08 xtgmf]k; 37ltok c]t [= ]y = dy ko 07/06/2024 ບໍລິສັດຫົວເຫວີຍ ເທັກໂນໂລຢີ ( ລາວ) ຈໍາກັດ ຜູ້ດຽວ ໄດ້ມອບທຶນ ການສຶກສາ ຈໍານວນ 5 ທຶນໃຫ້ແກ່ ນັກສຶກສາໃນສາຂາ ວິຊາວິສະວະ ກໍາເຕັກໂນໂລຊີການສື່ສານຂໍ້ມູນ ຂ່າວສານ ຂອງສະຖາບັນເຕັກໂນ ໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການ ສື່ສານ ເພື່ອສ້າງບຸກຄະລາກອນ ໃນຂະແໜງການເຕັກໂນໂລຊີ ແລະ ການສື່ສານ. ພິທີມອບທຶນການສຶກສາດັ່ງ ກ່າວ, ໄດ້ຈັດຂຶ້ນໃນວັນທີ 4 ມີຖຸນາ 2024ທີ່ສະຖາບັນເຕັກໂນໂລຊີການ ສື່ສານຂໍ້ມູນຂ່າວສານ, ບ້ານວັດ ນາກ, ເມືອງສີສັດຕະນາກ, ແຂວງ ນະຄອນຫລວງວຽງຈັນໂດຍທ່ານ ຮວາງ ຢິ່ງ ຫົວໜ້າບໍລິຫານຄົນໃໝ່ ຂອງ ບໍລິສັດຫົວເຫວີຍ ເທັກໂນ ໂລຢີ (ລາວ) ຈໍາກັດຜູ້ດຽວ, ໃຫ້ ກຽດເປັນປະທານໃນພິທີ ໂດຍ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດ ຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ, ພາຍໃນພິທີຍັງປະກອບ ດ້ວຍທ່ານ ປະດັບໄຊໄຊຍະໂຄດຫົວ ໜ້າສະຖາບັນເຕັກໂນໂລຊີການສື່ ສານຂໍ້ມູນຂ່າວສານ ພ້ອມດ້ວຍ ຕາງໜ້າຈາກບັນດາກົມ, ສູນ, ສະ ຖາບັນ, ພະນັກງານ-ຄູອາຈານ, ບັນ ດາແຂກ ແລະ ນ້ອງນັກສຶກສາ ເຂົ້າ ຮ່ວມຢ່າງພ້ອມພຽງ. ທ່ານ ປະດັບໄຊ ໄຊຍະໂຄດ ລາຍ ງານໃຫ້ວ່າ: ຜ່ານມາທາງບໍລິສັດ ຫົວເຫວີຍ ເທັກໂນໂລຢີ (ລາວ) ຈໍາ ກັດ ຜູ້ດຽວ ໄດ້ເອົາໃຈໃສ່ໃຫ້ການ ສະໜັບສະໜູນສະຖາບັນ ເຕັກໂນ ໂລຊີການສື່ສານຂໍ້ມູນຂ່າວສານ ມາໂດຍຕະຫລອດ ບໍ່ວ່າຈະເປັນ ວຽກງານການຮ່ວມມືສົ່ງເສີມ ດ້ານ ການພັດທະນາຫລັກສູດ Huawei ICTAcademy, ການຮ່ວມກັນໃນ ການສ້າງຫລັກສູດ ການຮຽນທາງ ດ້ານໄອຊີທີ, ການຝຶກອົບຮົມໃຫ້ ແກ່ບັນດານັກສຶກສາ, ການຢັ້ງຢືນ ມາດຕະຖານຂອງຄູສອນ, ການສະ ໜັບສະໜູນການຝຶກງານ, ການຈັດ ສຳມະນາ, ການນຳໃຊ້ platforms online, ການເຂົ້າຮ່ວມການແຂ່ງຂັນ ທາງດ້ານໄອຊີທີ, ການມອບທຶນການ ສຶກສາ,ຮ່ວມມືກັນຄົ້ນຄວ້າທາງດ້ານ ວິຊາການ, ການຝຶກອົບຮົມໃຫ້ແກ່ ພະນັກງານພາກລັດທີ່ຮັບຜິດຊອບ ທາງດ້ານວຽກງານບໍລິການການ ສຶກສາ ແລະ ສົ່ງເສີມພັດທະນາພະ ນັກງານ ທ້ອງຖິ່ນທີ່ມີພອນສະຫວັນ ທາງດ້ານໄອຊີທີ, ຊຶ່ງເປັນບັນດາ ວຽກທີ່ນອນຢູ່ໃນບົດບັນທຶກຄວາມ ເຂົ້າໃຈຂອງທັງສອງຝ່າຍ. ທ່ານ ຮວາງ ຢິ່ງ ໃຫ້ຮູ້ວ່າ: ບໍລິ ສັດຫົວເຫວີຍ ເປັນຜູ້ໃຫ້ບໍລິການ ດ້ານໄອຊີທີ ຊັ້ນນໍາ, ພວກເຮົາດໍາ ເນີນທຸລະກິດຢູ່ໃນຫລາຍກວ່າ 170 ປະເທດໃນໂລກ ພວກເຮົາເຊື່ອວ່າ ກຸນແຈສໍາຄັນໃນການຟຶ້ນຟູປະເທດ ຊາດແມ່ນຢູ່ໃນການສຶກສາ ແລະ ເຕັກໂນໂລຢີຫລ້າສຸດ. ພວກເຮົາໃຫ້ ຄວາມສຳຄັນຢ່າງເລິກເຊິ່ງເຖິງ ຄວາມສຳຄັນ ຂອງການຝຶກອົບຮົມ ຄວາມສາມາດດ້ານ ໄອຊີທີ ເພື່ອ ການພັດທະນາລະບົບນິເວດແບບຍືນ ຍົງ ແລະ ສະນັ້ນ ຈຶ່ງໄດ້ເປີດລະບົບ ການຝຶກອົບຮົມ ແລະ ການຢັ້ງຢືນ ຂອງ ຫົວເຫວີຍທີ່ມີຊື່ວ່າ Huawei ICT Academy ໃນປີ 2013.ໃນ ໄລຍະທົດສະວັດທີ່ຜ່ານມາ, ຂໍ້ລິເລີ່ມ ນີ້ໄດ້ດຶງດູດຄວາມສົນໃຈ ແລະ ການ ຮັບຮູ້ຢ່າງກວ້າງຂວາງ. ມາຮອດປັດ ຈຸບັນ, ຫົວເຫວີຍໄດ້ເຂົ້າຮ່ວມການ ຮ່ວມມືກັບມະຫາວິທະຍາໄລ ແລະ ວິທະຍາໄລ 2.600 ກວ່າແຫ່ງໃນ ທົ່ວໂລກ ແລະ ມີນັກສຶກສາ 200.000 ກວ່າຄົນໄດ້ເຂົ້າຮ່ວມ ໂຄງການນີ້. ຂ້າພະເຈົ້າຫວັງວ່າໃນ ອະນາຄົດ, ພາຍໃຕ້ການຊີ້ນຳນຳພາ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ຫົວເຫວີຍ ລາວ ຈະສາມາດສືບຕໍ່ເຂົ້າຮ່ວມການ ຫັນເປັນດີຈີຕອນຂອງປະເທດລາວ, ການຝຶກອົບຮົມຄວາມສາມາດດ້ານ ໄອຊີທີທີ່ຈຳເປັນ ແລະ ການປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການຫັນ ເປັນດິຈິຕອນຂອງປະເທດລາວ. ພາຍໃນພິທີ ທ່ານ ສັນຕິສຸກ ສິມມາລາວົງ ຍັງໃຫ້ຄຳເຫັນວ່າ ປັດຈຸບັນແຮງງານດ້ານໄອຊີທີ ຂອງ ສປປ ລາວ ກວມເອົານ້ອຍກວ່າ 1% ຂອງແຮງງານທັງໝົດໃນທົ່ວ ປະເທດ ເຊິ່ງເຫັນວ່າ ຍັງມີຄວາມ ຈໍາກັດທາງດ້ານປະລິມານ ແລະ ຄຸນນະພາບ, ມີຄວາມຈໍາເປັນຕ້ອງ ສ້າງບຸກຄະລາກອນຂອງຂະແໜງ ການນີ້ໃຫ້ໄດ້ຢ່າງໜ້ອຍ 3% ຈຶ່ງ ຈະສາມາດຂັບເຄື່ອນເສດຖະກິດດິຈິ ຕອນຂອງປະເທດ ໄດ້ ແລະ ການ ມອບທຶນການສຶກສາໃຫ້ແກ່ນັກ ສຶກສາໃນຄັ້ງນີ້, ຈຶ່ງມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ໃນການ ພັດທະນາຊັບພະຍາກອນ ມະນຸດ ຂະແໜງດັງກ່າວ. [= ]y la fsq ;gs;u p]k; ,v[mb odkolb dlk grn j vdkora fmtok -a [rtpkdvo,to5 fmk'fh kowv-u mu .o lxx ]k; ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນຈັນ, ວັນພຸດ ແລະ ວັນສຸກ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 63 vvd7A ';a omu 05 ,y 45 ok 2024 g]d * 38F & 38F $ 38F # 38F @ 38F ! 38mh kp 7 6 1 4 9 3 lts^ kdra fmtok &/$& 10 32 37 14 34
RkJQdWJsaXNoZXIy MTc3MTYxMQ==