລາວຢ່າງເປັນທາງການ, ໃນວັນທີ 13-14 ມິຖຸນາ 2024 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນ ດີງາມມາແຕ່ດົນນານ, ບົນພື້ນຖານ ການເປັນຄູ່ຮ່ວມມືຍຸດທະສາດ ລະ ຫວ່າງ ສປປ ລາວ ແລະ ຮົງກາລີ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ. ໃນວັນທີ 14 ມິຖຸນາ 2024, ທີ່ກະຊວງການຕ່າງປະເທດ ໄດ້ມີ ກອງປະຊຸມພົບປະສອງຝ່າຍຢ່າງ ເປັນທາງການ, ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາ ສູງຕໍ່ການມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງທ່ານລັດຖະມົນຕີ ປີເຕີ ຊີຢາໂຕ ເຊິ່ງເປັນຂີດໝາຍສຳຄັນ ໃນການຮັດແໜ້ນສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີ ກໍຄື ການຮ່ວມມືຂອງສອງກະຊວງການ ຕ່າງປະເທດ ລາວ-ຮົງກາລີ ເພື່ອ ສືບຕໍ່ຈັດຕັ້ງປະຕິບັດບັນດາຂໍ້ຕົກ ລົງຂອງການນຳສອງປະເທດ ໃຫ້ມີ ປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຍິ່ງຂຶ້ນ. ພ້ອມກັນນັ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບອັນສະໜິດແໜ້ນ ລະຫວ່າງ ລາວ-ຮົງກາລີ ຄົບຮອບ 62 ປີ (12 ກັນຍາ 1962) ທີ່ສືບຕໍ່ ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງ ຕໍ່ເນື່ອງບົນພື້ນຖານການເປັນຄູ່ຮ່ວມ ມືຍຸດທະສາດ, ຄວາມເຂົ້າອົກເຂົ້າ ໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເຊິ່ງ ສະແດງອອກໃນການພົບປະ, ການ ແລກປ່ຽນການຢ້ຽມຢາມລະຫວ່າງ ການນຳຂັ້ນສູງຂອງສອງປະເທດ ແລະ ໃຫ້ການສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ຢ່າງເປັນ ປົກກະຕິ; ອັນທີ່ພົ້ນເດັ່ນ, ຝ່າຍລາວ ໄດ້ເປີດສະຖານເອກອັກຄະລັດຖະ ທູດຂອງຕົນ ປະຈໍາ ຮົງກາລີ ຄືນໃໝ່ ໃນປີ 2022 ເຊິ່ງຖືເປັນນິມິດໝາຍ ອັນສໍາຄັນໃຫ້ແກ່ການຮ່ວມມືກັນ ແລະ ກັນ. ໃນໂອກາດຢ້ຽມຢາມ ສປປລາວຂອງລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ຮົງກາລີ ຄັ້ງ ນີ້, ຈະໄດ້ມີການເປີດສະຖານເອກ ອັກຄະລັດຖະທູດ ຮົງກາລີ ປະຈໍາ ສປປ ລາວ ຄືນໃໝ່ ຢ່າງເປັນທາງ ການທີ່ນະຄອນຫລວງວຽງຈັນ ເຊິ່ງ ສອງຝ່າຍກໍຈະໄດ້ເຂົ້າຮ່ວມພິທີດັ່ງ ກ່າວ, ທັງໝົດນີ້ ໄດ້ສະແດງໃຫ້ເຫັນ ເຖິງຄວາມມຸ່ງຫວັງຂອງສອງລັດ ຖະບານລາວ-ຮົງກາລີເພື່ອສືບຕໍ່ຮັດ ແໜ້ນ ແລະ ເສີມຂະຫຍາຍການພົວ ພັນສອງຝ່າຍ ໃຫ້ກ້າວຂຶ້ນສູ່ລະດັບ ໃໜ່ໃນອະນາຄົດ. ສຳລັບທິດທາງໃນຕໍ່ໜ້າ, ສອງ ຝ່າຍ ຈະສືບຕໍ່ໃຫ້ມີການພົບປະແລກ ປ່ຽນຂອງການນຳຂັ້ນສູງສອງປະ ເທດຢ່າງເປັນປົກກະຕິ, ຊຸກຍູ້ການ ໄປມາຫາສູ່ກັນລະຫວ່າງປະຊາຊົນ ດ້ວຍກັນ ເພື່ອສົ່ງເສີມຂະແໜງ ການທ່ອງທ່ຽວ ລາວ-ຮົງກາລີ, ສືບ ຕໍ່ແລກປ່ຽນບົດຮຽນ ແລະ ການຈັດ ຝຶກອົບຮົມ ລະຫວ່າງ ນັກການທູດ ໜຸ່ມນ້ອຍນຳກັນ, ຊຸກຍູ້ໃຫ້ຄະນະປະ ສານງານຮ່ວມ ລາວ-ຮົງກາລີ ສືບຕໍ່ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການເງິນກູ້ຢືມແບບມີເງື່ອນ ໄຂບໍ່ມີດອກເບ້ຍ ໄລຍະ 3 ຄື: ໂຄງ ການພັດທະນາໂຄງລ່າງພື້ນຖານ ກະສິກໍາ; ໂຄງການຄຸ້ມຄອງພົນລະ ເມືອງທັນສະໄໜ ແລະ ໂຄງການບໍາ ບັດນໍ້າເປື້ອນແບບລວມສູນນະຄອນ ຫລວງວຽງຈັນ ເພື່ອໃຫ້ປະສົບຜົນ ສໍາເລັດຕາມແຜນທີ່ກໍານົດໄວ້. ນອກ ຈາກນັ້ນ, ກໍຈະເພີ່ມທະວີການຮ່ວມ ມືກັນໃນຂະແໜງການອື່ນໆ ທີ່ສອງ ຝ່າຍມີທ່າແຮງ ເຊັ່ນ: ການຮ່ວມມື ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການສຶກສາ ແລະ ອື່ນໆ. ໃນນັ້ນ, ຝ່າຍ ຮົງກາລີ ສະແດງຄວາມຍິນດີຈະສືບຕໍ່ຊ່ວຍ ເຫລືອໃນການພັດທະນາຊັບພະຍາ ກອນມະນຸດ ໃຫ້ແກ່ຝ່າຍລາວ, ປັດຈຸ ບັນແມ່ນໄດ້ສະໜອງທຶນການສຶກ ສາແກ່ ສປປ ລາວ ຈຳນວນ 150 ທຶນຕໍ່ປີ. ພ້ອມດຽວກັນນີ້, ສອງຝ່າຍ ຈະສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນ ຂອບການຮ່ວມມືຫລາຍຝ່າຍເປັນ ຕົ້ນ ການຮ່ວມມືໃນຂອບ ສປຊ, ອາ ຊຽນ-ຮົງກາລີ ແລະ ອາຊຽນ-ອີຢູ. ນອກນັ້ນ, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວ ກັບສະພາບການໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ໃນໂອກາດນີ້, ທ່ານສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນລາວ ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ການ ສະໜັບສະໜູນຊ່ວຍເຫລືອຂອງລັດ ຖະບານ ແລະ ປະຊາຊົນ ຮົງກາລີ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບ ສ່ວນອັນສຳຄັນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະ. ໃນຂະນະ ດຽວກັນ, ຝ່າຍ ຮົງກາລີ ກໍໄດ້ສະ ແດງຄວາມຍິນດີຈະສືບຕໍ່ຊຸກຍູ້ໃຫ້ ພາກສ່ວນກ່ຽວຂ້ອງຂອງຕົນປະ ສານສົມທົບກັບຝ່າຍລາວ ເພື່ອຮ່ວມ ກັນຈັດຕັ້ງຜັນຂະຫຍາຍບັນດາຂໍ້ ຕົກລົງສອງຝ່າຍ ໃຫ້ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງມີໝາກຜົນສູງ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງປະເທດ ລາວ-ຮົງ ກາລີ ແລະ ຮົງກາລີ-ລາວ. ໃນການມາຢ້ຽມຢາມຄັ້ງນີ້, ສອງຝ່າຍ ກໍໄດ້ຮ່ວມກັນລົງນາມໃນ ສັນຍາຂອບການຮ່ວມມືທາງດ້ານ ການເງິນລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຮົງກາລີ ສະບັບໃໝ່ ເພື່ອສືບຕໍ່ນໍາໃຊ້ ເຂົ້າໃນການຈັດຕັ້ງປະຕິບັດວຽກກໍ່ ສ້າງລະບົບບໍາບັດນໍ້າເປື້້ອນຂອງ ນະຄອນຫລວງວຽງຈັນ. ພ້ອມນີ້, ສອງຝ່າຍ ກໍໄດ້ຮ່ວມກັນຖະແຫລງ ຂ່າວຕໍ່ບັນດາສື່ມວນຊົນ ລາວ ແລະ ຮົງກາລີ ກ່ຽວກັບການພົວພັນຮ່ວມ ມືສອງຝ່າຍ, ການເປັນປະທານອາ ຊຽນຂອງ ສປປ ລາວ ແລະ ການ ເປັນປະທານໝູນວຽນ ອີຢູ ຂອງ ຮົງກາຣີ. ຂ່າວ-ພາບ: ກົມການຂ່າວ ກະຊວງ ການຕ່າງປະເທດ ທ່ານ ພູທະນູເພັດ ໄຊສົມບັດ ຮອງ ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ດາລານີ ພົມມະວົງສາ ຮອງ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ໄພທູນ ທ່ຽງລະໄມ ໄດ້ໃຫ້ ຮູ້ວ່າ: ວັນທີ 08 ພະຈິກ 2023 ຫ້ອງ ການກະຊວງກະຊວງຖະແຫລງ ຂ່າວ, ວັດທະນະທຳແລະທ່ອງທ່ຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ພັດທະນາ ອຸດສາຫະກໍາທ່ອງທ່ຽວລາວ ຈໍາກັດ ທີ່ມີສໍານັກງານຕັ້ງຢູ່ບ້ານອຸບມຸງ ເມືອງ ສີໂຄດຕະບອງ ນະຄອນ ຫລວງວຽງຈັນ ທີ່ສ້າງຕັ້ງຂຶ້ນພາຍ ໃຕ້ກົດໝາຍຂອງ ສປປ ລາວ ຈຸດປະ ສົງແມ່ນຢາກສ້າງຕັ້ງບໍລິສັດລັດ ຮຸ້ນສ່ວນອຸດສາຫະກຳທ່ອງທ່ຽວ ລາວ ຈໍາກັດ. ເພື່ອພັດທະນາການ ທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ກາຍ ເປັນອຸດສາຫະກຳການທ່ອງທ່ຽວ ທີ່ທັນສະໄໝ ແນໃສ່ອະນຸລັກ, ປົກ ປັກຮັກສາຊັບພະຍາກອນການທ່ອງ ທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດໃຫ້ຄົງຄຸນຄ່າ, ເປັນທ່າແຮງໃນການດຶງດູດນັກ ທ່ອງທ່ຽວ, ນັກລົງທຶນພາຍໃນ ແລະ ຕ່າງປະເທດ, ສ້າງລາຍຮັບໃຫ້ລັດ ຖະບານ, ສ້າງວຽກເຮັດງານທຳໃຫ້ ປະຊາຊົນລາວ, ໃຫ້ນັກສຶກສາທີ່ຈົບ ຈາກມະຫາວິທະຍາໄລ ແຫ່ງຕ່າງໆ ໃນ ສປປ ລາວ ແລະ ຕ່າງປະເທດ, ກະຈາຍລາຍໄດ້ສູ່ສັງຄົມ ແລະ ຊຸມ ຊົນ, ປະກອບສ່ວນພັດທະນາເສດ ຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ. ສະນັ້ນ, ໂດຍປະຕິບັດຕາມ ແຈ້ງການຂອງຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ສະບັບ ເລກທີ 694/ຫສນຍ, ລົງວັນທີ 03 ເມສາ 2024, ໃນການສ້າງຕັ້ງ ບໍລິສັດ ລັດຮຸ້ນສ່ວນອຸດສາຫະກໍາ ທ່ອງທ່ຽວລາວ ຈໍາກັດ ລະຫວ່າງ ລັດຖະບານຕາງໜ້າໂດຍກະຊວງ ການເງິນ (ກົມປະຕິຮູບລັດວິສາ ຫະກິດ ແລະ ການປະກັນໄພ) ຮ່ວມ ກັບ ບໍລິສັດ ພັດທະນາອຸດສາຫະກຳ ທ່ອງທ່ຽວລາວ ຈຳກັດ, (ໃນນາມ ຜູ້ພັດທະນາໂຄງການ ແລະ ເປັນຜູ້ ລົງທຶນທັງໝົດ) ແລະ ອີງຕາມຂໍ້ຕົກ ລົງຂອງທ່ານລັດຖະມົນຕີກະຊວງ ການເງິນ ສະບັບເລກທີ 1659/ກງ, ລົງວັນທີ 13 ພຶດສະພາ 2024, ວ່າດ້ວຍການແຕ່ງຕັ້ງຄະນະກຳມະ ການຄົ້ນຄວ້າສັນຍາຮ່ວມທຶນ. ທ່ານ ໄພທູນ ທ່ຽງລະໄມ ຍັງ ໃຫ້ຮູ້ອີກວ່າ: ປະເທດລາວມີແຫລ່ງ ທ່ອງທ່ຽວທີ່ອຸດົມສົມບູນ, ປັດຈຸບັນ ມີແຫລ່ງທ່ອງທ່ຽວຫລາຍກວ່າ 1.900ແຫ່ງ. ໃນນັ້ນ, ມີແຫລ່ງທ່ອງ ທ່ຽວທຳມະຊາດ 1.116 ແຫ່ງ ແລະ ສະຖານທີ່ທ່ອງທ່ຽວທາງປະຫວັດ ສາດ ແລະ ວັດທະນະທຳ 764 ແຫ່ງ ທີ່ຕັ້ງຢູ່ບັນດາແຂວງຂອງລາວ ແຕ່ ເໜືອຮອດໃຕ້, ແຕ່ລະແຫ່ງມີສະ ຖານທີ່ທ່ອງທ່ຽວທີ່ເປັນເອກະລັກ ສະເພາະ ແລະ ປະກອບມີສະຖານ ທີ່ໆເປັນແຫລ່ງທ່ອງທ່ຽວມໍລະດົກ ໂລກທີມີຊື່ສຽງ ແລະ ມີທິວທັດທຳ ມະຊາດທີ່ໜ້າອັດສະຈັນຫລາຍແຫ່ງ ເປັນຕົ້ນ ພູຜາປ່າດົງ, ມີແມ່ນໍ້າ ແລະ ນໍ້າຕົກຕາດທີ່ງົດງາມ, ມີສູນວັດທະ ນາທຳ, ວັດວາອາຣາບທີ່ເກົ່າແກ່ ຫລາກຫລາຍ ແລະ ມີວັດທະນາທຳ ພື້ນເມືອງລາວທີ່ອຸດົມສົມບູນ ເຊັ່ນ: ດົນຕີ, ການເຕັ້ນລຳທີ່ເປັນເອກະລັັກ, ບຸນປະເພນີແລະອື່ນໆ,ນັກທ່ອງທ່ຽວ ສາມາດໄປຢ້ຽມຢາມບ້ານທ້ອງຖິ່ນ ເພື່ອຮຽນຮູ້ກ່ຽວກັບວິຖີຊີວິດປະ ຈຳວັນ, ວັດທະນະທຳພື້ນເມືອງຂອງ ຊາວລາວ ແລະ ໃນປັດຈຸບັນ ສປປ ລາວ ແມ່ນມີທາງລົດໄຟອັນທີ່ເປັນ ທ່າແຮງໃນການນຳນັກທ່ອງທ່ຽວ ເຂົ້າມາໃນລາວ. ຂ່າວ: ສົມຫວັງ, ພາບ: ຂັນໄຊ ເຊັນສັນຍາສ້າງຕັ້ງບໍລິສັດ... ທານບໍລິສັດພັດທະນາອຸດສາຫະ ກຳ ທ່ອງທ່ຽວລາວ ຈໍາກັດ ຈັດຂຶ້ນ ໃນວັນທີ 14 ມິຖຸນາ 2024 ໂດຍມີ

RkJQdWJsaXNoZXIy MTc3MTYxMQ==