5893

xtgmf]k; 4 3]d c]t gsfdko ຕໍ່າກໜ້າ 14/06/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp |j ;pra d lkplq j ' ]k;3m]t7q ,gxu fdv'xt-5 ,.spj 7A 'mu III ຂປລ. ເມື່ອບໍ່ດົນມານີ້, ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ໄດ້ເປີດກອງປະຊຸມໃຫຍ່ ສະມາຊິກ ພັກຂອງໜ່ວຍພັກສາຍສົ່ງທີ່ຂຶ້ນກັບ ຄະນະພັກຮາກຖານຂອງຕົນ ໂດຍ ການເປັນປະທານ ຂອງ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານ ງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ(ຕສ), ເລຂາຄະນະພັກ ຮາກຖານ ບໍລິສັດ ລາວໂທລະຄົມ ມະນາຄົມມະຫາຊົນ (ລລທ), ສະ ຫາຍ ຈັນທະວີພອນ ເຄືອບຄໍາວອນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກ ງານ, ຫົວໜ້າຄະນະຕິດຕາມການ ດໍາເນີນກອງປະຊຸມ 3 ຂັ້ນ ກະຊວງ ຕສ, ມີຄະນະປະຈໍາພັກຮາກຖານ ລລທ, ຕາງໜ້າບັນດາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາ ຊົນ, ຕາງໜ້າຫ້ອງການພັກ ລລທ ແລະ ສະມາຊິກພັກສົມບູນ, ສໍາຮອງ ຂອງໜ່ວຍພັກ ສາຍສົ່ງ ເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ເພັດ ສະຫວັນ ເຄີນວີໄລ ຄະນະພັກຮາກ ຖານຜູ້ຊີ້ນໍາໜ່ວຍ, ເລຂາໜ່ວຍພັກ ສາຍສົ່ງໄດ້ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ, ໜ່ວຍພັກສາຍສົ່ງໄດ້ຮັບ ການຊີ້ນໍາຈາກຄະນະພັກຮາກຖານ ລລທ ເປັນປະຈໍາ ແລະ ສະມາຊິກ ພັກທຸກສະຫາຍ ກໍມີຄວາມສາມັກຄີ ໃຫ້ຄວາມຮ່ວມມືໃນທຸກດ້ານ, ໃນຂະ ນະທີ່ສະພາບການຂອງໂລກທັງຢູ່ ໃນລະດັບພາກພື້ນ ແລະ ສາກົນ ເກີດ ມີຄວາມທ້າທາຍໃນຫລາຍດ້ານ ເຊັ່ນ: ການລະບາດຂອງພະຍາດໂຄ ວິດ-19, ບັນຫາການຂັດແຍ່ງທາງ ດ້ານພູມມິລັດທະສາດ ແລະ ຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໂດຍສະເພາະແມ່ນໄດ້ສົ່ງ ຜົນກະທົບໂດຍກົງຕໍ່ການພັດທະ ນາວຽກງານການດໍາເນີນທຸລະກິດ ຂອງ ລລທ ກໍຄື ການບໍລິຫານຈັດ ການວຽກງານ. ແນວໃດກໍຕາມໂດຍ ໄດ້ຮັບການນໍາພາ-ຊີ້ນໍາ ໂດຍກົງ ຈາກຄະນະພັກຮາກຖານລລທ ເຮັດ ໃຫ້ຄະນະໜ່ວຍພັກສະມາຊິກພັກພະນັກງານ ຂອງໜ່ວຍພັກ ສາຍສົ່ງ ໄດ້ມີຄວາມສາມັກຄີເປັນປຶກແຜ່ນ, ຕັດສິນໃຈສູງຜ່ານຜ່າອຸປະສັກນາໆ ປະການປະຕິບັດໜ້າທີ່ການເມືອງ ທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມ ຄັ້ງທີ V ຂອງຄະນະພັກຮາກຖານ ລລທ ໂດຍສະເພາະແມ່ນຈັດຕັ້ງປະ ຕິບັດບັນດາຄາດໝາຍທີ່ກໍານົດໄວ້ ໃນມະຕິກອງປະຊຸມໃຫ່ຍ ຄັ້ງທີ II ຂອງໜ່ວຍພັກ ສາຍສົ່ງ ໃຫ້ມີຜົນສໍາ ເລັດເປັນຢ່າງດີເປັນການປະກອບ ສ່ວນຢ່າງໜັກແໜ້ນ ໃຫ້ແກ່ການພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ. ພ້ອມກັນນີ້, ບັນດາສະມາຊິກ ໜ່ວຍພັກ ສາຍສົ່ງ ໄດ້ພ້ອມກັນນໍາ ໃຊ້ສິດປະຊາທິປະໄຕຂອງຕົນປ່ອນ ບັດເລືອກຕັ້ງເອົາຄະນະໜ່ວຍພັກ ຊຸດໃໝ່ ແລະ ຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຂອງຄະນະ ພັກຮາກຖານ ລລທ ບົນພື້ນຖານ ຫລັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດ ຖານເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີຜູ້ທີ່ ຈະເຂົ້າເປັນຜູ້ແທນສົມບູນ ຈໍານວນ 12 ສະຫາຍ ແລະ ສໍາຮອງ 4 ສະ ຫາຍ ແລະ ຜູ້ລົງຮັບສະໝັກເລືອກ ຕັ້ງຄະນະໜ່ວຍພັກ ສາຍສົ່ງ ຊຸດໃໝ່ ທັງໝົດ 5 ສະຫາຍ, ເລືອກໄດ້ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະ ລຶກ ໄດ້ຕົກລົງເຫັນດີຮັບຮອງເອົາ ຄະນະໜ່ວຍ ພັກສາຍສົ່ງ ຊຸດໃໝ່ 3 ສະຫາຍ ຄື: ເລືອກເອົາສະຫາຍ ພູສະຫວັນ ພູມມາວົງ ເປັນເລຂາ ໜ່ວຍພັກ ສາຍສົ່ງ; ສະຫາຍ ພອນ ສະຫວັດ ເພັງວິໄລຈິດ ເປັນຮອງ ເລຂາໜ່ວຍພັກ,ທັງເປັນປະທານ ກວດກາ ແລະ ສະຫາຍ ຈັນທະສອນ ບູລົມ ເປັນກໍາມະການໜ່ວຍພັກ. ໂອກາດນີ້, ສະຫາຍ ສຸພົນ ຈັນ ທະວີໄຊ ໄດ້ກ່າວສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ໍຜົນງານທີ່ໜ່ວຍພັກດັ່ງ ກ່າວ ຍາດມາໄດ້ ໃນໄລຍະຜ່ານມາ. ພ້ອມທັງເນັ້ນໃຫ້ຄະນະໜ່ວຍພັກ ສາຍສົ່ງຊຸດໃໝ່ເອົາໃຈໃສ່ໃນການ ແບ່ງງານ, ແບ່ງຄວາມຮັບຜິດຊອບ ໃຫ້ລະອຽດຈະແຈ້ງ ເພື່ອເປັນບ່ອນ ອີງໃນການເຕົ້າ ໂຮມຄວາມສາມັກຄີ ຂອງສະມາຊິກພັກ-ພະນັກງານໃນ ຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສຳເລັດໃນແຕ່ລະໄລຍະ, ເອົາໃຈໃສ່ຕິດຕາມ, ກວດກາ, ຊຸກຍູ້ ການເຄື່ອນໄຫວວຽກງານ, ເນັ້ນ ໜັກເຖິງ 6 ໜ້າທີ່ຂອງໜ່ວຍພັກ ໂດຍສະເພາະການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງ ເປັນໜ້າທີ່ກວມລວມ ແລະ ຢັ້ງຢືນ ເຖິງດ້ານດີ,ດ້ານກ້າວໜ້າແລະດ້ານ ອ່ອນ ໃນການເຄື່ອນໄຫວນໍາພາ ຂອງໜ່ວຍພັກຕົນ. ຂ່າວ-ພາບ: ລາວໂທລະຄົມ ກະຊວງການເງິນ ຊີ້ແຈງ... ກຽມປັບປຸງ... ສ້າງຄວາມເຂ້ັມແຂງ... ການບຸກລຸກ... ເງິນທີ່ກະຊວງການເງິນໄດ້ວາງ ອອກສາມາດຊ່ວຍແກ້ໄຂສະພາບ ຄວາມຫຍຸ້ງຍາກທາງດ້ານເງິນຕາ ເປັນຕົ້ນ ອັດຕາເງິນເຟີ້, ອັດຕາແລກ ປ່ຽນ, ການອ່ອນຄ່າຂອງເງິນກີບ ແລະຄ່າຄອງຊີບທີ່ນັບມື້ນັບສູງຂຶ້ນຄື ແນວໃດ?. ຕໍ່ກັບບັນຫາດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ໄດ້ໃຫ້ຄຳຊີ້ ແຈ້ງວ່າ: ການປະຕິບັດລາຍຈ່າຍ ເງິນເດືອນ ແລະ ເງິນນະໂຍບາຍ ຕ່າງໆ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ພະນັກ ງານບຳນານ, ລັດຖະບານ ກໍຄືກະ ຊວງການເງິນ ຖືເປັນລາຍຈ່າຍບຸລິ ມະສິດດ້ວຍການຄົ້ນຄວ້າຂຶ້ນແຜນ, ເພີ່ມມູນຄ່າດັດສະນີເງິນເດືອນແຕ່ ລະໄລຍະ ແລະ ປະຕິບັດການເບີກ ຈ່າຍໃຫ້ທັນເວລາ, ແຕ່ຍ້ອນສະພາບ ເສດຖະກິດມີຄວາມຫຍຸ້ງຍາກ, ສະ ພາບເງິນເຟີ້ ແລະ ອັດຕາແລກປ່ຽນ ສູງຂຶ້ນເຮັດໃຫ້ການດຳລົງຊີວິດ ຂອງພະນັກງານລັດຖືກກະທົບ. ຕໍ່ສະພາບດັ່ງກ່າວ, ໃນປີ 2023 ໄດ້ຄົ້ນຄວ້າເພີ່ມເງິນຄ່າຄອງຊີບ 150.000 ກີບ ແລະ ຍົກລະດັບເງິນ ເດືອນຂັ້ນຕໍ່າສຸດ ຂອງພະນັກງານ ມາເປັນ 1.700.000 ກີບ ແລະ ໃນປີ 2024 ໄດ້ສືບຕໍ່ເພີ່ມຄ່າຄອງ ຊີບຂຶ້ນອີກ 150.000 ກີບ ເຮັດ ໃຫ້ເງິນດືອນພື້ນຖານຕໍ່າສຸດຂອງ ພະນັກງານລັດຖະກອນມາເປັນ 1.850.000 ກີບ ເຊິ່ງເຫັນວ່າສາ ມາດແກ້ໄຂແບ່ງເບົາພາລະຄ່າຄອງ ຊີບໄດ້ໃນລະດັບໜຶ່ງ. ອີງໃສ່ສະພາບເງິນກີບອ່ອນຄ່າ ໃນປັດຈຸບັນ, ລັດຖະບານໄດ້ສືບຕໍ່ ໃຫ້ກະຊວງພາຍໃນ, ກະຊວງການ ເງິນ ແລະ ພາກສ່ວນກ່ຽວຂ້ອງຄົ້ນ ຄວ້າປັບປຸງໂຄງສ້າງເງິນເດືອນຄືນ ໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບ ເສດຖະກິດ. ກະຊວງການເງິນ ຈະຄົ້ນຄວ້າຄວາມອາດສາມາດໃນ ການເພີ່ມເງິນເດືອນຂຶ້ນຕື່ມ ເຊິ່ງ ປັດໄຈຫລັກແມ່ນຂຶ້ນກັບລາຍຮັບ ງົບປະມານທີ່ໝັ້ນຄົງ ແລະ ຍືນຍົງ ເພື່ອຈະມາຄົ້ນຄວ້າເພີ່ມ. ຜ່ານການ ຄົ້ນຄວ້າເບື້ອງຕົ້ນ ຄາດວ່າຈະສູ້ ຊົນຍົກລະດັບປັບປຸງນະໂຍບາຍ ເງິນເດືອນຕໍ່າສຸດ ມາຢູ່ລະດັບ 2 ລ້ານ ຫາ 2,2 ລ້ານກີບ ເຊິ່ງຈະເຮັດ ໃຫ້ລາຍຈ່າຍເງິນເດືອນເພີ່ມຂຶ້ນປະ ມານ 8-18% ຂອງລາຍຈ່າຍເງິນ ເດືອນຕໍ່າສຸດຂອງປີ 2024 ດ້ວຍ ການປັບປຸງໂຄງສ້າງດັດສະນີເງິນ ເດືອນ, ເງິນອຸດໜູນ ແລະ ເງິນນະ ໂຍບາຍຕ່າງໆເຂົ້າສູ່ລະບົບເງິນ ເດືອນໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດ ງວດ 1 ປີ 2025 ເປັນຕົ້ນໄປ. ສຳລັບຜົນກະທົບຕໍ່ອັດຕາເງິນ ເຟີ້ ແລະ ການອ່ອນຄ່າຂອງອັດຕາ ແລກປ່ຽນເກີດຈາກປັດໄຈພາຍໃນ ແລະ ພາຍນອກ. ສະນັ້ນ, ກະຊວງ ການເງິນ ໄດ້ຄົ້ນຄວ້ານະໂຍບາຍ ແລະ ມາດຕະການທາງດ້ານເງິນຕາ ທີ່ຕິດພັນກັບການແກ້ໄຂບັນຫາ, ສິ່ງທ້າທາຍດ້ານການເງິນ-ເງິນ ຕາໃນປີ2022 ໂດຍຕິດພັນກັບການ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງ ດ້ານເສດຖະກິດ ຂອງຄະນະສະ ເພາະກິດ 19/ກມສພ ໂດຍໄດ້ຜັນຂະ ຫຍາຍເປັນ 5 ໜ້າວຽກຄື: ນະໂຍ ປະຈຳຢູ່ບັນດາປ່າສະຫງວນທີ່ຫລໍ່ ແຫລມ, ມີຄວາມສ່ຽງ ແລະ ມີເງື່ອນ ໄຂທາງດ້ານທຶນຮອນ; ຟື້ນຟູແບບ ທໍາມະຊາດ ແລະ ປູກເສີມດ້ວຍການ ແບ່ງຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ, ມາຮອດ ປັດຈຸບັນປະຕິບັດ 132.700 ເຮັກ ຕາ (ຮຕ) ເທົ່າກັບ 7% ຂອງແຜນ ການ (1,8 ລ້ານ ຮຕ) ສາເຫດ ທີ່ຍັງບໍ່ທັນສາມາບັນລຸໄດ້ຍ້ອນຍັງ ຂາດທຶນຮອນ, ໃຊ້ເວລາດົນສົມ ຄວນໃນການຟື້ນຟູ, ປະຊາຊົນຍັງ ບໍ່ທັນເຫັນຄວາມສໍາຄັນແກ່ວຽກ ງານດັ່ງກ່າວ; ການປູກໄມ້ລວມທັງ ການປູກໄມ້ອຸດສະຫະກຳມາຮອດ ປັດຈຸບັນ, ສາມາດປະຕິບັດໄດ້ 32.270 ຮຕ ເທົ່າກັບ 16% ຂອງ ແຜນການ (200.000 ຮຕ) ສາ ເຫດທີ່ບໍ່ສາມາດບັນລຸໄດ້ຍ້ອນການ ຈັດສັນພື້ນທີ່ທີ່ເໝາະສົມໃຫ້ບັນ ດາບໍລິສັດລົງທຶນໄດ້ເນື່ອງຈາກມີ ການຈັບຈອງ, ການນໍາໃຊ້ຂອງປະ ຊາຊົນ ແລະ ຜູ້ປະກອບການ; ບັນ ຫາຂໍ້ຂັດແຍ່ງ ແລະ ການຊົດເຊີຍ; ສ້າງຄວາມເຂັ້ມແຂງ ໃຫ້ປະຊາຊົນ ດໍາເນີນການຜະລິດກະສິກໍາ ແລະ ປ່າໄມ້ ເປັນສິນຄ້າ, ການປູກ, ການ ລ້ຽງ, ຫັດຖະກຳ, ການຄ້າ, ການບໍລິ ການ, ການທ່ອງທ່ຽວແບບອະນຸລັກ ໃຫ້ກາຍເປັນຄອບຄົວຕົວແບບຕິດ ພັນກັບການຢຸດເຊົາ ການເຄື່ອນຍ້າຍ ແບບຊະຊາຍຂອງພົນລະເມືອງເຂົ້າ ໄປຕັ້ງຖິ່ນຖານຢູ່ໃນເຂດປ່າໄມ້ ເພື່ອ ປົກປັກຮັກສາປ່າໄມ້ ແລະ ຢຸດເຊົາ ການຖາງປ່າເຮັດໄຮ່ແບບເລື່ອນ ລອຍ; ປັບປຸງກົງຈັກການຈັດຕັ້ງໃນ ການຄຸ້ມຄອງປ່າໄມ້ ແຕ່ສູນກາງ ຮອດທ້ອງຖິ່ນ ໂດຍສຸມໃສ່ທົບທວນ ແລະ ປັບປຸງ ພາລະບົດບາດ, ກຳນົດ ຕຳແໜ່ງງານ ແລະ ບັນຈຸສັບຊ້ອນ ບຸກຄະລາກອນ ໃຫ້ສອດຄ່ອງກັບ ຕຳແໜ່ງງານ, ສ້າງແລະ ປັບປຸງພື້ນ ຖານໂຄງລ່າງ, ສິ່ງເອື້ອອໍານວຍ ຄວາມສະດວກ ໂດຍສະເພາະສັບ ຊ້ອນພະນັກງານໄປປະຈຳກອງຄຸ້ມ ໜ້າຫ້ອງວ່າການປະທານປະເທດ, ຮອງປະທານຄະນະກຳມະການອະ ໄພຍະໂທດລະດັບຊາດ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຄະນະກໍາ ມະການອະໄພຍະໂທດ ລະດັບຊາດ ໄດ້ປຶກສາຫລາລື ແລະ ປ່ຽນຄຳຄິດ ຄຳເຫັນ ເພື່ອກຽມເນື້ອໃນ ແລະ ຄວາມພ້ອມດ້ານຕ່າງໆ ໃນການ ປັບປຸງລັດຖະບັນຍັດ ວ່າດ້ວຍການ ໃຫ້ອະໄພຍະໂທດ ສະບັບປີ 2018 ແລະ ໄດ້ມອບຄວາມຮັບຜິດຊອບໃຫ້ ບັນດາທ່ານໃນຄະນະກໍາມະການອະ ໄພຍະໂທດລະດັບຊາດ ໃນການນໍາ ພາ-ຊີ້ນໍາການລົງເຜີຍແຜ່ລັດຖະ ບັນຍັດວ່າດ້ວຍການໃຫ້ອະໄພຍະ ທາງດ້ານກົດໝາຍ ແລະ ວິຊາການ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນ ກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນ ແຂວງທົ່ວປະເທດ ເຂົ້າຮ່ວມ. ຊຸດຝຶກອົບຮົມ ໃນຄັ້ງນີ້, ເພື່ອ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງ ເລິກເຊິ່ງໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ຂອງ ສປປ ລາວ ກ່ຽວກັບວຽກງານ ການຕ້ານອາຊະຍາກຳຂ້າມຊາດ ໂດຍສະເພາະການຕ້ານການຟອກ ເງິນ ແລະ ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ ແລະ ພັນທະພາຍ ໃຕ້ກົດໝາຍສາກົນ ໃນການຕໍ່ສູ້ຕ້ານ ອາຊະຍາກໍາຂ້າມຊາດທີ່ມີການຈັດ ຕັ້ງຂອງ ສປປ ລາວ ໃຫ້ມີປະສິດທິ ພາບ ແລະ ປະສີດທິຜົນສູງຂຶ້ນກວ່າ ເກົ່າ. ທັງເປັນເວທີໃຫ້ແກ່ສຳມະນາ ກອນໄດ້ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນຕົວຈິງຮ່ວມກັນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ ຂອງຕົນສອດຄ່ອງກັບບັນດານິຕິ ກຳພາຍໃນ ຂອງ ສປປ ລາວ ແລະ ສົນທິສັນຍາສອງຝ່າຍ ແລະ ຫລາຍ ຝ່າຍທີ່ ສປປ ລາວ ເປັນພາຄີ. ຊຸດຝຶກອົບຮົມດັ່ງກ່າວ, ມີວິທະ ຍາກອນ ມາຈາກກະຊວງການຕ່າງ ປະເທດ, ກະຊວງປ້ອງກັນຄວາມ ສະຫງົບ, ກະຊວງພາຍໃນ, ອົງການ ໄອຍະການປະຊາຊົນສູງສຸດ, ສຳ ນັກງານຕ້ານການຟອກເງິນ, ທະນາ ບາຍທາງດ້ານພາສີ-ອາກອນ ເຊິ່ງ ໄດ້ມີການປັບຫລຸດອັດຕາອາກອນ ຊົມໃຊ້ນໍ້າມັນເຊື້ອໄຟ ຕາມມະຕິຄະ ນະປະຈຳສະພາແຫ່ງຊາດ; ອອກນິ ຕິກຳ ເພື່ອຄຸ້ມຄອງເງິນຕາຕ່າງປະ ເທດໃຫ້ຜ່ານລະບົບທະນາຄານ; ການອອກລັດຖະບັນຍັດປະທານ ປະເທດ ວ່າດ້ວຍການປັບປຸງອັດຕາ ອາກອນຊົມໃຊ້ຂອງບາງປະເພດ ສິນຄ້າ ເປັນມາດຕະການໜຶ່ງທີ່ຊ່ວຍ ໃນການຄຸ້ມຄອງການໄຫລອອກ ຂອງເງິນຕາຕ່າງປະເທດ, ແຕ່ ທາງພາກປະຕິບັດຕົວຈິງເຫັນວ່າ ຍັງມີບາງໝວດສິນຄ້າເພີ່ມຂຶ້ນ ເຊັ່ນ: ມູນຄ່າການນຳເຂົ້າພາຫະນະ ເພີ່ມຂຶ້ນ 37%; ເຄື່ອງດື່ມສຳເລັດ ຮູບເພີ່ມຂຶ້ນ 7%; ປະເພດເຄື່ອງດື່ມ ທີ່ມີທາດເຫລົ້າຫລຸດລົງ 43%; ປະເພດຜະລິດຕະພັນເບຍ ເພີ່ມຂຶ້ນ 16% ທຽບໃສ່ໄລຍະດຽວກັນຂອງ ປີຜ່ານມາ. ສ່ວນມາດຕະການໃນຕໍ່ ໜ້າ, ຈະທົບທວນຄືນອັດຕາ ແລະ ກົນໄກການຈັດຕັ້ງປະຕິບັດໃຫ້ສອກ ຄ່ອງກັບສະພາບຕົວຈິງຕື່ມ; ການ ຈັດຕັ້ງປະຕິບັດອັດຕາອາກອນມູນ ຄ່າເພີ່ມ ຈາກ 7% ມາເປັນ 10% ເຊິ່ງເປັນອັດຕາເກົ່າທີ່ເຄີຍປະຕິ ບັດ ຜ່ານມາ ເພື່ອເຮັດໃຫ້ສາມາດສ້າງ ລາຍຮັບເຂົ້າງົບປະມານລັດເພີ່ມ ຂຶ້ນ ປະມານ 2.000 ຕື້. ສຳລັບ ບັນດາມາດຕະການແກ້ ໄຂບັນຫາເຄັ່ງຮ້ອນທາງດ້ານເສດ ຖະກິດ ຂອງຄະນະສະເພາະກິດ 19/ກມສພ ຕິດພັນກັບກະຊວງ ການເງິນ ກໍໄດ້ຈັດຕັ້ງຜັນຂະຫຍາຍ ການຈັດເກັບຄ່າທຳນຽມການນຳ ເຂົ້າເພື່ອສົ່ງອອກຕໍ່ເປັນເງິນຕາ ຕ່າງປະເທດ ແມ່ນໄດ້ສໍາເລັດການ ເຊື່ອມໂຍງ ແລະ ແລກປ່ຽນຂໍ້ມູນ ຂ່າວສານ ຜ່ານລະບົບທັນສະໄໝ ກັບທະນາຄານ ແຫ່ງ ສປປ ລາວ ເຊິ່ງ ສາມາດດຶງເອົາຂໍ້ມູນຈາກລະ ບົບຂອງກົມພາສີ ກະຊວງການເງິນ ໄດ້ໂດຍພື້ນຖານ(ບໍ່ທັນມີຕົວເລກຢັ້ງ ຢືນຜົນການຈັດຕັ້ງປະຕິບັດ). ນອກຈາກນີ້, ຍັງມີການຄຸ້ມຄອງ ການນໍາເຂົ້ານໍ້າມັນເຊື້ອໄຟ, ການ ດໍາເນີນມາດຕະການຕ້ານ ແລະ ສະ ກັດກັ້ນການຄ້າຂາຍເຖື່ອນ, ການຄຸ້ມ ຄອງການນຳເຂົ້າສິນຄ້າຕິດຕົວ ຜູ້ໂດຍສານ ແລະ ການເຄື່ອນຍ້າຍ ເງິນຕາອອກໄປຕ່າງປະເທດ. ຂ່າວ: ກິດຕາ,ພາບ: ເກດສະໜາ ຕໍ່າກໜ້າ ຕໍ່າກໜ້າ ຕໍ່າກໜ້າ ຕໍ່າກໜ້າ 70% ຂອງເນື້ອທີ່ທັງໝົດທົ່ວປະ ເທດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປັນເຈົ້າການສຸມໃສ່ 5 ວຽກສໍາ ຄັນຄື: ການຄຸ້ມຄອງ, ປົກປັກຮັກສາ ໂດຍສະເພາະ ສະກັດກັ້ນການບຸກ ລຸກ, ການທໍາລາຍປ່າໄມ້ ດ້ວຍການ ສ້າງ ແລະ ປັບປຸງນິຕິກຳ ເພື່ອໃຫ້ ເປັນເຄື່ອງມືໃນການຄຸ້ມຄອງເຊັ່ນ: ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍ ວ່າດ້ວຍສັດປ່າ, ດຳລັດວ່າດ້ວຍປ່າ ສະຫງວນ, ປ່າປ້ອງກັນແລະ ປ່າ ຜະ ລິດ, ຄໍາສັ່ງ ສະບັບເລກທີ 11/ ນຍ, ຄໍາສັ່ງເລກທີ 15/ນຍ, ຄໍາແນະນໍາ ເລກທີ 3573/ກປ ແລະ ນິຕິກຳ ອື່ນໆຫລາຍສະບັບ ກ່ຽວກັບການ ຄຸ້ມຄອງ, ປົກປັກຮັກສາ, ກວດກາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ ແລະ ຊັບພະຍາກອນປ່າໄມ້; ຈັດຕັ້ງປະ ຕິບັດໂຄງການຕ່າງໆ ແນໃສ່ປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນແລະ ຫລຸດຜ່ອນການຕັດໄມ້ທຳລາຍປ່າ; ແຕ່ງຕັ້ງພະນັກງານກ່ຽວຂ້ອງລົງ ໂທດ ແລະ ໄດ້ຮັບຟັງການປະກອບ ຄໍາເຫັນຂອງຄະນະກໍາມະການອະ ໄພຍະໂທດຂັ້ນທ້ອງຖິ່ນ ໃນການ ປັບປຸງລັດຖະບັນຍັດວ່າດ້ວຍການ ໃຫ້ອະໄພຍະໂທດ ເພື່ອໃຫ້ສອດຄ່ອງ ໃນການຈັດຕັ້ງປະຕິບັດຕົວຈິງ. ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ຮຽກຮ້ອງໃຫ້ສືບຕໍ່ ຍົກສູງຄວາມຮັບຜິດຊອບໃຫ້ກອງ ເລຂາກະກຽມເນື້ອໃນ, ງົບປະມານ ແລະ ຄວາມພ້ອມດ້ານຕ່າງໆເພື່ອ ສ້າງເງື່ອນໄຂໃຫ້ບັນດາທ່ານທີ່ໄດ້ ຮັບມອບໝາຍ ໄດ້ລົງເຄື່ອນໄຫວສໍາ ເລັດຕາມແຜນການທີ່ວາງໄວ້ ແລະ ໃຫ້ກອງເລຂາ ຊ່ວຍວຽກເອົາໃຈ ໃສ່ໃນຕິດຕາມ, ສັງຮວມເອົາການ ປະກອບຄໍາຄິດຄໍາເຫັນຂອງບັນດາ ທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງ ນີ້, ເພື່ອມາສະຫລຸບ ແລະ ລາຍງານ ຕໍ່ຄະນະຊີ້ນໍາລວມ. ພາບ: ຂັນໄຊ ຄອງ 3 ປະເພດປ່າ, ຫ້ອງການພາກ ສະໜາມ, ສູນຝຶກອົບຮົມ ແລະ ບໍລິ ການເຕັກນິກປ່າໄມ້ ແລະ ອື່ນໆ. ທ່ານລັດຖະມົນຕີກະຊວງກະສິ ກຳ ແລະ ປ່າໄມ້ ຍັງໃຫ້ຮູ້ອີກວ່າ: ອີງຕາມການສໍາຫລວດລ້າສຸດ ໃນ ປີ 2020 ອັດຕາການປົກຫຸ້ມຂອງ ປ່າໄມ້ ກວມ 62% ຂອງເນື້ອທີ່ທົ່ວ ປະເທດຫລືເທົ່າກັບ14,7ລ້ານຮຕ, ເພີ່ມຂຶ້ນຈາກ 41.5% (9.8 ລ້ານ ຮຕ) ໃນປີ 2005 ເຖິງວ່າເນື້ອທີ່ ປົກຫຸ້ມຂອງປ່າໄມ້ ຈະມີທ່າອ່ຽງ ເພີ່ມຂຶ້ນ ແຕ່ກໍຍັງຜະເຊີນຫລາຍບັນ ຫາທີ່ທ້າທາຍ ເຊັ່ນ: ການຫັນປ່ຽນ ທີ່ດິນປ່າໄມ້ ໄປເປັນປະເພດອື່ນ ສໍາລັບໂຄງການຂຸດຄົ້ນບໍ່ແຮ, ໂຄງ ການພະລັງງານ ເພື່ອສ້າງໂຄ່ງລ່າງ ພື້ນຖານ, ການບຸກລຸກນໍາໃຊ້ເຂົ້າໃນ ການຜະລິດກະສິກໍາເປັນສິນຄ້າ ໂດຍສະເພາະການປູກມັນຕົ້ນ ແລະ ອື່ນໆ ເຊິ່ງຂະແໜງການກ່ຽວຂ້ອງ ຈະໄດ້ກຳນົດເຂດການຜະລິດ, ເຂດ ປູກ ແລະ ເຂດລ້ຽງ ແລະ ປຸກລະດົມ ໃຫ້ປະຊາຊົນເຂົ້າໃຈແຈ້ງລະອຽດ ຕື່ມກ່ຽວກັບລະບຽບກົດໝາຍທີ່ ກ່ຽວຂ້ອງ ໃນການປົກປັກຮັກສາ ທີ່ດິນປ່າໄມ້. ນອກຈາກນີ້, ອໍານາດ ການປົກຄອງທ້ອງຖິ່ນ ໂດຍສະ ເພາະສະພາປະຊາຊົນແຂວງຈະ ໄດ້ຊ່ວຍໃນການຕິດຕາມກວດກາ ຕື່ມອີກ. ຂ່າວ: ສົມຫວັງ, ພາບ: ເກດສະໜາ ກອງປະຊຸມຄົບຄະນະ... ຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ ຮັບການປັບປຸງດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບມີຫລາຍ ດ້ານດີຂຶ້ນກວ່າເກົ່າ, ແຕ່ຍັງມີບາງ ວຽກງານທີ່ຈະຕ້ອງໄດ້ເອົາໃຈໃສ່ ປັບປຸງຕື່ມ ໂດຍສະເພາະການພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ກໍ ຄື ການປັບປຸງກໍ່ສ້າງກອງທັບໃຫ້ ກາຍເປັນກອງທັບປະຕິວັດມີແບບ ແຜນທັນສະໄໝ. ກອງປະຊຸມຄັ້ງນີ້, ໄດ້ມີຄວາມ ເປັນເອກະພາບ ໃນການຕີລາຄາ ສະພາບການນຳພາ-ບັນຊາ ຕ້ອງມີ ຄວາມຮັບຜິດຊອບໃນການເບິ່ງບັນ ຫາ ໃຫ້ຖືກຕ້ອງພາວະວິໄສ, ຍົກໃຫ້ ເຫັນບັນຫາທີ່ເຮັດໄດ້, ອັນທີ່ເປັນ ບົດຮຽນແລະສິ່ງຫຍໍ້ທໍ້ຄົງຄ້າງດ້ານ ຕ່າງໆ ຕ້ອງໄດ້ຮັບການແກ້ໄຂໃຫ້ ຂາດຕົວ ເປັນຕົ້ນ ການແກ້ໄຂບັນຫາ ຕົວຈິງທາງດ້ານການເມືອງ-ແນວ ຄິດ, ທັດສະນະຫລັກໝັ້ນ, ແບບແຜນ ວິທີເຮັດວຽກ, ແບບແຜນດຳລົງຊີ ວິດທີ່ຖືກຕ້ອງ, ຮັບປະກັນການກຳ ນົດແຜນວຽກຈຸດສຸມໃນຕໍ່ໜ້າໃຫ້ ແທດເໝາະກັບສະພາບແວດລ້ອມ ໃນຕົວຈິງຂອງກອງທັບ, ຍູ້ແຮງ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກ ກະຊວງປ້ອງກັນປະເທດດ້ວຍຈິດ ໃຈບຸກທະລຸ, ໃຫ້ມີການຫັນປ່ຽນຢ່າງ ຕັ້ງໝ້າດີຂຶ້ນກວ່າເກົ່າ. ຂ່າວ: ຄຳອ້າຍ ທອງວັນ ທີ 12-13 ມິຖຸນາ 2024 ໂດຍມີ ທ່ານ ທອງຜ່ານ ສະຫວັນເພັດ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ, ທ່ານ ນາງ ມໍຣະກົດ ສຸຫວັດດີ ເອກອັກຄະລັດຖະທູດ ແຫ່ງລາຊະ ອານາຈັກໄທປະຈຳລາວແລະທ່ານ ຣີຊາດ ຟີລິບປ້າ ປະທານ ແລະ ຜູ້ອຳ ນວຍການສະຖາບັນຊ່ວຍເຫລືອ ຄານ ແຫ່ງ ສປປ ລາວ ແລະ ຊ່ຽວ ຊານຕ່າງປະເທດທີ່ມາຈາກສຳນັກ ງານປົກປ້ອງ ແລະ ປາບປາມການ ຟອກເງິນ, ອົງການໄອຍະການສູງ ສຸດ, ສຳນັກງານຕຳຫລວດ ແຫ່ງລາ ຊະອານາຈັກໄທ ແລະ ສະຖາບັນ ຊ່ວຍເຫລືອທາງດ້ານກົດໝາຍ ແລະ ວິຊາການ. ຂ່າວ-ພາບ: ກຕທ ແນວທາງຂອງພັກ ແລະ ວຽກງານ ຈຸດສຸມທີ່ຄະນະພັກກະຊວງປ້ອງກັນ ປະເທດ ເປັນຕົ້ນ ນໍາພາ-ຊີ້ນໍາການ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ໂດຍ ສະເພາະ 4 ໜ້າທ່ີໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງປ້ອງ ກັນປະເທດ ເຂົ້າສູ່ຕົວຈິງຂອງກົມ ກອງ-ທ້ອງຖິ່ນ, ສາມາດຮັບປະກັນ ໃຫ້ທົ່ວປະເທດມີຄວາມສະຫງົບ ໂດຍພື້ນຖານ, ມີສະຖຽນລະພາບ ທາງດ້ານການເມືອງ, ມີຄວາມໝັ້ນ ຄົງໜັກແໜ້ນ, ການຈັດຕັ້ງປະຕິ ບັດແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານຂອງພັກ ນັບແຕ່ຂັ້ນສູນ ກາງລົງຮອດທ້ອງຖິ່ນແມ່ນບັນລຸ ໝາກຜົນສູງ, ຍູ້ແຮງການພັດທະ ນາເສດຖະກິດ-ສັງຄົມ ສຶບຕໍ່ຂະ

RkJQdWJsaXNoZXIy MTc3MTYxMQ==