5890

xtgmf]k; 3 11/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດໂດຍ: ຢ່າຕົ່ງ; ພາບ: ອ່າຍຄຳ ໂດຍ: ຄ້ອງໃໝ່ dkox6 drn fza dxvflkory f0kp lk,kflh k']kpIa [ wfh s]kp]h kodu [8+ xu dv'xt-5 ,ltw\lk,a ogmn j vmu 7 0v'ltrkcsj '-kf -5 fmu IX w00B ofh ;p[a opkdkf2q f2N o lh k',6 o7j kgru j ,,= ]tfq d * ກອງປະຊຸມສະໄໝສາມັນເທື່ອ ທີ 7 ຂອງສະພາແຫ່ງຊາດຊຸດ ທີ IX ໄດ້ໄຂຂຶ້ນທ່າມກາງບັນຍາກາດທີ່ ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ ລາວທັງຊາດພວມຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ຊື່ນຊົມຍິນດີ ແລະ ເອກອ້າງທະນົງໃຈທີ່ມໍລະດົກການ ຕໍ່າລາຍນາກຂອງລາວ ໄດ້ຮັບຮອງ ເປັນມໍລະດົກໂລກ ແລະ ມີພິທີສະ ເຫລີມສະຫລອງຢ່າງຄຶກຄື້ນໃນທ້າຍ ອາທິດຜ່ານມາ. ມື້ເປີດກອງປະຊຸມ ໃນຕອນເຊົ້າວັນທີ10ມິຖຸນາ2024 ເຖິງວ່າຈະມີຝົນຕົກທົ່ວນະຄອນ ຫລວງວຽງຈັນກໍຕາມແຕ່ບັນດາ ການນໍາພັກ-ລັດ, ອະດີດການນໍາ, ສະມາຊິກສະພາແຫ່ງຊາດ ແຕ່ລະ ເຂດເລືອກຕັ້ງ, ແຂກຖືກເຊີນ, ນັກ ຮຽນຮູ້ປັນຍາຊົນ ຕ່າງກໍກ້າວເຂົ້າ ສູ່ຫ້ອງປະຊຸມສະພາແຫ່ງຊາດດ້ວຍ ຄວາມຮັບຜິດຊອບສູງຕໍ່ການປະຕິ ບັດໜ້າທີ່ການເມືອງໃຫ້ປະສົບຜົນ ສຳເລັດຕາມຄາດໝາຍທີ່ວາງໄວ້. * ປັດຈຸບັນການປະກອບອາຊີບ ກະສິກໍາ ດ້ວຍການປູກພືດຜັກຂາຍ ເປັນສິນຄ້າແມ່ນອາຊີບໜຶ່ງ ທີ່ສາ ມາດສ້າງລາຍຮັບໃຫ້ບຸກຄົນ ແລະ ຄອບຄົວ, ຄອບຄົວທ່ານ ນາງ ຄູນ ອົດສຸດິນຍົງ ອາຍຸ 26 ປີ ອາຊີບ ປະຊາຊົນ ຢູ່ບ້ານທົ່ງຂວາເມືອງ ແລະແຂວງຫລວງນໍ້າທາ ເປັນຄອບ ພໍຮອດເວລາ 8:00 ໂມງ ພາຍ ໃນຫ້ອງປະຊຸມໃຫຍ່ສະພາແຫ່ງ ຊາດກໍເລີ່ມຕົ້ນເປີດກອງປະຊຸມດ້ວຍ ການບັນເລງເພງຊາດ ແລະ ເຄົາ ລົບທຸງຊາດ, ຈາກນັ້ນທ່ານປະທານ ສະພາແຫ່ງຊາດ ໄຊສົມພອນ ພົມ ວິຫານ ກໍ່ໄດ້ກ່າວສູນທອນພົດເປີດ ກອງປະຊຸມຢ່າງເປັນທາງການເຊິ່ງ ຕະຫລອດໄລຍະຂອງກອງປະຊຸມ ຈົນເຖິງ ວັນທີ 2 ກໍລະກົດ 2024 ບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດຈະໄດ້ພ້ອມກັນນໍາເອົາ ຄຳສະເໜີຕ່າງໆຂອງປະຊາຊົນ ໃນເຂດເລືອກຕັ້ງຕົນສະເໜີຕໍ່ກອງ ປະຊຸມຄັ້ງນີ້ ໃຫ້ລັດຖະບານແກ້ໄຂ ຕາມຄວາມເປັນຈິງທັງຈະໄດ້ສຸມສະ ຕິປັນຍາປະກອບຄຳຄິດຄຳເຫັນຕໍ່ ບັນຫາສຳຄັນຂອງຊາດດ້ວຍຄວາມ ຮັບຜິດຊອບສູງ ເພື່ອໃຫ້ໄດ້ຮັບການ ແກ້ໄຂຕາມຄວາມເໝາະສົມ ແລະ ພິຈາລະນາຮອງເອົາບັນຫາສຳຄັນ ຂອງຊາດໂດຍລວມແລ້ວຈະໄດ້ພິ ຈາລະນາຮັບຮອງເອົາມະຕິ ຈຳ ນວນ 19 ສະບັບເຊັ່ນ: 1) ມະຕິຮັບ ຮອງເອົາບົດລາຍງານ ຂອງລັດຖະ ບານ ຈໍານວນ 4 ສະບັບ; 2) ມະຕິ ຮັບຮອງເອົາວຽກງານອົງການກວດ ສອບແຫ່ງລັດ ຈຳນວນ 1 ສະບັບ; 3) ມະຕິຮັບຮອງເອົາວຽກງານສະ ພາແຫ່ງຊາດຈຳນວນ1ສະບັບ; 4) ມະຕິຮັບຮອງເອົາວຽກງານການ ສ້າງ ແລະ ປັບປຸງກົດໝາຍຈຳນວນ 13 ສະບັບ. ກອງປະຊຸມຄັ້ງນີ້ຍັງຈະ ໄດ້ຮັບຟັງການຊີ້ແຈງຂອງ ສະມາ ຊິກລັດຖະບານ ແລະ ພາກສ່ວນ ກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກ ຖາມຂອງບັນດາສະມາຊິກສະພາ ແຫ່ງຊາດ. ໃນກອງປະຊຸມຄັ້ງນີ້ ບັນ ດາສະມາຊິກສະພາແຫ່ງຊາດ ຈະ ໄດ້ນໍາໃຊ້ສິດປະຊາທິປະໄຕ, ເສີມ ຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງ ຂອງຕົນ ໃນການສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄຳເຫັນຕໍ່ທຸກບັນຫາຕ່າງໆ ຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ, ຮັດກຸມ ບົນພື້ນຖານແນວທາງປ່ຽນແປງ ໃໝ່ຂອງພັກ, ລັດຖະທໍາມະນູນ, ກົດ ໝາຍຂອງລັດ ແລະ ສະພາບຄວາມ ເປັນຈິງທາງດ້ານເສດຖະກິດ-ສັງ ຄົມ ຕາມເງື່ອນໄຂຕົວຈິງຂອງປະ ເທດເຮົາໃນປັດຈຸບັນ ພ້ອມທັງຊອກ ຫາວິທີການ, ມາດຕະການແກ້ໄຂ ທີ່ສອດຄ່ອງ ຕໍ່ບັນດາບັນຫາທີ່ສັງ ຄົມຍັງມີຄວາມເປັນຫ່ວງບັນຫາຮີບ ດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມ ພວກເຮົາໃນປັດຈຸບັນ ເພື່ອສ້າງ ຄວາມເປັນເອກະພາບສູງ ຕໍ່ເນື້ອໃນ ທີ່ນໍາມາພິຈາລະນາໃຫ້ມີຄຸນນະພາບ ຈົນກ້າວໄປເຖິງການຮັບຮອງໃນ ກອງປະຊຸມຄັ້ງນີ້ ແລະ ສາມາດນໍາ ໄປຈັດຕັ້ງປະຕິບັດຢ່າງເປັນຮູບປະ ທໍາຢ່າງແທ້ຈິງ. ສຳລັບຢູ່ດ້ານນອກຫ້ອງປະຊຸມ ສະພາແຫ່ງຊາດ ກໍໄດ້ມີການປ້ອງ ຄວາມປອດໄພຈາກກໍາລັງ ປກສ- ປກຊ ຢູ່ຕະຫລອດເວລາ ເພື່ອເຮັດ ໃຫ້ກອງປະຊຸມໄດ້ດຳເນີນໄປດ້ວຍ ຄວາມສະຫງົບປອດໄພ ແລະ ປະ ສົບຜົນສຳເລັດຕາມແຜນທີ່ວາງ ໄວ້. ຂະນະທີ່ນັກຮົບສື່ມວນຊົນແຕ່ ລະສຳນັກ ບໍ່ວ່າໜັງສືພິມ, ວິທະ ຍຸ, ໂທລະພາບ…ກໍ່ໄດ້ກຽມຄວາມ ພ້ອມທາງດ້ານອຸປະກອນໃນວິຊາ ຊີບຂອງຕົນເພື່ອຮັບໃຊ້ກອງປະຊຸມ ຢ່າງຈູບຈ້າວຫ້າວຫັນ, ຜູ້ຮັບໜ້າທີ່ ຖ່າຍພາບກໍ່ໄດ້ຕັ້ງໃຈເຮັດໜ້າທີ່ ຖ່າຍພາບຈາກມູນນີ້ສູ່ມູນນັ້ນ ເພື່ອ ໄດ້ພາບທີ່ສວຍງາມຕາມຄວາມ ຕ້ອງການ. ນອກນີ້, ຜູ້ເຮັດໜ້າທີ່ ຂຽນຂ່າວ-ຂຽນບົດຕ່າງກໍ່ໄດ້ລົງ ມືເປີດຄອມພິວເຕີ, ຈົດແຕ້ມຂໍ້ມູນ, ບັນທຶກສຽງ ເພື່ອມາຂຽນຂ່າວ-ບົດ ລາຍງານໃຫ້ສັງຄົມໄດ້ຮັບຮູ້ຢ່າງ ທົ່ວເຖິງ. ສ່ວນໜ່ວຍງານສາຍດ່ວນ ໃນກອງປະຊຸມສະພາແຫ່ງຊາດກໍ່ ພ້ອມທີ່ຈະຮັບເອົາຄໍາສະເໜີຕ່າງໆ ຈາກປະຊາຊົນ, ພະນັກງານ, ທະ ຫານ, ຄໍາຫລວດ ທີ່ໂທຜ່ານສາຍ ດ່ວນ 156 ໄປຍັງກອງປະຊຸມ ເພື່ອ ໃຫ້ລັດຖະບານກໍ່ຄືພາກສ່ວນກ່ຽວ ຂ້ອງພິຈາລະນາແກ້ໃນຕໍ່ໜ້າ. ເພື່ອເຮັດໃຫ້ການດຳເນີນກອງ ປະຊຸມສະໄໝສາມັນເທື່ອທີ 7 ຂອງ ສະພາແຫ່ງຊາດ ບັນລຸຜົນສຳເລັດ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນລາວບັນດາເຜົ່ານັ້ນ ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນ ທົ່ວປະເທດ ແລະ ພີ່ນ້ອງຊາວລາວ ທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມ ການດໍາເນີນກອງ ປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາແຫ່ງ ຊາດ ຊຸດທີ IX ຄັ້ງນີ້ ແລະ ສາມາດ ປະກອບຄຳຄິດຄຳເຫັນແລະ ຄຳສະ ເໜີໂດຍກົງສົ່ງໄປຍັງກອງປະຊຸມ ດ້ວຍ 3 ຊ່ອງທາງຄື: ສາຍດ່ວນ: 156, ອີເມວ: nalao.156@ gmail.com ແລະ App: Laona ທຸກຄຳສະເໜີ ແລະ ຂໍ້ຄິດເຫັນຂອງ ທ່ານຈະມີໜ່ວຍງານຮັບຜິດຊອບ ບັນທຶກໄວ້ ແລະ ນຳໄປສະເໜີຕໍ່ ກອງປະຊຸມຄັ້ງນີ້. ຄົວໜຶ່ງມີຄວາມດຸໝັ່ນ, ອົດທົນໃນ ການເຮັດກະສິກຳ ໂດຍສະເພາະ ການປູກພືດຜັກປອດສານພິດຂາຍ ໄດ້ 50 ລ້ານ ກວ່າກີບຕໍ່ປີ. ທ່ານ ນາງ ຄູນ ອົດສຸດິນຍົງ ໃຫ້ ສໍາພາດເມື່ອບໍ່ດົນມານີ້ວ່າ: ຄອບ ຄົວຂອງຕົນ ໄດ້ເລີ່ມເຮັດທຸລະກິດ ການປູກພືດຜັກປອດສານພິດມາແຕ່ ປີ 2015 ໃນເນື້ອທີ່ 2.000 ກວ່າ ຕາແມັດ ແລະ ມີແຮງງານຕົ້ນຕໍ ພຽງ 2 ຄົນ ເພື່ອປູກພືດຜັກປະເພດ ໃຫ້ໝາກ ແລະ ພືດລົ້ມລຸກ ເປັນຕົ້ນ ໝາກນອຍ, ໝາກເລັ່ນ, ໝາກນ້ຳ ເຕົ້າ, ໝາກເຜັດ, ໝາກເຂືອ, ໝາກອື, ໝາກຖົ່ວ, ກະຈຽບ, ຜັກຫອມປ້ອມ, ຜັກຊີ, ຜັກສະລັດ, ຜັກກາດ, ຜັກປັງ, ຜັກຫຸມ, ຜັກບົ້ງ ແລະ ຜັກອີ່ຕູ່ ສາ ມາດສ້າງລາຍຮັບ ເຂົ້າສູ່ຄອບຄົວ 50 ລ້ານກວ່າກີບຕໍ່ປີ ໄດ້ສົ່ງອອກ ຂາຍສ່ວນຫລາຍຢູ່ຕະຫລາດອິນຊີ ແລະ ມີພໍ່ຄ້າ, ແມ່ຄ້າຄົນກາງ ມາ ເກັບຊື້ຢູ່ກັບສວນ. ທ່ານນາງຄູນອົດສຸດິນຍົງໃຫ້ຮູ້ ຕື່ມວ່າ: ມາຮອດປັດຈຸບັນຕົນເອງມີ ຄວາມພາກພູມໃຈທີ່ສາມາດບັນລຸ ໄດ້ຕາມຈຸດປະສົງເປົ້າໝາຍພາຄອບ ຄົວຫລຸດພົ້ນອອກຈາກຄວາມທຸກ ຍາກ ເທື່ອລະກ້າວມີຊີວິດການເປັນ ຢູ່ທີ່ດີຂຶ້ນ ເປັນຕົ້ນ ມີເຮືອນຖາວອນ 1ຫລັງພ້ອມເຄື່ອງໃຊ້ໃນຄົວເຮືອນ, ລົດໄຖນາ1ຄັນ,ລົດຈັກ1ຄັນ,ມີທຶນ ໝູນວຽນ ແລະ ມີເງິນຝາກທະນາ ຄານ ຈໍານວນໜຶ່ງ. ໃນປີ 2024 ມີແຜນຈະຂະຫຍາຍເນື້ອທີ່ປູກຜັກ ປອດສານພິດເພີ່ມຕື່ມ 1.000 ຕາ ແມັດ ເພື່ອຕອບສະໜອງຕາມຄວາມ ຕ້ອງການຂອງຜູ້ບໍລິໂພກໃນສັງຄົມ ກໍຄືໃນຕະຫລາດໃຫ້ພຽງພໍ ເພື່ອ ເຮັດໃຫ້ມີລາຍຮັບເພີ່ມຂຶ້ນ, ເຮັດໃຫ້ ຄອບຄົວ ໄດ້ມີຊີວິດການເປັນຢູ່ນັບ ມື້ດີຂຶ້ນທັງໝົດນັ້ນແມ່ນຍ້ອນຄວາມ ດຸໝັ່ນ, ອົດທົນ ໂດຍການເພິ່ງຕົນ ເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ໃຫ້ປະກົດ ຜົນເປັນຈິງ. ນະທໍາອັນດີງາມຂອງຊາດ ໃຫ້ນັບມື້ ກວ້າງຂວາງຕິດພັນກັບການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ນັບມື້ ເຂັ້ມແຂງ ພ້ອມທັງອະນຸລັກຮັກສາວັດ ທະນະທໍາອັນເປັນເອກະລັກຂອງຊາດ ໃຫ້ມີຄວາມຍືນຍົງຕະຫລອດໄປ”. ເວົ້າແລ້ວເວົ້າອີກວ່າ ນີ້ເປັນອີກເຫດ ການສໍາຄັນທາງປະຫວັດສາດຂອງ ຊາດລາວເຮົາທີ່ພວກເຮົາຕ້ອງໄດ້ພ້ອມ ກັນເອກອ້າງທະນົງໃຈ ແລະ ປະກອບ ສ່ວນຢ່າງແຂງແຮງເຂົ້າໃນການປົກ ປັກຮັກສາມູນເຊື້ອວັດທະນະທໍາອັນ ດີງາມ ທີ່ຮຸ່ນປູ່ຍ່າຕາຍາຍໄດ້ປະດິດຄິດ ຄົ້ນສືບທອດມາຮອດພວກເຮົາເປັນ “ມໍລະດົກ” ຫລື ມູນມັງ ທີ່ຫາຄ່າບໍ່ໄດ້. ຈັ່ງຊັ້ນ ບັນຫາທີ່ຕັ້ງຂຶ້ນ ເພື່ອແລກປ່ຽນ ແມ່ນພວກເຮົາຈະເຮັດແນວໃດ ເພື່ອ ບໍ່ໃຫ້ມູນເກົ່ານີ້ບົກແຫ້ງແບບຄໍາອວຍ ພອນ ເວລາມັດແຂນວ່າກິນບໍ່ໃຫ້ບົກ ຈົກບໍ່ໃຫ້ລົງ...ມີມູນເກົ່າເປັນພື້ນຖານ ແມ່ນດີທີ່ສຸດແລ້ວ ຫລາຍຄໍາເຫັນກໍ່ວ່າ ແນວນັ້ນ, ແຕ່ການຮັກສາມູນເກົ່າໃຫ້ ເປັນເຄົ້າແລະຂະຫຍາຍໄດ້ໃຫ້ມີມູນໃໝ່ ແຕກອອກມາຕື່ມຈະເຮັດແນວໃດ? ໃນ ທ່າມກາງສະພາບໃໝ່ ພວກເຮົາຄວນ ຊຸກຍູ້ສົ່ງເສີມຢ່າງແຂງແຮງບັນດາຫົວ ຄິດປະດິດສ້າງອັນໃໝ່,ໝູນໃຊ້ພື້ນຖານ ອັນເກົ່າໃຫ້ມີມູນຄ່າເພີ່ມ ນັບມື້ກວ້າງ ຂວາງ ແລະ ຍືນຍົງຕະຫລອດໄປ. ລາຍ ນາກ ທີ່ຢູ່ໃນຜືນຜ້າໄໝ-ຝ້າຍ ສຸດແສນ ສວຍງາມ ແລະ ເປັນເອກະລັກທາງພູມ ປັນຍາ ອາດຈະກະຈາຍແຕກດອກງອກ ງາມໄປປະດັບເອ້ເປັນສິ່ງຫຸ້ມຫໍ່ສິນຄ້າ, ເຄື່ອງທີ່ລະນຶກ, ການສະແດງອອກດ້ານ ຕ່າງໆຢ່າງເປັນຂະບວນ, ສ້າງອາຊີບ ທີ່ຕິດພັນ, ສ້າງລາຍຮັບ, ສ້າງຄວາມ ເຂັ້ມແຂງໃນການອະນຸລັກປົກປັກຮັກ ສາ ແລະ ສົ່ງເສີມມູນເຊື້ອວັດທະນະທໍາ ອັນດີງາມຂອງພວກເຮົາ. ມີເລື່ອງມາເລົ່າສູ່ຟັງ ກ່ຽວກັບການ ເສີມຂະຫຍາຍມູນເຊື້ອວັດທະນະທໍາ, ໃນອາທິດຜ່ານມາ ໄດ້ມີໂອກາດເຂົ້າ ຮ່ວມພິທີສະຫລອງບຸນຕ່ວນຫວູ ປະເພ ນີຂອງຊາວຈີນ, ຈັດໂດຍສູນວັດທະນະ ທໍາຈີນ ປະຈໍາລາວ ທີ່ນະຄອນຫລວງ ວຽງຈັນ ໂດຍມີການສອດຫ້ອຍໂຄສະ ນາການທ່ອງທ່ຽວຈີນ ດ້ວຍເຕັກໂນໂລ ຊີຈໍາລອງພາບເໝືອນຈິງຜ່ານລະບົບ ອີ ອາ(Virtual Reality ຫລື VR). ບຸນປະເພນີນີ້ ຕິດພັນເລື່ອງເຂົ້າຕົ້ມ ເຊິ່ງ ມີການວາງສະແດງແລະໃຫ້ຊີມເຂົ້າຕົ້ມ ຫລາຍແນວຫລາຍລົດຊາດ, ບໍ່ຕ່າງ ຫຍັງເຂົ້າຕົ້ມຂອງລາວ. ການຫໍ່ ກໍ່ດ້ວຍ ຮູບຊົງ ສວຍງາມ ໃນນັ້ນຈຸດທີ່ເຂົາເນັ້ນ ຖືເປັນອັນເດັ່ນແມ່ນຮູບຊົງສາມລ່ຽມ ສີ່ລ່ຽມ ເຊິ່ງກໍ່ບໍ່ຕ່າງຈາກເຂົ້າຕົ້ມລາວ ທັງການຫໍ່ ແລະ ການມັດ. ສໍາຄັນເຂົ້າ ຕົ້ມໄດ້ເຂົ້າສູ່ຂະບວນການຜະລິດອຸດ ສາຫະກໍາ, ເປັນສິນຄ້າຂາຍໃນຮ້ານຄ້າ ໃຫຍ່-ນ້ອຍ ໄວ້ກິນຍາວນານມີອາຍຸບໍລິ ໂພກ ຫລື ກິນ ແລະ ຖືກບັນຈຸໃນສິ່ງຫຸ້ມ ຫໍ່ອັນສວຍງາມອີກຊັ້ນໜຶ່ງ, ເຫັນແລ້ວ ກໍ່ຢາກຈັບຢາກຊື້. ນອກນັ້ນຍັງມີການ ນໍາເອົາຮູບຊົງຂອງເຂົ້າຕົ້ມສາມລ່ຽມ ເຮັດເປັນເຄື່ອງປະດັບ ທັງລັກສະນະ ຝ້າຍມັດແຂນຂອງລາວ ມີໜ່ວຍເຂົ້າຕົ້ມ ຖັກນ້ອຍໆຫ້ອຍຕ່ອງແຕັ່ງ, ທັງເປັນ ແນວຫ້ອຍໄວ້ໃນລົດ ໃນເຮືອນໂດຍ ດ້ານເທິງ ມີຄໍາອວຍພອນໂຊກລາບ ແລະ ມີຍອຍຝ້າຍສີແດງສວຍງາມຫ້ອຍ ແຈສິ່ງຖັກທໍຮູບຊົງເຂົ້າຕົ້ມ ແລະ ອື່ນໆ. ທີ່ຍົກຂຶ້ນ ເລື່ອງ ມູນ-ມໍລະດົກ, ມູນ ເກົ່າເຮົາມີ(ບໍ່ໜ້ອຍກວ່າຊຸມຊົນເຊື້ອ ຊາດໃດໃນໂລກ) ສໍາຄັນຈະຮັກສາໃຫ້ ໝັ້ນຄົງຖາວອນແນວໃດ, ຈະກອດໄວ້ ລ້າໆ ແລະ ພາກພູມໃຈ ໂດຍບໍ່ໄດ້ເສີມ ຂະຫຍາຍໃຫ້ແຕກດອກອອກຜົນ ເປັນ ມູນໃໝ່ທີ່ຫລາກຫລາຍສ້າງຮັ່ງຄູນມີ ດີ?ຫລື ຈະເສີມຂະຫຍາຍແນວໃດ ເພື່ອ ປະກອບສ່ວນສ້າງເສດຖະກິດ. * ເປັນຄວາມພາກພູມໃຈຂອງຄົນ ເຊື້ອຊາດລາວ ພາຍຫລັງອົງການອຸຍ ແນສໂກ ໄດ້ຮັບຮອງເອົາຫັດຖະກໍາພູມ ປັນຍາການຕໍ່າຫູກລາຍນາກຂອງຄົນ ເຊື້ອຊາດລາວ ເຂົ້າໃນບັນຊີມໍລະດົກວັດ ທະນະທໍາ ບໍ່ເປັນວັດຖຸ ທີ່ເປັນຕົວແທນ ຂອງມວນມະນຸດ ກ່າວສັ້ນໆຄືຮັບຮອງ ເປັນມໍລະດົກໂລກ ໃນຕົ້ນເດືອນທັນວາ ປີ 2023 ຜ່ານມາ ແລະ ໄດ້ມີງານສະ ເຫລີມສະຫລອງຢ່າງຍິ່ງໃຫຍ່ ໃນໄລ ຍະວັນທີ 5-9 ມິຖຸນາ 2024 ທີ່ຫໍວັດ ທະນະທໍາແຫ່ງຊາດ ນະຄອນຫລວງ ວຽງຈັນ. ໂອກາດມີຄໍາເຫັນໃນພິທີສະເຫລີມ ສະຫລອງຢ່າງເປັນທາງການ ຕອນ ບ່າຍວັນທີ 7 ມິຖຸນາ 2024, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເນັ້ນໃຫ້ເຫັນວ່າ: “ນີ້ເປັນເຫດການປະຫວັດສາດອີກອັນ ໜຶ່ງ ສຸດທີ່ປິຕິຍິນດີ ແລະ ເປັນກຽດອັນ ສູງສົ່ງ ເຕັມໄປດ້ວຍຄວາມເອກອ້າງ ທະນົງໃຈ ຂອງປວງຊົນລາວທັງຊາດ ຕະຫລອດຮອດຄົນເຊື້ອຊາດລາວ ບໍ່ ພຽງແຕ່ຢູ່ພາຍໃນປະເທດ ແຕ່ຢູ່ທົ່ວ ທຸກມູມໂລກ ສາມາດຢັ້ງຢືນໄດ້ດ້ວຍ ຄວາມພາກພູມໃຈວ່າ ຫັດຖະກໍາ ລາຍ ນາກຂອງພວກເຮົາໄດ້ຖືກຮັບຮອງເຂົ້າ ເປັນມໍລະດົກໂລກຢ່າງແທ້ຈິງ ແລະ ຈະ ຍືນຍົງຢູ່ຄຽງຄູ່ກັບມວນມະນຸດທົ່ວໂລກ ຢ່າງຖາວອນຕະຫລອດໄປ...ເຫດການ ດັ່ງກ່າວນີ້ຍັງເປັນໝາກຜົນແຫ່ງການ ຈັດຕັ້ງປະຕິບັດແນວທາງນະໂຍບາຍ ອັນຖືກຕ້ອງສອດຄ່ອງຂອງພັກ-ລັດ ເຮົາ ວ່າດ້ວຍຊຸກຍູ້ສົ່ງເສີມ, ປົກປັກຮັກ ສາ ແລະ ເສີມຂະຫຍາຍມູນເຊື້ອວັດທະ

RkJQdWJsaXNoZXIy MTc3MTYxMQ==