5888

dv'xt-5 ,7totde,tdkoz6h 8k'|h k 4k;voxt9evk-Po 7A 'mu 6 s;Pfok, gxu f[A oxtd;f[q foy rq o mqj ;xtgmf7A 'mu X -u ']k';a ofh ko0= ,6 o0j k;lko h ]k; gxa og9Q krk[9a fdv'xt-5 , g9Q k|h kmu j vk;5 3lvk-Po glu ,0tspkpmj kcI'[q j ,-h vo0v'0tc|' dkomj v'mj P;.sh dkpgxa oglf4tdy fxkpcs], c9h 'dko0v'dt-;'dko8j k'xtgmf le,tok;a ootde]kpokd c]t ;y 4u -u ;y f-5 ,-q og-N v-kf]k; c]dxj Po7e7y fgsa odj P;da [ dkora fmtok0v' lxx ]k; [= ]y la fmk']q fw2 ]k;{9u o ,v[gfuj o[ko[h ;' c]t v5 xtdvo{g7nj v'.-h .sh 3I'IPoxt4q , ]k;{9u o dv'xt-5 ,7totxt9eltrkcsj '-kf xt9egfn vo rb fltrk 2024 Ij ;,da olts]v']kpokd ,= ]tfq d]k; gxa o,= ]tfq d1j k'gvdvh k' c]t rkdr6 ,.9 gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 07.06.2024 ປີທີ 23 ສະບັບທີ 5.946 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ກະຊວງແຜນການ ແລະ ການລົງທຶນຮ່ວມກັບທະນາຄານ ໂລກ ແລະ ທະນາຄານພັດທະນາອາ ຊີ ຈັດກອງປະຊຸມປຶກສາຫາລືລະດັບ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານຄູເຣລສຸກຄ໌ ໂອຄະນາ ປະທານາ ທິບໍດີ ແຫ່ງ ມົງໂກລີ, ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປຢ້ຽມຢາມລັດຖະກິດ ທີ່ ປະເທດມົງໂກລີ ໃນລະຫວ່າງວັນທີ 11-12 ມິຖຸນາ 2024 ເພື່ອສືບ ຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມົງໂກລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ຂປລ. ບໍລິສັດທາງລົດໄຟ ລາວຈີນ ຈຳກັດ ຈັດພິທີມອບ-ຮັບເດີ່ນກິ ລາບານບ້ວງ ພ້ອມດ້ວຍອຸປະກອນ ຂປລ. ກົມວັນນະຄະດີ ແລະ ພິມ ຈຳໜ່າຍກະຊວງຖະແຫລງຂ່າວວັດ ທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດສຳມະນາກ່ຽວກັບວັນນະກໍາ ຂປລ. ຄະນະຊີ້ນໍາວຽກງານຂໍ້ ມູນຂ່າວສານດ້ານຕ່າງປະເທດ, ຄະນະໂຄສະນາສຶກສາສູນກາງພັກ ກອມມູນິດຫວຽດນາມ ແລະ ສະຖາ ນີໂທລະພາບຫວຽດນາມ ໄດ້ເປີດ ບັ້ນປະກວດທົ່ວປະເທດ ຄັ້ງທີ X ເພື່ອຊີງລາງວັນດ້ານຂໍ້ມູນຂ່າວ ສານດ້ານຕ່າງປະເທດ ເຊິ່ງຈະຄັດ ເລືອກເອົາບັນດາບົດນິພົນ ຫລື ຜະ ລິດຕະພັນດ້ານການ ຂ່າວຕ່າງປະ ເທດ ເຊິ່ງປະກອບມີ: ຄລິບວິດີໂອ; ຜະລິດຕະພັນທີ່ມີມູນຄ່າດ້ານການ ຂ່າວຕ່າງປະເທດ; ຮູບຖ່າຍ; ລາຍ ການໂທລະພາບ; ກະຈາຍສຽງ; ຂປລ. ກອງປະຊຸມຄະນະປະຈຳ ສະພາແຫ່ງຊາດ (ຄປຈສພຊ)ປະ ຈຳເດືອນພຶດສະພາ 2024 ໄດ້ດຳ ເນີນໃນລະຫວ່າງວັນທີ 03-04 ມິຖຸນາ ຜ່ານມາ ໂດຍການເປັນປະ ທານ ຂອງ ທ່ານ ໄຊສົມພອນ ພົມວິ ລາຍນາກ ແລະ ວິຖີຊີວິດຊຸມຊົນເຊື້ອ ຊາດລາວໃນວັນທີ 6 ມິຖຸນາ2024 ທີ່ຫໍວັດທະນະທຳແຫ່ງຊາດ ເນື່ອງ ສູງຂອງໜ່ວຍງານເສດຖະກິດມະ ຫາພາກປະຈຳປີ 2024 ໃນວັນທີ 5 ມິຖຸນາ 2024 ທີ່ນະຄອນຫລວງ ການຮຽນ-ການສອນແລະ ເຄື່ອງໃຊ້ ຈຳນວນໜຶ່ງ ເຊິ່ງປະກອບມີ: ກະ ປື້ມ; ໜັງສືພິມເປັນພາສາຫວຽດ; ໜັງສືພິມທາງເອເລັກໂຕຣນິກ, ເວັບ ໄຊທາງເອເລັກໂຕຣນິກ ເປັນພາສາ ຫວຽດ; ໜັງສືພິມເປັນພາສາຕ່າງ ປະເທດ; ໜັງສືພິມທາງເອເລັກໂຕຣ ນິກ, ເວັບໄຊທາງເອເລັກໂຕຣນິກ ເປັນພາສາຕ່າງປະເທດ. ໃນນີ້, ຕ້ອງ ເປັນບົດນິພົນ ຫລື ຜະລິດຕະພັນ ທີ່ໄດ້ລົງບົນພາຫະນະສື່ມວນຊົນ ເປັນຕົ້ນ ພິມ, ຈຳໜ່າຍ, ປະກາດ, ປະຕິບັດ, ຈັດຕັ້ງຢູ່ພາຍໃນ ແລະ ຕ່າງປະເທດ ໃນລະຫວ່າງ ວັນທີ 1 ກໍລະກົດ 2023 ຫາ ວັນທີ 30 ຂປລ. ໃນວັນທີ 6 ມິຖຸນາ 2024 ນີ້, ສປປ ລາວໄດ້ເປັນເຈົ້າພາບຈັດ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາ ຊຽນ ແລະ ກອງປະຊຸມຄະນະບໍລິ ຫານງານຂອງຄະນະກຳມະການ ເຂດປອດອາວຸດນິວເຄລຍ ອາຊີ ຫານ ກໍາມະການກົມການເມືອງສູນ ກາງພັກ, ປະທານຄະນະປະຈໍາສະ ພາແຫ່ງຊາດ, ມີບັນດາທ່ານຮອງ ປະທານຄະນະປະຈໍາສະພາແຫ່ງ ຊາດ ແລະ ບັນດາທ່ານກຳມະການ *ຄົນລາວບໍ່ວ່ານ້ອຍໃຫຍ່ຍິງຫລືຊາຍຕ່າງກໍສະແດງຄວາມພາກພູມໃຈ ຫາສິ່ງໃດປຽບປານບໍ່ໄດ້ ພາຍຫລັງທີ່ອົງການເພື່ອການສຶກສາວິທະ ຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ( United Nations Educational, Scientific and Cultural Organization) ຫລື ອຸຍແນັສໂກ (UNESCO) ໄດ້ປະກາດການຮັບຮອງ “ລາຍນາກ” ໃນຜ້າພື້ນເມືອງຂອງ ສປປ ລາວ ເປັນມໍລະດົກທາງວັດທະນະທຳທີ່ບໍ່ສາ ມາດຈັບຕ້ອງໄດ້ໃນທ້າຍປີ 2023 ອັນໄດ້ນໍາເອົາຄວາມປິຕິຍິນດີໃຫ້ແກ່ ປວງຊົນລາວທັງຊາດຊຶ່ງນີ້ແມ່ນໜຶ່ງໃນ5ມູນມໍລະດົກອັນລໍ້າຄ່າຂອງລາວ ທີ່ໄດ້ຖືກຮັບຮອງເຂົ້າໃນບັນຊີມໍລະດົກຂອງໂລກ. ການຮັບຮອງເອົາລາຍນາກມໍລະດົກລາວ ເປັນມໍລະດົກໂລກ ໄດ້ມີຂຶ້ນ ໃນກອງປະຊຸມໃຫຍ່ຂອງຄະນະກໍາມະການລະຫວ່າງລັດຖະບານວ່າດ້ວຍ ການປົກປ້ອງມໍລະດົກ ວັດທະນະທໍາທີ່ບໍ່ເປັນວັດຖຸ ຄັ້ງທີ 18, ຈັດຂຶ້ນໃນ ລະຫວ່າງວັນທີ 05-08 ທັນວາ 2023 ທີ່ເມືອງຄາຊານສາທາລະ ນະລັດບົດສະວານາ. ໃນນັ້ນ, “ຫັດຖະກໍາພື້ນເມືອງພູມປັນຍາການຕໍ່າ ລາຍນາກ ຂອງຊຸມຊົນເຊື້ອຊາດລາວ” ກໍ່ແມ່ນຫົວຂໍ້ໜຶ່ງ ທີ່ທາງຄະນະ ກໍາມະການ ໄດ້ມີການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເຂົ້າໃນບັນຊີ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມວິທະຍາ ສາດກ່ຽວກັບການເສີມຂະຫຍາຍ ທ່າແຮງບົ່ມຊ້ອນຂອງຂະແໜງການ ທ່ອງທ່ຽວ ໃຫ້ກາຍເປັນເສດຖະ ກິດປາຍແຫລມໃນວັນທີ6-7ມິຖຸນາ 2024 ທີ່ນະຄອນຫລວງວຽງຈັນ ໂດຍເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງ ຖວທ, ມີບັນດາຫົວໜ້າ ກົມ-ຮອງກົມ, ບັນດາກະຊວງທີ່ ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າພະ ແນກ ຖວທ ບັນດາແຂວງ,ນະຄອນ ຫລວງວຽງຈັນ, ຜູ້ຕາງໜ້າທັງ ພາກລັດ ແລະ ພາກທຸລະກິດຂັ້ນສູນ ກາງ ແລະ ຂັ້ນແຂວງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອ  ອ່ານຕໍ່ໜ້າ 2 ແລກປ່ຽນບົດຮຽນລະຫວ່າງບັນ ດາຂະແໜງທີ່ກ່ຽວຂ້ອງຂອງລັດ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ກ່ຽວກັບສະພາບການທ່ອງທ່ຽວ ລາວ ໃນປັດຈຸບັນ, ເປັນເວທີປຶກສາ ຫາລືລະຫວ່າງພາກລັດ ແລະ ພາກ ທຸລະກິດເພື່ອຊຸກຍູ້ແຮງພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງ ລາວ ເພື່ອປະກອບສ່ວນຊ່ວຍແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ ເຊິ່ງກອງປະຊຸມຄັ້ງນີ້, ມີຫລາຍ ຕາເວັນອອກສຽງໃຕ້ ພາຍໃຕ້ຄໍາ ຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍການເປັນປະທານ ຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດ ຖະມົນຕີ ກະຊວງການຕ່າງປະເທດ, ເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໂດຍມີບັນດາເຈົ້າໜ້າທີ່ ອາວຸໂສອາຊຽນ ແລະ ຕີມໍແລັດສະ ເຕ ເຂົ້າຮ່ວມ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ໄດ້ທົບທວນຄືນຄວາມຄືບ ໜ້າຂອງການຈັດຕັ້ງປະຕິບັດ 9 ບຸລິມະສິດ ກໍຄື ໜ້າວຽກ ແລະ ແຜນ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 07/06/2024 xtgmf]k; ເສີມຂະຫຍາຍ... ລາວ ເປັນເຈົ້າພາບ... ກອງປະຊຸມຄະນະກຳມະການ... ກອງປະຊຸມຄະນະປະຈຳ... ສຳມະນາ ວັນນະກຳ... ຮ່ວມກັນສະຫລອງ... ຫວຽດນາມ ເປີດບັ້ນປະກວດ... ຂປລ. ວັນທີ 5 ມິຖຸນາ 2024 ນີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ບໍວອນທັດ ດວງຈັກ ເອກອັກຄະ ລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອາຊຽນໃນນາມ ປະທານຄະນະກໍາມະການຜູ້ຕາງ ໜ້າຖາວອນປະຈໍາອາຊຽນ ສໍາລັບ ປີ 2024 ໄດ້ເປັນປະທານກອງປະ ຊຸມຄະນະກໍາມະການຜູ້ຕາງໜ້າ ຖາວອນປະຈໍາອາຊຽນ ຄັ້ງທີ 6 (The Sixth Meeting of the Committee of Permanent Representatives to ASEAN (CPR)-6/2024 CPRMeeting) ມີບັນດາຜູ້ຕາງໜ້າຖາວອນ ປະຈໍາອາຊຽນ, ຕີມໍແລັດສະເຕ ໃນ ນາມຜູ້ສັງເກດການ ແລະ ກອງເລ ຂາອາຊຽນ ເຂົ້າຮ່ວມ. ກອງປະຊຸມໄດ້ປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າຂອງ ວຽກງານການສ້າງປະຊາຄົມອາ ຊຽນ, ການພົວພັນ ແລະ ຮ່ວມມື ກັບພາຍນອກຂອງອາຊຽນ, ປັບ ປຸງການເປັນປະເທດປະສານງານ ຂອງອາຊຽນ ກັບບັນດາອົງການ ຈັດຕັ້ງພາກພື້ນທີ່ກ່ຽວຂ້ອງ ແລະ ປັບປຸງແຜນວຽກປະຈໍາປີຂອງຄະ ນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາ ອາຊຽນ, ລວມທັງການກະ ກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ແລະ ບັນດາກອງ ປະຊຸມທີ່ກ່ຽວຂ້ອງ ຈັດຂຶ້ນໃນເດືອນ ມິຖຸນາ 2024. ຄະນະກໍາມະການຜູ້ຕາງໜ້າຖາ ວອນປະຈໍາອາຊຽນ ຫລື CPR ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009 ພາຍຫລັງກົດບັດອາຊຽນ ມີຜົນບັງ ຄັບໃຊ້. CPR ມີພາລະບົດບາດ ຕາມທີ່ກໍານົດໄວ້ໃນມາດຕາທີ 12 ຂອງກົດບັດອາຊຽນ ລວມມີ: ສະ ໜັບສະໜູນວຽກງານຂອງບັນດາ ສະພາປະຊາຄົມອາຊຽນ ແລະ ບັນ ດາອົງກອນລັດຖະມົນຕີຂະແໜງ ການຂອງອາຊຽນ; ປະສານງານກັບ ບັນດາກອງເລຂາອາຊຽນແຫ່ງ ຊາດແລະກັບບັນດາອົງກອນລັດຖະ ມົນຕີຂະແໜງການຂອງອາຊຽນ; ປະສານງານກັບເລຂາທິການໃຫຍ່ ອາຊຽນ ແລະ ກອງເລຂາອາຊຽນ ກ່ຽວກັບທຸກວຽກງານທີ່ກ່ຽວຂ້ອງ; ອຳນວຍຄວາມສະດວກໃນການ ຮ່ວມມືຂອງອາຊຽນກັບພາຍນອກ ແລະ ປະຕິບັດໜ້າທີ່ອື່ນໆທີ່ອາດ ຈະກຳນົດໂດຍສະພາປະສານງານ ອາຊຽນ. ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດ (ມໍ ລະດົກໂລກ). ລາຍນາກເປັນລາຍທີ່ໂດດເດັ່ນອັນດັບໜຶ່ງໃນຜ້າແພລາວທີ່ຖືກ ປະດິດຄິດສ້າງຂຶ້ນດ້ວຍຈິດສຳນຶກ ແລະ ສິລະປະອັນປານີດຂອງຄົນລາວ ໄດ້ຕິດພັນກັບການດຳລົງຊີວິດຂອງຄົນລາວມາແຕ່ສະໄໝບູຮານ. ກ່ອນ ຈະໄດ້ລາງວັນແຫ່ງຄວາມພາກພູມໃຈນີ້ ກໍບໍ່ແມ່ນເລື່ອງງ່າຍໂດຍສະເພາະ ແມ່ນການແຂ່ງຂັນຈາກປະເທດອ້ອມຂ້າງທີ່ມີສິລະປະວັດທະນະທຳ ຄ້າຍຄືກັນ. ແຕ່ສິ່ງທີ່ເປັນການຢັ້ງຢືນໃຫ້ເຫັນຢ່າງປະຈັກຕາຄືການຕໍ່າຫູກ ແມ່ນມູນເຊື້ອທີ່ຕິດພັນ ກັບເອື້ອຍນ້ອງແມ່ຍິງລາວມາແຕ່ດົນນານແລ້ວ ໂດຍມີການສືບທອດຈາກຮຸ່ນສູ່ຮຸ່ນ. ລາຍນາກລາວ ກໍເປັນລາຍໜຶ່ງທີ່ມີ ຄວາມໝາຍຄວາມສໍາຄັນ ສໍາລັບຄົນລາວ ເພາະຕາມຄວາມເຊື້ອຖື ຂອງ ຄົນລາວ ທີ່ເຊື້ອກັນວ່າ ພະຍານາກ ແມ່ນສິ່ງສັກສິດທີ່ຄອຍປົກປັກຮັກສາ ໃຫ້ຄວາມຢູ່ເຢັນເປັນສຸກ ປາສະຈາກສິ່ງທີບໍ່ດີ. ສະນັ້ນ, ຄົນລາວຈຶ່ງນໍາ ເອົາ ລວດລາຍນາກ ມາເປັນສັນຍະລັກໃນສະຖານທີ່ຕ່າງໆ ລວມເຖິງ ລາຍນາກ ທີ່ປັກແສ່ວ ຫລື ຕໍ່າໃນເຄື່ອງນຸ່ງຫົ່ມຂອງແມ່ຍິງລາວ. ເພື່ອສະ ແດງຄວາມພາກພູມໃຈຕໍ່ລາງວັນອັນຊົງກຽດທີ່ເຮົາໄດ້ຮັບໃນຄັ້ງນີ້ ການນຳພັກ-ລັດ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງຜົນສຳເລັດດັ່ງ ກ່າວຢ່າງຟົດຟື້ນ ແລະ ສົມກຽດ ທີ່ຫໍວັດທະນະທຳແຫ່ງຊາດ ໃນມື້ນີ້ວັນ ທີ 7 ມິຖຸນາ 2024 ໂດຍປວງຊົນລາວທັງຊາດກໍສາມາດເຂົ້າຮ່ວມງານ ວາງສະແດງພູມປັນຍາລາວທີ່ສືບທອດກັນມາແຕ່ເຫິງນານ ໂດຍມີຫລາຍ ກິດຈະກຳເຊັ່ນ: ເວທີສຳມະນາວິທະຍາສາດ ໃນຫົວຂໍ້ຕ່າງໆກ່ຽວກັບ ລາຍນາກ, ການຍ່າງແບບຊຸດຜ້າໄໝລາຍນາກ, ການສະແດງຟ້ອນຕຳຜ້າ ລາຍຂິດ, ລຳລອງກອນລຳຕຳນານລາຍຜ້າ, ຮ້ອງເພງສອງມືນາງສ້າງ ເມືອງ, ຟ້ອມລາຍນາກ, ການວາງສະແດງ ແລະ ຈຳໜ່າຍອາຫານພື້ນ ເມືອງລາວ. ສຳລັບງານວາງສະແດງຜົນງານຫັດຖະກຳລາຍນາກ ແລະ ອາຫານແມ່ນຈັດຂຶ້ນໃນລະຫວ່າງວັນທີ 5-9 ມິຖຸນານີ້. ການຮັບຮອງລາຍນາກ ໃຫ້ເປັນມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດໂລກ ແມ່ນມີຄວາມໝາຍ ແລະ ຄວາມ ສຳຄັນຕໍ່ການອະນຸລັກ, ປົກປັກຮັກສາ ມໍລະດົກອັນລໍ້າຄ່າຂອງຊາດໃຫ້ ມີຄວາມຍືນຍົງ ທັງເປັນປະກອບສ່ວນເຂົ້າໃນການສົ່ງເສີມວຽກງານ ເສດຖະກິດຂອງຊາດ, ເປັນການຕໍ່ຍອດໃຫ້ແກ່ຜະລິດຕະພັນຫັດຖະກຳ ຂອງລາວ ໃຫ້ມີບາດກ້າວຂະຫຍາຍຕົວອັນໃໝ່ ແລະ ເປັນທີ່ຮັບຮູ້ຈາກ ສາກົນຫລາຍຂຶ້ນ. ປັດຈຸບັນລາຍນາກໃນຜ້າພື້ນເມືອງລາວ ໄດ້ເປັນສິ່ງ ປະຈັກສູ່ສາຍຕາຊາວໂລກ ແລະ ສ້າງຄວາມພາກພູມໃຈໃຫ້ປະຊາຊົນ ລາວ. ແນວໃດກໍດີ ເພື່ອເຮັດໃຫ້ວັດທະນະທໍາທີ່ສວຍງາມແບບນີ້ ຢູ່ຄຽງຄູ່ ປະຊາຊົນຄົນລາວເຮົານັ້ນ, ໄວໜຸ່ມ ຜູ້ເກີດໃໝ່ໃຫຍ່ລຸນ ຕ້ອງພ້ອມກັນປົກ ປັກຮັກສາ ແລະ ສືບທອດວັດທະນະທໍາອັນລໍ້າຄ່າບໍ່ໃຫ້ຈາງຫາຍໄປກັບ ການເວລາ ແລະ ຢູ່ຄູ່ກັບຄົນລາວເຊື້ອຊາດລາວຕະຫລອດໄປ. ງານຕ່າງໆສຳລັບການເປັນປະທານ ອາຊຽນຂອງ ສປປ ລາວ ເພື່ອຜັນ ຂະຫຍາຍຄໍາຂວັນ “ເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ” ເຊິ່ງໂດຍລວມມີ ຄວາມຄືບໜ້າເປັນຢ່າງດີ. ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບ ບັນຫາອື່ນໆທີ່ກ່ຽວຂ້ອງກັບການ ສົ່ງເສີມປະຊາຄົມອາຊຽນ ໃຫ້ເຂັ້ມ ແຂງໃນຕໍ່ໜ້າ, ການສ້າງແຜນຍຸດ ທະສາດ ເພື່ອຜັນຂະຫຍາຍວິໄສທັດ ປະຊາຄົມອາຊຽນ 2045 ເຊິ່ງມີ 4 ແຜນຍຸດທະສາດຄື: ແຜນຍຸດທະ ສາດປະຊາຄົມການເມືອງ-ຄວາມ ໝັ້ນຄົງອາຊຽນ, ແຜນຍຸດທະສາດ ປະຊາຄົມເສດຖະກິດອາຊຽນ,ແຜນ ຍຸດທະສາດປະຊາຄົມວັດທະນະ ທໍາ-ສັງຄົມອາຊຽນ ແລະ ແຜນຍຸດ ທະສາດການເຊື່ອມຈອດອາຊຽນ. ພ້ອມນັ້ນ, ກໍໄດ້ປຶກສາຫາລືກ່ຽວ ກັບການຮ່ວມມືລະຫວ່າງ ອາຊຽນ ກັບພາຍນອກ, ການສະເໜີຂອງບັນ ດາປະເທດທີ່ມີຄວາມສົນໃຈເຂົ້າ ເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນ ອອກສຽງໃຕ້ ແລະ ການກະກຽມ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ຄັ້ງທີ 57, ກອງ ປະຊຸມລັດຖະມົນຕີຕ່າງປະເທດ ອາ ຊຽນກັບຄູ່ເຈລະຈາ, ກອງປະຊຸມລັດ ຖະມົນຕີຕ່າງປະເທດ ອາຊຽນບວກ ສາມ ຄັ້ງທີ 25, ກອງປະຊຸມລັດຖະ ມົນຕີຕ່າງປະເທດຂອງກອງປະຊຸມ ສຸດຍອດອາຊີຕາເວັນອອກ ຄັ້ງທີ 14 ແລະ ກອງປະຊຸມລັດຖະມົນຕີເວ ທີພາກພື້ນອາຊຽນ ຄັ້ງທີ 31 ເຊິ່ງ ຈະຈັດຂຶ້ນໃນວັນທີ 24-27 ກໍລະ ກົດ2024ທີ່ຈະມາເຖິງນີ້ຢູ່ນະຄອນ ຫລວງວຽງຈັນ. ໃນຕອນບ່າຍຂອງມື້ດຽວກັນ, ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ກໍໄດ້ສືບຕໍ່ ເຂົ້າຮ່ວມກອງປະຊຸມຄະ ນະບໍລິຫານງານຂອງ ຄະນະກຳມະ ການເຂດປອດອາວຸດນິວເຄລຍອາ ຊີຕາເວັນອອກສຽງໃຕ້ ເຊິ່ງກອງປະ ຊຸມໄດ້ປຶກສາຫາລື ແລະ ທົບທວນ ຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນປະຕິບັດງານຂອງສົນທິສັນ ຍາເຂດປອດອາວຸດນິວເຄລຍອາຊີ ຕາເວັນອອກສຽງໃຕ້ (2023- 2027) ແລະ ຄວາມເປັນໄປໄດ້ໃນ ການລົງນາມອະນຸສັນຍາຂອງສົນ ທິສັນຍາດັ່ງກ່າວ ໂດຍປະເທດທີ່ມີ ອາວຸດນິວເຄລຍຄອບຄອງ. ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືການສະ ໝັກຂອງ ຕິມໍແລັດສະເຕ ເພື່ອເຂົ້າ ເປັນພາຄີ ຂອງສົນທິສັນຍາເຂດ ປອດອາວຸດນິວເຄລຍອາຊີຕາເວັນ ອອກສຽງໃຕ້ ໂດຍຕີມໍແລັດສະເຕ ເຊິ່ງເຫັນວ່າມີຄວາມຄືບໜ້າເປັນ ຢ່າງດີ. ໃນໂອກາດສະເຫລີມສະຫລອງ ລາຍນາກ ຖືກຮັບຮອງເປັນມໍລະດົກ ນາມມະທຳທີ່ເປັນຕົວແບບຂອງ ມວນມະນຸດ ໂດຍອົງການອຸຍແນັສ ໂກ ໂດຍມີ ທ່ານ ນາງ ຈັນເພັດ ຄຳຟອງຫົວໜ້າກົມວັນນະຄະດີແລະ ພິມຈຳໜ່າຍ ຖວທ, ມີຫົວໜ້າກົມ, ຮອງກົມ, ຜູ້ຊົງຄຸນວຸທິ, ນັກຄົ້ນຄວ້າ, ນັກປະພັນ, ນັກກະວີ, ຄູ-ອາຈານ, ນັກສຶກສາຈາກມະຫາວິທະຍາໄລ ແຫ່ງຊາດ, ຊາວຊ່າງຫັດຖະກຳ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ຈັນເພັດ ຄຳຟອງ ໄດ້ໃຫ້ຮູ້ວ່າ: ການຈັດສຳມະນາໃນ ຄັ້ງນີ້, ແມ່ນໜຶ່ງໃນກິດຈະກຳເພື່ອ ສະເຫລີມສະຫລອງພູມປັນຍາຫັດ ຖະກຳພື້ນເມືອງ ການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ ໄດ້ຖືກ ຮັບຮອງເຂົ້າເປັນມໍລະດົກວັດທະ ນະທຳນາມມະທຳຂອງມວນມະນຸດ ສະຍະຊາດ (ໂລກ) ມີຈຸດປະສົງ ເພື່ອນຳສະເໜີຄວາມຮູ້ຈາກຜົນງານ ການຄົ້ນຄວ້າຂອງບັນດາອາຈານ ກ່ຽວກັບສັດໃນຕຳນານ ນາກ ທີ່ຕິດ ພັນກັບຊຸມຊົນເຊື້ອຊາດລາວ, ຖືເປັນ ການປະກອບສ່ວນທີ່ສະແດງອອກ ເຖິງຄວາມຮັບຜິດຊອບຂອງວຽກ ງານວັນນະຄະດີ ແລະ ພິມຈຳໜ່າຍ ກໍຄື ບຸກຄົນທີ່ເຮັດວຽກຄຸ້ມຄອງ, ສົ່ງ ເສີມ, ສືບທອດ ແລະ ມີຄວາມຮັກມັກ ການຄົ້ນຄວ້າ, ຂີດຂຽນບົດວັນນະ ຄະດີ ເຊິ່ງບົດວັນນະຄະດີກ່ຽວກັບ ນາກຫລືນາກໃນວັນນະຄະດີ, ນາກ ໃນລາຍຜ້າ ໄດ້ກາຍເປັນຫລັກຖານ ຢັ້ງຢືນຄວາມເຊື່ອຄວາມຜູກພັນ ກັບນາກມີອິດທິພົນຕໍ່ຈິດໃຈຂອງປະ ຊາຊົນຊາດລາວບັນດາເຜົ່າທີ່ມີ ຫົວຂໍ້ທີ່ນໍາມາສະເໜີເປັນຕົ້ນ ຍູ້ແຮງ ການພັດທະນາສົ່ງເສີມ ແລະ ຄຸ້ມ ຄອງການທ່ອງທ່ຽວ ໃຫ້ແຂງແຮງ ເພື່ອຊ່ວຍເຫລືອແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດຂອງລາວ (ບັນຫາສິ່ງທ້າທາຍ ແລະ ການແກ້ ໄຂບັນຫາ) ການພັດທະນາສະຖານ ທີ່ທ່ອງທ່ຽວ, ຜະລິດຕະພັນການ ທ່ອງທ່ຽວ ແລະ ສິ່ງອໍານວຍຄວາມ ສະດວກໃຫ້ມີຄຸນນະພາບ, ມີຄວາມ ຍືນຍົງ ແລະ ສາມາດເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ, ການຈັດຕັ້ງ ປະຕິບັດບັນດາກິດຈະກໍາໃນຂະ ແໜງການທ່ອງທ່ຽວ ເພື່ອຄຸ້ມຄອງ ແລະ ອໍານວຍຄວາມສະດວກໃຫ້ ນັກທ່ອງທ່ຽວ, ການໂຄສະນາສົ່ງ ເສີມການທ່ອງທ່ຽວລາວໃຫ້ເຂົ້າ ເຖິງກຸ່ມຕະຫລາດເປົ້າໝາຍ ແລະ ການຍົກລະດັບຂີດຄວາມສາມາດ ຂອງບຸກຄະລາກອນໃນຂະແໜງ ການທ່ອງທ່ຽວ ເພື່ອໃຫ້ສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ການບໍລິການນັກທ່ອງທ່ຽວ ຂ້າມ ປະເທດ, ການອຳນວຍຄວາມສະ ດວກຂອງຕຳຫລວດທ່ອງທ່ຽວ, ການຄຸ້ມຄອງການບໍລິການລົດ ໂດຍ ສານ ແລະ ລົດຕູ້ບໍລິການທ່ອງທ່ຽວ, ການອຳນວຍຄວາມສະດວກນັກ ທ່ອງທ່ຽວທີ່ນໍາໃຊ້ລົດຈັກບິກໄບ້, ການປັບປຸງເສັ້ນທາງເຊື່ອມຕໍ່ເຂົ້າ ເຖິງສະຖານທີ່ທ່ອງທ່ຽວ, ການອະ ນຸຍາດປຸກສ້າງເຄຫາສະຖານທີ່ຕິດ ພັນກັບຂະແໜງການທ່ອງທ່ຽວ (ສະຖານທີ່ພັກແຮມ, ຮ້ານອາຫານ ຢູ່ພາຍໃນແຫລ່ງທ່ອງທ່ຽວບໍລິ ເວນແຄມນໍ້າ ແລະ ໜ້ານໍ້າ), ການ ສ້າງຈຸດແວ່ພັກເຊົາຢູ່ຕາມເສັ້ນທາງ ຫລວງ ແລະ ເສັ້ນ ທາງສາຍຫລັກ, ການຄຸ້ມຄອງລາຄາສິນຄ້າ ແລະ ຄຸນນະພາບຢູ່ສະຖານທີ່ທ່ອງທ່ຽວ, ການສົ່ງເສີມຜະລິດຕະພັນທ້ອງ ຖິ່ນ, ການຕິດຕາມກວດກາການຈັດ ຕັ້ງປະຕິບັດບັນດາໂຄງການລົງທຶນ ພັດທະນາແຫລ່ງທ່ອງທ່ຽວ (ໂຄງ ການສຳປະທານຂອງພາກທຸລະກິດ ທີ່ໄດ້ຮັບການອະນຸຍາດແລ້ວແຕ່ບໍ່ ມີການພັດທະນາໄປຕາມສັນຍາ), ການຄຸ້ມຄອງຫົວໜ່ວຍທຸລະກິດ ການທ່ອງທ່ຽວ (ການເຂົ້າເປັນສະ ມາຊິກສະມາຄົມທ່ອງທ່ຽວ, ບໍລິ ສັດທ່ອງທ່ຽວ, ຮ້ານບັນເທີງ, ການ ເປີດເພງໃນແຫລ່ງທ່ອງທ່ຽວ, ຄວາມປອດໄພຂອງກິດຈະກຳທ່ອງ ທ່ຽວ), ການເກັບເງິນກອງທຶນຜ່ານ ລະບົບທັນສະໄໝ ຢູ່ດ່ານສາກົນ, ການເກັບລາຍຮັບຜ່ານລະບົບທັນ ສະໄໝຢູ່ບັນດາສະຖານທີ່ທ່ອງ ທ່ຽວ, ການໂຄສະນາສົ່ງເສີມການ ທ່ອງທ່ຽວລາວໃຫ້ເຂົ້າເຖິງກຸ່ມຕະ ຫລາດເປົ້າໝາຍ, ການມີສ່ວນ ຮ່ວມ ຂອງພາກທຸລະກິດຕໍ່ກັບວຽກງານ ສົ່ງເສີມໂຄສະນາການທ່ອງທ່ຽວ, ຈັດຕັ້ງຜັນຂະຫຍາຍຫລັກສູດການ ຮຽນ- ການສອນວິຊາຊີບທ່ອງທ່ຽວ ອາຊຽນ, ຈັດຕັ້ງຫລັກສູດຝຶກອົບ ຮົມພະນັກງານນໍາທ່ຽວລະດັບຊາດ, ມິຖຸນາ 2024 ເຊິ່ງຈະປິດຮັບເອົາ ຜະລິດຕະພັນ ໃນວັນທີ 31 ກໍລະກົດ 2024 ນີ້. ອົງການສື່ມວນຊົນ ຫລື ບຸກຄົນ ໃດທີ່ມີຄວາມສົນໃຈ ສາມາດສົ່ງ ບົດນິພົນ ຫລື ຜະລິດຕະພັນຂອງຕົນ ເພື່ອເຂົ້າຮ່ວມການແຂ່ງຂັນເປັນ ຟາຍ ເອເລັກໂຕຣນິກ ເຂົ້າ email: giaithongtindoingoai10@ gmail.com. ສໍາລັບບັນດາລາຍ ການເປັນປື້ມ, ໜັງສືພິມເປັນພາສາ ຫວຽດ, ໜັງສືພິມເປັນພາສາຕ່າງ ປະເທດ ສົ່ງເຖິງ: 43 Nguyen Chi Thanh, BaDinh, HaNoi, Vietnam; ເນື້ອໃນຂຽນຢູ່ຊອງຈົດໝາຍ: Ho so du Giai thuong toan quoc ve thong tin doi ngoai ເບີໂທ: +842437714353 ຫລື ສົ່ງມາຍັງສະຖານທູດຫວຽດນາມ ປະຈຳລາວ ເພື່ອຈະສົ່ງຕໍ່ໃຫ້ຄະນະ ຈັດຕັ້ງຢູ່ ສສ ຫວຽດນາມ. ຂ່າວ: ທະນູທອງ ເດືອນທ້າຍປີ 2024; ບົດລາຍງານ ຂອງທະນາຄານ ແຫ່ງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດແຜນ ເງິນຕາ 6 ເດືອນຕົ້ນປີ ແລະ ແຜນ ການ 6 ເດືອນທ້າຍປີ 2024; ບົດ ລາຍງານການຈັດຕັ້ງປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດໄລຍະແຕ່ເດືອນ 7 ປີ 2021 ຫາເດືອນ 4 ປີ 2024 ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2024; ບົດລາຍງານການ ຈັດຕັ້ງປະຕິບັດໂຄງການລົງທຶນແຮ່ ທາດ ໃນໄລຍະຜ່ານມາ ແລະ ແຜນ ໃນຕໍ່ໜ້າຕິດພັນກັບການຈັດຕັ້ງປະ ຕິບັດມະຕິກອງປະຊຸມສະພາແຫ່ງ ຊາດ ສະບັບເລກທີ 95/ສພຊ, ລົງ ວັນທີ 18 ກໍລະກົດ 2023 ວ່າດ້ວຍ ການຮັບຮອງເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການພັດ ທະນາແຮ່ທາດຮອດປີ 2030; ບົດ ລາຍງານການຈັດຕັ້ງປະຕິບັດບັນ ດາຄາດໝາຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງ ແຜນການໃນຕໍ່ໜ້າ ຕິດພັນກັບການ ຈັດຕັ້ງປະຕິບັດມະຕິກອງປະຊຸມສະ ພາແຫ່ງຊາດ ສະບັບເລກທີ 82/ ສພຊ, ລົງວັນທີ 30 ທັນວາ 2022. ນອກຈາກນີ້, ກອງປະຊຸມຄະນະປະ ຈໍາສະພາແຫ່ງຊາດ ຍັງໄດ້ຮັບຟັງ ການລາຍງານ ກ່ຽວກັບການແກ້ໄຂ ຜົນການກວດສອນປະຈຳປີ 2022; ບົດລາຍງານກ່ຽວກັບຄວາມຄືບໜ້າ ການກະກຽມເນື້ອໃນ ແລະ ສະຖານ ທີ່ຈັດກອງປະຊຸມໃຫຍ່ ສະມັດຊາລັດ ຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ແລະ ກອງປະ ຊຸມ AIPACODD ຄັ້ງທີ 7; ຄວາມ ພ້ອມກ່ຽວກັບການກະກຽມກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງສະ ພາແຫ່ງຊາດຊຸດທີ IX; ຜົນການ ກວດກາເນື້ອໃນຮອບດ້ານຮ່າງກົດ ໝາຍສະບັບປັບປຸງ ຈຳນວນ 4 ສະ ບັບທີ່ຈະນຳເຂົ້າພິຈາລະນາໃນກອງ ປະຊຸມດັ່ງກ່າວ ຄື: ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ, ກົດໝາຍ ວ່າດ້ວຍສະພາແຫ່ງຊາດ, ຮ່າງ ກົດໝາຍວ່າດ້ວຍສະພາປະຊາຊົນ ຂັ້ນແຂວງ, ກົດໝາຍວ່າດ້ວຍການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ການພິຈາລະນາໜັງສືເໜີຂອງສານ ປະຊາຊົນສູງສຸດ ກ່ຽວກັບການແຕ່ງ ຕັ້ງປະທານ, ຮອງປະທານຂອງ ສານປະຊາຊົນທ້ອງຖິ່ນ; ບົດລາຍ ງານຜົນການຄົ້ນຄວ້າໜັງສືສະເໜີ ຂອງນາຍົກລັດຖະມົນຕີ ກ່ຽວກັບ ການສະເໜີຂໍຫັນປ່ຽນທີ່ດິນປ່າໄມ້ ທຳມະຊາດ ໄປເປັນທີ່ດິນປະເພດ ອື່ນ ແລະ ຂໍຍົກເວັ້ນຄ່າທຳນຽມໃນ ການຫັນປ່ຽນທີ່ດິນປ່າໄມ້ ເພື່ອນຳ ໃຊ້ເຂົ້າໃນການກໍ່ສ້າງໂຮງຮຽນ ເຫລົ່າຮົບແຜນທີ່ຂອງກະຊວງປ້ອງ ກັນປະເທດ ຢູ່ເຂດບ້ານປັກແຮດ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ. ການດໍາເນີນກອງປະຊຸມຄະນະ ປະຈໍາສະພາແຫ່ງຊາດຄັ້ງນີ້, ບັນດາ ທ່ານຄະນະປະທານຄະນະປະຈໍາ ສະພາແຫ່ງຊາດ, ບັນດາທ່ານກໍາມະ ການຄະນະປະຈໍາສະພາແຫ່ງຊາດ ໄດ້ເອົາໃຈໃສ່ຄົ້ນຄວ້າປະກອບຄໍາ ເຫັນຕໍ່ເນື້ອໃນຂອງບົດລາຍງານ ແລະ ການສະເໜີຂອງພາກສ່ວນ ຕ່າງໆຢ່າງເລິກເຊິ່ງ ເພື່ອເປັນບ່ອນ ອີງໃຫ້ບັນດາກະຊວງ, ອົງການນໍາ ຄະນະປະຈໍາສະພາແຫ່ງຊາດ, ບັນ ດາທ່ານລັດຖະມົນຕີ, ຮອງລັດຖະ ມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງ ແລະ ກວດກາເນື້ອໃນຮ່າງບົດລາຍງານ ຂອງລັດຖະບານ ແລະ ພາກສ່ວນ ຕ່າງໆທີ່ຈະລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາ ແຫ່ງຊາດ ຊຸດທີ IX ຄື: ບົດລາຍ ງານຢ່າງສັງລວມຂອງທ່ານນາຍົກ ລັດຖະມົນຕີ ກ່ຽວກັບການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງ ລັດ, ແຜນເງິນຕາ ໄລຍະ 6 ເດືອນ ຕົ້ນປີ ແລະ ແຜນການ 6 ເດືອນທ້າຍ ປີ 2024 ຕິດພັນກັບການຈັດຕັ້ງ ປະຕິບັດສອງວາລະແຫ່ງຊາດ; ບົດລາຍງານຂອງກະຊວງແຜນ ການແລະການລົງທຶນກ່ຽວກັບການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 6 ເດືອນຕົ້ນ ປີ ແລະ ແຜນການ 6 ເດືອນທ້າຍປີ 2024; ບົດລາຍງານຂອງກະຊວງ ການເງິນກ່ຽວກັບການຈັດຕັ້ງປະຕິ ບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ໄປຄົ້ນຄວ້າປັບປຸງເຂົ້າໃສ່ເນື້ອໃນ ຂອງບົດລາຍງານ, ເນື້ອໃນຂອງບັນ ດາຮ່າງກົດໝາຍ ແລະ ເອກະສານ ຕ່າງໆໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ມີຜົນສັກສິດໃນການຈັດຕັ້ງ ປະຕິບັດ. ຂ່າວ-ພາບ: ສພຊ ລະດັບແຂວງ, ລະດັບພື້ນທີ່ສະເພາະ ແລະ ຫລັກສູດຍົກລະດັບຄຸນນະພາບ ການບໍລິການໃຫ້ແກ່ທຸລະກິດ ໃນ ຂະແໜງທ່ອງທ່ຽວບໍລິການອື່ນໆ ຄວາມຕ້ອງການດ້ານການພັດທະ ນາ ແລະ ຍົກລະດັບທັກສະບຸກຄະ ລາກອນໃນປັດຈຸບັນ ໂດຍສະເພາະ ຍຸກການປ່ຽນແປງຄວາມຄາດຫວັງ ຂອງນັກທ່ອງທ່ຽວໃນຍຸກດີຈິຕອນ ແລະ ອື່ນໆ. ຂ່າວ: ສົມຫວັງ ມາແຕ່ບູຮານ ເຊິ່ງບໍ່ມີໃຜລຶບລ້າງ ຫລື ພິກປີ້ນຄວາມຈິງໄດ້. ຈາກການ ຮຽນຮູ້ຄວາມເຊື່ອ ແລະ ສັດທາໃນ ຕຳນານທີ່ເລົ່າຂານໄວ້ກ່ຽວກັບນາກ ນັ້ນໄດ້ກາຍເປັນຄວາມຜູກພັນ, ເກີດ ຄວາມຄິດຈິນຕະນາການກ່ຽວກັບ ນາກ ໄດ້ເຮັດໃຫ້ບັນດານັກຄົ້ນຄວ້າ, ນັກປາດອາຈານ, ນັກຈິດຕະກອນ, ຊ່າງຫູກສາມາດຂຽນປື້ມ, ວາດ ພາບ, ຕໍ່າຂິດ, ເກັບລາຍນາກ ລວມ ທັງການຄວັດ ແກະສະຫລັກດ້ວຍ ໄມ້, ດ້ວຍປູນຊີມັງຕາມວັດວາອາ ຣາມ ແລະ ຢູ່ສະຖານທີ່ຕ່າງໆຕາມ ຄວາມເຊື່ອ ແລະ ສັດທາຂອງປະຊາ ຊົນລາວບັນດາເຜົ່າ ເຮັດໃຫ້ຄົນຮຸ່ນ ໃໝ່ໄດ້ຮັບຮູ້ກ່ຽວກັບຊຸມຊົນເຊື້ອ ຊາດລາວຈົນມາຮອດປັດຈຸບັນນີ້. ພ້ອມນີ້, ກໍເພື່ອສ້າງຄວາມຮັບຮູ້, ເຂົ້າໃຈເພີ່ມຕື່ມກ່ຽວກັບນາກຕິດພັນ ກັບວິຖີຊີວິດ, ຄວາມເຊື່ອ, ຄວາມສັດ ທາຂອງຄົນລາວຊາດລາວ, ປື້ມ ແລະ ເລື່ອງລາວຕ່າງໆໃນບົດວັນນະ ຄະດີໄດ້ຖືເປັນສິ່ງສະໜັບສະໜູນອີກ ແຮງໜຶ່ງ ເຮັດໃຫ້ພູມປັນຍາຫັດຖະ ກຳການຕໍ່າລາຍນາກຂອງຊຸມຊົນ ເຊື້ອຊາດລາວ ໄດ້ເປັນມໍລະດົກໂລກ ວັດທະນະທຳນາມມະທຳ ໂດຍອົງ ການອຸຍແນັສໂກ ຢ່າງສົມສັກສີ. ການຈັດສຳມະນາຄັ້ງນີ້, ໄດ້ມີ ການອ່ານກະວີປະກອບສຽງແຄນ ເປັນຕົ້ນແມ່ນ ກະວີແພພັນລາຍຈາກ ປາຍມືແມ່ ໂດຍພະອາຈານ ບຸນທະວີ ກົມມາພັນ; ຮັບຟັງການບັນຍາຍໃນ ຫົວຂໍ້ລາຍນາກໃນຜ້າແພລາວ ໂດຍ ທ່ານ ນາງ ດວງເດືອນ ບຸນຍາວົງ; ອ່ານກາວີປະກອບສຽງແຄນ ຊື່ ກະ ວີ ແຍງນາງແຍງນາກ ໂດຍທ່ານ ນາງ ຂັນຄຳ ສຸດທະວິໄລ; ສຳມະນາ ຫົວຂໍ້ ນາກໃນວັນນະຄະດີລາວ ນຳສະເໜີໂດຍ ພະອາຈານ ໄພວັນ ມາລາວົງ ແລະ ອ່ານກາວີ ປະກອບ ສຽງແຄນ ຊື່ ກະວີ ລາຍນາກລາຍ ສິນຈິນຕະນາການ ແລະ ຄວາມຈິງ ໂດຍ ທ່ານ ໂອທອງ ຄຳອິນຊູ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ

xtgmf]k; 3 07/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສາວບ້ານໂນນ ໂດຍ: ຢ່າຕົງ ບົດສະເໜີ ໂດຍ: ໄໝຄຳ ຍ້ອມສິນ pk,/q o Ij ;,da ovtokw,sq omk' s]u dg;A o[a oskoE4h ;,0a ' ]kpokd8y fra oda [;y 4u -u ;y f0v'7q og-N v-kf]k; ,kc8j [6 Iko lnj vvo]kp.-h fu ,u xt3spf .-h [+ fu ,u 3mfg4y '8q ; ແລະ ບໍ່ເປັນລະບຽບຮຽບຮ້ອຍໃນ ສັງຄົມເຮົາ. ເພື່ອສະກັດກັ້ນບັນຫາດັ່ງກ່າວ ຂະແໜງການກ່ຽວຂ້ອງຕ່າງໆ ໄດ້ ເພີ່ມທະວີການປະສານສົມທົບກັນ ຢ່າງກົມກຽວ ເພື່ອແນໃສ່ຄຸ້ມຄອງ ການນໍາໃຊ້ອີນເຕີເນັດ ແລະ ສື່ອອນ ລາຍຕ່າງໆ ໃຫ້ເກີດປະໂຫຍດສຸງ ສຸດຕໍ່ການພັດທະນາເສດຖະກິດສັງຄົມຂອງຊາດ, ພ້ອມທັງສືບຕໍ່ ກວດກາ ແລະ ບັງຄັບໃຊ້ລະບຽບ ກົດໝາຍຕໍ່ຜູ້ກະທໍາຜິດໃຫ້ເຂັ້ມງວດ ຕາມລະບຽບກົດໝາຍເປັນຕົ້ນ: ໃນ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງຄອມ ພີວເຕີ ມາດຕາ 4 ໄດ້ລະບຸຈະແຈ້ງ ວ່າ: ລັດສົ່ງເສີມການນໍາໃຊ້ລະບົບ ຄອມພິວເຕີໃຫ້ມີຄວາມປອດໄພ, ສະດວກ,ວ່ອງໄວແລະຍຸຕິທໍາ,ພ້ອມ ທັງປົກປ້ອງສິດຜົນປະໂຫຍດອັນ ຊອບທໍາຂອງຜູ້ບໍລິການ, ຜູ້ຊົມໃຊ້ ຕາມລະບຽບກົດໝາຍແລະມາດຕາ 8 ໄດ້ລະບຸວ່າ: ພຶດຕິກໍາທີ່ເປັນອາ ຊະຍາກໍາທາງລະບົບຄອມພີວເຕີ ມີ ຄື: ການເປີດເຜີຍມາດຕະການປ້ອງ ກັນການເຂົ້າເຖິງລະບົບຄອມພີວ ເຕີ, ການເຂົ້າເຖິງລະບົບທີ່ບໍ່ໄດ້ຮັບ ອະນຸຍາດ, ການຕັດຕໍ່ເນື້ອໃນ, ຮູບ, ພາບການເຄື່ອນໄຫວ, ສຽງ ແລະ ວີ ດີໂອຕ່າງໆ ໂດຍບໍ່ໄດ້ຮັບອະນຸຍາດ, ການສ້າງຄວາມເສຍຫາຍຜ່ານ ສື່ອອນລາຍ ລວມເຖິງການເຜີຍແຜ່ ສິ່ງລາມົກອານາຈານຕ່າງໆຜ່ານ ລະບົບຄອມພີວເຕີແລະມາດຕາ57 ລະບຸວ່າ: ຜູ້ລະເມີດ ຫລື ກະທໍາຜິດ ຈະຖືກດໍາເນີນຄະດີທາງແພງ ແລະ ອາຍາ, ພ້ອມທັງປັບໃໝແຕ່ 1-50 ລ້ານກີບຕາມກົດໝາຍກໍານົດ. ດັ່ງທີ່ຮູ້ແລ້ວວ່າ ການນຳໃຊ້ສື່ ສັງຄົມອອນລາຍ ແມ່ນມີລະບຽບ ກົດໝາຍຄຸ້ມຄອງຢ່າງຄັກແນ່ ເພື່ອ ປ້ອງກັນບັນຫາບໍ່ພຶງປະສົງທີ່ອາດ ເກີດຂຶ້ນດັ່ງທີ່ປະກົດເຫັນຜ່ານສື່ ອອນລາຍໃນຫລາຍຮູບແບບ. ແຕ່ ແນວໃດກໍດີຂໍຮຽກຮ້ອງເຖິງຜູ້ບໍລິ ໂພກມີສະຕິໃນການນຳໃຊ້, ໃຊ້ຢ່າງ ສ້າງສັນ ແລະ ມີປະໂຫຍດສູງສຸດຕໍ່ ການດຳລົງຊີວິດກໍຄືການປະກອບ ສ່ວນສ້າງສາພັດທະນາປະເທດ ລາວ.ກົງກັນຂ້າມຫາກມີການນຳໃຊ້ ສື່ອອນລາຍໄປໃນທາງທີ່ບໍ່ເໝາະ ສົມ ແລະ ສ້າງຄວາມອັບປະໂຫຍດ ໃຫ້ແກ່ສັງຄົມ ກໍຄືປະເທດຊາດແມ່ນ ຈະມີໂທດຕາມລະບຽບກົດໝາຍ ຕ່າງໆທີ່ລະບຸໄວ້ຢ່າງແນ່ນອນ. * ສະພາບນໍ້າຖ້ວມຂັງຕາມເສັ້ນ ທາງຫລາຍເສັ້ນ ໃນນະຄອນຫລວງ ວຽງຈັນ ກໍຄືໃນຕົວເມືອງໃຫຍ່ບັນ ດາແຂວງໃນທົ່ວປະເທດ ໄດ້ກາຍ ເປັນປະເດັນຫ່າງສຽງໃນສັງຄົມ ເນື່ອງຈາກທໍ່ລະບາຍນໍ້າຕາມແຄມ ທາງມີຂີ້ເຫຍື້ອ, ຂີ້ຕົມ, ແຮ່ຊາຍ ອັດຕັນ ເຮັດໃຫ້ນໍ້າໄຫລບໍ່ທັນສ້າງ ຄວາມຫຍຸ້ງຍາກໃນ ການສັນຈອນ ໄປມາແລະສ້າງຄວາມເປິເປື້ອນໃຫ້ ຖະໜົນຫົນທາງດົນນານໄປເຮັດໃຫ້ ທາງເປ່ເພ ແລະ ອື່ນໆ. ຢ່າງໃດກໍດີ ຕໍ່ກັບບັນຫານີ້ ແມ່ນຕິດພັນກັບການ ຂາດຄວາມເປັນເຈົ້າການຮ່ວມກັນ ເຮັດອະນາໄມຢ່າງຈິງຈັງ. ຈາກສະ ພາບທີ່ເກີດຂຶ້ນໃນແຕ່ລະປີຜ່ານ ມານີ້, ໄດ້ສະທ້ອນໃຫ້ເຫັນເຖິງການ ຮັບມືໃນໄລຍະລະດູຝົນປີນີ້ ທີ່ພາກ ສ່ວນທີ່ກ່ຽວຂ້ອງຕ້ອງໄດ້ສົມທົບ * ລາຍນາກ ເປັນລາຍທີ່ມີຄວາມ ໂດດເດັ່ນ ແລະ ງົດງາມໃນແຜ່ນແພ ລາວ ທີ່ສ່ອງແສງເຖິງເອກະລັກ ຂອງຄົນລາວເປັນຢ່າງດີ. ນັບແຕ່ສະ ໄໝບູຮານການດຳລົງຊີວິດຂອງຄົນ ລາວແມ່ນຕິດພັນກັບທຳມະຊາດ, ຮີດຄອງປະເພນີ, ຄວາມເຊື່ອ ແລະ ສາສະໜາ ວິຖີຊີວິດດັ່ງກ່າວມີການ ສືບທອດຈາກຮຸ່ນສູ່ຮຸ່ນ. ດັ່ງນັ້ນ, ຄົນລາວເຊື້ອຊາດລາວບໍ່ວ່າຈະຢູ່ ແຫ່ງຫົນໃດກໍຍັງຮັກສາເອກະລັກ ຂອງຄວາມເປັນຊາດໄວ້ຢ່າງໝັ້ນ ຄົງ. ໃນສະໄໝບູຮານຄົນລາວ ມີ ຄວາມເຊື່ອວ່າ ພະຍານາກແມ່ນສິ່ງ ສັກສິດທີ່ຄອຍປົກປັກຮັກສາໃຫ້ ຄວາມຢູ່ເຢັນເປັນສຸກປາສະຈາກ ສິ່ງບໍ່ດີ.ສະນັ້ນ, ຊາວຊ່າງຫັດຖະກຳ ລາວ ຈຶ່ງຄົ້ນຄິດລວດລາຍຈາກຈິດ ສຳນຶກຂອງຕົນຂຶ້ນມາແລ້ວບັນຈົງ ລົງໃນຜືນຜ້າ ໂດຍຜ່ານຂັ້ນຕອນ ແລະກຳມະວິທີອັນປານີດພິຖີພິຖັນຈຶ່ງ ໄດ້ລວດລາຍທີ່ງົດງາມສະດຸດຕາທີ່ ພວກເຮົາເຫັນໃນທຸກວັນນີ້. ການຕໍ່າ ລາຍນາກ ກໍ່ບໍ່ແມ່ນເລື່ອງງ່າຍຕ້ອງ ໄດ້ໃຊ້ຄວາມປານິດ ແລະ ຄວາມ ອົດທົນພະຍາມຍາມ ເພາະການຕໍ່າ ມີຫລາຍຂັ້ນຕອນເລີ່ມຈາກການ ສາວເສັ້ນໄໝແລ້ວນໍາໄປຍ້ອມສີທໍາ ມະຊາດ ຈຶ່ງນໍາມາຕໍ່າເປັນລວດ ລາຍທີ່ສວຍງາມ ດັ່ງທີ່ເຮົາເຫັນ ຕາມຜືນຜ້ານັ້ນເອງ. ການຕໍ່າລາຍ ນາກຕາມປະເພນີແລ້ວ ໂຕນາກຈະ ໃຊ້ຝ້າຍຂາວ, ສ່ວນຫົວນາກຈະໃສ່ ສີທີ່ມີຄວາມໂດດເດັ່ນ ເພື່ອສະແດງ ເຖິງພະລັງອໍານາດ. ສະນັ້ນ, ການ ຍ້ອມສີຕ້ອງໄດ້ກະກຽມສີຄື: ສີ ແດງ, ສີຂຽວ, ສີທອງ ແລະ ການ ຕໍ່າກໍ່ໄດ້ໃຊ້ຫລາຍວິທີເຊັ່ນ: ການ ຈົກ,ການຂິດ,ການມັດມີ່ແລະອື່ນໆ ຫລາຍຂັ້ນຕອນກ່ອນຈະອອກມາ ເປັນຜ້າແພລວດລາຍຕ່າງໆ. ໃນປັດ ຈຸບັນ ເມື່ອສັງຄົມມີການພັດນາ ລວດລາຍໃນຜືນຜ້າກໍມີການປ່ຽນ ແປງໄປຕາມຍຸກສະໄໝແຕ່ກໍຍັງຄົງ ຮັກສາໄດ້ເອກະລັກ ແລະ ຄວາມ ເປັນຊາດລາວຈາກບັນພະບູລຸດແລະ ໄດ້ຮັບການສືບທອດຈາກຄົນຮຸ່ນ ໜຶ່ງໄປອີກຮຸ່ນໜຶ່ງຢ່າງຕໍ່ເນື່ອງ, ພ້ອມທັງໄດ້ຮັບການປະດິດສ້າງ ແລະ ປັບປຸງໃຫ້ແທດເໝາະກັບສະ ພາບແວດລ້ອມສັງຄົມໃໝ່, ຕິດພັນ ກັບທຳມະຊາດອ້ອມຂ້າງ ແລະ ຢູ່ ບົນພື້ນຖານປະຫວັດສາດຂອງຊາດ. ແນວໃດກໍດີເຊື່ອວ່າ ການຮັບ ຮອງລາຍນາກ ໃຫ້ເປັນມໍລະດົກວັດ ທະນະທຳ ທີ່ບໍ່ເປັນວັດຖຸ ທີ່ເປັນຕົວ ແທນຂອງມວນມະນຸດໂລກ ແມ່ນມີ ຄວາມໝາຍ ແລະ ຄວາມສຳຄັນຕໍ່ ການອະນຸລັກ, ປົກປັກຮັກສາມໍລະດົກ ອັນລໍ້າຄ່າຂອງຊາດໃຫ້ມີຄວາມຍືນ ຍົງ ທັງເປັນການປະກອບສ່ວນເຂົ້າ ໃນການສົ່ງເສີມວຽກງານເສດຖະ ກິດຂອງຊາດ, ເປັນການຕໍ່ຍອດໃຫ້ ແກ່ຜະລິດຕະພັນຫັດຖະກຳຂອງ ລາວ ໃຫ້ມີບາດກ້າວຂະຫຍາຍຕົວ ອັນໃໝ່ແລະເປັນທີ່ຮັບຮູ້ຈາກສາກົນ ຫລາຍຂຶ້ນ. ດັ່ງໃນປັດຈຸບັນກໍມີຊ່າງ ຫັດຖະກໍາແລະຜູ້ປະກອບການດ້ານ ຫັດຖະກໍາຕໍ່າແຜ່ນ ຫລາຍທ່ານທີ່ ຍຶດຖືອາຊີບນີ້ແລ້ວປະສົບຜົນສຳ ເລັດ, ສາມາດສ້າງລາຍຮັບເຂົ້າ ຄອບຄົວ, ປະກອບສ່ວນສົ່ງເສີມ ການຜະລິດໃຫ້ປະຊາຊົນໃນຊຸມຊົນ ແລະ ການສົ່ງອອກໄປຕ່າງປະເທດ ເພື່ອສ້າງວຽກເຮັດງານທໍາໃຫ້ແມ່ ຍິງ, ຜູ້ດ້ອຍໂອກາດ, ທັງສາມາດ ຖ່າຍທອດຄວາມຮູ້ການຕ່ຳຫູກທໍ ໄໝ ໃຫ້ຄົນຮຸ່ນໃໝ່ໄດ້ສືບທອດໃຫ້ ຄົງຢູ່ຄູ່ກັບຄົນລາວເຊື້ອຊາດລາວ ຕະຫລອດໄປ. * ກ່ຽວກັບຫົວຂໍ້ທີ່ນຳມາສະເໜີ ໃນມື້ນີ້, ຜູ້ຂຽນກໍເຄີບຍົກຂຶ້ນມາ ເລື້ອຍໆໃນຄໍລໍາສື່ອອນລາຍ ເພື່ອເປັນ ການເຕືອນສະຕິຜູ້ບໍລິໂພກຂໍ້ມູນຂ່າວ ສານຜ່ານສື່ສັງຄົມອອລາຍ ເຊິ່ງຕະ ຫລອດໄລຍະຜ່ານມາ ພັກ-ລັດ ເຮົາ ແມ່ນໃຫ້ຄວາມສຳຄັນທີ່ສຸດໃນການ ຄຸ້ມຄອງ ແລະ ນຳໃຊ້ສື່ອອນລາຍ ຢ່າງມີປະສິດທິຜົນ. ຍ້ອນເຫັນວ່າ ການນຳໃຊ້ສື່ອອນລາຍນັບມື້ແຜ່ ຫລາຍ, ຖ້າບໍ່ມີມາດຕະການຄຸ້ມຄອງ ທີ່ເໝາະສົມອາດສົ່ງຜົນກະທົບໃນ ອະນາຄົດ ເນື່ອງຈາກໃນປັດຈຸບັນຈໍາ ນວນຜູ້ບໍລິໂພກຂໍ້ມູນຂ່າວສານນັບ ມື້ກວ້າງຂວາງ, ຂະນະດຽວກັນ, ກໍ ມີກຸ່ມຄົນບໍ່ດີຈໍານວນໜຶ່ງມີຄວາມ ພະຍາຍາມນໍາໃຊ້ສື່ອອນລາຍນີ້ ເປັນຊ່ອງທາງເຈາະລະບົບຄອມພິວ ເຕີ, ມີການທໍາລາຍຂໍ້ມູນ, ປອມແປງ ຂໍ້ມູນ, ການລັກເອົາຂໍ້ມູນບັນຊີຂອງ ທະນາຄານ, ກະຈາຍໄວຣັດຄອມ ພິວເຕີ, ເຜີຍແຜ່ສິ່ງລາມົກອານາ ຈານ ແລະ ການໂຄສະນາໃສ່ຮ້າຍ ປ້າຍສີ ແລະ ບິດເບືອນຄວາມເປັນ ຈິງ ເພື່ອສ້າງຄວາມບໍ່ສະຫງົບສຸກ ກັນວາງແຜນແກ້ໄຂກໍຄືການເຮັດ ອະນາໄມ ຫລື ການລ່ວງທໍ່ລະບາຍ ນໍ້າໃຫ້ທັນ ເພື່ອຫລຸດຜ່ອນການ ເກີດສະພາບນໍ້າຖ້ວມຂັງ ຕາມເສັ້ນ ທາງໃນນະຄອນຫລວງວຽງຈັນ ກໍ ຄືບັນດາເມືອງໃຫຍ່ໃນທົ່ວປະເທດ. ປັດຈຸບັນນີ້ ໄດ້ກ້າວສູ່ລະດູຝົນ ແລະ ກໍມີຝົນຕົກຕໍ່ເນື່ອງໃນຂອບເຂດ ທົ່ວປະເທດ ເຊິ່ງມັນຮຽກຮ້ອງເຖິງ ການຮັບມືຕໍ່ສະພາບນ້ຳຖ້ວມຕ່າງໆ ຂອງທຸກພາກສ່ວນໃນສັງຄົມ. ໜຶ່ງ ໃນນີ້ກໍແມ່ນການຮັບມືຕໍ່ສະພາບນ້ຳ ຖ້ວມຂັງເສັ້ນທາງທີ່ສ້າງຄວາມ ຫຍຸ້ງຍາກຕໍ່ການສັນຈອນໄປມາ ໃນລະດູຝົນປີນີ້. ຢ່າງໃດກໍດີທ້າຍ ອາທິດຜ່ານມານີ້, ຜູ້ຂຽນໄດ້ມີໂອ ກາດໄປບ້ານຫລັກ 52 ຫລື ເມືອງ ໂພນໂຮງ ແຂວງວຽງຈັນ ກໍປະກົດ ເຫັນພາກສ່ວນກ່ຽວຂ້ອງໄດ້ເປັນ ເຈົ້າການຮ່ວມກັນອະນາໄມປັດ ກວດດິນອອກຈາກແຄມທາງ, ລ່ວງ ຮ່ອງລະບາຍນ້ຳຕາມເສັ້ນທາງ ເລກທີ 13 ເໜືອ ຂອບເຂດເມືອງນາ ຊາຍທອງ ນະຄອນຫລວງວຽງຈັນ ຍ່ານທາງທີ່ມີຄວາມສ່ຽງຕໍ່ສະ ພາບນ້ຳຖ້ວມຂັງໃນເວລາມີຝົນຕົກ ເພື່ອຮັບມືກັບນ້ຳຖ້ວມຂັງ ແລະ ອຳ ນວຍຄວາມສະດວກໃຫ້ແກ່ການ ສັນຈອນໄປມາຂອງສັງຄົມໃນປີນີ້. ສຳລັບໃນນະຄອນຫລວງວຽງຈັນ ໃນໄລຍະຜ່ານມາເສັ້ນທາງທີ່ມັກ ເກີດນ້ຳຖ້ວມຂັງກໍມີຫລາຍຈຸດ ໂດຍ ສະເພາະແມ່ນຈຸດ 4 ແຍກໄຟແດງ ທາດຫລວງ, ໄຟແດງໂພນປ່າເປົ້າ, ເສັ້ນທາງສຸພານຸວົງ ແລະ ອື່ນໆ ຖ້າ ມີຝົນຕົກແຮງຫລາຍຊົ່ວໂມງກໍຈະ ກໍ່ໃຫ້ເກີດນ້ຳຖ້ວມຂັງເປັນປະຈຳ. ດັ່ງນັ້ນ, ພວກເຮົາຕ້ອງເປັນເຈົ້າການ ຊ່ວຍ ໃນການເຮັດອະນາໄມ ເປັນປະ ຈຳດ້ວຍການເອົາດິນທີ່ອັດຕັນຮ່ອງ ລະບາຍນ້ຳອອກ, ປັດກວາດດິນຕົກ ຄ້າງສອງຝາກທາງຢູ່ຕາມໜ້າ ເຮືອນໃຜລາວ, ມ້ຽນມັດຂີ້ເຫຍື້ອໃຫ້ ເປັນລະບຽບບໍ່ໃຫ້ໄຫລໄປອັດຕັນ ຮ່ອງລະບາຍນ້ຳເວລາມີຝົນຕົກ, ການຂົນສົ່ງດິນຫີນ-ຊາຍຂອງຜູ້ປະ ກອບການກໍຕ້ອງມີຄວາມຮັບປະ ກັນ ແລະ ບໍ່ຫລາຍເກີນຈົນຫລົ້ນຕົກ ເຮ່ຍໄປຕາມທາງອັນຈະເຮັດໃຫ້ຕັນ ທໍ່ລະບາຍນ້ຳຈົນເກີດມີນ້ຳຖ້ວມຂັງ ທີ່ສ້າງຄວາມຫຍຸ້ງຍາກຕໍ່ສັງຄົມ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==