xtgmf]k; 6 07/06/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ -k;]k;oe.-h ]q fw22h kg4y ' 5 ra o7a oc]h ; rh v,da oxtdv[lj ;o.sh [A oles];frq o]tg,n v'[a o]5 zq o * ວຽກສຳຫລວດພົນລະເມືອງ ແລະ ທີ່ພັກອາໄສ ໄດ້ຈັດຕັ້ງປະຕິບັດຢູ່ ໃນທຸກໆ 10 ປີ ເພື່ອເກັບກຳສະຖິຕິພົນ ລະເມືອງລາວ ແລະ ຕ່າງປະເທດທີ່ດຳ ລົງຊີວິດຢູ່ລາວ, ທັງເກັບກໍາສະພາບ ການຂະຫຍາຍຕົວຂອງພົນລະເມືອງ, ເກັບກຳສະພາບການທີ່ຢູ່ອາໄສຂອງ ພົນລະເມືອງ, ເກັບກໍາຂໍ້ມູນພື້ນຖານ ຂອງພົນລະເມືອງລາວກ່ຽວກັບການ ສຶກສາ, ສາທາລະນະສຸກ, ຄຸນລັກສະນະ ທີ່ຢູ່ອາໄສ, ການດຳລົງຊີວິດ ແລະ ສະ ພາບການຍົກຍ້າຍຂອງພົນລະເມືອງ, ເກັບກໍາສະພາບກຳລັງແຮງງານ ແລະ ສະພາບການມີວຽກເຮັດງານທຳ, ສ້າງ ຖານຂໍ້ມູນໃຫ້ແກ່ການຄາດຄະເນພົນ ລະເມືອງໃນການຂຶ້ນສຳມະໂນຄົວ ແລະ ຂຶ້ນທະບຽນພົນລະເມືອງ, ສ້າງ ແລະ ປັບປຸງລະບົບຂໍ້ມູນຂ່າວສານສະ ຖິຕິດ້ານຕ່າງໆ ໃຫ້ມີຄວາມຄົບຖ້ວນ ສົມບູນຍິ່ງຂຶ້ນໃຫ້ທຽບທັນກັບພາກພື້ນ ແລະສາກົນ, ສໍາຫລວດຂໍ້ມູນທາງດ້ານ ເສດຖະກິດ ແລະ ສະພາບທ່າອ່ຽງໃນ ດ້ານອື່ນໆ. ໂດຍ: ສຸວັນນະ *ໜຸ່ມນັກທຸລະກິດຜູ້ຮູ້ປັບໂຕຄິດໄວ ເຮັດໄວຢູ່ພາກເໜືອຂອງ ສປປ ລາວ ຫັນປ່ຽນວິກິດເປັນໂອກາດຈາກການ ລົງທຶນຊື້ລົດໃຊ້ນໍ້າມັນເຊື້ອໄຟແລ່ນ ໃຫ້ບໍລິການຂົນສົ່ງສິນຄ້າ, ຜູ້ໂດຍສານ ແລ້ວຕັດສິນໃຈມາຊື້ລົດໄຟຟ້າບໍລິ ການຜູ້ໂດຍສານຕາມສະຖານີລົດໄຟ ລາວ-ຈີນ ເຊິ່ງໄດ້ສ້າງລາຍເປັນກອບ ເປັນກໍາສະເລ່ຍ ບໍ່ຕໍ່າກວ່າ 3-4 ແສນ ກີບຕໍ່ຄັນຕໍ່ມື້ຂະນະທີ່ທ່າອ່ຽງລາຄານໍ້າ ມັນເຊື້ອໄຟໃນຕະຫລາດໂລກບໍ່ມີທ່າທີ ຈະຫລຸດຜ່ອນຢ່ອນຍານລົງ ແລະ ຍັງ ເພີ່ມພາລະໜັກໃຫ້ຜູ້ປະກອບການທຸ ລະກິດ ແລະ ປະຊາຊົນຫາເຊົ້າກິນຄໍ່າ ພົບອຸປະສັກຫຍຸ້ງຍາກ. ທ່ານ ດາວວຽງ ກິຕະດາວັນ ປະ ທານບໍລິສັດ ຈະເລີນຊັບ ຂົນສົ່ງໂດຍ ສານ ຈໍາກັດຜູ້ດຽວ, ຜູ້ມີຕົ້ນທຶນຊີວິດ ຈາກຄອບຄົວພໍ່ແມ່ເຮັດທຸລະກິດຄ້າ ຂາຍ ແລະ ຂົນສົ່ງ ໄດ້ໃຫ້ສໍາພາດຕໍ່ບັນ ດານັກຂ່າວທີ່ພວມນັກລໍຖ້າໃນຫ້ອງ ຜູ້ໂດຍສານຢູ່ສະຖານີລົດໄຟ ລາວ-ຈີນ ໃນແຂວງອຸດົມໄຊວ່າ: ເມື່ອກ່ອນພໍ່ແມ່ ແລະ ຕົນເອງກໍເຮັດທຸລະກິດຄ້າຂາຍ, ບໍລິການຂົນສົ່ງສິນຄ້າພາຍໃນແຂວງ ແລະ ຫວ່າງແຂວງຕໍ່ແຂວງ ເຊິ່ງໄດ້ ສ້າງລາຍໄດ້ດີພໍສົມຄວນແລະບາງຄັ້ງ ກໍມີກໍາໄລພໍແຕ່ກຸ້ມທຶນຕໍ່ມາໃນຊຸມປີ 2018-2019 ເຫັນລາຄານໍ້າມັນໃນ ຕະຫລາດໂລກເລີ່ມເໜັງຕີງ ແລະ ຂຶ້ນ ເລື້ອຍໆ ອັນເນື່ອງຈາກສະພາບການ ຂອງໂລກມີການຜັນແປທີ່ກ່ຽວຂ້ອງ ກັບຂໍ້ຂັດແຍ່ງດ້ານການເມືອງ, ການ ຄ້າ ແລະ ເສດຖະກິດໃນບາງປະເທດ ໃນໂລກ ເຊິ່ງສົ່ງຜົນກະທົບຕໍ່ ຜູ້ນໍາເຂົ້າ ສິນຄ້າປະເພດນໍ້າມັນຄືກັບເງົາຕາມໂຕ ແລະ ບໍ່ສາມາດປັດຕິເສດໄດ້. ບັນຫາ ດັ່ງກ່າວນັ້ນບໍ່ໄດ້ເປັນພຽງພາລະອັນ ໜັກໜ່ວງຕໍ່ຜູ້ປະກອບການແຕ່ຫາກ ຍັງເປັນໜັກໜ່ວງຕໍ່ຜູ້ໃຊ້ບໍລິການ ແລະ ຜູ້ບໍລິໂພກເຊັ່ນກັນ ເນື່ອງຈາກວ່າລາ ຄານໍ້າມັນຂຶ້ນກໍສົ່ງຜົນກະທົບຕໍ່ຂອດ ບໍລິການຕ່າງໆຂຶ້ນລາຄາໄປຕາມໆ ກັນເພາະທັງໝົດນັ້ນແມ່ນໃຊ້ລົດເປັນ ພາຫະນະຂົນສົ່ງສິນຄ້າຈາກແຫລ່ງຜະ ຄັນ ເຊິ່ງໄດ້ແລ່ນໃຫ້ບໍລິການຕາມສະ ຖານີລົດໄຟ ລາວ-ຈີນ ແລະ ໃນເທສະ ບານ ແຂວງອຸດົມໄຊ, ສະເລ່ຍລາຍຮັບ ປະມານ 3 ແສນ-4 ແສນກີບຕໍ່ຄັນ ໃນ ແຕ່ລະວັນ ແລະ ໄດ້ສ້າງວຽກເຮັດງານ ທໍາໃຫ້ພໍ່ແມ່ປະຊາຊົນບໍ່ໜ້ອຍເພາະໄດ້ ຈ້າງລູກຫລານ ເຂົ້າມາເປັນຄົນຂັບລົດ ແລະ ນາຍຊ່າງສ້ອມແປງຄວບຄູ່ກັນ. ທ່ານ ດາວວຽງ ກິຕະດາວັນ ຍັງ ເວົ້າຕື່ມອີກວ່າ: ລົດໂດຍສານໄຟຟ້າ ຂອງພວກເຮົາທັງໝົດໄດ້ແລ່ນໃຫ້ ການບໍລິການສະເພາະຢູ່ພາຍໃນ ເມືອງ ໄຊ ແລະ ປະຈໍາຢູ່ເປັນຈຸດເປັນຕົ້ນສະ ຖານີລົດໄຟ, ຄິວລົດສາທາລະນະ, ເຂດ ໂຮງໝໍ, ຕະຫລາດ ແລະ ເຂດອື່ນໆ. ໃນ ຕໍ່ໜ້າບໍລິສັດຈະຂະຫຍາຍສາຂາໄປ ແຂວງຫລວງພະບາງ, ຫລວງນໍ້າທາ ແລະ ບັນດາແຂວງອ້ອມຂ້າງ. ທ່ານ ສຸລິໂຍ ວົງດາລາ ອໍານວຍ ການບໍລິສັດໂລກ້າ (LOCA), ນັກທຸ ລະກິດໃຫ້ບໍລິການຂົນສົ່ງໂດຍສານ ຜ່ານລະບົບອອນລາຍໄດ້ເປີດເຜີຍວ່າ: ຊາວລາວເລີ່ມຕື່ນໂຕຫລາຍຂຶ້ນແລະພະ ຍາຍາມຈະຫັນທິດມາໃຊ້ລົດໄຟຟ້າເພີ່ມ ຂຶ້ນຢ່າງກ້າວກະໂດດເພື່ອຫລຸດຄ່າໃຊ້ ຈ່າຍສໍາລັບນໍ້າມັນເຊື້ອໄຟ ນອກຈາກ ນັ້ນກໍເພື່ອປົດແອກອອກຈາກການນໍາ ເຂົ້ານໍ້າມັນ ຫລື ເປັນຜູ້ບໍລິໂພກນໍ້າມັນ 100%ຈາກຕ່າງປະເທດ ເຊິ່ງຈະຊ່ວຍ ໃຫ້ເສດຖະກິດດີຂຶ້ນ, ຫລຸດຜ່ອນເງິນ ເຟີ້, ຫລຸດຜ່ອນເງິນຮົ່ວໄຫລອອກນອກ ປະເທດ. ປັດຈຸບັນຄົນລາວໃຊ້ລົດໄຟ ຟ້າ 5.500 ຄັນແລ້ວ, ຄາດວ່າພາຍໃນ ຕົ້ນປີ 2025 ຕົວເລກຈະເພີ່ມຂຶ້ນເຖິງ 10.000 ຄັນ. ມັນເປັນໂອກາດດີ, ທີ່ໄດ້ຍິນຂ່າວ ສປປ ລາວ ປະກາດວ່າປະເທດເຮົາຈະ ເປັນໝໍ້ໄຟແຫ່ງອາຊຽນ ແລະ ປັດຈຸບັນ ນີ້ພວກເຮົາກໍມີເຂື່ອນໄຟຟ້າພະລັງງານ ລົມ, ແສງຕາເວັນ ແລະ ຄວາມຮ້ອນບໍ່ ຕໍ່າກວ່າ 80 ແຫ່ງ ເຊິ່ງທັງໝົດຈະກາຍ ເປັນໄມ້ງັດເສດຖະກິດແຫ່ງຊາດ ຢ່າງ ແຂງແຮງທັງຈະຊ່ວຍສ້າງວຽກເຮັດ ງານທໍາ ແລະ ແກ້ໄຂຄວາມທຸກຍາກ ຢ່າງສົມເຫດສົມຜົນ. ທ່ານ ສຸລິໂຍ ວົງດາລາ ຍັງອະທິ ບາຍວ່າ: ທຸລະກິດໃຫ້ບໍລິການຂົນສົ່ງ ໂດຍສານຜ່ານລະບົບອອນລາຍ ຫລື ແອບຟລິເຄຊັນພວມໄດ້ຮັບຄວາມນິ ຍົມຢ່າງກວ້າງທົ່ວໂລກ ຍ້ອນຄວາມ ສະດວກສະບາຍ, ວ່ອງໄວ, ປະຢັດເວ ລາ, ລາຄາຖືກກວ່າ, ມີຄວາມປອດໄພ, ແລະ ສັ່ງໄດ້ຕາມໃຈທີ່ລູກຄ້າຕ້ອງການ ຂະນະທີ່ ບໍລິສັດໂລກ້າ (LOCA) ປັດຈຸບັນ, ສະພາບການຂອງໂລກ ແລະ ພາກພື້ນໄດ້ມີການຜັນແປໄປຢ່າງ ສັບສົນ ຊຶ່ງຄາດຄະເນໄດ້ຍາກຕິດພັນ ກັບສະພາບການທົດຖອຍຂອງເສດຖະ ກິດໂລກ ຊຶ່ງເປັນສິ່ງທ້າທາຍ ແລະ ສົ່ງ ຜົນກະທົບຕໍ່ກັບສະພາບເສດຖະກິດສັງຄົມຂອງປະເທດ ໂດຍສະເພາະແມ່ນ ການທີ່ຈະບັນລຸຄາດໝາຍແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ສອງວາລະແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) 2030, ການສໍາຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຈະເປັນແຫລ່ງຂໍ້ມູນທີ່ສໍາຄັນ ເພື່ອຢັ້ງ ຢືນຜົນສຳເລັດໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍດັ່ງກ່າວ. ໃນນີ້,ຈະສາ ມາດຮູ້ໄດ້ຂະໜາດຂອງພົນລະເມືອງ ໃນປີ 2025 ມີຈຳນວນເທົ່າໃດ (ປັດຈຸ ບັນອີງຕາມການຄາດຄະເນປີ 2023 ແມ່ນ 7,5 ລ້ານຄົນ), ສະພາບການ ເຄື່ອນຍ້າຍຂອງພົນລະເມືອງ, ອັດຕາ ການຂະຫຍາຍຕົວຂອງພົນລະເມືອງ ຕໍ່ປີ, ການປ່ຽນແປງທາງໂຄງປະກອບ ທາງເພດ ແລະ ອາຍຸ, ກໍາລັງແຮງງານ ຕາມເກນອາຍຸ, ການເກີດ, ການເສຍ ຊີວິດ, ຄວາມພິການ ແລະ ຂໍ້ມູນທີ່ສໍາ ຄັນອື່ນໆ ຊຶ່ງຂໍ້ມູນເຫລົ່ານີ້ມີປະໂຫຍດ ຫລວງຫລາຍສາມາດນຳໃຊ້ເຂົ້າໃນ ການກຳນົດນະໂຍບາຍ, ວາງແຜນແລະ ຄຸ້ມຄອງດ້ານພົນລະເມືອງ, ດ້ານເສດ ຖະກິດ-ສັງຄົມ ລວມທັງດ້ານຄວາມ ໝັ້ນຄົງຂອງປະເທດ, ເປັນຂໍ້ມູນພື້ນຖານ ໃນການຄາດຄະເນປະຊາກອນໃນຊຸມ ປີຕໍ່ໜ້າ, ການສໍາຫລວດຄັ້ງນີ້ ຈະໄດ້ ນໍາໃຊ້ເຄື່ອງມືທັນສະໄໝໂດຍສະເພາະ ແມ່ນພາບຖ່າຍທາງດາວທຽມ ເພື່ອ ສ້າງແຜນທີ່ເຂດສໍາຫລວດ, ມີຖານຂໍ້ ມູນກ່ຽວກັບຈຸດທີ່ຕັ້ງຂອງໂຄງສ້າງ ທີ່ພັກອາໄສ, ຄົວເຮືອນ ແລະ ສາມາດ ເຜີຍແຜ່ຂໍ້ມູນດ້ວຍຮູບແບບແຜນ ແລະ ເຕັກນິກເຕັກໂນໂລຊີອື່ນໆ. ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນຕ້ອງນຳໃຊ້ງົບປະມານ ຢ່າງມະຫາສານໃນຫລາຍກິດຈະກຳ ເປັນຕົ້ນ: ການກະກຽມການສຳຫລວດ, ການເກັບກຳຂໍ້ມູນພາກສະໜາມ, ການ ກວດແກ້ແລະປຸງແຕ່ງຂໍ້ມູນແລະການ ເຜີຍແຜ່ການສຳຫລວດ ເຊິ່ງຄາດວ່າ ຕ້ອງນຳໃຊ້ງົບປະມານທັງໝົດ 22,2 ລ້ານໂດລາສະຫະລັດ. ມາຮອດປັດຈຸ ບັນ, ເຖິງວ່າພວກເຮົາສາມາດກະກຽມ ທາງດ້ານການຈັດຕັ້ງ ແລະ ດ້ານວິຊາ ການມີຄວາມຄືບໜ້າດີສົມຄວນ, ແຕ່ກໍ ຍັງມີສິ່ງທ້າທາຍທາງດ້ານງົບປະມານ ເຊິ່ງເຫັນວ່າຍັງບໍ່ທັນພຽງພໍກັບຄວາມ ຕ້ອງການ ປະມານ 10,8 ລ້ານໂດລາ ສະຫະລັດຫລືປະມານ49%ເຊິ່ງຕ້ອງ ໄດ້ສືບຕໍ່ຄົ້ນຄວ້າລະດົມແຫລ່ງທຶນຈາກ ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງ ສາກົນ ເພື່ອປະກອບສ່ວນເຂົ້າໃນການ ສຳຫລວດ. ສຳລັບບຸກຄະລາກອນໃນ ການເດີນສຳຫລວດພາກສະໜາມທີ່ມີ ປະສົບການຕ້ອງການທັງໝົດປະມານ 18.000 ກວ່າຄົນ ເຊິ່ງຈະໄດ້ສືບຕໍ່ກະ ກຽມໃນການປະສານສົບທົບກັບບັນ ດາຄະນະຊີ້ນຳຂັ້ນແຂວງ ແລະ ຫ້ອງ ການສຳຫລວດຂັ້ນແຂວງ ໃນການຈັດ ຫາບຸກຄະລະກອນໃຫ້ຖືກຕາມມາດ ຖານຂອງການສຳຫລວດ. ເພື່ອເຮັດໃຫ້ບັ້ນການສຳຫລວດພົນ ລະເມືອງແລະທີ່ຢູ່ອາໄສຄັ້ງທີVມີຜົນ ສຳເລັດຕາມຄາດໝາຍທີ່ກຳນົດໄວ້ນັ້ນ ຂໍຮຽກຮ້ອງເຖິງທຸກພາກສ່ວນໃນສັງ ຄົມຈົ່ງຊ່ວຍໃຫ້ການສະໜັບສະໜູນ ດ້ວຍຮູບແບບຕ່າງໆຕາມທ່າແຮງແລະ ເງື່ອນໄຂທີ່ເໝາະສົມ ການປະກອບ ສ່ວນຂອງທ່ານຈະເປັນປະໂຫຍດ ອັນ ມະຫາສານໃຫ້ແກ່ການສ້າງສາພັດທະ ນາປະເທດຊາດຕາມເປົ້າໝາຍທີ່ພັກ ແລະ ລັດຖະບານວາງອອກ. ລິດວັດຖຸດິບສູ່ໂຮງງານຜະລິດ ແລະ ຈໍາໜ່າຍເປັນຕ່ອງໂສ້. ແນວໃດກໍດີມາຮອດທ້າຍປີ2021, ຕົນເອງກໍໄດ້ຍິນຂ່າວວ່າໂຄງການເສັ້ນ ທາງລົດໄຟລາວ-ຈີນ ຈະເປີດໃຫ້ບໍລິ ຜູ້ໂດຍສານ ແລະ ຂົນສົ່ງສິນຄ້າຢ່າງ ເປັນທາງການ ທ່າມກາງກະແສຂ່າວ ການລະບາດຂອງພະຍາດໂຄວິດ ພວມ ຈາງຫາຍໄປ ແລະ ສປປ ລາວ ປະ ກາດເປີດປະເທດຄືນໃໝ່ໃນປີ 2022 ເຊິ່ງເປັນເວລາໄລ່ເລ່ຍກັນຈິ່ງໄດ້ຕັດ ສິນໃຈສຶກສາຄວາມເປັນໄປໄດ້ ແລະ ຮຽນຮູ້ຈາກສິ່ງອ້ອມຂ້າງ ໃນທີ່ສຸດກໍ ໄດ້ແນມເຫັນໂອກາດ ແລະ ທ່າແຮງ ບົ່ມຊ້ອນສອດຄ່ອງກັບແນວທາງນະ ໂຍບາຍຂອງພັກ-ລັດຖະບານຄື: ການ ພັດທະນາຍືນຍົງສີຂຽວ, ການຫັນ ເປັນອຸດສາຫະກໍາທັນສະໄໝ, ຫັນ ເປັນເສດຖະກິດຕະຫລາດທີ່ມີການດັດ ສົມ ແລະ ຫັນປະເທດໄປສູ່ການເຊື່ອມ ໂຍງເຊື່ອມຈອດກັບພາກພື້ນ-ສາກົນ ຮອບດ້ານ. ຈຸດນີ້ເອງໄດ້ມາສໍາຫລວດ ແລະ ຕີລາຄືນການດໍາເນີນທຸລະກິດກ່ຽວ ກັບການຂົນສົ່ງທີ່ມີການໃຊ້ຈ່າຍສູງ ແຕ່ຜົນກໍາໄລໜ້ອຍ ແລະ ບາງຄັ້ງກໍ ຂາດທຶນຄືດັ່ງທີ່ຮູ້ນໍາກັນຖ້າເຮັດທຸລະ ກິດຂາດທຶນບໍ່ມີໃຜຈະດໍາເນີນຕໍ່ ແລະ ສິ່ງສໍາຄັນຕ້ອງຮູ້ປັບໂຕໃຫ້ເຂົ້າກັບຍຸກ ກັບສະໄໝເພາະແຕ່ໄລຍະເງື່ອນໄຂ ບໍ່ຄືກັນ, ເວລາຕໍ່ມາຈິ່ງພົບເສັ້ນທາງສະ ຫວ່າງສະໄຫວ ແລະ ເປັນຊ່ອງທາງ ອັນດີຄື: ມີນັກລົງທຶນຈີນໄດ້ນໍາເຂົ້າລົດ ໄຟຟ້າມາຂາຍໃນສປປລາວ ແລະກາຍ ເປັນທີ່ນິຍົມເພີ່ມຂຶ້ນຢ່າງຕໍ່ເນື່ອງໃນ ທຸກຊັ້ນຄົນເພາະຄົນສ່ວນໃຫຍ່ບໍ່ຢາກ ຈ່າຍຄ່ານໍ້າມັນທີ່ແພງ ແລະ ບາງຄັ້ງ ຊອກຊື້ຍາກອີກດ້ວຍ. ໃນທີ່ສຸດທ້າຍຕົນເອງກໍໄດ້ຕັດສິນ ໃຈນໍາເຂົ້າຈາກ ສປ ຈີນ ເພື່ອມາທົດ ລອງໃຊ້ 3 ຄັນ, ໃນໄລຍະ 3 ເດືອນ ເບື້ອງຕົ້ນເຫັນວ່າມວນຊົນໃນສັງຄົມ ໃຫ້ການຕອບຮັບເປັນຢ່າງດີ ແລະ ມີການເຕີບໃຫຍ່ຂະຫຍາຍຕົວເພີ່ມຂຶ້ນ ຢ່າງກວ້າງຂວາງ ເຊິ່ງສ່ວນໃຫຍ່ໄດ້ ຮັບຄວາມນິຍົມ ແລະ ຜູ້ຄົນມັກມາໃຊ້ ບໍລິການລົດໄຟຟ້າຂອງພວກເຮົາຍ້ອນ ວ່າໜຶ່ງ: ລາຄາຖືກປະຢັດ, ບໍ່ມີມົນລະ ພິດ, ສຽງບໍ່ລົບກວນເນືອງນັນ ແລະ ອື່ນໆ. ປັດຈຸບັນນີ້ ພວກເຮົາກໍໄດ້ກໍານົດ ລາຄາແຕກຕ່າງກັນເຊັ່ນ: ການບໍລິການ ແມ່ນໄດ້ແບ່ງເປັນ 3 ເຂດ ໃນແຕ່ລະ ເຂດລາຄາເລີ່ມຕົ້ນແມ່ນ 10.000 ກີບ ຖ້າຂີ່ກາຍເຂດທີ່ກໍານົດໄວ້ລາຄາຈະ ເພີ່ມຂຶ້ນ, ດຽວນີ້ບໍລິສັດຂອງພວກເຮົາ ມີລົດໄຟຟ້າໃຫ້ບໍລິການທັງໝົດ 20 ທຸລະກິດໃຫ້ບໍລິການຂົນສົ່ງໂດຍສານ ຜ່ານລະບົບອອນລາຍ ໂດຍເປັນຂອງ ຄົນລາວເຮົາເອງ ພວມໄດ້ຮັບສົນໃຈ ແລະ ເຊື່ອໝັ້ນຈາກຄົນລາວ ລວມທັງ ຊາວຕ່າງປະເທດຢ່າງຫລວງຫລາຍ. ປັດຈຸບັນ, ການບໍລິການຂົນສົ່ງ ໂດຍສານຢູ່ໃນຕົວເມືອງໃຫຍ່ ແມ່ນມີ ຫລາກຫລາຍຮູບແບບເຊັ່ນ: ລົດເມ, ຕັກຊີ, ຕຸກໆ, ຈໍາໂບ້, ລົດຈັກ ແລະ ອື່ນໆ ເຊິ່ງມີລັກສະນະສະເພາະ ໃນເປົ້າໝາຍ ລູກຄ້າທີ່ແຕກຕ່າງກັນ. ແນວໃດກໍດີ, ໃນໄລຍະ 5 ປີມານີ້ການບໍລິການຕັກຊີ ຂອງບໍລິສັດໂລກ້າ (LOCA) ໄດ້ເປັນ ທາງເລືອກ ໃໝ່ທີ່ຖືກຍອມຮັບຢ່າງ ກວ້າງຂວາງໃນສັງຄົມ. ພ້ອມດຽວກັນນີ້, ທ່ານ ສຸລິໂຍ ວົງ ດາລາ ຍັງແນມເບິ່ງອະນາຄົດຕໍ່ໜ້າ ວ່າ: ລົດຈີນອາດຈະອັ່ງຕະຫລາດ ແລະ ຈະເຮັດໃຫ້ລາຄາລົດຫລຸດລົງ ເຊິ່ງຄົນ ລາວເຮົາຈະໄດ້ຮັບອະນິສົງໄດ້ໃຊ້ລົດ ລາຄາຖືກລົງ, ຕອນນີ້ລົດໄຟຟ້າໃນລາວມີ ລວມກັນແລ້ວ5.000ກວ່າຄັນແລະຈະ ຮອດ 10.000 ຄັນພາຍໃນປີ 2025, ສະຖານີສາກລົດໄຟຟ້າໂລກ້າຈະມີ 40 ສະຖານີພາຍໃນ 2024 ແລະ ຈະມີ 80 ສະຖານີພາຍໃນປີ 2025 ແລະ 120 ສະຖານີພາຍໃນ ປີ 2026 ເວລານັ້ນ ບໍ່ແມ່ນຜູ້ໃດຜູ້ໜຶ່ງແຕ່ຫາກແມ່ນພວກ ເຮົາເຈົ້າລະມາຊ່ວຍປະເທດຊາດ ຫລຸດ ການເພີ່ງພານໍ້າມັນຈາກຕ່າງປະເທດ ແລະ ຈະຊ່ວຍໃຫ້ປະເທດຊາດຈະເລີນ ຮັ່ງມີເຂັ້ມແຂງ.
RkJQdWJsaXNoZXIy MTc3MTYxMQ==