5891

xtgmf]k; 3 12/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ©ດ’ ž່າຕົ່ງ ແຫລ່ງຂໍ້ມູນຈາກ: ເມືອງທ່າໂທມ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເມືອງທ່າໂທມ ແຂວງໄຊສົມ ບູນ ເປັນເມືອງໜຶ່ງທີ່ເອົາໃຈໃສ່ຈັດ ຕັ້ງຜັນຂະຫຍາຍມະຕິຂອງສູນກາງ ພັກ, ມະຕິຂອງອົງຄະນະພັກແຂວງ, ມະຕິຂອງອົງຄະນະພັກເມືອງ ເຂົ້າ ສູ່ລວງເລິກ ໃນຂົງເຂດຕ່າງໆເປັນ ຕົ້ນ: ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ-ການເງິນ, ວຽກງານປກຊປກສ, ວຽກງານວັດທະນະທໍາ-ສັງ ຄົມ ແລະ ວຽກງານອື່ນໆ. ໂດຍສະແດງອອກ ໃນປີ 2023 ຜ່ານມາ ເຖິງວ່າເມືອງຈະພົບກັບ ຄວາມຫຍຸ້ງຍາກຫລາຍປະການແຕ່ ກໍສາມາດຍາດໄດ້ຜົນສໍາເລັດດີພໍ ສົມຄວນ, ອັນພົ້ນເດັ່ນ ເມືອງໄດ້ເອົາ ໃຈໃສ່ວຽກງານສຶກສາອົບຮົມການ ເມືອງ-ແນວຄິດໃຫ້ແກ່ພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາ ຊົນບັນດາເຜົ່າ ດ້ວຍຫລາຍຮູບແບບ, ຫລາຍວິທີການຜ່ານວິທະຍຸ-ໂທ ລະພາບ, ໂທລະໂຄ່ງ ແລະ ອື່ນໆ... g,n v'mj k3m, za o0tspkp,t8y ra d .odkora fmtokglf4tdy f{la '7q , 1j k',u zq oleg]a f ເຮັດໃຫ້ສະພາບແນວຄິດຂອງພະ ນັກງານ, ສະມາຊິກພັກ, ທະຫານ, ຕໍາຫລວດ ຕະຫລອດຮອດປະຊາ ຊົນບັນດາເຜົ່າພາຍໃນເມືອງທ່າໂທມ ໄດ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີ ຄວາມເຊື່ອໝັ້ນຕໍ່ການນໍາພາຂອງ ພັກ-ລັດ, ກໍຄືການນໍາຂອງເມືອງ ຫລາຍຂຶ້ນ ເຮັດໃຫ້ເມືອງມີຄວາມ ສະຫງົບປອດໄພໜັກແໜ້ນ, ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍດີ, ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ໄດ້ຮັບການແກ້ໄຂເປັນກ້າວໆ, ການ ປູກ-ການລ້ຽງຂອງປະຊາຊົນໄດ້ ຂະຫຍາຍຕົວກວ້າງຂວາງເປັນ ຕົ້ນແມ່ນ: ມັນຕົ້ນ, ສາລີ, ໝາກກ້ຽງ, ໝາກນັດ, ຢາງພາລາ ແລະ ພືດຜັກ ອື່ນໆ; ການຈັດເກັບລາຍຮັບໄດ້ 7,4 ຕື້ກວ່າກີບ, ທຽບໃສ່ແຜນການ ປີເທົ່າກັບ 109,59%; ລວມຍອດ ການນໍາເຂົ້າ ແລະ ສົ່ງອອກບັນລຸ 265.632.854.000 ກີບ; ໂຄງ ການລົງທຶນຂອງລັດ, ເອກະຊົນພາຍ ໃນ ແລະ ຕ່າງປະເທດຫລາຍໂຄງ ການໄດ້ເຄື່ອນໄຫວຕາມສັນຍາ; ບັນ ດາຕົວຊີ້ບອກຂອງຂະແໜງສຶກສາ ແລະ ສາທາລະນະສຸກ ຫລາຍຕົວຊີ້ ບອກໄດ້ບັນລຸຕາມແຜນການວາງ ໄວ້; ການຈັດຫາວຽກເຮັດງານທໍາ ຄວບຄູ່ກັບການຄຸ້ມຄອງແຮງງານ ພາຍໃນແລະຕ່າງປະເທດໄດ້ຫັນເຂົ້າ ສູ່ກົດໝາຍເທື່ອລະກ້າວ. ນອກນັ້ນ ຂົງເຂດວຽກງານອື່ນໆກໍໄດ້ຮັບການ ຈັດຕັ້ງປະຕິບັດຕາມພາລະບົດບາດ ຂອງຕົນ ແລະ ສໍາເລັດຕາມແຜນ. ຄ່ຽງຄູ່ກັບຜົນສໍາເລັດທີ່ຍາດມາ ໄດ້ນັ້ນ ເມືອງທ່າໂທມ ຍັງມີຂໍ້ຄົງ ຄ້າງຈໍານວນໜຶ່ງທີ່ຈະຕ້ອງໄດ້ບຸກ ບືນປັບປຸງແກ້ໄຂໃນຕໍ່ໜ້າເຊັນ: ຈະ ຕັ້ງໜ້າສຶກສາອົບຮົມນໍາພາການ ເມືອງ-ແນວຄິດ ຕິດພັນກັບການ ຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄໍາ ສັ່ງ, ກົດໝາຍກ່ຽວຂ້ອງກັບການ ດໍາລົງຊີວິດຂອງພະນັກງານ ແລະ ປະຊາຊົນ ເຖິງວ່າພວກເຮົາໄດ້ເຮັດ, ແຕ່ບໍ່ທັນແຂງແຮງ, ກວ້າງຂວາງ ແລະວ່ອງໄວໂດຍສະເພາະແມ່ນຂັ້ນ ບ້ານ. ຍັງມີບາງຂະແໜງການ ເຄື່ອນໄຫວຕາມພາລະບົດບາດບໍ່ ທັນແຂງແຮງ, ກົນໄກການເປັນເສ ນາທິການໃຫ້ການນໍາເມືອງເຮັດບໍ່ ທັນໄດ້ດີ, ມີການເອື່ອຍອີງໃສ່ການ ນໍາເມືອງ ເປັນຜູ້ແກ້ໄຂ ແລະ ຕັດສິນ ທຸກວຽກງານໃຫ້ຂະແໜງການຕົນ. ການສ້າງແຜນວຽກ, ແຜນງານ ເຄື່ອນໄຫວແຕ່ລະໄລຍະຂອງບາງ ຂະແໜງການ ແມ່ນບໍ່ໄປຕາມແຜນ ທີ່ໄດ້ວາງໄວ້ແຕ່ຫົວທີເຮັດໃຫ້ການ ກວດກາສະຫລຸບຕີລາຄາພົບຄວາມ ຫຍຸ້ງຍາກ ແລະ ຫລາຍຄາດໝາຍບໍ່ ບັນລຸ; ການຄຸ້ມຄອງລັດ, ຄຸ້ມຄອງ ສັງຄົມດ້ວຍກົດໝາຍ ແລະ ລະບຽບ ການຍັງເຮັດບໍ່ທັນເຂັ້ມງວດ ໂດຍສະ ເພາະແມ່ນຂັ້ນບ້ານ ແລະ ຂະແໜງ ການຂອງເມືອງຈໍານວນໜຶ່ງ. ບົດ©ດ’ ‹ິດຕາ gIa fdtly dec[[xtlq ,xtlko lh k']kpIa [ 200 ]h kod;j kdu [8+ xu ຄອບຄົວທ່ານນາງສົມສະໄໝ ບົວສະຫວັນ ປະຊາຊົນບ້ານແສນ ຊຸມ ເມືອງໂພນໂຮງ ແຂວງວຽງຈັນ ແມ່ນຄອບຄົວໜຶ່ງທີ່ປະກອບອາຊີບ ປ້ອງກັນພືດແບບປະສົມປະສານ, ການເຮັດຝຸ່ນບົ່ມ ເຮັດໃຫ້ຜົນຜະລິດ ມີຄຸນນະພາບ ແລະ ຈຳນວນຜົນຜະ ລິດກໍເພີ່ມຂຶ້ນ. ມາຮອດປັດຈຸບັນ, ຕົນເອງ ແລະ ຄອບຄົວໄດ້ຂະຫຍາຍ ເນື້ອທີ່ປູກນາບົວເພີ່ມຂຶ້ນເປັນ5ເຮັກ ຕາ.ນອກຈາກນີ້, ໂຄງການດັ່ງກ່າວ, ຍັງໄດ້ສະໜັບສະໜູນທຶນ ແລະ ອຸປະ ກອນຈຳນວນໜຶ່ງເພື່ອສົ່ງເສີມໃຫ້ ຜະລິດຊາບົວ ໂດຍນຳເອົາເກສອນ ດອກບົວ, ຟັກບົວ, ບີບົວ, ດອກບົວ, ໃບບົວ ແລະ ກ້ານບົວມາຜະລິດເປັນ ຊາ ເຊິ່ງຊາບົວພຸດທະຜະລິດຕະພັນ ກຸ່ມນາບົວ ບ້ານແຊນສຸມ ເມືອງ ໂພນໂຮງ ແຂວງວຽງຈັນ ມີວາງຈຳ ໜ່າຍແລ້ວ ຢູ່ພາຍໃນເມືອງ. ປັດຈຸ ບັນ, ຕົນເອງ ແລະ ຄອບຄົວ ມີລາຍ ຮັບຈາກການຂາຍໝາກບົວ, ຂາຍ ປາ, ຂາຍກຸ້ງ ແລະ ຂາຍຊາບົວ ສະ ເລ່ຍລາຍໄດ້ປະມານ250ລ້ານກີບ/ ປີ. ຄາດວ່າໃນອະນາຄົດຈະຂະ ຫຍາຍເນື້ອທີ່ປູກບົວ ໃຫ້ໄດ້ 6 ເຮັກ ຕາ ແລະ ຈະຂະຫຍາຍການຜະລິດ ຊາບົວ ໃຫ້ໄດ້ 10.000-20.000 ຖົງ ຕໍ່ລະດູການ. ໃນໂອກາດນີ້, ທ່ານນາງສົມສະ ໄໝ ບົວສະຫວັນ ໄດ້ສະແດງຄວາມ ຂອບໃຈທີ່ມີໂຄງການປາກາ ແລະ ວິຊາການກະສິກໍາຂັ້ນເມືອງ, ຂັ້ນ ແຂວງລົງມາຊຸກຍູ້ສົ່ງເສີມແລະ ໃຫ້ ຄຳແນະນຳຕ່າງໆ ເຊິ່ງເຮັດໃຫ້ກຸ່ມ ຜະລິດນາບົວ ໄດ້ຮັບຜົນປະໂຫຍດ ຫລາຍຢ່າງ, ເຮັດໃຫ້ຜົນຜະລິດມີຄຸນ ນະພາບທາງດ້ານປະລິມານ ແລະ ຄຸນນະພາບສາມາດສ້າງລາຍຮັບປະ ກອບສ່ວນເຂົ້າໃນການແກ້ໄຂຊີວິດ ການເປັນຂອງປະຊາຊົນໃຫ້ດີຂຶ້ນ. ເຮັດນາ ແລະ ລ້ຽງສັດ, ມາຮອດປີ 2019 ໄດ້ເລີ່ມເຮັດນາບົວ (ປູກ ໝາກບົວ) ດ້ວຍເນື້ອ 3 ເຮັກຕາ ເຊິ່ງການປູກນາບົວ, ເຮັດນາ, ລ້ຽງ ສັດ ຜົນຜະລິດບາງປີກໍຫລາຍ, ບາງ ປີພົບບັນຫາບົ້ງທໍາລາຍຝັກບົວ, ເຂົ້ານາເປັນພະຍາດເພ້ຍແດງ ເຮັດ ໃຫ້ຜົນຜະລິດກໍໜ້ອຍລົງ ເຊິ່ງວິທີ ການແກ້ໄຂແມ່ນເຮັດຕາມການແນະ ນຳຂອງຊາວບ້ານ ໂດຍໃຊ້ຢາເຄມີ ກໍາຈັດບົ້ງ ແລະ ເພ້ຍແດງ, ການຜະ ລິດກະສິກຳ ໄລຍະຜ່ານມາແມ່ນ ເຮັດຕາມມີຕາມເກີດ ບໍ່ມີການແປງ ຮູບ (ຂາຍສົດ) ສະເລ່ຍລາຍຮັບປະ ມານ 90-100 ລ້ານກີບຕໍ່ປີ. ທ່ານ ນາງ ສົມສະໄໝ ບົວສະ ຫວັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວສໍາ ນັກຂ່າວສານປະເທດລາວ ເມື່ອບໍ່ ດົນນີ້ວ່າ: ພາຍຫລັງທີ່ໄດ້ເຂົ້າຮ່ວມ ໂຄງການປາກາ ໃນປີ 2021 ທີມ ງານວິຊາການຂອງໂຄງການກໍໄດ້ ລົງມາໃຫ້ຄຳປຶກສາ, ແນະນຳກ່ຽວ ກັບວິທີປູກນາບົວ, ລ້ຽງປາ, ລ້ຽງ ກຸງ ແລະ ເຮັດນາ ເຊິ່ງເຮັດໃຫ້ຄອບ ຄົວມີການປ່ຽນແປງ, ປັບປ່ຽນວິທີ ການຜະລິດ ໂດຍຫັນເປັນການຜະ ລິດກະສິກຳສະອາດ ໂດຍໂຄງການ ໄດ້ສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບທັກສະການຜະລິດ, ການ xt-k-q oc0;'v5 fq ,w- ltg|u g4y ' rkdlj ;odj P;0h v'cdh w0s]kp[a osk mu j 8y fra oda [7;k,m5 dpkd ໃນໄລຍະຜ່ານມາລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງ ລ້ວນແຕ່ ໄດ້ສຸມທຶນຮອນບໍ່ໜ້ອຍເຂົ້າໃນ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນບັນດາເຜົ່າຢ່າງຕັ້ງໜ້າ ອັນເຮັດ ໃຫ້ຄວາມທຸກຍາກນັບມື້ຫລຸດລົງ, ພື້ນຖານໂຄງລ່າງ, ຊີວິດການເປັນຢູ່ ທາງດ້ານວັດຖຸຈິດໃຈຂອງປະຊາ ຊົນໄດ້ຮັບການປັບປຸງດີຂຶ້ນ. ແຕ່ກໍ ຍັງມີປະຊາຊົນຈຳນວນບໍ່ໜ້ອຍຍັງ ຮຽກຮ້ອງເຖິງລັດຖະບານ ຕ້ອງໄດ້ ສົ່ງເສີມວິຊາການລົງໃກ້ຊິດ ແລະ ນຳພາປະຊາຊົນທຳການຜະລິດທີ່ ໄດ້ມາດຕະຖານໃຫ້ກາຍເປັນສິນ ຄ້າສົ່ງອອກ ເພື່ອຫລຸດຜ່ອນການ ນຳເຂົ້າ. ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ທັງເປັນສະມາ ຊິກສະພາແຫ່ງຊາດເຂດເລືອກຕັ້ງ ທີ 4 ແຂວງອຸດົມໄຊ ໃຫ້ສຳພາດ ໂອກາດເຂົ້າຮ່ວມກອງປະຊຸມສະ ໄໝສາມັນ ເທື່ອທີ 7 ຂອງສະພາ ແຫ່ງຊາດ ຊຸດທີ 9 ວ່າ: ຜ່ານການ ລົງພົບປະຜູ້ມີສິດເລືອກຕັ້ງຢູ່ເຂດ ເລືອກຕັ້ງປະຊາຊົນ ກໍໄດ້ສະເໜີ ຫລາຍບັນຫາ ໂດຍສະເພາະແມ່ນ ບັນຫາການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກມີບາງ ວຽກກ່ຽວກັບການພັດທະນາຊົນ ນະບົດ ພະນັກງານກໍເຂົ້າໃຈບໍ່ແຈ້ງ ອັນໄດ້ສ້າງຄວາມສັບສົນ ແລະ ເວ ລາລົງຊີ້ນຳ-ນຳພາ ກໍບໍ່ລົງເລິກເຖິງ ອາຊີບຂອງປະຊາຊົນເປັນຕົ້ນແມ່ນ ການປູກ-ການລ້ຽງ ໂດຍສ່ວນໃຫຍ່ ແລ້ວແມ່ນປະຊາຊົນເຮັດເອງເຮັດ ຕາມຄວາມຮັບຮູ້ຂອງເຂົາເຈົ້າ ສົ່ງ ຜົນໃຫ້ປະສິດທິຜົນໄດ້ໜ້ອຍ. ນອກ ນີ້, ດິນທຳການຜະລິດ ໂດຍສະເພາະ ແມ່ນບ້ານຈັດສັນທີ່ຍົກຍ້າຍຈາກ ຜົນກະທົບຂອງໂຄງການມີບາງ ບ້ານກໍໄດ້ແຕ່ດິນຢູ່ອາໄສ, ແຕ່ດິນ ທຳການຜະລິດພັດຈຳກັດ ບວກໃສ່ ການສົ່ງເສີມທາງດ້ານວິຊາການ ໂດຍສະເພາະແມ່ນສູນເຕັກນິກກະສິ ກຳບາງເມືອງກໍມີແລ້ວ, ແຕ່ບໍ່ມີປະ ສິດທິຜົນ ແລະ ໄດ້ເຊົາການເຄື່ອນ ໄຫວ. ບັນຫາເຫລົ່ານີ້ຢາກສະເໜີ ໃຫ້ລັດຖະບານ ເອົາໃຈໃສ່ສົ່ງເສີມ ວິ ຊາການລົງເຄື່ອນໄຫວນຳພາປະ ຊາຊົນໄປທັດສະນະ ບ່ອນທີ່ເປັນ ແບບຢ່າງ, ຄອບຄົວຕົວແບບ ເພື່ອ ໃຫ້ເຂົາເຈົ້າມີຄວາມເຂົ້າໃຈແລະນຳ ເອົາຄວາມຮູ້ປະສົບການຈາກບ່ອນ ນັ້ນໆມາຈັດຕັ້ງປະຕິບັດຕົວຈິງ. ຂະນະທີ່ປະຊາຊົນຕ້ອງການ ທຳການຜະລິດ ແຕ່ການປ່ອຍສິນ ເຊື່ອໃນໄລຍະຜ່ານມາ ໂດຍສ່ວນ ໃຫຍ່ຄອບຄົວທຸກຍາກແທ້ໆ ແມ່ນ ບໍ່ສາມາດເຂົ້າເຖິງສິນເຊື່ອໄດ້. ດັ່ງ ນັ້ນ, ຈຶ່ງສະເໜີໃຫ້ລັດຖະບານປັບ ປຸງລະບົບສິນເຊື່ອ, ເງື່ອນໄຂເຮັດ ແນວໃດ ເພື່ອໃຫ້ປະຊາຊົນຜູ້ທຸກ ຍາກທີ່ຢາກທຳການຜະລິດສາມາດ ເຂົ້າເຖິງໄດ້ສິນເຊື່ອ. ພ້ອມນີ້, ມີ ບາງບ້ານປະຊາຊົນສະເໜີຢາກ ໄດ້ ຕະຫລາດ ແລະ ເມື່ອລັດໄປສ້າງຕະ ຫລາດໃຫ້ແລ້ວ ກໍບໍ່ມີຜົນຜະລິດໄປ ວາງຂາຍ ເຊິ່ງບັນຫານີ້ ພາກສ່ວນ ກ່ຽວຂ້ອງຢູ່ຮາກຖານຕ້ອງໄດ້ເອົາ ໃຈໃສ່ຊີ້ນຳ-ນຳພາຢ່າງເອົາຈິງ ເອົາຈັງ ເພື່ອສາມາດທຳການຜະລິດ ກະສິກຳ ຫລື ໄດ້ຜົນຜະລິດມາວາງ ຂາຍ. ແນວໃດກໍດີ ການພັດທະນາ ທຸກດ້ານລ້ວນແຕ່ຕິດພັນກັບການ ແກ້ໄຂປາກົດການຫຍໍ້ທໍ້ ໂດຍສະ ເພາະບັນຫາຢາເສບຕິດ, ຕ້ານຢາ ເສບຕິດໄປພ້ອມໆກັນໃຫ້ນັບມື້ຫລຸດ ລົງເທື່ອລະກ້າວ ແລະ ອື່ນໆ. ທ່ານ ຄຳຈັນ ໂສຕາປະເສີດ ກ່າວ.

RkJQdWJsaXNoZXIy MTc3MTYxMQ==