xtgmf]k; 3 07/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສາວບ້ານໂນນ ໂດຍ: ຢ່າຕົງ ບົດສະເໜີ ໂດຍ: ໄໝຄຳ ຍ້ອມສິນ pk,/q o Ij ;,da ovtokw,sq omk' s]u dg;A o[a oskoE4h ;,0a ' ]kpokd8y fra oda [;y 4u -u ;y f0v'7q og-N v-kf]k; ,kc8j [6 Iko lnj vvo]kp.-h fu ,u xt3spf .-h [+ fu ,u 3mfg4y '8q ; ແລະ ບໍ່ເປັນລະບຽບຮຽບຮ້ອຍໃນ ສັງຄົມເຮົາ. ເພື່ອສະກັດກັ້ນບັນຫາດັ່ງກ່າວ ຂະແໜງການກ່ຽວຂ້ອງຕ່າງໆ ໄດ້ ເພີ່ມທະວີການປະສານສົມທົບກັນ ຢ່າງກົມກຽວ ເພື່ອແນໃສ່ຄຸ້ມຄອງ ການນໍາໃຊ້ອີນເຕີເນັດ ແລະ ສື່ອອນ ລາຍຕ່າງໆ ໃຫ້ເກີດປະໂຫຍດສຸງ ສຸດຕໍ່ການພັດທະນາເສດຖະກິດສັງຄົມຂອງຊາດ, ພ້ອມທັງສືບຕໍ່ ກວດກາ ແລະ ບັງຄັບໃຊ້ລະບຽບ ກົດໝາຍຕໍ່ຜູ້ກະທໍາຜິດໃຫ້ເຂັ້ມງວດ ຕາມລະບຽບກົດໝາຍເປັນຕົ້ນ: ໃນ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງຄອມ ພີວເຕີ ມາດຕາ 4 ໄດ້ລະບຸຈະແຈ້ງ ວ່າ: ລັດສົ່ງເສີມການນໍາໃຊ້ລະບົບ ຄອມພິວເຕີໃຫ້ມີຄວາມປອດໄພ, ສະດວກ,ວ່ອງໄວແລະຍຸຕິທໍາ,ພ້ອມ ທັງປົກປ້ອງສິດຜົນປະໂຫຍດອັນ ຊອບທໍາຂອງຜູ້ບໍລິການ, ຜູ້ຊົມໃຊ້ ຕາມລະບຽບກົດໝາຍແລະມາດຕາ 8 ໄດ້ລະບຸວ່າ: ພຶດຕິກໍາທີ່ເປັນອາ ຊະຍາກໍາທາງລະບົບຄອມພີວເຕີ ມີ ຄື: ການເປີດເຜີຍມາດຕະການປ້ອງ ກັນການເຂົ້າເຖິງລະບົບຄອມພີວ ເຕີ, ການເຂົ້າເຖິງລະບົບທີ່ບໍ່ໄດ້ຮັບ ອະນຸຍາດ, ການຕັດຕໍ່ເນື້ອໃນ, ຮູບ, ພາບການເຄື່ອນໄຫວ, ສຽງ ແລະ ວີ ດີໂອຕ່າງໆ ໂດຍບໍ່ໄດ້ຮັບອະນຸຍາດ, ການສ້າງຄວາມເສຍຫາຍຜ່ານ ສື່ອອນລາຍ ລວມເຖິງການເຜີຍແຜ່ ສິ່ງລາມົກອານາຈານຕ່າງໆຜ່ານ ລະບົບຄອມພີວເຕີແລະມາດຕາ57 ລະບຸວ່າ: ຜູ້ລະເມີດ ຫລື ກະທໍາຜິດ ຈະຖືກດໍາເນີນຄະດີທາງແພງ ແລະ ອາຍາ, ພ້ອມທັງປັບໃໝແຕ່ 1-50 ລ້ານກີບຕາມກົດໝາຍກໍານົດ. ດັ່ງທີ່ຮູ້ແລ້ວວ່າ ການນຳໃຊ້ສື່ ສັງຄົມອອນລາຍ ແມ່ນມີລະບຽບ ກົດໝາຍຄຸ້ມຄອງຢ່າງຄັກແນ່ ເພື່ອ ປ້ອງກັນບັນຫາບໍ່ພຶງປະສົງທີ່ອາດ ເກີດຂຶ້ນດັ່ງທີ່ປະກົດເຫັນຜ່ານສື່ ອອນລາຍໃນຫລາຍຮູບແບບ. ແຕ່ ແນວໃດກໍດີຂໍຮຽກຮ້ອງເຖິງຜູ້ບໍລິ ໂພກມີສະຕິໃນການນຳໃຊ້, ໃຊ້ຢ່າງ ສ້າງສັນ ແລະ ມີປະໂຫຍດສູງສຸດຕໍ່ ການດຳລົງຊີວິດກໍຄືການປະກອບ ສ່ວນສ້າງສາພັດທະນາປະເທດ ລາວ.ກົງກັນຂ້າມຫາກມີການນຳໃຊ້ ສື່ອອນລາຍໄປໃນທາງທີ່ບໍ່ເໝາະ ສົມ ແລະ ສ້າງຄວາມອັບປະໂຫຍດ ໃຫ້ແກ່ສັງຄົມ ກໍຄືປະເທດຊາດແມ່ນ ຈະມີໂທດຕາມລະບຽບກົດໝາຍ ຕ່າງໆທີ່ລະບຸໄວ້ຢ່າງແນ່ນອນ. * ສະພາບນໍ້າຖ້ວມຂັງຕາມເສັ້ນ ທາງຫລາຍເສັ້ນ ໃນນະຄອນຫລວງ ວຽງຈັນ ກໍຄືໃນຕົວເມືອງໃຫຍ່ບັນ ດາແຂວງໃນທົ່ວປະເທດ ໄດ້ກາຍ ເປັນປະເດັນຫ່າງສຽງໃນສັງຄົມ ເນື່ອງຈາກທໍ່ລະບາຍນໍ້າຕາມແຄມ ທາງມີຂີ້ເຫຍື້ອ, ຂີ້ຕົມ, ແຮ່ຊາຍ ອັດຕັນ ເຮັດໃຫ້ນໍ້າໄຫລບໍ່ທັນສ້າງ ຄວາມຫຍຸ້ງຍາກໃນ ການສັນຈອນ ໄປມາແລະສ້າງຄວາມເປິເປື້ອນໃຫ້ ຖະໜົນຫົນທາງດົນນານໄປເຮັດໃຫ້ ທາງເປ່ເພ ແລະ ອື່ນໆ. ຢ່າງໃດກໍດີ ຕໍ່ກັບບັນຫານີ້ ແມ່ນຕິດພັນກັບການ ຂາດຄວາມເປັນເຈົ້າການຮ່ວມກັນ ເຮັດອະນາໄມຢ່າງຈິງຈັງ. ຈາກສະ ພາບທີ່ເກີດຂຶ້ນໃນແຕ່ລະປີຜ່ານ ມານີ້, ໄດ້ສະທ້ອນໃຫ້ເຫັນເຖິງການ ຮັບມືໃນໄລຍະລະດູຝົນປີນີ້ ທີ່ພາກ ສ່ວນທີ່ກ່ຽວຂ້ອງຕ້ອງໄດ້ສົມທົບ * ລາຍນາກ ເປັນລາຍທີ່ມີຄວາມ ໂດດເດັ່ນ ແລະ ງົດງາມໃນແຜ່ນແພ ລາວ ທີ່ສ່ອງແສງເຖິງເອກະລັກ ຂອງຄົນລາວເປັນຢ່າງດີ. ນັບແຕ່ສະ ໄໝບູຮານການດຳລົງຊີວິດຂອງຄົນ ລາວແມ່ນຕິດພັນກັບທຳມະຊາດ, ຮີດຄອງປະເພນີ, ຄວາມເຊື່ອ ແລະ ສາສະໜາ ວິຖີຊີວິດດັ່ງກ່າວມີການ ສືບທອດຈາກຮຸ່ນສູ່ຮຸ່ນ. ດັ່ງນັ້ນ, ຄົນລາວເຊື້ອຊາດລາວບໍ່ວ່າຈະຢູ່ ແຫ່ງຫົນໃດກໍຍັງຮັກສາເອກະລັກ ຂອງຄວາມເປັນຊາດໄວ້ຢ່າງໝັ້ນ ຄົງ. ໃນສະໄໝບູຮານຄົນລາວ ມີ ຄວາມເຊື່ອວ່າ ພະຍານາກແມ່ນສິ່ງ ສັກສິດທີ່ຄອຍປົກປັກຮັກສາໃຫ້ ຄວາມຢູ່ເຢັນເປັນສຸກປາສະຈາກ ສິ່ງບໍ່ດີ.ສະນັ້ນ, ຊາວຊ່າງຫັດຖະກຳ ລາວ ຈຶ່ງຄົ້ນຄິດລວດລາຍຈາກຈິດ ສຳນຶກຂອງຕົນຂຶ້ນມາແລ້ວບັນຈົງ ລົງໃນຜືນຜ້າ ໂດຍຜ່ານຂັ້ນຕອນ ແລະກຳມະວິທີອັນປານີດພິຖີພິຖັນຈຶ່ງ ໄດ້ລວດລາຍທີ່ງົດງາມສະດຸດຕາທີ່ ພວກເຮົາເຫັນໃນທຸກວັນນີ້. ການຕໍ່າ ລາຍນາກ ກໍ່ບໍ່ແມ່ນເລື່ອງງ່າຍຕ້ອງ ໄດ້ໃຊ້ຄວາມປານິດ ແລະ ຄວາມ ອົດທົນພະຍາມຍາມ ເພາະການຕໍ່າ ມີຫລາຍຂັ້ນຕອນເລີ່ມຈາກການ ສາວເສັ້ນໄໝແລ້ວນໍາໄປຍ້ອມສີທໍາ ມະຊາດ ຈຶ່ງນໍາມາຕໍ່າເປັນລວດ ລາຍທີ່ສວຍງາມ ດັ່ງທີ່ເຮົາເຫັນ ຕາມຜືນຜ້ານັ້ນເອງ. ການຕໍ່າລາຍ ນາກຕາມປະເພນີແລ້ວ ໂຕນາກຈະ ໃຊ້ຝ້າຍຂາວ, ສ່ວນຫົວນາກຈະໃສ່ ສີທີ່ມີຄວາມໂດດເດັ່ນ ເພື່ອສະແດງ ເຖິງພະລັງອໍານາດ. ສະນັ້ນ, ການ ຍ້ອມສີຕ້ອງໄດ້ກະກຽມສີຄື: ສີ ແດງ, ສີຂຽວ, ສີທອງ ແລະ ການ ຕໍ່າກໍ່ໄດ້ໃຊ້ຫລາຍວິທີເຊັ່ນ: ການ ຈົກ,ການຂິດ,ການມັດມີ່ແລະອື່ນໆ ຫລາຍຂັ້ນຕອນກ່ອນຈະອອກມາ ເປັນຜ້າແພລວດລາຍຕ່າງໆ. ໃນປັດ ຈຸບັນ ເມື່ອສັງຄົມມີການພັດນາ ລວດລາຍໃນຜືນຜ້າກໍມີການປ່ຽນ ແປງໄປຕາມຍຸກສະໄໝແຕ່ກໍຍັງຄົງ ຮັກສາໄດ້ເອກະລັກ ແລະ ຄວາມ ເປັນຊາດລາວຈາກບັນພະບູລຸດແລະ ໄດ້ຮັບການສືບທອດຈາກຄົນຮຸ່ນ ໜຶ່ງໄປອີກຮຸ່ນໜຶ່ງຢ່າງຕໍ່ເນື່ອງ, ພ້ອມທັງໄດ້ຮັບການປະດິດສ້າງ ແລະ ປັບປຸງໃຫ້ແທດເໝາະກັບສະ ພາບແວດລ້ອມສັງຄົມໃໝ່, ຕິດພັນ ກັບທຳມະຊາດອ້ອມຂ້າງ ແລະ ຢູ່ ບົນພື້ນຖານປະຫວັດສາດຂອງຊາດ. ແນວໃດກໍດີເຊື່ອວ່າ ການຮັບ ຮອງລາຍນາກ ໃຫ້ເປັນມໍລະດົກວັດ ທະນະທຳ ທີ່ບໍ່ເປັນວັດຖຸ ທີ່ເປັນຕົວ ແທນຂອງມວນມະນຸດໂລກ ແມ່ນມີ ຄວາມໝາຍ ແລະ ຄວາມສຳຄັນຕໍ່ ການອະນຸລັກ, ປົກປັກຮັກສາມໍລະດົກ ອັນລໍ້າຄ່າຂອງຊາດໃຫ້ມີຄວາມຍືນ ຍົງ ທັງເປັນການປະກອບສ່ວນເຂົ້າ ໃນການສົ່ງເສີມວຽກງານເສດຖະ ກິດຂອງຊາດ, ເປັນການຕໍ່ຍອດໃຫ້ ແກ່ຜະລິດຕະພັນຫັດຖະກຳຂອງ ລາວ ໃຫ້ມີບາດກ້າວຂະຫຍາຍຕົວ ອັນໃໝ່ແລະເປັນທີ່ຮັບຮູ້ຈາກສາກົນ ຫລາຍຂຶ້ນ. ດັ່ງໃນປັດຈຸບັນກໍມີຊ່າງ ຫັດຖະກໍາແລະຜູ້ປະກອບການດ້ານ ຫັດຖະກໍາຕໍ່າແຜ່ນ ຫລາຍທ່ານທີ່ ຍຶດຖືອາຊີບນີ້ແລ້ວປະສົບຜົນສຳ ເລັດ, ສາມາດສ້າງລາຍຮັບເຂົ້າ ຄອບຄົວ, ປະກອບສ່ວນສົ່ງເສີມ ການຜະລິດໃຫ້ປະຊາຊົນໃນຊຸມຊົນ ແລະ ການສົ່ງອອກໄປຕ່າງປະເທດ ເພື່ອສ້າງວຽກເຮັດງານທໍາໃຫ້ແມ່ ຍິງ, ຜູ້ດ້ອຍໂອກາດ, ທັງສາມາດ ຖ່າຍທອດຄວາມຮູ້ການຕ່ຳຫູກທໍ ໄໝ ໃຫ້ຄົນຮຸ່ນໃໝ່ໄດ້ສືບທອດໃຫ້ ຄົງຢູ່ຄູ່ກັບຄົນລາວເຊື້ອຊາດລາວ ຕະຫລອດໄປ. * ກ່ຽວກັບຫົວຂໍ້ທີ່ນຳມາສະເໜີ ໃນມື້ນີ້, ຜູ້ຂຽນກໍເຄີບຍົກຂຶ້ນມາ ເລື້ອຍໆໃນຄໍລໍາສື່ອອນລາຍ ເພື່ອເປັນ ການເຕືອນສະຕິຜູ້ບໍລິໂພກຂໍ້ມູນຂ່າວ ສານຜ່ານສື່ສັງຄົມອອລາຍ ເຊິ່ງຕະ ຫລອດໄລຍະຜ່ານມາ ພັກ-ລັດ ເຮົາ ແມ່ນໃຫ້ຄວາມສຳຄັນທີ່ສຸດໃນການ ຄຸ້ມຄອງ ແລະ ນຳໃຊ້ສື່ອອນລາຍ ຢ່າງມີປະສິດທິຜົນ. ຍ້ອນເຫັນວ່າ ການນຳໃຊ້ສື່ອອນລາຍນັບມື້ແຜ່ ຫລາຍ, ຖ້າບໍ່ມີມາດຕະການຄຸ້ມຄອງ ທີ່ເໝາະສົມອາດສົ່ງຜົນກະທົບໃນ ອະນາຄົດ ເນື່ອງຈາກໃນປັດຈຸບັນຈໍາ ນວນຜູ້ບໍລິໂພກຂໍ້ມູນຂ່າວສານນັບ ມື້ກວ້າງຂວາງ, ຂະນະດຽວກັນ, ກໍ ມີກຸ່ມຄົນບໍ່ດີຈໍານວນໜຶ່ງມີຄວາມ ພະຍາຍາມນໍາໃຊ້ສື່ອອນລາຍນີ້ ເປັນຊ່ອງທາງເຈາະລະບົບຄອມພິວ ເຕີ, ມີການທໍາລາຍຂໍ້ມູນ, ປອມແປງ ຂໍ້ມູນ, ການລັກເອົາຂໍ້ມູນບັນຊີຂອງ ທະນາຄານ, ກະຈາຍໄວຣັດຄອມ ພິວເຕີ, ເຜີຍແຜ່ສິ່ງລາມົກອານາ ຈານ ແລະ ການໂຄສະນາໃສ່ຮ້າຍ ປ້າຍສີ ແລະ ບິດເບືອນຄວາມເປັນ ຈິງ ເພື່ອສ້າງຄວາມບໍ່ສະຫງົບສຸກ ກັນວາງແຜນແກ້ໄຂກໍຄືການເຮັດ ອະນາໄມ ຫລື ການລ່ວງທໍ່ລະບາຍ ນໍ້າໃຫ້ທັນ ເພື່ອຫລຸດຜ່ອນການ ເກີດສະພາບນໍ້າຖ້ວມຂັງ ຕາມເສັ້ນ ທາງໃນນະຄອນຫລວງວຽງຈັນ ກໍ ຄືບັນດາເມືອງໃຫຍ່ໃນທົ່ວປະເທດ. ປັດຈຸບັນນີ້ ໄດ້ກ້າວສູ່ລະດູຝົນ ແລະ ກໍມີຝົນຕົກຕໍ່ເນື່ອງໃນຂອບເຂດ ທົ່ວປະເທດ ເຊິ່ງມັນຮຽກຮ້ອງເຖິງ ການຮັບມືຕໍ່ສະພາບນ້ຳຖ້ວມຕ່າງໆ ຂອງທຸກພາກສ່ວນໃນສັງຄົມ. ໜຶ່ງ ໃນນີ້ກໍແມ່ນການຮັບມືຕໍ່ສະພາບນ້ຳ ຖ້ວມຂັງເສັ້ນທາງທີ່ສ້າງຄວາມ ຫຍຸ້ງຍາກຕໍ່ການສັນຈອນໄປມາ ໃນລະດູຝົນປີນີ້. ຢ່າງໃດກໍດີທ້າຍ ອາທິດຜ່ານມານີ້, ຜູ້ຂຽນໄດ້ມີໂອ ກາດໄປບ້ານຫລັກ 52 ຫລື ເມືອງ ໂພນໂຮງ ແຂວງວຽງຈັນ ກໍປະກົດ ເຫັນພາກສ່ວນກ່ຽວຂ້ອງໄດ້ເປັນ ເຈົ້າການຮ່ວມກັນອະນາໄມປັດ ກວດດິນອອກຈາກແຄມທາງ, ລ່ວງ ຮ່ອງລະບາຍນ້ຳຕາມເສັ້ນທາງ ເລກທີ 13 ເໜືອ ຂອບເຂດເມືອງນາ ຊາຍທອງ ນະຄອນຫລວງວຽງຈັນ ຍ່ານທາງທີ່ມີຄວາມສ່ຽງຕໍ່ສະ ພາບນ້ຳຖ້ວມຂັງໃນເວລາມີຝົນຕົກ ເພື່ອຮັບມືກັບນ້ຳຖ້ວມຂັງ ແລະ ອຳ ນວຍຄວາມສະດວກໃຫ້ແກ່ການ ສັນຈອນໄປມາຂອງສັງຄົມໃນປີນີ້. ສຳລັບໃນນະຄອນຫລວງວຽງຈັນ ໃນໄລຍະຜ່ານມາເສັ້ນທາງທີ່ມັກ ເກີດນ້ຳຖ້ວມຂັງກໍມີຫລາຍຈຸດ ໂດຍ ສະເພາະແມ່ນຈຸດ 4 ແຍກໄຟແດງ ທາດຫລວງ, ໄຟແດງໂພນປ່າເປົ້າ, ເສັ້ນທາງສຸພານຸວົງ ແລະ ອື່ນໆ ຖ້າ ມີຝົນຕົກແຮງຫລາຍຊົ່ວໂມງກໍຈະ ກໍ່ໃຫ້ເກີດນ້ຳຖ້ວມຂັງເປັນປະຈຳ. ດັ່ງນັ້ນ, ພວກເຮົາຕ້ອງເປັນເຈົ້າການ ຊ່ວຍ ໃນການເຮັດອະນາໄມ ເປັນປະ ຈຳດ້ວຍການເອົາດິນທີ່ອັດຕັນຮ່ອງ ລະບາຍນ້ຳອອກ, ປັດກວາດດິນຕົກ ຄ້າງສອງຝາກທາງຢູ່ຕາມໜ້າ ເຮືອນໃຜລາວ, ມ້ຽນມັດຂີ້ເຫຍື້ອໃຫ້ ເປັນລະບຽບບໍ່ໃຫ້ໄຫລໄປອັດຕັນ ຮ່ອງລະບາຍນ້ຳເວລາມີຝົນຕົກ, ການຂົນສົ່ງດິນຫີນ-ຊາຍຂອງຜູ້ປະ ກອບການກໍຕ້ອງມີຄວາມຮັບປະ ກັນ ແລະ ບໍ່ຫລາຍເກີນຈົນຫລົ້ນຕົກ ເຮ່ຍໄປຕາມທາງອັນຈະເຮັດໃຫ້ຕັນ ທໍ່ລະບາຍນ້ຳຈົນເກີດມີນ້ຳຖ້ວມຂັງ ທີ່ສ້າງຄວາມຫຍຸ້ງຍາກຕໍ່ສັງຄົມ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==