xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 13/06/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ]a f4t[ko goA o 6 gxQ k\kp xt8y [a fczo ra fmtokglf4tdy f{la '7q , 6 gfn vomh kpxu ll- ltg|u .sh ]a f4t[ko 9a fc[j '3d8k rtoa d'ko{]a f4tdvo .sh -a fg9o0B o8nj , ຂປລ. ໃນພາກບ່າຍຂອງການ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 10 ມິຖຸນາ 2024 ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດ, ບັນດາສະມາ ຊິກສະພາແຫ່ງຊາດ (ສສຊ) ປະ ຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ ປະກອບຄຳຄິດຄຳເຫັນໃສ່ບົດລາຍ ງານຂອງລັດຖະບານໃນຫລາຍ ບັນຫາສຳຄັນ ເຊິ່ງໂດຍລວມແລ້ວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ທີ່ລັດຖະ ບານ ຍາດມາໄດ້ໃນໄລຍະຜ່ານມາ ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງ ສະເໜີໃຫ້ລັດຖະບານແກ້ໄຂບາງ ບັນຫາທີ່ເຄັ່ງຮ້ອນໃນສັງຄົມປັດຈຸ ບັນ. ໃນນັ້ນ, ທ່ານ ໄຊຍະເດດ ຜຸຍຍະວົງ ສສຊ ປະຈຳເຂດເລືອກ ຕັ້ງ ທີ 13 ແຂວງສະຫວັນນະເຂດ ສະເໜີໃຫ້ລັດຖະບານຈັດແບ່ງໂກ ຕາພະນັກງານ-ລັດຖະກອນ ໃຫ້ມີ ຄວາມຊັດເຈນຂຶ້ນຕື່ມອາດຈະ 3070% ຫລື 40-60% ແນໃສ່ປຸກ ລະດົມຈິດໃຈນັກຮຽນ-ນັກສຶກສາ ໃຫ້ຕັ້ງໃຈຮໍ່າຮຽນແນໃສ່ປະກອບ ສ່ວນໃນການຮັບໃຊ້ຊາດ-ຮັບໃຊ້ ສັງຄົມ. ພ້ອມນີ້, ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ມີຄຳເຫັນຕໍ່ມາດ ຕະການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຄວນເຮັດຄຽງຄູ່ກັບການຫັນວຽກ ງານຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ໃຫ້ມີການກຳນົດ ມາດຕະການໄລຍະສັ້ນ-ໄລຍະຍາວ ຢ່າງຊັດເຈນ, ອັນໃດເປັນອັນຮີບ ດ່ວນ, ອັນໃດເປັນສິ່ງທີ່ຈະເຮັດໄລ ຍະຍາວ ເຊັ່ນ: ການຮັກສາສະຖຽນ ນະພາບທາງດ້ານເງິນຕາ ແລະ ການຜະລິດເພື່ອທົດແທນການນຳ ເຂົ້າ ຄວນແຍກອອກຈາກກັນເພາະ ນະໂຍບາຍເງິນຕາມີຄວາມຈຳເປັນ ຕ້ອງໄດ້ແກ້ຢ່າງຮີບດ່ວນບໍ່ດັ່ງນັ້ນ ການລົງທຶນໃສ່ການຜະລິດຈະພົບ ຄວາມຫຍຸ້ງຍາກທີ່ສຸດ ເພາະຄ່າຂອງ ເງິນອ່ອນໄຫວເກີນໄປ. ສຳລັບວຽກງານຄະນະກຳມະ ການຄຸ້ມຄອງການລົງທຶນ (ຄລທ) ຄວນເພີ່ມທະວີຄວາມຮັດກຸມ ໃນ ການອະນຸມັດແຜນນຳເຂົ້າຂອງບັນ ດາບໍລິສັດ, ອັນໃດຜະລິດໄດ້ພາຍ ໃນກໍຄວນຢຸດເຊົາ ເພື່ອສົ່ງເສີມກັນ. ນອກຈາກນັ້ນ, ການສະເໜີຜ່ານ ແຜນນຳເຂົ້າຂອງບໍລິສັດ ຈຳນວນ ໜຶ່ງກໍເປັນພຽງອາໃສຊ່ອງຫວ່າງ ກາງຍົກເວັ້ນ ເພື່ອເອົາໄປຂາຍຕໍ່. ສ່ວນການຜັນຂະຫຍາຍທິດທາງ ພັດທະນາແບບຍືນຍົງ-ສີຂຽວ ໃຫ້ ເປັນຮູບປະທຳຄວນກຳນົດຢ່າງ ຊັດເຈນ ໃນກົດໝາຍ ວ່າດ້ວຍການ ສົ່ງເສີມການລົງທຶນ, ອັນໃດອະນຸ ຍາດ-ອັນໃດຄວນຫ້າມແຕ່ຫົວທີ ແນໃສ່ອັດຊ່ອງຫວ່າງ ທີ່ຈະເກີດຂຶ້ນ ຕິດພັນກັບການຂະຫຍາຍຕົວດ້ານ ເສດຖະກິດ-ສັງຄົມ ໃນຕໍ່ໜ້າ ແລະ ຍາວນານ ເປັນຕົ້ນຊ່ອງວ່າງຈາກ ການກຳນົດເອົາຂີ້ເຫຍື້ອຈາກຕ່າງ ປະເທດເປັນວັດຖຸດິບເພື່ອນຳເຂົ້າ ມາປ້ອນໂຮງງານລີຊາຍເຄີນຂີ້ ເຫຍື້ອ ເຊິ່ງເນື້ອແທ້ຜູ້ນຳເຂົ້າໄດ້ຜົນ ປະໂຫຍດນຳການຈ້າງເອົາມາຖິ້ມ ຂອງບັນດາປະເທດອຸດສາຫະກຳ, ການຜະລິດຄືນຂີ້ເຫຍື້ອມັນກໍມີອັນ ເສດເຫລືອຕົກຄ້າງໄວ້ບໍ່ຫລຸດ 40% ທີ່ຕ້ອງໄດ້ຝັງລົງດິນສານເຄມີຕົກ ຄ້າງເຫລົ່ານັ້ນ ໃນໄລຍະຍາວກໍຈະ ຊຶມລົງນໍ້າບາດານ ສົ່ງຜົນກະທົບຕໍ່ ລູກຫລານ ຂອງພວກເຮົາ. ສະນັ້ນ, ຂປລ. ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2024 ນີ້, ລັດຖະບານ ຈະເນັ້ນໃນ 6 ເປົ້າໝາຍ ເພື່ອເຮັດ ໃຫ້ການເຕີບໂຕເສດຖະກິດຂອງປະ ເທດເຮົາ ມີທ່າອ່ຽງຂະຫຍາຍຕົວດີ ຂຶ້ນ, ລວມຍອດຜະລິດຕະພັນພາຍ ໃນ(GDP) ຂະຫຍາຍຕົວໃນລະ ດັບ 4,7% (ມະຕິ ຂອງສະພາກຳ ນົດໝົດປີໃຫ້ບັນລຸ 4,5%). ທ່ານ ເພັດ ພົມພິພັກ ລັດຖະມົນ ພາບສູງຂຶ້ນ ສາມາດຕອບສະໜອງ ຄວາມຕ້ອງການຂອງການພັດທະ ນາ, ມີຄວາມສາມາດຄົ້ນຄວ້າ ແລະ ສາມາດນໍາໃຊ້ວິທະຍາສາດ-ເຕັກ ໂນໂລຊີ ເພື່ອສາມາດຍົກສູງປະສິດ ທິພາບ ແລະ ສ້າງມູນຄ່າເພີ່ມການ ຜະລິດແລະການບໍລິການ; ເປົ້າໝາຍ ທີ 3 ຊີວິດການເປັນຢູ່ທາງດ້ານວັດ ຖຸ ແລະ ຈິດໃຈ ຂອງປະຊາຊົນໄດ້ ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະ ກ້າວ ຕາມທິດມີກິນມີໃຊ້; ເປົ້າໝາຍ ທີ 4 ປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມສົມດຸນ ແລະ ຫລຸດຜ່ອນ ຄວາມສ່ຽງຈາກໄພພິບັດຕ່າງໆ, ເປົ້າໝາຍທີ 5 ການສ້າງໂຄງລ່າງ ພື້ນຖານທີ່ມີຄວາມເຂັ້ມແຂງ, ນໍາ ໃຊ້ທ່າແຮງ, ກາລະໂອກາດທີ່ຕັ້ງ, ການຮ່ວມມື ແລະ ການເຊື່ອມໂຍງ ກັບພາກພື້ນ ແລະ ສາກົນຢ່າງເປັນ ເຈົ້າການ ແລະ ເປົ້າໝາຍທີ 6 ການ ຄຸ້ມຄອງ-ບໍລິຫານລັດ ມີປະສິດທິ ພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທຳ ແລະ ໄດ້ຮັບການປົກປ້ອງ ຕາມທິດການປົກຄອງດ້ວຍກົດ ໝາຍທີ່ສັກສິດ ແລະ ເຂັ້ມງວດ. ທ່ານ ເພັດ ພົມພິພັກ ຍັງໃຫ້ ຮູ້ອີກວ່າ: ໄປຄຽງຄູ່ກັນນີ້, ຕ້ອງໄດ້ ສຸມໃສ່ປະຕິບັດໃຫ້ບັນລຸຕາມແຜນ ຈຸດສຸມທີ່ຄາດໄວ້ ເປັນຕົ້ນການຜະ ລິດສິນຄ້າ ແລະ ບໍລິການ ເພື່ອທົດ ແທນການນໍາເຂົ້າ ແລະ ສົ່ງອອກ ຕ່າງປະເທດ; ການຄຸ້ມຄອງເງິນຕາ ເຖິງວ່າໄດ້ມີຄວາມພະຍາຍາມແຕ່ ອັດຕາເງິນເຟີ້ ຍັງຢູ່ໃນລະດັບສູງ, ເງິນກີບຍັງສືບຕໍ່ອ່ອນຄ່າ; ໂດຍ ລວມພື້ນຖານເສດຖະກິດ ບໍ່ທັນເຂັ້ມ ແຂງ ຍັງອາໄສການນໍາເຂົ້າສິນຄ້າ ຈາກຕ່າງປະເທດໃນມູນຄ່າທີ່ສູງ, ຄວາມຕ້ອງການນໍາໃຊ້ ເງິນຕາຕ່າງ ປະເທດກໍຍັງມີເພີ່ມຂຶ້ນ; ການປັບ ປຸງນິຕິກຳ,ກົນໄກອໍານວຍຄວາມສະ ດວກໃຫ້ແກ່ການລົງທຶນ ແລະ ການ ດໍາເນີນທຸລະກິດຂອງພາກເອກະ ຊົນ, ລວມທັງການຫັນແຜນນະໂຍ ບາຍມາເປັນໂຄງການ ແລະ ກິດຈະ ກຳລະອຽດໃຫ້ມີຄວາມວ່ອງໄວ ຍິ່ງຂຶ້ນ. ຂ່າວ: ວຽງສະຫວັນ,ພາບ: ຂັນໄຊ ຕີກະຊວງແຜນການ ແລະ ການລົງ ທຶນ ໄດ້ໃຫ້ຮູ້ໃນກອງປະຊຸມສະໄໝ ສາມັນ ເທື່ອທີ 7 ຂອງສະພາແຫ່ງ ຊາດ ຊຸດທີ IX ວັນທີ 10 ມິຖຸນາ 2024 ວ່າ: ເພື່ອເຮັດໃຫ້ການເຕີບ ໂຕເສດຖະກິດຂອງປະເທດເຮົາມີ ທ່າອ່ຽງຂະຫຍາຍຕົວດີຂຶ້ນ, ລວມ ຍອດຜະລິດຕະພັນພາຍໃນ(GDP) ຂະຫຍາຍຕົວໃນລະດັບ 4,7%ການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ 6 ເດືອນຕົ້ນປີ2024 ນີ້ ຈະເນັ້ນໃສ່ 6 ເປົ້າໝາຍສຳຄັນ ຄື: ເປົ້າໝາຍທີ 1 ເຮັດໃຫ້ເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະ ພາບ, ໝັ້ນທ່ຽງ ແລະ ຍືນຍົງ ໂດຍ ສືບຕໍ່ຄຸ້ມຄອງ ແລະ ດັດສົມເສດຖະ ກິດມະຫາພາກໃຫ້ມີຄວາມສົມດຸນ ແລະ ມີສະຖຽນລະພາບສູງຂຶ້ນ, ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດ ແລະ ການບໍລິການຕາມທ່າແຮງບົ່ມຊ້ອນ ຢ່າງຕັ້ງໜ້າກວ່າເກົ່າ; ເປົ້າໝາຍ ທີ 2 ຊັບພະຍາກອນມະນຸດມີຄຸນນະ ຄວນກຳນົດໃສ່ໃນກົດໝາຍຫ້າມ ແຕ່ຫົວທີ. ສະເພາະການນຳເຂົ້າຂີ້ ເຫຍື້ອນີ້, ປະກົດວ່າທາງກົມພາສີ ກໍໄດ້ມີແຈ້ງການແລ້ວ ຄວນຍົກລະ ດັບແຈ້ງການຂຶ້ນເປັນດຳລັດ ຫລື ກຳນົດໃສ່ເປັນຂໍ້ຫ້າມໃນກົດໝາຍ ສົ່ງເສີມການລົງທຶນຍິ່ງເປັນການດີ. ທ່ານ ໄຊຍະເດດ ຜຸຍຍະວົງ ຍັງ ສະເໜີໃຫ້ເຂດເສດຖະກິດພິເສດ ຄວນໄດ້ແຕ່ງຕັ້ງສະພາບໍລິຫານເຂດ ປະກອບມີອົງການປົກຄອງແຂວງ ແລະບັນດາຂະແໜງການກ່ຽວຂ້ອງ ເພື່ອມີສ່ວນຮ່ວມໃນການປະຊຸມ ຕົກລົງບັນຫາຮ່ວມກັນແນໃສ່ອັດ ຊ່ອງວ່າງພາຍໃນເຂດເປັນຕົ້ນການ ອະນຸຍາດລົງທຶນ ໃຫ້ໄປຕາມທິດຍືນ ຍົງສີຂຽວ ຂອງລັດຖະບານຫລີກ ລ່ຽງການນຳເຂົ້າຂີ້ເຫຍື້ອມາຖິ້ມ ພາຍໃນເຂດ ດ້ວຍຮູບການເອົາມາ ຜະລິດຄືນ. ນອກຈາກນັ້ນ, ການ ນຳເຂົ້າ-ສົ່ງອອກສິນຄ້າພາຍໃນ ເຂດຄວນໃຫ້ມີຄວາມຮັດກຸມຫລີກ ລ່ຽງການນຳເຂົ້າແບບຍົກເວັ້ນພາ ສີ-ອາກອນ ແລ້ວນຳອອກໄປຂາຍຕໍ່ ເຊິ່ງເປັນການທຳຮ້າຍລະບົບເສດ ຖະກິດຂອງພວກເຮົາເອງ. ພ້ອມນີ້, ການເປີດບໍລິສັດການ ຂົນສົ່ງໃນເຂດເສດຖະກິດພິເສດ ແຕ່ອອກມາໃຫ້ບໍລິການຢູ່ພາຍນອກ ໂດຍຍົກເວັ້ນພາສີອາກອນທຸກຢ່າງ ນັບແຕ່ກົນຈັກ ພາຫະນະຮັບໃຊ້ຈົນ ເຖິງພັນທະງົບປະມານເຮັດໃຫ້ບໍ່ມີ ຄວາມຍຸດຕິທຳຕໍ່ບັນດາຫົວໜ່ວຍ ທຸລະກິດ ທີ່ຈົດທະບຽນຢູ່ນອກເຂດ ເຊິ່ງປະຕິບັດພັນທະຄົບຖ້ວນຕາມ ລະບຽບກົດໝາຍ ເຮັດໃຫ້ບໍລິສັດ ເຫລົ່ານັ້ນ ບໍ່ສາມາດຄົງຕົວຢູ່ໄດ້, ສ່ວນພາກລັດ ນອກຈາກບໍ່ໄດ້ຫຍັງ ຍັງໄດ້ຮັບພາລະສ້ອມແປງເສັ້ນທາງ ທີ່ເປ່ເພ. ພ້ອມກັນນີ້, ທ່ານຍັງສະເໜີ ໃຫ້ພາກສ່ວນທີ່ກ່ຽວຂ້ອງປິດຮ້ານ ອິນເຕີແນັດ ເພາະປັດຈຸບັນພື້ນທີ່ ການປົກຫຸ້ມຂອງອິນເຕີແນັດ ໃນປະ ເທດຂອງພວກເຮົາສູງເຖິງ 97%, ສ່ວນການດຳເນີນທຸລະກິດດ້ານນີ້ ເນື້ອແທ້ແມ່ນເປັນພຽງການແອບ ແຝງ ເປີດຄາຊີໂນອອນລາຍທີ່ເຮັດ ໃຫ້ມີປະກົດການຫຍໍ້ທໍ້, ຂີ້ລັກງັດ ແງະ ໃນສັງຄົມສະເໜີກະຊວງ ປກສ ປະສານສົມທົບກັບກະຊວງເຕັກໂນ ໂລຊີ ແລະ ການສື່ສານດຳເນີນການ ປິດທຸລະກິດດັ່ງກ່າວ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ສະຫລອງຄົບຮອບ 30 ປີ... ໂຮງຮຽນເຫລົ່າຮົບ... ມິດຕະພາບ, ສັນຍະລັກແຫ່ງຈິດໃຈ ແລະ ມູນມໍລະດົກອັນລ້ຳຄ່າລະ ຫວ່າງໂຮງຮຽນເຫລົ່າຮົບສື່ສານ 205 ແລະ ສູນກາງແນວລາວສ້າງ ຊາດພ້ອມກັນສ້າງຂຶ້ນ ເພື່ອສ້າງໄວ້ ເປັນຂອງຂວັນໃຫ້ຮຸ່ນຕໍ່ໆໄປໄດ້ ທ່ຽວຊົມ, ຊົມໃຊ້ ແລະ ຍັງເປັນການ ປຸກລະດົມກຳລັງປະກອບສ່ວນຈັດ ຕັ້ງປູກຕົ້ນໄມ້, ຕິດພັນກັບການປັບ ປຸງຄ້າຍຄູໃຫ້ມີຄວາມຂຽວສົດງົດ ງາມ, ຕິດພັນກັບການປັບປຸງກຳລັງ, ສ້າງບຸກຄະລາກອນວິຊາສະເພາະ ເພື່ອເຮັດສຳເລັດໜ້າທີ່ການເມືອງ ຂອງກອງທັບ ເຊິ່ງກິດຈະກຳດັ່ງ ກ່າວ, ໄດ້ດຳເນີນແຕ່ລະປີ ຈົນກາຍ ເປັນມູນເຊື້ອອັນສະຫງ່າງາມຂອງ ໂຮງຮຽນເຫລົ່າຮົບສື່ສານ 205 ທີ່ ຮັກສາໄວ້ຕະຫລອດມາ. ທ່ານ ອ໋ອດ ພົງສະຫວັນ ຮອງ ປະທານສູນກາງແນວລາວສ້າງ ຊາດ ໄດ້ມີຄຳເຫັນຕໍ່ກິດຈະກຳຄັ້ງ ນີ້ວ່າ: ວັນທີ 1 ມິຖຸນາ ວັນປູກຕົ້ນໄມ້ ແຫ່ງຊາດ ແລະ ວັນເດັກນ້ອຍສາ ກົນ, ເປັນວັນທີ່ມີຄວາມໝາຍສຳຄັນ ເພື່ອເປັນການປູກຕົ້ນໄມ້ທົດແທນ ຕົ້ນໄມ້ທີ່ຊຸກໂຊມ, ຖືກທຳລາຍຈາກ ການຖາງປ່າເຮັດໄຮ່, ເກີດຈາກອັກ ຄີໄພ ແລະ ອື່ນໆ ທີ່ເຮັດໃຫ້ດິນຟ້າອາ ກາດປ່ຽນແປງ, ເປັນພິດຕໍ່ສິ່ງແວດ ລ້ອມ ແລະ ສົ່ງຜົນກະທົບຕໍ່ການດຳ ລົງຊີວິດຂອງມວນມະນຸດ ແລະ ສັດ ສາວາສິ່ງຕ່າງໆ. ໂອກາດດັ່ງກ່າວ, ທ່ານຮອງປະ ທານສູນກາງແນວລາວສ້າງຊາດ ກໍໄດ້ມອບວັດຖຸປັດໄຈໃຫ້ໂຮງຮຽນ ເຫລົ່າຮົບສື່ສານ 205 ລວມມູນ ຄ່າເກືອບ 47 ລ້ານກີບ. ໃນນັ້ນ, ມີ ຕົ້ນໄມ້ໃຫ້ໝາກຈຳນວນ 100 ຕົ້ນ, ຝຸ່ນຄອກ 20 ເປົາ, ຊວ້ານ ແລະ ບົວ ຫົດນ້ຳຈຳນວນໜຶ່ງ. ພ້ອມກັນນີ້, ບໍລິສັດ ທີ່ປຶກສານິດຕະຍາກໍໄດ້ ຮ່ວມປະກອບສ່ວນໃນການປ່ອຍ ປາ 40.000 ໂຕ. ຂ່າວ: ປູນາ ສຸດທະວົງ ທ່ານ ວັນໄຊ ຟອງສະຫວັນ ເຈົ້າ ແຂວງແຂວງຄຳມ່ວນ, ມີຄະນະຜູ້ບໍ ລິຫານ, ພະນັກງານ ແລະ ລູກຄ້າ ຂອງບໍລິສັດ ດີເອັມ ຈຳກັດຜູ້ດຽວ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ນາງ ດວງມາລາ ມາດມະນີສອນ ຜູ້ອຳ ນວຍການ ບໍລິສັດ ດີເອັມ ຈຳກັດ ຜູ້ດຽວ ໄດ້ລາຍງານຜົນການດໍາ ເນີນທຸລະກິດໃນຕະຫລອດ 30 ປີ (1994-2024) ທີ່ຜ່ານມາຂອງ ບໍລິສັດ ດີເອັມ ຈຳກັດຜູ້ດຽວ ໂດຍ ໄດ້ມີການຈັດຕັ້ງປະຕິບັດວຽກງານ ຫລາຍດ້ານທີ່ສະແດງໃຫ້ເຫັນເຖິງ ການເຕີບໃຫຍ່ຂະຫຍາຍຕົວໃນຍຸກ ການບໍລິຫານໃໝ່, ເປັນບໍລິສັດໜຶ່ງ ທີ່ມີພາລະບົດບາດສຳຄັນໃນການ ບຸກເບີກອຸດສາຫະກຳກໍ່ສ້າງ ແລະ ວິສະວະກຳຂອງລາວ ໂດຍສະເພາະ ໂຄງການກໍ່ສ້າງລະບົບນ້ຳປະປາ ແລະ ໂຄງການກໍ່ສ້າງຕາຝັ່ງກັນ ເຈື່ອນໃນຂອບເຂດທົ່ວປະເທດ, ໃນ ປີ 2016 ໄດ້ມີການຂະຫຍາຍຮູບ ການດໍາເນີນທຸລະກິດ ເປັນຫລາຍ ສາຂາ ແລະ ຮູບແບບທຸລະກິດອື່ນໆ ເຊັ່ນ: ບໍລິສັດ ດີເອັມ ກໍ່ສ້າງ; ບໍລິສັດ ດີເອັມ ການຄ້າ (ຕົວແທນຈໍາໜ່ວຍ ປໍ້າກລູນຟອດໃນລາວ, ຈໍາໜ່າຍປໍ້າ ແລະ ອຸປະກອນ); ບໍລິສັດດີເອັມ ສໍາຫລວດ ແລະ ຂຸດຄົ້ນ ຈໍາກັດຜູ້ ດຽວ; ບໍລິສັດ ດີເອັມ ອະສັງຫາລິ ມະຊັບ ຈໍາກັດຜູ້ດຽວ (ມາລາອາ ພາດເມັ້ນ); ບໍລິສັດ ດີເອັມ ທີ່ປຶກສາ, ສໍາຫລວດ ແລະ ອອກແບບ ຈໍາກັດ ຜູ້ດຽວ; ບໍລິສັດ ດີເອັມ ເອດອີແຊດ ຈໍາກັດຜູ້ດຽວ; ບໍລິສັດ ດີເອັມ ຂຸດຄົ້ນ ແລະ ແປຮູບຫີນ ຈໍາກັດຜູ້ດຽວ; ບໍ ລິສັດດີເອັມ-ລ໊ອກສເລ່ຈໍາກັດ; ສວນ ດວງຕາເວັນ. ຕະຫລອດໄລຍະ 30 ປີ, ກຸ່ມບໍລິສັດ ດີເອັມ ຈໍາກັດຜູ້ດຽວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຍັ້ງ ຈົນກາຍມາເປັນໜຶ່ງໃນບໍລິສັດ ກໍ່ ສ້າງແຖວໜ້າຂອງປະເທດລາວ ແລະ ໄດ້ຮັບການຍອມຮັບທັງພາຍ ໃນ ແລະ ຕ່າງປະເທດ. ໃນພິທີສະເຫລີມສະຫລອງຄັ້ງ ນີ້, ທ່ານ ວັນໄຊ ຟອງສະຫວັນ ເຈົ້າ ແຂວງຄຳມ່ວນ ໄດ້ຕາງໜ້າໃຫ້ລັດ ຖະບານມອບຫລຽນໄຊພັດທະນາ ຊັ້ນ II ໃຫ້ບໍລິສັດ ດີເອັມ ຈຳກັດ ຜູ້ ດຽວ ທີ່ມີຜົນງານໃນການປະກອບ ສ່ວນພັດທະນາເສດຖະກິດ-ສັງ ຄົມແຂວງຄຳມ່ວນ ໃນໄລຍະ 5 ປີ ຜ່ານມາ ເປັນຕົ້ນ ການກໍ່ສ້າງຕາຝັ່ງ ເຈື່ອນ, ວຽກງານຕ້ານ ແລະ ສະກັດ ກັ້ນການແພ່ລະບາດຂອງພະຍາດ ໂຄວິດ-19, ຊ່ວຍເຫລືອຜົນກະທົບ ຈາກໄພພິບັດທາງທໍາມະຊາດ ແລະ ງານສຳຄັນທາງພຸດທະສາສະໜາ ຕ່າງໆ. ກຸ່ມບໍລິສັດ ດີເອັມ ຈໍາກັດ ຜູ້ດຽວ ພ້ອມທັງຄະນະຜູ້ບໍລິຫານ, ນັກວິຊາ ການ ແລະ ບຸກຄະລາກອນທຸກໆຄົນ ຈະຮ່ວມກັນພັດທະນາ ແລະ ກ້າວ ໄປສູ່ຄວາມສຳເລັດ ໄປພ້ອມໆກັນ ພາຍໃຕ້ຄຳຂວັນທີ່ວ່າ “ເຮັດວຽກ ຮ່ວມກັນ, ເຕີບໃຫຍ່ ແລະ ກ້າວໜ້າ ໄປພ້ອມກັນ ເພື່ອສ້າງຄວາມເຂັ້ມ ແຂງໃຫ້ບໍລິສັດ”. *** ຕໍ່ຈາກໜ້າ 1 *** ຍາ, ຕະຫລອດຮອດພະນັກງານນັກຮົບທົ່ວໂຮງຮຽນເຫລົ່າຮົບສື່ ສານ 205 ເຂົ້າຮ່ວມ. ສະຫາຍ ພັນເອກ ແກ ນາວາ ຫົວໜ້າການເມືອງໂຮງຮຽນເຫລົ່າ ຮົບສື່ສານ 205 ໃຫ້ຮູ້ວ່າ: ການຈັດ ກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້, ແມ່ນ ມີຄວາມໝາຍສຳຄັນເປັນຢ່າງຍິ່ງ, ເປັນການຈັດຕັ້ງຜັນຂະຫຍາຍແນວ ທາງຂອງພັກ, ນະໂຍບາຍຂອງລັດ ຖະບານ, ທັງເປັນການສ້າງສັນຍະ ລັກ ແລະ ຂອງຂວັນແຫ່ງໄມຕີຈິດສຽງຈາກໄວໜຸ່ມ... ກ່ຽວກັບບັນຫາຄວາມບໍ່ສະເໝີພາບ ທາງເພດ. ການແຂ່ງຂັນ PSA ທີ່ລິເລີ່ມ ໂດຍ ອົງແພລນສາກົນ ປະຈຳ ສປປ ລາວ ແລະ ບໍລິສັດ ລາວນິວເວບຊິ ເນມາ ໄດ້ກາຍມາເປັນເວທີສໍາລັບໄວ ໜຸ່ມຜູ້ທີ່ມີພອນສະຫວັນ ແລະ ຄວາມ ຮັກໃນການສ້າງວິດີໂອ ໃນທົ່ວປະ ເທດ ເພື່ອແກ້ໄຂບັນຫາຄວາມບໍ່ສະ ເໝີພາບທາງເພດ, ຄວາມຮຸນແຮງ ໃນຄອບຄົວ ແລະ ຄວາມຮຸນແຮງ ທາງເພດ, ການລ່ວງລະເມີດຜ່ານສື່ ອອນລາຍ, ການຖືກບັງຄັບໃຫ້ແຕ່ງ ງານກ່ອນໄວອັນຄວນ ຫລື ຢູ່ກ່ອນ ແຕ່ງ ແລະ ການຖືພາໃນໄວໜຸ່ມ. ຜູ້ເຂົ້າຮ່ວມແຂ່ງຂັນສ້າງວິດີໂອສົ່ງ ເສີມສັງຄົມບໍ່ພຽງແຕ່ໄດ້ຮັບການ ຝຶກອົບຮົມກ່ຽວກັບບັນຫາດັ່ງກ່າວ, ແຕ່ຍັງໄດ້ຮັບການເສີມສ້າງເຕັກ ນິກການເລົ່າເລື່ອງ ແລະ ທັກສະ ໃນ ການໂນ້ມນ້າວ ໂດຍຜ່ານຜົນງານ ວິດີໂອຂອງພວກເຂົາ. ທ່ານນາງ ແຄໂຣລ ມໍເທັນສັນ ຜູ້ອໍານວຍການ ອົງແພລນາກົນ ປະ ຈຳ ສປປ ລາວ ໄດ້ເນັ້ນໜັກເຖິງ ຄວາມສໍາຄັນຂອງກິດຈະກຳດັ່ງ ກ່າວ ເພື່ອຂັບເຄື່ອນປ່ຽນແປງໃນ ສັງຄົມ ໂດຍທ່ານໄດ້ກ່າວວ່າ “ພວກ ເຮົາທຸກຄົນຕ້ອງສະໜັບສະໜູນ ຄວາມຕັ້ງໃຈຂອງເດັກນ້ອຍ ແລະ ໄວໜຸ່ມ ເພື່ອໃຫ້ບັນລຸໄດ້ເຖິງຄວາມ ສະເໝີພາບທາງເພດ, ເພາະວ່າ ສັງຄົມຈະເຂັ້ມແຂງໄດ້ກໍ່ຕໍ່ເມື່ອສັງ ຄົມນັ້ນມີຄວາມຫລາກຫລາຍ. ມາ ຮ່ວມມືກັບອົງການແພລນສາກົນໃນ ການຊຸກຍູ້ໃຫ້ມີຄວາມປ່ຽນແປງ, ພວກເຮົາຈະບໍ່ຢຸດຈົນກວ່າພວກເຮົາ ທັງໝົດສະເໝີພາບກັນ” ທ່ານນາງ ວັນນະພອນ ສິດທິ ລາດ, ຜູ້ຮ່ວມກໍ່ຕັ້ງຂອງ ບໍລິສັດລາວ ນິວເວບຊິເນມາ ໄດ້ກ່າວວ່າ: ໂຄງ ການນີ້, ມີຄວາມສຳຄັນບໍ່ສະເພາະ ແຕ່ເປັນການຜະລິດວິດີໂອ ສົ່ງເສີມ ສັງຄົມເທົ່ານັ້ນ, ແຕ່ຍັງເປັນການ ສ້າງຄວາມສາມາດໃຫ້ນັກຜະລິດ ຮູບເງົາຜູ້ໜຸ່ມນ້ອຍແລະໃຫ້ພວກເຂົາ ເຈົ້າມີຄວາມເຂົ້າໃຈຫລາຍຂຶ້ນກ່ຽວ ກັບປະເດັນຄວາມສະເໝີພາບທາງ ເພດ. ນີ້ຄືການສ້າງຄວາມເຂັ້ມແຂງ ໃຫ້ແກ່ໄວໜຸ່ມ ເພື່ອເປັນກະບອກ ສຽງ ແລະ ສ້າງການປ່ຽນແປງທີ່ ດີຂຶ້ນ. ອົງແພລນສາກົນປະຈຳ ສປປ ລາວ ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດໂຄງການ ຢູ່ເຂດພາກເໜືອຂອງ ສປປ ລາວ ເພື່ອແນໃສ່ເສີມຂະຫຍາຍຄວາມ ເປັນຜູ້ນໍາຂອງເດັກຍິງ, ສຸຂະພາບ ຈະເລີນພັນ ແລະ ສິດທິຂອງໄວໜຸ່ມ ທັງຢູ່ພາຍໃນໂຮງຮຽນມັດທະຍົມ ແລະ ຜູ້ທີ່ອອກໂຮງຮຽນ. ໄວໜຸ່ມ ຜູ້ທີ່ໄດ້ຮັບຝຶກອົບຮົມ ແລະ ສ້າງ ຄວາມເຂັ້ມແຂງໄດ້ເປັນຜູ້ນໍາພາໃນ ການຈັດຕັ້ງປະຕິບັດກິດຈະກຳສົ່ງ ເສີມ ແລະ ຂັບເຄື່ອນການປ່ຽນແປງ ໃນໂຮງຮຽນແລະ ຊຸມຊົນຂອງພວກ ເຂົາ ໂດຍການຈັດຕັ້ງປະຕິບັດກິດ ຈະກໍາຕ່າງໆ ໃນໂອກາດທີ່ສໍາຄັນ ແລະ ວັນສຳຄັນຕ່າງໆຕະຫລອດປີ. ການແຂ່ງຂັນ PSA ເປັນໜຶ່ງໃນ ຫລາຍກິດຈະກໍາທີ່ໄວໜຸ່ມໃຫ້ຄວາມ ສົນໃຈ ແລະ ອົງແພລນສາກົນ ປະ ຈຳ ສປປ ລາວ ໄດ້ລົງທຶນໃສ່ ເພື່ອ ສະໜັບສະໜູນ ແລະ ແນະນຳໄວໜຸ່ມ ໃນການສົ່ງເສີມການປ່ຽນແປງໃນ ສັງຄົມ. ນອກຈາກນັ້ນ, ວິດີໂອສົ່ງ ເສີມສັງຄົມທີ່ໜ້າສົນໃຈເຫລົ່ານີ້ຈະ ຖືກເຜີຍແຜ່ຜ່ານສື່ສັງຄົມອອນລາຍ ຂອງອົງກອນ ເປັນຕົ້ນເຟສບຸກ ຂອງອົງແພລນສາກົນ ແລະ ເມີລິນ ພາຮູ້ ເພື່ອສື່ສານກັບໄວໜຸ່ມ ແລະ ຜູ້ທີ່ມີອຳນາດໃນການຕັດສິນໃຈ.
RkJQdWJsaXNoZXIy MTc3MTYxMQ==