xtgmf]k; 3 13/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົ່ງ ຮິບໂຮມໂດຍ: ພະກາ ໂດຍ: ຄ້ອງໃໝ່ ll- c0;'w-pt[6 ]u 8A '|h k xa [x5 '-u ;y fdkogxa o16 j xt-k-q o ,u me,t-kf ,u cs]j 'mj v'mj P;pn opq ' dt9a fdt9kp{dtc9ddt9kp c]t dtcl .orklk]k; * ທຸກສິ່ງທຸກຢ່າງ ໂດຍປະຊາ ຊົນ ແລະ ເພື່ອປະຊາຊົນ, ເປັນຜູ້ ແທນຂອງປະຊາຊົນຕ້ອງຊ່ວຍ ເຫລືອປະຊາຊົນທີ່ເຂົາເຈົ້າຂາດ ເຂີນ, ສະເໜີບັນຫາຕ່າງໆຕ້ອງ ເອົາໃຈໃສ່ແກ້ໄຂ. ເຖິງແກ້ໄຂບໍ່ໄດ້ ທຸກດ້ານ ຫລື 100%, ແຕ່ກໍໃຫ້ໄດ້ ຈັກເຄິ່ງໜຶ່ງຂອງບັນຫາທີ່ປະຊາ ຊົນສະເໜີ. ຢ່າງໃດກໍດີຄະນະສະ ມາຊິກສະພາແຫ່ງຊາດເຂດເລືອກ ຕັ້ງທີ 7 ແຂວງໄຊຍະບູລີ ເຊິ່ງຍາມ ໃດກໍເປັນຫ່ວງຕໍ່ການດຳລົງຊີວິດ ຂອງປະຊາຊົນເຂດຕົນ ໂດຍໄດ້ ຕັ້ງໜ້າລະດົມທຶນຮ່ອນພັດທະນາ ພື້ນຖານໂຄງລ່າງທີ່ຕິດພັນກັບການ ດຳລົງຊີວິດປະຈຳວັນ. ພົ້ນເດັ່ນ ເມື່ອທ້າຍປີຜ່ານມານີ້ ສາມາດລະ ທຶນຊ່ວຍສ້າງລະບົບນ້ຳລິນໃຫ້ປະ ຊາຊົນບ້ານປາກລອງ ເມືອງໄຊສະ ຖານ ເຮັດໃຫ້ບ້ານດັ່ງກ່າວມີການ ພັດທະນາໄປອີກບາດກ້າວໜຶ່ງ ທັງ ຫລຸດຜ່ອນການແບກຫາບນ້ຳຄືເມື່ອ ກ່ອນໂດຍສິ້ນເຊີງ. ທ່ານ ລີເບີ ລີບົວປາວ ປະທານ ກຳມາທິການແຜນການ, ການເງິນ ແລະ ການກວດສອບ, ສະມາຊິກສະ ພາແຫ່ງຊາດເຂດ ເລືອກຕັ້ງທີ 7 ແຂວງໄຊຍະບູລີ ໃຫ້ສຳພາດ ໃນໂອ ກາດເຂົ້າຮ່ວມກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາແຫ່ງ ຊາດຊຸດທີ 9 ວ່າ: ໃນໄລຍະຜ່ານ ມາ ຄະນະ ສສຊ ເຂດ ເລືອກຕັ້ງ ຕົນໄດ້ເອົາໃຈໃສ່ເຄື່ອນໄຫວພົບປະ ປະຊາຊົນ ແລະ ຜ່ານການເຄື່ອນ ໄຫວດັ່ງກ່າວ ກໍມີຫລາຍໆບັນຫາທີ່ ຕິດພັນກັບການດຳລົງຊີວິດຂອງ ປະຊາຊົາບັນດາເຜົ່າ. ໜຶ່ງໃນຫລາຍ ຂໍ້ສະເໜີນັ້ນ ຫລັກໆອັນໜຶ່ງກໍແມ່ນ ລະບົບນ້ຳລິນ, ນ້ຳສະອາດ ເຊິ່ງມີ ຫລາຍບ້ານຍັງບໍ່ທັນມີລະບົບນ້ຳລິນ ເພື່ອຊົມໃຊ້ໃນການດຳລົງຊີວິດປະ ຈຳວັນ. ຍ້ອນເຫັນໄດ້ຄວາມຈຳເປັນ ຕໍ່ການດຳລົງຊີວິດປະຈຳວັນຂອງ ປະຊາຊົນ, ຄະນະ ສສຊ ຕົນກໍບໍ່ໄດ້ ປະລະ ລະເລີຍ ໂດຍໄດ້ຍາດແຍ່ງ ເອົາທຶນຮອນສຸມໃສ່ກໍ່ສ້າງລະບົບ ນ້ຳລິນໃຫ້ແກ່ເຂົາເຈົ້າ. ເວົ້າລວມ, ເວົ້າສະເພາະບ້ານປາກລອງ ເມືອງ ໄຊສະຖານ ເຊິ່ງເປັນບ້ານໜຶ່ງທີ່ມີ ຄວາມຫຍຸ້ງຍາກທາງດ້ານນ້ຳຊົມ ໃຊ້ຫລາຍກວ່າໝູ່ ໂດຍກ່ອນຈະໄດ້ ນ້ຳຄຸໜຶ່ງໃຊ້ ກໍຕ້ອງໃຊ້ເວລາໄປ ແບກຫາບຈາກຫ້ວຍຮ່ອງ ແລະ ໄກ ເຊິ່ງການດຳລົງຊີວິດດັ່ງກ່າວ ໄດ້ ສ້າງຄວາມລຳບາກໃຫ້ແກ່ປະຊາຊົນ ບ້ານນີ້ບໍ່ໜ້ອຍ. ແນວໃດກໍດີ ຄວາມ ລຳບາກດັ່ງກ່າວ ກໍໄດ້ຮັບການແກ້ ໄຂໂດຍສິ້ນເຊີງແລ້ວ ຫລັງຄະນະ ສສຊ ໄດ້ລະດົມທຶນກໍ່ສ້າງລະບົບ ນ້ຳມີໄລຍະຄວາມຍາວປະມານ 7 ກິໂລແມັດ ເຂົ້າມາຫາບ້ານປາກ ລອງ ກໍເຮັດໃຫ້ປະຊາຊົນມີນ້ຳຊົມ ໃຊ້ຢ່າງສະດວກສະບາຍ ແລະ ຫລຸດ ຜ່ອນການແບກຫາບຄືເມື່ອກ່ອນ ທັງປະກອບສ່ວນເຂົ້າໃນການແກ້ ໄຂຄວາມທຸກຍາກປັບປຸງຊີວິດການ ເປັນຢູ່ດີຂຶ້ນ ແລະ ຊົມໃຊ້ນ້ຳສະອາດ ຢ່າງທົ່ວເຖິງກັນແລ້ວ. ແນວໃດກໍຕາມນອກຈາກທີ່ກ່າວ ມານັ້ນແລ້ວ, ຄະນະ ສສຊ ເຂດ ເລືອກຕັ້ງທີ 7 ແຂວງໄຊຍະບູລີ ຍັງ ເອົາໄດ້ເອົາໃຈໃສ່ຕິດຕາມກວດກາ ວຽກງານຕ່າງໆ ໂດຍສະເພາະໄດ້ ສົ່ງເສີມທຸກພາກສ່ວນທັງພາກລັດ- ເອກະຊົນລວມເຖິງປະຊາຊົນພ້ອມ ກັນຈັດຕັ້ງປະຕິບັດ ສອງວາລະ ແຫ່ງຊາດຢ່າງເປັນ ຂະບວນຟົດ ຟື້ນ. ໃນນັ້ນ, ສະເພາະວາລະແຫ່ງ ຊາດວ່າດ້ວຍການຕ້ານຢາເສບຕິດ ກໍໄດ້ເນັ້ນໜັກທັງລະດົມໃຫ້ປະຊາ ຊົນເອົາໃຈໃສ່ສຶກສາອົບຮົມລູກ ຫລານບໍ່ໃຫ້ໄປຫຍຸ້ງກ່ຽວສິ່ງເສບ ຕິດອັນຈະພາໃຫ້ເກີດປະກົດການ ຫຍໍ້ທໍ້, ສ້າງຄວາມວຸ້ນວາຍໃນສັງ ຄົມທີ່ແກ້ໄຂບໍ່ມີມື້ສິ້ນສຸດຈັກເທື່ອ. ດັ່ງນັ້ນ, ຮຽກຮ້ອງໃຫ້ຈົ່ງເອົາໃຈໃສ່ ທຳການຜະລິດກະສິກຳໃຫ້ຫລາຍ ກາຍເປັນສິນຄ້າ ທີ່ຖືກຕ້ອງຕາມ ແນວທາງຂອງລັດຖະບານວາງ ອອກ ແລະ ນຳລາຍຮັບມາປັບປຸງຊີ ວິດການເປັນຢູ່ດ້ວຍຄວາມປອດໃສ ຂາວສະອາດ. ທ່ານ ລີເບີ ລີບົວປາວ ກ່າວ. * ຫລາຍບົດຜ່ານມາ, ຄໍລໍາ ຮັກ ພາສາລາວ ໄດ້ເກັບກໍາຮິບໂຮມເອົາ ບັນດາຄໍາສັບຈໍານວນໜຶ່ງທີ່ມີພື້ນ ສຽງພະຍັນຊະນະຕົວແກນໃກ້ຄຽງ ກັນ , ປະກອບຂຶ້ນດ້ວຍສະຫລະສຽງ ຄືກັນ ຫລື ໃກ້ຄຽງກັນ... ນັບທັງບັນ ດາຄໍາທີ່ມີຄວາມໝາຍໃກ້ຄຽງກັນ ມາທົບທວນ ເພື່ອກັນລືມ, ໃຫ້ການ ຂີດຂຽນ ແລະ ເວົ້າຖືກຕ້ອງຕາມ ຫລັກພາສາລາວເຮົາ. ດັ່ງບົດນີ້ຂໍນໍາ ເອົາຄໍາ ພ້ອງຄວາມໝາຍຕາມການ ນິຍາມຂອງສະຖາບັນຄົ້ນຄວ້າວິທະ ຍາສາດສັງຄົມແຫ່ງຊາດ ມາຫລໍາ ຄືນອີກເທື່ອໜຶ່ງ ຄື ຄໍາ: ກະຈັດກະ ຈາຍ-ກະແຈກກະຈາຍ ແລະ ກະແສ. ກະຈັດກະຈາຍໝາຍເຖິງລັກສະ ນະທີ່ສິ່ງໃດໜຶ່ງຊະໄປ, ຟົ້ງໄປ ຫລື ແຕກໄປທົ່ວບໍລິເວນ ໂດຍບໍ່ມີໃຜກໍາ ກັບຈັດແຈງ. ໃຊ້ກັບການຊະ, ຟົ້ງໄປ ຂອງສິ່ງຂອງ ເພາະຖືກລົມພັດ; ໃຊ້ກັບການແຕກໜີຂອງຄົນ ເພາະ ຄວາມຢ້ານ ການໜີໄພຮ້າຍ, ສົງ ຄາມ ເຊັ່ນ: ສົງຄາມເຮັດໃຫ້ປະຊາ ຊົນແຕກໜີຢ່າງກະຈັດກະຈາຍ. ກະແຈກກະຈາຍ ໝາຍເຖິງຢູ່ ຢັ່ງຢາຍກັນ, ຢູ່ ຫລື ເຮັດແບບບໍ່ມີ ການໂຮມກັນ, ຢູ່ ຫລື ເຮັດພໍໃຜພໍມັນ ເຊິ່ງກໍາລັງມີໜ້ອຍບໍ່ມີການຂັດແຍ້ງ ກັນ. ຄໍານີ້ໃຊ້ກັບກໍລະນີການຜະລິດ ຂອງກະສິກອນ ເຊັ່ນ: ການຜະລິດ ນ້ອຍແບບພໍໃຜພໍມັນຢາຍກັນຢູ່, ການຜະລິດກະສິກໍາແບບກະແຈກ ກະຈາຍ; ໃຊ້ກັບກໍລະນີການຕັ້ງບ້ານ ທີ່ມີຂະໜາດນ້ອຍຢາຍຢູ່ຫລາຍ ແຫ່ງ ເຊັ່ນ: ເຜົ່ານີ້ມັກຕັ້ງບ້ານຢູ່ກະ ແຈກກະຈາຍຕາມພູຕ່າງໆ. ສ່ວນຄໍາວ່າ ກະແສ ໝາຍເຖິງ ເສັ້ນ, ສາຍ ຫລື ແນວ. ຄໍານີ້ຄົງ ເປັນ ຄໍາຮັບມາຈາກພາສາຂະແມທີ່ຂຽນ ເປັນ“ແຂສ”ລາວແປງເປັນກະແສ ເຊິ່ງແປວ່າ ເຊືອກ, ສາຍເຊືອກ. ໃນ ພາສາລາວ ກະແສ ມີຄວາມໝາຍ ກ່ຽວກັບນໍ້າ ຫລື ລົມ ເຊັ່ນ: ກະແສ ລົມ, ກະແສນໍ້າ; ໃນທາງວັນນະຄະດີ ມັກພົບການໃຊ້ຄໍາວ່າ: ກະແສ ສາຍ ນໍ້າ ແລະ ສິ່ງໃດທີ່ເຄື່ອນຕໍ່ເນື່ອງ ເປັນດັ່ງສາຍ. ພ້ອມນີ້ຍັງໃຫ້ຄວາມ ໝາຍທຽບຄວາມຕໍ່ເນື່ອງ, ຄວາມ ເປັນສາຍຍາວຂອງອາການຈິດ, ຂ່າວຄາວ. ໃຊ້ສ້າງຄໍາໃໝ່ ໄດ້ກັບ ຫລາຍຄໍາ ເຊັ່ນ: ກະແສແນວຄິດ, ກະແສການເງິນ, ກະແສລົມ, ກະແສ ຈິດ, ກະແສຄື້ນ, ກະແສສຽງ. ນອກ ນີ້ ຍັງອາດໃຊ້ໄດ້ກັບ ບາງຄໍາອີກ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. * ການທ່ອງທ່ຽວທໍາມະຊາດ ຢູ່ປະເທດເຮົາ ໄດ້ຮັບຄວາມນິຍົມ ຫລາຍຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ອາດຈະບໍ່ແຕກ ຕ່າງຈາກຫລາຍໆປະເທດ ທີ່ມີມູນ ມັ່ງທາງທໍາມະຊາດອັນສວຍງາມ ເປັນອັນສະເພາະຕາມສະພາບທີ່ຕັ້ງ ພູມສັນຖານ, ໝາຍວ່າສວຍສົດງົດ ງາມແຕກຕ່າງກັນໄປ. ດ້ວຍປະການ ດັ່ງກ່າວ ໃນຖານະມະນຸດ ຜູ້ອາໄສ ທໍາມະຊາດ ເພື່ອດໍາລົງຊີວິດຈະ ໃນສະພາບເງື່ອນໄຂໃດກໍ່ຕາມ, ໄປຄຽງຄູ່ກັບການນໍາໃຊ້ຊັບພະຍາ ກອນທໍາມະຊາດ, ມະນຸດກໍ່ມີໜ້າທີ່- ພັນທະໃນການປົກປັກຮັກສາທໍາມະ ຊາດ ເພື່ອຄວາມຍືນຍົງ, ບໍ່ດັ່ງນັ້ນ ທໍາມະຊາດ ອາດລົງໂທດມະນຸດ ເຮັດໃຫ້ນໍ້າຖ້ວມ, ແລ້ງ...ກະທົບ ການດໍາລົງຊີວິດ ແລະ ການພັດ ທະນາ. ເວົ້າເຖິງທໍາມະຊາດ ແມ່ນມີປະ ໂຫຍດຫລວງຫລາຍພາຍມາກ ບໍ່ ອາດເວົ້າໄດ້ຄົບຖ້ວນໃນໜ້າເຈ້ຍ ອັນມີລັກສະນະຈໍາກັດໃດໜຶ່ງໄດ້. ມະນຸດອາໄສທໍາມະຊາດ ເປັນແຫລ່ງ ອາຫານ, ຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງການດໍາລົງຊີ ວິດດ້ານຕ່າງ ເຊິ່ງຕິດພັນກັນທັງ ໝົດ. ຈ້ອນມາເວົ້າໃນດ້ານການທ່ອງ ທ່ຽວ, ແຫລ່ງທ່ອງທ່ຽວທໍາມະຊາດ ຢູ່ປະເທດເຮົາ ມີຫລາຍ, ທັງພູຜາ ປ່າໄມ້, ແມ່ນໍ້າ...ຍາມນີ້ ຝົນຫລາຍ, ຫ້ວຍນໍ້າລໍາເຊ ມີນໍ້າຫລາຍອໍານວຍ ໃຫ້ແກ່ສິ່ງມີຊີວິດໃນທໍາມະຊາດ ແລະ ໃຫ້ຄົນ, ໃນນັ້ນ ລວມທັງອໍາ ນວຍໃຫ້ແກ່ການທ່ຽວທ່ຽວທີ່ກ່ຽວ ຂ້ອງເລື່ອງນໍ້າ (ນໍ້າຕົກຕາດ). ໃນ ຍາມແລ້ງ, ສະຖານທີ່ທ່ອງທ່ຽວ ທາງທໍາມະຊາດ ນໍ້າຕົກຕາດ ບາງ ບ່ອນ ບໍ່ມີນໍ້າພໍເທົ່າໃດກໍ່ເຮັດໃຫ້ສູນ ເສຍຄວາມສວຍງາມໄປ, ຄົນກໍ່ບໍ່ ສົນໃຈ, ສົ່ງຜົນໃຫ້ຜູ້ປະກອບການ ສະຖານທີ່ທ່ອງທ່ຽວ ລາຍຮັບຕົກ. ທາງກົງກັນຂ້າມ ແຫລ່ງທ່ອງ ທ່ຽວ ທາງທໍາມະຊາດໃດ ທີ່ສະພາບມີ ລັກສະນະໝັ້ນຄົງໃນຄວາມສວຍ ງາມ ກໍ່ຈະນັກທ່ອງທ່ຽວເຂົ້າໄປບໍ່ ຂາດເຮັດໃຫ້ລາຍຮັບມີສະໝໍ່າສະ ເໝີ...ນັ້ນແມ່ນຜົນໄດ້ຈາກທໍາມະ ຊາດ ເຊິ່ງຖ້າຫາກປົກປັກຮັກສາ ແຫລ່ງທໍາມະຊາດໄວ້ຢ່າງຍືນຍົງ, ມະນຸດກໍ່ຈະມີອັນໄດ້ຈາກມັນຍືນ ຍົງ. ບັນຫາທີ່ຖືກຕັ້ງຂຶ້ນແມ່ນການ ປົກປັກຮັກສາທໍາມະຊາດ ເພື່ອ ການທ່ອງທ່ຽວຍືນຍົງ, ເວົ້າເຖິງ ຫ້ວຍນໍ້າລໍາເຊ ກໍ່ຕ້ອງປາສະຈາກ ພູຜາປ່າໄມ້ແລະຊີວະນາໆພັນບໍ່ໄດ້, ສະນັ້ນ ຕ້ອງໄດ້ເຮັດຄຽງຄູ່ກັນໄປໃນ ການອະນຸລັກປົກປັກຮັກສາສະພາບ ແວດລ້ອມທາງທໍາມະຊາດ. ຖ້າ ຂາດປ່າໄມ້ທີ່ຂຽວສົດງົດງາມແມ່ ນໍ້າລໍາເຊກໍ່ຈະຄ່ອຍໆແຫ້ງຂອດ, ປ່າຍອດນໍ້າຈຶ່ງສໍາຄັນ. ມີຫລາຍ ຄໍາເຫັນເວົ້າວ່າ ຜ່ານມາພວກເຮົາ ກໍ່ໄດ້ເອົາໃຈໃສ່ຢ່າງແຂງແຮງສົມ ຄວນແລ້ວ ໃນການປົກປັກຮັກສາ ປ່າຍອດນໍ້າ ເພື່ອການພັດທະນາ ເຊິ່ງໃນນັ້ນ ການທ່ອງທ່ຽວທໍາມະ ຊາດ ໂດຍສະເພາະນໍ້າຕົກຕາດ, ຫ້ວຍນໍ້າລໍາເຊອັນໃສເຢັນ...ກໍ່ແມ່ນ ໄດ້ຕິດພັນກັບການຮັກສາປ່າຍອດ ນໍ້າ. ດ້ວຍປະການດັ່ງກ່າວ ຕາມທິດ ທ່ອງທ່ຽວຍືນຍົງ, ສະເພາະການ ທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດ, ຍ່າງປ່າ...ອັນໃດກໍ່ດີທີ່ຕິດພັນພູຜາ ປ່າໄມ້ ຕ້ອງສືບຕໍ່ຢ່າງແຂງແຮງ ການປົກປັກຮັກສາປ່າຍອດນໍ້າ ກໍ່ຄື ຕາມລໍາແມ່ນໍ້າ ເພື່ອໃຫ້ທໍາມະຊາດ ຈະເລີນເຕີບໂຕດ້ວຍທໍາມະຊາດ ຂອງມັນ ໂດຍປາສະຈາກການລົບ ກວນຂອງມະນຸດ. ເຮັດໄດ້ຄືແນວ ນັ້ນ ຈຶ່ງຈະມີຄວາມຍືນຍົງ, ເປັນມູນ ມັງທີ່ກິນບໍ່ບົກຈົກບໍ່ລົງຄືຜູ້ເຖົ້າ ອວຍພອນໃນເວລາມັດແຂນ. ຕິດພັນກັບການທ່ອງທ່ຽວທໍາ ມະຊາດ ໂດຍສະເພາະແມ່ນໍ້າລໍາເຊ, ນໍ້າຕົກຕາດ...ບັນຫາທີ່ມັກຖືກຕັ້ງ ຂຶ້ນ ເພື່ອແລກປ່ຽນຄໍາເຫັນແມ່ນ ການບໍລິການ ທີ່ມີການປຸກສ້າງລົງ ເຂດແມ່ນໍ້າ ຖືວ່າດຶງດູດນັກທ່ອງ ທ່ຽວໄດ້ດີ, ຈັບຈິດຕະສາດຂອງ ຄົນ...ໄດ້? ນັກທ່ອງທ່ຽວ ໄດ້ສໍາ ພັດຜ່ານກາຍອິນຊີຄົບຖ້ວນກໍ່ວ່າ ໄດ້. ເຖິງຢ່າງໃດກໍ່ດີ ບັນຫາທີ່ມີ ຄວາມເປັນຫ່ວງຂອງຄົນຈໍານວນ ໜຶ່ງທີ່ໃຫ້ຄວາມສໍາຄັນທໍາມະຊາດ ແມ່ນການລົບກວນທໍາມະຊາດ ຫລາຍເກີນໄປຈະມີຜົນດີ ຜົນລົບ? ໂດຍສະເພາະໃນໄລຍະຍາວ. ບັນ ຫາ ແລະ ປາກົດການເລັກນ້ອຍ ແຕ່ ເມື່ອເກີດຂຶ້ນ ແລະ ຖືກນໍາໄປເຜີຍ ແຜ່ຜ່ານສື່ສັງຄົມ ເປັນຕົ້ນການຖິ້ມ ຂີ້ເຫຍື້ອ-ສິ່ງເສດເຫລືອທົ່ວທີບ, ທັງບົກ ແລະ ໃສ່ນໍ້າບ່ອນຫລິ້ນມັກ ຈະກາຍເປັນກະແສວິພາກວິຈານ ທັງເຮັດເຮັດ ແລະ ຜູ້ປະກອບການ. ນັ້ນກໍ່ສະແດງວ່າຄົນສ່ວນຫລາຍ ແມ່ນຮັກທໍາມະຊາດ ແລະ ຢາກໃຫ້ ມັນສາມາດນໍາໃຊ້ໄດ້ຢ່າງຍືນຍົງ. ສະຫລຸບວ່າ ຖ້າຢາກມີບ່ອນ ທ່ອງທ່ຽວທໍາມະຊາດສວຍສົດງົດ ງາມ ທັງພູຜາປ່າໄມ້, ຫ້ວຍນໍ້າລໍາ ເຊ...ບໍ່ມີມື້ບົກແຫ້ງແມ່ນຈໍາເປັນ ຕ້ອງຖືສໍາຄັນວຽກງານປົກປັກຮັກ ສາທໍາມະຊາດ. ທໍາມະຊາດໃຫ້ປະ ໂຫຍດແກ່ເຮົາ, ເຮົາຈະເຮັດແນວ ໃດເພື່ອໃຫ້ສາມາດຊົມໃຊ້ ທ່າແຮງ ທາງທໍາມະຊາດບໍ່ມີມື້ຂາດ-ບົກ ແຫ້ງກໍ່ຄືຍືນຍົງ ກໍ່ມີແຕ່ບໍ່ທໍາລາຍ ມັນ, ພວກເຮົາ ຍິ່ງຕ້ອງ ເອົາໃຈໃສ່ ຖືເປັນຊີວິດຈິດໃຈ ໃນຄວາມສໍານຶກ ຕໍ່ການປົກປັກຮັກສາທໍາມະຊາດ. ທໍາມະຊາດ ໂດຍສະເພາະປ່າໄມ້- ຕົ້ນໄມ້ ກໍ່ລ້ວນແຕ່ມີຊີວິດ, ຄົນລາວ ບູຮານເຊື່ອວ່າປ່າ ແລະ ຕົ້ນໄມ້ ໂດຍ ສະເພາະຕົ້ນໄມ້ໃຫຍ່ແມ່ນບ່ອນທີ່ ຕ້ອງນັບຖື-ບູຊາ-ຮັກສາ, ສະນັ້ນ ໃນນິທານ ເລື່ອງນາງ ຕັນໄຕ ຕອນ ໜຶ່ງຈຶ່ງໄດ້ພັນລະນາເອົາໄວ້ໃນລັກ ສະນະວ່າ ໃຫ້ເຮັດໃຈດີຄືຕົ້ນໄມ້ທີ່ ໃຫ້ຄົນຕັດຕົ້ນໄມ້ໄດ້ຊົ້ນຮົ່ມສັນໃດ ກໍ່ສັນນັ້ນ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==