5893

dt-;'dkog'o -U c9'7e-a d4k, dj P;da [ot3p[kpgru j ,g'ogfn vo{g'ov5 f|6 o y y y dP,xa [x5 ']a f4t[a opa f dko.sh vtwrpt3mf lt[a [xu 2018 ll- ltg|u ]a f4t[kocdh w0s]kp[a osk dj P;da [dko05 f7Q ocIj mkf 16j ]k; vj k'gda [oE\6 o;Po c0;'sq ;ra o c8d wfh Ia [dkocdh w0 dko[5 d]5 dmu j fy oxj kw,h ,u zq o dtmq [8+ goN vmu j xj kw,h xq ds5 h , xtmkoxtgmf leg]a fdko1h P,1k,]a f4tdy f mu j ,q '3d]u ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 14.06.2024 ປີທີ 23 ສະບັບທີ 5.951 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 -q ,g-u pdv'xt-5 ,ltw\lk,a ogmn j vmu 7 0v'ltrkcsj '-kf-5 fmu IX 1j k'l5 f.9K lr- Ia [Iv'gvq k[q f]kp'kodkoxt8y [a f 7kf\kpra fmtok-q oot[q f{cdh w07;k,m5 dpkd dv'xt-5 ,7q [7tot[= ]y sko'kora d dt-;'xh v'da oxtgmf 7A 'mu 7 ltw\mu V ຂປລ. ໃນລະຫວ່າງວັນທີ11- 12 ມິຖຸນາ 2024 ນີ້, ທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງຢ້ຽມຢາມລັດ ຖະກິດ ທີ່ມົງໂກລີ, ໂດຍຕອບສະ ໜອງຕາມການເຊື້ອເຊີນ ຂອງ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທາ ນາທິບໍດີ ແຫ່ງ ມົງໂກລີ ເພື່ອສືບຕໍ່ ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ມົງໂກລີ ໃຫ້ນັບ ມື້ນັບເພີ່ມທະວີຍິ່ງໆຂຶ້ນ. ໃນຕອນບ່າຍຂອງວັນທີ 11 ມິຖຸນາ 2024, ທ່ານປະທານປະ ຂປລ. ໃນວາລະດຳເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາແຫ່ງຊາດ ຊຸດທີ IX ວັນທີ 12 ມິຖຸນາ 2024 ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ແຈ້ງຄຳຊັກຖາມ ຂອງສະພາແຫ່ງຊາດ ກ່ຽວກັບການ ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ ແລະ ບັນຫາເງິນເຟີ້, ການຄ້າ-ການລົງທຶນ ແລະ ບັນຫາ ອື່ນໆ. ເພື່ອເຮັດໃຫ້ເສດຖະກິດຂະ ຫຍາຍຕົວດຸນດ່ຽງ ກັບອັດຕາເງິນເຟີ້ ລັດຖະບານ ຈະສຸມໃສ່ແກ້ໄຂບັນ ຫາທັງສອງດ້ານໄປພ້ອມກັນຄື: ຊຸກ ຂປລ. ກະຊວງການຕ່າງປະເທດ ຈັດຊຸດຝຶກອົບຮົມ ກ່ຽວກັບການ ຮ່ວມມື ເພື່ອສ້າງຂີດຄວາມສາມາດ ໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງ ສປປ ລາວ ໃນວຽກງານຕ້ານການ ຟອກເງິນ ແລະ ສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ ແລະ ແລກປ່ຽນ ປະສົບການໃນການຈັດຕັ້ງປະຕິບັດ ການປະເມີນຂອງກຸ່ມອາຊີ-ປາຊີຟິກ (APG) ວ່າດ້ວຍການຕ້ານການ ຟອກເງິນ ໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ຂັ້ນສູນກາງ ແລະ ຂັ້ນ ແຂວງທົ່ວປະເທດ ໃນລະຫວ່າງວັນ ຂປລ. ໃນວັນທີ 13 ມິຖຸນາ 2024 ນີ້, ທ່ານ ຄໍາໃບ ດໍາລັດ ຮອງ ປະທານສະພາແຫ່ງຊາດ (ສພຊ) ຂປລ. ໃນວັນທີ 13 ມິຖຸນາ 2024ນີ້,ທ່ານສັນຕິພາບພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ ຂປລ. ອົງການໄອຍະການປະ ຊາຊົນສູງສຸດ ຈັດກອງປະຊຸມຄະນະ ກໍາມະການອະໄພຍະໂທດລະດັບ ຊາດ ເພື່ອຮັບຟັງການລາຍງານການ ກະກຽມເນື້ອໃນ ແລະ ຄວາມພ້ອມ ດ້ານຕ່າງໆ ໃນການປັບປຸງລັດຖະ ບັນຍັດວ່າດ້ວຍການໃຫ້ອະໄພຍະ ໂທດ ສະບັບປີ 2018 ໃນວັນທີ 13 ມິຖຸນາ 2024 ໂດຍການເປັນ ປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ, ຮອງປະ ທານຄະນະກຳມະການອະໄພຍະ ໂທດລະດັບຊາດ, ມີ ທ່ານ ນາງ ເຂັມມະນີພົນເສນາລັດຖະມົນຕີ, ຫົວ ທ່ານ ຄໍາໃບ ດໍາລັດ ໄດ້ຖະແຫລງກ່ຽວກັບຜົນສຳເລັດ ການພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານ ຂອງລັດຖະບານກ່ຽວ ກັບການຈັດຕັ້ງປະຕິບັດຄາດໝາຍ ການພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກໃນໄລຍະຜ່ານ ມາ ແລະ ທິດທາງໃນຕໍ່ໜ້າຕິດພັນ ກັບການຈັດຕັ້ງປະຕິບັດມະຕິເລກ ທີ 82/ສພຊ ເຊິ່ງລັດຖະບານໄດ້ມີ ຄວາມພະຍາຍາມຈັດຕັ້ງປະຕິບັນ ດາຄາດໝາຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມມະຕິກອງປະຊຸມສະໄໝສາມັນ ]a f4t[ko 9tl5 ,.lj gIa f.sh glf4tdy f 0tspkp8q ;f5 ofj P'da [va f8kg'og2U y ທ່ານ ເພັດ ພົມພິພັກ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດ ທີ IX ໃນວັນທີ 13 ມິຖຸນາ 2024 ທ່ານ ສັນຕິພາບ ພົມວິຫານ ແຈ້ງຕໍ່ຄຳຊັກຖາມຂອງສະພາແຫ່ງ ຊາດ ກ່ຽວກັບການກຳນົດນະໂຍ ບາຍເພີ່ມເງິນເດືອນ, ເງິນອຸດໜູນ ໃຫ້ພະນັກງານ, ທະຫານ-ຕຳຫລວດ ເຖິງວ່າໄດ້ປະຕິບັດແລ້ວ ແຕ່ຍັງເຫັນ ວ່າ ເປັນຈຳນວນໜ້ອຍ ແລະ ບໍ່ທັນ ແບ່ງເບົາພາລະຄ່າຄອງຊີບທີ່ສູງ ຂຶ້ນຕາມສະພາບເງິນເຟີ້ ແລະ ອັດ ຕາແລກປ່ຽນໃນປັດຈຸບັນ, ລັດຖະ ບານຈະມີການຄົ້ນຄວ້າ ເພື່ອຮັບປະ ກັນໃຫ້ມີຄວາມສອດຄ່ອງກັບສະ ພາບຕົວຈິງຄືແນວໃດ?, ບັນດາ ມາດຕະການດ້ານງົບປະມານ-ການ ພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດໂຄງ ການລົງທຶນແຮ່ທາດ ໃນໄລຍະຜ່ານ ມາ ແລະ ກຳນົດແຜນການຈັດຕັ້ງ ຂປລ. ໃນວາລະດໍາເນີນກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາແຫ່ງຊາດ ຊຸດທີ IX ວັນທີ 13 ມິຖຸນາ 2024 ນີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງ ກະສິກຳແລະປ່າໄມ້ ໄດ້ຊີ້ແຈງຂໍ້ຊັກ ຖາມຂອງສະພາແຫ່ງຊາດ ຕໍ່ກັບບັນ ຫາການບຸກລຸກເຂດ ພື້ນທີ່ດິນປ່າໄມ້ ເພື່ອທຳການຜະລິດເປັນສິນຄ້າລວມ ທັງມີການຫັນປ່ຽນທີ່ດິນປ່າໄມ້ໄປ ເປັນທີ່ດິນປະເພດອື່ນ ເຊິ່ງຈະມີຜົນ ກະທົບຕໍ່ເນື້ອທີ່ປ່າໄມ້ປົກຫຸ້ມ. ຕໍ່ກັບ ບັນຫາດັ່ງກ່າວ, ຂະແໜງການກ່ຽວ ຂ້ອງ ໄດ້ມີການຄຸ້ມຄອງ, ປົກປັກ ຮັກສາ ເພື່ອຮັບປະກັນໃຫ້ເນື້ອທີ່ປ່າ ໄມ້ປົກຫຸ້ມກວມ 70% ຂອງເນື້ອ ທີ່ທົ່ວປະເທດ. ທ່ານ ລິນຄໍາ ດວງສະຫວັນ ໄດ້ມີຄຳເຫັນວ່າ: ເພື່ອບັນລຸຄາດ ໝາຍ ອັດຕາການປົກຫຸ້ມປ່າໄມ້ ທ່ານ ລິນຄໍາ ດວງສະຫວັນ ມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດ, ມີຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຄະນະພັກກະຊວງ ປ້ອງກັນປະເທດ ເຂົ້າຮ່ວມ. ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫລຸບການນຳພາຊີ້ນຳວຽກງານ ໄລຍະ 6 ເດືອນຕົ້ນ ປີ 2024 ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກກະ ຊວງປ້ອງກັນປະເທດກໍຄືຄະນະພັກ ແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດ ຂປລ. ກອງປະຊຸມຄົບຄະນະບໍລິ ຫານງານພັກກະຊວງປ້ອງກັນປະ ເທດ ຄັ້ງທີ 7 ສະໄໝທີ V ຈັດຂຶ້ນໃນ ວັນທີ 13 ມິຖຸນາ 2024 ໂດຍການ ເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງພັກ, ເລ ຂາຄະນະພັກ, ຮອງນາຍົກລັດຖະ ຂປລ. ຕໍ່ກັບເຫດການອ່າງເກັບ ນໍ້າໝູນວຽນຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ ຫາຍາກ (ແບບ ທົດລອງ) ຢູ່ເຂດບ້ານອຸໄທ ເມືອງ ຫົວເມືອງ ແລະ ບ້ານສົບຊາຍ,ບ້ານ ທັບເຜິ້ງ, ເມືອງຊໍາເໜືອ ແຂວງຫົວ ພັນຂອງບໍລິສັດລາວ-ຈີນພັດທະນາ ແຮ່ທາດຫາຍາກ ພາກເໜືອ (2) ຈໍາກັດ ໄດ້ແຕກ ໃນວັນທີ 21 ກຸມ lh k'7;k,g0A ,c0'.sh g9Q k|h kmuj 8h kodko2vdg'oy

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 14/06/2024 xtgmf]k; ປະທານປະເທດ ສຳເລັດ... ສພຊ ຮັບຮອງເອົາບົດ... ສສຊ ສະເໜີລັດຖະບານ... ອ່າງເກັບນ້ຳ... ລັດຖະບານ ຈະສຸມໃສ່ເຮັດໃຫ້... ເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນ ທາງການ ທີ່ສະໜາມຫລວງ ສຸກຄ໌ ບາທາຣ໌ ແລະ ໄດ້ພົບປະສອງຝ່າຍ ກັບທ່ານປະທານາທິບໍດີ ຄູເຣລ ສຸກຄ໌ ໂອຄະນາ ແລະ ຄະນະ. ໃນໂອ ກາດພົບປະຄັ້ງນີ້, ສອງຝ່າຍໄດ້ ເຫັນດີໃຫ້ສືບຕໍ່ດໍາເນີນການທາງ ດ້ານຂັ້ນຕອນພາຍໃນ ເພື່ອໃຫ້ສາ ມາດເປີດຖ້ຽວບິນໂດຍກົງຮ່ວມກັນ ໃນອະນາຄົດ. ພາຍຫລັງສໍາເລັດການພົບປະ, ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທາ ນາທິບໍດີ ແຫ່ງ ມົງໂກລີ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມເປັນ ສັກຂີພິຍານໃນພິທີລົງນາມເອກະ ສານຮ່ວມກັນ 3 ສະບັບ ຄື: ບົດບັນ ທຶກຄວາມເຂົ້າໃຈວ່າດ້ວຍການ ຮ່ວມມືດ້ານສາທາລະນະສຸກ ແລະ ການບໍລິການດ້ານການແພດ ລະ ຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາ ທາລະນະສຸກແຫ່ງມົງໂກລີ; ບົດບັນ ທຶກຄວາມເຂົ້າໃຈ ການຮ່ວມມືໃນ ຂົງເຂດວຽກງານຄຸ້ມຄອງລັດຖະ ກອນ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ສະພາຄຸ້ມ ຄອງ ລັດຖະກອນ ແຫ່ງ ມົງໂກລີ ແລະ ອານຸສັນຍາກ່ຽວກັບສຸຂານາ ໄມສັດ ສໍາລັບການສົ່ງອອກຊີ້ນ ງົວ, ຊີ້ນມ້າ, ຊີ້ນແກະ ແລະ ຊີ້ນແບ້ ຈາກມົງໂກລີ ເຂົ້າມາ ສປປ ລາວ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະ ຊວງ ອາຫານ, ກະສິກໍາ ແລະ ອຸດ ສາຫະກໍາເບົາ ແຫ່ງ ມົງໂກລີ. ໃນຕອນຄໍ່າຂອງວັນດຽວກັນ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ໄດ້ເຂົ້າ ຮ່ວມງານລ້ຽງອາຫານຄໍ່າ ຈັດໂດຍ ທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ແລະ ພັນລະຍາ ທີ່ໂຮງ ແຮມ ແຊງກຣີລາ. ໃນວັນທີ 12 ມິຖຸນາ 2024, ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະໄດ້ໄປຢ້ຽມ ຊົມ ຫໍພິພິຕະພັນ ຈິງກິສຄານ ແລະ ຖືກຕ້ອນຮັບໂດຍ ທ່ານ ຈ. ນໍມິງ ລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ານ ສ. ໂຈໂລງ ອໍານວຍການ ຫໍພິພິທະພັນ ຈິງກິສຄານ. ຈາກນັ້ນ, ກໍໄດ້ເດີນທາງໄປສວນສາທາລະ ນະວັດທະນະທໍາ ມົງໂກລີ ໂດຍ ການຕ້ອນຮັບຂອງ ທ່ານ ຄູເຣລ ສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ ແລະ ພັນລະຍາ ເພື່ອ ເຂົ້າຢ້ຽມຊົມເຮືອນພື້ນເມືອງ ແລະ ຊົມການສາທິດບຸນມະໂຫລານນາ ດໍາ (The Mini Naadam Festival), ພ້ອມທັງໄດ້ໃຫ້ກຽດປູກ ຕົ້ນໄມ້ ເພື່ອເປັນອະນຸສອນ ຢູ່ສວນ ສາທາລະນະວັດທະນະທໍາດັ່ງກ່າວ. ການຢ້ຽມຢາມລັດຖະກິດ ທີ່ ມົງ ໂກລີ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາ ວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຜູ້ແທນຂັ້ນສູງໃນຄັ້ງນີ້,ໄດ້ຮັບການ ຕ້ອນຮັບຢ່າງອົບອຸ່ນ, ສະໜິດ ສະ ໜົມ ແລະ ດໍາເນີນໄປດ້ວຍບັນຍາ ກາດ ແຫ່ງໄມຕີຈິດມິດຕະພາບ ເຊິ່ງ ສາມາດບັນລຸຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບຮ່ວມກັນ ໃນ ທຸກບັນຫາທີ່ຍົກຂຶ້ນປຶກສາຫາລື ແລະ ມີຜົນສໍາເລັດຢ່າງຈົບງາມ. ຂ່າວ-ພາບ: ກຕທ ເທື່ອທີ 04 ຂອງສະພາແຫ່ງຊາດ ຊຸດທີ IX (ເລກທີ 82/ສພຊ, ລົງ ວັນທີ 30 ທັນວາ 2022) ເປັນຕົ້ນ ແມ່ນ 9 ຄາດໝາຍການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ, ອັນພົ້ນເດັ່ນແມ່ນການປັບປຸງ ແລະ ກໍ່ສ້າງບັນດາພື້ນຖານໂຄງ ລ່າງຮັບໃຊ້ການຜະລິດ ແລະ ປັບ ປຸງຊີວິດການປັນຢູ່ຂອງປະຊາຊົນ ຢູ່ເຂດຈຸດສຸມພັດທະນາທີ່ເປັນບຸລິ ມະສິດ, ເຂດຊົນນະບົດ, ຫ່າງໄກ ສອກຫລີກ, ເຂດລຽບຕາມຊາຍ ແດນ, ເຂດຈຸດສຸມພັດທະນາຊົນ ນະ ບົດໃໝ່ ແລະ ເຂດພື້ນຖານການປະ ຕິວັດ; ຄຸນນະພາບຊີວິດການເປັນ ຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບ ການປັບປຸງຍົກລະດັບສູງຂຶ້ນ; ປະ ຊາຊົນສາມາດເຂົ້າເຖິງການບໍລິ ການດ້ານການສຶກສາ, ສາທາລະ ນະສຸກ, ການບໍລິການດ້ານສິນເຊື່ອ ແລະ ອື່ນໆ ນັບມື້ນັບສະດວກວ່ອງ ໄວຫລາຍຂຶ້ນກວ່າເກົ່າ. ທ່ານ ຄໍາໃບ ດໍາລັດ ໄດ້ໃຫ້ຮູ້ ອີກວ່າ: ຄຽງຄູ່ກັບຜົນງານທີ່ກ່າວ ມາຂ້າງເທິງ, ກອງປະຊຸມເຫັນວ່າ ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງຈະຕ້ອງ ໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ ການຈັດ ຕັ້ງຜັນຂະຫຍາຍ ແລະ ເຊື່ອມຊຶມ ບັນດານະໂຍບາຍ, ນິຕິກໍາທີ່ກ່ຽວ ຂ້ອງກັບວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກບໍ່ ທັນເລິກເຊິ່ງ ແລະ ທົ່ວເຖິງ; ວຽກ ງານກໍ່ສ້າງຮາກຖານເມືອງ, ວຽກ ງານພັດທະນາຊົນນະບົດ-ແກ້ໄຂ ຄວາມທຸກຍາກ, ວຽກງານ 3 ສ້າງ ຍັງບໍ່ເປັນເສົາຄໍ້າເຊິ່ງກັນ ແລະ ກັນ; ຄາດໝາຍການພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຍັງ ມີ 3 ຄາດໝາຍທີ່ບໍ່ບັນລຸຕາມແຜນ ການ ເປັນຕົ້ນ ການສ້າງເມືອງພົ້ນ ທຸກໄດ້ 8 ເມືອງ(ຄາດໝາຍ 15 ເມືອງ), ສ້າງເມືອງເຂັ້ມແຂງຮອບ ດ້ານໄດ້ 3 ເມືອງ (ຄາດໝາຍ 4 ເມືອງ) ແລະ ການຂະຫຍາຍກອງ ທຶນພັດທະນາບ້ານ ໃຫ້ບ້ານຂອງ ເມືອງທຸກຍາກ ໄດ້ 8 ບ້ານ (ຄາດ ໝາຍ 12 ບ້ານ); ຈຸດສຸມພັດທະນາ ທີ່ເປັນບຸລິມະສິດຂອງລັດຖະບານ ແລະ ທ້ອງຖິ່ນ ການພັດທະນາບາງ ມາດຕະຖານຂອງຂະແໜງການ ຈໍານວນໜຶ່ງ ບໍ່ບັນລຸຕາມແຜນ; ການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມ ດໍາລັດ 348/ລບ ບາງຕົວເລກຄາດ ໝາຍຂອງສູນກາງ ແລະ ທ້ອງຖິ່ນ ຄາດເຄື່ອນກັນ; ການຈັດສັນພູມລໍາ ເນົາ ແລະ ອາຊີບໃຫ້ປະຊາຊົນຕາມ ກົດໝາຍວ່າດ້ວຍການຈັດສັນພູມ ລໍາເນົາ ແລະ ອາຊີບ ປະຕິບັດບໍ່ທັນ ໄດ້ດີເທົ່າທີ່ຄວນ, ການຈັດສັນທີ່ດິນ ທໍາການຜະລິດໃຫ້ປະຊາຊົນບາງ ທ້ອງຖິ່ນ ຍັງບໍ່ທັນເໝາະສົມ, ປະ ຊາຊົນຈໍານວນໜຶ່ງບໍ່ທັນມີອາຊີບ ທີ່ໝັ້ນຄົງ; ການນໍາພາ-ຊີ້ນໍາວຽກ ງານຕົວຈິງຢູ່ຂັ້ນຮາກຖານບໍ່ທັນ ເຂັ້ມແຂງເທົ່າທີ່ຄວນ; ຂະແໜງການ ກ່ຽວຂ້ອງຈໍານວນໜຶ່ງ ຍັງຂາດ ຄວາມຮັບຜິດຊອບ ແລະ ຖືວຽກພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ເປັນຄວາມຮັບຜິດຊອບ ຂອງຂະແໜງກະສິກໍາ ແລະ ປ່າໄມ້. ສຳລັບທິດທາງໃນຕໍ່ໜ້າ, ກອງ ປະຊຸມສະພາແຫ່ງຊາດ ໄດ້ມອບ ໃຫ້ລັດຖະບານ ຈັດຕັ້ງປະຕິບັດບາງ ມາດຕະການ ເພີ່ມຕື່ມດັ່ງນີ້: ຄົ້ນ ຄວ້າຄືນການແຕ່ງຕັ້ງຄະນະຮັບຜິດ ຊອບ ແລະ ກົງຈັກເສນາທິການຂອງ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເປັນລະບົບຄົບ ຊຸດ ຕາມຄໍາສັ່ງຂອງກົມການເມືອງ ສູນກາງພັກ ເລກທີ 097/ກມສພ ແລະ ບົດແນະນໍາຂອ ງຫ້ອງວ່າການ ສູນກາງພັກ ສະບັບເລກທີ 02/ ຫສພ, ລົງວັນທີ 21/02/2023 ວ່າດ້ວຍການຈັດຕັ້ງປະຕິບັດຄໍາ ສັ່ງແນະນຳຂອງຄະເລຂາທິການ ສູນກາງພັກກ່ຽວກັບການຜັນຂະ ຫຍາຍຜົນສຳເລັດກອງປະຊຸມວຽກ ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາ ຊົນນະບົດຮອບດ້ານ, ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ; ປັບປຸງການຈັດສັນງົບປະມານສະ ເພາະໃຫ້ວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ ແຕ່ລະແຂວງ ແລະ ນະຄອນຫລວງ ໂດຍໃຫ້ຄະນະຮັບຜິດຊອບວຽກ ງານດັ່ງກ່າວນີ້ ມີສ່ວນຮ່ວມເລີ່ມແຕ່ ຫົວທີ ໃນການຈັດສັນງົບປະມານ ໃສ່ 45 ຈຸດສຸມ ຕາມຂໍ້ຕົກລົງສະບັບ ເລກທີ 72/ນຍ, ລົງວັນທີ 11/08/ 2022 ວ່າດ້ວຍການຮັບຮອງເອົາ ຈຸດສຸມພັດທະນາ ທີ່ເປັນບຸລິມະສິດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໄລຍະ 2021-2025; ກໍານົດແຜນ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກເຂດຫ່າງໄກສອກ ຫລີກທີ່ສຸດ ແລະ ເຂດຊົນນະບົດທີ່ ຕັ້ງຢູ່ລຽບຕາມຊາຍແດນທີ່ຕິດພັນ ກັບວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ; ຈັດສັນງົບປະ ມານ ເພື່ອສ້າງ ແລະ ປັບປຸງສູນ ສົ່ງເສີມເຕັກນິກການກະສິກໍາທີ່ມີ ແລ້ວແລະສະໜອງພະນັກງານວິຊາ ການລົງນຳພາເຮັດຕົວຈິງ ເພື່ອຜະ ລິດເປັນສິນຄ້າ ແລະ ຫລຸດຜ່ອນ ການນໍາເຂົ້າ; ປັບປຸງເງື່ອນໄຂຂອງ ທະນາຄານນະໂຍບາຍ ເພື່ອໃຫ້ປະ ຊາຊົນຢູ່ບ້ານ, ກຸ່ມບ້ານເປົ້າໝາຍພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ສາມາດເຂົ້າເຖິງສິນເຊື່ອ ໄດ້ສະດວກ, ວ່ອງໄວກວ່າເກົ່າ; ສ້າງແຜນແມ່ບົດ ແລະ ຍຸດທະສາດ ກ່ຽວກັບວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ ເປັນລະບົບຄົບຊຸດ ເພື່ອເປັນບ່ອນ ອີງ ແລະ ສະດວກໃນການຈັດຕັ້ງ ປະຕິບັດໃນແຕ່ລະໄລຍະ; ສ້າງກົນ ໄກໃຫ້ສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ໄດ້ປະຕິບັດສິດ ແລະ ໜ້າທີ່ຂອງຕົນ ໃນການຕິດ ຕາມກວດກາວຽກງານດັ່ງກ່າວແຕ່ ຫົວທີ. ຂ່າວ: ສົມຫວັງ,ພາບ: ເກດສະໜາ ຍູ້ພາກການລົງທຶນ ແລະ ການຜະ ລິດໃຫ້ຫລາຍຂຶ້ນ ເພື່ອສົ່ງເສີມການ ຜະລິດພາຍໃນໃຫ້ແຂງແຮງຂຶ້ນຕື່ມ ແລະ ການແກ້ໄຂບັນຫາເງິນເຟີ້ ແລະ ການອ່ອນຄ່າຂອງເງິນກີບ. ຕໍ່ກັບຄຳຊັກຖາມດັ່ງກ່າວ, ທ່ານ ເພັດ ພົມພິພັກ ໄດ້ກ່າວວ່າ: ປັດຈຸ ບັນ, ເສດຖະກິດຍັງສືບຕໍ່ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ເນື່ອງຈາກ ບັນດາຂະແໜງການ ຍັງສືບຕໍ່ດໍາ ເນີນການຜະລິດໄດ້ຢ່າງເປັນປົກ ກະຕິແຕ່ການພັດທະນາໂດຍລວມ ແມ່ນຍັງຜະເຊີນໜ້າກັບສິ່ງທ້າທາຍ ຫລາຍດ້ານ ໂດຍສະເພາະການເໜັງ ຕີງຂອງອັດຕາເງິນເຟີ້ ກໍຄືຄ່າຄອງ ຊີບທີ່ສູງຂຶ້ນ ທີ່ໄດ້ສົ່ງຜົນກະທົບທັງ ທາງກົງ ແລະ ທາງອ້ອມຕໍ່ການດຳ ລົງຊີວິດຂອງປະຊາຊົນ. ສະນັ້ນ, ເພື່ອເຮັດໃຫ້ເສດຖະກິດຂະຫຍາຍ ຕົວດຸນດ່ຽງກັບອັດຕາເງິນເຟີ້ ລັດ ຖະບານ ຈະສຸມໃສ່ແກ້ໄຂບັນຫາທັງ ສອງດ້ານໄປພ້ອມກັນຄື: ຊຸກຍູ້ພາກ ການລົງທຶນ ແລະ ການຜະລິດໃຫ້ ຫລາຍຂຶ້ນ ເພື່ອສົ່ງເສີມການຜະລິດ ພາຍໃນໃຫ້ແຂງແຮງຂຶ້ນຕື່ມ ແລະ ການແກ້ໄຂບັນຫາເງິນເຟີ້ ແລະ ການອ່ອນຄ່າຂອງເງິນກີບ. ເພື່ອ ຮັບປະກັນໃຫ້ເສດຖະກິດມີການຂະ ຫຍາຍຕົວບັນລຸຄາດໝາຍຕາມ ແຜນການທີ່ວາງໄວ້ ໃນ 6 ເດືອນ ທ້າຍປີ 2024 ຈະເລັ່ງໃສ່ຈັດຕັ້ງຜັນ ຂະຫຍາຍມະຕິ 04 ກມສພ ວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ໃຫ້ ເປັນອັນລະອຽດ ເພື່ອຈັດຕັ້ງປະຕິ ບັດໃຫ້ເຫັນຜົນໂດຍໄວ; ຄຸ້ມຄອງອັດ ຕາເງິນເຟີ້ ແລະ ອັດຕາແລກປ່ຽນ ບໍ່ໃຫ້ມີການເໜັງຕີງແຮງ ໂດຍສະ ເພາະມີມາດຕະການຄວບຄຸມລາ ຄາສິນຄ້າທີ່ຊັດເຈນ ແລະ ສາມາດ ຈັດຕັ້ງປະຕິບັດໄດ້ ເພື່ອຮັບປະກັນ ກຳລັງແຮງຊື້ ແລະ ຕົ້ນທຶນການຜະ ລິດບໍ່ໃຫ້ຖືກກະທົບແຮງ; ຈັດຕັ້ງປະ ຕິບັດດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ເລກທີ 205/ລບ ຢ່າງເຂັ້ມງວດ ເພື່ອສ້າງ ທ່າແຮງໃຫ້ການສະສົມແຫ່ງລັດ ເພີ່ມຂຶ້ນ; ສຸມທຶນໃສ່ໂຄງການທີ່ມີ ທ່າແຮງ ແລະ ໃຫ້ຜົນຕອບແທນໄວ ເປັນຕົ້ນໂຄງການຜະລິດສິນຄ້າແລະ ບໍລິການ, ສ້າງວຽກເຮັດງານທຳ ໂດຍສະເພາະຂະແໜງການທ່ອງ ທ່ຽວ,ຂົນສົ່ງ,ອຸດສາຫະກໍາປຸງແຕ່ງ; ອອກມາດຕະການແຊກແຊງຮີບ ດ່ວນ ເພື່ອແກ້ໄຂບັນຫາແຮງງານ ຂາດແຄນ ໂດຍປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງເຜີຍເເຜ່ ແລະ ສະໜອງຂໍ້ມູນການຈັດຫາງານທັງ ພາຍໃນ ແລະ ຕ່າງປະເທດ, ຄຽງ ຄູ່ກັບການອຳນວຍຄວາມສະດວກ ແລະ ກຳນົດຄ່າທຳນຽມທີ່ເໝາະສົມ ໃນການໂອນເງິນກັບປະເທດ; ຍູ້ ແຮງການເກັບລາຍຮັບງົບປະມານ ໃຫ້ໄດ້ຕາມແຜນ ຫລື ເກີນແຜນ ເພື່ອມີທຶນຮອນມາຈັດຕັ້ງປະຕິບັດ ໂຄງການລົງທຶນຂອງລັດທີ່ນອນ ໃນແຜນແລ້ວ ແລະ ວຽກງານອື່ນໆ ທີ່ຈຳເປັນຂອງລັດຖະບານ; ຊຸກຍູ້ ໂຄງການຊ່ວຍເຫລືອທາງການ ເພື່ອການພັດທະນາ ແລະ ໂຄງການ ລົງທຶນຂອງພາກເອກະຊົນ ໃຫ້ຈັດ ຕັ້ງປະຕິບັດໄດ້ຕາມແຜນການ. ຜ່ານ ການຈັດຕັ້ງປະຕິບັດວຽກງານຈຸດ ສຸມຂ້າງເທິງນັ້ນ, ຄາດວ່າໃນປີ 2024 ຈະສາມາດບັນລຸຄາດໝາຍ ການຂະຫຍາຍຕົວຂອງ GDP ໄດ້ 4,5%. ທ່ານ ເພັດ ພົມພິພັກ ຍັງໃຫ້ຮູ້ ອີກວ່າ: ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການ ໃນການພັດທະ ນາເສດຖະກິດ-ສັງຄົມ ໃນໄລຍະ ໃໝ່, ກະຊວງແຜນການ ແລະ ການ ລົງທຶນໄດ້ມີຄວາມພະຍາຍາມໃນ ການປັບປຸງສະພາບແວດລ້ອມທີ່ ເອື້ອອຳນວຍ ໃຫ້ແກ່ການສົ່ງເສີມ ການລົງທຶນພາຍໃນ ແລະ ຕ່າງປະ ເທດ ໃນດ້ານຕ່າງໆ ເປັນຕົ້ນໄດ້ປັບ ປຸງ ແລະ ສ້າງນິຕິກຳຕ່າງໆ ທີ່ຈຳ ເປັນຈຳນວນໜຶ່ງ ເຊັ່ນ: ກຳລັງດຳ ເນີນການປັບປຸງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ທີ່ໄດ້ເນັ້ນ ໃສ່ສ້າງກົນໄກການພິຈາລະນາ ການ ອະນຸມັດການລົງທຶນໃຫ້ມີ ຄວາມກະທັດຮັດ, ວ່ອງໄວ ແລະ ໂປ່ງໃສ, ແບ່ງຄວາມຮັບຜິດຊອບໃຫ້ ທ້ອງຖິ່ນ ໃນການພິຈາລະນາອະນຸ ມັດການລົງທຶນ ແລະ ຕິດຕາມກວດ ກາໂຄງການໃຫ້ຫລາຍຂຶ້ນ ຕາມທິດ 3 ສ້າງ, ການໂຮມເອົາວຽກງານ ການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນໃນເຂດເສດຖະກິດພິເສດ ເຂົ້າໃນກົດໝາຍວ່າດ້ວຍສົ່ງເສີມ ການລງທຶນ; ການຄຸ້ມຄອງ ແລະ ຕິດຕາມກວດກາ ແລະ ປະເມີນຜົນ ບັນດາໂຄງການທີ່ໄດ້ຮັບອະນຸຍາດ ແລ້ວ ໂດຍສະເພາະແມ່ນໂຄງການ ແຮ່ທາດ ແລະໂຄງການພະລັງງານ ເພື່ອກະຕຸກຊຸກຍູ້ໃຫ້ບັນດາໂຄງ ການເຫລົ່ານັ້ນດໍາເນີນໄປຕາມແຜນ ບົດວິພາກເສດຖະກິດ-ເຕັກນິກ, ແຜນຄຸ້ມຄອງສິ່ງແວດລ້ອມ-ສັງ ຄົມ, ປະຕິບັດພັນທະຄົບຖ້ວນຕາມ ສັນຍາ ແລະ ສອດຄ່ອງກັບລະບຽບ ກົດໝາຍ; ການບໍລິການລົງທຶນປະ ຕູດຽວແລະນະໂຍບາຍສົ່ງເສີມການ ລົງທຶນ ຈະສະໜອງການບໍລິການ ດ້ານການລົງທຶນໃຫ້ມີຄວາມວ່ອງ ໄວ ແລະ ໂປ່ງໃສໂດຍການຫັນເປັນ ລະບົບທັນສະໄໝ ໃນການຮັບຮ້ອງ ຂໍລົງທຶນ ແລະ ຕິດຕາມເອກະສານ ທາງອອນລາຍ ໂດຍມີການເຊື່ອມຕໍ່ ກັບຂະແໜງການກ່ຽວຂ້ອງ. ຂ່າວ: ກິດຕາ, ພາບ: ເກດສະໜາ ປະຕິບັດວຽກງານໃນຕໍ່ໜ້າ. ຈາກ ນັ້ນ, ບັນດາສະມາຊິກສະພາແຫ່ງ ຊາດ (ສສຊ) ປະຈຳເຂດເລືອກຕັ້ງ ຕ່າງໆ ກໍໄດ້ສຸມໃສ່ປະກອບຄຳຄິດ ຄຳເຫັນໃສ່ບົດລາຍງານດັ່ງກ່າວ ເຊິ່ງໂດຍລວມແລ້ວແມ່ນເຫັນດີ ແລະ ຊົມເຊີຍຕໍ່ຜົນສຳເລັດ ໃນການ ຈັດຕັ້ງປະຕິບັດວຽກງານການຄຸ້ມ ຄອງການຂຸດຄົ້ນແຮ່ທາດ ໃນໄລຍະ ຜ່ານມາຂອງພາກສ່ວນກ່ຽວຂ້ອງ ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງ ສະເໜີ ໃຫ້ລັດຖະບານ ກໍຄື ກະຊວງ ພະລັງງານ ແລະ ບໍ່ແຮ່ ແກ້ໄຂ ຫລາຍບັນຫາສຳຄັນ ກ່ຽວກັບການ ຂຸດຄົ້ນແຮ່ທາດ ຢູ່ ສປປ ລາວ ໂດຍສະເພາະບັນຫາທີ່ເກີດຂຶ້ນຈາກ ການຂຸດຄົ້ນແຮ່ທາດ ທີ່ສົ່ງຜົນກະ ທົບຕໍ່ສິ່ງແວດລ້ອມ, ສົ່ງຜົນກະທົບ ຕໍ່ການດຳລົງຊີວິດຂອງປະຊາຊົນ ແລະ ສົ່ງຜົນກະທົບຕໍ່ພື້ນຖານໂຄງ ລ່າງຕ່າງໆ. ທ່ານ ນາງ ວຽນວິໄລ ດີລະພັນ ສສຊ ເຂດເລືອກຕັ້ງທີ 6 ແຂວງ ຫລວງພະບາງ ມີຄຳເຫັນກ່ຽວກັບ ການຈັດຕັ້ງປະຕິບັດໂຄງການລົງ ທຶນດ້ານແຮ່ທາດ ໂດຍສະເພາະ ບັນຫາທີ່ເກີດຂຶ້ນ ຈາກການຂຸດຄົ້ນ ແຮ່ທາດ ໂດຍທ່ານໄດ້ສະເໜີວ່າ: ການຂຸດຄົ້ນແຮ່ທາດ ຕ້ອງຄຳນຶງ ເຖິງຊີວິດການເປັນຢູ່ຂອງປະຊົນ, ໃຫ້ປະຊາຊົນມີສ່ວນຮ່ວມ, ແຕ່ບໍ່ ໃຫ້ປະຊາຊົນມີຜົນກະທົບ, ທີ່ສຳຄັນ ຕ້ອງໃຫ້ເປັນມິດກັບສິ່ງແວດລ້ອມ, ເປັນມິດກັບສັງຄົມ ກໍຄື ການດຳລົງ ຊີວິດຂອງປະຊາຊົນ. ພ້ອມນີ້, ທ່ານ ຍັງສະເໜີໃຫ້ລັດຖະບານ ກໍຄືພາກ ສ່ວນທີ່ກ່ຽວຂ້ອງກວດກາຄືນບັນ ດາບໍລິສັດ ທີ່ຜ່ານການປະເມີນແຕ່ ລະປະເພດ ໃຫ້ເປັນອັນລະອຽດ,ຈະ ແຈ້ງຂຶ້ນກວ່າເກົ່າ ແລະ ໃຫ້ມີແຜນ ປະເມີນບັນດາບໍລິສັດທີ່ຍັງບໍ່ທັນໄດ້ ຮັບການປະເມີນ, ພ້ອມທັງໃຫ້ປະ ຕິບັດກົດໝາຍຢ່າງເຂັ້ມງວດຕໍ່ບັນ ດາບໍລິສັດທີ່ປະເມີນໄດ້ປະເພດອ່ອນ ແລະ ອ່ອນຫລາຍ ຖ້າປະຕິບັດບໍ່ໄດ້ ແທ້ໆ ແມ່ນໃຫ້ຢຸດເຊົາ ຫລື ຍົກເລີກ ແລະ ອື່ນໆ. ສສຊ ບາງເຂດເລືອກຕັ້ງ ມີຄຳ ເຫັນຕື່ມວ່າ: ປັດຈຸບັນບັນຫາການ ທຳລາຍສິ່ງແວດລ້ອມ ທີ່ເກີດຈາກ ການຂຸດຄົ້ນແຮ່ທາດຢູ່ທ້ອງຖິ່ນແມ່ນ ມີລັກສະນະແບບຊະຊາຍ ຖືວ່າຍັງ ໝັກໜ່ວງພໍສົມຄວນ ເຮັດໃຫ້ສົ່ງ ຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະ ເພາະແມ່ນສຸຂະພາບຂອງຄົນ, ສັດ ແລະພື້ນຖານໂຄງລ່າງຕ່າງໆ, ພ້ອມ ທັງສະເໜີໃຫ້ລັດຖະບານເບິ່ງຄືນຂໍ້ ຄົງຄ້າງຂອງຜູ້ລົງທຶນ ໂດຍສະ ເພາະການຂຸດຄົ້ນແຮ່ຊະຊາຍ ເພື່ອ ບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ. ໃນນັ້ນ, ສະເໜີໃຫ້ກວດກາຄືນນິຕິ ກຳການຊົດເຊີຍທີ່ມີຜົນກະທົບເນື່ອງ ຈາກຜ່ານມາລາຄາປະເມີນຜົນກະ ທົບຍັງມີຄວາມຫຍຸ້ງຍາກຫລາຍ ເນື່ອງຈາກບໍ່ທັນມີນິຕິກຳຄົບຊຸດ ເຖິງແມ່ນວ່າມີນິຕິກຳແລະ ກົດໝາຍ ກໍຕາມ ແຕ່ຍັງບໍ່ທັນແກ້ໄຂບັນຫາ ໄດ້ເທົ່າທີ່ຄວນ. ຕໍ່ກັບກົນໄກ, ມາດ ຕະການໃນການຈັດຕັ້ງປະຕິບັດ ໂຄງການແຮ່ທາດ ລະຫວ່າງ ຂະ ແໜງການຂັ້ນສູນກາງ ແລະ ທ້ອງ ຖິ່ນ ຢາກໃຫ້ປະຕິບັດຢ່າງເຂັ້ມງວດ ຕາມລະບຽບກົດໝາຍ. ຂ່າວ: ທະນູທອງ, ພາບ: ເກດສະໜາ ສັດ ລາວ-ຈີນ ພັດທະນາແຮ່ທາດຫາ ຍາກພາກເໜືອ (2) ຈໍາກັດແຕກ ແລະ ເປັນຂ່າວໃນສື່ສັງຄົມອອນລາຍ, ອົງການປົກຄອງແຂວງຫົວພັນ ແຕ່ ລະຂັ້ນ ແລະ ບັນດາກະຊວງ-ຂະແໜງ ການທີ່ກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ຕິດ ຕາມຢ່າງໃກ້ຊິດ ເພື່ອແກ້ໄຂບັນຫາ. ຜ່ານການລົງກວດກາພາກສະໜາມ ຕົວຈິງເຫັນວ່າ: ມີມູນຄວາມຈິງແທ້ ຕາມການລາຍງານຂອງພະແນກ ການກ່ຽວຂ້ອງຂອງແຂວງ ແລະ ຕາມທີ່ມີຂ່າວປະກົດຢູ່ສື່ສັງຄົມ ອອນລາຍ ເຊິ່ງສາເຫດເກີດຈາກອ່າງ ເກັບນໍ້າໝູນວຽນຂອງໂຄງການທີ່ກໍ່ ສ້າງດ້ວຍດິນໜຽວອັດແໜ້ນຂະ ໜາດກວ້າງ 12 ແມັດ, ຍາວ 40 ແມັດ ແລະ ເລິກປະມານ 6 ແມັດ ໄດ້ ມີການແຕກ ເຮັດໃຫ້ນໍ້າທີ່ເກັບຢູ່ໃນ ອ່າງ 200 ກວ່າແມັດກ້ອນ ແລະ ຕະ ກອນດິນ 100 ກວ່າແມັດກ້ອນ ໄຫລ ລົງຕາມສາຍຫ້ວຍນໍ້າຕະບູນ ໄຫລ ປ່ອງໃສ່ຫ້ວຍມັນ ແລ້ວໄຫລໃສ່ນໍ້າ ແວ່ນເຮັດໃຫ້ມີຜົນກະທົບຕໍ່ສັດນໍ້າ ແລະ ເນື້ອທີ່ທໍາການຜະລິດຂອງປະ ຊາຊົນຈໍານວນໜຶ່ງ, ເຮັດໃຫ້ປະຊາ ຊົນບໍ່ກ້ານໍາໃຊ້ນໍ້າເຂົ້າໃນການດໍາລົງ ຊີວິດ ແລະ ຜະລິດກະສິກຳ. ຄະນະ ທີມງານກວດກາຈຶ່ງໄດ້ເກັບຕົວຢ່າງ ນໍ້າຈໍານວນ 3 ຈຸດ ຄື: ຈຸດກ້ອງອ່າງ ເກັບນໍ້າໝູນວຽນ (ຍອດຫ້ວຍຕະ ບູນ), ຈຸດຫ້ວຍມັນ ແລະ ຈຸດນໍ້າແວ່ນ ໄປວິໄຈຄຸນນະພາບຢູ່ຫ້ອງທົດລອງ ສິ່ງແວດລ້ອມຂອງສະຖາບັນຄົ້ນ ຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງເປັນຫ້ອງວິໄຈທີ່ ທັນສະໄໝ ແລະ ໄດ້ຮັບການຢັ້ງຢືນ ດ້ານມາດຕະຖານສິ່ງແວດລ້ອມສາ ກົນເຫັນວ່າບໍ່ພົບຄ່າໂລຫະໜັກເກີນ ມາດຕະຖານສິ່ງແວດລ້ອມກຳນົດ, ຄ່າອົກຊີເຈນໃນນ້ຳມີອັດຕາຕ່ຳ ແລະ ຄ່າຊັນເຟດ ໃນນໍ້າຂ້ອນຂ້າງສູງ. ໃນ ການແກ້ໄຂບັນຫາຜົນກະທົບເບື້ອງ ຕົ້ນ, ບໍລິສັດ ໄດ້ຖົມອ່າງເກັບນໍ້າໝູນ ວຽນທີ່ມີການແຕກຫັກ ແລະ ໄດ້ຊົດ ເຊີຍແນວພັນປາ ໃຫ້ບ້ານທີ່ໄດ້ຮັບ ຜົນກະທົບຄື: ມອບພັນປາໃຫ້ບ້ານ ຫົວພູ ແລະ ບ້ານນາຄູນ ຈໍານວນ 400 ກິໂລ ມູນຄ່າ 40 ລ້ານກີບ ເພື່ອ ນໍາໄປປ່ອຍຄືນສູ່ທໍາມະຊາດ. ປັດຈຸບັນ, ບໍລິສັດໄດ້ເອົາໃຈໃສ່ປັບ ປຸງແກ້ໄຂບັນຫາຕາມຄໍາແນະນໍາ ຂອງຄະນະທີມງານ ເປັນຕົ້ນ ໄດ້ປັບ ປຸງອ່າງເກັບນໍ້າໝູນວຽນທີ່ແຕກ ໂດຍ ການນໍາເອົາດິນ ມາຖົມອັດແໜ້ນ ພ້ອມສ້າງຄອງນໍ້າເວັ້ນບໍ່ໃຫ້ນໍ້າທໍາ ມະຊາດໄຫລເຊາະ; ສ້າງສາງເກັບ ມ້ຽນສານເຄມີຮັບໃຊ້ໂຄງການຢູ່ຈຸດ ໃໝ່ຫ່າງຈາກຈຸດເກົ່າປະມານ 300 ແມັດ; ສ້າງອ່າງບໍາບັດນໍ້າ (ເພີ່ມ ເຕີມ) ອ່າງທີ 6 ແລະ 7 ຕາມມາດຕະ ຖານເຕັກນິກ ທີ່ຄະນະກວດກາໄດ້ ແນະນຳ; ກວດສຸຂະພາບຂອງພໍ່ແມ່ ປະຊາຊົນທີ່ຢູ່ບໍລິເວນໃກ້ຄຽງລວມ ທັງພະນັກງານທີ່ເຮັດວຽກຢູ່ໃນໂຄງ ການ ໄດ້ຈໍານວນໜຶ່ງ ເຊິ່ງເຫັນວ່າ ທຸກຄົນມີສຸຂະພາບແຂງແຮງດີ, ບໍ່ ພົບສານເຄມີ ຫລື ໂລຫະໜັກທີ່ສະ ສົມຢູ່ຕາມຮ່າງກາຍ ແລະ ໃນເລືອດ. ພ້ອມນີ້, ບໍລິສັດຍັງມີແຜນສຸມກວດສຸ ຂະພາບໃຫ້ປະຊາຊົນ ແລະ ພະນັກ ງານກຳມະກອນໃຫ້ໄດ້ຕື່ມອີກ ແລະ ເກັບຕົວຢ່າງດິນປູກຝັງ ຈໍານວນ 6 ຕົວຢ່າງ ແລະ ນໍ້າ ຈໍານວນ 9 ຕົວ ຢ່າງໄປວິໄຈ. ຜ່ານການວິໄຈດິນປູກ ຝັງ ແລະ ນໍ້າແມ່ນຢູ່ໃນເກນມາດຖານ ປົກກະຕິດີ ແລະ ມີຄວາມເໝາະສົມ ທັງມີຄວາມປອດໄພຕໍ່ການຜະລິດ ກະສິກຳ ແລະ ນໍາໃຊ້ເຂົ້າໃນການດໍາ ລົງຊີວິດປະຈໍາວັນ. ສ່ວນສະພາບຄວາມກັງວົນຂອງ ພໍ່, ແມ່, ປະຊາຊົນແມ່ນຖືກແກ້ໄຂໃນ ລະດັບດີ, ສາມາດສືບຕໍ່ດຳເນີນການ ປູກຝັງ-ລ້ຽງສັດ ໄດ້ຕາມປົກກະຕິ. ເບື້ອງບໍລິສັດ ກໍໄດ້ອົາໃຈໃສ່ປັບ ປຸງບັນດາຈຸດບົກຜ່ອງຕ່າງໆຕາມຄຳ ແນະນຳຂອງຄະນະວິຊາການ ຕາມ ບົດບັນທຶກທີ່ໄດ້ເຊັນຮັບຮອງຮ່ວມ ກັນ ໂດຍສະເພາະ ແມ່ນຈຸດເກີດເຫດ ເບື້ອງຕົ້ນ ແລະ ຈຸດລະບາຍນ້ຳຂອງ ທ້າຍອ່າງເກັບນ້ຳທີ 7 ເພື່ອສ້າງໃຫ້ ເປັນລະບົບປິດບໍ່ໃຫ້ນ້ຳຈາກໂຄງການ ໄຫລອອກສູ່ທຳມະຊາດ ຫລື ໃນກໍລະ ນີຈຳເປັນຕ້ອງເຮັດການບຳບັດໃຫ້ ໄດ້ຄ່າມາດຕະຖານມີຄວາມປອດໄພ ໂດຍໄດ້ຮັບການຢັ້ງຢືນ ຈາກພາກ ສ່ວນກ່ຽວຂ້ອງຂອງລັດກ່ອນ ຈຶ່ງສາ ມາດລະບາຍອອກສູ່ທຳມະຊາດໄດ້. ຄຽງຄູ່ກັນນັ້ນ, ບໍລິສັດ ຍັງຈະໄດ້ສືບ ຕໍ່ຊົດເຊີຍຜົນກະທົບທີ່ເກີດຂຶ້ນ ໂດຍ ການສົມທົບກັບອົງການປົກຄອງ ແຂວງ, ເມືອງ, ບ້ານໃນການເກັບກໍາ ຂໍ້ມູນໃຫ້ລະອຽດຊັດເຈນ ເພື່ອກຳນົດ ມູນຄ່າການຊົດເຊີຍໃຫ້ສົມເຫດສົມ ຜົນ ແລະ ສອດຄ່ອງກັບຕົວຈິງ; ລວມ ທັງຮ່ວມກັນຄົ້ນຄວ້າພິຈາລະນາສ້າງ ໂຄງການພັດທະນາທ້ອງຖິ່ນ ເຮັດ ແນວໃດ ໃຫ້ໂຄງການພັດທະນາບໍ່ແຮ່ ໂດຍສະເພາະໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກຖືກດຳເນີນໄປ ສອດຄ່ອງກັບນະໂຍບາຍພັດທະນາບໍ່ ແຮ່ແບບຍືນຍົງ-ສີຂຽວ. ມາໃນວັນທີ 6 ມີນາ 2024 ຫ້ອງ ການກະຊວງພະລັງງານ ແລະ ບໍ່ ແຮ່ ໄດ້ອອກໜັງສືແຈ້ງການ ສະບັບ ເລກທີ 919/ພບ.ຫກ, ລົງວັນທີ 6 ມີນາ 2024 ໃຫ້ ບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກພາກເໜືອ 2 ຈໍາກັດ ໂຈະຊົ່ວຄາວການຈັດຕັ້ງປະ ຕິບັດວຽກງານຂຸດຄົ້ນ-ປຸງແຕ່ງແຮ່ ທາດຫາຍາກ ເພື່ອໃຫ້ບໍລິສັດ ໄດ້ ປັບປຸງແກ້ໄຂຂໍ້ບົກຜ່ອງ ແລະ ດໍາເນີນ ການຊົດເຊີຍຜົນກະທົບທີ່ເກີດຂຶ້ນ ໃຫ້ສໍາເລັດໂດຍໄວ. ຂ່າວ: ທະນູທອງ, ຂໍ້ມູນ-ພາບ: ແສງຈັນ ພາ 2024 ຜ່ານມາ, ເຮັດໃຫ້ມີຕະ ກອນດິນຈໍານວນຫລາຍໄຫລລົງສູ່ ຫ້ວຍຕະບູນແລ້ວໄຫລປ່ອງໃສ່ນ້ຳ ຫ້ວຍມັນ ເຊິ່ງເປັນສາຂາຂອງນໍ້າແວ່ນ ເຮັດໃຫ້ມີປາຕາຍຈໍານວນໜຶ່ງ ແລະ ສົ່ງຜົນກະທົບຕໍ່ປະຊາຊົນ, ເຮັດໃຫ້ ປະຊາຊົນບໍ່ກ້ານໍາໃຊ້ນໍ້າເຂົ້າໃນການ ດໍາລົງຊີວິດ ແລະ ຜະລິດກະສິກຳ. ມາຮອດປັດຈຸບັນ, ບໍລິສັດດັ່ງກ່າວ, ໄດ້ແກ້ໄຂ ແລະ ຊົດເຊີຍຜົນເສຍຫາຍ ໃນເບື້ອງຕົ້ນແລ້ວ. ທ່ານ ບຸນຍົງ ສີດາວົງ ຮັກສາ ການແທນຫົວໜ້າກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງ ການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖະແຫລງຂ່າວກ່ຽວກັບເຫດການ ທີ່ເກີດຂຶ້ນດັ່ງກ່າວ ໃນວັນທີ 13 ມິຖຸ ນາ 2024 ນີ້ວ່າ: ພາຍຫລັງທີ່ມີເຫດ ການອ່າງເກັບນໍ້າໝູນວຽນຂອງບໍລິ

RkJQdWJsaXNoZXIy MTc3MTYxMQ==