5891

xtgmf]k; 4 3]d c]t gsfdko ຕໍ່າ‹ໜ້າ 12/06/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lo- gzu pczj oy 8y dedkolh k'glf4tdy f gvdt]kfgxa og9Q k8q ogv' w]pt.\j |j ;pra d dko8ts]kf]k;3m]t7q , leg]a fdv'xt-5 ,.spj lt,k-y dra d 7A 'mu III ຂປລ. ທ້າຍອາທິດຜ່ານມາ, ສູນ ກາງແນວລາວສ້າງຊາດ (ສນຊ) ໄດ້ເຜີຍແຜ່ມະຕິຂອງກົມການເມືອງ ສູນກາງພັກ ເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ແລະ ຄໍາແນະ ນໍາຂອງຄະນະໂຄສະນາສູນກາງ ພັກ ເລກທີ 700/ຄອສພ ໂດຍມີ ທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ພ້ອມດ້ວຍ ຮອງປະທານ, ຄະນະປະຈໍາ, ທີ່ປຶກ ສາ, ຕາງໜ້າສະມາຄົມ, ສາສະໜາ ຕ່າງໆ ແລະ ພະນັກງານ-ລັດຖະ ກອນ ສນຊ ເຂົ້າຮ່ວມ. ໂອກາດນີ້, ທ່ານ ຄໍາໄຫລ ສີປະເສີດ ຮອງປະທານຜູ້ປະຈໍາ ການສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນວ່າ: ການສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ແມ່ນການຍົກສູງສະຕິຊາດ, ເສີມຂະ ຫຍາຍສະຕິປັນຍາ, ກຳລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງ ຄົນໃນຊາດ ເພື່ອຂຸດຄົ້ນທ່າແຮງບົ່ມ ຊ້ອນດ້ານຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ, ທີ່ຕັ້ງ ພູມສັນຖານ, ວັດທະນະທຳ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄຳນຶງເຖິງປະສິດທິພາບ, ປະ ສິດທິຜົນ ແລະ ຄວາມຄຸ້ມຄ່າຂອງ ການນຳໃຊ້ຄວາມສາມາດບົ່ມຊ້ອນ ຂອງຊັບພະຍາກອນທີ່ມີ ເພື່ອຕອບ ສະໜອງໃຫ້ແກ່ການປົກປັກຮັກສາ ປະເທດຊາດ ແລະ ການພັດທະນາ ທີ່ຍືນຍົງ; ແມ່ນການສ້າງຄວາມ ເປັນເຈົ້າດ້ານຄວາມຮັບຮູ້, ເພື່ອຂຸດ ຄົ້ນນຳໃຊ້ໃນສິ່ງທີ່ມີຢູ່ຂອງປະເທດ ຊາດແລະສັງຄົມລາວ, ໃນສິ່ງທີ່ເຮົາ ສາມາດເຮັດໄດ້, ຮູ້ອີງໃສ່ທ່າແຮງ ບົ່ມຊ້ອນຂອງປະເທດ, ຮູ້ວາງແຜນ ໃນການຂຸດຄົ້ນ, ຄຸ້ມຄອງ, ນຳໃຊ້ຊັບ ພະຍາກອນຂອງຊາດ ໃຫ້ອອກມາ ເປັນທຶນຮອນຢ່າງມີປະສິດທິຜົນ, ສ້າງໃຫ້ຄົນລາວເປັນເຈົ້າການ ຫລາຍຂຶ້ນ ໃນການຮູ້ຫາເງິນຢ່າງ ເປັນລະບົບ, ຮູ້ສະສົມ ແລະ ນຳໃຊ້ ທຶນຢ່າງປະຢັດ, ຮູ້ຕໍ່ຍອດ ແລະ ສ້າງ ມູນຄ່າເພີ່ມຂຶ້ນໃໝ່ຢ່າງບໍ່ຢຸດຢັ້ງ, ເປັນເຈົ້າການຄິດໄລ່, ໄຕ່ຕອງການ ນຳເຂົ້າຜະລິດຕະພັນຈາກພາຍນອກ ມາຊົມໃຊ້ຢ່າງມີຈຸດສຸມ ແລະ ມີການ ເລືອກເຟັ້ນ; ເປັນເຈົ້າການໃນການ ພັດທະນາພື້ນຖານການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດຕະ ພັນທີ່ຫລາກຫລາຍ, ພັດທະນາລະ ບົບການເງິນ-ເງິນຕາ ໃຫ້ເຂັ້ມ ແຂງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າ ກັບສາກົນ, ເປັນເຈົ້າການຜະລິດ ຂປລ. ກອງປະຊຸມໃຫຍ່ສະມາ ຊິກພັກ ຄັ້ງທີ III ຂອງໜ່ວຍພັກ ການຕະຫລາດ ທີ່ຂຶ້ນກັບຄະນະພັກ ຮາກຖານບໍລິສັດລາວໂທລະຄົມມະ ນາຄົມມະຫາຊົນ ຈັດຂຶ້ນເມື່ອບໍ່ດົນ ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍ ລິຫານງານພັກກະຊວງເຕັກໂນໂລ ຊີ ແລະ ການສື່ສານ (ຕສ), ເລຂາ ຄະນະພັກຮາກຖານລາວໂທລະຄົມ ມະນາຄົມມະຫາຊົນ (ລລທ), ມີຜູ້ ຕາງໜ້າອົງຄະນະພັກກະຊວງ ຕສ, ຜູ້ຕາງໜ້າບັນດາໜ່ວຍພັກ, ຕາງ ໜ້າ 3 ອົງການຈັດຕັ້ງມະຫາຊົນ, ຕາງໜ້າຫ້ອງການພັກ ລລທ ແລະ ສະມາຊິກພັກສົມບູນ, ສໍາຮອງຂອງ ໜ່ວຍພັກການຕະຫລາດ ເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ນາງ ມະນີຈັນ ພິລາວົງ ເລຂາໜ່ວຍພັກ ການຕະຫລາດ ໄດ້ໃຫ້ຮູ້ວ່າ: ໃນໄລ ຍະ 5 ປີຜ່ານມາ ໜ່ວຍພັກການຕະ ຫລາດ ໄດ້ຮັບການຊີ້ນໍາຈາກຄະນະ ພັກຮາກຖານ ລລທ ເປັນປະຈໍາ ແລະ ສະມາຊິກພັກທຸກສະຫາຍກໍມີ ຄວາມສາມັກຄີ ໃຫ້ຄວາມຮ່ວມມືໃນ ທຸກດ້ານ. ໃນຂະນະທີ່ສະພາບການ ຂອງໂລກທັງຢູ່ໃນລະດັບພາກພື້ນ ແລະ ສາກົນ ເກີດມີຄວາມທ້າທາຍ ຫລາຍດ້ານ ເຊັ່ນ: ການລະບາດຂອງ ພະຍາດໂຄວິດ-19, ບັນຫາການຂັດ ແຍ່ງ ແລະ ຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ເຊິ່ງມັນໄດ້ ສົ່ງຜົນກະທົບຕໍ່ການພັດທະນາເສດ ຖະກິດ-ສັງຄົມ ຂອງຊາດ ໂດຍສະ ເພາະແມ່ນໄດ້ສົ່ງຜົນກະທົບ ໂດຍ ກົງຕໍ່ການພັດທະນາວຽກງານການ ດໍາເນີນທຸລະກິດຂອງ ລລທ ກໍຄື ການບໍລິຫານຈັດການວຽກງານ. ເຖິງຢ່າງໃດກໍຕາມ ໂດຍໄດ້ຮັບການ ນໍາພາ-ຊີ້ນໍາ ໂດຍກົງຈາກຄະນະພັກ ຮາກຖານລລທ ເຮັດໃຫ້ຄະນະໜ່ວຍ ພັກ, ສະມາຊິກພັກ-ພະນັກງານຂອງ ໜ່ວຍພັກການຕະຫລາດມີຄວາມ ສາມັກຄີເປັນປຶກແຜ່ນ, ຕັດສິນໃຈ ຜ່ານຜ່າອຸປະສັກນາໆປະການ, ປະ ຕິບັດໜ້າທີ່ການເມືອງ ທີ່ໄດ້ກໍານົດ ໄວ້ໃນມະຕິກອງປະຊຸມ ຄັ້ງທີ V ຂອງຄະນະພັກຮາກຖານ ລລທ ໂດຍສະເພາະແມ່ນຈັດຕັ້ງປະຕິບັດ ບັນດາຄາດໝາຍທີ່ກໍານົດໄວ້ໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງ ຄະນະໜ່ວຍພັກການຕະຫລາດໃຫ້ ມີຜົນສໍາເລັດເປັນຢ່າງດີ, ເປັນການ ປະກອບສ່ວນຢ່າງໜັກແໜ້ນໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ພ້ອມກັນນີ້, ສະມາຊິກພັກໜ່ວຍ ພັກການຕະຫລາດ ຈໍານວນ 17 ສະ ຫາຍ ໄດ້ພ້ອມກັນນໍາໃຊ້ສິດປະຊາ ທິປະໄຕຂອງຕົນປ່ອນບັດເລືອກຕັ້ງ ເອົາຄະນະໜ່ວຍພັກການຕະຫລາດ ຊຸດໃໝ່, ໃນນັ້ນມີຜູ້ລົງຮັບສະໝັກ ເລືອກຕັ້ງຄະນະໜ່ວຍພັກການຕະ ຫລາດ ຊຸດໃໝ່ ທັງໝົດ 5 ສະຫາຍ, ເລືອກໄດ້ 3 ສະຫາຍ. ກອງປະຊຸມ ຄັ້ງປະຖົມມະລຶກ ໄດ້ຕົກລົງເຫັນດີ ຮັບຮອງເອົາຄະນະໜ່ວຍພັກການ ຕະຫລາດ ຊຸດໃໝ່ 3 ສະຫາຍ ຄື: ເລືອກເອົາສະຫາຍ ນາງ ມະໂນລົມ ເຂັມສຸລິຍະຈັກ ເປັນເລຂາໜ່ວຍພັກ ການຕະຫລາດ; ສະຫາຍ ນາງ ສັນຕິສຸກ ທໍາມະທິໂນ ເປັນຮອງເລ ຂາໜ່ວຍພັກ, ທັງເປັນປະທານກວດ ກາ ແລະ ເລືອກເອົາສະຫາຍ ນາງ ຈັນທະສອນ ແພງຍະລາດ ເປັນກໍາ ມະການໜ່ວຍພັກ. ໂອກາດນີ້, ສະຫາຍສຸພົນຈັນທະ ວີໄຊ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ກັບຫລາຍຜົນງານທີ່ຍາດມາ ໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນ ໜັກໃຫ້ຄະນະໜ່ວຍພັກການຕະ ຫລາດ ຊຸດໃໝ່ ເອົາໃຈໃສ່ໃນການ ແບ່ງງານ, ແບ່ງຄວາມຮັບຜິດຊອບ ໃຫ້ລະອຽດຈະແຈ້ງ ເພື່ອເປັນບ່ອນ ອີງໃນການເຕົ້າໂຮມຄວາມສາມັກຄີ ຂອງອ້າຍເອື້ອຍນ້ອງສະມາຊິກ ພັກ-ພະນັກງານ ໃນຂົງເຂດຄວາມ ຮັບຜິດຊອບຂອງຕົນໃຫ້ມີຜົນສຳ ເລັດໃນແຕ່ລະໄລຍະ, ເອົາໃຈໃສ່ຕິດ ຕາມ, ກວດກາ, ຊຸກຍູ້ການເຄື່ອນ ໄຫວວຽກງານ, ເນັ້ນໜັກເຖິງ 6ໜ້າ ທີ່ຂອງໜ່ວຍພັກ ໂດຍສະເພາະການ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງເປັນໜ້າທີ່ກວມລວມ ແລະ ຢັ້ງຢືນເຖິງດ້ານດີ, ດ້ານກ້າວ ໜ້າ ແລະ ດ້ານອ່ອນ ໃນການເຄື່ອນ ໄຫວນໍາພາຂອງໜ່ວຍພັກຕົນ. ຂ່າວ-ພາບ: ລາວໂທລະຄົມ ພາຍໃນເພື່ອສົ່ງອອກ, ປຸງແຕ່ງຊັບ ພະຍາກອນທີ່ເປັນທ່າແຮງຂອງປະ ເທດ ໂດຍນຳໃຊ້ເຕັກນິກເຕັກໂນໂລຊີ ທີ່ທັນສະໄໝ, ເປັນເຈົ້າການເກັບລາຍ ຮັບເຂົ້າງົບປະມານໃຫ້ໄດ້ຫລາຍ ເທົ່າທີ່ຈະຫລາຍໄດ້, ສ້າງລາຍຮັບ ໃໝ່ໃຫ້ຫລາຍ ແລະ ໜັກແໜ້ນ; ຍົກ ສູງຈິດໃຈເອກະລາດ, ເປັນເຈົ້າຕົນ ເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ເສີມຂະຫຍາຍ ຄວາມບາກບັ່ນສູ້ຊົນສູງສຸດຂອງ ຕົນເອງ ເປັນສິ່ງຕັດສິນຕົ້ນຕໍໃນການ ຮັບປະກັນຄວາມເປັນເອກະລາດ, ເປັນເຈົ້າຕົນເອງໃຫ້ສະແດງອອກ ຢ່າງເປັນຮູບປະທຳທາງດ້ານເສດ ຖະກິດ, ການຮ່ວມມືດ້ານເສດຖະ ກິດກັບພາຍນອກ ແລະ ການເຊື່ອມ ໂຍງສາກົນ, ຍາດແຍ່ງເອົາການສະ ໜັບສະໜູນຈາກເພື່ອນມິດສາກົນ ໂດຍເລືອກແຟ້ນ ເພື່ອປະກອບສ່ວນ ພັດທະນາປະເທດຊາດໃຫ້ມັ່ງຄັ່ງ ເຂັມແຂງເທື່ອລະກ້າວ. ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ ຮັບຟັງການເຜີຍແຜ່ຂໍ້ຕົກລົງວ່າ ດ້ວຍການສະສາງລົດລັດ ເລກທີ 169/ນຍ ຕື່ມອີກ. ສສຊ ສະເໜີລັດຖະບານ... 6 ເດືອນຕົ້ນປີນີ້ ທຫລ ຈະ.... ຂປລ. ໃນມື້ທີສອງຂອງການ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 11 ມິຖຸນາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງ ປະທານສະພາແຫ່ງຊາດ. ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງຕ່າງໆໄດ້ສືບຕໍ່ປະ ກອບຄຳເຫັນໃສ່ບົດລາຍງານຂອງ ລັດຖະບານເພື່ອສຸມໃສ່ແກ້ໄຂບັນ ຫາເຄັ່ງຮ້ອນທີ່ເກີດຂຶ້ນໃນສັງຄົມໃນ ປັດຈຸບັນ. ໃນນັ້ນ, ທ່ານ ສາຍທອງ ໄຊຍະວົງສສຊປະຈຳເຂດເລືອກຕັ້ງ 15 ແຂວງຈຳປາສັກ ສະເໜີໃຫ້ ລັດຖະບານປັບປຸງໂຄງລ່າງພື້ນ ຖານບັນດາສະຖານທີ່ແຫລ່ງທ່ອງ ທ່ຽວ, ສ້າງຄວາມສະດວກທຸກຢ່າງ, ສ້າງຄວາມວ່ອງໄວ, ສ້າງໃບໜ້າ ໃໝ່ຂອງການທ່ອງທ່ຽວລາວ ໂດຍ ສະເພາະບັນດາຮ້ານອາຫານ, ໂຮງ ແຮມ ແລະ ແຫລ່ງທ່ອງທ່ຽວຕ້ອງ ໄດ້ຮັບການພັດທະນາ, ການບໍລິ ການຕ່າງໆ ຕ້ອງມີຄຸນນະພາບເພື່ອ ເຮັດໃຫ້ນັກທ່ອງທ່ຽວປະທັບໃຈມາ ແລ້ວຢາກມາອີກ. ພ້ອມທັງສະເໜີ ໃຫ້ລັດຖະບານພິຈາລະນາການໃຫ້ ວີຊາຂອງນັກທ່ອງທ່ຽວໃນບາງປະ ເທດ ທີ່ເຫັນວ່າມີຄວາມຈຳເປັນໂດຍ ການຍົກເວັ້ນວີຊາຄວນພິຈາລະນາ, ຄົ້ນຄວ້າຕື່ມ ວ່າຈະໃຫ້ປະເທດໃດ, ຈະໃຫ້ນັກທ່ອງທ່ຽວກຸ່ມໃດ ແລະ ຈະໃຫ້ໃນຮູບແບບໃດ. ທ່ານ ສາຍທອງ ໄຊຍະວົງ ສສຊ ຍັງໃຫ້ຮູ້ອີກວ່າ: ລັດຖະບານໄດ້ເອົາ ໃຈໃສ່ໃນການແກ້ໄຂບັນຫາຕ່າງໆ ເປັນຕົ້ນວຽກງານເສດຖະກິດ, ການແກ້ໄຂບັນຫາເງິນຕາ ໂດຍໄດ້ ອອກນະໂຍບາຍຕ່າງໆ ເຊິ່ງເຫັນ ວ່າການຈັດຕັ້ງປະຕິບັດມີຜົນສຳ ເລັດຫລາຍດ້ານ ສະແດງອອກຕົວ ເລກເງິນຕາຜ່ານລະບົບທະນາຄານ ເຫັນເງິນຕາໄດ້ເພີ່ມຂຶ້ນ 63%. ແຕ່ ເຖິງຢ່າງໃດກໍຕາມ, ບັນຫາຂອງເງິນ ເຟີ້, ອັດຕາແລກປ່ຽນ, ການອ່ອນຄ່າ ຂອງເງິນກີບ ກໍຍັງເປັນບັນຫາຕົ້ນ ຕໍ່ທີ່ສັງຄົມປະສົບພົບພໍ້ຢູ່. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ, ສປປ ນີ້ວ່າ: ໃນໄລຍະ 6 ເດືອນທ້າຍປີ 2024 ນີ້, ທຫລ ຈະສືບຕໍ່ຄຸ້ມຄອງ ອັດຕາແລກປ່ຽນ ໃຫ້ມີສະຖຽນລະ ພາບດີຂຶ້ນ ແລະ ຈະແກ້ໄຂບັນຫາ ຄວາມບໍ່ເຊື່ອໝັ້ນຕໍ່ກັບຄ່າເງິນກີບ ທີ່ຈໍາເປັນທີ່ສຸດ ໃນໄລຍະຕໍ່ໜ້າ. ສຳ ລັບການປະຕິບັດນະໂຍບາຍເສດຖະ ກິດມະຫາພາກ ໂດຍສະເພາະນະໂຍ ບາຍເງິນຕາ ແມ່ນຕ້ອງຍຶດຖືເອົາ ການຮັກສາສະຖຽນລະພາບຄ່າ ເງິນກີບ ເປັນອັນຕົ້ນຕໍ ເພື່ອດຶງຄວາມ ເຊື່ອໝັ້ນຂອງສັງຄົມໃຫ້ກັບມາຖື ຄອງເງິນກີບ, ພ້ອມທັງຈະສືບຕໍ່ ດຳເນີນນະໂຍບາຍເງິນຕາ ໃນທິດ ທາງຮັດກຸມ ແລະ ລະມັດລະວັງ; ສືບ ຕໍ່ສ້າງຄວາມເຂັ້ມແຂງໃຫ້ຖານະ ເງິນຕາ, ເພີ່ມປະສິດທິພາບໃນການ ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຮັດ ກຸມກວ່າເກົ່າ, ຄຸ້ມຄອງປະລິມານ ເງິນ ໃນຂອດຈໍລະຈອນ(M2) ໃຫ້ ຢູ່ໃນລະດັບທີ່ເໝາະສົມ, ສິນເຊື່ອ ຂະຫຍາຍຕົວຢູ່ໃນລະດັບປານກາງ, ລາວ ຕ້ອງສຸມໃສ່ການຜະລິດ ເພື່ອ ທົດແທນການນຳເຂົ້າ ແລະ ສົ່ງອອກ ສິນຄ້າຢ່າງເອົາຈິງເອົາຈັ່ງ ໂດຍສະ ເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ທະນາ ຄານ, ກະຊວງກະສິກຳແລະ ປ່າໄມ້ ລວມເຖິງພາກສ່ວນກ່ຽວຂ້ອງຕ້ອງ ມີກົນໄກການປະສານງານ ເພື່ອເຮັດ ແນວໃດທີ່ຈະສົ່ງເສີມການຜະລິດ ໃຫ້ມີຄວາມແຂງແຮງ,ນຳໄປສູ່ການ ອອກສົ່ງອອກ, ຫລຸດການນຳເຂົ້າ ແລະ ສະໜອງພາຍໃນໃຫ້ພຽງພໍ, ສິນຄ້າໃດທີ່ເຮົາສາມາດຜະລິດໄດ້, ມີວັດຖຸດິບພຽງພໍຕໍ່ການຜະລິດ ຫລື ນຳເຂົ້າວັດຖຸດິບຈຳນວນໜຶ່ງແມ່ນ ໃຫ້ສົ່ງເສີມຢ່າງສຸດຂີດ, ໃຫ້ຖືກຈັດ ຕັ້ງປະຕິບັດບໍ່ໝາຍຄວາມວ່າຖ້າ ຄວາມພ້ອມປີ 2030-2040 ຈຶ່ງ ລົງມືເຮັດ, ເຮົາຄວນລົງມືເຮັດ, ລົງ ມືຈັດຕັ້ງປະຕິບັດ, ອັນໃດທີ່ເຮົາສາ ມາດເຮັດໄດ້ແມ່ນໃຫ້ຜະລິດເລີຍ ຕົວຢ່າງ: ເມື່ອຮອດຍາມລະດູສົ່ງ ອອກມັນຕົ້ນ ເຫັນວ່າຢູ່ຕາມດ່ານ ຕ່າງໆມີການສົ່ງມັນຕົ້ນ ອອກຈຳ ນວນຫລວງຫລາຍ, ສະເໜີລັດຖະ ບານສ້າງຕັ້ງໂຮງງານມັນຕົ້ນ ເພື່ອ ຜະລິດແປງມັນຕົ້ນ ສ້າງມູນຄ່າເພີ່ມ ສົ່ງອອກ, ທັງເປັນການສ້າງວຽກ ເຮັດງານທຳເຮັດໃຫ້ແຮງງານລາວ ບໍ່ອອກໄປເຮັດວຽກຢູ່ຕ່າງປະເທດ ຍ້ອນບໍ່ມີເຮັດວຽກງານທຳ. ພ້ອມນີ້, ທ່ານ ນາງ ມີນາພອນ ໄຊຊົມພູ ສສຊ ເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ມີຄຳເຫັນວ່າ: ແຂວງອັດຕະປື ເປັນແຂວງໜຶ່ງທີ່ມີ ໂຄງການລົງທຶນຂອງລັດຫລາຍ ສົມຄວນ ເຊິ່ງໃນໄລຍະຜ່ານມາ ການປະເມີນບັນດາໂຄງການລົງທຶນ ດັ່ງກ່າວ, ເຫັນວ່າບາງໂຄງການ ຍັງບໍ່ຖືກຕ້ອງຕາມລະບຽບການ ແລະ ໄດ້ມີການໂຈະ 33 ໂຄງການ. ເຖິງວ່າລັດຖະບານ ຈະມີຄວາມພະ ຍາຍາມໃນການປັບປຸງ, ຕິດຕາມ, ກວດກາແລ້ວກໍຕາມແຕ່ຍັງມີຂໍ້ຄົງ ຄ້າງ ທີ່ຈະຕ້ອງສືບຕໍ່ແກ້ໄຂເປັນ ຕົ້ນການຕິດຕາມ, ກວດກາ, ການ ປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນເຂັ້ມງວດ ເຮັດໃຫ້ເກີດມີບາງໂຄງການບໍ່ໄປ ຕາມຂັ້ນຕອນ, ລະບຽບການເຮັດໃຫ້ ເກີດມີຜົນກະທົບຕໍ່ສັງຄົມ, ການແກ້ ໄຂຂໍ້ມູນຊັກຊ້າ, ການນຳໃຊ້ຊັບພະ ຍາກອນທຳມະຊາດ ກັບລາຍຮັບ ຂອງລັດຍັງບໍ່ສົມເຫດສົມຜົນ, ການ ຂຸດຄົ້ນແຮ່ທາດບາງກິດ ຈະການ ລາຍງານບໍ່ສອດຄ່ອງກັບຕົວຈິງ ເຊັ່ນ: ມີການຂຸດຄົ້ນໄດ້ຫລາຍແຕ່ ລາຍງານໜ້ອຍ. ສະນັ້ນ, ສະເໜີໃຫ້ ລັດຖະບານ ເບິ່ງຄືນບັນດາໂຄງການ ທີ່ຈັດຕັ້ງປະຕິບັດໄປແລ້ວ ແລະ ໂຄງການລົງທຶນຄືນໃໝ່, ບາງຫົວ ໜ່ວຍມີການຊັບຊ້ອນ,ບາງຫົວໜ່ວຍ ຢຸດເຊົາກິດຈະການ, ບໍ່ມີການເຄື່ອນ ໄຫວ, ສະເໜີໃຫ້ລັດຖະບານ ແລະ ຂະແໜງການກ່ຽວຂ້ອງຄົ້ນຄວ້າ ກ່ຽວກັບຊັບພະຍາກອນປ່າໄມ້ໂດຍ ສະເພາະກອງທຶນຫັນປ່ຽນທີ່ດິນ ປ່າໄມ້ ໃຫ້ໄດ້ຮັບການຈັດຕັ້ງປະຕິ ບັດ, ຊຸກຍູ້ການນຳໃຊ້ທຶນພັດທະນາ ຊຸມຊົນໃນເຂດພື້ນທີ່ໂຄງການໃຫ້ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ ຫລາຍຂຶ້ນ, ສຳຫລວດຄືນໃໝ່ 3 ປະ ເພດປ່າ ໃຫ້ລະອຽດຊັດເຈນ ເພື່ອພັດ ທະນາຍຸດທະສາດໃນການຈັດສັນ ເຂດການຜະລິດ, ເຂດສະຫງວນ ໄວ້ ແລະ ເຂດທີ່ຈະຟື້ນຟູປ່າ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ຕໍ່າ‹ໜ້າ ຄຸ້ມຄອງສິນເຊື່ອໄປຕາມທິດທາງ ການພັດທະນາຂອງລັດຖະບານ, ຈໍາກັດສິນເຊື່ອດ້ອຍຄຸນນະພາບ, ຮັບປະກັນສະຖຽນລະພາບຂອງ ສະຖາບັນການເງິນໃຫ້ໝັ້ນທ່ຽງ, ພັດທະນາລະບົບການຊຳລະໃຫ້ມີ ປະສິດທິພາບ ເຊື່ອມລະບົບການຊຳ ລະພາຍໃນ ແລະ ຕ່າງປະເທດ, ສົ່ງ ເສີມການນໍາໃຊ້ເງິນກີບ ແລະ ເງິນ ສະກຸນທ້ອງຖິ່ນກັບປະເທດຄູ່ຄ້າ ສໍາຄັນ. ສຳລັບ ມາດຕະການຄຸ້ມຄອງ ອັດຕາເງິນເຟີ້, ທຫລ ຈະສືບຄຸ້ມຄອງ ປະລິມານເງິນ ໃຫ້ຂະຫຍາຍຕົວໃນ ຈັງຫວະທີ່ເໝາະສົມ, ສືບຕໍ່ພັດທະ ນາເຄື່ອງມືນະໂຍບາຍເງິນຕາ, ຕິດ ຕາມສະພາບຄ່ອງຂອງທະນາຄານ ທຸລະກິດຢູ່ ສປປ ລາວ ເພື່ອເປັນ ບ່ອນອີງ ໃນການດໍາເນີນເຄື່ອງມືນະ ໂຍບາຍເງິນຕາ ເປັນຕົ້ນ ສືບຕໍ່ຄົ້ນ ຄວ້າປັບປຸງໂຄງປະກອບ, ກົນໄກ ການຄິດໄລ່, ຕິດຕາມ ແລະ ຮັກສາ ຖານເງິນແຮຝາກບັງຄັບຂອງທະ ນາຄານທຸລະກິດ ໃຫ້ສອດຄ່ອງແຕ່ ລະໄລຍະ ແນໃສ່ສ້າງຄວາມໝັ້ນຄົງ ຂອງລະບົບທະນາຄານ ແລະ ການ ຂະຫຍາຍຕົວຂອງປະລິມານເງິນ; ສືບຕໍ່ຄົ້ນຄວ້າກຳນົດນະໂຍບາຍອັດ ຕາດອກເບ້ຍ ສໍາລັບເງິນກີບໃຫ້ ເໝາະສົມ ເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ຄ່າເງິນກີບ; ຊຸກຍູ້ການເຄື່ອນ ໄຫວຕະຫລາດເປີດໃຫ້ແຂງແຮງ ໂດຍການສ້າງຜະລິດຕະພັນໃໝ່ ເປັນຕົ້ນພັນທະບັດ ທຫລ ໄລຍະ 3 ເດືອນ ແລະ 6 ເດືອນ ເພື່ອໃຫ້ທະ ນາຄານທຸລະກິດ ສາມາດບໍລິຫານ ສະພາບຄ່ອງໃຫ້ມີຄວາມຄ່ອງຕົວ. ພ້ອມນີ້, ຍັງຈະປະສານສົມທົບກັບ ກະຊວງກ່ຽວຂ້ອງ ເພື່ອຮີບຮ້ອນຄົ້ນ ຄວ້າກຳນົດ-ປັບປຸງໂຄງສ້າງລາຄາ ສິນຄ້າທີ່ກະທົບໄວຕໍ່ດັດຊະນີລາ ຄາການຊົມໃຊ້. ສ່ວນມາດຕະການຄຸ້ມຄອງອັດ ຕາແລກປ່ຽນ ເນື່ອງຈາກຖານະຄັງ ສຳຮອງເງິນຕາຕ່າງປະເທດ ຍັງ ບໍ່ເຂັ້ມແຂງ ແລະ ສະພາບການ ເງິນ-ເງິນຕາ ໂດຍລວມຍັງມີຄວາມ ສ່ຽງ. ສະນັ້ນ ທຫລ ຈະສືບຕໍ່ປະຕິ ບັດນະໂຍບາຍອັດຕາແລກປ່ຽນ ຕາມກົນໄກຕະຫລາດ ທີ່ມີການຄຸ້ມ ຄອງຂອງລັດ ດ້ວຍການກຳນົດອັດ ຕາແລກປ່ຽນໃຫ້ມີຄວາມຍືດຍຸ່ນ ແລະ ສ່ອງແສງສະພາບຕົວຈິງ ຂອງຕະຫລາດຫລາຍຂຶ້ນ; ສືບຕໍ່ ປັບປຸງຖານະການເງິນ ຂອງ ທຫລ ໃຫ້ມີຄວາມເຂັ້ມແຂງ, ສ້າງຄວາມ ເຂັ້ມແຂງໃຫ້ຄັງສຳຮອງເງິນຕາ ຕ່າງປະເທດ ໃຫ້ຢູ່ໃນລະດັບຮັບປະ ກັນໄດ້ຂັ້ນພື້ນຖານ ດ້ວຍການເກັບ ຊື້ເງິນຕາຕ່າງປະເທດຕາມລະດູ ການແລະ ເກັບກູ້ຄືນໜີ້ສິນ ເພື່ອປ້ອງ ກັນບໍ່ໃຫ້ຂາດເງິນຕາຕ່າງປະເທດ ໃຫ້ການສະໜອງສິນຄ້າບຸລິມະສິດ (ນ້ຳມັນເຊື້ອໄຟ)ແລະ ສຳຮອງເພື່ອ ປ້ອງກັນຄວາມສ່ຽງບໍ່ໃຫ້ເກີດສະ ພາບການຜິດນັດຊຳລະໜີ້ສິນຕ່າງ ປະເທດ; ສືບຕໍ່ດັດສົມເງິນຕາຕ່າງ ປະເທດ ໃຫ້ການນຳເຂົ້າສິນຄ້າບຸລິ ມະສິດ ເພື່ອຫລຸດຜ່ອນແຮງກົດດັນ ຕໍ່ອັດຕາແລກປ່ຽນ; ເພີ່ມທະວີການ ຊຸກຍູ້ບັນດາທະນາຄານທຸລະກິດຂະ ຫຍາຍໜ່ວຍບໍລິການແລກປ່ຽນ ເງິນຕາໃຫ້ຫລາຍຂຶ້ນ, ພ້ອມທັງ ຄຸ້ມຄອງສະກັດກັ້ນການຄ້ານອກລະ ບົບແລະເພີ່ມທະວີການຈໍາກັດຄວາມ ຕ້ອງການເງິນຕານອກລະບົບ ແລະ ຈະສືບຕໍ່ສ້າງຄວາມສົມດຸນໃຫ້ ແກ່ດຸນການຊຳລະກັບຕ່າງປະເທດ ໂດຍລັດຖະບານປະຕິບັດນະໂຍ ບາຍ ແລະ ມາດຕະການສົ່ງເສີມ ການລົງທຶນຕ່າງປະເທດ, ການທ່ອງ ທ່ຽວ, ການສົ່ງອອກສິນຄ້າຢ່າງ ແຂງແຮງ ເພື່ອເພີ່ມລາຍຮັບເປັນເງິນ ຕາຕ່າງປະເທດແລະຈໍາກັດການນໍາ ເຂົ້າ ເພື່ອໃຫ້ຖານະດຸນເງິນຕາຕ່າງ ປະເທດ ກ້າວເຂົ້າສູ່ຄວາມສົມດຸນ ແລະ ເກີນດຸນ. ຢ່າງໃດກໍຕາມການ ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂົ້າ ສູ່ລະບົບທະນາຄານໃຫ້ຫລາຍຂຶ້ນ ຍັງເປັນວຽກງານໜຶ່ງທີ່ສຳຄັນ ເປັນຕົ້ນ ການສືບຕໍ່ຈົດທະບຽນ ແລະ ຢັ້ງຢືນເປີດບັນຊີສະເພາະໃຫ້ ຜູ້ນຳເຂົ້າ-ສົ່ງອອກ ໃຫ້ຄົບຖ້ວນ, ການສ້າງ, ປັບປຸງ ແລະ ຈັດຕັ້ງປະ ຕິບັດນິຕິກຳກ່ຽວກັບກັບການຄຸ້ມ ຄອງເງິນຕາຕ່າງປະເທດ, ການພັດ ທະນາ ແລະ ນໍາໃຊ້ລະບົບຄຸ້ມຄອງ ກະແສເງິນຕາຕ່າງປະເທດ ແລະ ການສົ່ງເສີມການນໍາໃຊ້ເງິນກີບ ເຊິ່ງຈະສືບຕໍ່ຈັດຕັ້ງປະຕິບັດໃນ ຫລາຍມາດຕະການ ເພື່ອເຮັດໃຫ້ ອັດຕາແລກປ່ຽນ ກ້າວເຂົ້າສູ່ຄວາມ ໝັ້ນທ່ຽງ ແລະ ອັດຕາເງິນເຟີ້ສືບຕໍ່ ຫລຸດລົງ ເທື່ອລະກ້າວ. ຂ່າວ ທະນÌ ທອງ ພາບ ຂັນໄຊ ອ່າ’¦

RkJQdWJsaXNoZXIy MTc3MTYxMQ==