5893

xtgmf]k; 3 14/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົ່ງ ບົດສະເໜີ ໂດຍ: ໄໝຄຳຍ້ອມສິນ ll- zQ 'lk]u ltg|u .sh ]a fcdh w0[a oskg7aj 'Ih vo mu j dtmq [8+ dkofe]q '-u ;y f0v'xt-k-q o ໂດຍ: ເຂົ້າຈານນໍ້າ .sh g]n vf7n dko.sh -u ;y f grj n v8+ ]q ,skp.9grn j voIj ;,3]d * ພາຍຫລັງລັດຖະບານໄດ້ລາຍ ງານການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບການຈັດຕັ້ງ ປະຕິບັດສອງວາລະແຫ່ງຊາດໃນ ໄລຍະ 6 ເດືອນຕົ້ນປີ ແລະ ແຜນ ການ 6 ເດືອນທ້າຍປີ 2024 ຕໍ່ກອງ ປະຊຸມສະໄໝສາມັນເທື່ອ 7 ຂອງ ສະພາແຫ່ງຊາດຊຸດທີ 9 ເຊິ່ງກໍມີ ຫລາຍໜ້າວຽກທີ່ສາມາດຈັດຕັ້ງປະ ຕິບັດປະສົບຜົນສຳເລັດ. ຂະນະທີ່ ຍັງມີບາງວຽກຕ້ອງໄດ້ສືບຕໍ່ຈັດຕັ້ງ ປະຕິບັດ ແລະ ເລັ່ງແກ້ໄຂໃນຕໍ່ໜ້າ. ທ່ານ ສົມຈິດ ຫັບລາກອນ ສະ ມາຊິກສະພາແຫ່ງຊາດ ເຂດເລືອກ ຕັ້ງທີ 2 ແຂວງຜົ້ງສາລີ ໃຫ້ສຳພາດ ວ່າ: ໂດຍລວມແລ້ວໃນໄລຍະ 6 ເດືອນມານີ້ ລັດຖະບານໄດ້ເອົາໃຈ ໃສ່ພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນ ເຮັດໃຫ້ປະເທດຊາດ ໄດ້ຮັບການພັດທະນາອີກບາດກ້າວ ໜຶ່ງ. ແຕ່ແນວໃດກໍດີຢາກໃຫ້ລັດຖະ ບານຊ່ວຍແກ້ໄຂບາງດ້ານທີ່ຕິດພັນ ກັບການເປັນຢູ່ຂອງປະຊາຊົນຕື່ມ ໂດຍສະເພາະແມ່ນການສົ່ງເສີມ ການຜະລິດພາຍໃນໃຫ້ຫລາຍຂຶ້ນ ດ້ວຍມາດຕະການຕ່າງໆ ເປັນຕົ້ນ ແມ່ນ 5 ມາດຕະການຜະລິດທົດ ແທນ ແລະ ສົ່ງອອກເປັນສິນຄ້າທົດ ແທນການນຳເຂົ້າ, ການຜະລິດ ຕ້ອງອີງໃສ່ທ່າແຮງຂອງທ້ອງຖິ່ນ ໃດມີຄວາມເໝາະສົມຕໍ່ການຜະລິດ ກະສິກຳປະເພດໃດ ຕ້ອງຊຸກຍູ້ສົ່ງ ເສີມຢ່າງແຂງແຮງ. ເອົາໃຈໃສ່ປັດ ໄຈການຜະລິດ ໂດຍສະເພາະຝຸ່ນ, ປຸຍ, ຫົວອາຫານ, ແນວພັນ ແລະ ນະໂຍບາຍດ້ານການເງິນ, ພາສີອາ ກອນ ເພື່ອໃຫ້ຫລຸດຜ່ອນດ້ານທຶນ ການຜະລິດ ເຮັດໃຫ້ນັກທຸລະກິດມີ ຄວາມສາມາດຜະລິດແລະແຂ່ງຂັນ ຕະຫລາດໄດ້, ຈຳກັດ ແລະ ເພີ່ມພາ ສີອາກອນນຳເຂົ້າສິນຄ້າຟຸມເຟືອຍ ເຊັ່ນວ່າ: ເຫລົ້າ, ຢາສູບ...ທີ່ບໍ່ຈຳ ເປັນ, ຜັນຂະຫຍາຍແນວທາງການ ສ້າງເສດຖະກິດເອກະລາດ ເພິ່ງຕົນ ເອງກຸ້ມຕົນເອງ ແຕ່ມີການພົວພັນ ກັບຕະຫລາດໃນພາກພື້ນສາກົນ ຢ່າງສະໜິດແໜ້ນ, ຄຸ້ມຄອງການ ລົງທຶນຂອງລັດແລະ ເອກະຊົນພາຍ ໃນ ແລະ ຕ່າງປະເທດໃຫ້ດີ ທັງປະ ຕິບັດຕາມສັນຍາການລົງທຶນຢ່າງ ເຂັ້ມງວດ. ກວດກາ, ຈຳກັດ ແລະ ແກ້ໄຂການຍົກເວັ້ນພາສີອາກອນຕໍ່ ຫົວໜ່ວຍທຸລະກິດຈາກພາກສ່ວນ ຕ່າງໆເຮັດໃຫ້ລັດເສຍຜົນປະໂຫຍດ, ຄຸ້ມຄອງການຂຸດຄົ້ນແຮ່ທາດໃຫ້ ເຂົ້າສູ່ລະບຽບກົດໝາຍ, ໃຫ້ຈຳກັດ ການອະນຸມັດໂຄງການໃໝ່, ເພີ່ມທະ ວີການຄຸ້ມຄອງທີ່ດິນໃຫ້ເປັນລະບົບ ລະບຽບ. ທ່ານຍັງໃຫ້ຮູ້ຕື່ມວ່າ: ລັດຖະ ບານຕ້ອງມີວິທີການແກ້ໄຂບັນຫາ ການຂາດດຸນງົບປະມານດ້ານລາຍ ຮັບ-ລາຍຈ່າຍ, ເພີ່ມການຈັດເກັບ ລາຍຮັບຈາກທີ່ດິນໃຫ້ໄດ້ຫລາຍ ຂຶ້ນ. ພ້ອມນັ້ນ, ກໍທົບທວນຄືນການ ເກັບພາສີທີ່ດິນ ເຫັນວ່າປັດຈຸບັນມີ ບາງເຂດແມ່ນເກັບແພງເກີນໄປ ເຊິ່ງເຈົ້າຂອງທີ່ດິນບໍ່ສາມາດເສຍ ພາສີທີ່ດິນໄດ້. ຂະນະດຽວກັນ ກໍໃຫ້ ເອົາໃຈໃສ່ຄຸ້ມຄອງເງິນຕາຕ່າງປະ ເທດ ແລະ ເຂົ້າສູ່ລະບຽບກົດໝາຍ ດ້ວຍມາດຕະການຕ່າງໆ ເພື່ອນຳ ເອົາເງິນຕາເຂົ້າສູ່ລະບົບທະນາ ຄານ, ກໍາຈັດເດັດຂາດຕໍ່ການເຄື່ອນ ໄຫວທາງການເງິນນອກລະບົບ, ສືບຕໍ່ແກ້ໄຂອັດຕາເງິນເຟີ້ ດ້ວຍການ ຄຸ້ມຄອງປະລິມານໃຫ້ຢູ່ໃນເປີເຊັນ ທີ່ເໝາະສົມ, ຄຸ້ມຄອງອັດຕາແລກ ປ່ຽນເງິນຕາ ລະຫວ່າງ ອັດຕາແລກ ປ່ຽນໃນທະນາຄານກັບທາງນອກ (ຮ້ານແລກປ່ຽນທາງນອກ) ບໍ່ໃຫ້ ຫລຸດໂຕນກັນ. ຂະນະທີ່ການພັດທະນາຊັບພະ ຍາກອນມະນຸດ ຕ້ອງຍົກສູງຄຸນນະ ພາບການຮຽນ-ການສອນ, ແກ້ໄຂ ການປະລາການຮຽນ, ການສອນ, ຄົ້ນຄວ້າສ້າງເງື່ອນໄຂປັດໄຈໃໝ່ເພື່ອ ສ້າງຄວາມຈຸງໃຈໃຫ້ນັກຮຽນເຂົ້າ ຮຽນໜັງສື; ປັບປຸງຫລັກສູດການ ຮຽນ-ການສອນແບບໃໝ່ໃຫ້ກະທັດ ຮັດ, ມີຄຸນນະພາບ, ສືບຕໍ່ແກ້ໄຂເງິນ ອຸດໜູນຄູອາສາ, ແກ້ໄຂຄວາມທຸກ ຍາກຂອງປະຊາຊົນໃຫ້ມີເງື່ອນໄຂ ສົ່ງລູກຫລານເຂົ້າຮຽນໜັງສື ທັງ ສົ່ງເສີມສັງຄົມມີສ່ວນຮ່ວມຫລາຍ ຂຶ້ນ. ດ້ານສາທາລະນະສຸກ ຕ້ອງສືບ ຕໍ່ແກ້ໄຂບັນຫາກອງທຶນປະກັນສັງ ຄົມ, ກອງທຶນປະກັນສຸຂະພາບ, ແກ້ ໄຂບັນຫາຢາປິ່ນປົວຢູ່ສຸກສາລາ, ໂຮງໝໍເມືອງ, ແຂວງຍົກສູງການບໍ ລິການປິ່່່ນປົວຕາມ5ດີ1ພໍໃຈດ້ວຍ ຈັນຍາບັນຈັນຍາທຳຂອງແພດໝໍ, ສະໜອງອຸປະກອນການແພດ ແລະ ແກ້ໄຂແພດອາສາສະໝັກໃຫ້ມີເງິນ ອຸດໜູນຄືກັບຄູອາສາ. ນອກນີ້, ກໍໃຫ້ ທົບທວນຄືນຄ່າ ແຮງງານຂັ້ນຕໍ່າ ສຸດຈາກ 1.600.000 ກີບ ໃຫ້ຢູ່ໃນ ອັດຕາທີ່ສາມາດກຸ້ມກິນຕາມເງື່ອນ ໄຂການຂະຫຍາຍຕົວຂອງເສດ ຖະກິດ ແລະ ອັດຕາເງິນເຟີ້ ໃນປັດ ຈຸບັນ. * ບັນຫານ້ຳຖ້ວມຂັງຖະໜົນຫົນ ທາງຢູ່ເຂດຕົວເມືອງໃຫຍ່ ຂອງນະ ຄອນຫລວງວຽງຈັນ ບໍ່ແມ່ນຫາກໍ ເກີດຂຶ້ນມື້ນີ້ມື້ວານ, ແຕ່ມັນແມ່ນບັນ ຫາທີ່ເກີດຂຶ້ນມາຍາວນາມທີ່ຍັງ ແກ້ໄຂບໍ່ທັນຕົກ. ພໍແຕ່ຝົນຕົກລົງ ມາຫລາຍຊົ່ວໂມງຕິດຕໍ່ກັນ, ເຮືອນ ຊານໃຜທີ່ຢູ່ພື້ນທີ່ຕ່ຳແຄມຖະໜົນ ຫລວງ ຫລື ສີ່ແຍກກໍໃຈສັ່ນວັບໆ ແລະທຳໃຈເລີຍວ່ານ້ຳຕ້ອງຍຶ່ງຖ້ວມ ເຂົ້າເຮືອນ, ຫ້ອງ, ຮ້ານຄ້າຢ່າງແນ່ ນອນ. ນອກຈາກນີ້, ຍັງສ້າງຄວາມ ຫຍຸ້ງຍາກໃຫ້ແກ່ການສັນຈອນໄປ ມາ ແລະ ກາຍເປັນອຳມະພາດໄປ ໃນຕົວ ອັນໄດ້ເກີດຄຳຖາມເຖິງສາ ເຫດ ແລະ ວິທີແກ້ໄຂຈາກທຸກພາກ ສ່ວນ. ແນວໃດກໍຕາມ ຖ້າວ່າ ເວົ້າຕາມ ຄວາມເປັນຈິງແລ້ວບັນຫາຂອງມັນ ທຸກໆຄົນຕ່າງກໍຮູ້ຢູ່ແກ່ໃຈ ແລະ ມັນ ບໍ່ໄດ້ເກີດມື້ໜຶ່ງມື້ດຽວ ແຕ່ມັນໄດ້ສະ ສົມເທື່ອລະໜ້ອຍ ແລະ ຈາກບັນຫາ ໜ້ອຍກໍກາຍເປັນບັນຫາໃຫຍ່ ເຊິ່ງ ສ່ວນຫລາຍແລ້ວ ພວກເຮົາທຸກຄົນ ມີສ່ວນເຮັດໃຫ້ບັນຫານັ້ນເກີດຂຶ້ນ ໂດຍສະເພາະແມ່ນການຖິ້ມເສດຂີ້ ເຫຍື້ອລົງສູ່ຖະໜົນຫົນທາງ, ປັດ ກວາດຝຸ່ນ, ດິນອັດຕັນຮ່ອງລະບາຍ ນ້ຳ, ທາງຮ່ອມໃນແຕ່ລະບ້ານຍັງ ເປັນທາງດິນແດງ, ລົດຍານພາຫະ ນະແກ່ດິນ, ຖົມດິນທຽວເຂົ້າ-ອອກ ມີຕົມຕິດເປື້ອນທາງ ຫລື ອາດເກີດ ຂຶ້ນຈາກຄົນບາງຄົນແກ່ດິນ, ຖົມ ດິນບໍ່ຜ່ານການກວດກາຫລືຄິິດເຖິງ ສະພາບພື້ນທີ່ທີ່ເປັນໜອງ, ບຶງທີ່ ເປັນບ່ອນຮອງຮັບນ້ຳໃນຍາມຝົນ ຖືກຖົມເປັນພື້ນທີ່ປູກສ້າງ, ບາງບ່ອນ ບໍ່ໄດ້ເຮັດຮ່ອງລະບາຍນ້ຳ ຈຶ່ງພາໃຫ້ ເກີດຜົນກະທົບໂດຍສ່ວນລວມ. ແຕ່ ການແກ້ໄຂໃນປັດຈຸບັນກໍຄືຜ່ານມາ ເປັນພຽງການແກ້ໄຂໃນສະເພາະ ໜ້າ, ເປັນການແກ້ໄຂປາຍເຫດເທົ່າ ນັ້ນ, ຍັງບໍ່ທັນໄດ້ລົງເລິກເຖິງຕົ້ນ ເຫດ ເມື່ອຝົນເຊົານ້ຳກໍລົດລົງ, ມື້ ໜ້າຝົນຕົກມາກໍຍຶ່ງຖ້ວມໃໝ່ໝູນ ວຽນກັນໄປຢູ່ແນວນັ້ນ. ສະນັ້ນ, ສິ່ງສຳຄັນຄືສ້າງຈິດສຳ ນຶກຕໍ່ການປົກປັກຮັກສາສະພາບ ແວດລ້ອມໃນຊຸມຊົນ, ຢຸດຕິການກະ ທຳທີ່ມັກງ່າຍໃນການຖິ້ມຂີ້ເຫຍື້ອ ຊະຊາຍ ຫັນມາຖິ້ມຂີ້ເຫຍື້ອໃຫ້ຖືກ ທີ່ຖືກບ່ອນ ເພື່ອຫລຸດຜ່ອນການອັດ ຕັນຮ່ອງລະບາຍນ້ຳ ແລະ ກ່ອນຈະ ຖົມ, ຈະສ້າງຫຍັງໃນຕົວເມືອງ ກໍ ຕ້ອງໄດ້ຮັບອະນຸຍາດຈາກພາກ ສ່ວນກ່ຽວຂ້ອງກ່ອນ ວ່າຈະບໍ່ມີຜົນ ກະທົບແນວ ໃດຕາມມາ. ສຳຄັນອີກ ອັນໜຶ່ງຄືພາກສ່ວນທີ່ມີໜ້າທີ່ຮັບ ຜິດຊອບວຽກງານບໍລິການຕົວເມືອງ ຕ້ອງເອົາໃຈໃສ່ເກັບກຳສະພາບບັນ ຫາ, ສະຖິຕິແຕ່ລະຈຸດນ້ຳຖ້ວມຂັງ ໃນໄລຍະຜ່ານມາ ແລ້ວລົງມືກະ ກຽມລ່ວງໜ້າ ຕັ້ງແຕ່ຕອນບໍ່ທັນ ຮອດລະດູຝົນ, ບໍ່ແມ່ນຝົນຕົກລົງມາ ນ້ຳອັງຂັງແລ້ວ ຈຶ່ງງົມໆທາວໆ ພໍ ເປັນພິທີເທົ່ານັ້ນ. ຫວັງວ່າແຕ່ນີ້ຕໍ່ໄປ ທຸກໆຄົນ ທຸກໆພາກສ່ວນໃນສັງຄົມ ແລະ ພາກສ່ວນກ່ຽວຂ້ອງຈະເປັນ ເຈົ້າການໃນການປັບປຸງປ່ຽນແປງ ເພື່ອການແກ້ໄຂໃຫ້ດີຂຶ້ນ ແລະ ຫວັງ ຢ່າງຍິ່ງວ່າ ນ້ຳຖ້ວມກະທັນຫັນເຫລົ່າ ນັ້ນ ຈະໝົດໄປໃນສັງຄົມພວກເຮົາ. * ມື້ນີ້ວັນທີ 14 ມິຖຸນາ ເປັນວັນ ຜູ້ບໍລິຈາກເລືອດໂລກ ສຳລັບປີນີ້ ແມ່ນຄົບຮອບ 20 ປີ ໂດຍກຳນົດ ຄຳຂວັນວ່າ “20 ປີ ແຫ່ງການສະ ເຫລີມສະຫລອງການໃຫ້ເລືອດ ໃຫ້ ຊີວິດຂອບໃຈຜູ້ບໍລິຈາກເລືອດທຸກໆ ທ່ານ”. ການສະເຫລີມສະຫລອງວັນ ດັ່ງກ່າວ ເພື່ອເປັນການຂອບໃຈ ຕໍ່ຜູ້ ບໍລິຈາກເລືອດຢູ່ທົ່ວໂລກທີ່ເຂົາເຈົ້າ ໄດ້ມອບຂອງຂວັນ ທີ່ມີຄ່າຕໍ່ຊີວິດຄື ການບໍລິຈາກເລືອດດ້ວຍຄວາມສະ ໝັກໃຈບໍ່ຮຽກຮ້ອງ ສິ່ງຕອບແທນ ເພື່ອຊ່ວຍຄົນເຈັບ ແລະ ສ້າງຈິດສໍາ ນຶກໃນເລື່ອງຄວາມຈໍາເປັນຂອງ ການບໍລິຈາກເລືອດເປັນປະຈໍາທີ່ ສະໝໍ່າສະເໝີ. ໃນເດືອນພຶດສະພາປີ2005ໃນ ກອງປະຊຸມຂອງອົງການອະນາໄມ ໂລກຄັ້ງທີ 58 ໄດ້ມີການລົງນາມຂໍ້ ຕົກລົງໃນການສະໜັບສະໜູນການ ບໍລິຈາກເລືອດດ້ວຍຄວາມສະໝັກ ໃຈ ແລະ ໄດ້ກໍານົດເອົາກິດຈະກໍາວັນ ຜູ້ບໍລິຈາກເລືອດໂລກເປັນປະຈໍາ ທຸກປີ, ໂດຍໄດ້ກໍານົດເອົາວັນທີ 14 ມິຖຸນາ ຊຶ່ງເປັນວັນຄ້າຍວັນເກີດ ຂອງທ່ານ ຄານ ແລນສະແທນເນີ (Karl Landsteiner) ນັກຊີວະ ວິທະຍາ ຊາວໂອຕຣິດ ທີ່ໄດ້ເປັນຜູ້ ຄົ້ນພົບໝວດເລືອດ ABO ຜູ້ທໍາ ອິດ, ຖືວ່າເປັນການໄຂສັກກະລາດ ໃໝ່ຂອງການສົ່ງເລືອດທີ່ປອດໄພ ໃຫ້ແກ່ຄົນເຈັບ. ໃນການປະຊຸມຄັ້ງ ນັ້ນ ປະເທດສະມາຊິກຂອງອົງການ ອະນາໄມໂລກຍັງໄດ້ມີຂໍ້ຕົກລົງທີ່ ຈະສະໜັບສະໜູນ ແລະ ຊ່ວຍເຫລືອ ລວມເຖິງການຮ່ວມມືກັນລະຫວ່າງ ປະເທດ ເພື່ອໃຫ້ມີການກດູແລການ ບໍລິຫານຈັດການບໍລິການເລືອດທີ່ ຍືນຍົງແລະ ເໝາະສົມໂດຍພາກລັດ ຕ້ອງສະໜັບສະໜູນ ແລະ ໃຫ້ຄວາມ ຊ່ວຍເຫລືອດ້ານການເງິນ ທີ່ພຽງພໍ ເພື່ອໃຫ້ວຽກບໍລິການເລືອດມີຄຸນ ນະພາບ, ປອດໄພ ແລະ ຂະຫຍາຍ ວຽກປຸກລະດົມຂົນຂວາຍບໍລິຈາກ ເລືອດ ແລະ ສະໜອງເລືອດທີ່ປອດ ໄພໃຫ້ມີປະສິດທິພາບ, ສາມາດຕອບ ສະໜອງຄວາມຕ້ອງການເລືອດ ຂອງຄົນເຈັບໄດ້ໃນປະເທດ ຂອງ ຕົນເອງ ແລະ ປີ 2009 ຜູ້ຊ່ຽວຊານ ດ້ານການສົ່ງເລືອດ, ຜູ້ວາງແຜນນະ ໂຍບາຍ ແລະ ຜູ້ແທນຈາກອົງກອນ ອິດສະຫລະ 40 ປະເທດ ທົ່ວໂລກ ໄດ້ຮ່າງພັນທະສັນຍາ ເມວເບີນ ໂດຍ ຕັ້ງເປົ້າໝາຍວ່າ ພາຍໃນປີ 2025 ທຸກປະເທດທົ່ວໂລກຈະຕ້ອງໄດ້ຮັບ ເລືອດຈາກຜູ້ບໍລິຈາກດ້ວຍຄວາມ ຕື່ນຕົວສະໝັກໃຈ ແລະ ບໍ່ຮຽກຮ້ອງ ສິ່ງຕອບແທນ. ການສະເຫລີມສະຫລອງວັນຜູ້ ບໍລິຈາກເລືອດໂລກໃນທຸກໆປີເພື່ອ ສະແດງຄວາມຮູ້ບຸນຄຸນ, ຂອບອົກ ຂອບໃຈ ຕໍ່ຜູ້ບໍລິຈາກເລືອດທີ່ສະ ມັກໃຈບໍ່ຮຽກຮ້ອງສິ່ງຕອບແທນ ຫລາຍລ້ານຄົນ ທີ່ໄດ້ບໍລິຈາກເລືອດ ຊ່ວຍຊີວິດຄົນເຈັບ ແລະ ປະກອບ ສ່ວນໃນດ້ານສຸຂະພາບ ແລະ ຊີວິດ ການເປັນຢູ່ຂອງປະຊາຊົນຫລາຍ ລ້ານຄົນໃນທົ່ວໂລກ; ເປັນການປຸກ ລະດົມເຊີນຊວນ ໃຫ້ຜູ້ທີ່ເຄີຍບໍລິ ຈາກເລືອດມາແລ້ວ ຈົ່ງກັບຄືນມາ ບໍລິຈາກເລືອດຢ່າງສະໝໍ່າສະເໝີ ຕະຫລອດປີ ເພື່ອໃຫ້ມີເລືອດແຮໄວ້ ຢ່າງພຽງພໍ ແລະ ກໍເປັນເລືອດທີ່ມີ ຄຸນນະພາບ; ເປັນການຂັບເຄື່ອນ ການສະໜັບສະໜູນໃນແຕ່ລະປະ ເທດ, ພາກພື້ນ ແລະ ທົ່ວໂລກ ໂດຍ ສະເພາະແມ່ນປະເທດຂອງພວກ ເຮົາ, ໃຫ້ເກີດການພັດທະນາດ້ານ ການປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພຢ່າງເຂັ້ມ ແຂງແລະ ຍືນຍົງ. ປັດຈຸບັນ, ຄວາມ ຕ້ອງການເລືອດແມ່ນນັບມື້ສູງຂຶ້ນ ເປັນຕົ້ນການຜ່າຕັດ, ອຸບັດເຫດ, ພະ ຍາດໄຂ້ຍຸງລາຍ,ແມ່ມານຖືພາແລະ ຄົນເຈັບອື່ນໆທີ່ມີຄວາມຕ້ອງການ ເລືອດ ຍ້ອນວ່າເລືອດບໍ່ສາມາດເອົາ ມາຈາກສິ່ງອື່ນໄດ້. ສະນັ້ນ, ຈິ່ງຂໍ ເຊີນຊວນທຸກທ່ານຜູ້ທີ່ມີເງື່ອນໄຂ ອາຍຸ 17ປີຂຶ້ນໄປ, ນໍ້າໜັກ45ກິໂລ ຂຶ້ນໄປ ແລະ ມີສຸຂະພາບແຂງແຮງ ບໍ່ເຈັບເປັນທັງຍິງ ແລະ ຊາຍ ເຂົ້າ ຮ່ວມບໍລິຈາກເລືອດໄດ້ໃນທຸກໆມື້ ຢູ່ສູນເລືອດແຫ່ງຊາດ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫລວງ ວຽງຈັນ ແລະ ສູນເລືອດແຂວງທົ່ວ ປະເທດ ເລີ່ມແຕ່8:30-16:00 ໂມງ ທຸກມື້ ໂດຍເປີດຮັບບໍລິຈາກເລືອດ ເປັນປະຈໍາບໍ່ເວັ້ນວັນພັກ ທາງລັດ ຖະການ. ພິເສດເນື່ອງໃນໂອກາດ ວັນຜູ້ບໍລິຈາກເລືອດໂລກ ຄົບຮອບ 20 ປີນີ້ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ ຈັດກິດຈະກຳຮັບບໍລິຈາກເລືອດ ແບບເປີດກ້ວາງ ຈຶ່ງຂໍເຊີນຊວນບັນ ດາທ່ານຜູ້ທີ່ມີໃຈບຸນໃຈກຸສົນຮ່ວມ ບໍລິຈາກເລືອດເພື່ອຊ່ວຍເຫລືອ ເພື່ອນມະນຸດດ້ວຍກັນ ໃນວັນສຸກ ທີ14 ມິຖຸນາ 2024 ຢູ່ທີ່ສູນການ ຄ້າລາວໄອເຕັກມໍ ຊັ້ນ5 ແຕ່ເວລາ 8:30-15:30 ນາທີ. ໃນໂອກາດນີ້ ຜູ້ບໍລິຈາກເລືອດຈະໄດ້ຮັບປະກັນ ໄພອຸປະຕິເຫດ ຈາກພົງສະຫວັນ ປະກັນໄພ ແລະ ມີກິດຈະກຳອື່ນໆ ພາຍໃນງານ. 7;oxj Porb f8y de,a d'kp grnj vs]5 fzj vo[a oskoE4h ;,0a ' j

RkJQdWJsaXNoZXIy MTc3MTYxMQ==