5892

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 13/06/2024 xtgmf]k; ສະເຫລີມສະຫລອງ ຮູບເໝືອນ... ອະດີດນາຍົກລັດຖະມົນຕີ... ສສຊ ສະເໜີລັດຖະບານເລັ່ງ... ການເກັບລາຍຮັບ... ກະຊວງປ້ອງກັນ... ລາວ-ມົງໂກລີ ເພີ່ມທະວີ... ກົດໜ່ວງທ້ວງດຶງ ການພັດທະນາ ເສດຖະກິດສັງຄົມຂອງປະເທດ. ໃນໂອກາດນີ້, ທ່ານ ນາງ ວາລີ ເວດສະພົງ ສສຊ ປະຈຳເຂດເລືອກ ຕັ້ງ 1 ນະຄອນຫລວງວຽງຈັນ ໄດ້ ຕັ້ງສັງເກດ ກ່ຽວກັບເງິນຕາຕ່າງ ປະເທດໄຫລເຂົ້າໃນລະບົບທະນາ ຄານ, ຂະນະດຽວກັນກໍເຊື້ອວ່າ ເງິນຕາຕ່າງປະເທດ ຢູ່ນອກລະບົບ ຍັງມີຈຳນວນຫລາຍເຊັ່ນດຽວກັນ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂ, ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ ຫັນເຂົ້າສູ່ລະບົບທະນາຄານໃຫ້ ຫລາຍຂຶ້ນ. ສຳລັບການກະຕຸ້ນເສດ ຖະກິດຄວນຫັນເອົາຂະແໜງການ ທ່ອງທ່ຽວ ເປັນການສົ່ງອອກກັບທີ່ ເຮັດໃຫ້ການຈັບຈ່າຍຊື້-ຂາຍສິນ ຄ້າ,ການບໍລິການຕ່າງໆມີຄວາມຄຶກ ຄັກທັງເປັນການສ້າງຄວາມເຊື້ອ ໝັ້ນໃຫ້ແກ່ນັກລົງທຶນຕ່າງປະເທດ ເຂົ້າມາລົງທຶນຢູ່ ສປປ ລາວ ຫລາຍ ຂຶ້ນ. ນອກຈາກນີ້, ຍັງສະເໜີລັດຖະ ບານຫລຸດຜ່ອນການນຳໃຊ້ເງິນຕາ ຕື່ມອີກ. ທ່ານ ນາງ ປິ່ງຄໍາ ລາຊະສີມມາ ສສຊ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໄດ້ສະເໜີໃຫ້ລັດ ຖະບານນຳໃຊ້ເຕັກໂນໂລຊີ ທີ່ທັນ ສະໄໜ ເຂົ້າໃນການຜະລິດ, ການປັບ ປຸງໂຄງສ້າງການຜະລິດເປັນສິນ ຄ້າ ໂດຍສະເພາະການປຸງແຕ່ງໃຫ້ ເປັນສິນຄ້າເພື່ອສົ່ງອອກ, ເພີ່ມທະວີ ການສົ່ງເສີມການຜະລິດໄຟຟ້າແບບ ສະອາດ, ໄຟຟ້າຈາກແສງຕາເວັນ ແລະ ພະລັງງານລົມ ເພື່ອຫລຸດຜ່ອນ ການຜະລິດໄຟຟ້າ ທີ່ມີຜົນກະທົບຕໍ່ ທຳມະຊາດ ແລະ ສິ່ງເເວດລ້ອມ, ຕໍ່ ກັບວຽກງານດ້ານງົບປະມານສະ ເໜີໃຫ້ລັດຖະບານ ເອົາໃຈໃສ່ເກັບກູ້ ໜີ້ສິນຈາກລັດວິສາຫະກິດ ເອກະຊົນ ແລະ ພາກສ່ວນອື່ນໆທີ່ປ່ອຍກູ້ໃຫ້ມີ ການຕິດຕາມ, ກວດກາການປະຕິ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນ ບ່າຍຂອງວັນທີ11ມິຖຸນາ 2024ທີ່ ສະໜາມຫລວງ ສຸກຄ໌ບາທາຣ໌ ແລະ ຜູ້ນໍາຂອງສອງປະເທດ ພ້ອມດ້ວຍ ພັນລະຍາ ໄດ້ໄປສະແດງຄວາມ ເຄົາລົບຕໍ່ອານຸສາວະລີ ຈິງກີສຄານ. ພາຍຫລັງສໍາເລັດພິທີ,ທ່ານທອງລຸນ ສີສຸລິດ ແລະ ຄະນະ ໄດ້ດໍາເນີນການ ພົບປະສອງຝ່າຍກັບທ່ານ ຄູເຣລ ສຸກຄ໌ ໂອຄະນາ ປະທານາທິບໍດີແຫ່ງ ມົງໂກລີແລະ ຄະນະທີ່ທໍານຽບແຫ່ງ ລັດ. ໃນໂອກາດພົບປະຄັ້ງນີ້, ສອງ ຝ່າຍໄດ້ແຈ້ງສະພາບການພັດທະ ນາເສດຖະກິດ-ສັງຄົມຂອງແຕ່ລະ ປະເທດໃຫ້ກັນຊາບ ພ້ອມທັງໄດ້ຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອແລະການຮ່ວມມື ອັນດີງາມລະຫວ່າງ ສປປ ລາວ ແລະ ມົງໂກລີ ຕະຫລອດໄລຍະ 6 ທົດສະວັດຜ່ານມາ ທີ່ໄດ້ຮັບການ ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກເປັນກ້າວໆ; ສອງ ຝ່າຍໄດ້ຕີລາຄາ ແລະ ທົບທວນຄືນ ການພົວພັນຮ່ວມມື ລາວ-ມົງໂກລີ ໃນໄລຍະຜ່ານມາ ກໍຄືການກໍານົດ ທິດທາງການຮ່ວມມື ໃນຕໍ່ໜ້າໃນ ດ້ານຕ່າງໆເຊັ່ນ: ດ້ານການເມືອງ, ວຽກງານປ້ອງກັນຊາດ, ເສດຖະ ກິດ, ກະສິກໍາ, ການສຶກສາ ແລະ ສາ ທາລະນະສຸກ; ຜູ້ນໍາສອງປະເທດ ເຫັນວ່າສອງຝ່າຍມີຄວາມໄວ້ເນື້ອ ເຊື່ອໃຈ ແລະ ສະໜັບສະໜູນ ເຊິ່ງ ກັນ ແລະ ກັນ ພ້ອມທັງມີການແລກ ປ່ຽນການຢ້ຽມຢາມຂອງຄະນະ ຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ແລະ ເຫັນດີສືບ ຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານເສດ ຖະກິດ, ການຄ້າ ແລະ ການນໍາເຂົ້າ- ສົ່ງອອກສິນຄ້າໃນຕໍ່ໜ້າ ໂດຍສະ ເພາະຂະແໜງການທີ່ສອງປະເທດ ມີທ່າແຮງ ເປັນຕົ້ນ ດ້ານການຜະລິດ ກະສິກໍາ, ການບໍລິການຂົນສົ່ງ, ການ ທ່ອງທ່ຽວ ແລະ ດ້ານອື່ນໆ. ນອກ ຈາກນັ້ນ, ສອງຝ່າຍໄດ້ແລກປ່ຽນຄໍາ ຄິດຄໍາເຫັນກ່ຽວກັບສະພາບການທີ່ ພົ້ນເດັ່ນໃນໂລກ ພ້ອມທັງເຫັນດີຈະ ສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດນີ້, ທ່ານປະທານາທິ ບໍດີ ຄູເຣລສຸກຄ໌ ໂອຄະນາ ໄດ້ສະ ແດງຄວາມຍິນດີຕ້ອນຮັບອັນອົບ ອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມ ຢາມລັດຖະກິດ ຂອງທ່ານປະທານ ປະເທດແຫ່ງສປປລາວແລະຄະນະ ໃນຄັ້ງນີ້, ເຊິ່ງຈະເປັນການປະກອບ ສ່ວນເຂົ້າໃນການເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ມົງ ໂກລີ ໃຫ້ສະໜິດແໜ້ນຍິ່ງໆຂຶ້ນ. ທ່ານປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງລັດຖະບານ ແລະ ປະຊາຊົນ ມົງໂກລີ ທີ່ຍາດມາໄດ້ຕະຫລອດໄລ ຍະຜ່ານມາ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ເຊີນຊວນ ນັກລົງທຶນ ແລະ ນັກທຸລະກິດຂອງ ມົງໂກລີ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ຫລາຍຂຶ້ນ ໂດຍສະເພາະໃນ ຂະແໜງການລ້ຽງສັດ, ການປຸງ ແຕ່ງຜະລິດຕະພັນຈາກຊີ້ນສັດ ແລະ ຜະລິດສິນຄ້າກະສິກໍາ ທີ່ ສປປ ລາວ ມີທ່າແຮງ, ພ້ອມທັງໄດ້ເຊີນຊວນ ປະຊາຊົນ ມົງໂກລີ ໃຫ້ເຂົ້າມາທ່ອງ ທ່ຽວ ຢູ່ ສປປ ລາວ ຫລາຍຂຶ້ນໂດຍ ສະເພາະໃນໂອກາດປີທ່ອງທ່ຽວ ລາວ 2024 ນີ້. ໃນຕອນທ້າຍ, ທ່ານປະທານປະ ເທດ ແຫ່ງ ສປປ ລາວ ໄດ້ສະແດງ ຄວາມຂອບໃຈຕໍ່ການສະໜັບສະ ໜູນ ແລະ ຊ່ວຍເຫລືອຂອງລັດຖະ ບານ ມົງໂກລີ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ໃນຕະຫລອດ ໄລຍະຜ່ານມາ. ພາຍຫລັງສໍາເລັດການພົບປະ, ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທາ ນາທິບໍດີ ແຫ່ງ ມົງໂກລີ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມເປັນ ສັກຂີພິຍານໃນພິທີລົງນາມເອກະ ສານຮ່ວມກັນ 3 ສະບັບ ຄື: ບົດບັນ ທຶກຄວາມເຂົ້າໃຈການຮ່ວມມືໃນ ຂົງເຂດວຽກງານຄຸ້ມຄອງລັດຖະ ກອນ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາ ວ ແລະ ສະພາຄຸ້ມ ຄອງລັດຖະກອນ ແຫ່ງ ມົງໂກລີ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານສາທາລະນະສຸກ ແລະ ການບໍລິການດ້ານການແພດ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາ ທາລະນະສຸກ ແຫ່ງ ມົງໂກລີ ແລະ ອານຸສັນຍາກ່ຽວກັບສຸຂານາໄມສັດ ສໍາລັບການສົ່ງອອກຊີ້ນງົວ, ຊີ້ນ ມ້າ, ຊີ້ນແກະ ແລະ ຊີ້ນແບ້ ຈາກ ມົງ ໂກລີ ເຂົ້າມາ ສປປ ລາວ ລະຫວ່າງ ກະຊວງກະສິກໍາ ແລະ ປ່າ ໄມ້ ແຫ່ງ ສປປ ລາວ ແລະ ກະຊວງອາຫານ, ກະສິກໍາ ແລະ ອຸດສາຫະກໍາເບົາ ແຫ່ງ ມົງໂກລີ. ໃນຕອນຄໍ່າຂອງວັນດຽວກັນ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ໄດ້ເຂົ້າ ຮ່ວມງານລ້ຽງອາຫານຄໍ່າ ຈັດໂດຍ ທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ແລະ ພັນລະຍາ ທີ່ໂຮງ ແຮມ ແຊງກຣີລາ. ຂ່າວ-ພາບ: ກຕທ ບອນ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ໂດຍມີທ່ານ ສິນລະວົງ ຄຸດໄພທູນ ປະທານສູນ ກາງແນວລາວສ້າງຊາດ, ຄອບ ຄົວ ທ່ານ ຄໍາພັນ ມາລາບັນດິດ ເຈົ້າຂອງໂຄງການຫລໍ່ຮູບເໝືອນ ພະຍາຈັນທະບູລີ ປະສິດທິສັກ ແລະ ມ່ວນຊົນໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ. ທ່ານ ຄໍາພັນ ມາລາບັນດິດ ເຈົ້າຂອງໂຄງການສ້າງຮູບເໝືອນ ພຣະຍາຈັນທະບູລີ ປະສິດທິສັກ ໄດ້ໃຫ້ຮູ້ວ່າ: ການຫລໍ່ຮູບເໝືອນ ພະຍາຈັນທະບຸຣີປະສິດທິສັກ ແມ່ນ ວຽກງານໜຶ່ງຂອງໂຄງການກໍ່ສ້າງ ເສັ້ນທາງພະອະຣິຍະ ເຈົ້າລາວທັງ 5 ອົງ ຂອງກຸ່ມບໍລິສັດ ເພັດບັນດິດ ກໍ່ສ້າງຂົວ-ທາງ ຕາມໜັງສືຢັ້ງຢືນ ຂອງຫ້ອງການຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວເມືອງ ໄຊເສດຖາ ສະບັບເລກທີ 048/ ຖວທ.ຊຖ ລົງວັນທີ 20 ພຶດສະພາ 2022 ແລະ ໜັງສືອະນຸຍາດຂອງ ພະແນກຖະແຫລງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວນະຄອນຫລວງ ວຽງຈັນ. ການຫລໍ່ຮູບປູ່ບຸຣີຈັນ ອ່ວຍລ້ວຍ ແລະ ການສ້າງເສັ້ນທາງ ຈາຣິກພະອະຣະຫັນຕາເຈົ້າລາວ ທັງ 5 ອົງ ມີຄວາມກ່ຽວຂ້ອງກັນ ທາງດ້ານຕຳນານຄວາມເຊື່ອທາງ ສາສະໜາປະຫວັດສາດ ພົງສາວະ ດານ ພາກພື້ນແມ່ນໍ້າຂອງທັງສອງ ຝັ່ງຂອງລາວເຮົາ ທີ່ນໍາເອົາພະພຸດ ທະສາສະໜາເຖຣະວາດ ເຂົ້າມາສູ່ ຜືນແຜ່ນດິນລາວ ໃນເມື່ອ 2.000 ກວ່າປີທີ່ຜ່ານມາສະໄໝ ສ້າງອຸບ ມຸງພະທາດຫລວງ ທີ່ປາກົດໃນຕຳ ນານອຸຣັງຄະທາດ ເຊິ່ງກຸ່ມບໍລິສັດ ເພັດບັນດິດກໍ່ສ້າງຂົວ-ທາງ ໃນ ນາມເປັນເຈົ້າພາບເຈົ້າສັດທາເຈົ້າ ຂອງໂຄງການແມ່ນເນັ້ນໃສ່ການ ຫລໍ່ຮູບເໝືອນ ພະຍາຈັນທະບຸຣີປະ ສິດທິສັກກະເທວະ ຫລື ປູ່ບຸຣີຈັນ ອ່ວຍລ່ວຍ ເຊິ່ງການຫລໍ່ຮູບໄດ້ດໍາ ເນີນມາແຕ່ປີ 2022 ຈົນສໍາເລັດ ຮຽບຮ້ອຍ ພ້ອມທັງສ້າງຫໍໄຫວ້ທີ່ ສວນໜອງສະພັງເລນ. ທ່ານ ຄໍາພັນ ມາລາບັນດິດ ຍັງ ໃຫ້ຮູ້ອີກວ່າ: ການຫລໍ່ຮູບເໝືອນ ພະຍາຈັນທະບຸຣີ ກໍເພື່ອໃຫ້ເປັນອະ ນຸສອນ ອັນດີງາມຂອງພະຍາຈັນທະ ບຸຣີ ເພື່ອບົ່ງບອກໃຫ້ເຫັນສະຖານທີ່ ປະຫວັດສາດສຳຄັນ ແຫ່ງໜຶ່ງຂອງ ພະພຸດທະສາສະໜາ, ເພື່ອໃຫ້ເປັນ ອະນຸສອນສະຖານບຸບພະກາຣີຊົນ ທັງຖວາຍໃຫ້ເປັນພະພຸດທະບູຊາ ພະທໍາມະບູຊາ ແລະ ພະສັງຄະບູຊາ ເພື່ອເຊີດຊູບຸກຄົນຜູ້ມີຄຸນງາມຄວາມ ດີຕໍ່ປະເທດຊາດບ້ານເມືອງຕໍ່ພະພຸດ ທະສາສະໜາ ແລະ ວັດທະນະທຳ. ພະຍາຈັນທະບຸຣີ ເປັນຜູ້ທີ່ນໍາພາ ໄພ່ຟ້າປະຊາກອນ ສ້າງສາພັດທະ ນາເມືອງວຽງຈັນ ໃນສະໄໝກ່ອນ, ເພິ່ນເປັນບັນພະບຸຣຸດ ບັນພະຊົນບຸບ ພະກາຣີຊົນຂອງລາວເຮົາທີ່ມີຄຸນ ປະການມີພາລະບົດບາດອັນໃຫຍ່ ຫລວງຕໍ່ການສ້າງບ້ານແປງເມືອງ ສ້າງຕັ້ງອານາຈັກນະຄອນຣັດ ຄື ເມືອງສຸວັນນະພູມ ເມືອງຈັນທະບຸຣີ ກໍຄື ນະຄອນຫລວງວຽງຈັນ ໃນ ປັດຈຸບັນ. ເຫັນຫລາຍວຽກງານທີ່ພົ້ນເດັ່ນ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ ສາມາດຖອດຖອນໄດ້, ເມືອງໄຊຈໍາ ພອນ ປະກອບມີ 4 ກຸ່ມບ້ານ, ມີ 17 ບ້ານ, ມີ 1.921 ຄອບຄົວ, ເມືອງ ໄຊຈໍາພອນ ແມ່ນມີສະຖຽນລະ ພາບທາງດ້ານການເມືອງ, ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍດີ ແລະ ມີຄວາມສະຫງົບໜັກແໜ້ນ ພະນັກງານ-ລັດຖະກອນ ແລະ ພໍ່ແມ່ ປະຊາຊົນບັນດາເຜົ່າ ມີແນວຄິດອຸ່ນ ອ່ຽນທຸ່ນທ່ຽງ, ເຊື່ອໝັ້ນການນໍາ ພາຂອງພັກ ຕັ້ງໜ້າປະຕິບັດວຽກ ງານດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນການພັດທະນາ ຊີວິດການເປັນຢູ່ນັບມື້ດີຂຶ້ນ, ທົ່ວ ເມືອງມີຄອບຄົວພົ້ນທຸກ 971 ຄອບ ຄົວເທົ່າ 50,54%, ບໍ່ທັນພົ້ນທຸກ 950 ຄອບຄົວເທົ່າ 49,46%, ຄອບ ຄົວພັດທະນາ 725 ຄອບຄົວ ເທົ່າ 37,7%, ມີບ້ານພົ້ນທຸກ 4 ບ້ານ ເທົ່າ 23,53%, ບ້ານບໍ່ທັນພົ້ນທຸກ 13 ບ້ານເທົ່າ 76,47%, ປະກາດ ບ້ານສາມັກຄີປອງດອງໄດ້ 7 ບ້ານ, ຍັງ 10 ບ້ານ ແລະ ປັດຈຸບັນໄດ້ປະ ເມີນຈໍານວນ 2 ບ້ານ ເພື່ອຮັບຮອງ ເປັນບ້ານພົ້ນທຸກ, ທົ່ວເມືອງມີໄຟ ຟ້າໃຊ້ທຸກບ້ານ,ມີລະບົບນ້ຳລິນແລະ ນໍ້າປະປາ, ອາຊີບຂອງປະຊາຊົນ ສ່ວນໃຫຍ່ແມ່ນເຮັດອາຊີບກະສິ ກໍາ ເປັນຕົ້ນ ເຮັດນາ, ເຮັດໄຮ່ ແລະ ລ້ຽງສັດ. ປີຜ່ານສາມາດປະຕິບັດ ໄດ້ເກີນແຜນ 92,18% ແລະ ລາຍ ຮັບ 6 ເດືອນຕົ້ນປີ 2024 ປະຕິບັດ ໄດ້ 162,64%, ເກີນແຜນ 62%; ໂຄງລ່າງພື້ນຖານເສັ້ນທາງຄົມ ມະ ນາຄົມຈາກເມືອງຫາບ້ານ ແລະ ຈາກບ້ານຫາບ້ານ ຍັງພົບຄວາມ ຫຍຸ້ງຍາກ, ໂທລະຄົມ ແລະ ການສື່ ສານບໍ່ທົ່ວເຖິງເຂດທຳການຜະລິດ ມີຈຳກັດ ເປັນສາເຫດຕົ້ນຕໍໃນການ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ. ໂອກາດນີ້, ທ່ານອະດີດນາຍົກ ລັດຖະມົນຕີ ໄດ້ໃຫ້ທິດຊີ້ນຳຫລາຍ ດ້ານ ເປັນຕົ້ນ ໃຫ້ເຕົ້າໂຮມຄວາມ ສາມັກຄີເປັນປຶກແຜ່ນລະຫວ່າງ ຄະນະບໍລິຫານງານພັກເມືອງ, ພະ ນັກງານ-ລັດຖະກອນຕະຫລອດ ຮອດພໍ່ແມ່ປ ະຊາຊົນບັນາເຜົ່າ, ຊຸກ ຍູ້ສົ່ງເສີມການປູກການລ້ຽງໃຫ້ ຫລາຍກາຍເປັນສິນຄ້າ, ຄຸ້ມຄອງ ປົກປັກຮັກສາຊັບພະຍາກອນທາງ ທຳມະຊາດ, ຄົ້ນຄວ້າທ່າແຮງຈຸດພິ ເສດພູມມີສາດຂອງເມືອງເຂົ້າໃນ ແຜນພັດທະນາເສດຖະກິດ-ສັງ ຄົມ, ເປີດກວ້າງການລົງທຶນຈາກນັກທຸ ລະກິດພາຍໃນແລະຕ່າງປະເທດທັງ ທຶນສົມທົບ ແລະ ທຶນຊ່ວຍເຫລືອລ້າ ຈາກສາກົນ ເພື່ອພັດທະນາເມືອງ ໃຫ້ບັນລຸຕາມແຜນທີ່ໄດ້ກຳນົດໄວ້. ໂອກາດນີ້, ທ່ານອະດີດນາຍົກ ລັດຖະມົນຕີ ກໍໄດ້ນຳເອົາຄອມພິວ ເຕີໂນດບຸກ 5 ເຄື່ອງມາມອບໃຫ້ອົງ ການປົກຄອງເມືອງ ເພື່ອນຳໃຊ້ເຂົ້າ ໃວຽກງານ ແລະ ໄດ້ນຳເອົາເຄື່ອງ ນຸ່ງຫົ່ມ 2 ເປົາໃຫຍ່, ພ້ອມອຸປະກອນ ການສຶກສາຈໍານວນໜຶ່ງ ແລະ ສັງ ກະສີ 3.000 ແຜ່ນ ເພື່ອນໍາໃຊ້ເຂົ້າ ໃນວຽກງານບໍລິຫານຕື່ມອີກ. ຂ່າວ-ພາບ: ສາຍສະໝອນ ບັດພັນທະຂອງຫົວໜ່ວຍທຸລະກິດ ຕ່າງໆ ໃຫ້ເປັນປົກກະຕິ ແລະ ຄົບ ຖ້ວນ; ສະ ເໜີໃຫ້ທະນາຄານ ເເຫ່ງ ສປປ ລາວ ປະຕິບັດຕາມມາດຕະ ການການຄຸ້ມຄອງອັດຕາເງິນເຟີ້, ມາດຕະການຄຸ້ມຄອງອັດຕາແລກ ປ່ຽນ, ມາດຕະການຄຸ້ມຄ້ອງເງິນ ຕາຕ່າງປະເທດ, ມາດຕະການຄຸ້ມ ຄ້ອງສິນເຊື່ອ, ມາດຕະການຄຸ້ມຄອງ ແລະ ພັດທະນາລະບົບຊໍາລະ, ມາດຕະການຄຸ້ມຄອງຕະຫລາດ ຫລັກຊັບ ແລະ ພັດທະນາຕະຫລາດ ທຶນ ທີ່ໄດ້ສະເໜີຕໍ່ກອງປະຊຸມໃຫ້ ສຳເລັດໃນ 6 ເດືອນທ້າຍປີ 2024. ຂ່າວ: ກິດຕາ, ພາບ: ອ່າຍຄຳ ການເກັບລາຍຮັບວິຊາການ ເຊິ່ງໄລ ຍະຜ່ານມາເຫັນວ່າ ລາຍຮັບເພີ່ມ ຂຶ້ນຫລາຍ. ສະນັ້ນ, ຖ້າຫາກມີການ ຜັນຂະຫຍາຍໃນທຸກຂະແໜງການ ຂອງລັດ ຈະເຮັດໃຫ້ມີລາຍຮັບເຂົ້າ ງົບປະມານສັງລວມຢູ່ຄັງເງິນເພີ່ມ ຂຶ້ນ. ທ່ານ ສັນຍາ ປຣະເສີດ ສສຊ ຍັງໃຫ້ຮູ້ອີກວ່າ: ໄລຍະຜ່ານມາກະ ຊວງການເງິນ ໄດ້ມີຄວາມຕັ້ງໃຈໃນ ການເກັບລາຍຮັບເຂົ້າງົບປະມານ ເຊິ່ງສະແດງອອກໂດຍການຈັດຕັ້ງ ປະຕິບັດໄດ້ລື່ນແຜນ, ການຫັນເປັນ ທັນສະໄໝ ໃນຂະແໜງການເງິນມີ ຜົນສໍາເລັດຢ່າງກ້າວ ກະໂດດເຮັດ ໃຫ້ການເກັບລາຍຮັບເຂົ້າງົບປະ ມານດີຂຶ້ນ, ເຖິງຢ່າງໃດກໍຕາມຍັງ ມີບາງຈຸດທີ່ກະຊວງການເງິນ ຕ້ອງ ໄດ້ແກ້ໄຂບາງບັນຫາ ເປັນຕົ້ນຜັນ ຂະຫຍາຍອາກອນມູນຄ່າເພິ່ມເຫັນ ການຈັດຕັ້ງປະຕິບັດຍັງບໍ່ທັນກວ້າງ ຂວາງ, ຍັງບໍ່ທັນເຂົ້າໃນຫລາຍກິດ ຈະການ ໂດຍສະເພາະບັນດາບໍລິສັດ ລົງທຶນຂອງຕ່າງປະເທດ ທີ່ຖືບັນຊີ ແຕ່ບໍ່ໄດ້ປະຕິບັດອາກອນມູນຄ່າ ເພີ່ມເປັນຕົ້ນ ໃນຮ້ານມິນິມາກບາງ ຮ້ານຍັງບໍ່ນໍາໃຊ້ອາກອນມູນຄ່າເພີ່ມ ແລະ ຍັງມີຫົວໜ່ວຍບໍລິການອື່ນໆ, ຖ້າບັນດາຮ້ານຕ່າງໆປະຕິບັດເປັນ ເອກະພາບກັນເຊື່ອແນ່ວ່າລາຍຮັບ ງົບປະມານ ຈະເພີ່ມຂຶ້ນແນ່ນອນ. ນອກຈາກນີ້, ຍັງມີລາຍຮັບຈາກ ການບິນຜ່ານນານຟ້າ, ສະເໜີໃຫ້ມີ ການປັບປຸງຕື່ມເພາະເປັນລາຍຮັບ ເງິນຕາ, ກ່ອນໂຄວິດ-19 ລະບາດ ລາຍຮັບຈາກການບິນຜ່ານນານຟ້າ ເກັບໄດ້ປີລະຫລາຍກວ່າ 300 ລ້ານ ໂດລາ, ເຊື່ອວ່າຖ້າມີການຫັນເປັນ ທັນສະໄໝ ແລະ ປັງປຸງຂອດການ ປະສານງານ ລະຫວ່າງກະຊວງໂຍ ທາທິການ ແລະ ຂົນສົ່ງ (ກົມຄຸ້ມ ຄອງການບິນ) ກັບກະຊວງການ ເງິນ(ກົມຊັບສິນຂອງລັດ)ແລະທະ ນາຄານແຫ່ງ ສປປ ລາວ ຈະເຮັດ ໃຫ້ມີໜີ້ຄ້າງຮັບຈາກບິນຜ່ານຫລຸດ ລົງ, ການແກ້ໄຂບັນຫາແມ່ນບັນດາ ບໍລິສັດການບິນເຊົ່າຖ້ຽວບິນ ໂດຍ ຜ່ານສາຍການບິນ ໃຫ້ມີການເລັ່ງ ທວງອອກໃບບິນແບບທັນການ ແລະ ມີການປະສານງານກັບການ ບິນຕ່າງໆ ເປັນປົກກະຕິຈະເຮັດໃຫ້ ການເກັບລາຍຮັບຈາກການບິນ ຜ່ານເພິ່ມຂຶ້ນ. ສຳລັບວຽກງານສາທາລະນະ ສຸກ ແລະ ການສຶກສາ ລັດຖະບານມີ ຄວາມພະຍາຍາມແກ້ໄຂ, ການບໍລິ ການສາທາລະນະສຸກ ແລະ ການສຶກ ສາມີຫລາຍຮູບແບບແພດ-ໝໍ, ຄູ- ອາຈານທີ່ເຂົ້າຮັບບໍານານແລ້ວ, ຖ້າ ຫາກຜູ້ໃດມີສຸຂະພາບແຂງແຮງຂໍ ໃຫ້ສືບຕໍ່ປະຕິບັດໜ້າທີ່ໄດ້ສ່ວນພະ ນັກງານທີ່ຢູ່ໃນກົງຈັກບໍລິຫານ ເຖິງກະສຽນອາຍຸແລ້ວກໍໃຫ້ພິຈາ ລະນາວ່າມີພະນັກງານສືບທອດບໍ່?, ສ້າງພະນັກງານທັນບໍ່?, ພະນັກ ງານຂຶ້ນມາຮັບໜ້າທີ່ໃໝ່ມີປະສົບ ການພຽງພໍແລ້ວບໍ່?, ແພດ-ໝໍແລະ ຄູ-ອາຈານ ຂໍໃຫ້ເປັນພະນັກງານ ພະລະກອນ, ມີລະບົບເງິນເດືອນສະ ເພາະ ເພື່ອສ້າງໃຫ້ວິຊາການເກັ່ງ, ລົງເລິກໃນວຽກວິຊາສະເພາະໃຫ້ ສູງຂຶ້ນ, ຜູ້ທີ່ມີສຸຂະພາບແຂງແຮງກໍ ຄວນວ່າຈ້າງໃຫ້ເພິ່ນໄດ້ສືບຕໍ່ປະຕິ ບັດຊ່ວຍສັງຄົມຕໍ່ໄປ ເພາະວ່າຄູແລະ ແພດໝໍນີ້ຍິ່ງມີປະສົບການຫລາຍ ເທົ່າໃດກໍຍິ່ງເກັ່ງ ແລະ ເປັນຄູອາ ຈານສອນໃນສະຖາບັນການສຶກສາ ສືບຕໍ່ໄປໄດ້. ພ້ອມນີ້, ທ່ານຍັງສະ ເໜີໃຫ້ລັດຖະບານ ໄດ້ເອົາໃຈໃສ່ພະ ນັກງານລັດຖະກອນ, ທະຫານ-ຕໍາ ຫລວດ ທີ່ຮັບໃຊ້ພັກ-ລັດ ໃນການ ແກ້ໄຂຊິວິດການເປັນຢູ່ໃຫ້ດີຂຶ້ນ, ໂດຍມີນະໂຍບາຍ ເປັນຕົ້ນ ອອກປື້ມ ບັນຊີ ເພື່ອສາມາດຊື້ເຄື່ອງນໍາຮ້ານ ຂາຍເຄື່ອງຂອງລັດ ທີ່ມີລາຄາຖືກ, ບໍ່ຈໍາເປັນເບີກເງິນສົດ ແຕ່ເພີ່ມວົງ ເງິນເດືອນໃຫ້ຊື້ສິນຄ້າໃນຮ້ານຄ້າ ຂອງລັດທີ່ມີລາຄາຖືກ ເພື່ອແກ້ໄຂຊີ ວິດການເປັນຢູ່ຂອງພະນັກງານລັດ ໄດ້ໃນລະດັບໜຶ່ງ, ຖ້າແກ້ໄຂຊີວິດ ການເປັນຢູ່ຂອງພະນັກງານໃຫ້ດີ, ການປະຕິບັດໜ້າທີ່ຂອງເຂົາເຈົ້າ ກໍມີຄວາມອຸ່ນອ່ຽງທຸ່ນທ່ຽງ ແລະ ການສໍ້ລາດບັງຫລວງກໍຈະຄ່ອຍ ຫລຸດຜ່ອນລົງ. ຂ່າວ: ກິດຕາ, ພາບ: ອ່າຍຄຳ 64ປີ(24/5/1960-24/5/ 2024) ແລະ ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (7/5/ 19547/5/2024) ໃນວັນ ທີ 12 ມິຖຸນາ 2024ໂດຍການປາຖະກະຖາຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນເອກວິໄລຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກ-ຄະນະນໍາກະຊວງ, ກົມ, ກອງ, ຫ້ອງການ ແລະ ພະນັກງານ ຫລັກແຫລ່ງເຂົ້າຮ່ວມ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນຄວາມ ໝາຍຄວາມສຳຄັນການຜ່າວົງປິດ ລ້ອມຂອງກອງພັນທີ 2 ວິລະຊົນທີ່ ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ ແມ່ນໄຊຊະນະອັນໃຫຍ່ຫລວງຂອງ ກຳລັງປະກອບອາວຸດ ທີ່ຢູ່ໃຕ້ການນຳ ພາຂອງພັກ, ເປັນເຫດການປະຫວັດ ສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ເປັນບົດຮຽນອັນລໍ້າ ຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງ ກອງທັບ ແລະ ປະຊາຊົນຍາດເອົາໄຊ ຊະນະໃນໄລຍະຕໍ່ມາ, ທັງສະແດງໃຫ້ ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ຄວາມອົດທົນ ໝັ້ນໜຽວບໍ່ຄອນແຄນຕໍ່ການນາບ ຂູ່ຫລອກລວງຂອງສັດຕູ, ນໍ້າໃຈສູ້ ຮົບພິລະອາດຫານ ແລະ ມີໄຫວພິບ ຂອງກອງພັນທີ 2 ໄດ້ເປັນແວ່ນແຍງ ເປັນການປຸກລະດົມອັນແຮງກ້າໃຫ້ ແກ່ຂະບວນການປະຕິວັດ ເພື່ອຕີເອົາ ໄຊຊະນະກັບຈັກ ກະພັດລ່າເມືອງຂຶ້ນ ແບບໃໝ່ ແລະ ລູກແຫລ່ງຕີນມື. ພ້ອມນັ້ນ, ເຮັດໃຫ້ກຳລັງປະຕິວັດ ໂດຍສະເພາະແມ່ນກຳລັງປະກອບອາ ວຸດປະຊາຊົນລາວ ນັບມື້ເຕີບໃຫຍ່ຂະ ຫຍາຍຕົວ ແລະ ເຂັ້ມແຂງເປັນປັດໄຈ ພື້ນຖານທີ່ເຮັດໃຫ້ກອງພັນທີ 2 ສາ ມາດຜ່າວົງປິດລ້ອມຢ່າງມີໄຊ ແລະ ຍົກໃຫ້ເຫັນປະຫວັດມູນເຊື້ອວິລະກຳ ໂຕນຄຸກໂພນເຄັງ ຢ່າງມະຫັດສະຈັນ ຂອງບັນດາທ່ານຜູ້ນຳພັກ ແລະ ແນວ ລາວຮັກຊາດໃນໄລຍະປີ 19571959 ໂດຍເຄື່ອນໄຫວປະຕິບັດຕາມ ຄວາມຖືກຕ້ອງປອງດອງຊາດຂອງ ຝ່າຍກຳລັງຮັກຊາດ ແລະ ກຳລັງສະ ໜັບສະໜູນແນວລາວຮັກຊາດ ນັບມື້ ນັບມີອິດທິພົນສູງເດັ່ນຂຶ້ນໃນທົ່ວປະ ເທດ ແລະ ເວທີສາກົນ, ກົງກັນຂ້າມ ກັບບົດບາດອິດທິພົນຂອງຝ່າຍວຽງ ຈັນລູກແຫລ່ງຕີນມື ຂອງຈັກກະພັດ ນັບມື້ນັບຫລຸດລົງ ດ້ວຍກົນອຸບາຍ ຫລອກເສືອອອກຈາກຖໍ້າເພື່ອຂ້າ ເສືອ, ພ້ອມທັງເລ່ຫລ່ຽມຫັນປ່ຽນໂດຍ ສັນຕິຂອງພວກເຂົາໄດ້ປະລາໄຊລົງ ຢ່າງໜັກໜ່ວງ, ຍ້ອນແນວນັ້ນ ພວກເຂົາຈຶ່ງຈັບກຸມຄຸມຂັງກຳລັງ ຂອງຝ່າຍແນວລາວຮັກຊາດ ແລະ ບຸກຄົນທີ່ຮັກຊາດຢ່າງໂຫດຮ້າຍ ແຕ່ ຍ້ອນການນໍາພາອັນຖືກຕ້ອງສະ ຫລາດສ່ອງໃສຂອງພັກ, ຄວາມມີນໍ້າ ໃຈຮັກຊາດອັນແຮງກ້າຂອງບັນດາ ທ່ານຜູ້ນໍາພັກ ແລະ ແນວລາວຮັກ ຊາດທີ່ມີຄວາມອົງອາດກ້າຫານ ຕັດ ສິນໃຈຍອມເສຍສະຫລະຊີວິດເລືອດ ເນື້ອ, ມີຄວາມປີຊາສາມາດມີໄຫວພິບ ປຸກລະດົມຂົນຂວາຍ, ສຶກສາອົບຮົມ ສາລະວັດທະຫານຝ່າຍສັດຕູໃຫ້ມີ ແນວຄິດນໍ້າໃຈຮັກຊາດ, ຕື່ນຕົວເຂົ້າ ຮ່ວມການປະຕິວັດ ແລະ ວາງແຜນ ລະອຽດສາມາດ ນໍາເອົາບັນດາຜູ້ນຳ ພັກແນວລາວຮັກຊາດ ໂຕນອອກ ຈາກຄຸກໄດ້ສຳເລັດ ແລະ ເດີນທາງ ໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ. ພ້ອມນີ້, ສະຫາຍ ຍັງຍົກໃຫ້ເຫັນ ມູນເຊື້ອແຫ່ງການຕໍ່ສູ້ອັນພິລະອາດ ຫານຂອງ ນັກຮົບວິລະຊົນຫວຽດ ນາມ ໃນບັ້ນຮົບດຽນບຽນຟູ ຊຶ່ງວັນ ໄຊຊະນະດຽນບຽນຟູ ໄດ້ຢັ້ງຢືນເຖິງ ຄວາມກ້າຫານຄວາມຊໍານິຊຳນານ, ການນຳພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ນຳ ໂດຍປະທານ ໂຮ່ຈີ່ມິງ ຜູ້ນໍາທີ່ແສນ ເຄົາລົບຮັກຂອງປະຊາຊົນຫວຽດ ນາມ, ພ້ອມທັງສະແດງໃຫ້ເຫັນເຖິງ ຄວາມເຂັ້ມແຂງຂອງກອງທັບປະຊາ ຊົນຫວຽດນາມ ແລະ ກໍາລັງແຮງ ແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ຂອງ ປະຊາຊົນຫວຽດນາມ ແລະ ການປະ ກອບສ່ວນຢ່າງຈິງໃຈຈາກ ສປ ຈີນ, ອະດີດສະຫະພາບໂຊວຽດ, ບັນດາ ປະເທດສັງຄົມນິຍົມ ແລະ ບັນດາປະ ເທດເພື່ອນມິດທີ່ຮັກຫອມສັນຕິພາບ ທົ່ວໂລກ, ພິເສດແມ່ນ ສປປ ລາວ ແລະ ກຳປູເຈຍ ທີ່ຄຽງບ່າຄຽງໄຫລ່ ຕໍ່ສູ້ຈົນໄດ້ຮັບໄຊຊະນະ ເຊິ່ງໄຊຊະນະ ດຽນບຽນຟູ ໄດ້ທຳລາຍແຜນການ ນາວາຢ່າງສິ້ນເຊີງ, ເປັນໄຊຊະນະອັນ ໃຫຍ່ຫລວງຂອງນໍ້າໃຈສາມັກຄີມິດ ຕະພາບຂອງ 3 ປະເທດອິນດູຈີນ ຫວຽດນາມ-ລາວ-ກໍາປູເຈຍ ເຊິ່ງປະ ທານ ໂຮ່ຈີ່ມິງ ຢືນຢັນວ່າ: “ໄຊຊະ ນະດຽນບຽນຟູ ແມ່ນຂີດໝາຍປະ ຫວັດສາດອັນສະຫງ່າງາມ” ນັ້ນບໍ່ ພຽງແຕ່ເປັນໄຊຊະນະອັນໃຫຍ່ຫລວງ ສໍາລັບປະຊາຊົນຂອງພວກເຮົາ, ແຕ່ ຍັງເປັນໄຊຊະນະທົ່ວໄປຂອງປະຊາ ຊົນທີ່ຖືກກົດຂີ່ຂົ່ມເຫັງທັງໝົດໃນ ໂລກ, ໄຊຊະນະດັ່ງກ່າວ ຍັງເປັນ ບ່ອນອີງທີ່ໜັກແໜ້ນ ເປັນແວ່ນແຍງ ທີ່ໃສແຈ້ງໃຫ້ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ ສູ້ຕ້ານກັບການກົດຂີ່ຂູດຮີດແລະແອກ ຄອບຄອງເມືອງຂຶ້ນຢູ່ຫລາຍບ່ອນ ໃນທົ່ວໂລກ, ປະກອບສ່ວນອັນສົມ ກຽດເຂົ້າໃນພາລະກິດ ຕໍ່ສູ້ອັນຍິ່ງໃຫຍ່ ຂອງມວນມະນຸດທີ່ກ້າວໜ້າ ເພື່ອສັນ ຕິພາບ ເອກະລາດ ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ.

RkJQdWJsaXNoZXIy MTc3MTYxMQ==