5887

xtgmf]k; 6 06/06/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ dh kg[h pw,h 0kplh k']kpIa [lh k'vk-u [\A o7q 'wfh cmh oa dm5 ]tdy f]k;xj Pozn ofy o{xj kw,h gxa ova opt,tou lu 0P; ຂ່າວ: ເກີດຂວັນໃຈ * ນັກທຸລະກິດໜຸ່ມຊາວລາວເບິ່ງ ກວ້າງແນມໄກລົງທຶນມະຫາສານເພື່ອ ພິກແຜ່ນດິນແລະປີ້ນໜ່ວຍພູຄືນຄວາມ ອຸດົມສົບບູນໃຫ້ກາຍເປັນອັນຍະມະນີ ສີຂຽວທີ່ກິນບໍ່ບົກແຫ້ງເປັນຈັກເທື່ອ ດ້ວຍ 4 ວິໄສທັດຄື: ອະນຸລັກຮັກສາ, ຟື້ນຟູຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ ໂດຍຕິດພັນກັບວິຖີຊິວິດ ຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນ; ສ້າງຜະລິດຕະພັນການທ່ອງທ່ຽວໃໝ່ ໃຫ້ມີຄວາມຫລາກຫລາຍ ແລະ ໄດ້ ມາດຕະຖານລະດັບສາກົນ; ສ້າງອາ ຊີບ ສ້າງວຽກເຮັດງານທໍາສ້າງລາຍ ໄດ້ໃຫ້ປະຊາຊົນໃນທ້ອງຖິ່ນ ແລະ ປະຕິ ບັດຕາມແນວທາງນະໂຍບາຍຂອງ ພັກ-ລັດຖະບານຄື: ພັດທະນາສີຂຽວ ຍືນຍົງ. ພາຍຫລັງກອງປະຊຸມເວທີສາກົນ ເພື່ອໂຄສະນາການທ່ອງທ່ຽວລາວ ໄດ້ດໍາເນີນມາເປັນເວລາໜຶ່ງວັນ ໃນ ວັນທີ 29 ພຶດສະ ພາ 2024 ທີ່ແຂວງ ອຸດົມໄຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະ ມົນຕີ ກະຊວງຖະແຫລງຂ່າວ ວັດທະ ນະທໍາ ແລະ ທ່ອງທ່ຽວ (ຖວທ), ມີ ບັນດາທ່ານຫົວໜ້າກົມ, ຮອງກົມ, ຄະ ນະພະແນກ, ສື່ມວນຊົນລາວ ແລະ ມື້ ຕໍ່ມາເປັນວັນທີ 30 ພຶດສະພາ 2024 ບັນດາສື່ມວນຊົນລາວ ແລະ ຕ່າງປະ ເທດກໍໄດ້ຍາດໂອກາດສໍາຄັນເດີນທາງ ໄປຢ້ຽມຢາມແຫລ່ງທ່ອງທ່ຽວທໍາມະ ຊາດນໍ້າກັດຢໍລາປາ, ຫ່າງຈາກເທສະ ບານເມືອງໄຊພຽງ 15 ກິໂລແມັດ. ດັ່ງທີ່ຮູ້ນໍາກັນ, ທ່ານ ສົມເພັດ ມ້າວ ປະເສີດ ປະທານບໍລິສັດແຟເຊັດ ພັດທະ ນາແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າ ກັດຢໍລາປາ ທັງເປັນນັກທຸລະກິດໜຸ່ມຜູ້ ທີ່ມີແນວຄິດຈະຫັນປ່ຽນແຜນດິນປອກ ໂລ້ນແຫ້ງແລ້ງ, ປ່າຊຸດໂຊມໃຫ້ກາຍ ເປັນອັນຍະມະນີສີຂຽວຍືນຍົງໄດ້ໃຫ້ ສໍາພາດຕໍ່ສື່ມວນຊົນວ່າ: ການຮັກຊາດ ຮັກບ້ານເກີດ ເມືອງນອນແລະ ຜືນແຜ່ນ ດິນເຮົາກໍຕ້ອງສຸມສະຕິປັນຍາມັນສະ ໝອງ ແລະ ເຫື່ອແຮງເຂົ້າໃນພາລະກິດ ປົກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດຢ່າງໜັກແໜັນໂດຍສະເພາະ ການປະຕິບັດຕາມແນວທາງນະໂຍ ບາຍ ແລະ ຍຸດທະສາດການພັດທະນາ ຍືນຍົງສີຂຽວຂອງພັກ-ລັດ ໃຫ້ເກີດດອກ ອອກຜົນຢ່າງແທ້ຈິງແມ່ນໜ້າທີ່ຂອງ ໝົດທຸກຄົນຕ້ອງເຮັດ ແລະ ເອົາໃຈໃສ່. ດ້ວຍເຫດນັ້ນ “ການພັດທະນາ ການທ່ອງທ່ຽວແບບຍືນຍົງ” ແມ່ນມີ ແລະ ດອກໄມ້ ພົ້ນເດັ່ນແມ່ນການຄົ້ນ ພົບສາຍພັນແມງໄມ້ 8 ສາຍພັນໃໝ່ ໃນພິພິທະພັນວາງສະແດງໄວ້ມີ 2 ສາຍພັນ ໂດຍຈະໄດ້ຕັ້ງຊື່ທີ່ເປັນເອກະ ລັກສະເພາະຂອງແຕ່ລະສາຍພັນໂດຍ ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວ ຕ່າງປະເທດເປັນຈໍານວນຫລາຍທີ່ໄດ້ ເດີນທາງເຂົ້າມາຊົມ ແລະ ສຶກສາຄົ້ນ ຄວ້າ ແລະ ຄາດວ່າການສຶກສາດ້ານຊີ ວະນາໆພັນຈະເປັນອີກໜຶ່ງທ່າແຮງ ດ້ານການທ່ອງທ່ຽວຂອງລາວໃນອະ ນາຄົດ ເນື່ອງຈາກຊີວະນາໆພັນທີ່ໄດ້ ສຶກສາຄົ້ນຄວ້າແມ່ນພົບເຫັນໄດ້ໃນ ເຂດສະຫງວນຂອງນໍ້າກັດຢໍລາປາ. ພ້ອມດຽວກັນນີ້, ທ່ານ ນາງ ແຄລໍລາຍ ເບນນອຍ ນັກທ່ອງທ່ໜຽວ ຈາກປະເທດຝຣັ່ງທີ່ມາພັກແຮມຄືນຢູ່ ແຫລ່ງທ່ອງທ່ຽວນໍ້າກັດຢໍລາປາ ໄດ້ ໃຫ້ສໍາພາດວ່າ: ຂ້ອຍຮູ້ສຶກປະທັບໃຈ ຫລາຍທີ່ໄດ້ມີໂອກາດມາທ່ຽວປະເທດ ລາວ ທີ່ມີທຳມະຊາດສວຍງາມ ແລະ ແຫລ່ງນໍ້າ-ປ່າໄມ້ບໍ່ຖືທໍາລາຍຫລາຍ * ກ້າເບ້ຍໄມ້ຂາຍເປັນອີກອາຊີບ ໜຶ່ງທີ່ສ້າງລາຍຮັບໃຫ້ຜູ້ປະກອບການ ເປັນກອບເປັນກໍາ ເນື່ອງຈາກວ່າປັດຈຸ ບັນ ສັງຄົມໃຫ້ຄວາມສົນໃຈຫລຸດຜ່ອນ ໂລກຮ້ອນ ແລະ ປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອທົດແທນຕົ້ນໄມ້ທີ່ຖືກທໍາລາຍໄປ ໃນແຕ່ລະພື້ນທີຂອງປະເທດເພີ່ມຂຶ້ນ ເພື່ອຄືນຄວາມອຸດົມສົມບູໃຫ້ກັບປ່າ ໄມ້ ແລະ ທຳມະຊາດ ແນໃສ່ເຮັດໃຫ້ ເນື້ອທີ່ປ່າໄມ້ໃນລາວ ກວມຫລາຍກວ່າ 70 ເປີເຊັນ ຂອງເນື້ອທີ່ປ່າໄມ້ໃນທົ່ວ ປະເທດ ແລະ ເວົ້າເຖິງອາຊີບນີ້ແລ້ວ ມື້ນີ້ຄໍລໍາສົ່ງເສີມທຸລະກິດ ຈະພາທ່ານ ມາຮູ້ຈັກອີກໜຶ່ງສວນກ້າເບ້ຍໄມ້ຂອງ ທ່ານ ລອນໄຊ ຄຳຜາຈັນ ຜູ້ທີ່ມີໃຈ ມັກ ແລະ ກິ້ງເກືອກລີເລືອກັບອາຊີບ ນີ້ມາຫລາຍຟ້າຫລາຍປີຈົນສາມາດ ສ້າງເສດະກິດຄອບຄົວໃຫ້ດີຂຶ້ນເທື່ອ ລະກ້າວ. ທ່ານ ລອນໄຊ ຄຳຜາຈັນ ເຈົ້າຂອງ ສວນກ້າເບ້ຍໄມ້ປ່າ ລອນໄຊ ໄດ້ໃຫ້ສຳ ພາດວ່າ: ສວນກ້າເບ້ຍໄມ້ປ່າ ລອນໄຊ ເລີ່ມກໍ່ຕັ້ງມາແຕ່ປີ 2011 ເຮັດມາດ້ວຍ ຄວາມມັກ ແລະ ຢາກນໍ​ າໃ​ ຊ້​ວິຊ​ າ​ທີ່​ໄດ້​ ຮຽນມາ ​ເນື່ອງ​ຈາກ​ວ່າຕົນ​ເອງ​ຮຽນ ຄະນະ​ວິທະຍາສາດ​ປ່າ​ໄມ້ ອາ​ໄສ​ຢູ່​ຫໍ​ ພັກຂ​ ອງໂ​ ຮງຮຽນ ໄ​ ລຍ​ ະທີ່​ ຮ​ ຽນໜັງສື ກໍໄ​ ດ້ຮັບໂ​ ອກາດຈ​ າກຄູ​ ອ​ າຈານ ໃ​ ຫ້ໃຊ້​ ເນື້ອ​ທີ​່ບາງ​ສ່ວນ​ຂ້າງ​ຫໍ​ພັກ ​ກ້າເບ້​ຍ ຂາຍເ​ພື່ອເ​ປັນທຶ​ ນກ​ ານສຶ​ ກສາ ຈົນຮຽນ ຈົບ​ກໍ​ໄດ້​ສືບຕໍ່​ເຮັດ​ອາຊີບ​ກ້າ​ເບ້ຍ​ໄມ້​ ເພື່ອສ້າງ​ລາຍ​ຮັບ ​ເພາະ​ຄິດ​ວ່າ​ອາຊີບ​ ນີ້ນອກຈາກ​ໄດ້​ໃຊ້​ວິຊາ​ທີ່​ໄດ້​ຮຽນມາ​ ເພື່ອປະກອບ​ສ່ວນ​ໃນ​ການ​ປູກ​ຕົ້ນ​ ໄມ້​ຂອງ​ປະຊາຊົນ ໂດຍ​ເບ້ຍ​ໄມ້​ທີ່​ກ້າ ສ່ວນ​ຫລາຍ​ຈະ​ເປັນ​ໄມ້​ເສດຖະກິດ​ທີ່​ ຄົນ​ນິຍົມ​ປູກ​ຫລາຍ ເປັນຕົ້ນ ໄມ້ແຕ້, ໄມ້ຄູນ, ໄມ້ດູ່, ໄມ້ດູ່ລາຍ, ໄມ້ສັກ, ໄມ້ ຂະຍຸງ, ໄມ້ມະລິດ, ໄມ້ໂລ່ງເລງ, ໄມ້ກະ ລຶມ, ໄມ້ກ້າມປູ, ໄມ້ມູນ, ໄມ້ມັນປາ, ໄມ້ ຍາງ, ໄມ້ຫຳງົວ ແລະ ໄມ້ອື່ນໆ ເພື່ອ ຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງ ການຂອງສັງຄົມ ກໍຄື ລູກຄ້າທີ່ມີຄວາມ ຕ້ອງການ ໃນຂອບເຂດທົ່ວປະເທດ​ ໂດຍສ​ ະເ​ພາະໄລຍະວັນປູກຕົ້ນໄມ້ແຫ່ງ ຊາດ 1 ມິຖຸນາ 2024 ຜ່ານມ​ າ​ນີ້ ບັນ ຍາກາດ​ການ​ຊື້​ເບ້ຍ​ໄມ້​ຟົດ​ຟື້ນກວ່າ​ປີ​ ຜ່ານ​ມາ ສໍາລັບ​ລາຄາ​ຂອງ​ເບ້ຍ​ໄມ້​ ເລີ່ມຕົ້ນ ​ແມ່ນ 5.000 ກີບຂຶ້​ ນ​ໄປ. ທ່ານລອນໄຊເວົ້າເສີມວ່າ: ອາຊີບ​ ກ້າ​ເບ້ຍ​ໄມ້ ​ແມ່ນ​ອາຊີບທີ່ຕ້ອງໃຊ້​ ຄວາມ​ອົ​ດທົນ​, ພະຍາຍາມ​ຕ້ອງ​ມັກ​ ແທ້ຈຶ່ງ​ເຮັດ​ໄດ້ເພາະ​ມັນ​ມີ​ຫລາຍຂັ້ນ​ ຕອນ ແ​ ລະ ຕ້ອງໃ​ ຊ້ເ​ວລາຫ​ ລາຍເດືອນ​ ກ່ອນ​ຈະ​ໄດ້​ຂາຍເບ້​ຍ​ໄມ້ ​ແຕ່​ຖ້າໄດ້ ຂາຍແລ້ວ​ກໍ​ຖື​ວ່າ​ກຸ້ມ​ຄ່າກັບຄວາມອິດ​ ເມື່ອຍ ເ​ພາະຫ​ ລັງຈ​ າກທີ່​ ໄດ້ເຮັດອາຊີບ​ ນີ້​ມາກໍ​ສາມາດ​ສ້າງ​ລາຍ​ຮັບ​ເຂົ້າຄອບ ຄົວຢ່​ າງໝັ້ນຄົງ. ສຸດທ້​ າຍຂໍຮຽກຮ້ອງ ໃຫ້ສັງຄົມ ກໍຄື ປະຊາຊົນລາວບັນດາ ເຜົ່າ ໃຫ້ເຫັນຄວາມສຳຄັນຂອງການ ປູກຕົ້ນໄມ້ໃຫ້ຫ​ ລາຍຂຶ້ນ ໂ​ ດຍສ​ ະເພາະ​ ໄລຍະວັນ​ປູກ​ຕົ້ນ​ໄມ້​ໃນ​ແຕ່ລະ​ປີ ເພື່ອ ທົດແທນຕົ້ນໄມ້ທີ່ຖືກທຳລາຍຫລື ຕາຍ ໄປຕາມການເວລາ ເພື່ອຄືນຄວາມອຸ ດົມສົມບູນໃຫ້ກັບປ່າໄມ້ ແລະ ທຳມະ ຊາດ ແນໃສ່ເຮັດໃຫ້ເນື້ອທີ່ປ່າໄມ້ໃນ ລາວ ກວມຫລາຍກວ່າ 70 ​ເປີ​ເຊັນ ຂອງເນື້ອທີ່ປ່າໄມ້ໃນທົ່ວປະເທດ. ຄວາມສໍາຄັນທີ່ສຸດ ເຊິ່ງໃນໄລຍະຜ່ານ ຕົນເອງຈຶ່ງໄດ້ສົມທົບແໜ້ນກັບຄະນະ ພັກ, ອົງການປົກຄອງແຂວງອຸດົມໄຊ ດໍາເນີນການສຶກສາ, ສໍາຫລວດຄວາມ ເປັນໄປໄດ້ ແລະ ຈັດຕັ້ງປະຕິບັດໂຄງ ການດັ່ງກ່າວ ໂດຍໃສ່ຊື່ໂຄງການວ່າ: “ສະຖານທີ່ທ່ອງທ່ຽວທໍາມະຊາດນ້ໍາ ກັດຢໍລາປາ” ຈຸດປະສົງເປົ້າໝາຍ ຂອງໂຄງການແມ່ນເລັ່ງໃສ່ 3 ເປົ້າ ໝາຍຕົ້ນຕໍ ຄື: 1.ເພື່ອອະນຸລັກຮັກສາ ແລະ ຟື້ນຟູຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ ໂດຍຕິດພັນກັບການ ອະນຸລັກວິຖີຊິວິດຂອງປະຊາຊົນບັນ ດາ ເຜົ່າໃນທ້ອງຖິ່ນ ຕາມທິດພັດທະນາ ສີຂຽວ ແລະ ຍຶນຍົງ; 2. ປະກອບສ່ວນ ສ້າງຜະລິດຕະພັນການທ່ອງທ່ຽວໃໝ່ ໃຫ້ມີຄວາມຫລາກຫລາຍ ແລະ ໄດ້ ມາດຕະຖານລະດັບສາກົນ ເພື່ອດຶງດູດ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະ ເທດ ໃຫ້ເຂົ້າມາທ່ຽວປະເທດລາວເຮົາ ໃຫ້ຫລາຍຂຶ້ນແລະ3. ສ້າງອາຊີບສ້າງ ວຽກເຮັດງານທໍາ ສ້າງລາຍໄດ້ໃຫ້ປະ ຊາຊົນໃນທ້ອງຖິ່ນ ເພື່ອປະກອບສ່ວນ ຊ່ວຍລົບລ້າງຄວາມທຸກຍາກໃຫ້ປະ ຊາຊົນ ຕາມແນວທາງນະໂຍບາຍຂອງ ພັກ-ລັດເຮົາ. ການຈັດຕັ້ງປະຕິບັດໂຄງການ ແຫລ່ງທ່ອງທ່ຽວຂອງພວກເຮົາໄດ້ຖື ສໍາຄັນ ແລະ ເອົາໃຈໃສ່ການຮ່ວມມືປະ ສານສົມທົບແໜ້ນຈາກ 3 ພາກສ່ວນ ຄື: ລັດ, ຜູ້ລົງທຶນ ແລະ ປະຊາຊົນໃນ ທ້ອງຖິ່ນ ໃນນັ້ນສຸມໃສ່4ວຽກງານຈຸດ ສຸມຄື: ວຽກງານອະນຸລັກ-ຟື້ນຟູຊັບ ພະຍາກອນທໍາມະຊາດ ແລະ ຊີວະນາໆ ພັນ;ວຽກງານສ້າງບຸກຄະລາກອນໂດຍ ເລັ່ງໃສ່ການສ້າງວຽກເຮັດງານທໍາ ໃຫ້ ແກ່ປະຊາຊົນໃນທ້ອງຖິ່ນເປັນຕົ້ນຕໍ; ວຽກງານການສ້າງພື້ນຖານໂຄງລ່າງ ແລະ ຜະລິດຕະພັນການທ່ອງທ່ຽວ ແລະ ວຽກງານພາກການຕະຫລາດ. ຜ່ານການຈັດຕັ້ງປະຕິບັດຕົວຈິງ, ມີຜົນສໍາເລັດ ອັນພົ້ນເດັ່ນແມ່ນສາມາດ ຫລຸດຜ່ອນການບຸກລຸກທໍາລາຍທໍາມະ ຊາດ ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມ ບູນ, ສັດບົກ, ສັດນ້ໍາແລະ ຊີວະນາໆພັນ ກໍ່ມີຈໍານວນເພີ່ມຂຶ້ນເລື້ອຍໆ; ພ້ອມດຽວ ກັນນີ້ ກໍປະກອບສ່ວນໃນການອະນຸລັກ ວັດທະນະທໍາ, ວິຖີຊິວິດ, ຮີດຄອງປະເພ ນີຂອງປະຊາຊົນບັນດາເຜົ່າໃນທ້ອງ ຖິ່ນ ໂດຍສະເພາະເຜົ່າກຶມມຸໃນເຂດໂຄງ ການດ້ວຍການສ້າງບ້ານຊົນເຜົ່າ, ຮັກ ສາການນຸ່ງຖືແລະ ເຊື່ອມສານວິຖີການ ດໍາລົງຊີວິດໃຫ້ຕິດພັນກັບໂຄງການ ຢ່າງກົມກຽວ; ເຖິງແນວໃດກໍດີມາຮອດ ປັດຈຸບັນພວກເຮົາສາມາດຂະຫຍາຍສາ ຂາທີ່ 2 ແລ້ວ ຕັ້ງຢູ່ເຂດປ່າສະຫງວນ ແຫ່ງຊາດພູເຂົາຄວາຍ, ອ່າງໂຕ່ງນ້ໍາ ປຽນ ເມືອງປາກງຶ່ມ ນະຄອນຫລວງ ວຽງຈັນຊຶ່ງໂຄງການມີຊື່ວ່າ“ນ້ໍາປຽນ ຢໍລາປາ” ເຊິ່ງເຮັດໃຫ້ນັກທ່ອງທ່ຽວ ໄດ້ຮັບຄວາມນິຍົມເພີ່ມຂຶ້ນເລື້ອຍໆ. ທ່ານປະທານບໍລິສັດແຟເຊັດ ພັດ ທະນາແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າກັດຢໍລາປາ ຍັງກ່າວວ່າ: ຕະຫລອດ ຫລາຍຊຸມປີຜ່ານມາທີ່ຕົນເອງໄດ້ເຂົ້າ ພັດທະນາ ແລະ ກີ້ງເກືອກລີເລືອໃນ ໂຄງການພັດທະນາແຫລ່ງທ່ອງທ່ຽວ ນໍ້າກັດຢໍລາປານີ້ ເຮັດໃຫ້ຕົນເອງຮູ້ສຶກ ຄື: ບ້ານ ແລະ ເຮືອນຫລັງໜຶ່ງທີ່ອົບອຸ່ນ ເພາະບໍ່ພຽງແຕ່ເນື້ອທີ່ປ່າສີຂຽວ ແລະ ແຫລ່ງນໍ້າທະມາຊາດເຕີບໃຫຍ່ຂຶ້ນໄປ ເລື້ອຍໆ ແຕ່ຍັງໄດ້ສ້າງວຽກເຮັດງານ ທໍາແລະຫລໍ່ຫລອມບຸກຄະລາກອນຢ່າງ ມີທັກສະຊໍານານງານດ້ານການບໍລິການ ທ່ອງທ່ຽວ. ນອກຈາກນັ້ນຍັງສາມາດ ຮັກສາເນື້ອທີ່ປ່າໄມ້, ຮັກສາແຫລ່ງນໍ້າ, ຮັກສາຊີວະນາໆໄດ້ຢ່າງໜ້າປະທັບໃຈ ມາຮອດປັດຈຸບັນສາມາດສຶກສາ ແລະ ອະນຸລັກຊີວະນາໆພັນໄດ້ຫລາຍກວ່າ 1.000 ລາຍການ ໂດຍແບ່ງອອກເປັນ 4 ພາກສ່ວນຄື: ແມງໄມ້ ແລະ ແມງກະ ເບື້ອ, ນົກ, ສັດເລືອຄານເຄິ່ງບົກເຄິ່ງນໍ້າ ໂດຍສະເພາະນໍ້າກັດຢໍລາປາ ຍັງມີທຳ ມະຊາດທີ່ອຸດົມສົມບູນຫລາຍ ແລະ ປະ ຊາຊົນສ່ວນໃຫຍ່ທີ່ດໍາລົງຊີວິດໃນບໍລິ ເວນສະຖານທີ່ທ່ອງທ່ຽວນີ້ຍັງຮັກສາ ໄດ້ມູນເຊື້ອວັດທະນະທຳຮີດຄອງປະ ເພນີທີ່ເປັນເອກະລັກສະເພາະຂອງ ທ້ອງຖິ່ນ. ຜ່ານມາ, ຂ້າພະເຈົ້າໄດ້ເດີນ ທາງໄປສະຖານທີ່ທ່ອງທ່ຽວສໍາຄັນ ຂອງແຂວງຫລວງພະບາງ ແລະ ນໍ້າ ກັດຢໍລາປາ ແຂວງອຸດົມໄຊ ເຊິ່ງໄດ້ສໍາ ຜັດ ແລະ ຮັບປະທານອາຫານທີ່ເປັນເອ ກະລັກຂອງລາວ ເປັນຕົ້ນແມ່ນລາບ, ມົກປາ, ນໍ້າຫວານໝາກກ້ວຍເຊື່ອມ ກ້ວຍແລະມັກອາຫານລາວຫລາຍເຊິ່ງ ເຮັດໃຫ້ຂ້ອຍຮູ້ສຶກ ໄດ້ເຖິງຈິດວິຍານ ຂອງທໍາມະຊາດແລະ ຄວາມເປັນທ້ອງ ຖິ່ນອັນວິເສດ.

RkJQdWJsaXNoZXIy MTc3MTYxMQ==