5893

07 xtgmf]k; gsfdko{dkora fmtok 14/06/2024 w-lq ,[6 o lts]5 [;Pd'ko 6 gfn vo8Q oxu c]t ;k'my fmk'.o8+ |h k 37'dkod+ lh k'glA omk' [h ko|v'zn 7n [|h ks]kpd;j k 9 0% ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ກອງປະຊຸມ ອົງການປົກຄອງ ແຂວງໄຊສົມບູນ ເປີດກວ້າງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2024 ຈັດຂຶ້ນໃນວັນທີ 10 ມິຖຸນາ 2024 ໂດຍການເປັນປະ ທານຂອງທ່ານພອຍຄຳຮຸ່ງບຸນຍວງ ເຈົ້າແຂວງໆໄຊສົມບູນ, ມີຄະນະປະ ຈຳພັກແຂວງ, ກຳມະການພັກ ແຂວງພ້ອມດ້ວຍສະມາຊິກອົງການ ປົກຄອງແຂວງ ແລະ ພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ອຸດອນ ສິງດາລາ ຫົວໜ້າ ຫ້ອງວ່າການແຂວງ ໄດ້ຂຶ້ນລາຍ ງານການຈັດຕັ້ງປະຕິບັດວຽກງານ ຮອບດ້ານ ຂອງອົງການປົກຄອງ ແຂວງ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2024 ຊຶ່ງໃນໄລຍະຜ່ານ ມາ ໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, p a ’ l k , k f Iv ’ Ia [ o a d m j v ’ m j P ; w f h 1j k ’ r P ’ r = 3 c0;'rkd.8h mq [m;o7n o dj P;da [czoIa [,n l5 dglu o ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປືໃຫ້ຮູ້ວ່າ: ຄະນະກໍາມະການ ຕ້ານໄພພິບັດຂອງ ເມືອງສາມັກ ຄີໄຊ, ເມືອງສະໜາມໄຊ ແຂວງ ອັດຕະປື, ເມືອງປາກຊ່ອງແຂວງຈໍາ ປາສັກ ແລະ ເມືອງລະມາມ ແຂວງ ເຊກອງ ຈັດກອງປະຊຸມທົບທວນຄືນ ກ່ຽວກັບແຜນຮັບມືສຸກເສີນ ຂອງ ໂຄງການເຂື່ອນໄຟຟ້າເຊປຽນ-ເຊ ນ້ຳນ້ອຍ ໃນວັນທີ11ມິຖຸນາ 2024 ທີ່ແຂວງຈໍາປາສັກ. ຂປລ. ແຫລ່ງຂ່າວຈາກແຂວງຄຳ ມ່ວນໃຫ້ຮູ້ວ່າ:ທ່ານວັນໄຊ ພອງສະ ຫວັນ ເຈົ້າແຂວງຄໍາມ່ວນ ພ້ອມ ດ້ວຍຄະນະ ລົງຕິດຕາມໂຄງການ ກໍ່ສ້າງເສັ້ນທາງເບຕົງ ບ້ານໜອງຜື ເມືອງທ່າແຂກ ແຂວງຄຳມ່ວນ ໃນ ວັນທີ11 ມິຖຸນາ 2024 ໂດຍມີທ່ານ ຫວາງ ເຕີ ຊວນ ຜູ້ອຳນວຍການບໍລິ ສັດ ລາວ ຄາຍຢວນ ບໍ່ແຮ່ ຈຳກັດ, ມີອຳນາດການປົກຄອງ ແລະ ພໍ່ແມ່ ປະຊາຊົນບ້ານໜອງຜື ເຂົ້າຮ່ວມ. ໂຄງການກໍ່ສ້າງເສັ້ນທາງ ບ້ານ ໜອງຜື ເປັນເສັ້ນທາງເບຕົງເສີມ ເຫລັກ, ຍາວ 1.500 ແມັດ, ກວ້າງ 4,2 ແມັດ, ຄວາມໜາຂອງເບຕົງ 10 ຊັງຕີແມັດ ເລີ່ມລົງມືກໍ່ສ້າງ ໃນ ວັນທີ18 ພຶດສະພາ 2024 ມາຮອດ ປັດຈຸບັນ ສຳເລັດຫລາຍກວ່າ 90 ແລະ ຄາດວ່າຈະໃຫ້ສຳເລັດກາງ ເດືອນມິຖຸນາ 2024 ນີ້. ໂຄງການ ດັ່ງກ່າວ ໄດ້ຮັບການສະໜັບສະໜູນ ທຶນຈາກບໍລິສັດ ລາວ ຄາຍຢວນ ບໍ່ ຕຳຫລວດ ແລະ ປະຊາຊົນບັນດາ ເຜົ່າຢ່າງເປັນປົກກະຕິ, ເອົາໃຈໃສ່ ນຳພາ-ຊີ້ນຳຈັດຕັ້ງປະຕິບັດວຽກ ງານ ປກຊ-ປກສ ຢ່າງຕັ້ງໜ້າ ແລະ ຮອບດ້ານ ຕາມ 4 ເນື້ອໃນ 4 ຄາດ ໝາຍ. ສຳລັບວຽກງານແຜນການ ແລະ ການລົງທຶນ ໄດ້ຮັບອະນຸມັດ ແຜນການລົງທຶນຂອງລັດ (ໂຄງ ການສືບຕໍ່ ແລະ ສະເໜີໃໝ່) ທີ່ຮັບ ຮອງຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ທັງໝົດ 158 ໂຄງການ; ວຽກງານການ ເງິນ ສາມາດເກັບລາຍຮັບໄດ້ 704 ຕື້ກີບ; ດ້ານລາຍຈ່າຍ 436,26 ຕື້ ກີບ; ວຽກງານໂຍທາທິການ ແລະ ຂົນສົ່ງ ໄດ້ຕິດຕາມ, ຊຸກຍູ້ບັນດາ ໂຄງການກໍ່ສ້າງຕ່າງໆ ເປັນຕົ້ນ ໂຄງການກໍ່ສ້າງຂົວ, ຍົກລະດັບ ທາງ, ໂຄງການກໍ່ສ້າງເສັ້ນທາງ ປູແຮ່ ແລະ ໂຄງການປ້ອງກັນ ຕາຝັ່ງເຈື່ອນແຄມນໍ້າຈັ້ງໄລຍະ 3; ວຽກງານກະສິກຳ ແລະ ປ່າໄມ້ ໄດ້ຊຸກຍູ້ຂະບວນການຜະລິດ ເປັນ ຂ່າŸ: ຄໍາ˜ິງ ສິນຄ້າຂອງປະຊາຊົນ ນັບມື້ນັບ ເພີ່ມຂຶ້ນ ເປັນຕົ້ນປູກພືດຜັກລວມ, ສາລີຫວານ,ສາລີແຂງ,ໝາກເດືອຍ, ມັນຕົ້ນ, ມັນສາຄູ, ໝາກກ້ຽງ, ກາເຟ, ໝາກນັດ ແລະ ຢາງພາລາ. ສ່ວນວຽກງານອຸດສາຫະກຳ ແລະ ການຄ້າ ການຈໍລະຈອນສິນ ຄ້າຂາຍຍົກ-ຂາຍຍ່ອຍ ບັນລຸໄດ້ 333 ຕື້ກວ່າກີບ; ວຽກງານພະລັງ ງານ ແລະ ບໍ່ແຮ່ ຕິດຕາມຊຸກຍູ້ ສົ່ງເສີມການຂຸດຄົ້ນ, ປຸງແຕ່ງ ແລະ ຈຳໜ່າຍແຮ່ທາດ ຂອງບັນດາບໍລິ ສັດທີ່ດຳເນີນກິດຈະການ ຢູ່ແຂວງ ໄຊສົມບູນ ທີ່ສູນກາງ ແລະ ແຂວງ ຄຸ້ມຄອງ 28 ບໍລິສັດ 34 ໂຄງການ; ວຽກງານຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ຂຶ້ນສຳມະ ໂນທີ່ດິນໃໝ່ໄດ້ 4.115 ຕອນ, ອອກ ໃບຕາດິນຖາວອນໄດ້ 4.089 ຕອນ ແລະ ອອກໃບຕາດິນລັດຄຸ້ມຄອງໄດ້ 9 ຕອນ; ວຽກງານກອງທຶນ ແລະ ສິນເຊື່ອ ສຳເລັດການເປີດບໍລິການ ກອງທຶນພັດທະນາບ້ານ ໄດ້ຈຳນວນ 6 ບ້ານ; ວຽກງານສຶກສາທິການ ແລະ ກິລາ ເອົາໃຈໃສ່ຈັດຕັ້ງປະຕິບັດ ແຜນນະໂຍບາຍ, ຍຸດທະສາດ, ຄາດ ໝາຍ ແລະ ວຽກຈຸດສຸມທີ່ໄດ້ກຳ ນົດໄວ້. ສະເພາະວຽກງານຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເອົາໃຈໃສ່ເກັບກຳ ຂ່າວ ແລະ ອອກຂ່າວ ຜ່ານລະບົບ ໂທລະໂຄ່ງໄດ້ 497 ຂ່າວ, ສຳເລັດ ການປະກາດບ້ານທົ່ງຄູນ ເປັນບ້ານ ວັດທະນະທຳໃໝ່ ແຫ່ງທີ 71 ຂອງ ແຂວງ, ສຳເລັດການແກ້ໄຂຜົນກະ ທົບຈາກໂຄງການ ພັດທະນາແຫລ່ງ ທ່ອງທ່ຽວ ສະຫວັນທະເລໝອກ ພູເບ້ຍ. ນອກຈາກນີ້, ວຽກງານຂົງເຂດ ຍຸຕິທຳ ກໍໄດ້ເອົາໃຈໃສ່ຄົ້ນຄວ້າປະ ກອບຄຳຄິດ-ຄຳເຫັນ ແລະ ຢັ້ງຢືນ ຄວາມຖືກຕ້ອງ ໃສ່ຮ່າງນິຕິກຳໃຕ້ ກົດໝາຍ, ສັນຍາເຊົ່າສຳປະທານ ຕ່າງໆ ຂອງຂະແໜງການຂັ້ນ ແຂວງ, ຂັ້ນເມືອງ, ບຸກຄົນ, ນິຕິບຸກ ຄົນ ໃຫ້ຖືກຕ້ອງສອດຄອງຕາມລະ ບຽບການ; ວຽກງານກວດກາລັດ ໄດ້ຕິດຕາມ ກວດກາປົກກະຕິ ກ່ຽວ ກັບການຄຸ້ມຄອງບໍລິຫານລັດ. ສ່ວນວຽກງານພົວພັນຕ່າງປະ ເທດ ຊຸກຍູ້ການຈັດຕັ້ງປະຕິບັດ ບົດ ບັນທຶກຮ່ວມມືສອງຝ່າຍ ລະຫວ່າງ ແຂວງໄຊສົມບູນກັບແຂວງເຊີນລາ, ແຂວງບັກຢາງ ສສ ຫວຽດນາມ ແລະ ນະຄອນຍຽນຖາຍ, ແຂວງ ຊານຕົງ ສປ ຈີນ ໃນໄລຍະຜ່ານມາ ໃຫ້ເຂົ້າສູ່ວຽກງານຕົວຈິງ. ໂອກາດດຽວກັນນີ້ ຜູ້ເຂົ້າຮ່ວມ ກອງປະຊຸມ ໄດ້ປະກອບຄໍາຄິດຄໍາ ເຫັນ ກ່ຽວກັບການຈັດຕັ້ງປະຕິບັດ ຂອງແຕ່ລະວຽກງານ ເປັນຕົ້ນ ໄດ້ ພ້ອມກັນຍົກເອົາບັນຫາຂໍ້ຄົງຄ້າງ ຕ່າງໆ ທີ່ເຮັດໃຫ້ວຽກງານບໍ່ບັນລຸ ຜົນສໍາເລັດ ມາປຶກສາຫາລື ແລະ ຄົ້ນຄວ້າຊອກຫາວິທີທາງແກ້ໄຂໃນ ຕໍ່ໜ້າ ເພື່ອຮັບປະກັນໃຫ້ວຽກງານ ໄດ້ຮັບຜົນດີຂຶ້ນກວ່າເກົ່າ. ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ພິທີເປີດບັ້ນ ການສອບເສັງຈົບຊັ້ນມັດທະຍົມສຶກ ສາຕອນຕົ້ນ (ມ4) ປະຈຳສົກຮຽນ 2023-2024 ທົ່ວເມືອງວຽງພູຄາ ຈັດຂຶ້ນໃນວັນທີ11ມິຖຸນາ 2024ທີ່ ໂຮງຮຽນມັດທະຍົມສົມບູນເທສະ ບານເມືອງ ໂດຍການເຂົ້າຮ່ວມຂອງ ທ່ານນາງ ເຮືອຍສົມຫວັງຮອງເຈົ້າ ເມືອງໆວຽງພູຄາ ທັງເປັນປະທານ ຊີ້ນຳການສອບເສັງຈົບຊັ້ນ ມ4 ຂັ້ນ ເມືອງ,ທ່ານອາລຸນຈັນຄໍາຟອງຮອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍອຳນວຍ ການໂຮງຮຽນ, ຄະນະຊີ້ນຳ-ຄະນະ ຮັບຜິດຊອບ-ຄະນະກຳມະການ ສອບເສັງ, ຄູ-ອາຈານສອນ ແລະ ນ້ອງນັກຮຽນ ຊັ້ນ ມ4 ເຂົ້າຮ່ວມ. ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງ ການຜ່ານຂໍ້ຕົກລົງຂອງເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະ ການລົງຊີ້ນໍາ-ນໍາພາການສອບເສັງ ຈົບຊັ້ນ ມ4 ຢູ່ແຕ່ລະສູນສອບເສັງ, ຜ່ານຂໍ້ຕົກລົງຂອງຫ້ອງການສຶກສາ ທິການ ແລະ ກິລາເມືອງ ວ່າດ້ວຍ ການແຕ່ງຕັ້ງຄູ-ອາຈານສອນ ເປັນ ກໍາມະການຍາມຫ້ອງສອບເສັງ ແລະ ແຈ້ງການຂອງຄະນະສະເພາະກິດ ;P'r6 7k gxu f[A olv[gla '9q [-A o ,a fmtpq ,lb dlk8vo8Q o ຂັ້ນເມືອງ ແລະ ຜ່ານກົດລະບຽບ ຂອງການສອບເສັງ. ທົ່ວເມືອງເມືອງ ວຽງພູຄາ ມີນ້ອງນັກຮຽນມ4 ສອບ ເສັງທັງໝົດ346ນ້ອງຍິງ163ນ້ອງ, ມີ 9 ສູນສອບເສັງ, ເຊິ່ງແບ່ງອອກ ເປັນ 17 ຫ້ອງ, ວິຊາທີສອບເສັງມີ 5 ວິຊາຫລັກຄື: ວິຊາພາສາລາວ-ວັນ ນະຄະດີ, ສັງຄົມສາດ, ວິທະຍາສາດ ທຳມະຊາດ,ພາສາອັງກິດແລະວິຊາ ຄະນິດສາດ. ໂອກາດນີ້, ທ່ານ ນາງ ເຮືອຍ ສົມ ຫວັງ ໄດ້ເນັ້ນໃຫ້ ຄະນະກຳມະການ ສອບເສັງທຸກພາກສ່ວນ ຈົ່ງຍົກສູງ ສະຕິຄວາມຮັບຜິດຊອບ ຕໍ່ການຈັດ ຕັ້ງປະຕິບັດໜ້າທີ່ຂອງຕົນ ກໍຄືການ ປະຕິບັດລະບຽບຂອງການສອບ ເສັງໂດຍມີຄວາມຊື່ສັດ,ໂປ່ງໄສແລະ ຍຸຕິທໍາ ພ້ອມທັງຕັດສິນຜົນການ ສອບເສັງ ບົນພື້ນຖານຄວາມຖືກ ຕ້ອງຂອງລະບຽບຫລັກການ ເພື່ອ ຫລີກລ່ຽງຫາງສຽງໃນສັງຄົມ, ພ້ອມທັງໄດ້ຮຽກຮ້ອງໃຫ້ນ້ອງນັກ ຮຽນທຸກຄົນ ຈົ່ງເອົາໃຈໃສ່ປະຕິບັດ ລະບຽບ, ຫລັກການຂອງການສອບ ເສັງ, ຕ້ອງນໍາໃຊ້ຄວາມຮູ້, ຄວາມ ສາມາດຂອງຕົນ ເຂົ້າໃນການຕອບ ທຸກຂໍ້ສອບ ເພື່ອຮັບປະກັນໃຫ້ຜົນ ການສອບເສັງ ໄດ້ມາຈາກຄວາມຮູ້, ຄວາມສາມາດຂອງຕົນຢ່າງແທ້ຈິງ. ການສອບເສັງຈະໄດ້ດໍາເນີນເປັນ ເວລາ 3 ວັນ ແຕ່ວັນທີ 11-13 ມິຖຸນາ 2024. ແຮ່ຈຳກັດ 5 ຕື້ກວ່າກີບ ແລະ ຈາກ ການລະດົມນຳພໍ່ແມ່ປະຊາຊົນ. ການກໍ່ສ້າງເສັ້ນທາງດັ່ງກ່າວ ແມ່ນນອນຢູ່ໃນເປົ້າໝາຍ ຂອງບໍລິ ສັດລາວຄາຍຢວນບໍ່ແຮ່ຈຳກັດ ໃນ ການປະກອບສ່ວນ ພັດທະນາພື້ນ ຖານໂຄງລ່າງ ບັນດາບ້ານອ້ອມ ຂ້າງຂອງໂຄງການ ເພື່ອສ້າງສິ່ງ ອຳນວຍຄວາມສະດວກ ແລະ ເພື່ອ ພັດທະນາຊີວິດການເປັນຢູ່ ຂອງ ພໍ່ແມ່ປະຊາຊົນໃຫ້ນັບມື້ດີຂຶ້ນ. ໂອກາດນີ້, ທ່ານ ວັນໄຊ ພອງ ສະຫວັນ ໄດ້ຮຽກຮ້ອງໃຫ້ອຳນາດ ການປົກຄອງ ແລະ ພໍ່ແມ່ປະຊາຊົນ ຮ່ວມແຮງຮ່ວມໃຈ ພ້ອມພາກັນສຸມ ກຳລັງແຮງ ເຂົ້າໃນການກໍ່ສ້າງໃຫ້ ສຳເລັດຕາມຄາດໝາຍ ພ້ອມທັງໃຫ້ ເອົາໃຈໃສ່ໃນການບູລະນະຮັກສາ ເສັ້ນທາງດັ່ງກ່າວ ເພື່ອໃຫ້ຊົມໃຊ້ໄດ້ ຢ່າງຍາວນານ. ຈຸດປະສົງຄັ້ງນີ້ກໍເພື່ອທົບທວນຄືນ ກ່ຽວກັບແຜນຮັບມືສຸກເສີນ ຂອງ ໂຄງການເຂື່ອນໄຟຟ້າເຊປຽນ-ເຊ ນ້ຳນ້ອຍ ທັງເປັນການຕອບສະ ໜອງແຜນການຮັບມືສຸກເສີນ ໃຫ້ ຜູ້ໄດ້ຮັບຜົນກະທົບທັງໝົດ ເພື່ອຮັບ ປະກັນວ່າ ພະນັກງານໂຄງການ, ຂະແໜງການທີ່ກ່ຽວຂ້ອງຂອງລັດ, ອໍານາດການປົກຄອງບ້ານ ແລະ ປະຊາຊົນ ຮູ້ວ່າຈະເຮັດແນວໃດໃນ ກໍລະນີເກີດເຫດສຸກເສີນ ຈາກເຂື່ອນ ໃດໜຶ່ງຂອງໂຄງການ ເຊັ່ນ: ບ້ານ ທີ່ຈະຖືກອົບພະຍົບ, ເສັ້ນທາງອົບ ພະຍົກ, ຈຸດເຕົ້າໂຮມທີ່ປອດໄພ ລວມທັງ ຂົວ-ເສັ້ນທາງຕ່າງໆ ທີ່ ຈຳເປັນຕ້ອງຖືກປິດ, ເພື່ອຮັບປະກັນ ແຜນອົບພະຍົບໃຫ້ວ່ອງໄວ, ທັນ ການ ແລະ ການແຈ້ງການໃຫ້ທັນຕໍ່ ສະຖານະການສຸກເສີນ ແລະ ເພື່ອ ຫລີກລ່ຽງການສູນເສຍ ກໍລະນີເກີດ ໄພນ້ຳຖ້ວມຈາກເຂື່ອນແຕກ, ການ ປ່ອຍນ້ຳປະລິມານຫລາຍ ຫລື ນ້ຳ ລົ້ນຈາກເຂື່ອນ. ໃນກອງປະຊຸມ, ບັນດາຜູ້ເຂົ້າ ຮ່ວມ ຍັງໄດ້ຮັບຟັງການນຳສະເໜີ ໂດຍລວມ ຈາກວິຊາການທີ່ກ່ຽວ ຂ້ອງເປັນຕົ້ນ ການນຳສະເໜີແຜນທີ່ ຕັ້ງລວມ ຂອງໂຄງການເຂື່ອນເຊ ປຽນ-ເຊນ້ຳນ້ອຍ, ຂັ້ນຕອນຮັບມື ກໍລະນີສຸກເສີນ, ຕົວຢ່າງຂອງການ ແຈ້ງເຕືອນກໍລະນີສຸກເສີນ, ໜ້າທີ່ ຮັບຜິດຊອບ ຂອງອຳນາດການປົກ ຄອງທ້ອງຖິ່ນ, ແຜນທີ່ວິເຄາະເຂດ ອຸທົກກະໄພ ຂອງເຂື່ອນໄຟຟ້າເຊ ປ່ຽນ-ເຊນ້ຳນ້ອຍ. ພ້ອມທັງແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອ ເປັນການກຽມຄວາມພ້ອມ ໃນການ ຮັບມືກໍລະນີເກີດເຫດສຸກເສີນ ໃຫ້ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີ ປະສິດທິພາບ.

RkJQdWJsaXNoZXIy MTc3MTYxMQ==