5891

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 12/06/2024 xtgmf]k; ຝຶກອົບຮົມໃຫ້ພະນັກງານ... ຂ້າຫລວງໃຫຍ່ ສປຊ... 6 ເດືອນທ້າຍປີນີ້ ລັດຈະສູ້ຊົນ... ປະທານປະເທດ ເດີນທາງ... ລັດຖະບານ ຈະແກ້ໄຂ... ມົງໂກລີ ພ້ອມດ້ວຍຄະນະຕ້ອນຮັບ ຈາກຝ່າຍມົງໂກລີ ແລະ ຝ່າຍລາວ ທີ່ສະໜາມບິນສາກົນ ຈິງກິສຄານ. ການຢ້ຽມຢາມຄັ້ງນີ້, ເພື່ອສືບຕໍ່ ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ມົງໂກລີ ໃຫ້ໄດ້ຮັບ ການພັດທະນາຍິ່ງໆຂຶ້ນ. ໃນໂອກາດຢ້ຽມຢາມລັດຖະກິດ ໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຈະດໍາເນີນການພົບປະສອງຝ່າຍ ກັບ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະ ທານາທິບໍດີ ແຫ່ງ ມົງໂກລີ, ເຂົ້າ ຮ່ວມເປັນສັກຂີພິຍານໃນພິທີລົງ ນາມເອກະສານຮ່ວມມືສອງຝ່າຍ, ຢ້ຽມຊົມພິພິຕະພັນ ຈິງກິສຄານ, ຢ້ຽມຢາມເຮືອນພື້ນເມືອງ ແລະ ຊົມການສາທິດບຸນມະໂຫລານ ນາດໍາ (The Mini Naadam Festival) ລະໃຫ້ກຽດປູກຕົ້ນໄມ້ ເພື່ອເປັນອານຸສອນ ຢູ່ສວນສາທາ ລະນະວັດທະນະທໍາ ມົງໂກລີ. ຂ່າວ-ພາບ: ກຕທ ໃນໂອກາດພົບປະໂອ້ລົມກັບ ການນໍາຂັ້ນສູງຂອງ ສປປ ລາວ, ຂ້າຫລວງໃຫຍ່ ສປຊ ເພື່ອສິດທິມະ ນຸດ ໄດ້ຕີລາຄາສູງຕໍ່ການຮ່ວມມື ທີ່ດີລະຫວ່າງລັດຖະບານລາວ ແລະ ຫ້ອງການຂ້າຫລວງໃຫຍ່ ສປຊ ເພື່ອສິດທິມະນຸດ ໃນໄລຍະຜ່ານມາ ແລະສະແດງຄວາມຊົມເຊີຍຕໍ່ຄວາມ ພະຍາຍາມ ແລະ ຜົນສໍາເລັດເປັນ ກ້າວໆມາຂອງວຽກງານການສົ່ງ ເສີມ ແລະ ປົກປ້ອງສິດທິມະນຸດຢູ່ ສປປ ລາວ ໂດຍສະເພາະການຈັດ ຕັ້ງປະຕິບັດພັນທະ, ຄໍາໝັ້ນສັນຍາ ສາກົນ ພາຍໃຕ້ສົນທິສັນຍາດ້ານສິດ ທິມະນຸດ ທີ່ ສປປ ລາວ ເປັນພາຄີ ກໍ ຄືພາຍໃຕ້ກົນໄກທົບທວນປະຈໍາໄລ ຍະ(UPR)ລວມທັງການສ້າງແລະ ປ້ອງກັນບົດລາຍງານແຫ່ງຊາດ ຂອງ ສປປ ລາວ. ພ້ອມທັງຊົມ ເຊີຍຕໍ່ບົດບາດຂອງ ສປປ ລາວ ໃນການເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ“ເພີ່ມທະວີ ການ ເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ”. ນອກນັ້ນ, ກໍໄດ້ ແລກປ່ຽນຄໍາຄິດເຫັນກ່ຽວກັບການ ສົ່ງເສີມບົດບາດຍິງ-ຊາຍ, ການປະ ຕິບັດກົດໝາຍທີ່ກ່ຽວຂ້ອງກັບສິດ ທິມະນຸດ ແລະ ສິດທິທາງດ້ານເສດ ຖະກິດ, ສັງຄົມ ແລະ ວັດທະນະທໍາ. ພ້ອມກັນນັ້ນ, ການນໍາຂັ້ນສູງ ຂອງ ສປປ ລາວ ໄດ້ຍົກໃຫ້ເຫັນຜົນ ສໍາເລັດເປັນກ້າວໆມາໃນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ການສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ແລະ ການ ແກ້ໄຂບັນຫາຢາເສບຕິດ, ການຈັດ ຕັ້ງປະຕິບັດເປົ້າໝາຍການພັດທະ ນາແບບຍືນຍົງລວມທັງເປົ້າໝາຍ ສະເພາະ ສໍາລັບ ສປປ ລາວ ກ່ຽວ ກັບການແກ້ໄຂຜົນກະທົບຂອງລະ ເບີດບໍ່ທັນແຕກ ເຊິ່ງເປັນສິ່ງກີດ ຂວາງອັນສໍາຄັນຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ຕໍ່ການລຶບລ້າງ ຄວາມທຸກຍາກ ກໍຄື ຕໍ່ການຊົມໃຊ້ ສິດທິມະນຸດຂອງປະຊາຊົນລາວ ບັນດາເຜົ່າ. ສປປ ລາວ ຍາມໃດກໍມີ ຄວາມພະຍາມຍາມໃນການຈັດຕັ້ງ ຜັນຂະຫຍາຍພັນທະສາກົນພາຍ ໃຕ້ສົນທິສັນຍາສາກົນດ້ານສິດທິ ມະນຸດທີ່ ສປປ ລາວ ເຂົ້າເປັນພາຄີ ເຂົ້າໃນລະບົບກົດໝາຍຂອງ ສປປ ລາວ ດ້ວຍການບັນຍັດສິດທິພື້ນ ຖານ ແລະ ພັນທະຂອງປະຊາຊົນ ລາວ ໄວ້ໃນລັດຖະທໍາມະນູນ, ກົດ ໝາຍ ແລະ ນິຕິກໍາຫລາຍໆສະບັບ, ພ້ອມທັງເອົາໃຈໃສ່ໃນການສ້າງ ຄວາມຮັບຮູ້ແລະຄວາມເຂົ້າໃຈຢ່າງ ຖືກຕ້ອງກ່ຽວກັບສິດທິມະນຸດໃຫ້ ພະນັກງານ ແລະ ເຈົ້າໜ້າທີ່ຂັ້ນສູນ ກາງ, ຂັ້ນທ້ອງຖິ່ນ ກໍຄື ອົງການຈັດ ຕັ້ງມະຫາຊົນ, ອົງການຈັດຕັ້ງທາງ ສັງຄົມ ແລະ ປະຊາຊົນ. ໃນຖານະ ເປັນປະທານອາຊຽນປີ 2024 ທັງ ເປັນປະທານຄະນະກໍາມາທິການ ລະຫວ່າງລັດຖະບານອາຊຽນ ວ່າ ດ້ວຍສິດທິມະນຸດ ສປປ ລາວ ໄດ້ຕັ້ງ ໜ້າປະກອບສ່ວນເຂົ້າໃນສົ່ງເສີມ ການຮ່ວມມືວຽກງານສິດທິມະນຸດ ໃນອາຊຽນບົນພື້ນຖານຈຸດພິເສດ ແລະ ຄວາມເປັນຈິງຂອງອາຊຽນ ແລະ ຂອງແຕ່ລະປະເທດສະມາຊິກ ອາຊຽນ. ໄດ້ແຕ່ງຕັ້ງຜູ້ຕາງໜ້າພິ ເສດ ຂອງປະທານອາຊຽນກ່ຽວກັບ ມຽນມາ ເພື່ອອໍານວຍຄວາມສະ ດວກ ແລະ ຊ່ວຍມຽນມາໃນການ ປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາ ຊຽນ ເພື່ອຊອກຫາວິທີທາງແກ້ໄຂ ແບບກວມລວມ, ສັນຕິວິທີ ແລະ ຍືນຍົງຕໍ່ສະຖານະການພາຍໃນ ມຽນມາ ບົນພື້ນຖານມຽນມາ ເປັນ ເຈົ້າການ ແລະ ນໍາພາ. ໃນໂອກາດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຂ້າຫລວງໃຫຍ່ ສປຊ ເພື່ອສິດທິມະນຸດຍັງໄດ້ພົບປະກັບ ທ່ານ ອາລຸນແກ້ວ ກິດຕິຄຸນ ຜູ້ຕາງ ໜ້າພິເສດປະທານອາຊຽນ ຂອງ ສປປ ລາວ ສໍາລັບມຽນມາ, ພົບ ປະສົນທະນາກັບທ່ານທູດ ຢົ້ງ ຈັນ ທະລັງສີ ຜູ້ຕາງໜ້າ ສປປ ລາວ ປະ ຈໍາຄະນະກໍາມາທິການລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິ ມະນຸດ, ພົບປະກັບກົມສົນທິສັນຍາ ແລະ ກົດໝາຍກະຊວງການຕ່າງ ປະເທດ ເຊິ່ງເປັນທັງກອງເລຂາຄະ ນະກໍາມະການແຫ່ງຊາດ ວ່າດ້ວຍ ສິດທິມະນຸດ ແລະ ເຂົ້າຮ່ວມກອງປະ ຊຸມສໍາມະນາຫົວຂໍ້ສິດທິມະນຸດແລະ ສິ່ງແວດລ້ອມ ໂດຍເນັ້ນເຖິງສິດທິ ໃນການມີສິ່ງແວດລ້ອມທີ່ສະອາດ, ປອດໄພ ແລະ ຍືນຍົງ ທີ່ໄດ້ຈັດຂຶ້ນທີ່ ຄະນະນິຕິສາດ ແລະ ລັດຖະສາດ ມະ ຫາວິທະຍາໄລແຫ່ງຊາດໂດຍມີຄູ ອາຈານ, ນັກສຶກສາ, ຜູ້ຕາງໜ້າຈາກ ອົງການຈັດຕັ້ງມະຫາຊົນ, ອົງການ ຈັດຕັ້ງທາງສັງຄົມ ເຂົ້າຮ່ວມ. ຂ່າວ: ກຕທ, ພາບ: ຂັນໄຊ ນັ້ນ, ຈະໄດ້ຄົ້ນຄວ້າປັບປຸງນະໂຍ ບາຍອັດຕາດອກເບ້ຍເງິນຝາກທີ່ ເປັນເງິນກີບເພີ່ມຂຶ້ນໃນໄລຍະໃດ ໜຶ່ງ ເພື່ອສ້າງຄຸນຄ່າຂອງເງິນກີບ ໃຫ້ສູງຂຶ້ນ, ສ້າງຄວາມເຊື່ອໝັ້ນໃຫ້ ແກ່ສັງຄົມໃນການຖືຄອງເງິນກີບ, ປະຕິບັດການສຳລະສະສາງຢູ່ພາຍ ໃນປະເທດດ້ວຍເງິນກີບ ແລະ ປະຕິ ບັດການລວມສູນເງິນຕາຕ່າງປະ ເທດຢູ່ທະນາຄານ. ທັງນີ້, ເພື່ອຮັບ ປະກັນຄວາມພ້ອມໃນການເປັນເຈົ້າ ພາບກອງປະຊຸມອາຊຽນ ແລະ ປີ ທ່ອງທ່ຽວລາວ ໃນປີ 2024 ໃຫ້ໄດ້ ຮັບໝາກຮັບຜົນໃນລະດັບສູງ. ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ໃຫ້ຮູ້ ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາ ແຫ່ງຊາດ ຊຸດທີ IX ວັນທີ 10 ມິຖຸນາ 2024 ຜ່ານມານີ້ວ່າ: ແຕ່ນີ້ ຮອດທ້າຍປີ 2024 ລັດຖະບານ ຈະໄດ້ສືບຕໍ່ຍຶດໝັ້ນ ແລະ ຈັດຕັ້ງປະ ຕິບັດບັນດາທິດທາງຄາດໝາຍ ວຽກງານຈຸດສຸມ ທີ່ກໍານົດໄວ້ໃນມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ, ບັນດາມະຕິຂອງສະພາແຫ່ງ ຊາດ ບົນຈິດໃຈສືບຕໍ່ສ້າງການຫັນ ປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອຮັບປະກັນໃຫ້ ປະເທດຊາດສືບຕໍ່ມີຄວາມສະຖຽນ ລະພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ເສດຖະ ກິດ-ສັງຄົມ ສືບຕໍ່ຂະຫຍາຍຢ່າງຕໍ່ ເນື່ອງຕາມທິດສາມາດກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງບົນພື້ນຖານການຈັດ ຕັ້ງປະຕິບັດມະຕິ 04/13 ກມສພ ວ່າດ້ວຍການສ້າງເສດຖະກິດເອກະ ລາດ, ເປັນເຈົ້າຕົນເອງໃນໄລຍະໃໝ່ ໃຫ້ມີໝາກຜົນຕົວຈິງ ເພື່ອສາມາດ ແກ້ໄຂຄວາມຫຍຸ້ງຍາກ ແລະ ບັນ ຫາທີ່ເຄັ່ງຮ້ອນທາງດ້ານເສດຖະ ກິດ-ການເງິນໄດ້ເປັນກ້າວໆ; ສືບ ຕໍ່ປະຕິບັດແນວທາງການຕ່າງປະ ເທດຢ່າງຕັ້ງໜ້າ ເພື່ອສ້າງພື້ນຖານ ອັນໜັກແໜ້ນໃຫ້ແກ່ການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແຕ່ນີ້ຮອດທ້າຍ ປີ 2024. ພ້ອມນີ້, ຍັງຈະສຸມໃສ່ແກ້ໄຂບັນ ຫາການສະໜອງພະລັງງານໄຟຟ້າ ບໍ່ພຽງພໍກັບຄວາມຕ້ອງການດ້ວຍ ການເລັ່ງຊຸກຍູ້ບັນດາໂຄງການທີ່ ໄດ້ຮັບອະນຸມັດຜ່ານມາ ໃຫ້ດຳເນີນ ກໍ່ສ້າງສຳເລັດຕາມແຜນທີ່ໄດ້ກຳ ນົດໄວ້, ເລັ່ງພັດທະນາພະລັງງານ ລົມ, ພະລັງງານແສງອາທິດທີ່ສາ ມາດກໍ່ສ້າງໄວ ໂດຍສະເພາະພະລັງ ງານແສງອາທິດໃນເຂດອ່າງນໍ້າ ໜ້າເຂື່ອນໄຟຟ້າ, ເຂດທີ່ດິນປອກ ໂລ້ນ, ດິນຫີນແຮ່ ທີ່ບໍ່ເໝາະສົມແກ່ ການພັດທະນາກະສິກໍາ. ພ້ອມນັ້ນ, ກໍໃຫ້ເລັ່ງກໍ່ສ້າງສາຍສົ່ງໄຟຟ້າ ເພື່ອ ລຳລຽງເອົາກະແສໄຟຟ້າຈາກບ່ອນ ທີ່ມີຫລາຍ ແລະ ເຫລືອນຳໃຊ້ໄປສູ່ ບ່ອນຂາດແຄນ ແລະ ເຊື່ອມຕໍ່ກັບ ປະເທດໃກ້ຄຽງ; ສຸມໃສ່ການຈັດຕັ້ງ ປະຕິບັດສິນເຊື່ອ ເພື່ອກະຕຸ້ນເສດ ຖະກິດ ແລະ ສິນເຊື່ອເພື່ອກະຈາຍ ລົງສູ່ທ້ອງຖິ່ນ ໃຫ້ເປັນຮູບປະທຳ, ພ້ອມທັງໃຫ້ຮີບຮ້ອນອອກເປັນນິ ຕິກຳກຳນົດເງື່ອນໄຂໃນການຄັດ ເລືອກເອົາບໍລິສັດ ເພື່ອປະຕິບັດນະ ໂຍບາຍການສະໜອງທຶນ ໃນການ ເກັບຊື້ຜະລິດຕະພັນກະສິກຳສົ່ງ ອອກໄປຕ່າງປະເທດ ແລະ ນຳເງິນ ຕາຕ່າງປະເທດ ມາຂາຍໃຫ້ທະນາ ຄານຄືນ; ເລັ່ງຫັນການໂຄງການ ທົດລອງແຮ່ທາດ ໄປສູ່ກົນໄກປົກກະ ຕິຕາມກົດໝາຍກໍານົດ, ຢຸດຕິການ ອະນຸຍາດໃຫ້ຂຸດຄົ້ນຄຳຕົກຂ້ອນ ຢ່າງເດັດຂາດ. ພ້ອມກັນນັ້ນ, ພາຍ ຫລັງທີ່ສະພາແຫ່ງຊາດຮັບຮອງ ເອົາຜົນການປະເມີນຄືນບັນດາໂຄງ ການບໍ່ແຮ່ແລ້ວ, ລັດຖະບານຈະ ໄດ້ຮີບຮ້ອນປະຕິບັດມາດຕະການ ຕ່າງໆຢ່າງເຂັ້ມງວດ ໂດຍສະເພາະ ແມ່ນໂຄງການທີ່ຖືກຈັດໃນປະເພດ ອ່ອນ ແລະ ອ່ອນຫລາຍ (ຈັດໃນປະ ເພດ C+ ແລະ C). ພ້ອມນັ້ນ, ຈະ ໄດ້ສຸມໃສ່ມາດຕະການຄຸ້ມຄອງ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄາ, ແຮ່ຫາຍາກ ແລະ ອື່ນໆ ທັງຈະໄດ້ ຮີບຮ້ອນຄົ້ນຄວ້ານະໂຍບາຍຕົວຈິງ ຈຳນວນໜຶ່ງ ເພື່ອໃຫ້ມີການສ້າງ ໂຮງງານປຸງແຕ່ງແຮ່ສຳເລັດຮູບ ຢູ່ລາວ; ເລັ່ງປັບປຸງຂັ້ນຂອດການ ບໍລິການຂົນສົ່ງສິນຄ້າຜ່ານດ່ານ ຊາຍແດນ ແລະ ບັນດາທ່າບົກ ໃຫ້ ງ່າຍດາຍ, ວ່ອງໄວ, ສະດວກກວ່າ ເກົ່າ ແລະ ຫລຸດຄ່າໃຊ້ຈ່າຍທີ່ບໍ່ຈໍາ ເປັນ ເພື່ອສາມາດແຂ່ງຂັນໃນການ ເຊື່ອມຈອດ ແລະ ເຊື່ອມໂຍງກັບສາ ກົນ ໂດຍເລັ່ງຄົ້ນຄວ້າການເກັບຄ່າບໍ ລິການຜ່ານທ່າບົກ, ການຂົນສົ່ງສິນ ຄ້າຜ່ານທາງລົດໄຟ, ທາງລົດບັນທຸກ ຂົນສົ່ງສິນຄ້າ, ຄ່າທຳນຽມ, ຄ່າບໍລິ ການຜ່ານດ່ານ ໃຫ້ເໝາະສົມ ແລະ ເປັນເອກະພາບກັນ; ສຸມໃສ່ຍູ້ແຮງ ການສົ່ງເສີມການຜະລິດກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານ, ທົດແທນການນຳເຂົ້າ ແລະ ເປັນ ສິນຄ້າສົ່ງອອກໃຫ້ຫລາຍ; ສືບຕໍ່ ສົ່ງເສີມຈຸນລະວິສາຫະກິດ ແລະ ວິ ສາຫະກິດຂະໜາດນ້ອຍ, ຂະໜາດ ກາງ ໃຫ້ແຂງແຮງກ່ວາເກົ່າ ແລະ ສືບຕໍ່ປະຕິບັດປະຕິຮູບລັດວິສາຫະ ກິດໃຫ່ຍໃຫ້ສຳເລັດຕາມແຜນການ ທີ່ວາງໄວ້. ພ້ອມກັນນີ້, ລັດຖະບານຍັງຈະ ສຸມໃສ່ການເກັບລາຍຮັບງົບປະມານ ປີ 2024 ໃຫ້ໄດ້ຕາມແຜນ ຫລື ເກີນ ແຜນໃຫ້ເປັນປີທີ 4 ຕິດຕໍ່ກັນ. ໃນ ນັ້ນ, ສຸມໃສ່ຂະຫຍາຍຖານລາຍ ຮັບໃໝ່ໃຫ້ເພີ່ມຂຶ້ນ, ເກັບລາຍຮັບ ຈາກຖານທີ່ມີຢູ່ແລ້ວໃຫ້ຄົບຖ້ວນ, ເລັ່ງການຫັນການເກັບລາຍຮັບໃຫ້ ເປັນທັນສະໄໝໃຫ້ກວ້າງ ແລະ ກວມ ເອົາຫລາຍຂົງເຂດ ໂດຍສະເພາະ ການເກັບລາຍຮັບຢູ່ດ່ານ, ການເກັບ ລາຍຮັບຈາກຄ່າທຳນຽມ, ຄ່າບໍລິ ການ ແລະ ອື່ນໆ; ສືບຕໍ່ປະຕິບັດລາຍ ຈ່າຍງົບປະມານຢ່າງຮັດກຸມ, ປະ ຢັດມັດທະຍັດ ໂດຍໃຫ້ບູລິມະສິດ ການເບີກຈ່າຍເງິນເດືອນ, ເງິນອຸດ ໜູນ, ການຊຳລະໜີ້ສິນຕ່າງປະເທດ, ການເປັນປະທານກອງປະຊຸມອາ ຊຽນ. ສ່ວນການຈັດຊື້ໃໝ່ ຖ້າບໍ່ຈຳ ເປັນແທ້ໆ ແມ່ນຈະໄດ້ໂຈະໄວ້ກ່ອນ; ຈະສືບຕໍ່ປັບປຸງສະພາບແວດລ້ອມ ແລະ ນະໂຍບາຍສົ່ງເສີມການລົງ ທຶນ, ການດໍາເນີນທຸລະກິດ ຢູ່ ສປປ ລາວ ໃຫ້ແຂງແຮງກວ່າເກົ່າ ແລະ ສາມາດຕັດຂັ້ນຂອດທີ່ອຸດຕັນອອກ ໃຫ້ໄດ້, ສຸມໃສ່ຕິດຕາມກວດກາບັນ ດາໂຄງການລົງທຶນທີ່ໄດ້ຮັບອະ ນຸມັດຜ່ານມາ, ໂຄງການໃດທີ່ບໍ່ມີ ຄວາມຄືບໜ້າ ຫລື ມີຄວາມຄືບໜ້າ ຊ້າ ກໍໃຫ້ເຊີນບໍລິສັດ ມາແຈ້ງເຕືອນ ແລະ ເຮັດບົດບັນທຶກໄວ້ພ້ອມທັງກຳ ນົດເວລາໃຫ້ບໍລິສັດ ໄປແກ້ໄຂ,ຖ້າ ແກ້ໄຂບໍ່ໄດ້ແມ່ນຈະໄດ້ກ້າວໄປສູ່ ການຍົກເລີກ ຫລື ແຈ້ງສິ້ນສຸດສັນ ຍາໂດຍສະເພາະໂຄງການກໍ່ສ້າງ ທາງດ່ວນ ແລະ ໂຄງການບໍ່ແຮ່. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ປະຊຸມໄອປາ ຄັ້ງທີ 45 ໃນຄັ້ງນີ້ ກໍເພື່ອຍົກລະດັບຄວາມຮູ້, ຄວາມສາ ມາດ ແລະ ທັກສະຕ່າງໆກ່ຽວກັບ ການກະກຽມຄວາມພ້ອມໃຫ້ແກ່ພະ ນັກງານຮັບໃຊ້ກອງປະຊຸມ ແລະ ພະນັກງານປະສານງານ ແລະ ອາ ສາສະໝັກ (LOs/VOs) ໃຫ້ມີ ຄວາມຮູ້, ຄວາມເຂົ້າໃຈເປັນຢ່າງ ດີໃນດ້ານວຽກງານການປະສານ ງານ, ພິທີການ ແລະ ບົດຮຽນຕ່າງໆ ໃນການຮັບແຂກຕ່າງປະເທດທີ່ມາ ເຂົ້າຮ່ວມກອງປະຊຸມສາກົນທີ່ສປປ ລາວ ເປັນເຈົ້າພາບແນໃສ່ການກະ ກຽມຄວາມພ້ອມຮອບດ້ານໃຫ້ແກ່ ການຕ້ອນຮັບຄະນະຜູ້ແທນລັດຖະ ສະພາ ຈາກປະເທດຕ່າງໆທີ່ຈະເດີນ ທາງມາເຂົ້າຮ່ວມກອງປະຊຸມໄອ ປາ. ໂອກາດນີ້, ທ່ານນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ທິດຊີ້ນຳຕໍ່ກອງ ປະຊຸມໂດຍທ່ານໃຫ້ຮູ້ວ່າ: ໃນລະ ຫວ່າງວັນທີ 18-24 ຕຸລາ 2024 ສປປລາວຈະເປັນເຈົ້າພາບຈັດກອງ ປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງທີ 45 ເຊິ່ງເປັນກອງປະຊຸມທີ່ມີ ຄວາມສໍາຄັນຂອງລັດຖະສະພາ ບັນດາປະເທດອາຊຽນ ໂດຍໝູນ ວຽນກັນເປັນເຈົ້າພາບຈັດຂຶ້ນປີລະ ຄັ້ງ ເຊິ່ງຈະມີກອງປະຊຸມປິ່ນອ້ອມ ຫລາຍກອງປະຊຸມທີ່ປະເທດເຈົ້າ ພາບຈະຕ້ອງໄດ້ກະກຽມເປັນຕົ້ນ ກອງປະຊຸມກໍາມາທິການການ ເມືອງຄວາມໝັ້ນຄົງ, ກໍາມາທິການ ວຽກງານເສດຖະກິດ, ກໍາມາທິການ ວຽກງານວັດທະນະທໍາ, ວຽກງານ ຈັດຕັ້ງພາຍໃນ ໄອປາ, ວຽກງານ ສະມາຊິກລັດຖະສະພາເພດຍິງ (WAIPA), ວຽກງານສະມາຊິກ ລັດຖະສະພາໜຸ່ມ ແລະ ກອງປະ ຊຸມກັບບັນດາປະເທດ ສັງເກດການ ຈໍານວນ 23 ປະເທດ. ພ້ອມນີ້, ທ່ານຮອງປະທານສະ ພາ ແຫ່ງຊາດ ຍັງໄດ້ມີຄໍາເຫັນແລກ ປ່ຽນບາງບັນຫາໂດຍເນັ້ນໃຫ້ມີການ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າ ທີ່ການເມືອງ, ຕໍ່ວຽກງານທີ່ໄດ້ຮັບ ມອບໝາຍ ແລະ ສຸມສະຕິປັນຍາ ຫົວຄິດປະດິດສ້າງເຂົ້າໃນວຽກງານ ຕົວຈິງ, ຝຶກທັກສະ ແລະ ບົດຮຽນ ການເປັນເຈົ້າພາບທີ່ດີ ແລະ ປະຕິ ບັດທຸກໜ້າທີ່ວຽກງານໃຫ້ປະສົບ ຜົນສໍາເລັດ; ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະກ່ຽວ ກັບການກະກຽມຄວາມພ້ອມຮັບໃຊ້ ກອງປະຊຸມຂອງພະນັກງານຜູ້ປະ ສານງານ ໃຫ້ມີຄວາມຮູ້ທາງດ້ານບໍ ລິຫານ-ພິທີການ, ເຕັກນິກການປະ ສານງານ, ການສື່ສານດ້ານພາສາ ອັງກິດ ແລະ ພາສາປະເທດ ທີ່ເຂົ້າ ຮ່ວມກອງປະຊຸມ, ທັງເປັນໂອກາດ ເຜີຍແຜ່ວັດທະນະທໍາ, ມູນເຊື້ອປະ ຫວັດສາດ, ສິລະປະ, ສະຖານທີ່ ທ່ອງທ່ຽວ ແລະ ດ້ານອື່ນໆຂອງປະ ເທດເຮົາຕໍ່ແຂກຕ່າງປະເທດໃຫ້ຮັບ ຮູ້ຄວາມເປັນຈິງຂອງປະເທດເຮົາ; ສ້າງພື້ນຖານຄວາມຮູ້ ແລະ ຄວາມ ເຂົ້າໃຈຕໍ່ວຽກງານດ້ານພິທີການ ທູດ, ຫລັກການທາງດ້ານການທູດ ແລະ ລະບຽບການກ່ຽວກັບການຮັບ ແຂກຕ່າງປະເທດ ເພື່ອໃຫ້ພະນັກ ງານຮັບໃຊ້ກໍາໄດ້ຂັ້ນຕອນການກະ ກຽມຈັດກອງປະຊຸມລະດັບສາກົນ ໃນຄັ້ງນີ້. ຊຸດອົບຮົມຄັ້ງນີ້, ຜູ້ເຂົ້້າຮ່ວມໄດ້ ຮັບຟັງການນຳສະເໜີຂໍ້ມູນທົ່ວໄປ ຂອງກອງປະຊຸມ, ລະບຽບຫລັກ ການ ໃນການຈັດກອງປະຊຸມໄອປາ ແລະ ກອງປະຊຸມປິ່ນອ້ອມຕ່າງໆ; ວຽກງານພິທີການໃນການກະກຽມ ສະຖານທີ່ຈັດກອງປະຊຸມ, ໂຮງ ແຮມ, ຂະບວນລົດ-ພາຫະນະ,ການ ອອກຮັບ-ສົ່ງຄະນະຜູ້ແທນ, ງານ ລ້ຽງຕ້ອນຮັບ, ພິທີການເປີດ-ປິດ ກອງປະຊຸມ; ໜ້າທີ່ຮັບຜິດຊອບຂອງ LOs/VOs ໃນການຮັບໃຊ້ກອງ ປະຊຸມສາກົນຕ່າງໆ; ຂັ້ນຕອນໃນ ການປະສານງານ,ການສ້າງແຜນ ການ ແລະ ຕາຕະລາງເຄື່ອນໄຫວ ໃນຂອບຫລາຍຝ່າຍ ແລະ ຂອບ ສອງຝ່າຍ; ວຽກງານສຸຂະພາບ ແລະ ການໃຫ້ບໍລິການຂອງແພດໃນ ກອງປະຊຸມສາກົນ; ການນໍາໃຊ້ພາ ຫະນະຮັບໃຊ້ກອງປະຊຸມສາກົນ ແລະ ການຈັດຂະບວນລົດໃນການ ຕ້ອນຮັບແຂກຕ່າງປະເທດລະດັບ ຕ່າງໆ; ການກະກຽມ ແລະ ດຳເນີນ ກອງປະຊຸມສຸດຍອດອາຊຽນ; ວຽກ ງານພິທີການທູດ ແລະ ມາລະຍາດ ທາງສັງຄົມ ແລະ ອື່ນໆ. ຂ່າວ-ພາບ: ສພຊ ຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ຈັດຂຶ້ນໃນວັນທີ 6-9 ມິຖຸນາ 2024 ທີ່ແຂວງວຽງຈັນ ພາຍໃຕ້ ການເປັນປະທານຂອງ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ເລຂາທິ ການສະພາແຫ່ງຊາດ ໂດຍມີທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດ, ຜູ້ຊີ້ນໍາ ວຽກງານການຕ່າງປະເທດ, ທ່ານ ນາງ ວັນດີ ບຸດທະສະວົງ ຮອງ ປະທານກໍາມາທິການການຕ່າງປະ ເທດ, ມີຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການຈາກສະ ພາແຫ່ງຊາດແລະພາກສ່ວນທີ່ກ່ຽວ ຂ້ອງເຂົ້້າຮ່ວມ. ທ່ານ ນາງ ອໍາໄພວອນ ລ້ອມບຸນ ແພງ ໄດ້ມີຄໍາເຫັນວ່າ: ຊຸດຝຶກອົບຮົມ ວຽກງານບໍລິຫານ ແລະ ພິທີການ ໃຫ້ແກ່ພະນັກງານທີ່ຈະຮັບໃຊ້ກອງ ເດືອນ, ເງິນນະໂຍບາຍ, ການຊຳລະ ໜີ້ສິນຕາມສັນຍາຜູກພັນ ແລະຮັບ ປະກັນລາຍຈ່າຍຮັບໃຊ້ການເຄື່ອນ ໄຫວຂອງກົງຈັກພັກ-ລັດ ໃຫ້ສາ ມາດເຄື່ອນໄຫວໄດ້ເປັນປົກກະຕິ. ຄາດຄະເນແຜນລາຍຈ່າຍໝົດປີບໍ່ ໃຫ້ເກີນມະຕິທີ່ສະພາແຫ່ງຊາດຮັບ ຮອງ ຫລື ບໍ່ເກີນ 20%ຂອງGDP. ທ່ານ ສັນຕິພາບ ພົມວິຫານ ລັດ ຖະມົນຕີກະຊວງການເງິນ ໄດ້ໃຫ້ ຮູ້ໃນກອງປະຊຸມສະໄໝສາມັນເທື່ອ ທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 10 ມິຖຸນາ 2024 ນີ້ວ່າ: ເພື່ອບັນລຸຄາດໝາຍດັ່ງກ່າວ, ກະ ຊວງການເງິນ ຈະສຸມໃສ່ຈັດຕັ້ງປະ ຕິບັດບັນດາມາດຕະການຈຸດສຸມຕົ້ນ ຕໍ ແລະ ຄາດໝາຍທີ່ໄດ້ກຳນົດ ເພື່ອ ໃຫ້ສາມາດປະຕິບັດລາຍຮັບໃຫ້ໄດ້ ຕາມແຜນ ແລະ ເກີນແຜນຕາມມະ ຕິຂອງສະພາແຫ່ງຊາດ ຄື ຕິດຕາມ ປະເມີນ 9 ແຂວງທີ່ເຮັດທົດລອງ ມອບຫົວໜ່ວຍທຸລະກິດໃຫ້ແຂວງ ຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ທ້ອງຖິ່ນທາງດ້ານງົບປະມານ ແຫ່ງລັດຕາມທິດ 3 ສ້າງ ເພື່ອກຳ ນົດຫລັກການ, ກົນໄກໃນການຄຸ້ມ ຄອງການຈັດແບ່ງປະເພດລາຍຮັບ ແລະ ການສ້າງແຜນໃນຕໍ່ໜ້າລະ ຫວ່າງ ສູນກາງ ແລະ ທ້ອງຖິ່ນໃຫ້ ມີຄວາມສົມດຸນ, ສຸມໃສ່ລົງເລິກຕິດ ຕາມແລະກວດກາການມອບພັນທະ ຂອງຫົວໜ່ວຍທຸລະກິດຂະໜາດ ໃຫຍ່ທີ່ເປັນທ່າແຮງ ໂດຍໃຫ້ແຈ້ງ ມອບເປັນປົກກະຕິ, ກວດກາຜູ້ສະ ໜອງສິນຄ້າ ແລະ ການບໍລິການທີ່ ຕິດພັນກັບຫົວໜ່ວຍທຸລະກິດຂະ ໜາດໃຫຍ່ດັ່ງກ່າວ, ກວດກາການ ປະຕິບັດພັນທະຂອງ ບັນດາຜູ້ຮັບ ເໝົາໂຄງການລົງທຶນຂະໜາາດ ໃຫ່ຍ ເປັນຕົ້ນ ເຂື່ອນໄຟຟ້າ, ບໍ່ແຮ່, ທາງລົດໄຟ, ທາງດ່ວນ ແລະ ອື່ນໆ, ຄຸ້ມຄອງທຸລະກິດການຂົນສົ່ງ, ການຄ້າທາງດີຈີຕອນ, ການຄ້າ ຂາຍອອນລາຍ ຈາກນິຕິບຸກຄົນພາຍ ໃນ ແລະ ຕ່າງປະເທດ ເພື່ອຂຶ້ນທະ ບຽນໃນການປະຕິບັດພັນທະຢ່າງ ຖືກຕ້ອງທີ່ເຫັນວ່າລາຍຮັບດັ່ງກ່າວ ບັນດາປະເທດອ້ອມຂ້າງ ແລະ ພາກ ພື້ນໄດ້ສຸມໃສ່ເກັບລາຍຮັບຈາກການ ຄ້າອອນລາຍຜ່ານມາທີ່ເປັນຖານ ລາຍຮັບກວມອັດຕາສ່ວນສູງສົມ ຄວນ; ເພີ່ມທະວີການກວດກາ, ຕ້ານ, ສະກັດກັ້ນການລັກລອບໜີພາສີ, ການຄ້າຂາຍເຖື່ອນ; ຄຸ້ມຄອງການ ນໍາເຂົ້າ-ສົ່ງອອກສິນຄ້າ ທີ່ເປັນສະ ກຸນເງິນຕາຕ່າງປະເທດ ແລະ ຊຳລະ ຜ່ານລະບົບທະນາຄານ; ສຸມໃສ່ ການຈັດຕັ້ງປະຕິບັດບັນດາລັດຖະ ບັນຍັດ ເປັນຕົ້ນ ລັດຖະບັນຍັດ 001/ ປປທວ່າດ້ວຍລາຍການສິນຄ້າແລະ ອັດຕາພາສີຂາອອກ, 002/ປປທ ວ່າດ້ວຍອັດຕາຄ່າຊັບພະຍາກອນ ທຳມະຊາດ, 003/ປປທ ວ່າດ້ວຍ ການປັບປຸງອັດຕາອາກອນຊົມໃຊ້ ຂອງບາງປະເພດສິນຄ້າ, 003/ ປປທ ວ່າດ້ວຍການປັບອາກອນມູນ ຄ່າເພີ່ມກັບມາໃຊ້ອັດຕາເກົ່າ; ຈັດ ຕັ້ງປະຕິບັດກົດໝາຍວ່າດ້ວຍອາ ກອນທີ່ດິນ ສະບັບເລກທີ 35/ສພຊ ປະຈຸບັນ ສາມາດຊໍາລະໄດ້ຜ່ານ 2 ຊ່ອງທາງ ຄື: ຊຳລະຜ່ານແອັບພິເຄ ຊັນ (Application) ຂອງບັນດາ ທະນາຄານທຸລະກິດ ທີ່ເຊື່ອມຕໍ່ກັບ ລະບົບ FINLINK ປະຈຸບັນມີ 2 ທະ ນາຄານ ໄດ້ສຸມໃສ່ລົງຂໍ້ມູນຕອນ ດິນເຂົ້າໃນລະບົບ TaxRIS ໄດ້ 896.022 ຕອນ. ໃນນີ້ ຕອນດິນທີ່ ສາມາດຄິດໄລ່ອາກອນທີ່ດິນໄດ້ ແລ້ວ 21.757 ຕອນ ໃນ 2 ແຂວງ ທົດລອງ (ນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ) ແລະ ຍັງສາມາດຊຳລະຜ່ານຫ້ອງການ ບ້ານຕາມກົນໄກທີ່ເຄີຍປະຕິບັດຜ່ານ ມາ ເພື່ອເປັນພື້ນຖານເອົາຂໍ້ມູນເຂົ້າ ໃນລະບົບສ້າງຄວາມສະດວກໃຫ້ ແກ່ການຊຳລະຜ່ານລະບົບທະນາ ຄານໃນຕໍ່ໄປ; ສຸມໃສ່ຊຸກຍູ້ບັນດາຫົວ ໜ່ວຍທຸລະກິດຫັນມາຖືບັນຊີ ແລະ ນໍາໃຊ້ໃບເກັບເງິນ ເພື່ອເປັນພື້ນຖານ ໃນການເກັບລາຍຮັບ ແລະ ກວດກາ ຫົວໜ່ວຍທຸລະກິດ ທີ່ໄດ້ຮັບການຢັ້ງ ຢືນເຂົ້າສູ່ລະບົບອາກອນມູນຄ່າ ເພີ່ມ, ມີໃບຢັ້ງຢືນການຖືບັນຊີ ແຕ່ບໍ່ ສະຫລຸບບັນຊີ, ບໍ່ນໍາໃຊ້ໃບເກັບເງິນ ທີ່ຖືກຕ້ອງທີ່ໄດ້ກຳນົດຕາມກົດໝາຍ ແລະ ລະບຽບການ. ພ້ອມນີ້, ຈະໄດ້ສືບຕໍ່ປະຕິບັດ ມາດຕະການປະຢັດ ແລະ ຕ້ານການ ຟູມເຟືອຍ ສະບັບເລກທີ 205/ລບ ແລະ ດຳລັດສະບັບເລກທີ 599/ລບ ໂດຍເລີ່ມຫລຸດຜ່ອນເງິນນະໂຍບາຍ ນໍ້າມັນລົງ ສໍາລັບການນໍາທີ່ນໍາໃຊ້ ລົດໄຟຟ້າແລ້ວ ໃນຈໍານວນ 183 ຄັນ. ສ່ວນຜູ້ທີ່ຍັງສືບຕໍ່ນໍາໃຊ້ລົດ ນໍ້າມັນ ແມ່ນໃຫ້ສືບຕໍ່ປະຕິບັດຕາມ ດໍາລັດດັ່ງກ່າວ, ຖ້າຫາກຢຸດຕິການ ປະຕິບັດເງິນນະໂຍບາຍນໍ້າມັນຈະ ສາມາດປະຢັດລາຍຈ່າຍດັ່ງກ່າວ ໄດ້ປະມານ 6 ຕື້ກວ່າກີບຕໍ່ປີ, ແລ້ວ ຫັນມາປະຕິບັດນະໂຍບາຍເງິນຄ່າ ກະແສໄຟຟ້າທົດແທນຄາດຄະເນ ປະມານ 1-2 ຕື້ກີບຕໍ່ປີ ແລະ ສ່ວນ ທີ່ເຫລືອ ສາມາດດັດສົມເພີ່ມເຂົ້າໃນ ລາຍຈ່າຍບໍລິຫານລວມຂອງກະ ຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕົນ; ສຸມໃສ່ປັບປຸງໂຄງສ້າງດັດສະ ນີເງິນເດືອນ ເພື່ອໃຫ້ສອດຄ່ອງກັບ ຄວາມເປັນຈິງໂດຍສົມທົບກັບກະ ຊວງພາຍໃນ ແລະ ພາກສ່ວນກ່ຽວ ຂ້ອງ; ສຸມໃສ່ຄຸ້ມຄອງລວມສູນລາຍ ຮັບ-ລາຍຈ່າຍງົບປະມານແຫ່ງລັດ ຜ່ານລະບົບບັນຊີລວມສູນຄັງເງິນ ແຫ່ງຊາດ (TSA) ຢູ່ສໍານັກງານ ໃຫຍ່ຂອງບັນດາທະນາຄານທຸລະ ກິດ ແລະ ລວມສູນຢູ່ ທະນາຄານ ແຫ່ງ ສປປ ລາວ. ພາຍ: ອ່າຍຄຳ

RkJQdWJsaXNoZXIy MTc3MTYxMQ==