5888

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 07/06/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp sq ;|h k7totrq ;ra o8j k'xtgmfl6 odk'ra d 8h voIa [m6 f vkg,iy dk 7q o.\j 3I'IPo;a fmtotme-q ogzq j kdv'ma [xy flq dIPo 2023-2024 ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ກໍາມະ ການສູນກາງພັກ, ຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ (ຄຕພ) ຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບ ຂອງທ່ານ ນາງ ແຮັດເຕີວາເຣຍ ອາວາ ເອກອັກຄະລັດຖະທູດສະຫະ ລັດອາເມລິກາ ປະຈຳ ສປປ ລາວ ຄົນໃໝ່. ໃນການພົບປະຄັ້ງນີ້, ທ່ານ ທອງ ສະຫວັນ ພົມວິຫານ ໄດ້ສະແດງ ຄວາມຊົມເຊີຍຕໍ່ທ່ານ ນາງ ແຮັດເຕີ ວາເຣຍອາວາ ທີ່ຖືກແຕ່ງຕັ້ງໃຫ້ມາ ດໍາລົງຕໍາແໜ່ງ ເປັນເອກອັກຄະ ລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ອາເມຣິກາ ຄົນໃໝ່ ປະຈໍາ ສປປລາວແລະ ເຊື່ອໝັ້ນວ່າການປະ ຕິບັດໜ້າທີ່ການທູດໃນຄັ້ງນີ້ຈະເປັນ ຂົວຕໍ່ເຮັດໃຫ້ສາຍພົວພັນ ແລະການ ຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ອາເມຣິກາ ຂະຫຍາຍຕົວຍິ່ງໆຂຶ້ນ ບົນພື້ນຖານແຫ່ງສາຍພົວພັນການ ທູດ ລາວ-ອາເມຣິກາ ຄົບຮອບ 69 ປີແລະຖະແຫລງການຮ່ວມວ່າດ້ວຍ ການເປັນຄູ່ມືຮ່ວມແບບກວມລວມ ລະຫວ່າງ ສອງປະເທດ ຄົບຮອບ 8 ປີ. ພ້ອມທັງຕີລາຄາສູງຕໍ່ສາຍພົວ ພັນຮ່ວມມືຂອງສອງປະເທດທີ່ໄດ້ ຮັບການພັດທະນາ ແລະ ເສີມຂະ ຫຍາຍເປັນກ້າວໆ ເຖິງຂັ້ນຍົກລະ ດັບການພົວພັນເປັນຄູ່ຮ່ວມມືແບບ ກວມລວມແລະສະແດງຄວາມຂອບ ໃຈຕໍ່ການສະໜັບສະໜູນ ສປປ ລາວ ເປັນປະທານໝູນວຽນອາຊຽນ ແລະ ປີທ່ອງທ່ຽວລາວ. ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການ ຮ່ວມມື ແລະ ສະໜັບສະໜູນດ້ານ ຕ່າງໆຂອງລັດຖະບານສອາເມຣິກາ ຕໍ່ ສປປ ລາວ ໃນບັນດາໂຄງການ ຮ່ວມມືຂະແໜງການສຶກສາ, ສາທາ ລະນະສຸກ, ການຕ້ານຢາເສບຕິດ, ການຄ້າ, ການລົງທຶນ, ໂຄງການເກັບ ກູ້ລະເບີດທີ່ບໍ່ທັນແຕກ ແລະ ອື່ນໆ. ໃນໂອກາດນີ້,ທ່ານນາງແຮັດເຕີ ວາເຣຍ ອາວາ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ບັນດາຜົນສໍາເລັດ ໃນການພັດທະນາເສດຖະກິດ-ສັງ ຄົມ ຂອງ ສປປ ລາວ ພ້ອມທັງຢືນ ຢັນວ່າສະຖານເອກອັກຄະລັດຖະ ທູດ ສ ອາເມຣິກາ ຈະສືບຕໍ່ປະກອບ ສ່ວນຊຸກຍູ້ ແລະ ຮັດແໜ້ນການພົວ ພັນຮ່ວມມືທາງດ້ານເສດຖະກິດ, ວັດ ທະນະທໍາ-ສັງຄົມ ລະຫວ່າງສອງ ປະເທດ ໃຫ້ໄດ້ຮັບການຂະຫຍາຍ ຕົວຍິ່ງໆຂຶ້ນ, ສືບຕໍ່ໃຫ້ການສະໜັບ ສະໜູນການເປັນປະທານໝູນວຽນ ກອງປະຊຸມສຸດຍອດອາຊຽນ ຂອງ ສປປ ລາວ ແລະ ປີທ່ອງທ່ຽວລາວ 2024 ພ້ອມທັງສະແດງຄວາມ ຂອບໃຈຕໍ່ລັດຖະບານ ສປປ ລາວ ໃນການປະຕິບັດນະໂຍບາຍມະນຸດ ສະທໍາໃນໂຄງການຊອກຫາສິ່ງ ເສດ ເຫລືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ລາວ, ເຊິ່ງການມາດຳລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສ ອາເມຣິກາ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້ ເປັນໂອກາດອັນດີ ທີ່ຈະໄດ້ເຮັດວຽກ ຮ່ວມກັບພາກສ່ວນຕ່າງໆ ຂອງ ສປປ ລາວ ໃນການສົ່ງເສີມການພົວ ພັນຮ່ວມມືລະຫວ່າງສອງປະເທດ ເພື່ອຜົນປະໂຫຍດຂອງປະຊາຊົນ ອາເມຣິກາ ແລະ ປະຊາຊົນລາວໃນ ຕໍ່ໜ້າ. ພາບ: ຂັນໄຊ ຂປລ. ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ ໄດ້ຈັດພິທີປິດສົກ ຮຽນ 2023-2024 ໃນວັນທີ 5 ມິຖຸນາ 2024 ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການ ຄະນະປະຈຳພັກກະຊວງຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ ໂຮງຮຽນ, ພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. ສະຫາຍ ພັນເອກ ສັງທອງ ສຸກສີ ສະຫວາດ ຫົວໜ້າຫ້ອງສຶກສາໂຮງ ຮຽນວັດທະນະທຳກອງທັບໄດ້ຜ່ານ ບົດສະຫລຸບວຽກງານການສຶກສາ ປະຈຳສົກຮຽນ 2023-2024 ໂດຍ ຍົກໃຫ້ເຫັນຫລາຍດ້ານທີ່ພົ້ນເດັ່ນ ໃນການຮຽນ-ການສອນຕະຫລອດ ໄລຍະການຮໍ່າຮຽນໃນສົກຮຽນນີ້, ຄະນະພັກ-ຄະນະອຳນວຍການໂຮງ ຮຽນ ໄດ້ຖືສຳຄັນໃນການສຶກສາ ອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານຄູ-ອາຈານ, ນັກຮຽນ ຢ່າງເປັນປົກກະຕິດ້ວຍຫລາຍຮູບ ການ ແລະ ເນື້ອໃນແຕກຕ່າງກັນ ໂດຍສະເພາະຄູ-ອາຈານ ໄດ້ເອົາໃຈ ໃສ່ປະຕິບັດຫລັກສູດການຮຽນການສອນ, ການຄົ້ນຄວ້າທວນຄືນ ສອບເສັງເລື່ອນຂັ້ນໃຫ້ນັກຮຽນໄດ້ ຄົບຖ້ວນທັນກຳນົດເວລາທີ່ກະຊວງ ສຶກສາທິການ ແລະ ກິລາວາງອອກ ສະແດງອອກໃນການດໍາເນີນການ ສິດສອນຮໍ່າຮຽນຕາມ 3 ລັກສະ ນະ, 5 ຫລັກມູນການສຶກສາໄດ້ເປັນ ຢ່າງດີ ແລະ ສາມາດຕີລາຄາຜົນ ໄດຮັບໃນການຄົ້ນຄວ້າຮໍ່າຮຽນ ຂອງນັກຮຽນບັນລຸຕາມຄາດໝາຍ 100% ເຊິ່ງສາມາດໄດ້ຮັບໝາກ ຜົນການສອບເສັງໄດ້ດັ່ງນີ້: ສອບ ເສັງເລື່ອນຊັ້ນ ມ1 ຂຶ້ນ ມ2 ຈຳນວນ 134 ຄົນ, ເສັງໄດ້134 ຄົນ ເທົ່າກັບ 100%, ສອບເສັງເລື່ອນຊັ້ນ ມ5 ຂຶ້ນ ມ6 ຈຳນວນ 130 ຄົນ, ເສັງໄດ້ 130ຄົນ ເທົ່າກັບ100%, ສອບເສັງ ເລື່ອນຊັ້ນ ມ6 ຂຶ້ນ ມ7 ຈຳນວນ 132 ຄົນ, ເສັງໄດ້ 132 ຄົນ ເທົ່າກັບ 100%. ຈາກນັ້ນໃນພິທີ ກໍໄດ້ມອບ ໃບຍ້ອງຍໍນັກຮຽນດີຮຽນເກັ່ງ. ໃນໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ຍາດມາໄດ້ ໂດຍສະເພາະຄະນະພັກຄະນະອໍານວນການ, ພະນັກງານ ຫລັກແຫລງ,ຄູ-ອາຈານ,ຕະຫລອດ ພະນັກງານ-ນັກຮົບ ແລະ ນ້ອງນັກ ຮຽນທີ່ໄດ້ເອົາໃຈໃສ່ເຮັດສຳເລັດ ຕາມແຜນການຮຽນ-ການສອນໃນ ສົກຮຽນ 2023- 2024 ດ້ວຍຜົນ ສໍາເລັດອັນຈົບງາມ. ພ້ອມນີ້, ຍັງໄດ້ ເນັ້ນໜັກໃຫ້ຄະນະອຳນວຍການ ໂຮງຮຽນ ຈົ່ງສືບຕໍ່ອົບຮົມວຽກ ງານການເມືອງນໍາພາແນວຄິດໃຫ້ ພະນັກງານ-ນັກຮົບໃນທົ່ວໂຮງ ຮຽນ ເພື່ອກະກຽມປະຕິບັດເຮັດໜ້າ ທີ່ໃນສົກຮຽນໃໝ່ໃຫ້ໄດ້ຮັບໝາກ ຜົນສູງ. ສໍາລັບນ້ອງນັກຮຽນຕ້ອງ ຕັ້ງໜ້າຄົ້ນຄ້ວາຮໍ່າຮຽນ, ກຳແໜ້ນ ບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້, ເວລາພັກຮຽນຕ້ອງເອົາຕັ້ງໃຈຄົ້ນ ຄວ້າທວນຄືນບົດຮຽນ, ເອົາໃຈໃສ່ ອອກແຮງຝຶກຝົນຫລໍ່ຫລອມຕົນ ເອງໃນທຸກດ້ານຕາມມາດຖານ ເງື່ອນໄຂທີ່ທາງກະຊວງ ກໍຄື ໂຮງ ຮຽນວາງອອກ ເປັນຕົ້ນ ການປະ ຕິບັດລະບຽບແບບແຜນ, ບັນດາຂໍ້ ກຳນົດແລະລະບຽບຂອງໂຮງຮຽນ ຢ່າງເຂັ້ມງວດຕາມ 7 ລ ະບອບ 18 ວຽກຂອງກອງທັບ ໃຫ້ສົມວ່າຕົນ ເປັນນັກຮຽນຮູ້ຜູ້ສືບທອດທີ່ດີຂອງ ຊາດ ແລະ ຂອງກອງທັບ. ຂ່າວ: ຄຳອ້າຍ ທອງວັນ ແລກປ່ຽນຄຳຄິດເຫັນ... ບໍລິສັດທາງລົດໄຟ ລາວ-ຈີນ... ເປົາເປ້ 300 ໜ່ວຍ, ປຶ້ມຂຽນ 300 ຫົວ ໃຫ້ນ້ອງນັກຮຽນ, ມອບເຄື່ອງ ຕອງນ້ຳ, ໜ່ວຍບານບ້ວງ, ເຄື່ອງໃສ່ ຂີ້ເຫຍື້ອສະແຕນເລດ, ເບ້ຍໄມ້ ແລະ ອື່ນໆ ໃຫ້ໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປີງ ເມືອງຈັນ ທະບູລີ ນະຄອນຫລວງວຽງຈັນ ໃນ ວັນທີ 5 ມິຖຸນາ 2024 ເນື່ອງໃນ ໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44ປີ ໂດຍມີທ່ານພຸດສິມມາລາວົງ ວຽງຈັນ ໂດຍການເປັນປະທານ ຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ,ທ່ານອາເລັກຊານ ເດີ ເຄຣເມີ ຫົວໜ້າຫ້ອງການທະນາ ຄານໂລກ ປະຈຳ ສປປ ລາວ ແລະ ທ່ານ ນາງ ໂຊໂນມີ ທະນາກະ ຫົວ ໜ້າຫ້ອງການທະນາຄານພັດທະນາ ອາຊີ ປະຈຳ ສປປ ລາວ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ເພື່ອປຶກ ສາຫາລື ແລະ ແລກປ່ຽນຄຳຄິດ ເຫັນກ່ຽວກັບການທົບທວນການພັດ ທະນາຂອງ ສປປ ລາວ ແລະ ມຸມ ມອງທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ຂອງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ. ພ້ອມທັງ, ລາຍ ງານຄວາມຄືບໜ້າໃນການປັບປຸງ ກົດໝາຍວ່າດ້ວຍການສົ່ງເສີມການ ລົງທຶນຂອງ ສປປ ລາວ ທີ່ເປັນນິຕິ ກຳທີ່ສໍາຄັນ ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການ ລົງທຶນໃນປັດຈຸບັນແນໃສ່ເຮັດໃຫ້ຂໍ້ ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໄດ້ຮັບການປັບປຸງ ແລະ ແກ້ໄຂໄດ້ ຢ່າງສອດຄ່ອງ ແລະ ທັນກັບສະ ພາບການ. ທ່ານນາງ ພອນວັນອຸທະວົງ ໄດ້ ມີຄຳເຫັນວ່າ: ການຈັດກອງປະຊຸມ ປຶກສາຫາລືລະດັບສູງຂອງໜ່ວຍ ງານເສດຖະກິດມະຫາພາກຄັ້ງທີ 1 ປະຈຳປີ 2024 ມີຄວາມໝາຍ ຄວາມສໍາຄັນຢ່າງຍິ່ງຕໍ່ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 9 ແລະ ການສ້າງ ແຜນພັດທະນາ 5 ປີ ຄັ້ງທີ 10 ຂອງ ສປປ ລາວ ໂດຍສະເພາະແມ່ນການ ຄຸ້ມຄອງ ແລະ ດັດສົມເສດຖະກິດ ມະຫາພາກໃຫ້ມີປະສິດທິຜົນສູງຂຶ້ນ ແລະ ປະກອບສ່ວນເຂົ້າໃນການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດການເງິນ ເປັນຕົ້ນ ແມ່ນອັດ ຕາແລກປ່ຽນເງິນຕາ ແລະ ເງິນ ກີບອ່ອນຄ່າ. ພ້ອມກັນນີ້, ຜົນຂອງ ການປຶກສາຫາລືໃນຄັ້ງນີ້, ແມ່ນຈະ ເປັນບ່ອນອີງສໍາຄັນເຂົ້າໃນການປັບ ປຸງບົດລາຍງານແຜນພັດທະນາເສດ ຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2024 ຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ທີ່ ຈະໄຂຂຶ້ນໃນອາທິດໜ້ານີ້. ຜ່ານການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ໃນໄລຍະ 6 ເດືອນຕົ້ນປີ 2024ຂະແໜງການຕົ້ນຕໍ່ທີ່ຊຸກຍູ້ໃຫ້ ເສດຖະກິດສືບຕໍ່ຂະຫຍາຍຕົວ ແມ່ນ ມາຈາກຂະແໜງການບໍລິການ ເປັນ ຕົ້ນແມ່ນ ການບໍລິການທີ່ພັກອາໄສ ແລະ ຮ້ານອາຫານທີ່ຕິດພັນກັບ ການທ່ອງທ່ຽວ, ການຂົນສົ່ງ ແລະ ການຂາຍຍົກ-ຂາຍຍ່ອຍ (ການຂະ ຫຍາຍຕົວຂອງບັນດາຂະແໜງການ ເຫລົ່ານີ້, ສ່ວນໜຶ່ງແມ່ນມາຈາກ ການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ 2024 ແລະ ປີ ທ່ອງທ່ຽວລາວ), ເຖິງວ່າເສດຖະ ກິດຈະຂະຫຍາຍຕົວຢ່າງຕໍ່ເນື່ອງກໍ ຕາມ, ແຕ່ກໍບໍ່ສາມາດຫລີກລ່ຽງສິ່ງ ທ້າທາຍຈໍານວນໜຶ່ງໄດ້ໂດຍສະ ເພາະສະຖຽນລະພາບເສດຖະກິດ ມະຫາພາກ ເປັນຕົ້ນ ອັດຕາເງິນເຟີ້ ໃນລະດັບສູງ ແລະ ໝົດປີ 2024 ຄາດວ່າຈະຢູ່ໃນລະດັບ 2 ຕົວເລກ, ຍ້ອນໄດ້ຮັບຜົນກະທົບຈາກຫລາຍ ປັດໄຈ ທັງພາຍໃນ ແລະ ພາຍນອກ. ຂ່າວ: ວຽງສະຫວັນ,ພາບ: ເກດສະໜາ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງ ວຽງຈັນ, ທ່ານ ຫລິວ ຫົງ ຜູ້ອຳ ນວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ, ມີພາກສ່ວນກ່ຽວ ຂ້ອງ ແລະ ນ້ອງນັກຮຽນ, ຄູ-ອາ ຈານ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ພຸດ ສິມມະລາວົງ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ບໍລິສັດ ທາງລົດໄຟ ລາວ-ຈີນ ທີ່ໄດ້ສະໜອງ ທຶນຮອນ ເພື່ອສ້າງພື້ນຖານໂຄງ ລ່າງດ້ານກິລາ ແລະ ອຸປະກອນການ ສຶກສາໃຫ້ແກ່ໂຮງຮຽນປະຖົມສົມ ບູນ ລາວ-ຈີນ ໜອງປີງ ເຊິ່ງສ່ອງ ແສງ ແລະ ຢັ້ງຢືນຄືນ ເຖິງຄວາມ ໝາຍໝັ້ນ ຂອງບໍລິສັດທາງລົດໄຟ ລາວ-ຈີນ ຕໍ່ວຽກງານການສຶກສາ ກໍ ຄືວຽກງານພັດທະນາຊັບພະຍາ ກອນມະນຸດ ຢູ່ ສປປ ລາວ. ພ້ອມທັງ ສະແດງຄວາມຂອບໃຈ ແລະ ຮູ້ບຸນ ຄຸນຕໍ່ລັດຖະບານ ກໍຄື ປະຊາຊົນ ສປ ຈີນ ທີ່ໄດ້ປະກອບສ່ວນໃນການ ກໍ່ສ້າງໂຮງຮຽນປະຖົມສົມບູນ ລາວ-ຈີນ ໜອງປີງ ແລະ ນຳໃຊ້ແຕ່ ປີ 2012 ເປັນຕົ້ນມາ ເຊິ່ງຕະຫລອດ ໄລຍະຜ່ານມາ ສປ ຈີນ ກໍໄດ້ສົ່ງຄູ ອາສາສະໝັກມາປະຈຳທ່ີໂຮງຮຽນ ເພື່ອສິດສອນ ແລະ ສະໜອງອຸປະ ກອນຫລາຍຢ່າງ ໃຫ້ກັບໂຮງຮຽນ ດັ່ງກ່າວ. ທ່ານ ພຸດ ສິມມະລາວົງ ຍັງໄດ້ ກ່າວອີກວ່າ: ທາງລົດໄຟ ລາວ-ຈີນ ທີ່ໄດ້ເປີດດຳເນີນການແຕ່ວັນທີ 3 ທັນວາ 2021 ໄດ້ກາຍເປັນການປະ ກອບສ່ວນເຮັດໃຫ້ໂຄງການ “ໜຶ່ງ ແລວ ໜຶ່ງເສັ້ນທາງ” ໄດ້ນຳເອົາຜົນ ປະໂຫຍດຕົວຈິງມາສູ່ ສປປລາວ ແລະ ສປ ຈີນ. ຄູ-ອາຈານ ແລະ ນັກ ຮຽນຂອງໂຮງຮຽນປະຖົມສົມບູນ ລາວ-ຈີນ ໜອງປີງ ກໍໄດ້ເປັນສັກ ຂີພິຍານຕໍ່ “ເສັ້ນທາງແຫ່ງມິດຕະ ພາບ” ນີ້ ໂດຍໄດ້ຮ່ວມໃນພິທີສຳຄັນ ຕ່າງໆຂອງທາງລົດໄຟ. ການປະ ກອບສ່ວນຂອງ ບໍລິສັດທາງລົດໄຟ ລາວ-ຈີນ ແມ່ນມີຄວາມໝາຍສຳ ຄັນຫລາຍ, ເປັນຂົວເຊື່ອມຕໍ່ສາຍພົວ ພັນທາງດ້ານຈິດໃຈ, ສົ່ງເສີມການ ໄປມາຫາສູ່ກັນລະຫວ່າງປະຊາຊົນ ສອງຊາດ ລາວ-ຈີນ, ສືບຕໍ່ພົວພັນ ສ້າງມິດຕະພາບທີ່ດີຕໍ່ກັນລະຫວ່າງ ສອງຊາດ ລາວ-ຈີນ ຈາກຮຸ່ນຄົນ ນີ້ສູ່ຮຸ່ນຄົນຕໍ່ໄປ. ພ້ອມນີ້, ທ່ານຍັງ ໄດ້ຮຽກຮ້ອງໃຫ້ຜູ້ບໍລິຫານໂຮງ ຮຽນ, ຄູ-ອາຈານ ແລະ ນ້ອງນັກ ຮຽນຈົ່ງນຳໃຊ້ພື້ນຖານໂຄງລ່າງ ແລະ ອຸປະກອນທີ່ບໍລິສັດມອບໃຫ້ ໃຫ້ເກີດປະໂຫຍດສູງສຸດ. ພ້ອມນັ້ນ, ກໍຫວັງຢ່າງຍິ່ງວ່າ ບໍລິສັດທາງລົດ ໄຟ ລາວ-ຈີນ ຈະສືບຕໍ່ໃຫ້ການຊ່ວຍ ເຫລືອສັງຄົມ ໃນຮູບແບບຕ່າງໆ ຕື່ມອີກ. ທ່ານ ຫລິວ ຫົງ ກໍໄດ້ມີຄຳເຫັນ ວ່າ: ໃນໄລຍະຫລາຍປີທີ່ຜ່ານມາ, ບໍລິສັດໄດ້ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນວຽກງານດ້ານການ ພັດທະນາການສຶກສາ ແລະ ໄດ້ມີ ການຈັດກິດຈະກຳລົງຮາກຖານ “ລົງບ້ານສູ່ໂຮງຮຽນ” ຢູ່ເປັນປະ ຈຳ ເຊິ່ງການມອບ-ຮັບເດີ່ນບານ ບ້ວງໃນຄັ້ງນີ້, ແມ່ນຜັນຂະຫຍາຍ ຕາມ ຄຳຂວັນ “ເສັ້ນທາງແຫ່ງມິດ ຕະພາບ” ລະຫວ່າງ ບໍລິສັດທາງລົດ ໄຟລາວ-ຈີນຈຳກັດແລະ ໂຮງຮຽນ ປະຖົມສົມບູນ ລາວ-ຈີນ ບ້ານໜອງ ປີງ ແມ່ນໜຶ່ງໃນບັນດາໂຄງການສຳ ຄັນ ໃນການຊ່ວຍເຫລືອດ້ານການ ຮຽນ-ການສອນ ເພື່ອໃຫ້ຄູ-ອາຈານ ແລະ ນັກຮຽນມີສະພາບແວດລ້ອມ ການຮຽນ-ການສອນທີ່ກວ້າງ ຂວາງ ແລະ ມີຄຸນນະພາບສູງຂຶ້ນ, ຍົກລະດັບຄຸນນະພາບການຫລິ້ນ ກິລາ ເພື່ອໃຫ້ນ້ອງນັກຮຽນມີຮ່າງ ກາຍທີ່ແຂງແຮງ ແລະ ສ້າງຄວາມ ສາມັກຄີມ່ວນຊື່ນໃນໂຮງຮຽນ. ພ້ອມກັນນັ້ນ, ບໍລິສັດທາງລົດ ໄຟ ລາວ-ຈີນ ຈຳກັດ ຍັງໄດ້ມອບອຸ ປະກອນ ແລະ ເຄື່ອງໃຊ້ຕ່າງໆເປັນ ຕົ້ນ ເຄື່ອງຂຽນ, ພັດລົມ, ຄັນຮົ່ມ, ໜ່ວຍບານບ້ວງ, ເບ້ຍໄມ້ ແລະ ໄດ້ ຊ່ວຍແປງອາຄານ ໃຫ້ໂຮງຮຽນ ຢູ່ລຽບຕາມແລວທາງລົດໄຟ ເພື່ອ ຍົກລະດັບສະພາບແວດລ້ອມການ ຮຽນ-ການສອນ ແລະ ຊີວິດການ ເປັນຢູ່ຂອງຄູ-ອາຈານ ແລະ ນັກ ຮຽນໃຫ້ສະດວກສະບາຍຍິ່ງຂຶ້ນ. ນອກນັ້ນ, ບໍລິສັດກຳລັງມີແຜນຈະ ດຳເນີນກິດຈະກຳຊ່ວຍເຫລືອດ້ານ ການຮຽນ-ການສອນລະຫວ່າງບໍ ລິສັດ ກັບໂຮງຮຽນໃນຫລາຍແຫ່ງ ແລະ ສົ່ງຜູ້ຊ່ຽວຊານດ້ານການລົດ ໄຟ ເປັນອາສາສະໝັກໃນການສິດ ສອນ, ຖ່າຍທອດຄວາມຮູ້ປະສົບ ການຕ່າງໆກ່ຽວກັບທາງລົດໄຟ ເຊັ່ນ: ວິທະຍາສາດ-ເຕັກນິກທາງລົດ ໄຟ, ວຽກງານດ້ານການຄຸ້ມຄອງ ດຳເນີນງານທາງລົດໄຟ, ດ້ານການ ບໍລິການ, ວຽກງານພື້ນຖານຄວາມ ປອດໄພ ແລະ ອື່ນໆ ໃຫ້ແກ່ບັນດາ ຄູ-ອາຈານແລະ ນັກຮຽນນັກສຶກສາ ຢູ່ທົ່ວປະເທດ. ໃນໂອກາດດຽວກັນນີ້, ບໍລິສັດ ຍັງໄດ້ດຳເນີນກິດຈະກຳ ມອບອຸປະ ກອນການຮຽນຕ່າງໆ ເຊັ່ນ ກະເປົາ ເປ້, ປຶ້ມຂຽນ, ກະເປົາຜ້າ, ເຕົ້ານໍ້າ ແລະ ເຄື່ອງໃຊ້ອື່ນໆ ໃຫ້ແກ່ຄູ-ອາ ຈານ ແລະ ນັກຮຽນ-ນັກສຶກສາແຕ່ ລະໂຮງຮຽນ ຈຳນວນ 7 ແຫ່ງ ຄື ຢູ່ແຂວງຫລວງພະບາງ, ເມືອງງາ ແຂວງອຸດົມໄຊ, ເມືອງນາເຕີຍ ແຂວງຫລວງນໍ້າທາ ແລະ ສະຖານ ທີ່ອື່ນໆ ທີ່ຢູ່ລຽບຕາມເສັ້ນທາງລົດ ໄຟ ລາວ-ຈີນ. ຂ່າວ: ທະນູທອງ,ຂໍ້ມູນ: ລົດໄຟ ລາວ-ຈີນ

RkJQdWJsaXNoZXIy MTc3MTYxMQ==