07 xtgmf]k; gsfdko{dkora fmtok a 07/06/2024 ຂ່າວ-ພາບ: ວັນວິໄລ ່ າັ ນິ ໄ g9Q kc0;'7e,j ;o 8h voIa [xtmko l6 odk'ltstra oc,j py']k; ຂປລ. ແຫລ່ງຂ່າວຈາກ ແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ເມືອງໃໝ່, ແຂວງ ຜົ້ງສາລີ ສະເຫລີມສະຫລອງ ວັນ ສິ່ງແວດລ້ອມໂລກຕິດພັນກັບວັນສິ່ງ ແວດລ້ອມແຫ່ງຊາດ ໃນວັນທີ 5 ມິຖຸນາ 2024 ໂດຍເຂົ້າຮ່ວມຂອງ ທ່ານ ສອນສະໜຸກ ສີສຸລາດ ເຈົ້າ ເມືອງໆໃໝ່ ພ້ອມດ້ວຍພະນັກງານ ລັດຖະກອນ, ອົງການຈັດຕັ້ງສາກົນ ແລະ ນາຍບ້ານ ເທສະບານເມືອງ ເຂົ້າຮ່ວມ. ທ່ານ ສຸກຈະເລີນ ສີເຕົ່າ ຫົວໜ້າ ຫ້ອງການ ຊັບພະຍາກອນທຳມະ ຊາດ ແລະ ສີ່ງແວດລ້ອມ ໄດ້ຍົກໃຫ້ ເຫັນປະຫວັດຄວາມເປັນມາ ຂອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງ ແວດລ້ອມແຫ່ງຊາດ 5 ມິຖຸນາ 2024 ເຊິ່ງໃນປີ 1948 ອົງການ ສາກົນ ເພື່ອອະນຸລັກທຳມະຊາດ ໄດ້ ຈັດກອງປະຊຸມລະດັບສາກົນ ຄັ້ງປະ ຖົມມະລຶກກ່ຽວກັບການສຶກສາດ້ານ ສິ່ງແວດລ້ອມ ເຊິ່ງມີລັດຖະບານ ຂອງບັນດາປະເທດສະມາຊິກ ບັນ ດາອົງການຈັດຕັ້ງຕ່າງໆ ຈາກທົ່ວ ໂລກເຂົ້າຮ່ວມ ເພື່ອກຳນົດນະໂຍ ບາຍ, ວິທີການ ແລະ ມາດຕະການ g,n v'.\j lts]v';a oly j 'c;f]h v,3]d 8y fra oda [;a oly j 'c;f]h v,csj '-kf ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມ ຢາມຂອງ ທ່ານ ນາງ ອາລີ ວົງໜໍ່ ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ເນື່ອງໃນໂອກາດມາ ເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງ ຄຳມ່ວນ ໃນວັນທີ 5 ມິຖຸນາ 2024. ທ່ານ ວັນໄຊ ພອງສະຫວັນ ໄດ້ ລາຍງານສະພາບກ່ຽວກັບການ ພັດທະນາ ເສດຖະກິດ-ສັງຄົມຂອງ ແຂວງ, ຕະຫລອດຮອດການນໍາ ພາ-ຊີ້ນໍາວຽກງານ ຂອງອົງການ ຈັດຕັ້ງມະຫາຊົນ ໂດຍສະເພາະ ວຽກງານພັດທະນາການຈັດຕັ້ງສະ ຫະພັນແມ່ຍິງ ພ້ອມທັງສະແດງ ຄວາມຂອບໃຈ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງປະທານຄະນະ ບໍລິຫານງານສູນກາງສະຫະພັນແມ່ ຍິງລາວ ພ້ອມຄະນະໃນຄັ້ງນີ້. ພ້ອມທັງ ໄດ້ສະເໜີແນວຄວາມ ຄິດ ໃນການພັດທະນາແມ່ຍິງ ໂດຍ ສະເພາະ ແມ່ຍິງຢູ່ໃນເຂດຫ່າງໄກ ສອກຫລີກ ທີ່ຍັງມີຄວາມຫຍຸ້ງຍາກ pq d]tfa [;Pd'ko9a f8A ' .sh 7tot [= ]y sko'ko -xx] c0;'g-dv' ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ຊປປລ) ຮ່ວມກັບຄະນະບໍລິຫານງານຊາວ ໜຸ່ມແຂວງເຊກອງ ຈັດຝຶກອົບຮົມ ວຽກງານຈັດຕັ້ງ ໃຫ້ຜູ້ທີ່ເຮັດວຽກ ງານຈັດຕັ້ງ ຂອງຄະນະບໍລິຫານ ງານຊາວໜຸ່ມແຂວງ ໃນວັນທີ 4 ມິຖຸນາ 2024 ທີ່ສະພາປະຊາຊົນ ແຂວງເຊກອງ ໂດຍມີທ່ານ ວົງສັກ ດາ ພົມມີໄຊ ຫົວໜ້າກົມຈັດຕັ້ງ- ພະນັກງານ ສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ, ທ່ານ ຕຸດາວັນ ວົງໄຊ ເລຂາຄະນະບໍລິຫານງານ ຊາວໜຸ່ມ ແຂວງເຊກອງ ພ້ອມດ້ວຍ ນັກສໍາມະນາກອນ ເຂົ້າຮ່ວມ. ທ່ານ ວົງສັກດາ ພົມມີໄຊ ກ່າວ ວ່າ: ການຝຶກອົບຮົມຄັ້ງນີ້, ສໍາມະນາ ກອນຈະໄດ້ຮັບຟັງການບັນຍາຍ ກ່ຽວກັບກົດໝາຍ ວ່າດ້ວຍຊາວໜຸ່ມ ປະຊາຊົນປະຕິວັດລາວ, ທີ່ຕັ້ງພາລະ ບົດບາດ ຂອງຄະນະບໍລິຫານງານ ຊາວໜຸ່ມແຂວງ/ນະຄອນຫລວງ ວຽງຈັນ, ການກຳນົດຕຳແໜ່ງງານ, ຂັ້ນຕອນ ແລະ ວິທີການສະເໜີຂໍ ຍົກຍ້າຍ-ສັບປ່ຽນ ບຸກຄະລາກອນ, ບົດແນະນຳການກະກຽມກອງປະ ຊຸມໃຫຍ່ 3 ຂັ້ນ, ບົດແນະນຳການ ຍ້ອງຍໍ ແລະ ດ້ານພິທີການຕ່າງໆ ລວມເຖິງຄວາມຮູ້ພື້ນຖານ ກ່ຽວ ກັບການຄຸ້ມຄອງ, ການນໍາໃຊ້ກາ ປະທັບ, ການເກັບກຳສະຖິຕິຊາວ ໜຸ່ມ-ໄວໜຸ່ມ ແລະ ຮັບຟັງການ ປະກອບຄໍາຄິດຄໍາເຫັນ ເພື່ອເປັນ ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທັງນີ້ກໍເພື່ອເປັນການຍົກ ສູງຄວາມຮູ້-ຄວາມສາມາດ ຂອງ ພະນັກງານທີ່ຮັບຜິດຊອບ ຫລື ເຮັດວຽກງານຈັດຕັ້ງຂອງຄະນະ ບໍລິຫານງານຊາວໜຸ່ມແຂວງໃຫ້ ສູງຂຶ້ນ ແລະ ເຄື່ອນໄຫວປະຕິບັດ ໜ້າທີ່ ໃຫ້ມີຜົນສໍາເລັດ. ໂອກາດນີ້, ທ່ານ ຕຸລາວັນ ວົງ ໄຊ ໄດ້ຮຽກຮ້ອງມາຍັງນັກສໍາມະ ນາກອນ ຈົ່ງພ້ອມກັນເປັນເຈົ້າການ ຄົ້ນຄວ້າຮໍ່າຮຽນເອກະສານ, ແລກ ປ່ຽນຄໍາຄິດຄໍາເຫັນ ແລະ ຍາດແຍ່ງ ເອົາບົດຮຽນຕ່າງໆ ເພື່ອນໍາໄປຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢູ່ ໃນກົມກອງຂອງຕົນໃຫ້ມີຜົນສໍາ ເລັດ ແນໃສ່ຍົກສູງພາລະບົດບາດ ກໍຄືການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ ໃຫ້ມີຄວາມເຂັ້ງແຂງ ແລະ ມີການ ພັດທະນາດີຂຶ້ນ. ຕ່າງໆ ເພື່ອປົກປັກຮັກສາ ແລະ ອະ ນຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ໄດ້ຮັບຜົນ ກະທົບນ້ອຍທີ່ສຸດ ຈາກສີມືຂອງ ມະນຸດ ແລະ ທາງທຳມະຊາດສ້າງ ຂຶ້ນ ເຊິ່ງມີຄຳເຫັນສະເໜີແນວຄິດ ການພັດທະນາແບບຍືນຍົງ ແນໃສ່ ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດໃນທົ່ວໂລກ ໂດຍຄຳນຶງເຖິງຜົນກະທົບດ້ານ ສິ່ງແວດລ້ອມທີ່ຈະຕາມມາ, ກອງ ປະຊຸມໄດ້ເຫັນດີເປັນເອກພາບ ກຳ ນົດເອົາ ວັນທີ 5 ມິຖຸນາ ຂອງທຸກ ປີ ເປັນວັນສິ່ງແວດໂລກ. ໃນປີນີ້ ການສະເຫລີມສະຫລອງວັນສິ່ງ ແວດລ້ອມໂລກ ຄົບຮອບ 51 ປີ ສຳ ລັບ ສປປລາວ ພັກ-ລັດ ກໍໄດ້ເອົາໃຈ ໃສ່ສົ່ງເສີມການປົກປັກຮັກສາ, ປູກຈິດສຳນຶກ ພ້ອມທັງປຸກລະດົມ ບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ໃຫ້ເຫັນຄວາມສຳຄັນ ຂອງການມີສິ່ງແວດລ້ອມ ຂຽວ, ສະອາດ, ງາມຕາປາສະຈາກມົນລະ ພິດ ເຊິ່ງ ສປປ ລາວ ໄດ້ກຳນົດເອົາ ວັນທີ 5 ມິຖຸນາ ຂອງທຸກປິ ເປັນວັນ ສະເຫລີມສະຫລອງ ວັນສິ່ງແວດ ລ້ອມແຫ່ງຊາດ ໃນປີນີ້ແມ່ນຄົບ ຮອບ 25 ປີ ພາຍໃຕ້ຄຳຂວັນ “ຮ່ວມກັນຢຸດຕິທຳລາຍປ່າໄມ້, ຈູດປ່າໄມ້ແບບຊະຊາຍ ເພື່ອຟື້ນຟູ ດິນ, ຕ້ານໄພແຫ້ງແລ້ງ ແລະ ໄພ ນ້ຳຖ້ວມ”. ໂອກາດນີ້, ທ່ານ ສອນສະໜຸກ ສີສຸລາດ ໄດ້ຮຽກຮ້ອງໃຫ້ພະນັກ ງານຫລັກແຫລ່ງຂອງເມືອງ, ທຸກ ພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງ ຮ່ວມໃຈກັນ ປົກປັກຮັກສາສິ່ງ ແວດລ້ອມ ໂດຍຫັນປ່ຽນພຶດຕິກຳ ແລະ ຈິນຕະນາການ ຈາກການພັດ ທະນາເສດຖະກິດ-ສັງຄົມທີ່ທຳລາຍ ສິ່ງແວດລ້ອມ ມາເປັນການພັດທະ ນາທີ່ເປັນມິດຕໍ່ສິ່ງແວດລ້ອມ ເພື່ອ ໃຫ້ມີຄວາມຍືນຍົງ ແລະ ຍາວນານ ພ້ອມນີ້, ກໍເພື່ອຄຸນນະພາບຊີວິດ ຂອງປະຊາຊົນ, ສ້າງເມືອງໃໝ່ ໃຫ້ ມີຄວາມສະອາດງາມຕາ ຕາມທິດ 3 ສ : ສະອາດ, ສີຂຽວ ແລະ ສີວິໄລ ຂຶ້ນເລື້ອຍໆ. ກິດຈະກຳຄັ້ງນີ້ ປະກອບມີຂະ ບວນຍ່າງເພື່ອສຸຂະພາບ ພ້ອມທັງ ອະນາໄມ ຕາມເສັ້ນທາງເທບານ ເມືອງ ເພື່ອເປັນການສະເຫລີມສະ ຫລອງວັນດັ່ງກ່າວຕື່ມອີກ. ໃນການເຂົ້າເຖິງການບໍລິການ ເປັນ ຕົ້ນ ທາງດ້ານການສຶກສາ, ສາທາ ລະນະສຸກ ແລະ ອື່ນໆ ເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ ຂອງເຂົາເຈົ້າ ໃຫ້ໄດ້ຮັບການພັດທະ ນາດີຂຶ້ນ, ສະເໜີສູນກາງສະຫະພັນ ແມ່ຍິງ ຊ່ວຍປັບປຸງ, ຍົກລະດັບ ແລະ ສ້າງຄວາມເຂັ້ມແຂງ ໃຫ້ຂັ້ນ ທ້ອງຖິ່ນ ໂດຍສະເພາະ ດ້ານການ ປັບປຸງລະບົບການຈັດຕັ້ງ, ການ ເຄື່ອນໄຫວວຽກງານຂອງແມ່ຍິງ ໃຫ້ມີຄວາມເຂັ້ມແຂງ ແລະ ພົ້ນ ເດັ່ນ ໃນຂະບວນການໃຫ້ຫລາຍຂຶ້ນ ທັງເປັນການຍົກສູງບົດບາດຂອງ ແມ່ຍິງ ເພື່ອສ້າງເງື່ອນໄຂເຮັດໃຫ້ ແມ່ຍິງ ມີຄວາມສາມາດໃນການ ນຳພາ ເພື່ອເຂົ້າຢູ່ໃນໂຄງປະກອບ ການບໍລິຫານ ໃນລະດັບການນຳ ຂັ້ນແຂວງ, ຂັ້ນເມືອງ ແລະ ພະແນກ ການຕ່າງໆໃຫ້ຫລາຍຂຶ້ນ. ໃນໂອກາດດຽວກັນ, ທ່ານ ນາງ ອາລີວົງໜໍ່ບຸນທໍາໄດ້ສະແດງຄວາມ ຂອບໃຈ ຕໍ່ທ່ານ ວັນໄຊ ພອງສະ ຫວັນ ທີ່ໄດ້ຕ້ອນຮັບການເຂົ້າພົບປະ ຄັ້ງນີ້, ພ້ອມທັງຖືໂອກາດນີ້, ລາຍ ງານໂດຍຫຍໍ້ ກ່ຽວກັບຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ຄັ້ງນີ້ ໃຫ້ທ່ານເຈົ້າແຂວງຄຳມ່ວນ ໄດ້ຮັບຊາບ.
RkJQdWJsaXNoZXIy MTc3MTYxMQ==