08 xtgmf]k; 37ltok c]t [= ]y = dy ko 06/06/2024 sk]n c]t gzu pczj dkoles];fda j o8v'rk;tg]n vf9k' .oc,j py '4n rk c]t gfa doh vp.o lxx ]k; ຂປລ. ໃນວັນທີ 5 ມິຖຸນາ 2024 ນີ້, ຢູ່ສູນໂພຊະນາການ ກະຊວງສາທາລະນະສຸກ ໄດ້ ຈັດກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ການສຳຫລວດ ກັ່ນຕອງພາວະເລືອດຈາງ ໃນ ແມ່ຍິງຖືພາ ແລະ ເດັກນ້ອຍ ໃນ ສປປ ລາວ ໂດຍການເປັນ ປະທານຂອງ ທ່ານ ປອ. ດຣ. ເກດເກສອນ ພຣະສີສົມບັດ ຮອງຫົວໜ້າກົມອະນາໄມແລະ ສົ່ງເສີມສຸຂະພາບ, ເຊິ່ງມີຜູ້ເຂົ້າ ຮ່ວມທັງໝົດ50ກວ່າທ່ານໃນ ນັ້ນມາຈາກກົມອະນາໄມແລະ ສົ່ງເສີມສຸຂະພາບ, ກົມປິ່ນປົວ, ສູນໂພຊະນາການ, ສູນສຸຂະ ພາບແມ່ ແລະ ເດັກ, ມະຫາວິ ທະຍາໄລ ວິທະຍາສາດ ສຸຂະ ພາບ, ຄະນະແພດສາດ, ໂຮງໝໍ ສູນກາງ ແລະ ຕ່າງໜ້າຈາກຄູ່ ຮ່ວມພັດທະນາ ແລະ ອົງການ ທີ່ບໍ່ຫວັງຜົນກຳໄລ. ປັດຈຸບັນ ພະຍາດເລືອດຈາງ ເປັນບັນຫາສຸຂະພາບທາງສາ ທາລະນະສຸກ ທີ່ຮຸນແຮງຂອງ ໂລກໂດຍສະເພາະເດັກນ້ອຍ, ເດັກຍິງໄວລຸ້ນ, ແມ່ຍິງໄວຈະ ເລີນພັນ,ແມ່ຍິງຖືພາແລະຫລັງ ເກີດລູກ. ອົງການອະນາໄມ ໂລກ (WHO) ຄາດຄະເນ ວ່າ 40% ຂອງເດັກນ້ອຍອາຍຸ 6-59 ເດືອນ, 37% ຂອງແມ່ ຍິງຖືພາ, 30% ຂອງແມ່ຍິງ ອາຍຸ 15-49 ປີໃນທົ່ວໂລກ ແມ່ນເປັນພະຍາດເລືອດຈາງ ແລະ ໃນປີ 2019 ສປປ ລາວ ກໍ່ມີຂໍ້ມູນປະຊາກອນທີ່ເປັນ ພະຍາດເລືອດຈາງ ໃນນັ້ນມີ 47% ຂອງແມ່ຍິງຖືພາ , 39.2% ແມ່ຍິງທີ່ບໍ່ໄດ້ຖືພາ, 19% ແມ່ຍິງໄວຈະເລີນພັນ ແລະ 43% ຂອງເດັກນ້ອຍ ພະຍາດເລືອດຈາງ ຫລື ຄວາມ ເຂັ້ມຂຸ້ນຂອງຮີໂບໂກບິນ(he- moglobin) (ທີ່ມີຢູ່ໃນທາດ ເຫລັກ)ຕໍ່າ ຈະສົ່ງຜົນກະທົບ ທາງລົບຕໍ່ການເຕີບໃຫຍ່ ພັດ ທະນາທາງປັນຍາ ແລະ ການ ເຄື່ອນໄຫວເຮັດໃຫ້ເກີດຄວາມ ເມື່ອຍລ້າ ແລະ ຄວາມເຂັ້ມ ຂຸ້ນຂອງຮີໂບໂກບິນຕໍ່າ ໃນລະ ຫວ່າງການຖືພາ ອາດສົ່ງຜົນ ກະທົບກັບແມ່ຍິງຖືພາ ກໍ່ໃຫ້ມີ ຄວາມສ່ຽງຕໍ່ແມ່ເພີ່ມຂຶ້ນ. ປັດຈຸບັນຂໍ້ມູນ ແລະ ປັດໄຈ ທີ່ກ່ຽວກັບແມ່ຍິງຖືພາ ແລະ ເດັກນ້ອຍທີ່ເປັນພະຍາດເລືອດ ຈາງຢູ່ໃນລາວຍັງມີໜ້ອຍ ລັດ ຖະບານລາວກໍ່ມີເປົ້າໝາຍເພື່ອ ຫລຸດຜ່ອນການເປັນພະຍາດ ເລືອດຈາງຂອງແມ່ ແລະ ເດັກ ນ້ອຍ ແລະ ຫລຸດຜ່ອນອັດຕາ ການຕາຍຂອງແມ່ ແລະ ເດັກ. ປັດໄຈສ່ຽງຫລັກຂອງການ ເສຍຊີວິດຂອງແມ່ ຍ້ອນການ ຕົກເລືອດຫລັງເກີດໃນແມ່ຍິງ ຖືພາ ທີ່ເປັນພະຍາດເລືອດ ຈາງ ກະຊວງສາທາລະນະສຸກ ຈຶ່ງເຫັນເຖິງຄວາມສຳຄັນ ແລະ ຖືເປັນບຸລິມະສິດໃນການ ແກ້ໄຂບັນຫາພາວະເລືອດຈາງ ໃນແມ່ຍິງຖືພາ ແລະ ເດັກນ້ອຍ ຈຶ່ງມີການຮ່ວມມືກັນລະຫວ່າງ ກົມອະນາໄມ ແລະ ສົ່ງເສີມສຸ ຂະພາບ, ສູນໂພຊະນາການ, ສູນສຸຂະພາບແມ່ ແລະ ເດັກ, ມະຫາວິທະຍາໄລວິທະຍາ ສາດສຸຂະພາບ, ຄະນະແພດ ສາດ, ໂຮງໝໍສູນກາງໃຫ້ມີ ການສຳຫລວດສຶກສາຄົ້ນຄວ້າ ພາວະເລືອດຈາງດ້ວຍເຄື່ອງ ມືທີ່ທັນສະໄໝ ( Masimo ) ເພື່ອກໍານົດອັດຕາສ່ວນຂອງ ພະຍາດເລືອດຈາງໃນແມ່ຍິງ ຖືພາ ເພື່ອປຽບທຽບການກັ່ນ ກອງລະດັບ Hb ຈາກຕົວຢ່າງ ເລືອດລະຫວ່າງອຸປະກອນ ເຄື່ອງ Masimo ແລະ CBC ເພື່ອສໍາຫລວດຄວາມເປັນໄປ ໄດ້ໃນການນໍາໃຊ້ເຄື່ອງ Ma- simo ເຂົ້າໃນການເກັບກໍາສໍາ ຫລວດການກັ່ນຕອງພາວະ ເລືອດຈາງໃນແມ່ຍິງທົ່ວໄປ ແມ່ຍິງຖືພາ ແລະ ເດັກນ້ອຍ ໃນຊຸມຊົນ ແລະ ໃນໂຮງໝໍ ສູນກາງ. ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນອັງຄານ ແລະ ວັນພະຫັດ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 43 vvd7A ';a omu 04 ,y 45 ok 2024 s;p !@ ]klu 4 g4kt 1 -;f 7 ,tg,p 3 0ko 10 ]tdk 10 ]tdk ການສຶກສາສຳຫລວດການ ກັ່ນຕອງໃນຄັ້ງນີ້, ເພື່ອເຮັດໃຫ້ ກະຊວງສາທາລະນະສຸກມີອີກ ໜຶ່ງແນວທາງເລືອກໃນການ ສຳຫລວດ ແລະ ເກັບກໍາຂໍ້ມູນ ໃນການສຶກສາພາວະເລືອດ ຈາງຂອງແມ່ຍິງຖືພາ ແລະ ເດັກນ້ອຍໃນ ສປປ ລາວ ດ້ວຍ ເຄື່ອງ Masimo ເຄື່ອງມືທີ່ບໍ່ ຈໍາເປັນລຸກລໍ້າໃນການເຈາະ ເລືອດ ( Non Invasive ) ໃຊ້ເວລາບໍ່ດົນໃນການປະເມີນ ຜົນ ສາມາດຊ່ວຍໃນການກັ່ນ ຕອງໄດ້ໄວຂຶ້ນ ຮູ້ບັນຫາໄດ້ໄວ ກໍ່ສາມາດແກ້ໄຂໄດ້ໄວ ແລະ ເຄື່ອງມືນີ້ຍັງໄດ້ຊ່ວຍປະຢັດ ຕົ້ນທຶນໃນການກັ່ນຕອງໄດ້ ຫລາຍເທົ່າ. ພາຍຫລັງສໍາເລັດ ການສໍາຫລວດໃນຄັ້ງນີ້, ທາງ ກະຊວງສາທາລະນະສຸກ ກໍ່ມີ ຈຸດປະສົງ ທີ່ຢາກຈະດຳເນີນ ການສຳຫລວດການກັ່ນຕອງ ພາວະເລືອດຈາງໃນລະດັບ ຊາດ ເພື່ອເຮັດໃຫ້ທາງດ້ານ ວິຊາການມີຂໍ້ມູນເພີ່ມເຕີ່ມ ເພື່ອທີ່ຈະລາຍງານ ແລະ ຂຶ້ນ ນໍາສະເໜີລັດຖະບານ ໃນການ ປັບປຸງຂໍ້ກຳນົດນະໂຍບາຍໜຶ່ງ ໃນອີກທາງເລືອກຂອງການ ນຳໃຊ້ເຂົ້າໃນການສຳຫລວດ ການກັ່ນຕອງພາວະເລືອດ ຈາງ ໃນບັນດາກຸ່ມເປົ້າໝາຍ ທົົ່ວປະເທດ ເພື່ອແກ້ໄຂບັນຫາ ພາວະເລືອດຈາງໃນແມ່ຍິງຖື ພາ ແລະ ເດັກນ້ອຍໃນ ສປປ ລາວ ເພື່ອຫລຸດຜ່ອນອັດຕາ ການຕາຍຂອງແມ່ ແລະ ເດັກ ເພື່ອເຮັດໃຫ້ເດັກນ້ອຍໄດ້ມີ ການເຕີບໃຫຍ່ ແລະ ພັດທະນາ ການທີ່ດີຂຶ້ນ.
RkJQdWJsaXNoZXIy MTc3MTYxMQ==