xtgmf]k; 6 12/06/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ 0= h ,6 ofh korq o]tg,n v' ,u 7;k,le7a o 8+ dko;k'czora fmtokc[[pn opq ' gdn v[ 7 0% 0v'oa dmj v'mj P; ,k]k;.-h ]q fw2 ]k;{9u o ໂດຍ: ເກີດຂວັນໃຈ ມາລີຈັນສີ ຕາມແຫລ່ງຂ່າວສະຖິຕິໃໝ່ ຈາກຜູ້ປະກອບການທຸລະກິດຂົນ ສົ່ງໂດຍສານ ແລະ ບຸກຄົນໃຫ້ເປີດ ເຜີຍໃນຕົ້ນເດືອນມິຖຸນາ 2024 ນີ້ ວ່ານັກທ່ອງທ່ຽວສ່ວນໃຫຍ່ສະເລ່ຍ ເກືອບ 70% ເລືອກຈະເດີນທາງ ຜ່ານລົດ ໄຟລາວ-ຈີນ ເນື່ອງຈາກມີ ຄວາມສະດວກສະບາຍ, ປອດໄຟ ສູງ, ປະຢັດເງິນໄດ້ຫລາຍ, ປະຢັດ ເວລາ ຍິ່ງກວ່ານັ້ນຍັງໄດ້ລິ້ມລົດ ເຟີດເຟີນໄປກັບທໍາມະຊາດ ແລະ ວິຖີວິດຂອງຊາວລາວຕາມເສັ້ນ ທາງອີກດ້ວຍ. ແຫລ່ງຂ່າວດັ່ງກ່າວຍັງລະບຸ ຕື່ມອີກວ່າ: ນັກທ່ອງທ່ຽວທີ່ມາໃຊ້ ບໍລິການຫລາຍທີ່ສຸດແມ່ນຊາວໄທ, ຈີນ, ເອີຣົບ ແລະ ຊາດອື່ນໆ. ຂໍ້ມູນທີ່ສໍາຄັນ ເພື່ອຢັ້ງຢືນຜົນສຳ ເລັດໃນການຈັດຕັ້ງປະຕິບັດບັນດາ ຄາດໝາຍດັ່ງກ່າວ. ໃນນີ້, ຈະສາ ມາດຮູ້ໄດ້ຂະໜາດຂອງພົນລະເມືອງ ໃນປີ 2025 ມີຈຳນວນເທົ່າໃດ (ປັດຈຸບັນອີງຕາມການຄາດຄະເນ ປີ 2023 ແມ່ນ 7,5 ລ້ານຄົນ), ສະ ພາບການເຄື່ອນຍ້າຍຂອງພົນລະ ເມືອງ, ອັດຕາການຂະຫຍາຍຕົວ ຂອງພົນລະເມືອງຕໍ່ປີ, ການປ່ຽນ ແປງ ທາງໂຄງປະກອບທາງເພດ ແລະອາຍຸ,ກໍາລັງແຮງງານຕາມເກນ ອາຍຸ, ການເກີດ, ການເສຍຊີວິດ, ຄວາມພິການ ແລະ ຂໍ້ມູນທີ່ສໍາຄັນ ອື່ນໆ ຊຶ່ງຂໍ້ມູນເຫລົ່ານີ້ມີປະໂຫຍດ ຫລວງຫລາຍສາມາດນຳໃຊ້ເຂົ້າ ໃນການກຳນົດນະໂຍບາຍ, ວາງ ແຜນ ແລະ ຄຸ້ມຄອງດ້ານພົນລະ ເມືອງ, ດ້ານເສດຖະກິດ-ສັງຄົມ ລວມທັງດ້ານຄວາມໝັ້ນຄົງຂອງ ປະເທດ, ເປັນຂໍ້ມູນພື້ນຖານໃນການ ຄາດຄະເນປະຊາກອນໃນຊຸມປີຕໍ່ ໜ້າ, ການສໍາຫລວດຄັ້ງນີ້ຈະໄດ້ນໍາ ໃຊ້ເຄື່ອງມືທັນສະໄໝໂດຍສະເພາະ ແມ່ນພາບຖ່າຍທາງດາວທຽມ ເພື່ອ ສ້າງແຜນທີ່ເຂດສໍາຫລວດ, ມີຖານ ຂໍ້ມູນກ່ຽວກັບຈຸດທີ່ຕັ້ງຂອງໂຄງ ສ້າງທີ່ພັກອາໄສ, ຄົວເຮືອນ ແລະ ສາມາດເຜີຍແຜ່ຂໍ້ມູນດ້ວຍຮູບແບບ ແຜນແລະເຕັກນິກເຕັກໂນໂລຊີອື່ນໆ. ໂດຍ: ສຸວັນນະ 10 ປີ ເພື່ອເກັບກຳສະຖິຕິພົນລະ ເມືອງລາວ ແລະ ຕ່າງປະເທດທີ່ດຳ ລົງຊີວິດຢູ່ລາວ, ທັງເກັບກໍາສະພາບ ການຂະຫຍາຍຕົວຂອງພົນລະເມືອງ, ເກັບກຳສະພາບການທີ່ຢູ່ອາໄສຂອງ ພົນລະເມືອງ, ເກັບກໍາຂໍ້ມູນພື້ນຖານ ຂອງພົນລະເມືອງລາວກ່ຽວກັບ ການສຶກສາ, ສາທາລະນະສຸກ, ຄຸນ ລັກສະນະທີ່ຢູ່ອາໄສ, ການດຳລົງ ຊີວິດ ແລະ ສະພາບການຍົກຍ້າຍ ຂອງພົນລະເມືອງ, ເກັບກໍາສະພາບ ກຳລັງແຮງງານ ແລະ ສະພາບການ ມີວຽກເຮັດງານທຳ, ສ້າງຖານຂໍ້ມູນ ໃຫ້ແກ່ການຄາດຄະເນພົນລະເມືອງ ໃນການຂຶ້ນສຳມະໂນຄົວ ແລະ ຂຶ້ນ ທະບຽນພົນລະເມືອງ,ສ້າງແລະປັບ ປຸງລະບົບຂໍ້ມູນຂ່າວສານສະຖິຕິ ດ້ານຕ່າງໆ ໃຫ້ມີຄວາມຄົບຖ້ວນສົມ ບູນຍິ່ງຂຶ້ນໃຫ້ທຽບທັນກັບພາກພື້ນ ແລະ ສາກົນ, ສໍາຫລວດຂໍ້ມູນທາງ ດ້ານເສດຖະກິດ ແລະ ສະພາບທ່າ ອ່ຽງໃນດ້ານອື່ນໆ. ປັດຈຸບັນ, ສະພາບການຂອງ ໂລກແລະພາກພື້ນໄດ້ມີການຜັນແປ ໄປຢ່າງສັບສົນ ຊຶ່ງຄາດຄະເນໄດ້ ຍາກຕິດພັນກັບສະພາບການທົດ ຖອຍ ຂອງເສດຖະກິດໂລກ ຊຶ່ງເປັນ ສິ່ງທ້າທາຍ ແລະ ສົ່ງຜົນກະທົບຕໍ່ ກັບສະພາບເສດຖະກິດ-ສັງຄົມຂອງ ປະເທດ ໂດຍສະເພາະແມ່ນການທີ່ ຈະບັນລຸຄາດໝາຍແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ສອງວາລະແຫ່ງຊາດແລະ ເປົ້າ ໝາຍການພັດທະນາແບບຍືນຍົງ, ການສໍາຫລວດພົນລະເມືອງແລະທີ່ ຢູ່ອາໄສທົ່ວປະເທດ ຈະເປັນແຫລ່ງ ຫລ້າສຸດກຸ່ມບໍລິສັດທາງລົດໄຟ ຈີນ ສາຂາ ຄຸນໝິງ ໃຫ້ຮູ້ວ່າ: ແຕ່ ວັນທີ1ມັງກອນຫາວັນທີ31ພຶດສະ ພາຜ່ານມານີ້, ເສັ້ນທາງລົດໄຟຈີນລາວ ໄດ້ແລ່ນລົດ ໂດຍສານລວມ ທັງໝົດ 10,642 ຂະບວນ, ໄດ້ຂົນ ສົ່ງຜູ້ໂດຍສານເຖິງ 8,723,000 ເທື່ອຄົນ, ເພີ່ມຂຶ້ນ17.5%ເມື່ອທຽບ ໃສ່ໄລຍະດຽວກັນຂອງປີ 2023 ໂດຍໄດ້ເພີ່ມແຮງຂັບເຄື່ອນຢ່າງ ຫລວງຫລາຍໃຫ້ແກ່ການພັດທະ ນາຂອງພາກພື້ນ. ກຸ່ມບໍລິສັດທາງລົດໄຟຈີນ ສາ ຂາຄຸນໝິງຍັງກ່າວວ່າ: ຂະບວນລົດ ໄຟໂດຍສານຕາມເສັ້ນທາງລົດໄຟ ຈີນ-ລາວ ມີຈຸດພິເສດຄືລາຄາຖືກ, ວ່ອງໄວ ແລະ ສະດວກສະບາຍ ຈຶ່ງ ໄດ້ກາຍເປັນທາງເລືອກຕົ້ນຕໍຂອງ ປະຊາຊົນທັງຫລາຍທີ່ຢູ່ລຽບຕາມ ເສັ້ນທາງລົດໄຟເພື່ອໄປທ່ອງທ່ຽວ, ສຶກສາຮ່ຳຮຽນ, ເຮັດທຸລະກິດ ແລະ ແລກປ່ຽນທາງດ້ານວັດທະນະທຳ ເຊິ່ງໄດ້ເສີມຂະຫຍາຍບົດບາດອັນ ສຳຄັນເຂົ້າໃນການຊຸກຍູ້ການແລກ ປ່ຽນດ້ານວັດທະນະທຳ ແລະ ການ ສ້າງຄວາມຈະເລີນຮຸ່ງເຮືອງດ້ານ ເສດຖະກິດຢູ່ພາກພື້ນ. ແຕ່ເຖິງແນວໃດ ສປປ ລາວ ແມ່ນໜຶ່ງໃນ 10 ປະເທດສະມາຊິກ ອາຊຽນ ຍອມຮັບວ່າການມີເສັ້ນ ທາງລົດໄຟລາວ-ຈີນ ໄດ້ຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ລາວບັນດາເຜົ່າຢ່າງແທ້ຈິງບໍ່ທັງ ການສ້າງລາຍຮັບໂດຍການກົງ ແລະ ທາງອ້ອມ ໂດຍສະເພາະພາກ ອຸດສາຫະກໍາທ່ອງທ່ຽວ, ຂົນສົ່ງຜູ້ ໂດຍສານ, ທຸລະກິດບໍລິການ, ການ ຜະລິດເປັນສິນຄ້າ ແລະ ອື່ນໆ. ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ຍັງເພີ່ງ ພາອາໃສພາກອຸດສາຫະກໍາທ່ອງທ່ຽວ ເປັນບຸລິມະສິດສໍາຄັນອັນດັບຕົ້ນໆຂອງ ປະເທດເພື່ອຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມ, ສ້າງວຽກເຮັດງານ ທໍາ ແລະ ຫລຸດຜ່ອນຄວາມທຸກຍາກ ຕາມແຜນລວມຂອງພາກລັດຕັ້ງເປົ້າ ໝາຍໄວ້ວ່າໝົດປີ 2024 ຈະສູ້ຊົນດຶງ ດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 3 lkdq o.sh gsfzq o0tc|'mj v'mj P; -j ;p.sh glf4tdy f]k;7j vpMrN o8q ; ລ້ານກວ່າຄົນຂຶ້ນໄປ, ສ້າງລາຍຮັບໃຫ້ ໄດ້ 500 ລ້ານໂດລາສະຫະລັດ. ອີງຕາມບົດລາຍງານສະພາບລວມ ໂດຍຫຍໍ້ຂອງທ່ານສອນໄຊສີພັນດອນ ນາຍົກລັດຖະມົນຕີລະຫວ່າງກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງສະ ພາແຫ່ງຊາດ ຊຸດທີ IX ໄຂຂຶ້ນໃນວັນທີ 10 ມິຖຸນາ 2024 ນີ້ວ່າ ຜ່ານການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ ແລະ ວຽກສໍາຄັນອື່ນໆປິ່ນອອ້ມມີທັງ ພົ້ນເດັ່ນ, ຄືບໜ້າໄປໃນທິດທາງບວກ ແນ່ນອນບາງວຽກຍັງສືບຕໍ່ປະຕິບັດ ແລະ ມີຄວາມຫຍຸ້ງຍາກບໍ່ໜ້ອຍ ແຕ່ຂະ ແໜງການທ່ອງທ່ຽວເປັນໜຶ່ງໃນຂະ ແໜງການທີ່ພົ້ນເດັ່ນຖ້າປຽບທຽບກັບ ຂະແໜງການອື່ນໆ ດັ່ງຕົວຢ່າງວຽກ ງານໂຄສະນາ ແລະ ສົ່ງເສີມການທ່ອງ ທ່ຽວນັ້ນເຫັນວ່າໄດ້ດໍາເນີນໄປຢ່າງ ເປັນຂະບວນຟົດຟື້ນແລະສາມາດດຶງນັກ ທ່ອງທ່ຽວໄດ້ເຖິງ 1,3 ລ້ານກວ່າຄົນ ພາຍໃນ 3 ເດືອນຕົ້ນປີ, ຄາດວ່າ ໝົດປີ ຈະບັນລຸບໍ່ຕໍ່າກວ່າ 3,5 ລ້ານຄົນ ແລະ ສ້າງລາຍຮັບເຂົ້າປະເທດເຖິງ 500 ລ້ານກວ່າໂດລາ ເທົ່າກັບ 68,10% ຂອງແຜນ. ກອງປະຊຸມເວທີສາກົນເພື່ອໂຄສະ ນາການທ່ອງທ່ຽວລາວ ໄດ້ຈັດຂຶ້ນໃນ ລະຫວ່າງ 27-30 ພຶດສະພາ 2024 ຢູ່ ແຂວງອຸດົມໄຊ ໂດຍຜູ້ເຂົ້າຮ່ວມໄດ້ຍົກ ໃຫ້ເຫັນວ່າປັດຈຸບັນນີ້ບັນຍາກາດການ ທ່ອງທ່ຽວຄຶກຄັກເປັນພິເສດ ພາຍຫລັງ ພະຍາດໂຄວິດ-19 ໄດ້ຈາງຫາຍ ແລະ ໝົດໄປ ແລະ ໄດ້ປະກາດເປີດປະເທດ ໃນຕົ້ນປີ 2022, ໂດຍສ່ວນໃຫຍ່ນັກ ທ່ອງທ່ຽວໄດ້ເດີນທາງມາຈາກທາງ ບົກຫລາຍກວ່າການເດີນທາງມາຈາກ ອາກາດ (ຂີ່ເຮືອບິນ) ຜ່ານຈຸດຕ່າງໆ ຕາມຊາຍແດນລະຫວ່າງປະເທດ. ໃນ ນັ້ນ, ສິ່ງທີ່ພົ້ນເດັ່ນທີ່ສຸດນັກທ່ອງທ່ຽວຈະ ມາໃຊ້ບໍລິການຂີ່ລົດຫລາຍທີ່ສຸດເພື່ອ ຂຶ້ນໄປທ່ອງທ່ຽວທາງພາກເໜືອ ແລະ ມາຈາກພາກເໜືອລົງສູ່ພາກກາງ-ພາກ ໃຕ້ຂອງລາວ. ໃນນັ້ນ, ແຂວງທີ່ນັກທ່ອງ ທ່ຽວນິຍົມໄປຫລາຍທີ່ສຸດອັນດັບທີ 1 ແມ່ນເມືອງມໍລະດົກຫລວງພະບາງ, ອັນດັບທີ 2 ແມ່ນນະຄອນຫລວງວຽງ ຈັນ, ອັນດັບທີ 3 ເມືອງວັງວຽງ-ເມືອງ ເຟືອງ ແຂວງວຽງຈັນ, ອັນດັບທີ 4 ແມ່ນແຂວງຈໍາປາສັກ ແລະ ອື່ນໆ. ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງຍິບ ຍົກບາງປະເດັນໃຫ້ເຫັນພາບລວມວ່າ: ສິ່ງທີ່ນັກທ່ອງທ່ຽວຢາກເຂົ້າມາລາວ ເປັນຜົນມາຈາກຄ່າຄອງຊີບຖືກກວ່າ ປະເທດອື່ນໆ ຖ້າປຽບທຽບກັບຄ່າເງິນ ລະຫວ່າງປະເທດໂດຍສະເພາະຄ່າ ອາຫານ, ຄ່າເຮືອນພັກ-ໂຮງແຮມ, ຄ່າ ໂດຍສານຍັງຕໍ່າເຖິງແມ່ນຄົນພາຍໃນປະ ເທດເຮົາຈະຮູ້ສຶກວ່າຄອງຄ່າຊີບແພງ ກໍຕາມ. ນອກຈາກນັ້ນສິ່ງນັກທ່ອງທ່ຽວ ໃຫ້ຄວາມສົນໃຈກໍຄືປະເທດລາວຍັງ ມີແຫລ່ງທ່ອງທ່ຽວທໍາມະຊາດຍັງບໍ່ ຖືກທໍາລາຍຫລາຍ, ວິຖີຊີວິດຂອງຄົນ ລາວຍັງມີຮ່ອງຮອຍຄວາມເປັນວິຖີ ຊາວບ້ານດັ້ງເດີມ, ມີພື້ນຖານໂຄງລ່າງ ເສັ້ນທາງລົດໄຟເຊື່ອມໂຍງເຊື່ອມຈອດ ກັນລະຫວ່າງອາຊຽນ-ຈີນ ໂດຍລາ ຄາສົມເຫດສົມຜົນ, ເປັນປະເທດທີ່ມີ ຄວາມສະຫງົບ ແລະ ທັດສະນະຄະຕິ ຂອງຄົນລາວຍັງເປັນມິດຮັບຕ້ອນແຂກ ຄົນດ້ວຍຮອຍຍິ້ມເບີກບາກມ່ວນຊື່ນ ເປັນມິດຕໍ່ທຸກຄົນ. ຫລ້າສຸດ ອີງຕາມແຫລ່ງຂ່າວຈາກ ກອງທຶນການເງິນສາກົນ (IMF) ໄດ້ ສະຫລຸບພາບລວມຜົນການປະເມີນ ເສດຖະກິດມະຫາພາກຂອງສປປລາວ ປະຈໍາປີ 2024 ໂດຍຄາດຄະເນວ່າ ເສດຖະກິດ ສປປ ລາວ ຈະເຕີບໂຕຢ່າງ ແຂງແຮງຈາກການທ່ອງທ່ຽວ, ແຕ່ ຍັງມີສິ່ງທ້າທາຍຮອບດ້ານ ໂດຍສະ ເພາະບັນຫາໜີ້ສາທາລະນະ ໃນນັ້ນເສດ ຖະກິດມະຫາພາກຂອງສປປລາວໂດຍ IMF ໄດ້ເຜີຍແຜ່ໃນວັນທີ 22 ພຶດສະ ພາ 2024 ຜ່ານມານີ້ໄດ້ລະບຸໃຫ້ເຫັນ ພາບລວມດັ່ງນີ້: ເຖິງວ່າ ສປປ ລາວ ຈະມີການລຶບລ້າງການຂາດດຸນງົບປະ ມານເບື້ອງຕົ້ນ, ໜີ້ສິນສາທາລະນະໄດ້ ເພີ່ມຂຶ້ນຕື່ມອີກ. ໂດຍ ສປປ ລາວ ມີໜີ້ ສາທາລະນະ ແລະ ໜີ້ທີ່ຄໍ້າປະກັນ ໂດຍລັດ ຫລື PVClic And PVCliclZ GVaSanteed deCt (PPG) ເພີ່ມ ຂຶ້ນ 16.4% ຂອງ GDP ແຕ່ປີ 2020 ຫາ 2021 ແລະ ເພີ່ມຂຶ້ນອີກ 36.2 % ຂອງ GDP ແຕ່ປີ 2021 ຫາ 2022 ໂດຍສ່ວນໃຫຍ່ແມ່ນຍ້ອນການອ່ອນ ຄ່າຂອງເງິນກີບ. ພ້ອມດຽວກັນນີ້, ທະນາຄານໂລກ (WoSld CanL) ຍັງໄດ້ເຜີຍແຜ່ບົດ ລາຍງານເສດຖະກິດ ສປປ ລາວ ເຊັ່ນ ກັນວ່າຄາດຄະເນເສດຖະກິດລາວ ຈະ ເຕີບໂຕໃນລະດັບ 4,1% ໃນປີ 2024, ແຕ່ສິ່ງທ້າທາຍຍັງຄົງຢູ່ຮອບດ້ານຍ້ອນ ໄພເງິນເຟີ້ທີ່ຖີບໂຕຂຶ້ນສູງ, ໜີ້ສິນ ພາຍ ນອກ ແລະ ການຂາດເຂີນແຮງງານ. ທະນາຄານໂລກຍັງລະບຸວ່າ: ທ່າ ແຮງທີ່ເຮັດໃຫ້ເສດຖະກິດຟື້ນຟູກັບມາ ສ່ວນໃຫຍ່ ແມ່ນຍ້ອນການເຄື່ອນໄຫວ ທາງດ້ານການທ່ອງທ່ຽວ, ການບໍລິ ການດ້ານຂົນສົ່ງ ແລະ ການລົງທຶນ ຈາກຕ່າງປະເທດຫລາຍຂຶ້ນ, ແຕ່ອັດ ຕາການເຕີບໂຕຍັງຕ່ຳກວ່າທີ່ຄາດໄວ້ ໃນເມື່ອກ່ອນ; ສິ່ງຕ້ອງລະວັງ ແລະ ຕັ້ງ ໃຈສັງເກດເບິ່ງຄື: ຄ່າເງິນກີບໄດ້ສືບຕໍ່ ຕົກຕໍ່າລົງໃນໄລຍະປີ 2023, ຫລຸດລົງ 29% ທຽບກັບເງິນບາດຂອງໄທ ແລະ 21% ທຽບກັບເງິນໂດລາສະຫະລັດ ຈົນເຖິງເດືອນຕຸລາ ເຊິ່ງສາເຫດແມ່ນ ຍ້ອນຄວາມບໍ່ສອດຄ່ອງກັນ ລະຫວ່າງ ຄວາມຕ້ອງການເງິນຕາຕ່າງປະເທດ ແລະ ຄວາມສາມາດໃນການສະໜອງ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງ ລາວໂດຍກົງ, ປັດຈຸບັນນີ້ ອັດຕາເງິນ ເຟີ້ຂອງ ສປປ ລາວ ເດືອນພຶດສະພາ 2024, ຍັງສືບຕໍ່ເໜັງຕີງເພີ່ມສູງຂຶ້ນຢູ່ ໃນລະດັບ25.8%(ເດືອນເມສາ2024 ຢູ່ໃນລະດັບ 24.9%) ຈາກການສືບຕໍ່ ອ່ອນຄ່າຂອງເງິນກີບ ແລະ ການເພີ່ມ ຂຶ້ນຂອງລາຄາສິນຄ້າກະສິກຳ. ບັນດາຂໍ້ມູນຕ່າງໆດ້ານພົນລະ ເມືອງເປັນຕົ້ນ: ຈຳນວນພົນລະເມືອງ ແບ່ງຕາມເພດ, ອາຍຸ, ສະພາບສົມ ລົດ, ຊົນເຜົ່າ, ສາສະໜາ, ການສຶກ ສາ, ສະພາບການຈ້າງງານ, ການ ເກີດ, ການຕາຍ, ການຍົກຍ້າຍ, ຄຸນ ລັກສະນະທີ່ຢູ່ອາໄສ, ການນຳໃຊ້ທີ່ ດິນ ແລະ ການເຂົ້າເຖິງການບໍລິການ ດ້ານສັງຄົມອື່ນໆ ເປັນຂໍ້ມູນທີ່ສຳຄັນ ສຳລັບການຕິດຕາມ ແລະ ປະເມີນ ຄວາມຄືບໜ້າໃນການຈັດຕັ້ງປະ ຕິບັດ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ເປົ້າໝາຍ ການພັດທະນາແບບຍືນຍົງ. ໂດຍເຫັນໄດ້ຄວາມໝາຍຄວາມ ສຳຄັນດັ່ງກ່າວ ລັດຖະບານ ແຫ່ງ ສປປລາວຈຶ່ງໃຫ້ຄວາມສຳຄັນແລະ ມີຄວາມມຸ່ງໝັ້ນອັນແຮງກ້າໃນການ ສືບຕໍ່ຈັດຕັ້ງປະຕິບັດການສຳຫລວດ ພົນລະເມືອງ ແລະ ທີ່ ຢູ່ອາໄສ ຄັ້ງທີ V ໃນປີ 2025 ໂດຍມີຈຸດປະສົງ ເພື່ອສືບຕໍ່ປັບປຸງຖານຂໍ້ມູນດ້ານພົນ ລະເມືອງແຫ່ງຊາດ ແລະ ສະໜອງ ຂໍ້ມູນໃຫ້ແກ່ການປະເມີນຄວາມຄືບ ໜ້າ ໃນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ຄັ້ງທີ IX ປີ 2021-2025 ແລະ ເປົ້າໝາຍ ການພັດທະນາແບບຍືນຍົງ. ວຽກ ສຳຫລວດພົນລະເມືອງ ແລະ ທີ່ພັກ ອາໄສໄດ້ຈັດຕັ້ງປະຕິບັດ ຢູ່ໃນທຸກໆ
RkJQdWJsaXNoZXIy MTc3MTYxMQ==