5893

xtgmf]k; 6 14/06/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ດວງຈິດ ສະຫວັດບຸນມີ rh v,da oxtdv[lj ;o.sh [A omq f]v'dkoles];f rq o]tg,n v' c]t muj vkwl [a o]5 8k,gxQ k\kp ]k;{9u o Ij ;,da o lqj 'glu ,dkomj v'mj P; ໂດຍ: ສາວບ້ານໂນນ * ໃນປິ 2024 ນີ້, ເພື່ອສົ່່ງເສີມປີ ທ່ອງທ່ຽວລາວ 2024 ແລະ ຈັດຕັ້ງຜັນ ຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງ ຄູ່ຮ່ວມຊາຕາກຳຈີນ-ລາວ ສະບັບໃໝ່ ທີ່ສອງຊາດໄດ້ລົງນາມຮ່ວມກັນ ເມື່ອ ເດືອນຕຸລາ 2023 ໃຫ້ເປັນຮູບປະທຳ ມີຜົນສຳເລັດຕົວຈິງໃນທຸກຂົງເຂດ ວຽກງານ ແລະ ກາຍເປັນເຂັມຊີ້ທິດ ເຍືອງທາງ ແລະ ການວາງແຜນໃໝ່ໃຫ້ ແກ່ການຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ໃນຍຸກສະໄໝໃໝ່, ຂົງເຂດວຽກງານທ່ອງທ່ຽວກໍແມ່ນຂົງ ເຂດໜຶ່ງທີ່ສອງຝ່າຍ ລາວ-ຈີນ ໄດ້ ເດີນໜ້າຮ່ວມກັນສົ່ງເສີມການທ່ອງ ທ່ຽວຂອງທັງສອງປະເທດໃຫ້ມີບາ ດກ້າວຂະຫຍາຍຕົວບໍ່ສະເພາະແຕ່ ສົ່ງເສີມປະຊາຊົນສອງຊາດເທົ່ານັ້ນ ຍັງສ້າງເງື່ອນໄຂ ແລະ ອຳນວຍຄວາມ ສະດວກໃຫ້ນັກທ່ອງທ່ຽວທັງພາກພື້ນ ແລະສາກົນໄດ້ເຂົ້າມາທ່ຽວສປປລາວ ຜ່ານສປຈີນແລະໄປທ່ຽວສປຈີນຜ່ານ ສປປລາວດ້ວຍທາງລົດໄຟລາວ- ຈີນ, ທາງລົດ ແລະ ຜ່ານສາຍການບິນຂອງ ແຕ່ລະປະເທດຕື່ມອີກ. ສະເພາະລົດໄຟລາວ-ຈີນ,ນອກຈາກ ມີການເພີ່ມຖ້ຽວຂົນສົ່ງ ແລະ ເພີ່ມຈຳ ນວນຕູ້ສິນຄ້າຂົນສົ່ງແລ້ວ, ຍັງໄດ້ເພີ່ມ ການຂົນສົ່ງຜູ້ໂດຍສານເປັນ 12 ຖ້ຽວ ຕໍ່ມື້ໃນປີ 2024 ແລະ ນັບແຕ່ວັນທີ 10 ມີນາ 2024 ເປັນຕົ້ນມາ, ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດໄດ້ເພີ່ມ ຈຸດຈອດສະຖານີ 2 ຈຸດ ສຳລັບລົດໄຟ ສາກົນຖ້ຽວ $88 7 ຄື ສະຖານີເມືອງ ໄຊ (ເບື້ອງລາວ) ແລະ ສະຖານີຢູ້ຊີ (ເບື້ອງຈີນ). ນອກນີ້, ຍັງໄດ້ເພີ່ມຈຸດ ຈອດສະຖານີໂພນໂຮງສໍາລັບຂະບວນ ລົດໄຟຖ້ຽວ $84 ແລະ ປັບເວລາເດີນ ທາງຂອງຖ້ຽວ $85,$92, $84, K12 ແລະ K11 ໃນບາງສະຖານີອີກ ດ້ວຍ. ໃນດ້ານການຊື້ປີ້ລົດໄຟກໍສາ ມາດຊື້ໄດ້ໂດຍກົງ ແລະ ຊື້ຜ່ານອອນ ລາຍໄດ້ຢ່າງສະດວກສະບາຍ. ເວົ້າໄດ້ ວ່າລົດໄຟລາວ-ຈີນ ໄດ້ກາຍເປັນຂີດ ໝາຍອັນສໍາຄັນໃຫ້ແກ່ການຈັດຕັ້ງປະ ຕິບັດນະໂຍບາຍເຊື່ອມໂຍງເຊື່ອມຈອດ ພາກພື້ນ ແລະ ສາກົນຂອງ ສປປ ລາວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ເປັນຮູບປະທຳ ແລະ ມີບັນຍາກາດໃໝ່ ໃຫ້ແກ່ການພົວພັນລາວ-ຈີນຍິ່ງໄດ້ຮັບ ການເສີມຂະຫຍາຍໃຫ້ກວ້າງຂວາງ ແລະ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ ທັງເປັນການຢືນຢັນວ່າ ຂໍ້ລິເລີ່ມ “ໜຶ່ງ ແລວ, ໜຶ່ງເສັ້ນທາງ” ຂອງ ສປ ຈີນ ບໍ່ສະເພາະແຕ່ໄດ້ນຳເອົາຜົນປະໂຫຍດ ມາສູ່ຈີນ ແລະ ລາວເທົ່ານັ້ນ, ຫາກຍັງ ໄດ້ຕອບສະໜອງຄວາມມຸ່ງມາດປາ ຖະໜາ ແລະ ສ້າງຜົນປະໂຫຍດແກ່ປະ ເທດເພື່ອນບ້ານໃກ້ຄຽງ, ບັນດາປະເທດ ໃນພາກພື້ນ ແລະ ສາກົນຕື່ມອີກ. ໃນ ນັ້ນ, ເມື່ອວັນທີ 10 ມີນາ 2024 ທີ່ສະ ຖານີລົດໄຟ ລາວ-ຈີນ ເມືອງໄຊ ແຂວງ ອຸດົມໄຊ ໄດ້ມີພິທີເປີດການຂົນສົ່ງຜູ້ ໂດຍສານສາກົນຢ່າງເປັນທາງການ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຈ່າງເຊີ້ຜິ່ງຫົວໜ້າກົງສຸນໃຫຍ່ ສປ ຈີນ ປະຈໍາບັນດາແຂວງພາກເໜືອ ຂອງ ລາວ ທີ່ມີສຳນັກງານຕັ້ງຢູ່ແຂວງ ຫລວງພະບາງ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ. ການເປີດບໍລິການຂົນສົ່ງຜູ້ໂດຍສານ ສາກົນຢູ່ສະຖານີເມືອງໄຊ ແມ່ນຜົນ ຂອງຄວາມພະຍາຍາມຮ່ວມ ຂອງຈີນ ແລະ ລາວ ເພື່ອຈຸດປະສົງຍົກສູງສະຖາ ນະພາບພາກພື້ນ, ເພີ່ມທະວີການແລກ ປ່ຽນບຸກຄະລາກອນ ແລະ ການຮ່ວມມື ດ້ານເສດຖະກິດການຄ້າກັບຈີນ. ພ້ອມ ກັບການພັດທະນາສັງຄົມ, ຂະຫຍາຍ ການໂຄສະນາ, ຊຸກຍູ້ການເຊື່ອມຈອດ ດ້ານອຸດສາຫະກຳຂອງແຫລງຊັບພະ ຍາກອນທີ່ດີກວ່າເກົ່າ ເພື່ອໃຫ້ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ໃນ ນັ້ນ, ສປປ ລາວ ຈະຖືໂອກາດນີ້ ເພື່ອ ຮຽນຮູ້ປະສົບການຂອງຈີນ, ເພີ່ມທະ ວີການດຶງດູດການລົງທຶນ, ຊຸກຍູ້ການ ພັດທະນາການທ່ອງທ່ຽວ, ການຂົນສົ່ງ ແລະກະສິກຳໃຫ້ກ້າວເຂົ້າສູ່ລະດັບໃໝ່. ໃນນັ້ນ, ລົດໄຟຂົນສົ່ງຜູ້ໂດຍສານລະ ຫວ່າງປະເທດແມ່ນຈະແລ່ນສອງຖ້ຽວ ຕໍ່ມື້ໄປ-ກັບ ເຊິ່ງຈະມີສອງຂະບວນຄື: ຂະບວນ %88 ຖ້ຽວເຊົ້າແມ່ນຈາກນະ ຄອນຫລວງວຽງຈັນໄປຍັງຄຸນໝິງໃຕ້, ເດີນທາງຮອດເມືອງໄຊ ເວລາ 10:41 ນາທີ, ຂະບວນ %87 ຖ້ຽວຕອນບ່າຍ ແມ່ນຈາກຄຸນໝິງມາຍັງນະຄອນຫລວງ ວຽງຈັນ, ເດີນທາງມາຮອດເມືອງໄຊ ເວລາ 13:58 ນາທີ ໂດຍໄດ້ເລີ່ມເປີດ ບໍລິການຮັບຜູ້ໂດຍສານນັບແຕ່ວັນທີ 10 ມີນາ 2024 ເປັນຕົ້ນມາ. ອີງຕາມການລາຍງານຂອງກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວໃນໄລຍະ3ເດືອນ ຕົ້ນປີ2024 ມີນັກທ່ອງທ່ຽວຕ່າງປະ ເທດ 1,1 ລ້ານຄົນ ເຂົ້າມາທ່ອງທ່ຽວ ລາວ ເພີ່ມຂຶ້ນ 36 ເມື່ອທຽບໃສ່ໄລ ຍະດຽວກັນຂອງປີ 2023. ເວົ້າສະ ເພາະໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ລາວ ພສ 2567 ແຂວງຫລວງ ພະບາງ ໄດ້ຮັບນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ລວມທັງໝົດ 110 ພັນກວ່າຄົນ, ທຽບໃສ່ໄລຍະດຽວ ກັນຂອງປີ 2023 ຜ່ານມາ ເພີ່ມຂຶ້ນ 366,44 . ໃນນັ້ນ, ນັກທ່ອງທ່ຽວທີ່ ມາທ່ຽວຫລວງພະບາງ ອັນດັບໜຶ່ງ ແມ່ນນັກທ່ອງທ່ຽວຈາກ ສປ ຈີນ ບັນລຸ 10.497 ເທື່ອຄົນ. ນອກນັ້ນ, ໂຄງ ການລົດໄຟລາວ-ຈີນ ໄດ້ກາຍເປັນສູນ ກາງການຂົນສົ່ງຂອງພາກພື້ນ ຕາມ ແບບໂລຈີສຕິກ (LPHistiD) ທາງ ລົດໄຟຈະບໍ່ພຽງແຕ່ຫລຸດຄ່າໃຊ້ຈ່າຍ ໃນການຂົນສົ່ງຜູ້ໂດຍສານ ແລະ ສິນ ຄ້າໄປສູ່ຕະຫລາດສາກົນເທົ່ານັ້ນ ແຕ່ ຍັງເຮັດໃຫ້ທຸລະກິດລາວ ໄດ້ເຂົ້າເຖິງ ຕະຫລາດຈີນ ທີ່ມີຜູ້ບໍລິໂພກຫລາຍ ກວ່າ 1,4 ຕື້ຄົນ. ທາງລົດໄຟ ລາວ-ຈີນ ໄດ້ຕອບໂຈດການເດີນທາງທີ່ວ່ອງໄວ, ການຂົນສົ່ງສິນຄ້າທີ່ສະດວກ ແລະ ລາ ຄາຕໍ່າຈະຊ່ວຍຍູ້ດັນໃຫ້ອຸດສາຫະກຳ ທ່ອງທ່ຽວ ມີການຂະຫຍາຍຕົວສູງ. ຄາດວ່າຈະມີນັກທ່ອງທ່ຽວຈີນ ເຂົ້າມາ ລາວນັບມື້ເພີ່ມຂຶ້ນ, ເພາະປະຊາຊົນ ຈີນ ມີກຳລັງຊື້ທີ່ສູງ. ນອກຈາກນີ້, ນັກ ທ່ອງທ່ຽວໄທ ຫລື ອາຊຽນກໍຈະນໍາໃຊ້ ລົດໄຟ ລາວ-ຈີນ ໃນການເດີນທາງໄປ ຈີນເຊັ່ນດຽວກັນ. ໃນດ້ານສາຍການບິນ ນອກຈາກມີ ສາຍການບິນລະຫວ່າງນະຄອນຫລວງ ວຽງຈັນ ກັບ ຄຸນມິງແລ້ວ, ເມື່ອວັນທີ 19 ພຶດສະພາ 2024 ສະໜາມບິນສາ ກົນປາຍຢູນສປຈີນກໍໄດ້ມີພິທີເປີດຖ້ຽວ ບິນຕົງຈາກນະຄອນປາກເຊ ແຂວງຈຳ ປາສັກ ຂອງ ສປປ ລາວ ຫາ ກວາງໂຈ ສປ ຈີນ ແລະ ກວາງໂຈ-ປາກເຊ ຊຶ່ງ ເຮັດໃຫ້ຖ້ຽວບິນຕົງທີ່ບິນຈາກ ສປປ ລາວ - ນະຄອນກວາງໂຈ ເພີ່ມຂຶ້ນເປັນ 2 ເສັ້ນທາງການບິນ ເປັນການອຳນວຍ ຄວາມສະດວກໃຫ້ແກ່ຜູ້ໂດຍສານ ທີ່ ຈະເດີນທາງເຂົ້າມາພາກໃຕ້ຂອງລາວ ອັນເປັນການສົ່ງເສີມໃຫ້ມີການເຊື່ອມ ໂຍງເຊື່ອມຈອດທັງຍູ້ແຮງປີທ່ອງທ່ຽວ ລາວ 2024 ໃຫ້ມີນັກທ່ອງທ່ຽວມາ ທ່ຽວລາວຫລາຍຂຶ້ນ ໂດຍສະເພາະທີ່ ແຂວງຈໍາປາສັກ ທີ່ມີແຫລ່ງທ່ອງທ່ຽວ ຫລາກຫລາຍກວ່າ 244 ແຫ່ງ. ການ ເປີດຖ້ຽວບິນຕົງຄັ້ງນີ້ບໍ່ພຽງແຕ່ຍົກລະ ດັບການເຊື່ອມໂຍງເຊື່ອມຈອດເສັ້ນທາງ ຄົມມະນາຄົມທາງອາກາດລະຫວ່າງ 2 ນະຄອນ, ກໍຄື 2 ແຂວງຂອງລາວ ແລະ ຈີນ ເທົ່ານັ້ນ, ແຕ່ຍັງເປັນການຊຸກ ຍູ້ສົ່ງເສີມວຽກງານທ່ອງທ່ຽວຂອງ 2 ປະເທດ; ພ້ອມທັງ, ເປັນການເປີດເສັ້ນ ທາງໃຫ້ແກ່ນັກທ່ອງທ່ຽວປະເທດທີ 3 ເດີນທາງມາຢ້ຽມຢາມລາວ ແລະ ຈີນ ອີກຊ່ອງທາງໜຶ່ງ. ດັ່ງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາ ສັກ ໄດ້ກ່າວໃຫ້ຮູ້ວ່າ: ການເປີດຖ້ຽວ ບິນຕົງນີ້, ຈະເປັນການເສີມສ້າງສາຍ ພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຈີນ, ຈີນ-ລາວ ໃຫ້ນັບ ມື້ນັບງອກງາມ, ສ້າງເງື່ອນໄຂໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຈໍາປາສັກ ແລະ ກວາງໂຈ, ທັງໄດ້ເຊື່ອມຕໍ່ດ້ານການທ່ອງທ່ຽວ ແລະ ວັດທະນະທໍາໃຫ້ນັບມື້ກວ້າງ ຂວາງ. ແຂວງຈໍາປາສັກ, ເປັນແຂວງ ໜຶ່ງທີ່ເໝາະແກ່ການກະສິກຳ ແລະ ທ່ອງທ່ຽວ ຊຶ່ງປັດຈຸບັນມີ 18 ປະເທດ ທີ່ມາລົງທຶນຢູ່ແຂວງນີ້; ໃນນີ້, ສປ ຈີນ ຈັດຢູ່ໃນອັນດັບຕົ້ນຂອງການລົງທຶນ ຕ່າງປະເທດ ຢູ່ແຂວງດັ່ງກ່າວ. ການ ເປີດຖ້ຽວບິນຕົງນີ້, ຍັງເປັນການຜັນ ຂະຫຍາຍການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ຢ່າງເປັນຮູບປະທໍາ. ໃນໂອກາດທ່ານ ຮູ ເຈີ ມິງ ()V ;Ii .in) ປະທານບໍລິຫານກຸ່ມບໍລິສັດ ລົງທຶນການທ່ອງທ່ຽວຈີນ ແລະ ການ ຄຸ້ມຄອງຊັບສິນຈໍາກັດໄດ້ເຂົ້າຢ້ຽມຂໍ່າ ນັບ ທ່ານ ວັນສີ ກົວມົວ ຮອງລັດຖະ ມົນຕີກະຊວງ ຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ເມື່ອທ້າຍເດືອນ ພຶດສະພາ 2024 ຜ່ານມາ, ທັງສອງ ຝ່າຍກໍໄດ້ພົບປະສົນທະນາຮ່ວມກັນໃນ ການສືບຕໍ່ຮ່ວມມືໃນຂົງເຂດຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ໃນນັ້ນ, ກຸ່ມບໍລິສັດ ລົງທຶນການທ່ອງ ທ່ຽວຈີນຍິນດີສະໜັບສະໜູນໂຄສະ ນາການທ່ອງທ່ຽຂອງ ສປປ ລາວ ເພື່ອ ໃຫ້ນັກທ່ອງທ່ຽວຈີນ ເຂົ້າມາທ່ອງ ທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ ແລະ ພ້ອມຈະສຶກສາຂໍ້ມູນຊອກຫາຊ່ອງທາງ ການສ້າງແຜນລົງທຶນການຮ່ວມມື ດ້ານທ່ອງທ່ຽວ ແນໃສ່ດຶງດູດນັກທ່ອງ ທ່ຽວຈີນໃຫ້ມາທ່ອງທ່ຽວ ສປປ ລາວ ຜ່ານທາງລົດໄຟ ລາວ-ຈີນ ໃຫ້ເພີ່ມຂຶ້ນ. ໂດຍລວມແລ້ວ, ການສົ່ງເສີມ ການທ່ອງທ່ຽວຮ່ວມກັນຂອງສອງ ຊາດລາວແລະຈີນແມ່ນຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຂອງ ນັກທ່ອງທ່ຽວຕ່າງປະເທດ ທີ່ສົນໃຈ ຢາກມາທອງທ່ຽວລາວ ແລະ ຈີນ ຫລື ຜ່ານລາວແລະ ຈີນໄປຍັງປະເທດທີ 3. ຜູ້ຂຽນເຊື່ອແນ່ວ່າພາຍຫລັງທັງສອງ ປະເທດ ລາວ ແລະ ຈີນ ໄດ້ມີການເປີດ ການທ່ອງທ່ຽວແບບຄົບທຸກເສັ້ນທາງ ຈະສາມາດບັນລຸໄດ້ຄາດໝາຍທີ່ວາງ ໄວ້ ຄືໃຫ້ນັກທ່ອງທ່ຽວຈີນ ມາທ່ຽວ ສປປລາວບໍ່ຫລຸດ8ແສນກວ່າເທື່ອຄົນ ໃນປີ 2024. * ປັດຈຸບັນຢູ່ບັນດາແຂວງເປົ້າ ໝາຍພວມດຳເນີນບັ້ນທົດລອງການ ສຳຫລວດພົນລະເມືອງແລະທີ່ຢູ່ອາ ໄສທົ່ວປະເທດ ຄັ້ງທີ 7. ການເປີດ ບັ້ນທົດລອງນີ້ເພື່ອຮັບປະກັນໃຫ້ ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທີ່ຈະດຳເນີນໃນປີ 2025 ມີຜົນສໍາເລັດຕາມແຜນການທີ່ວາງ ໄວ້, ເພື່ອທົດສອບບັນດາເຄື່ອງມື ແລະ ຂະບວນການຕ່າງໆຂອງການ ສໍາຫລວດ ເຊິ່ງເອີ້ນວ່າການສໍາ ຫລວດທົດລອງ ໂດຍໄດ້ດໍາເນີນ ການໃນລະຫວ່າງ ວັນທີ 27 ພຶດສະ ພາ ຫາ 14 ມິຖຸນາ 2024 ເຊິ່ງເປົ້າ ໝາຍການສໍາຫລວດແມ່ນປະຊາ ຊົນທຸກຄົນ ແລະ ອາຄານທີ່ຢູ່ອາໄສ ທີ່ຢູ່ໃນຂອບເຂດສໍາລັບການທົດ ລອງເທົ່ານັ້ນທີ່ຈະໄດ້ຖືກຈົດນັບ. ການເປີດບັ້ນທົດລອງການສຳ ຫລວດພົນລະເມືອງ ແລະທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 7 ໄດ້ກໍານົດເອົາ 4 ແຂວງຄື: ແຂວງບໍ່ແກ້ວ, ຫົວພັນ, ເຊກອງ ແລະ ນະຄອນຫລວງວຽງ ຈັນ. ໃນໄລຍະທົດລອງຄະນະຊີ້ນໍາ ການສໍາຫລວດເຂັ້ນສູນກາງ, ຂັ້ນ ແຂວງ, ບັນດາຊ່ຽວຊານ, ນັກກວດ ກາ ແລະ ນັກເດີນສໍາຫລວດ ໄດ້ລົງ ໄປຫາຄົວເຮືອນປະຊາຊົນໃນແຕ່ລະ ບ້ານແລະ ເຂດສໍາຫລວດໂດຍການ ນໍາໃຊ້ແທບເລັດເຂົ້າໃນການເກັບ ກຳຂໍ້ມູນ. ສະເພາະນະຄອນຫລວງ ວຽງຈັນ ແມ່ນກໍານົດເອົາ 30 ເຂດ ສໍາຫລວດຈາກ 12 ບ້ານ, ໃນ 3 ເມືອງຄື: ເມືອງຈັນທະບູລີມີ10 ເຂດ ສໍາຫລວດ (ບ້ານຫ້ວຍຫົງ 4 ເຂດ ສໍາຫລວດ, ໂພນສະຫວ່າງ 3 ເຂດ ສໍາຫລວດ, ບ້ານສີຫອມ 1 ເຂດສໍາ ຫລວດ, ບ້ານອານຸ1 ເຂດສໍາຫລວດ, ບ້ານມີໄຊ 1 ເຂດສໍາຫລວດ); ເມືອງ ສີໂຄດຕະບອງ ມີ 2 ເຂດສໍາຫລວດ (ບ້ານນາຄໍາ 2 ເຂດສໍາຫລວດ) ແລະ ເມືອງໄຊເສດຖາ ມີ 18 ເຂດ ສໍາຫລວດ (ບ້ານຈອມມະນີ 4 ເຂດ ສໍາຫລວດ, ບ້ານໂພນໄຊ 2 ເຂດສໍາ ຫລວດ, ບ້ານວຽງຈະເລີນ 2 ເຂດ ສໍາຫລວດ, ບ້ານແສງສະຫວ່າງ 4 ເຂດສໍາຫລວດ, ບ້ານຄໍາສະຫວາດ 3 ເຂດສໍາຫລວດ, ບ້ານຊຽງດາ 3 ເຂດສໍາຫລວດ). ດັ່ງທີ່, ທ່ານ ນາງ ສຸມາລີ ທໍາມະ ວົງ ຫົວໜ້າພະແນກພາຍໃນ, ຄະນະ ຊີ້ນຳການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ7 ປີ 2025 ຂັ້ນນະຄອນຫລວງວຽງ ຈັນ ໄດ້ໃຫ້ຮູ້ວ່າ: ຈຸດປະສົງການທົດ ລອງການສໍາຫລວດພົນລະເມືອງ ຄັ້ງນີ້ ເພື່ອເກັບກຳສະຖິຕິພົນລະ ເມືອງລາວ ແລະ ຕ່າງປະເທດທີ່ດຳ ລົງຊີວິດຢູ່ ສປປ ລາວ ເກີນ 6 ເດືອນ ຂຶ້ນໄປ, ລວມທັງເກັບກໍາສະພາບ ການຂະຫຍາຍຕົວຂອງພົນລະ ເມືອງ ເພື່ອເກັບກຳຂໍ້ມູນພື້ນຖານ ຂອງພົນລະເມືອງລາວກ່ຽວກັບ ການສຶກສາ, ການບໍລິການດ້ານສຸ ຂະພາບ, ສະພາບຄວາມພິການ ແລະ ສະພາບການຍົກຍ້າຍຂອງພົນ ລະເມືອງ, ເກັບກຳສະພາບກຳລັງ ແຮງງານ, ສະພາບການມີວຽກເຮັດ ງານທຳ ແລະ ຄຸນລັກສະນະຂອງທີ່ ຢູ່ອາໄສການດຳລົງຊີວິດ ເຊິ່ງຈະ ເປັນຖານຂໍ້ມູນສຳຄັນໃຫ້ແກ່ການ ຄາດຄະເນພົນລະເມືອງ ແລະ ເປັນ ຖານຂໍ້ມູນອັບເດດໃຫ້ແກ່ການຕິດ ຕາມການຂຶ້ນສຳມະໂນຄົວ ແລະ ຂຶ້ນທະບຽນພົນລະເມືອງ, ທັງເຮັດ ໃຫ້ການສ້າງ ແລະ ປັບປຸງລະບົບ ຖານຂໍ້ມູນພົນລະເມືອງ ແຫ່ງຊາດ ໃຫ້ມີຄວາມຄົບຖ້ວນສົມບູນ ທີ່ສາ ມາດທຽບທັນ ແລະ ສົມທຽບກັບ ພາກພື້ນ ແລະ ສາກົນ, ອີກດ້ານໜຶ່ງ ແມ່ນເປັນຂໍ້ມູນພື້ນຖານທາງດ້ານ ເສດຖະກິດ ແລະ ສະພາບທ່າອ່ຽງ ໃນດ້ານສັງຄົມ ແລະ ຄວາມສະເໝີ ພາບຍິງ-ຊາຍ.

RkJQdWJsaXNoZXIy MTc3MTYxMQ==